ປະເທດລາວ ໄດ້ຜ່ອນຄາຍຂໍ້ຈຳກັດທາງສັງຄົມ, ສືບຕໍ່ຄວບຄຸມການເຂົ້າເມືອງຢ່າງເຂັ້ມງວດຈົນຮອດທ້າຍເດືອນມິຖຸນາ

17:30 | 31/05/2020

ຍສໝ - ຫຼັງຈາກ 47 ມື້ຕິດຕໍ່ກັນທີ່ບໍ່ໄດ້ກວດພົບກໍລະນີໃໝ່ ທີ່ຕິດ​ເຊື້ອພະຍາດ COVID-19,  ໃນຕອນບ່າຍຂອງວັນທີ 30 ພຶດສະພາ, ປະເທດລາວ ໄດ້ສືບຕໍ່ຜ່ອນຄາຍຂໍ້ຈຳກັດທາງດ້ານສັງຄົມບາງຢ່າງ, ພ້ອມກັນນັ້ນ ໄດ້ສືບຕໍ່ຄຸ້ມຄອງການເຂົ້າ-ອອກເມືອງຢ່າງເຂັ້ມງວດ.

ປະເທດລາວ ໄດ ຜ ອນຄາຍຂ ຈຳກ ດທາງສ ງຄ ມ ສ ບຕ ຄວບຄ ມການເຂ າເມ ອງຢ າງເຂ ມງວດຈ ນຮອດທ າຍເດ ອນມ ຖ ນາ ປະເທດລາວ: ໄຂງານວາງສະແດງຜະລິດຕະພັນກະສິກຳສະອາດ ແລະ ຈຳໜ່ວຍເບ້ຍໄມ້ ປີ 2020
ປະເທດລາວ ໄດ ຜ ອນຄາຍຂ ຈຳກ ດທາງສ ງຄ ມ ສ ບຕ ຄວບຄ ມການເຂ າເມ ອງຢ າງເຂ ມງວດຈ ນຮອດທ າຍເດ ອນມ ຖ ນາ ປະເທດລຸກຊຳບວກ ມອບອຸປະກອນການແພດມູນຄ່າ 2,36 ຕື້ກີບໃຫ້ປະເທດລາວ ເພື່ອຕ້ານ COVID-19

ໃນກອງປະຊຸມຖະແຫຼງຂ່າວໃນຕອນບ່າຍວັນທີ 30 ພຶດສະພາ ທີ່ນະຄອນຫຼວງວຽງຈັນ, ທ່ານບຸນກອງສີຫາວົງ - ລັດຖະມົນຕີກະຊວງສາທາລະນະສຸກ ປະເທດລາວ ໄດ້ກ່າວວ່າ, ໃນເວລາແມ່ນ 47 ມື້ຕິດຕໍ່ກັນ ປະເທດລາວບໍ່ໄດ້ກວດພົບກໍລະນີໃໝ່ ທີ່ຕິດ​ເຊື້ອພະຍາດ COVID-19, ແລະ ປິ່ນປົວເຊົາເຈັບໄດ້ທັງໝົດ 16 ກໍລະນີ.

ດ້ວຍຜົນໄດ້ຮັບດັ່ງກ່າວ, ລັດຖະບານປະເທດລາວ ໄດ້ຕັດສິນໃຈຜ່ອນຄາຍບາງມາດຕະການຈຳກັດທາງດ້ານສັງຄົມ ທີ່ໄດ້ນຳໃຊ້ເຂົ້າໃນການປ້ອງກັນພະຍາດ COVID-19 ໃນໄລຍະຜ່ານມາ. ຕາມນັ້ນແລ້ວ, ປະເທດລາວ ໄດ້ຮຽກຮ້ອງໃຫ້ປະຊາຊົນ ບໍ່ໃຫ້ມີຄວາມລະເລີຍ, ບໍ່ໄດ້ປະໝາດ, ສືບຕໍ່ປະຕິບັດກົດລະບຽບ ແລະ ຫຼັກການດ້ານຄວາມປອດໄພດ້ານສຸຂາພິບານຢ່າງເຂັ້ມງວດ, ເຊັ່ນ: ຮັກສາໄລຍະຫ່າງ, ການລ້າງມືເປັນປະຈຳ, ອະນາໄມສະຖານທີ່ພັດພາອາໄສ ແລະ ບ່ອນເຮັດວຽກ.

