ປະເທດລາວ: ຈັດຕັ້ງພິທີມອບ - ຮັບໂຄງການກໍ່ສ້າງ, ສ້ອມແປງສູນບັນຊາ ແລະ ສະໜາມບິນຍົນບໍ່ມີຄົນຂັບ

18:00 | 06/07/2020

ເມື່ອບໍ່ດົນມານີ້, ໂຄງການສື່ສານຮັບໃຊ້ການນຳ ແລະ ພາກລັດບໍລິຫານກົມໃຫຍ່ເສນາ ທິການກອງທັບໄດ້ຈັດພິທີມອບ-ຮັບໂຄງການກໍ່ສ້າງ-ສ້ອມແປງ ສູນບັນຊາ ແລະ ສະໜາມບິນຍົນບໍ່ ມີຄົນຂັບ (Drone ) ລະຫວ່າງບໍ ລິສັດ ແອວຊີຂາເຂົ້າ-ຂາອອກ ຈຳກັດຜູ້ດຽວກັບໂຄງການສື່ສານຮັບໃຊ້ການນຳ ແລະ ພາກລັດບໍລິຫານ.

ປະເທດລາວ ຈ ດຕ ງພ ທ ມອບ ຮ ບໂຄງການກ ສ າງ ສ ອມແປງສ ນບ ນຊາ ແລະ ສະໜາມບ ນຍ ນບ ມ ຄ ນຂ ບ ປະເທດລາວ: ງານວາງສະແດງ ແລະ ຈໍາໜ່າຍສິນຄ້າ ໜຶ່ງເມືອງ ໜຶ່ງຜະລິດຕະພັນ ຈະຈັດຂຶ້ນກາງເດືອນສິງຫາ
ປະເທດລາວ ຈ ດຕ ງພ ທ ມອບ ຮ ບໂຄງການກ ສ າງ ສ ອມແປງສ ນບ ນຊາ ແລະ ສະໜາມບ ນຍ ນບ ມ ຄ ນຂ ບ ປະເທດລາວ ໄດ້ເຂົ້າຮ່ວມກອງປະຊຸມຖ່າຍທອດສົດລະດັບສູງ ເພື່ອການຮ່ວມມືສາກົນ.

ໂດຍການເຂົ້າຮ່ວມເປັນປະທານຂອງສະຫາຍ ພົນໂທ ສຸວອນ ເລືອງບຸນມີ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງ ກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີສະຫາຍ ພົນຈັດຕະວາ ຄຳຄິດ ໄຊສົງຄາມ ຫົວໜ້າກົມສື່ສານ ກົມໃຫຍ່ເສນາທິການກອງທັບ, ປະທານສະພາບໍລິຫານບໍລິສັດສະກາຍໂທລະຄົມ, ມີສະຫາຍ ກິນ້ອຍ ວິວົງພັນ ປະທານບໍລິສັດແອວຊີຂາເຂົ້າ-ຂາອອກຈຳກັດຜູ້ດຽວ ພ້ອມດ້ວຍ ພະນັກງານວິຊາການກ່ຽວຂ້ອງ ເຂົ້າຮ່ວມ.

ປະເທດລາວ ຈ ດຕ ງພ ທ ມອບ ຮ ບໂຄງການກ ສ າງ ສ ອມແປງສ ນບ ນຊາ ແລະ ສະໜາມບ ນຍ ນບ ມ ຄ ນຂ ບ
ພິທີມອບ - ຮັບໂຄງການກໍ່ສ້າງ, ສ້ອມແປງສູນບັນຊາ ແລະ ສະໜາມບິນຍົນບໍ່ມີຄົນຂັບ. (ພາບ: kongthap)

