ພະຍາດໂຄວິດ-19 ໄດ້ສົ່ງຜົນກະທົບຕໍ່ເສດຖະກິດປະເທດລາວ ຢ່າງໜັກ

10:25 | 28/06/2020

ໂດຍສະເພາະ ໃນຂະແໜງການທ່ອງທ່ຽວ ນັບແຕ່ເດືອນກຸມພາເປັນຕົ້ນມາ, ມາດຕະການປິດດ່ານສາກົນ, ດ່ານທ້ອງຖິ່ນ ແລະ ດ່ານປະເພນີ, ການປິດບໍລິການ ສະຖານທີ່ທ່ອງທ່ຽວ, ສະຖານທີ່ພັກແຮມ, ຮ້ານອາຫານ ແລະ ອື່ນໆ ໄດ້ສົ່ງຜົນກະທົບໂດຍກົງຕໍ່ຫົວໜ່ວຍທຸລະກິດການທ່ອງທ່ຽວ ແລະ ເຄືອຂ່າຍບໍ ລິການການທ່ອງທ່ຽວທັງໝົດ ແລະ ເຮັດໃຫ້ເກືອບທັງໝົດຢຸດການບໍລິການ, ເຊິ່ງຫົວໜວ່ຍທຸລະກິດການ ທ່ອງທ່ຽວທີ່ປິດບໍລິການມີ ໂຮງແຮມ 539 ແຫ່ງ, ຕົວແທນບໍລິສັດທ່ອງທ່ຽວ 36 ແຫ່ງ, ສະຖານທີ່ທ່ອງທ່ຽວ 809 ແຫ່ງ, ພະນັກງານນຳທ່ຽວ 2.000 ກວ່າຄົນ ແລະ ເຄືອຂ່າຍສະໜອງການທ່ອງທ່ຽວອື່ນໆ ຕ່າງກໍໄດ້ຮັບຜົນກະທົບ.

ພະຍາດໂຄວ ດ 19 ໄດ ສ ງຜ ນກະທ ບຕ ເສດຖະກ ດປະເທດລາວ ຢ າງໜ ກ ຮອງນາຍົກຊີ້ແຈງ ມາດຕະການ ຈັດເກັບລາຍຮັບ-ຈຳກັດລາຍຈ່າຍ
ພະຍາດໂຄວ ດ 19 ໄດ ສ ງຜ ນກະທ ບຕ ເສດຖະກ ດປະເທດລາວ ຢ າງໜ ກ ລາວ: ລັດຖະບານ ກຳນົດບາງມາດຕະການຈຸດສຸມ ໃນ 6 ເດືອນທ້າຍປີ 2020
ພະຍາດໂຄວ ດ 19 ໄດ ສ ງຜ ນກະທ ບຕ ເສດຖະກ ດປະເທດລາວ ຢ າງໜ ກ
ພາບປະກອບ

