ນາຍົກລັດຖະມົນຕີ: ສ້າງເງື່ອນໄຂໃຫ້ບັນດາຜູ້ຊ່ຽວຊານ ແລະ ນັກລົງທຶນຕ່າງປະເທດ ເຂົ້າມາຫວຽດນາມ

15:06 | 10/06/2020

ຍສໝ - ທ່ານນາຍົກລັດຖະມົນຕີໄດ້ຮຽກຮ້ອງໃຫ້ບໍ່ຈຳກັດຈຳນວນຖ້ຽວບິນຂົນສົ່ງນັກຊ່ຽວຊານ, ນັກທຸລະກິດ, ນັກສຶກສາ, ນັກຮຽນ, ຜູ້ມີອາຍຸສຸງ… ຕາມມາດຕະຖານຂໍ້ກຳນົດກັບຄືນມາປະເທດ.

ນາຍ ກລ ດຖະມ ນຕ ສ າງເງ ອນໄຂໃຫ ບ ນດາຜ ຊ ຽວຊານ ແລະ ນ ກລ ງທ ນຕ າງປະເທດ ເຂ າມາຫວຽດນາມ ໜັງສືພິມຍີ່ປຸ່ນ: EVFTA ຈະຊ່ວຍຊຸກຍູ້ຂະຫຍາຍຕົວ ພື້ນຖານເສດຖະກິດຫວຽດນາມ
ນາຍ ກລ ດຖະມ ນຕ ສ າງເງ ອນໄຂໃຫ ບ ນດາຜ ຊ ຽວຊານ ແລະ ນ ກລ ງທ ນຕ າງປະເທດ ເຂ າມາຫວຽດນາມ ນາຍົກລັດຖະມົນຕີ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ ມ​ີ​ການໂອ້ລົມທາງໂທລະສັບກັບ ປະທານາທິບໍດີ ຟີລິບປີນ Rodrigo Duterte

ໃນຕອນເຊົ້າວັນທີ 9 ມິຖຸນາ, ທ່ານຫງວຽນຊວນຟຸກ - ນາຍົກລັດຖະມົນຕີຫວຽດນາມ ເປັນປະທານກອງປະຊຸມປະຈຳການຂອງລັດຖະບານ ກ່ຽວກັບການປ້ອງກັນ ແລະ ຄວບຄຸມພະຍາດ COVID-19.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຫງວຽນຊວນຟຸກ - ນາຍົກລັດຖະມົນຕີຫວຽດນາມ ໃຫ້ຮູ້ວ່າ ໃນທົ່ວໂລກ ມີກໍລະນີຕິດ​ເຊື້ອພະຍາດ COVID-19 ເປັນຈຳນວນຫຼວງຫຼາຍ, ໃນຂະນະທີ່ພື້ນຖານເສດຖະກິດຂອງຫວຽດນາມ ມີການເປີດກວ້າງ ແລະ ການເຊື່ອມໂຍງຢ່າງເລິກເຊິ່ງ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ແຈ້ງວ່າ ຫວຽດນາມ ຄວບຄຸມໂລກລະບາດໄດ້ເປັນຢ່າງດີ ແຕ່ຕ້ອງເຝົ້າລະວັງ ແລະ ບໍ່ຕ້ອງປະໝາດ ເມື່ອຈໍານວນຜູ້ຕິດເຊື້ອໃນໂລກຍັງຫຼາຍ ແລະ ກວດພົບຫຼາຍກໍລະນີຕິດເຊື້ອຄືນໃໝ່່ຢູ່ຫຼາຍປະເທດ.

ນາຍ ກລ ດຖະມ ນຕ ສ າງເງ ອນໄຂໃຫ ບ ນດາຜ ຊ ຽວຊານ ແລະ ນ ກລ ງທ ນຕ າງປະເທດ ເຂ າມາຫວຽດນາມ
ທ່ານຫງວຽນຊວນຟຸກ - ນາຍົກລັດຖະມົນຕີຫວຽດນາມ ເປັນປະທານກອງປະຊຸມປະຈຳການຂອງລັດຖະບານ ກ່ຽວກັບການປ້ອງກັນ ແລະ ຄວບຄຸມພະຍາດ COVID-19. (ພາບ: TTXVN)

ໂດຍເນັ້ນໜັກເຖິງທິດທາງຂອງການປ້ອງກັນ ແລະ ຄວບຄຸມພະຍາດ COVID-19 ໃນໄລຍະຈະມາເຖິງ, ທ່ານຫງວຽນຊວນຟຸກ - ນາຍົກລັດຖະມົນຕີຫວຽດນາມ ຊີ້ແຈ້ງວ່າ ເປົ້າໝາຍແຖວໜ້າຂອງຫວຽດນາມ ແມ່ນຮັບປະກັນການປອດໄພ ສຳລັບການພັດທະນາແບບຍືນຍົງ ໃນສະພາບ “ປົກກະຕິໃໝ່”.

