ລາວ: ຊຸກຍູ້ ການກໍ່ສ້າງທາງລົດໄຟ ຢູ່ແຂວງຫລວງພະບາງ

16:30 | 29/06/2020

ໃນໂອກາດທີ່ເດີນທາງເຂົ້າຮ່ວມກອງປະຊຸມຄະນະຊີ້ນໍາໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ຄັ້ງທີ 8 ທີ່ແຂວງຫຼວງພະບາງ ທ່ານ ປອ ບຸນທອງ ຈິດມະນີ - ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາລັດຖະບານ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ຫົວໜ້າຄະນະຊີ້ນຳໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ພ້ອມຄະນະໄດ້ໄປຢ້ຽມຢາມ ແລະ ຊຸກຍູ້ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ຢູ່ຈຸດຂົວຂ້າມນໍ້າຂອງນະຄອນຫຼວງ-ພະບາງ ແຂວງ ຫຼວງພະບາງ.

ລາວ ຊ ກຍ ການກ ສ າງທາງລ ດໄຟ ຢ ແຂວງຫລວງພະບາງ ພະຍາດໂຄວິດ-19 ໄດ້ສົ່ງຜົນກະທົບຕໍ່ເສດຖະກິດປະເທດລາວ ຢ່າງໜັກ
ລາວ ຊ ກຍ ການກ ສ າງທາງລ ດໄຟ ຢ ແຂວງຫລວງພະບາງ ອົງການອະນາໄມໂລກ WHO ໄດ້ຕີລາຄາສູງຕໍ່ຄວາມພະຍາຍາມຂອງ ປະເທດລາວ ໃນການສະກັດກັ້ນພະຍາດ COVID-19

ເມື່ອບໍ່ດົນມານີ້, ຄະນະຊີ້ນໍາໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ຄັ້ງທີ 8 ທີ່ແຂວງຫຼວງພະບາງ ໂດຍມີ ທ່ານ ປອ ບຸນຈັນ ສິນທະວົງ ກຳມະການ ສູນກາງພັກ, ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ຮອງຫົວໜ້າຄະນະຊີ້ນໍາໂຄງການກໍ່ ສ້າງທາງລົດໄຟລາວ-ຈີນ (ຜູ້ປະ ຈໍາການ)ຮ່ວມລົງເຄື່ອນໄຫວ; ທ່ານ ຄໍາຂັນ ຈັນທະວີ ສຸກ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຫຼວງ ພະບາງ, ມີຄະນະປະຈໍາ, ຄະນະພັກ, ພະນັກງານຫຼັກແຫຼ່ງ, ຄະນະຮັບຜິດຊອບໂຄງການກໍ່ສ້າງທາງ ລົດໄຟລາວ-ຈີນ, ພະນັກງານທີ່ກ່ຽວຂ້ອງຕ້ອນຮັບ ແລະ ຮ່ວມເຮັດວຽກ.

ລາວ ຊ ກຍ ການກ ສ າງທາງລ ດໄຟ ຢ ແຂວງຫລວງພະບາງ
ທ່ານ ບຸນທອງ ຈິດມະນີ ລົງເຄື່ອນໄຫວຊຸກຍູ້ ການກໍ່ສ້າງທາງລົດໄຟ ຢູ່ແຂວງຫລວງພະບາງ. (ພາບ: KPL)

ໂອກາດນີ້,​ ທ່ານຮອງນາຍົກ ລັດຖະມົນຕີ ພ້ອມຄະນະໄດ້ເດີນທາງຢ້ຽມຢາມ, ຕິດຕາມ, ກວດກາ, ແລະ ການລາຍງານຄວາມຄືບໜ້າຂອງການກໍ່ສ້າງຂອງໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ຢູ່ຈຸດຂົວຂ້າມແມ່ນໍ້າຂອງ ເຊິ່ງເປັນຂົວຂ້າມແມ່ນໍ້າທີ່ ຍາວທີ່ສຸດໃນໂຄງການ, ມີຄວາມ ຍາວ 1.485 ແມັດ ເຊິ່ງສ້າງສໍາ ເລັດເມື່ອເດືອນ ຕຸລາ 2019 ຜ່ານ ມານີ້, ເຊິ່ງເປັນຈຸດເຊື່ອມກັນລະ ຫວ່າງອຸໂມງສະນົກພູຫວດ ເມືອງ ຈອມເພັດ ແລະ ອຸໂມງຜາບ່ອງ ນະຄອນຫຼວງພະບາງ.

ທ່ານຮອງ ນາຍົກລັດຖະມົນຕີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະຮັບຜິດຊອບທີ່ໄດ້ເອົາໃຈໃສ່ໃນການກໍ່ສ້າງເຮັດໃຫ້ການກໍ່ສ້າງດໍາເນີນ ໄປຢ່າງວ່ອງໄວ ແລະ ສໍາເລັດຕາມຄາດໝາຍ. ສໍາລັບໂຄງການກໍ່ສ້າງທາງລົດໄຟແຕ່ຊາຍແດນ ລາວ-ຈີນ ຫາ ນະຄອນຫຼວງວຽງຈັນ ມີຄວາມຍາວເສັ້ນທາງຜ່ານແຂວງຫຼວງພະບາງ 80 ກິໂລແມັດ, ໂດຍຜ່ານ 2 ເມືອງ, 1 ນະຄອນ ແລະ 28 ບ້ານ.