ບໍລິສັດທ່ອງທ່ຽວ, ໂຮງແຮມ ແລະ ຮ້ານອາຫານ ໄດ້ໃຫ້ສຳພາດຕໍ່ນັກຂ່າວ ສຳນັກຂ່າວສານປະເທດລາວໃນວັນທີ 24 ມິຖຸນາ 2020 ນີ້ວ່າ: ໄລຍະການແຜ່ລະບາດຂອງພະຍາດຄວິດ-19 ບໍລິສັດຂອງຂ້າພະເຈົ້າເອງ ກໍບໍ່ຕ່າງຫຍັງກັບບໍລິສັດທ່ອງທ່ຽວ ຫລື ຜູ້ເຮັດກິດຈະກຳກ່ຽວກັບທຸລະກິດບໍລິການ ທີ່ໄດ້ຮັບຜົນກະທົບ ໂດຍສະເພາະວຽກບໍລິການກັບຕ່າງປະເທດ ເມື່ອເກີດການແຜ່ລະບາດຂອງພະຍາດໂຄວິດ-19 ຕັ້ງແຕ່ຮູ້ຂ່າວ ຕອນທີ່ນັກທ່ອງທ່ຽວຍັງເຂົ້າມາບໍ່ໄດ້ ນັກທ່ອງທ່ຽວມີໜ້ອຍຢູ່ແລ້ວ ຫລັງຈາກທີ່ປິດລັອກປະເທດ ແນ່ນອນແລ້ວ ຍິ່ງກະທົບໜັກ ເພາະວ່ານັກທ່ອງທ່ຽວຕ່າງປະເທດ ບໍ່ມີເຂົ້າມາເລີຍ ແລະ ເຂົ້າບໍ່ໄດ້ ຫລື ຜູ້ທີ່ວ່າຢູ່ພາຍໃນປະເທດເອງ ກໍບໍ່ກ້າທີ່ຈະອອກໄປກິນ, ໃຊ້ຊີວິດແບບປົກ ກະຕິຢູ່ແລ້ວ ແລະ ແມ່ນກະທັ້ງຄົນລາວເອງທີ່ເປັນລູກຄ້າຂອງເຮົາ ສ່ວນໃຫຍ່ແມ່ນຢູ່ແຕ່ບ້ານ. ໄລຍະທີ່ເພິ່ນໃຫ້ເຮົາປິດແບບ 100% ສ່ວນໃຫຍ່ແມ່ນເຮັດວຽກຢູ່ບ້ານ ວຽກແທ້ໆແມ່ນເກືອບວ່າບໍ່ມີ ເພາະສ່ວນໃຫຍ່ແລ້ວວຽກຂອງເຮົາກໍແມ່ນບໍລິສັດທ່ອງທ່ຽວ ແມ່ນວຽກການກະກຽມເລື່ອງປີໜ້າ ເລື່ອງຜະລິດຕະພັນປີໜ້າ ທີ່ເຮົາສາມາດເຮັດໄດ້ໃນໄລຍະໂຄວິດ-19 ແຜ່ລະບາດນີ້ ໂດຍສື່ສານກັນທັງສັງຄົມອອນລາຍ ແລະ ໄດ້ມີການກະກຽມຜະລິດຕະພັນ ແລະ ທີມງານຂອງເຮົາໃຫ້ມີຄວາມພ້ອມ ຫລັງຈາກທີ່ສະພາບກັບເຂົ້າສູ່ປົກກະຕິ.

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວໄດ້ລາຍງານກ່ຽວກັບການ ຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ໃນຕອນເຊົ້າຂອງວັນທີ 24 ມິຖຸນາ 2020 ກ່ຽວກັບການຂະຫຍາຍຕົວຂອງເສດຖະກິດວ່າ: ຍ້ອນມີຜົນກະທົບຈາກຫລາຍປັດໄຈ, ອີງໃສ່ການຄາດຄະເນຂອງສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ແລະ ສູນສະຖິຕິແຫ່ງຊາດ ໂດຍນຳໃຊ້ຂໍ້ມູນ 3 ເດືອນຄາດຄະເນໝົດປີ 2020 ເສດຖະກິດຂອງປະເທດເຮົາ (GDP) ຈະຂະຫຍາຍຕົວຢູ່ໃນລະດັບ 3,3% ຫາ 3,6% (ສະພາແຫ່ງຊາດຮັບຮອງ 6,5%), ໃນກໍລະນີ GDP ຂະຫຍາຍຕົວ 3,6% ຈະມີມູນຄ່າໃນປີປະມານ 175.720 ຕື້ກີບ.

ສຳລັບປັດໄຈທີ່ເຮັດໃຫ້ GDP ຂະຫຍາຍຕົວໃນລະດັບ 3,6% ໃນ 2020 ມີດັ່ງນີ້: ຂະແໜງກະສິກຳ: ຂະຫຍາຍຕົວ 2,3% ຫລຸດແຜນການ 0,4%, ເຖິງວ່າຈະບໍ່ບັນລຸຕາມແຜນການທີ່ວາງໄວ້ແຕ່ເຫັນວ່າປະຊາຊົນ ໄດ້ຫັນມາສູ່ການຜະລິດກະສິກໍາ ເພື່ອສະໜອງພາຍໃນເພີ່ມຂຶ້ນ ຕາມຄວາມຕ້ອງການຂອງຕະຫລາດຍ້ອນການຈໍາກັດການສົ່ງອອກສິນຄ້າກະສິກໍາ ຂອງປະເທດເພື່ອນບ້ານ ເຮັດໃຫ້ການບໍລິໂພກຜະລິດຕະພັນພາຍໃນຫລາຍຂຶ້ນ. ການປູກພືດ, ຜັກ ແລະ ໝາກໄມ້ຕ່າງໆ ສາມາດປະຕິບັດໄດ້ປະມານ 85.477 ເຮັກຕາ, ຄາດຄະເນຜົນຜະລິດ ຈະໄດ້ຮັບປະມານ 813.970 ກວ່າໂຕນ ເທົ່າກັບ 68% ຂອງແຜນການ; ການຜະລິດພືດລະດູແລ້ງ ປະຕິບັດໄດ້ໃນເນື້ອທີ່ 24.578 ກວ່າເຮັກຕາ; ສະເພາະການຜະລິດເຂົ້າສົ່ງອອກໄປ ສປ ຈີນ ບັນລຸໄດ້ 15.000 ໂຕນ.