ຄຽງຄູ່ກັນນັ້ນ ແມ່ນການກຽມພ້ອມຢ່າງດີທີ່ສຸດ ສຳລັບອະນາຄົດອັນໃກ້ນີ້ ເພື່ອເປີດປະຕູສູ່ການເຊື່ອມໂຍງ; ສືບຕໍ່ເຮັດໃຫ້ ຫວຽດນາມ ກາຍເປັນສະຖານທີ່ຢ່າງປອດໄພສຳລັບໂລກ; ບໍ່ພຽງແຕ່ເອົາໃຈໃສ່ເຖິງເສດຖະກິດເທົ່ານັ້ນ, ຫາກຍັງກໍ່ຕ້ອງຖືເປັນສຳຄັນການພົວພັນດ້ານການເມືອງ ແລະ ການຕ່າງປະເທດອີກດ້ວຍ.

ສໍາລັບເລື່ອງມີປະຊາຊົນຫວຽດນາມຫຼາຍຄົນທີ່ອາໄສຢູ່ຕ່າງປະເທດ ຢາກກັບມາປະເທດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຮຽກຮ້ອງໃຫ້ກະຊວງການຕ່າງປະເທດ ແລະ ບັນດາກະຊວງ, ຂະແໜງການ ສະເໜີມາດຕະການຕ່າງໆທີ່ເໝາະສົມເພື່ອແກ້ໄຂບັນຫາດັ່ງກ່າວ.

ສຳລັບນັກທຸລະກິດຫວຽດນາມ, ນັກຮຽນ, ນັກສຶກສາ, ຜູ້ເຖົ້າ… ມີຄວາມປາຖະໜາຢາກກັບຄືນປະເທດ, ທ່ານນາຍົກລັດຖະມົນຕີໄດ້ຮຽກຮ້ອງໃຫ້ບໍ່ຈຳກັດຈຳນວນຖ້ຽວບິນຂົນສົ່ງນັກຊ່ຽວຊານ, ນັກທຸລະກິດ, ນັກສຶກສາ, ນັກຮຽນ, ຜູ້ມີອາຍຸສຸງ… ຕາມມາດຕະຖານຂໍ້ກຳນົດກັບຄືນມາປະເທດ.

ນາຍ ກລ ດຖະມ ນຕ ສ າງເງ ອນໄຂໃຫ ບ ນດາຜ ຊ ຽວຊານ ແລະ ນ ກລ ງທ ນຕ າງປະເທດ ເຂ າມາຫວຽດນາມ ໜັງສືພິມຍີ່ປຸ່ນ: EVFTA ຈະຊ່ວຍຊຸກຍູ້ຂະຫຍາຍຕົວ ພື້ນຖານເສດຖະກິດຫວຽດນາມ

ຍສໝ - ຕາມໜັງສືພິມ Nikkei Asia Review ຂອງຍີ່ປຸ່ນ, ໃນວັນທີ 8 ມິຖຸນາ ສະພາແຫ່ງຊາດຫວຽດນາມ ໄດ້ຮັບຮອງເອົາສັນຍາການຄ້າເສລີກັບສະຫະພາບເອີຣົບ (ອີຢູ), ສັນຍາ EVFTA ຈະໃຫ້ກຳລັງໜູນທີ່ຈຳເປັນຢ່າງສຳຄັນ ເພື່ອຊຸກຍູ້ຂະຫຍາຍຕົວພື້ນຖານເສດຖະກິດຫວຽດນາມ.

ນາຍ ກລ ດຖະມ ນຕ ສ າງເງ ອນໄຂໃຫ ບ ນດາຜ ຊ ຽວຊານ ແລະ ນ ກລ ງທ ນຕ າງປະເທດ ເຂ າມາຫວຽດນາມ ຫວຽດນາມ ໄດ້ບຸກບືນເຂົ້າຢູ່ໃນກຸ່ມ 50 ປະເທດທີ່ນຳໜ້າຂະບວນການ ລັດຖະບານເອເລັກໂຕນິກ

ຍສໝ - ຈຸດໝາຍແມ່ນຮອດປີ 2025, ຫວຽດນາມ ມີ 80% ການບໍລິການອອນໄລລະດັບ 4 ຈະໄດ້ນຳ ສະເໜີຜ່ານພາຫະນະເຂົ້າຫາຕ່າງໆ.

ນາຍ ກລ ດຖະມ ນຕ ສ າງເງ ອນໄຂໃຫ ບ ນດາຜ ຊ ຽວຊານ ແລະ ນ ກລ ງທ ນຕ າງປະເທດ ເຂ າມາຫວຽດນາມ ວິສາຫະກິດອາເມລິກາ ມີຄວາມເອົາໃຈໃສ່ຕໍ່ມາດຕະການຟື້ນຟູພື້ນຖານເສດຖະກິດຂອງຫວຽດນາມ

ຍສໝ - ທ່ານຮ່າກິມຫງ້ອກ - ເອກອັກຄະລັດຖະທູດຫວຽດນາມ ປະຈຳສະຫະລັດອາເມລິກາ ປາດຖະໜາວ່າ ບັນດາວິສາຫະກິດອາເມລິກາ ມີຄວາມສາມາດບົ່ມຊ້ອນດ້ານເຕັກໂນໂລຢີ, ວິຊາສະເພາະ ແລະ ທຶນຮອນ ຈະໄດ້ສືບຕໍ່ເລືອກເຟັ້ນ ຫວຽດນາມ ແມ່ນສະຖານທີ່ດຶງດູດ ແລະ ປອດໄພສຳລັບບັນດາການເຄື່ອນໄຫວດຳເນີນທຸລະກິດ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.