ໃນພິທີສະຫາຍ ກິນ້ອຍ ວິວົງພັນ ປະທານບໍລິສັດແອວຊີ ຂາເຂົ້າ ຂາອອກຈໍາກັດຜູ້ດຽວ ໄດ້ຂຶ້ນຜ່ານບົດລາຍງານຫຍໍ້ກ່ຽວກັບໂຄງການກໍ່ສ້າງດັ່ງກ່າວອີງຕາມສັນຍາຮັບເໝົາກໍ່ສ້າງໂຄງການສູນບັນຊາ ແລະ ສະໜາມບິນຍົນບໍ່ ມີຄົນຂັບ ລະຫວ່າງ ບໍລິສັດ ສະກາຍ ໂທລະຄົມ (ໂຄງການສື່ສານຮັບໃຊ້ການນຳພາກລັດບໍລິຫານ) ເຈົ້າຂອງໂຄງການ ແລະ ບໍລິສັດ ແອວຊີຂາເຂົ້າ-ຂາອອກຈຳກັດ ຜູ້ດຽວເປັນຜູ້ຮັບເໝົາກໍ່ສ້າງ, ອີງຕາມບົດລາຍງານຜົນສຳເລັດ ການກວດວຽກ 100% ຄັ້ງທີ 3, ສະບັບ ເລກທີ 06, LC – Sk1 ລົງວັນທີ 16 ມິຖຸນາ 2020, ໂຄງການກໍ່ສ້າງສູນບັນຊາ ແລະ ສະໜາມບິນຍົນບໍ່ມີຄົນຂັບແມ່ນໂຄງການໜຶ່ງທີ່ມີຄວາມສຳຄັນຢ່າງ ຍິ່ງທີ່ນອນຢູ່ໃນແຜນຍຸດທະສາດການພັດທະນາຂອງກອງທັບ ໃຫ້ມີຄວາມເຂັ້ມແຂງ ແລະ ທັນ ສະໄໝຂຶ້ນເທື່ອລະກ້າວຮັບປະ ກັນວຽກງານສູ້ຮົບມີໄຊ.

ດັ່ງນັ້ນ, ໂຄງການນີ້ແມ່ນສ່ວນໜຶ່ງຈະ ໄດ້ນຳໃຊ້ເຂົ້າໃນການເຝິກອົບຮົມຕົວຈິງໃນການຕິດຕໍ່ສື່ສານ ແລະ ບັງຄັບບັນຊາດ້ວຍຍົນບໍ່ມີ ຄົນຂັບໃຫ້ພະນັກງານຜູ້ນຳໃຊ້ ສາມາດຮຽນຮູ້ ແລະ ປະຕິບັດໜ້າ ທີ່ຢ່າງຊຳນານໃນການຕິດຕໍ່ສື່ສານ, ບັງຄັບບັນຊາການບິນຍົນບໍ່ມີຄົນຂັບໃຫ້ໄປຕາມຈຸດປະສົງ, ເປົ້າໝາຍ, ໂດຍສະເພາະແມ່ນໃນ ຍາມໄພພິບັດຈາກທຳມະຊາດ ແລະ ພາວະເພີ່ມທະວີເພື່ອຊອກ ຄົ້ນ ແລະ ສືບຂ່າວຫາເປົ້າໝາຍ ເຊັ່ນ: ຈຸດພິກັດ GPS ຂອງວັດຖຸເທິງແຜນທີ່, ສະຖານີວິທະຍຸໃນພາກພື້ນດິນ, ຖ່າຍຮູບຄົງທີ່ ແລະ ບັນທຶກວີດີໂອ ທັງກາງເວັນ, ກາງ ຄືນໂດຍຜູ້ບັງຄັບການບິນສາມາດ ຮັບຮູ້ ແລະ ເຫັນສະພາບການເຄື່ອນໄຫວຕົວຈິງຢູ່ໃນພາກສະໜາມເພື່ອລາຍງານໃຫ້ຂັ້ນເທິງ, ເພື່ອສ້າງຄວາມຕັດສິນໃຈ.

