ປະເທດລາວ: 10 ມື້ຕິດຕໍ່ກັນ ບໍ່ມີຜູ້ຕິດເຊື້ອພະຍາດ COVID-19 ເພີ່ມ, ມີຜູ້ປິ່ນປົວຫາຍດີ 2 ຄົນ

14:47 | 23/04/2020

ອີງຕາມການຖະແຫລງຂ່າວຂອງທ່ານ ຮສ ດຣ. ພູທອນ ເມືອງປາກ, ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ປະເທດລາວ, ຜູ້ປະຈໍາການ ຄະນະສະເພາະກິດ ໃຫ້ຮູ້ວ່າ: ມື້ນີ້ເປັນມື້ທີ 10 ແລ້ວທີ່ ສປປ.ລາວ ບໍມີຜູ້ຕິດເຊື້ອ COVID-19, ແລະ ຮຽກຮ້ອງປະຊາຊົນ ມີຄວາມຈຳເປັນຕ້ອງສືບຕໍ່ປະຕິບັດມາດຕະການຂອງລັດຖະບານຢ່າງເຂັ້ມງວດ ເພື່ອໄດ້ເອົາຊະນະການລະບາດພະຍາດ COVID-19.

ປະເທດລາວ 10 ມ ຕ ດຕ ກ ນ ບ ມ ຜ ຕ ດເຊ ອພະຍາດ covid 19 ເພ ມ ມ ຜ ປ ນປ ວຫາຍດ 2 ຄ ນ ຫວຽດນາມ ມອບເຄື່ອງອຸປະກອນທາງການແພດ ໃຫ້ແກ່ບັນດາຫົວໜ່ວຍທະຫານຊາຍແດນຂອງປະເທດລາວ
ປະເທດລາວ 10 ມ ຕ ດຕ ກ ນ ບ ມ ຜ ຕ ດເຊ ອພະຍາດ covid 19 ເພ ມ ມ ຜ ປ ນປ ວຫາຍດ 2 ຄ ນ ຄະນະແພດຊ່ຽວຊານ ຫວຽດນາມ ໄດ້ສຳເລັດຊຸດເຝິກອົບຮົມການແພດ ເພື່ອສະກັດກັ້ນພະຍາດ Covid-19 ໃຫ້ປະເທດລາວ

ໃນການປະຊຸມຂ່າວໃນຕອນບ່າຍວັນທີ 22 ເມສາ, ທ່ານ ຮສ ດຣ. ພູທອນ ເມືອງປາກ, ຮອງລັດຖະມົນຕີ ກະຊວງສາທາລະນະສຸກສປປ.ລາວ, ຜູ້ປະຈໍາການ ຄະນະສະເພາະກິດ ໄດ້ປະກາດວ່າ: ມື້ນີ້ແມ່ນວັນທີ 22 ເມສາ, ບໍ່ມີຜູ້ຕິດເຊື້ອ ໂຄວິດ-19 ລາຍໃຫມ່ ຢູ່ ສປປ.ລາວ ເປັນມື້ທີ 10 ຕິດຕໍ່ກັນ, ແລະ ມີຜູ້ປິ່ນປົວຫາຍດີ 2 ຄົນ.

ປະເທດລາວ 10 ມ ຕ ດຕ ກ ນ ບ ມ ຜ ຕ ດເຊ ອພະຍາດ covid 19 ເພ ມ ມ ຜ ປ ນປ ວຫາຍດ 2 ຄ ນ
ປະເທດລາວ 10 ມື້ຕິດຕໍ່ກັນ ບໍ່ມີຜູ້ຕິດເຊື້ອພະຍາດ COVID-19, ມີຜູ້ປິ່ນປົວຫາຍດີ 2 ຄົນ. (ພາບ: Laoradio)

