ປະເທດກູບາ ໄດ້ມອບຢາ ແລະ ສົ່ງຜູ້ຊ່ຽວຊານໄປຫວຽດນາມ ເພື່ອສະໜັບສະໜູນ ຫວຽດນາມ ໃນການສະກັດກັ້ນພະຍາດ COVID-19

16:30 | 06/08/2020

ຍສໝ - ຕອນບ່າຍວັນທີ 5 ສິງຫາ, ປະເທດກູບາ ໄດ້ມອບຢາຕ້ານເຊື້ອໄວຣັດ SARS-CoV-2 ຈຳນວນຫຼາຍພັນກວດໃຫ້ແກ່ ຫວຽດນາມ ແລະ ໄດ້ສົ່ງຜູ້ຊ່ຽວຊານໄປແຂວງກວາງນາມ ແລະ ດານັງ ເພື່ອສະໜັບສະໜູນການປ້ອງກັນ ແລະ ຄວບຄຸມ, ສະກັດກັ້ນການການລະບາດຂອງພະຍາດ COVID-19.

ປະເທດກ ບາ ໄດ ມອບຢາ ແລະ ສ ງຜ ຊ ຽວຊານໄປຫວຽດນາມ ເພ ອສະໜ ບສະໜ ນ ຫວຽດນາມ ໃນການສະກ ດກ ນພະຍາດ covid 19 ແຜນການຈັດຕັ້ງປະຕິບັດສັນຍາການຄ້າລະຫວ່າງ ຫວຽດນາມ ແລະ ກູບາ
ປະເທດກ ບາ ໄດ ມອບຢາ ແລະ ສ ງຜ ຊ ຽວຊານໄປຫວຽດນາມ ເພ ອສະໜ ບສະໜ ນ ຫວຽດນາມ ໃນການສະກ ດກ ນພະຍາດ covid 19 ຫວຽດນາມ ນຳສົ່ງພົນລະເມືອງຈຳນວນ 276 ຄົນ ຢູ່ ກູບາ ແລະ ເຢຍລະມັນ ກັບຄືນປະເທດຢ່າງປອດໄພ

ຈຳນວນເຄື່ອງຊ່ວຍເຫຼືອທີ່ປະເທດກູບາມອບໃຫ້ຫວຽດນາມ ໃນຄັ້ງນີ້ແມ່ນຢາຕ້ານເຊື້ອ INTERFERON ALFA 2B ເປັນຈຳນວນຫລາຍພັນກວດເຊິ່ງຜະລິດໂດຍນັກວິທະຍາສາດຢູ່ສູນກຳມະພັນ ແລະ ເຕັກໂນໂລຢີຊີວະພາບຂອງປະເທດກູບາ. ຈຳນວນຢາດັ່ງກ່າວ ໄດ້ຂົນສົ່ງພ້ອມກັບບັນດາຊ່ຽວຊານແພດທະຫານຫວຽດນາມ ໄປແຂວງກວາງນາມ ແລະ ດານັງເພື່ອສະກັດກັ້ນການລະບາດຂອງພະຍາດ COVID-19.

ປະເທດກ ບາ ໄດ ມອບຢາ ແລະ ສ ງຜ ຊ ຽວຊານໄປຫວຽດນາມ ເພ ອສະໜ ບສະໜ ນ ຫວຽດນາມ ໃນການສະກ ດກ ນພະຍາດ covid 19
ປະເທດກູບາ ໄດ້ມອບຢາ ແລະ ສົ່ງຜູ້ຊ່ຽວຊານໄປຫວຽດນາມ ເພື່ອສະໜັບສະໜູນ ຫວຽດນາມ ໃນການສະກັດກັ້ນພະຍາດ COVID-19. (ພາບ: tuoitre)