ມີສະຖານີທັງໝົດ 6 ແຫ່ງ, ໃນນີ້ສະຖານີໃຫຍ່ 1 ແຫ່ງ ຢູ່ນະຄອນຫຼວງພະບາງ; ມີຂົວທັງໝົດ 33 ແຫ່ງ ໃນນີ້ຂົວຂ້າມນໍ້າຂອງ 1 ແຫ່ງ ແລະ ຂົວຂ້າມນໍ້າຄານ 3 ແຫ່ງ, ມີອຸໂມງ 23 ແຫ່ງ, ອັດຕາສ່ວນຂົວ ແລະ ອຸໂມງກວມເອົາ 83,69% ຂອງໄລຍະທາງທັງ ໝົດ. ມາຮອດປັດຈຸບັນໄດ້ລົງມືກໍ່ສ້າງສະຖານີ 5 ແຫ່ງ, ຍັງ 1 ແຫ່ງ; ຂົວນ້ອຍ-ໃຫຍ່ 33 ແຫ່ງ ສໍາເລັດການກໍ່ສ້າງແລ້ວຈໍານວນໜຶ່ງ, ບາງຈຳນວນກໍາລັງກ່າຍຂາງຂົວ; ອຸໂມງ 23 ແຫ່ງ, ເຈາະຊອດແລ້ວ 17 ແຫ່ງ. ສໍາລັບວຽກງານໄກ່ເກ່ຍ ແລະ ຊົດເຊີຍປະຊາຊົນທີ່ໄດ້ຮັບຜົນກະທົບແມ່ນໄດ້ສໍາເລັດການເກັບກໍາຂໍ້ມູນຜົນກະທົບຕາມແລວທາງ ແລະ ສະ ຖານີທັງໝົດພ້ອມທັງໄກ່ເກ່ຍທີ່ດິນກັບປະຊາຊົນ ແລະ ມອບທີ່ດິນໃຫ້ແກ່ບໍລິສັດຮັບຜິດຊອບກໍ່ສ້າງດໍາເນີນການກໍ່ສ້າງສຳເລັດ 100%.

ລາວ ຊ ກຍ ການກ ສ າງທາງລ ດໄຟ ຢ ແຂວງຫລວງພະບາງ ອົງການອະນາໄມໂລກ WHO ໄດ້ຕີລາຄາສູງຕໍ່ຄວາມພະຍາຍາມຂອງ ປະເທດລາວ ໃນການສະກັດກັ້ນພະຍາດ COVID-19

ຍສໝ - ຈົນຮອດວັນທີ 23 ມິຖຸນາ ໄດ້ເປັນເວລາ 70 ວັນຕິດຕໍ່ກັນ ປະເທດລາວບໍ່ມີກໍລະນີໃໝ່ທີ່​ຕິດ​ເຊື້ອພະຍາດ COVID-19, ສະນັ້ນ ປະເທດລາວໄດ້ຮັບການຕີລາຄາສູງຈາກບັນດາອົງການຈັດຕັ້ງສາກົນ ໃນການປ້ອງກັນການລະບາດຂອງພະຍາດຢ່າງມີປະສິດຕິຜົນ.

ລາວ ຊ ກຍ ການກ ສ າງທາງລ ດໄຟ ຢ ແຂວງຫລວງພະບາງ ສປປ ລາວ ຮ່ວມປະຊຸມທາງໄກສະໄໝພິເສດ ລັດຖະມົນຕີ ຕ່າງປະເທດ ອາຊຽນ-ລັດເຊຍ ວ່າດ້ວຍການຕ້ານ ການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19

ໃນວັນທີ 17 ມິຖຸນາ 2020 ທີ່ກະຊວງການຕ່າງປະເທດ ສປປ.ລາວ, ທ່ານ ສະເຫລີມໄຊ ກົມມະສິດ - ລັດຖະມົນຕີກະຊວງການຕ່າງປະເທດສປປ.ລາວ ໄດ້ນໍາພາຄະນະຜູ້ແທນເຂົ້າຮ່ວມກອງປະຊຸມຖ່າຍທອດສົດ ລະຫວ່າງລັດຖະມົນຕີຕ່າງປະເທດອາຊຽນ-ລັດເຊຍ ວ່າດ້ວຍການປ້ອງກັນ ແລະ ຕ້ານການແຜ່ລະບາດພະຍາດ COVID-19.

ລາວ ຊ ກຍ ການກ ສ າງທາງລ ດໄຟ ຢ ແຂວງຫລວງພະບາງ ປະເທດລາວ ສະໜັບສະໜູນ ຜູ້ອອກແຮງງານທີ່ຖືກຮັບຜົນກະທົບຍ້ອນພະຍາດ COVID-19

ຍສໝ - ກະຊວງແຮງງານ ແລະ ສະຫວັດດີການສັງຄົມຂອງປະເທດລາວ ໄດ້ອອກກົດລະບຽບຢ່າງບັງຄັບເຊິ່ງ ໃຫ້ຈ່າຍເງິນເດືອນ ແລະ ສະໜັບສະໜູນ ໃຫ້ແກ່ຜູ້ອອກກແຮງງານທີ່ໄດ້ຮັບຜົນກະທົບ ຍ້ອນການລະບາດຂອງພະຍາດ COVID-19.

kpl.gov.la

ເຫດການ
302 Found

Found

The document has moved here.