ລັດຖະບານຫວຽດນາມໄດ້ຕົກລົງຢຸດຕິດຊົ່ວຄາວການເຂົ້າເມືອງຫວຽດນາມສຳລັບຊາວຕ່າງປະເທດທັງໝົດ

16:30 | 22/03/2020

ຍສໝ - ລັດຖະບານຫວຽດນາມໄດ້ຕົກລົງຢຸດຕິດຊົ່ວຄາວການເຂົ້າເມືອງຫວຽດນາມສຳລັບຊາວຕ່າງປະເທດທັງໝົດ, ຍົກເວັ້ນກໍລະນີເຂົ້າເມືອງດ້ວຍຈຸດປະສົງທາງການທູດ, ທາງລັດຖະການແລະບັນດາກໍລະນີພິເສດ, ຢຸດຕິຊົ່ວຄາວຜົນສັກສິດຂອງການຍົກເວັ້ນວີຊາທີ່ອອກໃຫ້ຊາວຫວຽດນາມແລະຍາດຕິພີ່ນ້ອງ.

ລັດຖະບານຫວຽດນາມໄດ້ຕົກລົງຢຸດຕິດຊົ່ວຄາວການເຂົ້າເມືອງຫວຽດນາມສຳລັບຊາວຕ່າງປະເທດທັງໝົດ

ພາບປະກອບ

ບັນດາມາດຕະການດັ່ງກ່າວໄດ້ນຳໃຊ້ເລີ່ມແຕ່ເວລາ 00ໂມງ00 ນາທີຂອງວັນທີ 22 ມີນາປີ 2020. ວັນທີ 20 ມີນາ, ຕອບສໍາພາດຕໍ່ນັກຂ່າວກ່ຽວກັບຄໍາຄິດເຫັນທີ່ຖືວ່າມີການຈໍາແນກການປະພຶດໃນການດັດປັບບັນດາຂໍ້ກຳນົດເຂົ້າເມືອງ ເພື່ອແນໃສ່ປ້ອງກັນເຊື້ອພະຍາດ Covid-19 ຂອງ ຫວຽດນາມ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ຊີ້ແຈ້ງວ່າ: “ດ້ວຍຈຸດປະສົງສູງສຸດແມ່ນຮັບປະກັນຄວາມປອດໄພ, ສຸຂະພາບຂອງພົນລະເມືອງຫວຽດນາມ ກໍ່ຄືຄົນຕ່າງປະເທດຢູ່ ຫວຽດນາມ, ຕາມການຊີ້ນໍາຈາກລັດຖະບານ, ບັນດາກະຊວງ, ຂະແໜງການ, ບັນດາທ້ອງຖິ່ນຂອງຫວຽດນາມ ໄດ້ປະຕິບັດຫຼາຍມາດຕະການປ້ອງກັນ, ຕ້ານໂລກພະຍາດຢ່າງມີປະສິດທິຜົນ, ສອດຄ່ອງກັບການຜັນແປຂອງສະພາບການ.

ໃນ 24 ຊົ່ວໂມງທີ່ຜ່ານມາ, ທົ່ວໂລກໄດ້ກວດພົບຜູ້ຕິດເຊື້ອພະຍາດໃໝ່ຕື່ມອີກ 32.485 ຄົນ ຊື່ງເຮັດໃຫ້ຈຳນວນຜູ້ຕິດເຊື້ອພະຍາດທັງໝົດໃນທົ່ວໂລກແມ່ນຫຼາຍກວ່າ 303.000 ຄົນຢູ່ 188 ປະເທດ ແລະ ເຂດແຄ້ວນ.ປະເທດອີຕາລີ ມີຜູ້ເສຍຊີວິດ 4.825 ຄົນໃນຈຳນວນຜູ້ຕິດເຊື້ອພະຍາດທັງໝົດແມ່ນ 53.758 ຄົນ. ປະເທດຈີນມີ 81.008 ຄົນຕິດ ເຊື້ອໄວຣັດ SARS-CoV-2 ມີຜູ້ເສຍຊີວິດ 3225 ຄົນ. ບັນດາປະເທດທີ່ມີຈຳນວນຜູ້ເສຍຊີວິດສູງ ຖັດຈາກອີຕາລີ ແລະ ຈີນ ແມ່ນອີຣານ ດ້ວຍຈຳນວນ 1.556 ຄົນ, ແອັດສະປາຍມີ 1.326 ຄົນ ແລະ ຝະລັ່ງແມ່ນ 562 ຄົນ.

(ໄຊພອນ)

ເຫດການ
302 Found

Found

The document has moved here.