ປະເທດລາວ ເຂົ້າຮ່ວມກອງປະຊຸມຖ່າຍທອດສົດຜູ້ບັນຊາການທະຫານບົກອາຊຽນ

20:00 | 11/07/2020

ໃນວັນທີ 10 ກໍລະກົດ ນີ, ທ່ານ ພົນຕີ ຈັນທອງ ສອນຕະອາດ - ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ໄດ້ນໍາພາຄະນະ ເຂົ້າຮ່ວມກອງປະຊຸມທາງໄກ ຜູ້ ບັນຊາການທະຫານບົກອາຊຽນ ໂດຍການເປັນປະທານຂອງ ທ່ານ ພົນຈັດຕະວາ ດາໂຕະ ເຊ ຣີ ພາລາວັນ ຜູ້ບັນຊາການທະຫານບົກບຣູໄນ.

ປະເທດລາວ ເຂ າຮ ວມກອງປະຊ ມຖ າຍທອດສ ດຜ ບ ນຊາການທະຫານບ ກອາຊຽນ ປະເທດລາວ ໄດ້ສົ່ງເສີມການສົ່ງອອກຜະລິດຕະພັນກະເສດ13 ປະເພດໄປມາຫວຽດນາມ
ປະເທດລາວ ເຂ າຮ ວມກອງປະຊ ມຖ າຍທອດສ ດຜ ບ ນຊາການທະຫານບ ກອາຊຽນ ຫວຽດນາມ ໄດ້ຊ່ວຍເຫຼືອປະເທດລາວ ກໍ່ສ້າງສູນປ້ອງກັນ ແລະ ສະກັດກັ້ນພະຍາດໄຂ້ຍຸງ

ກອງປະຊຸມທາງໄກຜູ້ບັນຊາການທະຫານບົກອາຊຽນຄັ້ງ​ນີ້ ມີການເຂົ້າຮ່ວມໂດຍມີຜູ້ບັນຊາການທະຫານບົກອາຊຽນຈາກ 10 ປະເທດສະມາຊິກ ເຂົ້າຮ່ວມ. ກອງປະຊຸມໃນຄັ້ງນີ້ແມ່ນໄດ້ແລກປ່ຽນບົດຮຽນ ແລະ ປະສົບການໃນການຮັບມື ແລະ ປ້ອງກັນພະຍາດລະບາດໂຄວິດ-19 ຂອງກອງທັບບົກຂອງບັນດາປະເທດສະມາຊິກອາຊຽນ.

ກອງທັບຂອງບັນດາປະເທດສະມາຊິກອາຊຽນເຫັນວ່າມີບົດບາດສໍາຄັນ ໃນການຊ່ວຍຮັບມື ແລະ ສະກັດກັ້ນການແຜ່ລະບາດຂອງພະ ຍາດໂຄວິດ-19 ໂດຍໄດ້ເຮັດ ວຽກຮ່ວມກັບບັນດາອົງການຈັດຕັ້ງທີ່ກ່ຽວຂ້ອງພາຍໃນຂອງຕົນ ຢ່າງໃກ້ຊິດ ໂດຍສະເພາະແມ່ນ ກະຊວງສາທາລະນະສຸກ.

ປະເທດລາວ ເຂ າຮ ວມກອງປະຊ ມຖ າຍທອດສ ດຜ ບ ນຊາການທະຫານບ ກອາຊຽນ
ປະເທດລາວ ເຂົ້າຮ່ວມກອງປະຊຸມທາງໄກຜູ້ບັນຊາການທະຫານບົກອາຊຽນ. (ພາບ: kongthap)

ກິດຈະກໍາທີ່ບັນດາກອງທັບຂອງບັນດາປະເທດສະມາຊິກອາຊຽນໄດ້ ປະກອບສ່ວນລວມມີການສ້າງຕັ້ງຄະນະສະເພາະກິດໃນການ ຮັບມືພະຍາດລະບາດໂຄວິດ-19, ການຊ່ວຍຕິດຕາມ ແລະ ແຍກ ກຸ່ມຄົນທີ່ສົງໄສ ໂດຍສະເພາະ ແມ່ນຜູ້ທີ່ເດີນທາງມາຈາກຕ່າງປະເທດ, ໃຫ້ການຊ່ວຍເຫຼືອທາງດ້ານສະຖານທີ່, ການບໍລິການ ແລະ ອຸປະກອນການແພດໃຫ້ແກ່ ປະຊາຊົນ. ກອງປະຊຸມຍັງໄດ້ຕົກ ລົງບັນຫາສຳຄັນເຊັ່ນ: ການຈັດການແຂ່ງຂັນຍິງປືນອາຊຽນ ຄັ້ງທີ 30 ແລະ ກິດຈະກໍາອື່ນໆ ທີ່ປິ່ນອ້ອມປະຈໍາປີ 2020 ແມ່ນ ຈະເລື່ອນໄປໃສ່ປີ 2021 ແທນ ຍ້ອນສະພາບການແຜ່ລະບາດ ຂອງພະຍາດໂຄວິດ-19 ເຊິ່ງກອງທັບບົກປະເທດມຽນມາຈະເປັນເຈົ້າພາບຈັດກິດຈະກໍາດັ່ງກ່າວ.