ດັ່ງນັ້ນໂຄງການນີ້ແມ່ນມີຄວາມຈຳເປັນ ແລະ ທັນສະໄໝພ້ອມທັງເປັນວຽກງານອັນໃໝ່ທີ່ມີຄວາມທ້າທາຍຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການໃນສະເພາະໜ້າ ແລະ ສອດຄ່ອງກັບສະພາບການຕົວຈິງໃນປັດຈຸບັນ. ໂຄງການດັ່ງກ່າວໄດ້ມີການເຊັນສັນຍາ ໄດ້ເລີ່ມລົງມືກໍ່ສ້າງ ໃນວັນທີ 27 ພະຈິກ 2019 ຫາ ວັນທີ 30 ເມສາ 2020 (ກຳນົດ ເວລາ 06 ເດືອນ) ເຊິ່ງປະກອບມີໜ້າວຽກຂອງໂຄງການໃນເບື້ອງ ຕົ້ນຄື: 1. ປັບປຸງອາຄານຫ້ອງການຂະໜາດ 8x32 ແມັດ. 2. ປັບປຸງອາຄານຫ້ອງອາຫານ, ຫ້ອງຄົວ ແລະ ບ່ອນຈອດລົດ, 3. ປັບປຸງອາຄານເຮືອນນອນປ້ອງກັນ 6x18 ແມັດ, 4. ກໍ່ສ້າງ ເດີ່ນບິນຂະໜາດ 245 x11.6.2 ແມັດ, 5. ກໍ່ສ້າງກຳແພງອ້ອມ ຮອບຄ້າຍຍາວ 1,364 ແມັດ, ສູງ 2 ແມັດ, 6. ຕິດຕັ້ງຕາຂ່າຍ ໄຟຟ້າ 22 kv ຄວາມຍາວ 266 ແມັດ ແລະ ຕາຂ່າຍ 0,4kv ຄວາມຍາວ 600 ແມັດ, ລວມມູນຄ່າການ ກໍ່ສ້າງທັງໝົດ 255.223 ໂດ ລາສະຫະລັດ, ໜ້າວຽກທີ 2 : ໜ້າວຽກເພີ່ມຕາມການສະເໜີຂອງເຈົ້າຂອງໂຄງການທີ່ທາງບໍ ລິສັດແອວຊີຊ່ວຍເຫຼືອເພີ່ມເຕີມໂດຍບໍ່ຄິດໄລ່ມູນຄ່າມີຄື: 1. ກໍ່ສ້າງສາລາກຽມບິນຂະໜາດ 6x10 ແມັດ, 2. ສ້ອມແປງທາງ ເຂົ້າຄ້າຍ ແລະ ພາຍໃນຄ້າຍ, 3. ສ້ອມແປງອ່າງເກັບນ້ຳຂະໜາດ 2x2,5 ແມັດ, 4. ສ້ອມແປງຫ້ອງນ້ຳຂະໜາດ 3x5 ແມັດ, 5. ກໍ່ສ້າງປ້ອມຍາມ 1 ຫຼັງຂະໜາດ 2x2 ແມັດ, 6. ສ້າງຕາຂ່າຍໄຟຟ້າ 22 kv ໃຫ້ ເພີ່ມ 184 ແມັດ ແລະ ອື່ນໆ ອີກຈຳນວນໜຶ່ງລວມມູນຄ່າທັງໝົດ 46.704 ໂດລາ ( ສະກຸນ ເງິນສະຫະລັດ) ໃນພິທີ ສະຫາຍ ພັນເອກ ສຸບັນ ພັນທະວີ ຜູ້ອຳນວຍການໃຫຍ່ ບໍລິສັດ ສະກາຍໂທລະຄົມ, ຫົວໜ້າ ໂຄງການສື່ສານຮັບ ໃຊ້ການ ນຳ ແລະ ພາກລັດບໍລິຫານ ກໍ ໄດ້ຂຶ້ນກ່າວຮັບໂຄງການດັ່ງກ່າວ ແລະ ໄດ້ມອບຕໍ່ໃຫ້ສະຫາຍ ພັນໂທ ສົມໃຈ ເທບພະໂສລັດ ຫົວໜ້າສູນ 206 ເປັນຜູ້ຄຸ້ມຄອງນຳໃຊ້ຕາມສິດ, ໜ້າທີ່ ແລະ ພາລະບົດບາດຂອງກົມກອງທີ່ຂັ້ນເທິງມອບໝາຍໃຫ້, ຫຼັງຈາກນັ້ນກໍໄດ້ເຊັນບົດບັນທຶກມອບຮັບຢ່າງ ເປັນທາງການລະຫວ່າງບໍລິສັດ ແອວຊີຂາເຂົ້າ-ຂາອອກຈຳກັດຜູ້ດຽວ ແລະ ໂຄງການສື່ສານຮັບໃຊ້ການນຳ ແລະ ພາກລັດບໍ ລິຫານກັບສູນ 206.

ໂອກາດນີ້ ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ກໍໄດ້ເນັ້ນໜັກ ແລະ ຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາສູນເອົາໃຈໃສ່ຄົ້ນ ຄວ້າ, ເຊື່ອມຊຶມ ແລະ ຜັນຂະ ຫຍາຍເນື້ອໃນອັນລະອຽດ, ຊີ້ ນຳການຈັດຕັ້ງປະຕິບັດ, ຍົກສູງຄວາມຮັບຜິດຊອບຂອງຕົນເຂົ້າ ໃນຍຸກເຕັກໂນໂລຊີໃນການພັດທະນາກົມກອງ ກໍຄືພັດທະນາເຫຼົ່າຮົບສື່ສານໃຫ້ເຕີບໃຫຍ່ເຂັ້ມແຂງຮອບດ້ານ, ສຶບຕໍ່ເອົາໃຈໃສ່ ປົກປັກຮັກສາວັດຖຸ, ອຸປະກອນ ໃຫ້ນຳໃຊ້ໄດ້ຍາວນານ.

