ປະເທດລາວ ໄດ້ເຂົ້າສູ່ໄລຍະທີ 5 ຂອງການປ້ອງກັນ ແລະ ຄວບຄຸມພະຍາດ COVID-19

07:03 | 04/08/2020

ຍສໝ - ວັນທີ 2 ສິງຫາ ເຊິ່ງເປັນມື້ທຳອິດທີ່ປະເທດລາວ ໄດ້ປະຕິບັດມາດຕະການແຍກອອກຫ່າງທາງສັງຄົມ ເຊິ່ງແກ່ຍາວຮອດວັນທີ 31 ສິງຫາ ຕາມແຈ້ງການຂອງຫ້ອງການນາຍົກລັດຖະມົນຕີ ສປປ.ລາວ.

ປະເທດລາວ ໄດ ເຂ າສ ໄລຍະທ 5 ຂອງການປ ອງກ ນ ແລະ ຄວບຄ ມພະຍາດ covid 19 ລັດຖະມົນຕີການຕ່າງປະເທດລາວ ຖືວ່າ ຫວຽດນາມໄດ້ມີການປະກອບສ່ວນສໍາຄັນຫຼາຍຢ່າງໃນຖານະຕໍາແໜ່ງເປັນປະທານ ກໍ່ຄືໃນຖານະຕໍາແໜ່ງເປັນສະມາຊິກຂອງອາຊຽນ
ປະເທດລາວ ໄດ ເຂ າສ ໄລຍະທ 5 ຂອງການປ ອງກ ນ ແລະ ຄວບຄ ມພະຍາດ covid 19 ປະເທດລາວ ຈັດພິທີເປີດອານຸສອນສະຖານຄຸກກັກຂັງຜູ້ນຳພັກ-ແນວລາວຮັກຊາດ

ບັນດາມາດຕະການເຫຼົ່ານີ້ ແມ່ນແນໃສ່ເພື່ອປ້ອງກັນ ແລະ ສະກັດກັ້ນການລະບາດຂອງພະຍາດ COVID-19 ໃນສະພາບການທີ່ປະເທດລາວ ມີຜູ້ປ່ວຍຕິດເຊື້ອ SARS-CoV-2 ພຽງແຕ່ຄົນດຽວ ແລະ ເປັນກໍລະນີໃໝ່ຫາກໍເຂົ້າເມືອງ.

ເມື່ອປຽບທຽບກັບມາດຕະການແຍກອອກຫ່າງທາງສັງຄົມຂັ້ນຕອນທີ 4 ເຊິ່ງຈັດຕັ້ງປະຕິບັດແຕ່ວັນທີ 1 ເຖິງວັນທີ 31 ກໍລະກົດ, ປະເທດລາວ ໄດ້ນຳໃຊ້ນະໂຍບາຍຊົ່ວຄາວໃນການຢຸດເຊົາບັນດາຖ້ຽວບິນຕ່າງປະເທດ.

ປະເທດລາວ ໄດ ເຂ າສ ໄລຍະທ 5 ຂອງການປ ອງກ ນ ແລະ ຄວບຄ ມພະຍາດ covid 19
ເຂດປິ່ນປົວຄົນເຈັບ COVID-19 ຢູ່ໂຮງໝໍມິດຕະພາບລາວ, ໃຈກາງນະຄອນຫຼວງວຽງຈັນ. (ພາບ: nhandan)

ຄະນະຮັບຜິດຊອບໂດຍສະເພາະສຳລັບການຄວບຄຸມແລະແກ້ໄຂພະຍາດ COVID-19 ແຫ່ງຊາດລາວ ກັບອົງການການບິນພົນລະເຮືອນປະເທດລາວ ໄດ້ອອກມາດຕະການໃໝ່ຢ່າງເຂັ້ມງວດ ໃນການຍື່ນສະເໜີຕໍ່ລັດຖະບານເພື່ອພິຈາລະນາ ແລະ ມອບໝາຍໃຫ້ອົງການການບິນພົນລະເຮືອນ ປະຕິບັດເຈລະຈາຕໍ່ໄປກັບສາຍການບິນຕ່າງປະເທດ.

ປັດຈຸບັນ, ສປປ.ລາວ ຍັງສືບຕໍ່ປະຕິບັດມາດຕະການ ທີ່ໄດ້ກຳນົດໄວ້ຢ່າງເຂັ້ມງວດໃນວັນທີ 29 ມີນາ 2020, ເຊັ່ນ: ການປິດຮ້ານຄາຣາໂອເກະ, ບັນເທີງ ແລະ ຮ້ານເກມ; ສືບຕໍ່ປິດດ່ານຊາຍແດນດັ້ງເດີມ ແລະ ທ້ອງຖິ່ນສຳລັບການເຂົ້າ - ອອກເມືອງຂອງເປົ້າໝາຍວິຊາທຳມະດາ, ຍົກເວັ້ນບາງປະຕູຊາຍແດນດັ້ງເດີມ ແລະ ດ່ານຊາຍແດນທ້ອງຖິ່ນທີ່ລັດຖະບານສປປ.ລາວ ອະນຸຍາດໃຫ້ຂົນສົ່ງສິນຄ້າຜ່ານມາ.

