ປະທານາທິບໍດີສະຫະລັດອາເມລິກາປະກາດວ່າເພິ່ນຈະໄດ້ພົບປະຜູ້ນໍາເກົາຫຼີເໜືອທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ

00:54 | 14/05/2019

ຍສໝ - ໃນວັນທີ 8 ເດືອນກຸມພາ, ທ່ານ Donald Trump ປະທານາທິບໍດີສະຫະລັດອາເມລິກາ ກ່າວວ່າເພິ່ນຈະໄດ້ພົບປະຜູ້ນໍາເກົາຫຼີເໜືອ Kim Jong-un ໃນທ້າຍເດືອນກຸມພານີ້ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ.

  

ປະທານາທິບໍດີສະຫະລັດອາເມລິກາປະກາດວ່າເພິ່ນຈະໄດ້ພົບປະຜູ້ນໍາເກົາຫຼີເໜືອທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ

ທ່ານ Donald Trump ປະທານາທິບໍດີສະຫະລັດອາເມລິກາ ແລະ ຜູ້ນໍາເກົາຫຼີເໜືອ Kim Jong-un

  
ກ່ອນຫນ້ານັ້ນ, ປະທານາທິບໍດີສະຫະລັດອາເມລິກາ Donald Trump  ໄດ້ປະກາດວ່າຫວຽດນາມຈະແມ່ນສະຖານທີ່ໃຫ້ແກ່ການພົບປະລະຫວ່າງທ່ານ Donald Trump ແລະ ຜູ້ນໍາເກົາຫຼີເໜືອ  Kim Jong-un  ແຕ່ເພິ່ນບໍ່ໄດ້ປະກາດນະຄອນສະເພາະໃດຫນຶ່ງ. ທັງສອງຜູ້ນໍາ Donald Trump ແລະ Kim Jong-un ທີ່ໄດ້ມີການພົບປະຄັ້ງທໍາອິດໃນກອງປະຊຸມສຸດຍອດທີ່ສິງກະໂປໃນເດືອນມິຖຸນາຂອງປີທີ່ຜ່ານມາ. ປະທານາທິບໍດີສະຫະລັດອາເມລິກາຫວັງວ່າກອງປະຊຸມສຸດຍອດຄັ້ງທີສອງຈະຊ່ວຍໃຫ້ສອງປະເທດສາມາດທໍາລາຍຄວາມບໍ່ເຫັນດີ ແລະ ບັນລຸຄວາມຄືບຫນ້າທີ່ແທ້ຈິງ. 
ໃນເມື່ອວັນທີ 6 ເດືອນ ກຸມພາ,  ການຕອບຄໍາຖາມຂອງນັກຂ່າວກ່ຽວກັບຄໍາເຫັນຂອງຫວຽດນາມຕໍ່ຄໍາຖະແຫຼງຂ່າວຂອງ ທ່ານ Donald Trump ປະທານາທິບໍດີສະຫະລັດອາເມລິກາ ກ່ຽວກັບກອງປະຊຸມສຸດຍອດ ລະຫວ່າງ ສະຫະລັດອາເມລິກາ ແລະ ເກົາຫລີເຫນືອຄາດວ່າຈະຈັດຂຶ້ນຢູ່ຫວຽດນາມໃນວັນທີ 27-28/2/2019. ຜູ້ໂຄສົກຂອງກະຊວງການຕ່າງປະເທດຫວຽດນາມ ທ່ານ ນາງ ເລຖີ້ທູຮັ່ງ  ໄດ້ກ່າວວ່າ: “ຫວຽດນາມຂໍສະແດງຄວາມຍິນດີໃນການສະຫະລັດອາເມລິກາ ແລະ ເກົາຫລີເຫນືອຈະໄດ້ຈັດກອງປະຊຸມສຸດຍອດຄັ້ງທີສອງ. ຫວຽດນາມສະຫນັບສະຫນູນຢ່າງແຂງແຮງໃນການປຶກສາຫາລືເພື່ອຮັກສາສັນຕິພາບ, ຄວາມປອດໄພ ແລະ ຄວາມຫມັ້ນຄົງໃນເຂດແຫຼມເກົາຫຼີ.  ຫວຽດນາມມີຄວາມພ້ອມໃນການປະກອບສ່ວນຢ່າງຕັ້ງຫນ້າ,  ການປະສານສົມທົບກັບບັນດາຝ່າຍທີ່ກ່ຽວຂ້ອງເພື່ອໃຫ້ກອງປະຊຸມສຸດຍອດຄັ້ງທີສອງ ລະຫວ່າງ ສະຫະລັດອາເມລິກາ - ເກົາຫຼີເຫນືອ ທີ່ໄດ້ປະສົບຜົນສໍາເລັດ, ປະກອບສ່ວນເຂົ້າໃນເປົ້າຫມາຍດັ່ງກ່າວ”.

(ໄຊພອນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.