ບັນ​ດາອາ​ວຸດ​ຕ້ານ​ໂລກ​ລະ​ບາດ Covid – 19: ບົດ​ທີ 1 - ຕູ້ ATM ແຈກເຂົ້າ​ສານ

16:35 | 01/07/2020

ຍ​ສໝ - ເມື່ອ​ໂລກ​ລະ​ບາດ​ກາຍ​ເປັນ​ສັດ​ຕູ​ຕ້ອງ​ມີ​ອາ​ວຸດ​ທີ່​ມີ​ປະ​ສິດ​ທິ​ຜົນ​ເພື່ອ​ຕໍ່​ສູ້​ມັນ. ດ້ວຍ​ມູນ​ເຊື້ອ​ຂອງ​ຊາວ​ຫວຽດ​ນາມ​ແມ່ນ​ການ​ຕໍ່​ສູ້​ກັບ​ສັດ​ຕູ້ແມ່ນ​ສິດ ແລະ ​ພັນ​ທະ​ຂອງ​ປະ​ຊາ​ຊົນ​ທຸກໆ​ຄົນ. ເພ​າ​ະ​ສະ​ນັ້ນ, ມີ​ອາ​ວຸດຫຼາຍ​ຊະ​ນິດ​ໃນ​ການ​ປ້ອງ​ກັນ​ຂອງ​ລັດ, ວິ​ສາ​ຫະ​ກິດ, ນັກ​ຮຽນ, ນັກ​ສິ​ລິ​ປະ…ໄດ້​ປະ​ດິດ​ສ້າງ​ທີ່​ມີ​ຊີ​ວິດ​ຊີ​ວາ ແລະ ເຕັມ​ໄປ​ດ້ວຍ​ລັກ​ສະ​ນະ​ຫວຽດ​ນາມ. ວາ​ລະ​ສານຍຸກ​ສະ​ໄໝຈະ​ແນະ​ນຳ​ໃຫ້​ທ່ານ​ຜູ້​ຟັງ​ບັນ​ດາ​ອາ​ວຸດ​ພິ​ເສດນີ້.

ບ ນ ດາອາ ວ ດ ຕ ານ ໂລກ ລະ ບາດ covid 19 ບ ດ ທ 1 ຕ atm ແຈກເຂ າ ສານ ສະຖານທູດອິດສະລາແອນ ປະຈຳຫວຽດນາມ ສະໜັບສະໜຸນເຂົ້າສານ 1 ໂຕນ ໃຫ້ຕູ້ ATM ເຂົ້າສານຮ່າໂນ້ຍ
ບ ນ ດາອາ ວ ດ ຕ ານ ໂລກ ລະ ບາດ covid 19 ບ ດ ທ 1 ຕ atm ແຈກເຂ າ ສານ ສະໜາມບິນ ສາ​ກົນ​ໂນ້ຍ​ບ່າຍ​ຜະ​ລິດ ​ຕູ້​ຂ້າ​ເຊື້ອ ທົ່ວ​ຮ່າງ​ກາຍເພື່ອປ້ອງ​ກັນ ແລະ ສະ​ກັດ​ກັ້ນ​ເຊື້ອ​ພະ​ຍາດ Covid-19
ບ ນ ດາອາ ວ ດ ຕ ານ ໂລກ ລະ ບາດ covid 19 ບ ດ ທ 1 ຕ atm ແຈກເຂ າ ສານ
​ຮູບ​ການ​ຕູ້ ATM ໄດ້​ທະ​ວີ​ຄູນ​ໃນ​ທົ່ວ​ປະ​ເທດ.