ປະເທດລາວ ໄດ ຜ ອນຄາຍຂ ຈຳກ ດທາງສ ງຄ ມ ສ ບຕ ຄວບຄ ມການເຂ າເມ ອງຢ າງເຂ ມງວດຈ ນຮອດທ າຍເດ ອນມ ຖ ນາ
ລັດຖະບານລາວ ສືບຕໍ່ຄວບຄຸມການເຂົ້າເມືອງຢ່າງເຂັ້ມງວດຈົນຮອດທ້າຍເດືອນມິຖຸນາ. (ພາບ: baohatinh)

ລັດຖະບານລາວ ອະນຸຍາດໃຫ້ເປີດການສຶກສາທຸກລະດັບ ນັບແຕ່ວັນທີ 15 ມິຖຸນາ; ອະນຸຍາດໃຫ້ຈັດການແຂ່ງຂັນກິລາທຸກປະເພດ ແຕ່ບໍ່ມີຜູ້ຊົມ; ອະນຸຍາດໃຫ້ເປີດໂຮງຮູບເງົາ, ຕະຫລາດກາງຄືນ, ຮ້ານອາຫານ ແລະ ເຄື່ອງດື່ມ (ຮ້ານຂາຍເຫຼົ້າ ແລະ ເບຍທີ່ຍັງບໍ່ທັນເປີດ). ລັດຖະບານລາວ ກໍ່ໃຫ້ອະນຸຍາດ ບັນດາວິສາຫະກິດ, ໂຮງງານ ແລະ ໂຄງການຕ່າງໆກັບຄືນສູ່ການເຄື່ອນໄຫວເປັນປົກກະຕິ ແຕ່ວ່າ ຕ້ອງປະຕິບັດຕາມກົດລະບຽບດ້ານສຸຂະອະນາໄມ ແລະ ສະພາບແວດລ້ອມທາງສັງຄົມຢ່າງເຂັ້ມງວດ.

ເພື່ອຫຼຸດຜ່ອນຄວາມສ່ຽງຈາກພະຍາດຂອງ COVID-19, ລັດຖະບານລາວ ໄດ້ຕັດສິນໃຈວ່າ ຈະສືບຕໍ່ປິດປະຕູຊາຍແດນສຳຮອງ ແລະ ປະຕູຊາຍແດນດັ້ງເດີມ. ໂດຍສະເພາະ ສຳລັບປະຕູຊາຍແດນສາກົນ, ລັດຖະບານລາວ ຈະສືບຕໍ່ໂຈະກິດຈະກຳເຂົ້າ - ອອກເມືອງ ຍົກເວັ້ນກໍລະນີທີ່ມີໃບອະນຸຍາດ.

ປະເທດລາວ ໄດ ຜ ອນຄາຍຂ ຈຳກ ດທາງສ ງຄ ມ ສ ບຕ ຄວບຄ ມການເຂ າເມ ອງຢ າງເຂ ມງວດຈ ນຮອດທ າຍເດ ອນມ ຖ ນາ ຜູ້ນຳສາກົນ 50 ປະເທດ ໄດ້ຮຽກຮ້ອງທົ່ວໂລກ ໃຫ້ມີການຮ່ວມມືກັນ ຫຼັງຈາກໂລກລະບາດ COVID-19

ຍສໝ - ໃນວັນທີ 28 ພຶດສະພາ ບັນດາຜູ້ນຳສາກົນໄດ້ຍົກຄຳຮຽກຮ້ອງ ໃນກອງປະຊຸມອອນລາຍຂອງສະຫະປະຊາຊາດ ໂດຍບໍ່ມີການເຂົ້າຮ່ວມຂອງ 3 ປະເທດໃຫຍ່ຂອງໂລກ, ຄື: ອາເມລິກາ, ຈີນ ແລະ ຣັດເຊຍ.

ປະເທດລາວ ໄດ ຜ ອນຄາຍຂ ຈຳກ ດທາງສ ງຄ ມ ສ ບຕ ຄວບຄ ມການເຂ າເມ ອງຢ າງເຂ ມງວດຈ ນຮອດທ າຍເດ ອນມ ຖ ນາ ປະເທດລາວ ເລີ່ມຕົ້ົ້ນການຜະລິດ ຜ້າບັງປາກທາງການແພດ ດ້ວຍຕົນເອງເພື່ອຕ້ານ ພະຍາດ Covid-19

ຍສໝ - ລັດຖະບານລາວ ໄດ້ອະນຸມັດໂຄງການຜະລິດຜ້າບັງປາກ ໂດຍມີການເຂົ້າຮ່ວມຂອງຫຼາຍວິສາຫະກິດ.ຢຢ

ປະເທດລາວ ໄດ ຜ ອນຄາຍຂ ຈຳກ ດທາງສ ງຄ ມ ສ ບຕ ຄວບຄ ມການເຂ າເມ ອງຢ າງເຂ ມງວດຈ ນຮອດທ າຍເດ ອນມ ຖ ນາ ລາວ ເລີ່ມປະຕິບັດຜ່ອນຜັນບາງມາດຕະການ ແລະ ໃຫ້ສືບຕໍ່ປະຕິບັດບາງມາດຕະການປ້ອງກັນການຕິດເຊື້ອໃນທົ່ວປະເທດ

ຍສໝ - ລັດຖະບານ ລາວ ໄດ້ຕົກລົງ ແລະ ຊີ້ນໍາ ກ່ຽວກັບການຜ່ອນຜັນມາດຕະການຈຳນວນໜຶ່ງ ແລະ ສືບຕໍ່ປະຕິບັດຢ່າງເຂັ້ມງວດບາງມາດຕະການປ້ອງກັນການຕິດເຊື້ອ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.