ປະເທດລາວ ໄດ້ເຂົ້າຮ່ວມກອງປະຊຸມຖ່າຍທອດສົດລະດັບສູງ ເພື່ອການຮ່ວມມືສາກົນ.

15:30 | 24/06/2020

ເມື່ອບໍ່ດົນມານີ້, ທ່ານ ສະເຫຼີມໄຊ ກົມມະສິດ - ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ. ລາວ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມທາງໄກລະດັບສູງໜຶ່ງແລວ ໜຶ່ງເສັ້ນທາງ ເພື່ອ ການຮ່ວມມືສາກົນ: ການຮ່ວມ ມືກັນໃນການຮັບມືຕ້ານການ ແຜ່ລະບາດພະຍາດ COVID-19.

ປະເທດລາວ ໄດ ເຂ າຮ ວມກອງປະຊ ມຖ າຍທອດສ ດລະດ ບສ ງ ເພ ອການຮ ວມມ ສາກ ນ ພິທີລົງນາມສັນຍາ ປະຕິບັດໂຄງການປ້ອງກັນດິນຟ້າອາກາດ ລະຫວ່າງ ປະເທດເຢຍລະມັນ ແລະ ລາວ
ປະເທດລາວ ໄດ ເຂ າຮ ວມກອງປະຊ ມຖ າຍທອດສ ດລະດ ບສ ງ ເພ ອການຮ ວມມ ສາກ ນ ປະເທດລາວ: ສົ່ງມອບສະໜາມບິນທົ່ງໄຫຫີນ ແຂວງຊຽງຂວາງ ໃຫ້ກະຊວງປ້ອງກັນປະເທດຮັບຜິດຊອບໂດຍກົງ

ກອງປະຊຸມພາຍໃຕ້ການເປັນປະທານຂອງ ທ່ານ ຫວັງ ອີ້, ທີ່ປຶກສາແຫ່ງລັດ, ລັດຖະມົນຕີກະຊວງການຕ່າງ ປະເທດ ແຫ່ງ ສປ ຈີນ, ໂດຍມີ ບັນດາຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີຕ່າງປະເທດ ຈາກ 26 ປະເທດ ແລະ ຜູ້ຕາງໜ້າຈາກອົງການສະຫະປະຊາຊາດ ແລະ ອົງການອະນາໄມ ໂລກເຂົ້າຮ່ວມ. ກອງປະຊຸມຄັ້ງນີ້ ໄດ້ຮັບຊາບຕໍ່ການແຈ້ງສະພາບການ ກໍຄື ມາດຕະການ ໃນການສະກັດກັ້ນ, ເຝົ້າລະວັງ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະ ຍາດໂຄວິດ-19 ຂອງບັນດາປະເທດທີ່ເຂົ້າຮ່ວມກອງປະຊຸມ. ພ້ອມດຽວກັນນີ້, ຍັງໄດ້ປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນກໍຄືບົດຮຽນທີ່ດີໃນການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19.

ປະເທດລາວ ໄດ ເຂ າຮ ວມກອງປະຊ ມຖ າຍທອດສ ດລະດ ບສ ງ ເພ ອການຮ ວມມ ສາກ ນ
ທ່ານ ສະເຫຼີມໄຊ ກົມມະສິດ - ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ. ລາວ. (ພາບ: kongthap)

