ບັນດາການເຄື່ອນໄຫວອາສາສະໝັກຂອງໄວໜຸ່ມນະຄອນຫຼວງຮ່າໂນ້ຍ ຢູ່ ລາວ

20:27 | 04/08/2019

ຍສໝ - ໃນວັນທີ 1 ສິງຫາ, ຄະນະອາສາສະໝັກໄວໜຸ່ມນະຄອນຫຼວງຮ່າໂນ້ຍ ນຳໂດຍທ່ານ ຫງວຽນດຶກຕ໊ຽນ ຮອງເລຂາຄະນະຊາວໜຸ່ມນະຄອນຮ່າໂນ້ຍ ໄດ້ໄຂບັນດາການເຄື່ອນໄຫວອາສາສະໝັກຢູ່ໂຮງຮຽນປະຖົມສຶກສາ Napock, ເມືອງໄຊທານີ, ນະຄອນຫຼວງວຽງຈັນ, ປະເທດລາວ.

ບັນດາການເຄື່ອນໄຫວອາສາສະໝັກຂອງໄວໜຸ່ມນະຄອນຫຼວງຮ່າໂນ້ຍ ຢູ່ ລາວ

ທ່ານ ຫງວຽນດຶກຕ໊ຽນ ຮອງເລຂາຄະນະຊາວໜຸ່ມນະຄອນຮ່າໂນ້ຍ ກ່າວຄໍາເຫັນທີ່ພິທີໄຂ. (ພາບ: tuoitrethudo.com.vn)

ທີ່ພິທີ, ທ່ານ ຫງວຽນດຶກຕ໊ຽນ ເນັ້ນໜັກວ່າ, ນີ້ແມ່ນປີທີ 11 ຢ່າງລຽນຕິດ, ໄວໜຸ່ມນະຄອນຫຼວງຮ່າໂນ້ຍ ຈັດຕັ້ງບັນດາການເຄື່ອນໄຫວອາສາສະໝັກຢູ່ວຽງຈັນ. ນອກຈາກຄະນະຊາວໜຸ່ມນະຄອນຮ່າໂນ້ຍ ແລະຄະນະຊາວໜຸ່ມນະຄອນຫຼວງວຽງຈັນ ມີບັນດາການຮ່ວມມື, ແລກປ່ຽນເປັນປະຈໍາແລ້ວ, ມາຮອດປະຈຸບັນໄດ້ມີສອງຫົວໜ່ວຍຂອງບັນດາຝ່າຍຈັດຕັ້ງການເຄື່ອນໄຫວແຮກສ່ຽວ.

ສ່ວນທ່ານນາງ ສຸມະລີ ທໍາມະວົງ ເລຂາຄະນະຊາວໜຸ່ມນະຄອນວຽງຈັນ ພ້ອມກັບການນໍາເມືອງໄຊທານີ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ການຊ່ວຍເຫຼືອຂອງຄະນະອາສາສະໝັກໄວໜຸ່ມນະຄອນຫຼວງຮ່າໂນ້ຍ ທີ່ໄດ້ສະຫງວນໃຫ້ປະຊາຊົນເມືອງໄຊທານີ ເວົ້າສະເພາະ ແລະນະຄອນຫຼວງວຽງຈັນ ເວົ້າລວມ, ສະແດງຄວາມປາດຖະໜາວ່າໃນໄລຍະຈະມາເຖິງ, ຄະນະຊາວໜຸ່ມຂອງສອງຝ່າຍຈະສືບຕໍ່ມີບັນດາການເຄື່ອນໄຫວຢ່າງແທດຈິງ ເພື່ອແນໃສ່ປະກອບສ່ວນສາມັກຄີ, ກໍ່ສ້າງ, ເພີ່ມພູນຄູນສ້າງນໍ້າໃຈມິດຕະພາບແບບພິເສດລະຫວ່າງສອງປະເທດ.

ບັນດາການເຄື່ອນໄຫວອາສາສະໝັກຂອງໄວໜຸ່ມນະຄອນຫຼວງຮ່າໂນ້ຍ ຢູ່ ລາວ

ຄະນະທ່ານໝໍອາສາສະໝັກຂອງນະຄອນຫຼວງຮ່າໂນ້ຍ ກວດພະຍາດຢູ່ເມືອງໄຊທານີ. (ພາບ: tuoitrethudo.com.vn)

ບັນດາການເຄື່ອນໄຫວອາສາສະໝັກຂອງໄວໜຸ່ມນະຄອນຫຼວງຮ່າໂນ້ຍ ຢູ່ ລາວ

ຄະນະອາສາສະໝັກໄວໜຸ່ມນະຄອນຫຼວງຮ່າໂນ້ຍ ລົງມືກໍ່ສ້າງກິດຈະກໍາຊາວໜຸ່ມຢູ່ໂຮງຮຽນປະຖົມສຶກສາ Napock. (ພາບ: tuoitrethudo.com.vn)

ສິ້ນສຸດພິທີ, ຄະນະອາສາສະໝັກພ້ອມກັບການນໍາຄະນະຊາວໜຸ່ມນະຄອນວຽງຈັນ, ເມືອງໄຊທານີ ໄດ້ດໍາເນີນການລົງມືກໍ່ສ້າງກິດຈະກໍາຊາວໜຸ່ມຢູ່ໂຮງຮຽນປະຖົມສຶກສາ Napock. ບັນດາທ່ານໝໍຂອງຫວຽດນາມ ກໍ່ລົງມືເຂົ້າໃນການກວດ, ປິ່ນປົວພະຍາດໃຫ້ແກ່ຄົນເຈັບເມືອງໄຊທານີ ນັບຮ້ອຍຄົນ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.