ທ່ານພົນໂທ ຫງວຽນຈີວິ້ງ - ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໃຫ້ຮູ້ວ່າ: “ພວກເຮົາຂໍສະແດງຄວາມຂອບໃຈຢ່າງເລິກເຊິ່ງ ທີ່ຕໍ່ພັກ, ລັດ, ປະຊາຊົນ ແລະ ບັນດາກຳລັງປະກອບອາວຸດປະຕິວັດກູບາ ໃນການມອບຂອງຂວັນທີ່ມີຄຸນຄ່າຫຼວງຫຼາຍເຊິ່ງເປັນຢາຕ້ານເຊື້ອໄວຣັດ SARS-CoV-2 ໃຫ້ແກ່ປະເທດຫວຽດນາມ ໃນການປິ່ນປົວຄົນເຈັບພະຍາດ ແລະ ສົ່ງຊ່ຽວຊານສາທາລະນະສຸກທີ່ນຳໜ້າ ໄປຊ່ວຍແພດໝໍທະຫານ ແລະ ກະຊວງສາທາລະນະສຸກຫວຽດນາມ ໃນການປ້ອງກັນ ແລະ ສະກັດກັ້ນການລະບາດຂອງພະຍາດ COVID-19. ການມອບຂອງຂວັນ ຄັ້ງນີ້ແມ່ນສະແດງໃຫ້ເຫັນຄວາມມິດຕະພາບ ແລະ ຄວາມສາມັກຄີພິເສດລະຫວ່າງພັກ, ລັດ ແລະ ປະຊາຊົນສອງປະເທດຫວຽດນາມ - ກູບາ.”

ທ່ານພົນໂທ ຫງວຽນຈີວິ້ງ ໄດ້ກ່າວຕື່ມອີກວ່າ, ບັນດາຜູ້ຊ່ຽວຊານກູບາມາຫວຽດນາມ ຍັງຢູ່ໃນຂັ້ນຕອນແຍກອອກຫ່າງຕາມລະບຽບການ ແຕ່ຍັງໄດ້ແບ່ງປັນປະສົບການທີ່ອັນປະເສີດ ໃນການປ້ອງກັນ ແລະ ສະກັດກັ້ນພະຍາດ COVID-19 ໃຫ້ແກ່ກອງກຳລັງແພດທະຫານຫວຽດນາມ ດ້ວຍຮູບການອອນລາຍ.

ໃນຂອບເຂດພິທີ, ທ່ານນາງ Lianys Torres Rivera - ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສາທາລະນະລັດກູບາ ປະຈຳຫວຽດນາມ ໃຫ້ຮູ້ວ່າ: “ພວກຂ້າພະເຈົ້າຢັ້ງຢືນວ່າ ແພດສາດແມ່ນຂົງເຂດການພັດທະນາສອງຝ່າຍ ແລະ ຮອບດ້ານລະຫວ່າງສອງປະເທດ, ເພື່ອແນໃສ່ສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຂອງສອງປະເທດຫວຽດນາມ - ກູບາ (2 ທັນວາ 1960 - 2 ທັນວາ 2020). ໃນສະພາບການສະເຫຼີມສະຫຼອງນີ້, ພວກເຮົາ ພະຍາຍາມຕ້ອງການຮັກສາ ແລະ ເສີມຂະຫຍາຍການພົວພັນອັນເປັນມູນເຊື້ອ ຫວຽດນາມ - ກູບາ, ສືບຕໍ່ສະແດງໃຫ້ເຫັນຄວາມສາມັກຄີ ແລະ ຈິດໃຈແຫ່ງການຮ່ວມມື ເພື່ອຮ່ວມກັນສະກັດກັ້ນກັບສິ່ງທ້າທາຍຂອງມະນຸດຊາດຢ່າງມີປະສິດທິຜົນ”.