ຂະແໜງອຸດສາຫະກຳ: ຂະຫຍາຍຕົວ 6,8% ຫລຸດແຜນການ 1,5%; ອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ ຄາດຄະເນ ປະຕິບັດໄດ້ 3.574 ຕື້ກີບ, ເທົ່າກັບ 24,44% ຂອງແຜນການປີ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 10,20%, ຄາດຄະເນ 6 ເດືອນຕົົ້ນປີ ຈະປະຕິບັດໄດ້ 6.256 ຕື້ກີບ. ສ່ວນຂະແໜງບໍລິການ: ເຖິງແມ່ນວ່າ ລັດຖະບານ ໄດ້ເອົາໃຈໃສ່ຜັນຂະຫຍາຍມາດຕະການຕ່າງໆ ເພື່ອສົ່ງເສີມການທ່ອງທ່ຽວຢ່າງຕໍ່ເນື່ອງ ໂດຍສະເພາະແມ່ນ ການທ່ອງທ່ຽວລາວ-ຈີນ ແຕ່ການລະບາດຂອງພະຍາດໂຄວິດ-19 ໄດ້ສົ່ງຜົນກະທົບຕໍ່ຂະແໜງການບໍລິການ ຢ່າງໜັກໜ່ວງ ຊຶ່ງເຫັນວ່າຈະສາມາດປະຕິບັດໄດ້ພຽງ 1,7% ຫລຸດແຜນການ 5,2% ແລະ ອາດຈະຫລຸດລົງເຖິງ -4,5%. ສັງລວມແລ້ວ ນັກທ່ອງທ່ຽວເຂົ້າມາປະເທດຂອງເຮົາ ໃນ 5 ເດືອນ ຕົົ້ນປີ 2020 ມີພຽງ 886.447 ເທື່ອຄົນ, ຫລຸດລົງ 17% ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ; ຂະນະທີ່ ການຂົນສົ່ງທາງອາກາດ ແລະ ທາງບົກຜູ້ໂດຍ ສານຫລຸດລົງກວ່າ 90%.

ນອກຈາກນີ້, ມູນຄ່າການນຳເຂົ້າ-ສົ່ງອອກສິນຄ້າ: ປະຕິບັດໄດ້ 39,78% ຂອງແຜນການປີ, ໃນນັ້ນການສົ່ງອອກຫລຸດລົງ 6,1%, ການນໍາເຂົ້າຫລຸດລົງ 8,1%. ຄາດວ່າໝົດປີຈະສາມາດປະຕິບັດ 91,7% ຂອງແຜນການປີ ຈະສູນເສຍລາຍຮັບຈາກການສົ່ງອອກ ປະມານ 483,3 ລ້ານໂດລາສະຫະລັດ ຫລື ປະມານ 8,4% ຂອງມູນຄ່າການສົ່ງອອກ ທຽບໃສ່ປີ 2019. ການຈໍລະຈອນສິນຄ້າພາຍໃນ ປະຕິບັດໄດ້ 29.290 ຕື້ກີບ ເທົ່າກັບ 40,47% ຂອງແຜນການ, ຄາດຄະເນ 6 ເດືອນທ້າຍປີ ຈະສາມາດບັນລຸໄດ້ 90,29% ຂອງແຜນການ. ລັດຖະບານ ໄດ້ຕິດຕາມ ແລະ ແກ້ໄຂຫລາຍບັນຫາ ທີ່ເກີດຂຶ້ນໃນໄລຍະປິດດ່ານຊາຍແດນ ເຮັດໃຫ້ການຂົນສົ່ງສິນຄ້າ ສາມາດດໍາເນີນໄປໄດ້ເປັນປົກກະຕິ; ໄດ້ເອົາໃຈໃສ່ເປັນພິເສດ ຕໍ່ການຕິດຕາມ, ກວດກາ ແລະ ຄຸ້ມຄອງລາຄາສິນຄ້າອຸປະໂພກ-ບໍລິໂພກ ທີ່ຈໍາເປັນ ຢ່າງຕັ້ງໜ້າ. ສ່ວນຂະແໜງພະລັງງານ ແລະ ບໍ່ແຮ່: ການຜະລິດກະແສໄຟຟ້າ ປະຕິບັດໄດ້ 18.808 ລ້ານ ກິໂລວັດໂມງ, ມູນຄ່າ 9.792 ຕື້ກີບ ເທົ່າກັບ 46% ຂອງແຜນການປີ, ຄາດຄະເນໝົດປີ ຈະສາມາດປະຕິບັດໄດ້ 41.340 ລ້ານ ກິໂລວັດໂມງ ມີມູນຄ່າປະມານ 21.286 ຕື້ກີບ ຊຶ່ງເຫັນວ່າລື່ນແຜນເລັກຫນ້ອຍ.