ໂລກ​ລະ​ບາດ Covid – 19 ໄດ້​ເຮັດ​ໃຫ້​ທຸກໆ​ການ​ເຄື່ອນ​ໄຫວ​ຂອງ​ສັງ​ຄົມ​ຖືກ​ຢຸດ​ສະ​ງັກ, ພື້ນ​ຖານ​ເສດ​ຖະ​ກິດ​ບໍ່​ສາ​ມາດ​ເຄື່ອນ​ໄຫວ​ໄດ້. ໃນໄລ​ຍະ​ນັ້ນ, ຜູ້​ທຸກ​ຍາກ​ແມ່ນ​ເປົ້າ​ໝາຍ​ທີ່​ຮັບ​ຜົນ​ສະ​ທ້ອນ​ຢ່າງ​ຮ້າຍ​ແຮງ​ທີ່​ສຸດ ເມື່ອການ​ທຳ​ມາ​ຫາ​ກິນ​ຖືກ​ທຳ​ລາຍ. ໃນ​ຈຸດ​ເວ​ລາ​ນັ້ນເນື້ອ​ໃນ​ຈິດ​ໃຈ​ທີ່​ເປັນ​ມູນ​ເຊື້ອ​ແມ່ນ​ຊ່ວຍ​ເຫຼືອ​ກັນ​ຂອງ​ຊາວ​ຫວຽດ​ນາມໄດ້​ປະ​ກົດ​ຂຶ້ນ, ແລະ ຕູ້ ATM ໄດ້​ກຳ​ເນີດ. ນີ້​ແມ່ນ​ຂໍ​້ລິ​ເລີ່ມ​ທີ່​ບໍ່​ພຽງ​ແຕ່​ອີງ​ຕາມ​ຄວາມ​ກ້າວ​ໜ້າ​ຂອງ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ອີງ​ຕາມ​ອາ​ລົມ​ຈິດ​ນ້ຳ​ໃຈ​ລະ​ຫວ່າງ ຄົ​ນ​ກັບ​ຄົນ​ອີກດ້ວຍ.

ວັນ​ທີ 6 ເມ​ສາ, ຕູ້ ATM ແຈກ​ເຂົ້າ​ສານການ​ກຸ​ສົນ​ໃຫ້​ແກ່​ຜູ້​ທຸກ​ຍາກ​ທຳ​ອິດ​ໄດ້​ຮັບ​ການ​ຕິດ​ຕັ້ງ​ຢູ່​ທີ່​ຢູ່​ເລກ​ທີ 204B ຖະ​ໜົນ ເວື່ອນ​ລ່າຍ (ເມືອງ​ເຕິນ​ຟຸ, ນະ​ຄອ​ນ​ໂຮ່​ຈີ​ມິ​ນ). ຫຼັງ​ຈາກ​ນັ້ນ 2,3 ວັນ, ຂໍ້​ລິ​ເລີ່ມ​ດັ່ງ​ກ່າວ​ໄດ້​ແຜ່​ຂະ​ຫຍາຍ​ໃນ​ທົ່ວ​ນະ​ຄອນ, ແລະ ທະ​ວີ​ຄູນ​ທົ່ວ​ປະ​ເທດ.

“ບໍ່​ໃຫ້​ຜູ້​ໃດ​ຖືກ​ຕົກ​ຢູ່​ທາງຫຼັງ”

ບ ນ ດາອາ ວ ດ ຕ ານ ໂລກ ລະ ບາດ covid 19 ບ ດ ທ 1 ຕ atm ແຈກເຂ າ ສານ
ຕູ້ ATM ແຈກ​ເຂົ້າ​ສານ ໄດ້​ຊ່​ວຍ​ເຫຼືອ​ຜູ້​ທຸກ​ຍາກ​ເປັນ​ຈຳ​ນວນຫຼວງຫຼາຍ.