ກ່ອນໜ້ານັ້ນ, ຫວຽດນາມ ໄດ້ສະໜອງອຸປະກອນການແພດໃຫ້ແກ່ ກູບາ ດ້ວຍຈຳນວນ 3 ໂຕນ, ລວມມີ: ຊຸດກວດພະຍາດດ່ວນ, ຜ້າບັງປາກທາງການແພດ, ເຄື່ອງນຸ່ງປ້ອງກັນພະຍາດ ແລະ ຢາຈຳນວນໜຶ່ງ ເຊິ່ງໄດ້ນຳສົ່ງໄປນະຄອນຫຼວງ Havana.

ປະເທດກ ບາ ໄດ ມອບຢາ ແລະ ສ ງຜ ຊ ຽວຊານໄປຫວຽດນາມ ເພ ອສະໜ ບສະໜ ນ ຫວຽດນາມ ໃນການສະກ ດກ ນພະຍາດ covid 19 ແຜນການຈັດຕັ້ງປະຕິບັດສັນຍາການຄ້າລະຫວ່າງ ຫວຽດນາມ ແລະ ກູບາ

ຍສໝ - ທ່ານນາຍົກລັດຖະມົນຕີຫວຽດນາມ ຫາກໍ່ອອກປະກາດໃຊ້ແຜນການ ເພື່ອປະຕິບັດສັນຍາການຄ້າລະຫວ່າງລັດຖະບານສາທາລະນະລັດສັງຄົມນິຍົມ ຫວຽດນາມ ແລະ ລັດຖະບານສາທາລະນະລັດ ກູບາ.

ປະເທດກ ບາ ໄດ ມອບຢາ ແລະ ສ ງຜ ຊ ຽວຊານໄປຫວຽດນາມ ເພ ອສະໜ ບສະໜ ນ ຫວຽດນາມ ໃນການສະກ ດກ ນພະຍາດ covid 19 ປະຊາຊົນຫວຽດນາມ ໄດ້ຮ່ວມແຮງຮ່ວມໃຈ ເພື່ອຊ່ວຍເຫຼືອ ກູບາ ໃນການຕໍ່ສູ້ກັບພະຍາດ COVID-19

ຍສໝ​ - ເມື່ອບໍ່ດົນມານີ້, ສະມາຄົມມິດຕະພາບຫວຽດນາມ - ກູບາ ແລະ ສະໂມສອນນັກຮຽນເກົ່າ ຫວຽດນາມ ຢູ່ກູບາໄດ້ບໍລິຈາກເງິນໜູນຊ່ວຍປະຊາຊົນກູບາ ແຕ່ວັນທີ 8 - 25 ເມສາ ເພື່ອຕໍ່ສູ້ກັບພະຍາດ COVID-19. ໄລ່ມາຮອດປະຈຸບັນ, ຈຳນວນເງິນດັ່ງກ່າວໄດ້ຮັບແມ່ນ 1 ຕື້ດົ່ງ, ເຂົ້າສານ 10 ໂຕນ ແລະ ...

ປະເທດກ ບາ ໄດ ມອບຢາ ແລະ ສ ງຜ ຊ ຽວຊານໄປຫວຽດນາມ ເພ ອສະໜ ບສະໜ ນ ຫວຽດນາມ ໃນການສະກ ດກ ນພະຍາດ covid 19 ຫວຽດນາມ - ກູບາ ເພີ່ມທະວີການຮ່ວມມື, ໜູນຊ່ວຍເຊິ່ງກັນ ແລະ ກັນ ໃນການປ້ອງກັນການລະບາດພະຍາດ Covid-19

ຍສໝ - ໃນຕອນບ່າຍຂອງວັນທີ 17 ເມສາ, ຢູ່ສຳນັກງານລັດຖະບານ, ທ່ານ ຫງວຽນຊວນຟຸກ, ນາຍົກລັດຖະມົນຕີຫວຽດນາມ ໄດ້ຕ້ອນຮັບ ທ່ານນາງ Lianys Torres Rivera, ເອກອັກຄະລັດຖະທູດກູບາປະຈຳ ຫວຽດນາມ.

ຄຳຮຸ່ງ

302 Found

Found

The document has moved here.