ນອກນັ້ນ, ກອງປະຊຸມຍັງໄດ້ແລກປ່ຽນຄໍາຄິດເຫັນກ່ຽວກັບມາດຕະການ ໃນການຟື້ນຟູເສດຖະກິດພາຍຫຼັງການແຜ່ລະບາດຂອງພະຍາດດັ່ງກ່າວ, ໂດຍສະເພາະການຊຸກຍູ້ສົ່ງເສີມການຮ່ວມມືທາງດ້ານເສດຖະກິດ, ການຄ້າ-ການລົງທຶນ, ການເຊື່ອມຈອດ ແລະ ການໄປມາຫາສູ່ກັນລວມທັງການສະໜັບສະໜູນບັນດາໂຄງການທີ່ີຢູ່ພາຍໃຕ້ການຮ່ວມມືໜຶ່ງແລວ ໜຶ່ງເສັ້ນທາງເພື່ອຮັບປະກັນເຮັດໃຫ້ເສດຖະກິດກັບຄືນສູ່ສະພາບປົກກະຕິໂດຍໄວ. ໃນກອງປະຊຸມຄັ້ງນີ້, ທ່ານ ສະເຫຼີມໄຊ ກົມມະສິດ, ໄດ້ແຈ້ງໃຫ້ຜູ້ເຂົ້າຮ່ວມກອງປະຊຸມຮັບຊາບກ່ຽວກັບສະພາບການຫຼ້າສຸດຂອງການແຜ່ລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ ແລະ ໄດ້ປະກາດຜົນສຳເລັດໃນ ເບື້ອງຕົ້ນ ໃນການແກ້ໄຂ ແລະ ຮັບມືກັບພະຍາດດັ່ງກ່າວຂອງ ສປປ ລາວ, ໂດຍຜົນສຳເລັດດັ່ງກ່າວນີ້ຍ້ອນລັດຖະບານລາວໄດ້ມີນະໂຍບາຍ ແລະ ມາດຕະການທີ່ຖືກຕ້ອງ ແລະ ສອດຄ່ອງ ແຕ່ຫົວທີ.

ເຖິງວ່າ ສປປ ລາວ ຈະໄດ້ຮັບຜົນສຳເລັດເບື້ອງຕົ້ນກໍຕາມ, ແຕ່ ສປປ ລາວ ຍັງສືບຕໍ່ຈັດຕັ້ງປະຕິບັດບັນດາມາດຕະການ ໃນການປ້ອງກັນ ແລະ ຕິດຕາມສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງໃກ້ສິດ. ພ້ອມດຽວກັນນີ້, ທ່ານ ລັດຖະມົນຕີ ຍັງໄດ້ສະເໜີຕໍ່ກອງປະຊຸມໃຫ້ສືບຕໍ່ຮ່ວມມືກັນໃນການແລກປ່ຽນຂໍ້ມູນຂ່າວສານ ກ່ຽວກັບສະພາບການ ກໍຄືມາດຕະການ ແລະ ບົດຮຽນທີ່ດີ ໃນການແກ້ໄຂພະຍາດໂຄວິດ-19, ໃຫ້ການຊ່ວຍເຫຼືອດ້ານເຕັກນິກ-ວິຊາການລວມທັງການຮ່ວມກັນຄົ້ນຄວ້າ ແລະ ພັດທະນາຢາປິ່ນປົວກໍຄືຢາປ້ອງກັນພະຍາດໂຄວິດ-19 ລວມທັງ ຮ່ວມກັນຜະ ລິດຢາດັ່ງກ່າວ ແລະ ຮ່ວມມືກັນ ໃນການຟື້ນຟູເສດຖະກິດ-ສັງຄົມໂດຍສະເພາະການຄ້າ, ການລົງທຶນ, ການເຊື່ອມຈອດ ແລະ ການໄປມາຫາສູ່ກັນພາຍຫຼັງສີ້ນສຸດການລະບາດພະຍາດໂຄວິດ-19. ພ້ອມດຽວກັນນັ້ນ, ທ່ານລັດຖະມົນຕີກະຊວງການຕ່າງ ປະເທດ ສປປ ລາວ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ ສປ ຈີນ, ບັນດາປະເທດເພື່ອນມິດ, ອົງການຈັດຕັ້ງສາກົນ, ຫົວໜ່ວຍທຸລະກິດ ແລະ ພາກສ່ວນຕ່າງໆ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນລໍ້າຄ່າແກ່ ສປປ ລາວ ໃນການປ້ອງກັນ, ຮັບມື ແລະ ແກ້ໄຂພະຍາດໂຄວິດ-19ຈົນໄດ້ຮັບຜົນສຳເລັດເປັນກ້າວໆມາ.