ອ້າຍ ຮ່​ວາງ​ຕວັນ​ແອັງ ຜູ້​ປະ​ດິດ​ສ້າງ​ຕູ້ ATM ເຂົ້າ​ສານ ໂດຍ​ເປັນ​ໄວ​ໜຸ່ມ​ທີ່​ໄດ້​ເກີດ​ໃນ​ຄອບ​ຄົວ​ທີ່​ດີ, ແຕ່​ນ້ອນ ​ຕວັກ​ແອງ​ ໄດ້​ພໍ່​ແມ່​ສັ່ງ​ສອນ​ກ່ຽວ​ກັບ​ຄຸມ​ຄ່າ​ຂອງ​ການ​ອອກ​ແຮງງ​ານ​ແລ້ວ. ລາວ​ແບ່ງ​ປັນ​ວ່າ: “ຈຸດ​ແຈກ​ເຂົ້າ​ສານ​ນີ້​ແຕ່​ກ່ອນ​ແມ່ນ​ບ່ອນ​ທີ່​ຄອ​ບ​ຄົວ​ຂ້າ​ພະ​ເຈົ້າ​ເຮັດ​ເປັນ​ຟາມ. ນັບ​ແຕ່​ຄາວ​ຍັງ​ນ້ອຍ ຂ້າ​ພະ​ເຈົ້າ​ຍັງ​ໄປ​ຕາມ​ອີ​່ພໍ່​ມາ​ເຮັດ​ວຽກ​ຢູ່ນີ້. ເພາະ​ສະ​ນັ້ນ, ແຕ່​ຄາວ​ນັ້​ນ, ຂ້າ​ພະ​ເຈົ້າ​ໄດ້​ເຂົ້າ​ໃຈ​ຄວາມ​ລຳ​ບາກ​ຂອງ​ຜູ້​ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ. ຄວາມ​ເຂົ້າ​ໃຈ​ດັ່ງ​ກ່າວ​ກາຍ​ເປັນ​ກຳ​ລັງ​ໜູນ​ເພື່ອ​ໃຫ້​ຂ້າ​ພະ​ເຈົ້າ​ມີ​ຄວາມ​ຫວັງ​ຢາກ​ແບ່ງ​ປັນ​ສ່ວນ​ໜຶ່ງ​ພາ​ລະ​ໜັກ​ຂອງ​ປະ​ຊາ​ຊົນ​ໃນ​ໄລ​ຍະ​ປັດ​ຈຸ​ບັນ”.

ຈຸດ​ເວ​ລາ​ນັ້ນ, ທົ່ວ​ໂລກ​ລ້ວນ​ແຕ່​ກ້າວ​ເຂົ້າ​ສູ່​ວິ​ກິດ​ການ​ຈາກ​ໂລກ​ລະ​ບາດ. ຈຳ​ນວນ​ຜູ້​ຕິດ​ເຊື້ອ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ, ພື້ນ​ຖານ​ເສດ​ຖະ​ກິດ​ຖືກ​ຢຸດ​ສະ​ຫງັກ. ບໍ​ລິ​ສັດ​ຂອງ ຕວັກ​ແອງ​ ກໍ່​ຄື​ກັນ, ຕວັນ​ແອງ​ໃຫ້​ຮູ້​ຕື່ມ​ອີກວ່າ:

ຂ້າ​ພະ​ເຈົ້າ​ຮູ້​ສຶກວ່າ​ຕົນ​ເອງ​ຍັງ​ໂຊກ​ດີ​ກ່​ວາ​ບັນ​ດາ​ຜູ້​ອອກ​ແຮງ​ງານ​ທີ່​ປະ​ສົບ​ຄວາມ​ຫຍຸ້ງ​ຍາກ. ປົກ​ກະ​ຕິ, ເຂົາ​ເຈົ້າສາ​ມາດ​ເຮັດ​ວຽກ​ອື່ນ​ເພື່ອ​ຫາ​ເງິ​ນ​ໄດ້ ແຕ່​ໃນ​ຈຸດ​ເວ​ລາ​ນັ້ນ, ບັນ​ດາ​ການ​ບໍ​ລິ​ການ​ລ້​ວນ​ແຕ່​ຢຸດ​ຊົວ​ຄາວ, ດັ່ງ​ນັ້ນ​ເຂົາ​ເຈົ້າ​ຈະ​ຫາ​ກິນ​ແນວ​ໃດ”.

ເມື່​ອ​ຄິດ​ແນວ​ນັ້ນ, ຮ່​ວາງ​ຕວັນ​ແອງ ​ໄດ້​ລົງ​ມື​ເຂົ້າ​ການ​ປະ​ຕິ​ບັດ​ໂຄງ​ການ​ຢ່າງ​ທັນ​ທີ. ລາວ​ຢາກ​ຊື້​ເຂົ້າ​ສານມອບ​ໃຫ້​ຄົນ​ທຸກ​ຍາກ​ເພື່ອ​ຊ່ວຍ​ເຫຼືອ​ເຂົາ​ເຈົ້າຫຼຸດ​ພົ້ນ​ອອກ​ຈາກ​ໄພ​ອຶດ​ຫິວ. ເຖິງ​ຢ່າງ​ໃດ​ກໍ່​ຕາມ​ເມື່ອ​ລົງ​ມື​ປະ​ຕິ​ບັດ ລາວ​ກໍ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກຫຼາຍ​ຢ່າງ​ຍ້ອນ​ວ່າ​ໃນ​ໄລ​ຍະ​ນັ້ນ​ທົ່ວ​ປະ​ເທດ​ພວມ​ປະ​ຕິ​ບັດ​ການ​ແຍກ​ແຫ່ງ​ທົ່ວ​ສັງ​ຄົມ. ຖ້າ​ຫາກວ່າ​ເຮັດ​ການ​ກູ້​ສົ​ນ, ບໍ່​ສາ​ມາດຫຼີກ​ລ້ຽງ​ໄດ້​ການ​ເຕົ້າ​ໂຮມ​ເປັນຫຼາຍ​ຄົນ.