ພະຍາດໂຄວ ດ 19 ໄດ ສ ງຜ ນກະທ ບຕ ເສດຖະກ ດປະເທດລາວ ຢ າງໜ ກ ລາວ: ລັດຖະບານ ກຳນົດບາງມາດຕະການຈຸດສຸມ ໃນ 6 ເດືອນທ້າຍປີ 2020

ລັດຖະບານ ຈະສຸມໃສ່ຈັດຕັ້ງປະຕິບັດມາດຕະການຈຸດສຸມຕ່າງໆ ໃນ 6 ເດືອນທ້າຍປີ 2020 ໂດຍຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າ ແລະ ການຟື້ນຟູຂະແໜງການບໍລິການ ແລະ ການທ່ອງທ່ຽວ ເພືີ່ອຮັບປະກັນ ໃຫ້ແກ່ການ ຈັດຕັ້ງປະຕິບັດ ບັນດາຄາດໝາຍ ແລະ ວຽກງານຕ່າງໆ ແຕ່ນີ້ຫາທ້າຍປີ 2020 ໃຫ້ບັນລຸໄດ້ຕາມຄາດໝາຍ.

ພະຍາດໂຄວ ດ 19 ໄດ ສ ງຜ ນກະທ ບຕ ເສດຖະກ ດປະເທດລາວ ຢ າງໜ ກ ທູດລາວ ປະຈໍາ ສສ ຫວຽດນາມ ເຂົ້າຢ້ຽມຂ່ຳນັບຫົວໜ້າຄະນະຂົນຂວາຍປະຊາຊົນ ສູນກາງພັກຄອມມູນິດຫວຽດນາມ

ວັນທີ 25 ມິຖຸນາ 2020, ທີ່ສຳນັກງານສູນກາງພັກຄອມມູນນິດຫວຽດນາມ, ສະຫາຍ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ນາງ ເຈືອງທິມາຍ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນການພັກ, ຫົວໜ້າຄະນະຂົນຂວາຍປະຊາຊົນ ສູນກາງພັກຄອມມູນິດຫວຽດນາມ ...

ພະຍາດໂຄວ ດ 19 ໄດ ສ ງຜ ນກະທ ບຕ ເສດຖະກ ດປະເທດລາວ ຢ າງໜ ກ ສື່ມວນຊົນລາວ ລົງຂ່າວຢ່າງຫຼວງຫຼາຍກ່ຽວກັບບັນດາກອງປະຊຸມຂອງອາຊຽນ

ທີ່ກອງປະຊຸມບໍ່ເປັນທາງການລັດຖະມົນຕີການຕ່າງປະເທດອາຊຽນ, ບັນດາລັດຖະມົນຕີໄດ້ແລກປ່ຽນທັດສະນະກ່ຽວກັບສະພາບການຂອງພາກພື້ນ ແລະ ໃນໂລກ.

ໄຊພອນ

ເຫດການ
302 Found

Found

The document has moved here.