ພ້ອມດຽວກັນນີ້, ສືບຕໍ່ປິດປະຕູຊາຍແດນສາກົນສຳລັບການເຂົ້າ - ອອກເມືອງຂອງເປົ້າໝາຍວິຊາທຳມະດາ, ຍົກເວັ້ນພົນລະເມືອງລາວ.

ຄົນຕ່າງປະເທດ ມີເຫດຜົນທີ່ຈຳເປັນ ແລະ ຮີບດ່ວນສຳລັບການເຂົ້າ - ອອກເມືອງປະເທດລາວ ແລະ ຕ້ອງໄດ້ຮັບອະນຸຍາດຈາກຄະນະຮັບຜິດຊອບ, ການຂົນສົ່ງສິນຄ້າຜ່ານດ່ານຊາຍແດນສາກົນຍັງດຳເນີນໄປເປັນປົກກະຕິ; ສືບຕໍ່ຢຸດການອອກວີຊາເຂົ້າ - ອອກເມືອງສຳລັບນັກທ່ອງທ່ຽວ ສຳລັບກໍລະນີທີ່ຈະເຂົ້າມາ ຫລື ຜ່ານປະເທດບ່ອນທີ່ລະບາດ ພະຍາດ COVID-19; ສຳລັບພະນັກງານການທູດ, ຜູ້ຊ່ຽວຊານ, ນັກລົງທືນ, ນັກທຸລະກິດ, ນັກເຕັກນິກ ແລະ ແຮງງານຕ່າງປະເທດ ທີ່ມີຄວາມຕ້ອງການ ແລະ ຮີບດ່ວນ, ພວກເຂົາອາດຈະເຂົ້າ - ອອກເມືອງປະເທດລາວ ເພື່ອປະຕິບັດວຽກງານການທູດ, ບັນດາກິດຈະກຳ, ໂຄງການ ແຕ່ຕ້ອງໄດ້ຮັບການອະນຸມັດຈາກຄະນະຮັບຜິດຊອບໂດຍສະເພາະສຳລັບການຄວບຄຸມແລະແກ້ໄຂພະຍາດ COVID-19 ແຫ່ງຊາດລາວ.

ປະເທດລາວ ໄດ ເຂ າສ ໄລຍະທ 5 ຂອງການປ ອງກ ນ ແລະ ຄວບຄ ມພະຍາດ covid 19 ຫວຽດນາມ ໄດ້ສົ່ງເສີມວຽກງານການບຳລຸງສ້າງນັກສຶກສາຕ່າງປະເທດລາວ ຢູ່ມະຫາວິທະຍາໄລທິດຕາເວັນຕົກສຽງເໜືອ

ຍສໝ - ປະຈຸບັນ, ມະຫາວິທະຍາໄລທິດຕາເວັນຕົກສຽງເໜືອ ມີນັກສຶກສາລາວ 836 ຄົນ ທີ່ກຳລັງສຶກສາຮ່ຳຮຽນໃນ 23 ພາກວິຊາປະລິນຍາຕີ ແລະ 3 ພາກວິຊາຈົບການສຶກສາພາຍຫຼັງປະລິນຍາຕີ, ເຊິ່ງມີສາຂາວິຊາຄື: ສ້າງຄູ, ເສດຖະສາດ, ກະສິກຳ ແລະ ປ່າໄມ້, ເຕັກໂນໂລຊີຂໍ້ມູນຂ່າວສານ.

ປະເທດລາວ ໄດ ເຂ າສ ໄລຍະທ 5 ຂອງການປ ອງກ ນ ແລະ ຄວບຄ ມພະຍາດ covid 19 ປະເທດລາວ ຈັດພິທີເປີດອານຸສອນສະຖານຄຸກກັກຂັງຜູ້ນຳພັກ-ແນວລາວຮັກຊາດ

ໃນວັນທີ 13 ກໍລະກົດ ກະຊວງປ້ອງກັນປະເທດ ໄດ້ຈັດພິທີເປີດອະນຸສອນສະຖານຄຸກກັກຂັງຜູ້ນຳພັກ-ແນວລາວ ຮັກຊາດ (ຈຳນວນ 16 ທ່ານ) ຂອງລັດຖະບານຫຸ່ນຂາຍຊາດ ຝ່າຍວຽງຈັນ ຢູ່ທີ່ຄ້າຍໂພນເຄັງ ຢ່າງເປັນທາງການ.

ປະເທດລາວ ໄດ ເຂ າສ ໄລຍະທ 5 ຂອງການປ ອງກ ນ ແລະ ຄວບຄ ມພະຍາດ covid 19 ປະເທດລາວ: 95 ມື້ຕິດຕໍ່ກັນ ສປປ.ລາວ ບໍ່ພົບຜູ້ຕິດເຊື້ອພະຍາດ COVID-19 ລາຍໃໝ່ຢູ່ໃນສັງຄົມ

ໃນວັນທີ 13 ກໍລະກົດ 2020 ທີ່ກະຊວງສາທາລະນະສຸກ ໄດ້ລາຍງານສະພາບການລະບາດ ຂອງພະຍາດໂຄວິດ-19 ໃນ ສປປ ລາວ ໂດຍ ທ່ານ ດຣ. ຣັດສະໝີ ວົງຄຳຊາວ ຮອງຫົວໜ້າ ກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ມີສື່ມວນຊົນເຂົ້າຮ່ວມ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.