ບ ນ ດາອາ ວ ດ ຕ ານ ໂລກ ລະ ບາດ covid 19 ບ ດ ທ 1 ຕ atm ແຈກເຂ າ ສານ
​ຕູ້ ATM ແຈກເຂົ້າ​ສານ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ຂອງ​ຜູ້​ໃຈ​ບຸນ​ເປັນ​ຈຳ​ນວນຫຼາຍ.

ຕ້ອງ​ມີ​ວິ​ທີ​ການ​ເພື່​ອາດ​ຈະ​ສົ່ງ​ເຂົ້​າ​ສານ​ທາງ​ໄກ ແລະ ຈຳ​ກັດ​ສ່ວນ​ໃດ​ສ່ວນ​ໜຶ່ງ​ຂອງ​ສະ​ພາບ​ການ​ຄົນ​ໜຶ່ງ​ຮັບຫຼາຍ​ຄັ້ງ

ຂ້າ​ພະ​ເຈົ້າ​ຈົ່ງ​ຄິດ​ອອກ​ຂໍ້​ລິ​ເລີ່ມ​ກ່ຽວ​ກັບ ຕູ້ ATM ເຂົ້າ​ສານ”.

ຕູ້​ ATM ແຈກ​ເຂົ້າ​ສານທຳ​ອິດໄດ້​ຕິດ​ຕັ້ງ​ຢູ່​ທີ່​ຢູ່​ເລກ​ທີ 204B ຖະ​ໜົນ​ເວື່ອນ​ລາຍ (ເມືອງ ເຕິນ​ຟູ, ນະ​ຄອນ​ໂຮ່​ຈີ​ມິນ). ໃນ​ເບື້ອງ​ຕົ້ນ, ຕວັນ​ແອັງ​ຄິດ​ວ່າ​ຈະ​ແຈກ​ຢາຍ​ເຂົ້າ​ສານ 500 ກິໂລ ຕໍ່​ວັນ​ຈົນ​ໝົດ​ເດືອນ, ລາວ​ກໍ່​ຫວັງ​ວ່າ​ຮອດ​ທ້າຍ​ເດືອນ​ໂລກ​ລະ​ບາດ​ຈະ​ສິ້ນ​ສຸດ​ລົງ, ການ​ດຳ​ລົງ​ຊີ​ວິດ​ຈະ​ກັບ​ຄືນ​ສູ່​ສະ​ພາບ​ທີ່​ເປັນ​ປົກ​ກ​ະ​ຕິ. ເຖິງ​ຢ່າງ​ໃດ​ກໍ່​ຕາ​ມ, ໂຄງ​ການ​ໄດ້​ເລີ່ມ​ມາ​ຈາກ​ນ້ຳ​ໃຈ​ອາ​ລົມ​ຈິດ, ດັ່ງ​ນັ້ນ​ໄດ້​ແຜ່​ຂະ​ຫຍາຍ​ໃນ​ວົງ​ກ້​ວາງ​ອອກ​ສູ່​ທົ່ວ​ປະ​ເທດຢ່າງ​ໄວ.

ມີ​ຜູ້​ໃຈ​ບຸນ​ໃຈ​ກຸ​ສົນ​ນັບ​ຮ້ອຍ​ຄົນ ມາ​ປະ​ກອບ​ເຂົ້າ​ສານ​ພ້ອມ​ກັບ​ຫົວ​ຂໍ້​ຂອງ​ຕູ້ ATM ແຈກ​ເຂົ້າ​ສານ. ຊຸມ​ວັນ​ນັ້ນ, ຕູ້ ATM ແຈກ​ເຂົ້າ​ສານ​ຕ້ອງ​ເພີ່ມ​ຂຶ້ນ 3 ປະ​ຕູ, ແລະ ເຄື່ອນ​ໄຫວ​ຕະຫຼອດ 24 ຊົ່ວ​ໂມ​ງ​ເພື່ອ​ຮັບ​ໃຊ້​ປະ​ຊາ​ຊົນ.