ໄລ່ຮອດ 5 ໂມງແລງ ຂອງວັນທີ 22 ເມສາ 2020 ມີຜູ້ເດີນທາງເຂົ້າມາລາວ ດ້ວຍຈໍານວນທັງໝົດ 1,424 ຄົນ. ໃນນີ້ ເດີນທາງ ຜ່ານດ່ານລາວ-ໄທ ທັງໝົດ 877 ຄົນ, ໃນນັັ້ນ ມີແຮງງານລາວທີ່ກັບມາແຕ່ໄທ 62 ຄົນ, ໃນນັ້ນແຮງງານລາວທີ່ກັບມາແຕ່ໄທ ຜ່ານດ່ານຂົວມິດຕະພາບ I ດ້ວຍຈຳນວນ 44 ຄົນ ແລະ ຜ່ານດ່ານຊ່ອງເມັກ, ແຂວງຈຳປາສັກ ດ້ວຍຈຳນວນ 18 ຄົນ, ເຫຼືອນັ້ນແມ່ນ ພະນັກງານຂັບລົດບັນທຸກຂົນສິນຄ້າ, ເດີນທາງ ຜ່ານດ່ານລາວ-ຈີນ ທັງໝົດ 172 ຄົນ, ທັງໝົດ ແມ່ນພະນັກງານຂັບລົດບັນທຸກຂົນສົ່ງສິນຄ້າ, ເດີນທາງ ຜ່ານດ່ານລາວ-ຫວຽດ ທັງໝົດ 374 ຄົນ, ທັງໝົດແມ່ນພະນັກງານຂັບລົດບັນທຸກຂົນສົ່ງສິນຄ້າ, ເດີນທາງ ຜ່ານສະໜາມບິນ 01 ຄົນ (ເດີນທາງມາຈາກປະເທດສິງກະໂປ ໂດຍເຮືອບິນເໝົາລໍາຈາກບໍລິສັດ MJETS LIMITED).

ໃນທຸກດ່ານ ແມ່ນໄດ້ກວດວັດອຸນຫະພູມຮ່າງກາຍ ແລະ ບໍ່ມີຄົນເປັນໄຂ້, ສໍາລັບແຮງງານລາວ ຈໍານວນ 62 ຄົນ ທີ່ເຂົ້າມາລາວນັ້ນ ມີລາຍລະອຽດດັ່ງນີ້: ແຮງງານ 44 ຄົນເຂົ້າມາຜ່ານດ່ານຂົວມິດຕະພາບ I ແມ່ນພັກເຊົາ ຢູ່ ຫຼວງພະບາງ 25 ຄົນ, ວຽງຈັນ 7 ຄົນ, ອຸດົມໄຊ 5 ຄົນ, ນະຄອນຫຼວງ 4 ຄົນ, ໄຊຍະບູລີ 2 ຄົນ ແລະ ຊຽງຂວາງ 1 ຄົນ, ແຮງງານ 18 ຄົນເຂົ້າມາຜ່ານດ່ານຊ່ອງເມັກ, ແຂວງຈຳປາສັກ ແມ່ນພັກເຊົາ ຢູ່ ແຂວງ ຈຳປາສັກ 15 ຄົນ ແລະ ສາລະວັນ 03 ຄົນ, ທຸກຄົນແມ່ນໄດ້ນຳສົ່ງໄປຈຳກັດບໍລິເວນ ຢູ່ສູນຂອງແຂວງຈົນຄົບກໍານົດ 14 ວັນ.

ສ່ວນການການເຝົ້າລະວັງ ແລະ ວິເຄາະ ໃນວັນທີ 21 ເມສາ 2020, ໄດ້ເກັບຕົວຢ່າງມາກວດທັງໝົດ 83 ຄົນ, ໃນນັ້ນ ມີຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອ ທີ່ຕິດຕາມຄົບກຳນົດມາກວດຄືນ 21 ຄົນ, ກໍລະນີມີອາການສົງໄສ 11 ຄົນ ແລະ 51 ຄົນ ຈາກແຮງງານລາວທີ່ກັບມາແຕ່ໄທ ເຊິ່ງບໍ່ມີອາການສະແດງ, ໃນຈໍານວນ 83 ຄົນ ທີ່ມາກວດນັ້ນ ມີ13 ຄົນ ຢູ່ນະຄອນຫຼວງວຽງຈັນ ແລະ 70 ຄົນ ຢູ່ຕ່າງແຂວງ, ລາຍລະອຽດ ດັ່ງນີ້: ຫຼວງພະບາງ 25 ຄົນ, ໄຊສົມບູນ 22 ຄົນ (ກຸ່ມສຳຜັດໃກ້ຊິດທີ່ຕິດຕາມຄົບກຳນົດມາກວດຄືນ 21 ຄົນ), ວຽງຈັນ 08 ຄົນ, ຈຳປາສັກ 06 ຄົນ, ອຸດົມໄຊ 05 ຄົນ, ໄຊຍະບູລີ 02 ຄົນ, ຊຽງຂວາງ 01 ຄົນ, ບໍລິຄຳໄຊ 01 ຄົນ.

