ຜູ້ນຳສາກົນ 50 ປະເທດ ໄດ້ຮຽກຮ້ອງທົ່ວໂລກ ໃຫ້ມີການຮ່ວມມືກັນ ຫຼັງຈາກໂລກລະບາດ COVID-19

16:30 | 30/05/2020

ຍສໝ - ໃນວັນທີ 28 ພຶດສະພາ ບັນດາຜູ້ນຳສາກົນໄດ້ຍົກຄຳຮຽກຮ້ອງ ໃນກອງປະຊຸມອອນລາຍຂອງສະຫະປະຊາຊາດ ໂດຍບໍ່ມີການເຂົ້າຮ່ວມຂອງ 3 ປະເທດໃຫຍ່ຂອງໂລກ, ຄື: ອາເມລິກາ, ຈີນ ແລະ ຣັດເຊຍ.

ຜ ນຳສາກ ນ 50 ປະເທດ ໄດ ຮຽກຮ ອງທ ວໂລກ ໃຫ ມ ການຮ ວມມ ກ ນ ຫ ງຈາກໂລກລະບາດ covid 19 ຫວຽດນາມ ເປັນເຈົ້າພາບຈັດກອງປະຊຸມອອນໄລ ລະຫວ່າງບັນດາປະເທດ E10 ແລະ ເລຂາທິການໃຫຍ່ສະຫະປະຊາຊາດ
ຜ ນຳສາກ ນ 50 ປະເທດ ໄດ ຮຽກຮ ອງທ ວໂລກ ໃຫ ມ ການຮ ວມມ ກ ນ ຫ ງຈາກໂລກລະບາດ covid 19 ຫວຽດນາມ ສະໜັບສະໜູນແຜນການຂອງສະຫະປະຊາຊາດ ກ່ຽວກັບຄວາມສັນຕິພາບສຳລັບ ປະເທດເຢແມນ

ຕາມນັກຂ່າວສຳນັກຂ່າວສານຫວຽດນາມ ທີ່ສະຫະປະຊາຊາດ, ຜູ້ນຳສາກົນຈຳນວນ 50 ປະເທດ ໄດ້ຮຽກຮ້ອງທົ່ວໂລກ ຕ້ອງການຮ່ວມມື ແລະ ປັບຕົວໃຫ້ເໝາະກັບສະພາບການໃໝ່ ຫຼັງຈາກການລະບາດຂອງໂລກລະບາດ COVID-19.

ບັນດາຜູ້ນຳສາກົນໄດ້ຍົກຄຳຮຽກຮ້ອງ ໃນກອງປະຊຸມອອນລາຍຂອງສະຫະປະຊາຊາດ ໃນວັນທີ 28 ພຶດສະພາ ໂດຍບໍ່ມີການເຂົ້າຮ່ວມຂອງ 3 ປະເທດໃຫຍ່ຂອງໂລກ, ຄື: ອາເມລິກາ, ຈີນ ແລະ ຣັດເຊຍ.

ຜ ນຳສາກ ນ 50 ປະເທດ ໄດ ຮຽກຮ ອງທ ວໂລກ ໃຫ ມ ການຮ ວມມ ກ ນ ຫ ງຈາກໂລກລະບາດ covid 19
ກອງປະຊຸມອອນລາຍຂອງສະຫະປະຊາຊາດ. (ພາບ: TTXVN)

ທ່ານ Cyril Ramaphosa - ປະທານາທິບໍດີ ປະເທດອາຟຣິກາໃຕ້ ແລະ ທ່ານ Justin Trudeau - ນາຍົກລັດຖະມົນຕີ ປະເທດການາດາ ໄດ້ກ່າວວ່າ ບັນດາປະເທດຕ້ອງມີຫົວຄິດປະດິດສ້າງ ແລະ ຊອກຫາວິທີການຮ່ວມມືໃໝ່. ໃນຂະນະດຽວກັນ, ທ່ານ Ursula von der Leyen - ປະທານຄະນະກຳມາການ ສະຫະພາບເອີຣົບ ໄດ້ຢືນຢັນວ່າ ບັນດາເປົ້າໝາຍທີ່ພັດທະນາແບບຍືນຍົງ ດ້ວຍວິໄສທັດຮອດປີ 2030 ຂອງສະຫະປະຊາຊາດ ແມ່ນມີຄວາມສຳຄັນ ໃນສະພາບການປະຈຸບັນ ແລະ ບັນດາປະເທດທີ່ຕ້ອງການເຮັດວຽກຮ່ວມກັນ ເພື່ອບັນລຸເປົ້າໝາຍທີ່ວາງໄວ້.

ທ່ານນາງ Angela Merkel - ນາຍົກລັດຖະມົນຕີປະເທດເຢຍລະມັນ ແລະ ທ່ານ Emmanuel Macron - ປະທານາທິບໍດີປະເທດຝຣັ່ງ ກ່າວວ່າວິກິດການລະບາດຂອງພະຍາດ COVID-19 ຍັງສາມາດກາຍເປັນໂອກາດສຳລັບບັນດາປະເທດ ທີ່ຈະຟື້ນຕົວເສດຖະກິດຢ່າງວ່ອງໄວ. ທ່ານ Emmanuel Macron - ປະທານາທິບໍດີຝຣັ່ງ ກໍ່ໄດ້ເນັ້ນໜັກເຖິງຄວາມຈຳເປັນຂອງການຮ່ວມມື ເພື່ອສະໜັບສະໜູນບັນດາປະເທດທີ່ມີຄວາມສ່ຽງເສຍຫາຍຫລາຍທີ່ສຸດ, ໂດຍສະເພາະໃນພາກພື້ນອາຟຣິກາ.