ພາຍຫຼັງ ຕູ້ ATM ແຈກ​ເຂົ້າ​ສານ​ທຳ​ອິດ​ໄດ້​ຮັບ​ການ​ຕິດ​ຕັ້ງ​ຢູ່ ນະ​ຄອນ​ໂຮ່​ຈີ​ມິນ, ວັນ​ທີ 11 ເມ​ສາ, ໂຄງ​ການ​ຕູ້ ATM ແຈກ​ເຂົ້າ​ສານ​ໃຫ້​ແກ່​ຄົນ​ທຸກ​ຍາກ​ໄດ້​ທະ​ວີ​ຄູນ​ຢູ່​ຮ່າ​ໂນ້ຍ.

ທະ​ວີ​ຄູນ ຕູ້ ATM ແຈກ​ເຂົ້າ​ສານ​ຢູ່​ຮ່າ​ໂນ້ຍ

ທ່ານ​ຫງວຽ​ໜ​ແມັ້ງ​ຮຸ່ງ (ອາ​ຍຸ 55 ປີ, ຜູ້​ມີ​ຂໍ້​ລິ​ເລີ່ມ​ກ່ຽວ​ກັບ​ຕູ້ ATM ແຈກ​ເຂົ້າ​ສານ​ຢູ່​ຮ່າ​ໂນ້ຍ) ໃຫ້​ຮູ້​ວ່າ: ເມື່ອ​ອ່ານ​ຂ່າວ​ກ່ຽວ​ກັບ​ຕູ້ ATM ແຈກ​ເຂົ້າ​ສານ, ຂ້າ​ພະ​ເຈົ້າ​ຄິດ​ວ່າ, ເປັນ​ຫຍັງ​ ນະ​ຄອນ​ໂຮ່​ຈີ​ມິນ​ເຮັດ​ໄດ້​ເຮົາ​ເຮັດ​ບໍ່​ໄດ້? ຂ້າ​ພະ​ເຈົ້າ​ພວມ​ບໍ​ລິ​ຫານ​ກຸ່ມ​ກຸ​ສົນ​ກ່​ຽວ​ກັບ​ໜັງ​ສື, ດັ່ງ​ນັ້ນ​ເມື່ອ​ແບ່ງ​ປັນ​ຄວາມ​ຄິດ​ດັ່ງ​ກ່າວ, ທຸກໆ​ຄົນ​ໃນ​ກຸ່ມ​ຜູ້​ໃດ​ກໍ່​ເຫັນ​ດີ​ເຫັນ​ພ້ອມ. ດັ່ງ​ນັ້ນ, ພວກ​ຂ້າ​ພະ​ເຈົ້າ​ເລີ່ມ​ປະ​ຕິບັດ”.

ພາຍຫຼັງ​ຄົ້ນ​ຄ້​ວາ​ມາ​ເປັນ​ເວ​ລາ 48 ຊົ່ວ​ໂມງ, ສຸດ​ທ້າຍ​ຮອດ​ເວ​ລາ 8 ໂມງ 30 ນາ​ທີ​ຂອງວັນ​ທີ 11 ເມ​ສາ, ​ເມັດ​ເຂົ້າ​ສານ​ທຳ​ອິດໄດ້​ຄ່ອຍ​ໆ​ໄລ່​ລົງ​ຖົງ​ຂອງ​ຜູ້​ທຸກ​ຍາກ ຢູ່​ຮ່າ​ໂນ້ຍ. ເຄື່ອງ​ຈັກ​ໄດ້​ຕິດ​ຕັ້ງ​ຢູ່​ຫໍ​ວັດ​ທະ​ນະ​ທຳ​ກິ​ລາ ຕາ​ແສງເງີຍ​ເຕິນ (ເມືອງ​ເກົ່າ​ໄຢ, ຮ່າ​ໂນ້ຍ).