ໃນກອງປະຊຸມຄັ້ງນີ້ ໄດ້ຮັບຮອງເອົາຖະແຫຼງການຂອງກອງປະຊຸມທາງໄກລະດັບສູງໜຶ່ງແລວໜຶ່ງເສັ້ນທາງເພື່ອການຮ່ວມມືສາກົນ: ການຮ່ວມມືກັນໃນການຮັບມືຕ້ານການແຜ່ລະບາດພະຍາດໂຄວິດ-19 ເພື່ອໃຫ້ປະເທດສະມາຊິກນໍາໄປ ຈັດຕັ້ງຜັນຂະຫຍາຍຕໍ່ໄປ.

ປະເທດລາວ ໄດ ເຂ າຮ ວມກອງປະຊ ມຖ າຍທອດສ ດລະດ ບສ ງ ເພ ອການຮ ວມມ ສາກ ນ ສປປ ລາວ ຮ່ວມປະຊຸມທາງໄກສະໄໝພິເສດ ລັດຖະມົນຕີ ຕ່າງປະເທດ ອາຊຽນ-ລັດເຊຍ ວ່າດ້ວຍການຕ້ານ ການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19

ໃນວັນທີ 17 ມິຖຸນາ 2020 ທີ່ກະຊວງການຕ່າງປະເທດ ສປປ.ລາວ, ທ່ານ ສະເຫລີມໄຊ ກົມມະສິດ - ລັດຖະມົນຕີກະຊວງການຕ່າງປະເທດສປປ.ລາວ ໄດ້ນໍາພາຄະນະຜູ້ແທນເຂົ້າຮ່ວມກອງປະຊຸມຖ່າຍທອດສົດ ລະຫວ່າງລັດຖະມົນຕີຕ່າງປະເທດອາຊຽນ-ລັດເຊຍ ວ່າດ້ວຍການປ້ອງກັນ ແລະ ຕ້ານການແຜ່ລະບາດພະຍາດ COVID-19.

ປະເທດລາວ ໄດ ເຂ າຮ ວມກອງປະຊ ມຖ າຍທອດສ ດລະດ ບສ ງ ເພ ອການຮ ວມມ ສາກ ນ ກົມໃຫຍ່ພະລາທິການ ກອງທັບປະຊາຊົນຫວຽດນາມ ໄດ້ຈັດຕັ້ງພິທີມອບ-ຮັບລະບົບເຕົານໍ້າມັນ 150-K18 ລວມ 5 ຊຸດ ໃຫ້ແກ່ກົມໃຫຍ່ພະລາທິການ, ກະຊວງປ້ອງກັນປະເທດລາວ

ຍສໝ - ເມື່ອບໍ່ດົນມານີ້, ທີ່ດ່ານສາກົນເກົ່າແຈວ (ຮ່າຕິ້ງ), ກົມໃຫຍ່ພະລາທິການ ກອງທັບປະຊາຊົນຫວຽດນາມ ໄດ້ຈັດຕັ້ງພິທີມອບ-ຮັບລະບົບເຕົານໍ້າມັນ 150-K18 ລວມ 5 ຊຸດ ໃຫ້ແກ່ກົມໃຫຍ່ພະລາທິການ, ກະຊວງປ້ອງກັນປະເທດລາວ.

ປະເທດລາວ ໄດ ເຂ າຮ ວມກອງປະຊ ມຖ າຍທອດສ ດລະດ ບສ ງ ເພ ອການຮ ວມມ ສາກ ນ ປະເທດລາວ ສະໜັບສະໜູນ ຜູ້ອອກແຮງງານທີ່ຖືກຮັບຜົນກະທົບຍ້ອນພະຍາດ COVID-19

ຍສໝ - ກະຊວງແຮງງານ ແລະ ສະຫວັດດີການສັງຄົມຂອງປະເທດລາວ ໄດ້ອອກກົດລະບຽບຢ່າງບັງຄັບເຊິ່ງ ໃຫ້ຈ່າຍເງິນເດືອນ ແລະ ສະໜັບສະໜູນ ໃຫ້ແກ່ຜູ້ອອກກແຮງງານທີ່ໄດ້ຮັບຜົນກະທົບ ຍ້ອນການລະບາດຂອງພະຍາດ COVID-19.

kongthap.la

ເຫດການ
302 Found

Found

The document has moved here.