ປະເທດລາວ ຈ ດຕ ງພ ທ ມອບ ຮ ບໂຄງການກ ສ າງ ສ ອມແປງສ ນບ ນຊາ ແລະ ສະໜາມບ ນຍ ນບ ມ ຄ ນຂ ບ ສປປ ລາວ ເປັນປະທານຮ່ວມເປີດ ປີສົ່ງເສີມເສດຖະກິດດິຈິຕອນ ລະຫວ່າງອາຊຽນ ແລະ ສປ ຈີນ ໂດຍຜ່ານກອງປະຊຸມທາງໄກ

ໃນວັນທີ 12 ມິຖຸນາ 2020 ທ່ານ ທັນສະໄໝ ກົມມະສິດ ລັດຖະມົນຕີ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ໄດ້ເປັນ​ປະ​ທານ​ຮ່ວມ​ກັບ ທ່ານ ມຽວ ເຫວີຍ (MIAO WEI) ລັດຖະມົນຕີ ກະຊວງ ອຸດສະຫະກໍາ ແລະ ໄອຊີທີ ຂອງ ສປ ຈີນ ໃນ​ພິ​ທີ​ເປີດປີ​ສົ່ງ​ເສີມ ​ເສດ​ຖະ​ກິດ​ດິ​ຈິ​ຕອນ ລະ​ຫວ່າງ​ອາ​ຊຽນ ແລະ ສ​ປ ...

ປະເທດລາວ ຈ ດຕ ງພ ທ ມອບ ຮ ບໂຄງການກ ສ າງ ສ ອມແປງສ ນບ ນຊາ ແລະ ສະໜາມບ ນຍ ນບ ມ ຄ ນຂ ບ ປະເທດລາວ ສະໜັບສະໜູນ ຜູ້ອອກແຮງງານທີ່ຖືກຮັບຜົນກະທົບຍ້ອນພະຍາດ COVID-19

ຍສໝ - ກະຊວງແຮງງານ ແລະ ສະຫວັດດີການສັງຄົມຂອງປະເທດລາວ ໄດ້ອອກກົດລະບຽບຢ່າງບັງຄັບເຊິ່ງ ໃຫ້ຈ່າຍເງິນເດືອນ ແລະ ສະໜັບສະໜູນ ໃຫ້ແກ່ຜູ້ອອກກແຮງງານທີ່ໄດ້ຮັບຜົນກະທົບ ຍ້ອນການລະບາດຂອງພະຍາດ COVID-19.

ປະເທດລາວ ຈ ດຕ ງພ ທ ມອບ ຮ ບໂຄງການກ ສ າງ ສ ອມແປງສ ນບ ນຊາ ແລະ ສະໜາມບ ນຍ ນບ ມ ຄ ນຂ ບ ປະເທດລາວ ໄດ້ຜ່ອນຄາຍຂໍ້ຈຳກັດທາງສັງຄົມ, ສືບຕໍ່ຄວບຄຸມການເຂົ້າເມືອງຢ່າງເຂັ້ມງວດຈົນຮອດທ້າຍເດືອນມິຖຸນາ

ຍສໝ - ຫຼັງຈາກ 47 ມື້ຕິດຕໍ່ກັນທີ່ບໍ່ໄດ້ກວດພົບກໍລະນີໃໝ່ ທີ່ຕິດ​ເຊື້ອພະຍາດ COVID-19, ໃນຕອນບ່າຍຂອງວັນທີ 30 ພຶດສະພາ, ປະເທດລາວ ໄດ້ສືບຕໍ່ຜ່ອນຄາຍຂໍ້ຈຳກັດທາງດ້ານສັງຄົມບາງຢ່າງ, ພ້ອມກັນນັ້ນ ໄດ້ສືບຕໍ່ຄຸ້ມຄອງການເຂົ້າ-ອອກເມືອງຢ່າງເຂັ້ມງວດ.

kpl.gov.la

ເຫດການ
302 Found

Found

The document has moved here.