ທ່ານ Boris Johnson - ນາຍົກລັດຖະມົນຕີປະເທດອັງກິດ ສະແດງຄວາມຫວັງວ່າ ທຸກປະເທດ ຈະພ້ອມກັນສ້າງໂລກໃໝ່ໃຫ້ດີຂື້ນ ແລະ ຫລີກລ້ຽງການແຜ່ລະບາດຂອງໂລກລະບາດຄືນໃໝ່ໃນອະນາຄົດ. ທ່ານ Alvarado Quesada - ປະທານາທິບໍດີ Costa Rican ໄດ້ສະແດງຄວາມຫວັງວ່າ ທົ່ວໂລກຫລັງຈາກການລະບາດຂອງ COVID-19 ຈະເຕັມໄປດ້ວຍຄວາມສາມັກຄີ ແລະ ບໍ່ມີການຫາຜົນປະໂຫຍດສ່ວນຕົວ.

ໃນຂະນະດຽວກັນ, ທ່ານ Antonio Guterres - ເລຂາທິການໃຫຍ່ສະຫະປະຊາຊາດ ໄດ້ຮຽກຮ້ອງໃຫ້ຫຼຸດຜ່ອນໜີ້ສິນ ສຳລັບທຸກໆປະເທດທີ່ກຳລັງພັດທະນາ ແລະ ມີເກັບລາຍໄດ້ລະດັບປານກາງ ໃນໄລຍະລະບາດຂອງໂລກລະບາດ COVID-19, ພ້ອມກັນນັ້ນ ຍັງຮຽກຮ້ອງໃຫ້ກອງທຶນການເງິນສາກົນ (IMF) ພິຈາລະນາຊຸກຍູ້ການຊຳລະສະສາງເງິນຂອງໂລກ.

ຜ ນຳສາກ ນ 50 ປະເທດ ໄດ ຮຽກຮ ອງທ ວໂລກ ໃຫ ມ ການຮ ວມມ ກ ນ ຫ ງຈາກໂລກລະບາດ covid 19 ທ່ານຟ້າມບິ່ງມິງ: ການປະຕິບັດຕາມກົດໝາຍສາກົນ ມີຄວາມສຳຄັນຕໍ່ການຮັກສາສະຖຽນລະພາບ ແລະ ສັນຕິພາບ

ຍສໝ - ໂດຍໄດ້ຮັບຕາມຄຳເຊີນຂອງທ່ານ Urmas Reinsalu - ລັດຖະມົນຕີການຕ່າງປະເທດ Estonian, ໃນວັນທີ 8 ພຶດສະພາ, ທ່ານຟ້າມບິ່ງມິງ - ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມອອນລາຍລະດັບສູງ ຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ກ່ຽວກັບຫົວຂໍ້ “75 ປີຫຼັງຈາກການສົງຄາມໂລກຄັ້ງທີ 2 ໃນເອີຣົບ - ບົດຮຽນທີ່ໄດ້ຮັບເພື່ອສະກັດກັ້ນພາບອັນເສົ້າສະຫຼົດໃຈໃນອະນາຄົດ, ຄວາມຮັບຜິດຊອບຂອງສະພາຄວາມໝັ້ນຄົງ”.

ຜ ນຳສາກ ນ 50 ປະເທດ ໄດ ຮຽກຮ ອງທ ວໂລກ ໃຫ ມ ການຮ ວມມ ກ ນ ຫ ງຈາກໂລກລະບາດ covid 19 Video: ວົງດົນຕີພິເສດຂອງສະຫະປະຊາຊາດ ຮ້ອງເພງ “ເຊື່ອມຕໍ່ໂລກ” ເພື່ອຮຽກຮ້ອງ ແລະ ຊຸກຍູ້ໃຫ້ທົ່ວໂລກສາມັກຄີກັນໃນການຕໍ່ສູ້ກັບໂລກລະບາດ COVID-19

ຍສໝ - ເມື່ອບໍ່ດົນມານີ້, ວົງດົນຕີພິເສດ UNRocks (ວົງດົນຕີທຳອິດທີ່ໄດ້ສ້າງຂື້ນໂດຍບັນດາເອກອັກຄະລັດຖະທູດສະຫະປະຊາຊາດ) ແລະ ເອກອັກຄະລັດຖະທູດ 26 ທ່ານ, ອະດີດເອກອັກຄະລັດຖະທູດປະຈຳ ສະຫະປະຊາຊາດ (ສປຊ) ໄດ້ຮ້ອງເພງ "Heal the World" ນຳກັນ ຂອງນັກຮ້ອງ Michael Jackson ເພື່ອຮຽກຮ້ອງ ແລະ ຊຸກຍູ້ໃຫ້ທົ່ວໂລກສາມັກຄີກັນໃນການຕໍ່ສູ້ກັບໂລກລະບາດ COVID-19. ...

ຜ ນຳສາກ ນ 50 ປະເທດ ໄດ ຮຽກຮ ອງທ ວໂລກ ໃຫ ມ ການຮ ວມມ ກ ນ ຫ ງຈາກໂລກລະບາດ covid 19 ເປັນ​ຄັ້ງ​ທຳ​ອິດສະ​ພາ​ຄວາ​ມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດຮັບຮອງເອົາບັນດາມະຕິຕາມຮູບການປ່ອນບັດຜ່ານລາຍລັກອັກສອນ

ຍສໝ - ໃນວັນທີ 30 ມີນາ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຮັບຮອງເອົາບັນດາມະຕິຕາມຮູບການປ່ອນບັດຜ່ານລາຍລັກອັກສອນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.