ຜົນກວດທັງໝົດ 83 ກໍລະນີ ບໍ່ພົບເຊື້ອ. ໝາຍຄວາມວ່າໃນວັນທີ 21 ເມສາ 2020 ບໍ່ມີກໍລະນີໃໝ່. ນັບແຕ່ເດືອນມັງກອນ ຮອດ ວັນທີ 21 ເມສາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ ມີ 1,461 ຄົນ, ກວດພົບເຊື້ອທັງໝົດ 19 ຄົນ (10 ມື້ແລ້ວທີ່ບໍ່ມີຜູ້ຕິດເຊື້ອເພີ່ມ), ຈໍານວນຜູ້ສໍາຜັດໃກ້ຊິດກັບຜູ້ຕິດເຊື້ອທັງໝົດ ທີ່ໄດ້ຕິດຕາມ ແຕ່ວັນທີ 09 ມີນາ - 21 ເມສາ 2020 ມີ ທັງໝົດ 313 ຄົນ, ໝົດກໍານົດຕິດຕາມ ທັງໝົດ 308 ຄົນ, ຍັງສືບຕໍ່ຕິດຕາມທັງໝົດ 05 ຄົນ ເຊິ່ງຕິດຕາມຢູ່ ນະຄອນຫຼວງ.

ປະເທດລາວ 10 ມ ຕ ດຕ ກ ນ ບ ມ ຜ ຕ ດເຊ ອພະຍາດ covid 19 ເພ ມ ມ ຜ ປ ນປ ວຫາຍດ 2 ຄ ນ ດ້ຽນບຽນ ແລະ ກວາງຈີ້ ໄດ້ມອບເຂົ້າສານ ແລະ ອຸປະກອນການແພດເພື່ອສະໜັບ ສະໜູນ ລາວ ໃນການຕໍ່ສູ້ກັບ ໂລກລະບາດ COVID-19

ຍສໝ - ແຂວງດ້ຽນບຽນ ແລະ ແຂວງກວາງຈີ້ ໄດ້ມອບເຂົ້າສານ ແລະ ອຸປະກອນການແພດ ໃຫ້ແກ່ບັນດາແຂວງພາກເໜືອ ຂອງລາວ ແລະ ແຂວງສາລະວັນ ເພື່ອປ້ອງກັນ ແລະ ຄວບຄຸມໂລກລະບາດ COVID-19.

ປະເທດລາວ 10 ມ ຕ ດຕ ກ ນ ບ ມ ຜ ຕ ດເຊ ອພະຍາດ covid 19 ເພ ມ ມ ຜ ປ ນປ ວຫາຍດ 2 ຄ ນ ຫວຽດນາມ ແລະ ລາວ ຮ່ວມຈິດຮ່ວມໃຈກັນເພື່ອຕໍ່ສູ້ກັບການລະບາດຂອງພະຍາດ COVID – 19

ຍສໝ - ໃນຕອນບ່າຍຂອງວັນທີ 21 ເມສາ, ຄະນະຜູ້ແທນ ສູນກາງສະມາຄົມມິດຕະພາບ ຫວຽດນາມ - ລາວ ນໍາໂດຍທ່ານ ຫງວຽນແມັ້ງຫູ່ງ, ຮອງປະທານສະມາຄົມ ໄດ້ມາຢ້ຽມຢາມ ແລະ ມອບອຸະປະກອນການແພດລວມມີ: ຊຸດປ້ອງກັນລະບາດ ແລະ ຜ້າບັງປາກ ໃຫ້ແກ່ສະຖານທູດ ສປປ.ລາວ ປະຈໍາ ຫວຽດນາມ ເພື່ອສະໜັບສະໜູນ ປະຊາຊົນລາວ ...

ປະເທດລາວ 10 ມ ຕ ດຕ ກ ນ ບ ມ ຜ ຕ ດເຊ ອພະຍາດ covid 19 ເພ ມ ມ ຜ ປ ນປ ວຫາຍດ 2 ຄ ນ ຫວຽດນາມ ຝຶກອົບຮົມ ຍົກສູງຄວາມສາມາດໃນການປ້ອງກັນພະຍາດ Covid-19 ໃຫ້ແກ່ບັນດາແພດໝໍ ລາວ

ຍສໝ - ເຂົ້າຮ່ວມຊຸດອົບຮົມ ມີບັນດາແພດໝໍຈຳນວນ 130 ກວ່າຄົນ ຂອງບັນດາໂຮງໝໍໃຫຍ່ຫຼາຍແຫ່ງໃນປະເທດລາວເຊັ່ນ: ໂຮງໝໍທະຫານສູນກາງ 103, ໂຮງໝໍ ມິດຕະພາບ, ໂຮງໝໍ ມະໂຫສົດ…

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.