ອ້າຍ​ ຢ​ວານ​ແທັງ​ຕຸມ - ຜູ້​ປະ​ດິດ​ສ້າງ​ຕູ້ ATM ແຈກ​ເຂົ້າ​ສານ​ຢູ່​ຮ່າ​ໂນ້ຍ​ໃຫ້​ຮູ້​ວ່າ ຈຸດ​ແຕກ​ຕ່າງ​ກັນ​ຂອງ​ຕູ້ ATM ແຈກ​ເຂົ້າ​ສານ​ຢູ່​ຮ່າ​ໂນ້ຍ​ເມື່ອ​ທຽບ​ໃສ່​ກັບ​ຕູ້ ATM ແຈກ​ເຂົ້າ​ສານແຫ່ງ​ຕ່າງໆ​ແມ່ນ, ຕູ້​ໄດ້​ດັດ​ປັບ, ໃຊ້​ຕິນຢ​ຽ​ບ​ແທນ​ທີ່​ນີວ​ມືກົດ.

“ໃນໄລ​ຍະຕິດ​ເຊື້ອ​ພະ​ຍາດ​ຢ່າງ​ງ່າຍ​ດາຍ, ພ​ວກ​ຂ້າ​ພະ​ເຈົ້າ​ເຫັນ​ວ່າ ເລື່ອງ​ໃສ່​ມື​ກົດ​ຕູ້ ATM ມັນ​ສ້າງ​ຄວາມ​ສ່ຽງ​ຕິດ​ເຊື້ອ​ພະ​ຍາດ. ຈົນ​ຮອ​ດ​ເວ​ລາ​ປະ​ດິດ​ສ້າງ​ຕູ້, ພວກ​ຂ້າ​ພະ​ເຈົ້າ​ເຫັນ​ວ່າ​ຕ້ອງ​ປະ​ຕິ​ບັດ​ການ​ເຄື່ອນ​ໄຫວ​ຂອງ​ຕູ້​ດ້ວຍ​ການ​ຢຽບ​ຕີນແທນ​ທີໃຊ້​ມືກົດ”.

ເມັດ​ເຂົ້າ​ສົ່ງ​ໄປ, ຮັບໄດ້ນ້ຳ​ໃຈ

ທຸກໆ​ວັນ​ໄປ​ເກັບ​ຂີ້​ເຫຍື້ອ​ຢູ່​ແຄມ​ທາງ​ຢູ່​ຕາ​ແສງເງີຍ​ເຕິນ, ​ຫາ​ກໍ່​ຟັງ​ໄດ້​ໂທ​ລະ​ໂຄ່ງ​ຂອງ​ຕະ​ແສງປະ​ກາດ, ປ້າ ເຈິ່ນ​ທິ​ແລັ່ງ (ອາ​ຍຸ 62 ປີ) ໄດ້​ຖີ​ບລົດ​ມາ​ຂໍ​ເຂົ້າ​ສານ. ເມື່ອ​ຮັບ​ໄດ້ຖົງເຂົ້າ​ປະ​ມານ 3 ກິ​ໂລ, ປ້າ​ ແລັ່ງ ​ຄິດ​ວ່າ​ຈະ​ກິນ​ໄດ້​ປະ​ມານ 4 – 4 ຄາບ. ປ້າ​ເວົ້າ​ວ່າ: “​ປົກ​ກະ​ຕິ, ການ​ດຳ​ລົງ​ຊີ​ວິດ​ກໍ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ແລ້ວ, ປັດ​ຈຸ​ບັນ​ໂລກ​ລະ​ບາດ​ເກີດ​ຂຶ້ນ​ຍິ່ງ​ຫຍຸ້ງ​ຍາກ​ກ່​ວາ​ເກົ່າ. ຮັບ​ໄດ້​ເຂົ້າ​ສານ​ຄື​ຈັງ​ຊີ້​ກໍ່​ຮູ້​ສຶກວ່າ​ມວນຫຼາຍ”.

