ຜູ້ໂດຍສານເຂົ້າເມືອງຫວຽດນາມ ທຸກຄົນລ້ວນແຕ່ຕ້ອງແຈ້ງອາການສຸຂະພາບໂດຍບັງຄັບ

06:07 | 09/03/2020

ຍສໝ - ນັບແຕ່ເວລາ 6 ໂມງຂອງວັນທີ 7 ມີນາ, ຜູ້ໂດຍສານເຂົ້າເມືອງຫວຽດນາມ ທຸກຄົນລ້ວນແຕ່ຕ້ອງແຈ້ງອາການສຸຂະພາບໂດຍບັງຄັບ.

ຜູ້ໂດຍສານເຂົ້າເມືອງຫວຽດນາມ ທຸກຄົນລ້ວນແຕ່ຕ້ອງແຈ້ງອາການສຸຂະພາບໂດຍບັງຄັບ

ກອງປະຊຸມຂອງຄະນະຊີ້ນໍາແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນເຊື້ອພະຍາດ Covid-19. (ພາບ: baochinhphu.vn)

ຕອນເຊົ້າວັນທີ 06 ມີນາ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ, ຫົວໜ້າຄະນະຊີ້ນຳການປ້ອງກັນ, ຕ້ານໂລກລະບາດ Covid-19 ໄດ້ເປັນປະທານກອງປະຊຸມຜັນຂະຫຍາຍບັນດາມາດຕະການປ້ອງກັນ, ຄວບຄຸມໂລກລະບາດໃນໄລຍະປະຈຸບັນ. ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ຮຽກຮ້ອງວ່າ, ພ້ອມກັບການແຈ້ງສຸຂະພາບດ້ວຍເຈ້ຍແລ້ວ, ຍັງ “ບັງຄັບໃຫ້ຜູ້ເຂົ້າເມືອງຫວຽດນາມ ທຸກຄົນຕ້ອງແຈ້ງຂໍ້ມູນກ່ຽວກັບສຸຂະພາບເອເລັກໂຕນິກຕື່ມອີກ ນັບແຕ່ເວລາ 6 ໂມງຂອງວັນທີ 07 ມີນາ” ຜ່ານເວັບໄຊ: http://www.suckhoetoandan.vn/khaiyte.

ເພື່ອສ້າງຄວາມສະດວກສະບາຍ, ນອກຈາກຮູບການແຈ້ງອາການສຸຂະພາບຜ່ານໃບແຈ້ງແລ້ວ, ຜູ້ໂດຍສານຍັງສາມາດແຈ້ງຜ່ານທາງເອເລັກໂຕນິກໂດຍບັງຄັບກ່ອນທີ່ເດີນທາງມາຫວຽດນາມ. ກ່ອນໜ້ານັ້ນ, ຫວຽດນາມ ໄດ້ຮຽກຮ້ອງໃຫ້ແຈ້ງອາການສຸຂະພາບໂດຍບັງຄັບສຳຫຼັບຜູ້ໂດຍສານທຸກຄົນທີ່ມາຈາກຈີນ, ສ.ເກົາຫຼີ, ອີຣານ, ອີຕາລີ ເຂົ້າເມືອງຫວຽດນາມ ຢ່າງເປັນທາງການ. ຕາມຂ່າວຫຼ້າສຸດຈາກກະຊວງສາທາລະນະສຸກຫວຽດນາມ, ເລີ່ມແຕ່ເວລາ 0 ໂມງຂອງວັນທີ 7 ມີນາ, ຫວຽດນາມ ສືບຕໍ່ບັງຄັບໃຫ້ແຈ້ງອາການສຸຂະພາບສໍາຫຼັບບັນດາຜູ້ໂດຍສານທີ່ມາຈາກ ຫຼື ຜ່ານບັນດາປະເທດອີຢູ ແລະກໍາປູເຈຍ ຢູ່ທູກໆດ່ານຊາຍແດນຫວຽດນາມ.

(ໄຊພອນ)

ເຫດການ
302 Found

Found

The document has moved here.