ປີ 2018 ດ່ານສາກົນລະໄລ ມີຄົນເຂົ້າເມືອງທັງໝົດ 87 ພັນກວ່າຄົນ ແລະຄົນອອກເມືອງ 84 ພັນກວ່າຄົນ

00:54 | 14/05/2019

ໃນ 1 ປີຜ່ານມາ, ມີຄົນເຂົ້າເມືອງທັງໝົດ 87,977 ຄົນ, ຍິງ 22,478 ຄົນ, ຄົນອອກເມືອງມີທັງໝົດ 84,734 ຄົນ, ຍິງ 20,234 ຄົນ ຢູ່ ດ່ານສາກົນລາໄລ.

ປີ 2018 ດ່ານສາກົນລະໄລ ມີຄົນເຂົ້າເມືອງທັງໝົດ 87 ພັນກວ່າຄົນ ແລະຄົນອອກເມືອງ 84 ພັນກວ່າຄົນ

ທ່ານ ຮ້ອຍເອກ ເກດມະນີ ພົມມະສິງ ຫົວໜ້າດ່ານ ( ຕ.ມ ) ກວດກາຄົນເຂົ້າອອກເມືອງ ດ່ານສາກົນລະໄລ ເມືອງສະຫມ້ວຍ ແຂວງສາລະວັນ.

ທ່ານ ຮ້ອຍເອກ ເກດມະນີ ພົມມະສິງ ຫົວໜ້າດ່ານ ( ຕ.ມ ) ກວດກາຄົນເຂົ້າອອກເມືອງ ດ່ານສາກົນລະໄລ ເມືອງສະຫມ້ວຍ ແຂວງສາລະວັນ ກ່າວຕໍ່ສື່ມວນຊົນໃນວັນທີ 14 ກຸພາ 2019 ນີ້ວ່າ: ພາຍໃນດ້ານ ຕ.ມ ພວກເຮົາມີພະນັກງານທັງໝົດ 48 ສະຫາຍ, ຍິງ 4 ສະຫາຍ, ໃນ 1 ປີຜ່ານມາຄະນະພັກ, ຄະນະນຳດ້ານ ຕ.ມ ສາກົນລະໄລພວກເຮົາກໍ່ໄດ້ເອົາໃຈໃສ່ໃນການສຶກສາອົບຮົມການເມືອງ-ແນວຄິດເປັນຫຼັກ, ເຊື່ອມຊືມແນວທາງຕ່າງໆຂອງພັກ, ລັດວາງອອກ ແລະເຊື່ອໜັ້ນຕໍ່ການນຳພາຂອງພັກ, ມີແນວຄິດອຸ່ນອ່ຽນທ່ຽນ, ເຮັດວຽກແບບລວມສູນປະຊາທິປະໄຕ, ເປັນໜູ່ຄະນະ, ມີການປຶກສາຫາລື ແລະແບ່ງໃຫ້ບຸກຄົນເປັນຜູ້ຮັບຜິດຊອບ, ພ້ອມກັນນັ້ນກໍ່ໄດ້ເອົາໃຈໃສ່ວຽກງານຕິດຕາມກວດກາຄົນເຂົ້າ-ອອກເມືອງ, ໃນ 1 ປີຜ່ານມາ, ມີຄົນເຂົ້າເມືອງທັງໝົດ 87,977 ຄົນ, ຍິງ 22,478 ຄົນ, ຄົນອອກເມືອງມີທັງໝົດ 84,734 ຄົນ, ຍິງ 20,234 ຄົນ ແລະມີພະຫານະເຂົ້າເມືອງ 10,731 ຄັນ, ອອກເມືອງ 14,206 ຄັນ ແລະໄດ້ເກັບຄ່າບໍລິການທໍານຽມຕ່າງໆໄດ້ທັງໝົດ 20 ກວ່າກີບ, ໃນນັ້ນໄດ້ເກັບຄ່າທຳນຽມອອກໃບຜ່ານແດນມີ 6,940.000ກີບ, ຄ່າບໍລິການແຈ້ງການຄົນລາວເຂົ້າ-ອອກເມືອງທີ່ໃຊ້ບັດຜ່ານແດນ ແລະປືມຜ່ານແດນມີ 4,366.000 ກີບ ແລະຄົນຫວຽດນາມມີ 8,180.000 ກີບ, ຈຳນວນເງິນດັ່ງກ່າວກໍ່ໄດ້ມອບໃຫ້ພາກສ່ວນທີ່ກ່ຽວຂ້ອງ.