ບ ນ ດາອາ ວ ດ ຕ ານ ໂລກ ລະ ບາດ covid 19 ບ ດ ທ 1 ຕ atm ແຈກເຂ າ ສານ ກອງ​ປະ­ຊຸມ​ສະ­ໄໝ​ສາ­ມັນ​ເທື່ອ​ທີ 9 ຂອງ​ສະ­ພາ​ແຫ່ງ​ຊາດ​ຊຸດ​ທີ VIII: ສສຊ ຮັບຮອງເອົາ 4 ມາດຕາໃນ 2 ຮ່າງກົດໝາຍ

ກອງ​ປະ­ຊຸມ​ສະ­ໄໝ​ສາ­ມັນ​ເທື່ອ​ທີ 9 ຂອງ​ສະ­ພາ​ແຫ່ງ​ຊາດ​ຊຸດ​ທີ VIII ໄດ້​ດຳ­ເນີນ​ມາ​ເປັນ​ມື້​ທີ 6 ໃນ​ວັນ​ທີ 1 ກໍ­ລະ­ກົດ 2020 ທີ່​ສະ­ພາ​ແຫ່ງ​ຊາດ (ຫຼັກ 6) ເປັນ​ປະ­ທານ​ຂອງ​ທ່ານ ບຸນ​ປອນ ບຸດ​ຕະ​ນະ​ວົງ ຮອງ​ປະ­ທານ​ສະ­ພາ​ແຫ່ງ​ຊາດ ມີ​ທ່ານ ສົມ​ມາດ ພົນ​ເສ­ນາ ລັດ­ຖະ­ມົນ­ຕີ​ກະ­ຊວງ​ຊັບ­ພະ­ຍາ­ກອນ​ທຳ​ມະ​ຊາດ ແລະ ສິ່ງ­ແວ­ດລ້ອມ ພ້ອມ​ດ້ວຍ​ສະ­ມາ­ຊິກ​ສະ­ພາ​ໃນ​ແຕ່​ລະ​ເຂດ​ເລືອກ​ຕັ້ງ ແລະ ...

ບ ນ ດາອາ ວ ດ ຕ ານ ໂລກ ລະ ບາດ covid 19 ບ ດ ທ 1 ຕ atm ແຈກເຂ າ ສານ ກອງປະຊຸມທາບທາມຄຳເຫັນຂັ້ນສູນກາງຕໍ່ຮ່າງກົດໝາຍວ່າດ້ວຍ ຊາຍແດນແຫ່ງຊາດ

ໃນວັນທີ 29 - 30 ມິຖຸນາ 2020 ທີ່ສູນການຮ່ວມມືສາກົນ ແລະ ຝຶກອົບຮົມ ICTC, ກະຊວງ​ການ​ຕ່າງປະ​ເທດ ໄດ້​ຈັດ​ຕັ້ງ​ກອງ​ປະຊຸມທາບທາມ ຄຳເຫັນຂັ້ນສູນກາງ ຕໍ່ຮ່າງກົດໝາຍວ່າດ້ວຍ ຊາຍແດນແຫ່ງຊາດ ພາຍ​ໃຕ້ການ​ເປັນ​ປະທານຂອງ ທ່ານ​ ທອງສະຫວັນ ພົມວິຫານ ຮອງ​ລັດຖະມົນຕີ​ ກະຊວງ​ການ​ຕ່າງປະ​ເທດ, ຫົວໜ້າຄະນະຮັບຜິດຊອບ ສ້າງຮ່າງກົດໝາຍ ໂດຍມີບັນດາທ່ານຮອງລັດຖະມົນຕີ ແລະ ຮອງຫົວໜ້າອົງການຂັ້ນສູນກາງ​​, ທ່ານ ຫົວໜ້າຫ້ອງການ, ຫົວໜ້າກົມ, ຮອງຫົວໜ້າກົມ ແລະ ຜູ້ຕາງໜ້າຈາກອົງການຈັດຕັ້ງຂັ້ນສູນກາງ ເຂົ້າຮ່ວມ.

ບ ນ ດາອາ ວ ດ ຕ ານ ໂລກ ລະ ບາດ covid 19 ບ ດ ທ 1 ຕ atm ແຈກເຂ າ ສານ ສປປ ລາວ ຍັງບໍ່ພົບກໍລະນີຜູ້ຕິດເຊື້ອໂຄວິດ-19 ເພີ່ມຂຶ້ນໃໝ່ ນັບເປັນເວລາ 79 ມື້ແລ້ວ

ປັດຈຸບັນ ສປປ ລາວ ໃນຂອບເຂດທົ່ວປະເທດ ມີສູນຈໍາກັດບໍລິເວນ ທັງໝົດ 89 ສູນ, ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 3.117 ຄົນ, ໄດ້ເກັບຕົວຢ່າງມາ ກວດວິເຄາະທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.