ສ່ວນກອງປະຊຸມຜູ້ບັນຊາການທະຫານບົກອາຊຽນປະຈໍາປີແມ່ນຍັງຈະສືບຕໍ່ຈັດໃນເດືອນ ພະຈິກ 2020 ໂດຍກອງທັບບົກ ບຣູໄນ ຈະເປັນປະທານແຕ່ຮູບ ແບບຂອງການຈັດກອງປະຊຸມ ແມ່ນຈະເປັນໃນລັກສະນະກອງ ປະຊຸມທາງໄກ.

ກອງປະຊຸມຜູ້ບັນຊາການທະຫານບົກອາຊຽນ ເປັນກົນໄກປຶກສາຫາລືໜຶ່ງທີ່ຢູ່ພາຍໃຕ້ຂອບ ກອງປະຊຸມຜູ້ບັນຊາການທະຫານ ສູງສຸດອາຊຽນ. ກອງປະຊຸມດັ່ງ ກ່າວໄດ້ເປີດໂອກາດໃຫ້ແກ່ຜູ້ບັນຊາການທະຫານບົກອາຊຽນ ເພື່ອ ແລກປ່ຽນທັດສະນະກ່ຽວກັບ ວຽກງານຄວາມໝັ້ນຄົງ ແລະ ສິ່ງທ້າທາຍ ທັງໃນພາກພື້ນ ແລະ ສາກົນ, ປຶກສາຫາລືບັນຫາຕ່າງໆ ທີ່ກ່ຽວຂ້ອງກັບການຮ່ວມມືທີ່ຢູ່ ພາຍໃຕ້ຂອບກອງປະຊຸມຜູ້ບັນຊາ ການທະຫານບົກອາຊຽນ ກໍຄື ກອງປະຊຸມຜູ້ບັນຊາການທະຫານ ສູງສຸດອາຊຽນ. ສະນັ້ນກອງປະຊຸມດັ່ງກ່າວຈຶ່ງເປັນເວທີໜຶ່ງທີ່ໄດ້ ປະກອບສ່ວນອັນສໍາຄັນເຂົ້າໃນ ການສົ່ງເສີມສັນຕິພາບ, ສະຖຽນ ລະພາບ ແລະ ຄວາວມໝັ້ນຄົງ ຂອງພາກພື້ນ.

ປະເທດລາວ ເຂ າຮ ວມກອງປະຊ ມຖ າຍທອດສ ດຜ ບ ນຊາການທະຫານບ ກອາຊຽນ ປະເທດລາວ ໄດ້ສົ່ງເສີມການສົ່ງອອກຜະລິດຕະພັນກະເສດ13 ປະເພດໄປມາຫວຽດນາມ

ຍສໝ - ລາວ ຈະສືບຕໍ່ເພີ່ມທະວີການສົ່ງອອກຜະລິດຕະພັນກະເສດເມື່ອບັນລຸໄດ້ຂໍ້ຕົກລົງສົ່ງອອກຜະລິດຕະພັນກະເສດໄປຍັງຕະຫຼາດສາກົນລວມມີ ຈີນ, ຫວຽດນາມ, ໄທ...

ປະເທດລາວ ເຂ າຮ ວມກອງປະຊ ມຖ າຍທອດສ ດຜ ບ ນຊາການທະຫານບ ກອາຊຽນ ປະເທດລາວ: ຈັດຕັ້ງພິທີມອບ - ຮັບໂຄງການກໍ່ສ້າງ, ສ້ອມແປງສູນບັນຊາ ແລະ ສະໜາມບິນຍົນບໍ່ມີຄົນຂັບ

ເມື່ອບໍ່ດົນມານີ້, ໂຄງການສື່ສານຮັບໃຊ້ການນຳ ແລະ ພາກລັດບໍລິຫານກົມໃຫຍ່ເສນາ ທິການກອງທັບໄດ້ຈັດພິທີມອບ-ຮັບໂຄງການກໍ່ສ້າງ-ສ້ອມແປງ ສູນບັນຊາ ແລະ ສະໜາມບິນຍົນບໍ່ ມີຄົນຂັບ (Drone ) ລະຫວ່າງບໍ ລິສັດ ແອວຊີຂາເຂົ້າ-ຂາອອກ ຈຳກັດຜູ້ດຽວກັບໂຄງການສື່ສານຮັບໃຊ້ການນຳ ແລະ ພາກລັດບໍລິຫານ.

ປະເທດລາວ ເຂ າຮ ວມກອງປະຊ ມຖ າຍທອດສ ດຜ ບ ນຊາການທະຫານບ ກອາຊຽນ ອົງການອະນາໄມໂລກ WHO ໄດ້ຕີລາຄາສູງຕໍ່ຄວາມພະຍາຍາມຂອງ ປະເທດລາວ ໃນການສະກັດກັ້ນພະຍາດ COVID-19

ຍສໝ - ຈົນຮອດວັນທີ 23 ມິຖຸນາ ໄດ້ເປັນເວລາ 70 ວັນຕິດຕໍ່ກັນ ປະເທດລາວບໍ່ມີກໍລະນີໃໝ່ທີ່​ຕິດ​ເຊື້ອພະຍາດ COVID-19, ສະນັ້ນ ປະເທດລາວໄດ້ຮັບການຕີລາຄາສູງຈາກບັນດາອົງການຈັດຕັ້ງສາກົນ ໃນການປ້ອງກັນການລະບາດຂອງພະຍາດຢ່າງມີປະສິດຕິຜົນ.

kpl.gov.la

ເຫດການ
302 Found

Found

The document has moved here.