ປີ 2018 ດ່ານສາກົນລະໄລ ມີຄົນເຂົ້າເມືອງທັງໝົດ 87 ພັນກວ່າຄົນ ແລະຄົນອອກເມືອງ 84 ພັນກວ່າຄົນ

ການໃຫ້ບໍລິການເຂົ້າອອກເມືອງ ຂອງດ່ານສາກົນລາໄລ.

ສະເພາະ 1 ເດຶອນມີຄົນເຂົ້າເມືອງທັງໝົດ 5,913 ຄົນ, ຍິງ 1,237 ຄົນ ແລະຄົນອອກເມືອງມີ 5,924 ຄົນ, ຍິງ 1,354 ຄົນ, ມີພາຫານະເຂົ້າເມືອງທັງໝົດ 1,175 ຄັນ ແລະພາຫານະອອກເມືອງມີ 1,372 ຄັນ, ພ້ອມນັ້ນກໍ່ໄດ້ມີການເວນຍາມ, ກວດກາລາດຕະເວນຕາມຂອບເຂດຊາຍແດນ, ຕາມຄວາຮັບຜິດຊອບໂດຍມີການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ, ທັງນີ້ກໍ່ເພື່ອເຮັດໃຫ້ມີຄວາມສະຫງົບປອດໄພຕາມບໍລິເວນຂອບເຂດຊາຍແດນ, ພ້ອມນີກໍ່ໄດ້ມີການສືບຕໍ່ພົວພັນແລກປ່ຽນບົດຮຽນລະຫວ່າງດ່ານ ຕ.ມ ສາກົນລະໄລ ກັບຄ້າຍທະຫານຊາຍແດນປະຈຳປະຕູດ້ານສາກົນລະໄລ ສສ ຫວຽດນາມ ຢ່າງເປັນປົກກະຕິ.

ທິດທາງຕໍ່ໜ້າເອົາໃຈໃສ່ສຶກສາອົບຮົມການເມືອງນຳພາແນວຄິດ, ເຊື່ອມຊືມລະບຽບການ, ກົດໝາຍແນວທາງນະໂຍບາຍຂອງພັກ-ລັດວາງອອກ, ເພີ້ມທະວີໃນການກວດກາເວນຍາມ, ຕິດຕາມສະພາບການເຄື່ອນໃຫວອື່ນໆຂອງກຸ່ມຄົນບໍ່ດີຕາມຂອບເຂດບໍລິເວນຊາຍແດນໂດຍສົມທົບກັບພາກສ່ວນທີ່ກ່ຽວຂ້ອງ, ເອົາໃຈໃສ່ວຽກງານວິຊາສະເພາະກວດກາຄົນເຂົ້າ-ອອກເມືອງໃຫ້ຖືກຕ້ອງສອດຄ່ອງຕາມລະບຽບການ ແລະກົດໝາຍວາງອອກ, ພ້ອມທັງສືບຕໍ່ພົວພັນແລກປ່ຽນບົດຮຽນ ກັບຄ້າຍທະຫານຊາຍແດນປະຈຳປະຕູດ້ານສາກົນລະໄລ ສສ ຫວຽດນາມ ຢ່າງເປັນປົກກະຕິ.

(ແຫຼ່ງ​ຂໍ້​ມູນ​: ABC LAOS NEWS)

ເຫດການ
302 Found

Found

The document has moved here.