ປະເທດລາວ ໄດ້ບັນທຶກກໍລະນີຕິດເຊື້ອພະຍາດ Covid-19 ທີ 9, ແຫຼ່ງຕິດຕິດທີ່ຍັງບໍ່ທັນຮູ້ເທື່ອ

11:59 | 31/03/2020

ຍສໝ - ຕອນບ່າຍວັນທີ 30 ມີນາ, ກະຊວງສາທາລະນະສຸກ ສປປ.ລາວ ຢືນຢັນວ່າ ປະເທດນີ້ໄດ້ບັນທຶກກໍລະນີຕິດເຊື້ອໄວຣັດ Covid - 19 ເພີ່ມຂຶ້ນອີກ 1 ຄົນ, ເຊິ່ງເຮັດໃຫ້ຈຳນວນຜູ້ຕິດເຊື້ອທັງໝົດ ຢູ່ລາວ ເປັນ 9 ຄົນແລ້ວ.

ໃນວັນທີ 30 ມີນາ, ທ່ານ ພູທອນ ເມືອງປາກ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ສປປ.ລາວ ໃຫ້ຮູ້ວ່າ ຮອດ 17.00 ໂມງແລງ, ປະເທດລາວ ໄດ້ບັນທຶກກໍລະນີຕິດເຊື້ອພະຍາດ Covid-19 ທີ 9 ປະເທດລາວ ໄດ້ບັນທຶກກໍລະນີຕິດເຊື້ອພະຍາດ Covid-19 ທີ 9.

ອີງຕາມການແຈ້ງການ ຂອງກະຊວງສາທາລະນະສຸກ, ໃນວັນທີ 29 ມີນາ 2020 ມີກໍລະນີສົງໄສ 64 ກໍລະນີ ທີ່ຕິດຕາມຢູ່ໂຮງໝໍໃນ ນະຄອນຫຼວງວຽງຈັນ 49 ກໍລະນີ, ແຂວງຫຼວງພະບາງ 11 ກໍລະນີ, ແຂວງສາລະວັນ 2 ກໍລະນີ, ແຂວງໄຊຍະບູລີ ແລະ ຜົ້ງສາລີ ແຂວງລະ 1 ກໍລະນີ.

ປະເທດລາວ ໄດ້ບັນທຶກກໍລະນີຕິດເຊື້ອພະຍາດ Covid-19 ທີ 9, ແຫຼ່ງຕິດຕິດທີ່ຍັງບໍ່ທັນຮູ້ເທື່ອ

ທ່ານ ພູທອນ ເມືອງປາກ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ສປປ.ລາວ ໃຫ້ຮູ້ວ່າປະເທດລາວ ໄດ້ບັນທຶກກໍລະນີຕິດເຊື້ອພະຍາດ Covid-19 ທີ 9. (ພາບ: Lao tholakhong)

ໃນຜົນກວດວິເຄາະ 63 ກໍລະນີ ເປັນຖືກຕິດເຊື້ອ ໄວຣັດ Covid – 19 ມີ 1 ກໍລະນີ. ເປັນເພດຍິງ ອາຍຸ 22 ປີ ຢູ່ບ້ານ ໂພນພະເນົາ, ເມືອງ ໄຊເສດຖາ. ປັັດຈຸບັນ, ຜູ້ນີ້ໄດ້ເອົາເຂົ້ານອນປິ່ນປົວຢູ່ໂຮງໝໍມິດຕະພາບ, ມີສະພາບສຸຂະພາບທີ່ສະແດງອາການບໍ່ຮຸນແຮງ, ຖືກໄອ ແລະ ໄຂ້. ໄດ້ທີ່ຮູ້ວ່າ ຜູ້ນີ້ໄດ້ປະຫວັດການເດີນທາງມາແຕ່ປະເທດໄທ ໃນວັນທີ 14 ມີນານີ້. ນີ້ກໍ່ແມ່ນກໍລະນີ ຖືກຕິດເຊື້ອທຳອິດໃນລາວໂດຍບໍ່ມີການພົວພັນກັບ 8 ກໍລະນີທີ່ຜ່ານມາ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.