ທ່ານເລຂາທິການໃຫຍ່, ປະທານປະເທດຫງວຽນຟູຈ້ອງພົບປະກັບຜູ້ມີສິດເລືອກຕັ້ງນະຄອນຫຼວງຮ່າໂນ້ຍ

08:06 | 25/11/2018

ວັນທີ 24 ພະຈິກ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟູຈ້ອງ ແລະ ຄະນະສະມາຊິກສະພາແຫ່ງຊາດນະຄອນຮ່າໂນ້ຍ, ຫົວໜ່ວຍເລືອກຕັ້ງເລກ 1, ໄດ້ມີບັນດາການພົບປະກັບຜູ້ມີສິດເລືອກຕັ້ງເມືອງບາດິ່ງ, ໄຕໂຮ່ ແລະ ຮ່ວານກຽມ.

ທ່ານເລຂາທິການໃຫຍ່, ປະທານປະເທດຫງວຽນຟູຈ້ອງພົບປະກັບຜູ້ມີສິດເລືອກຕັ້ງນະຄອນຫຼວງຮ່າໂນ້ຍ

ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ພົບປະກັບຜູ້ມີສິດເລືອກຕັ້ງ ເມືອງຮວ່ານກ໊ຽມ (ພາບ: vnexpress.net)

ກ່າວຄຳເຫັນແລກປ່ຽນກັບຜູ້ມີສິດເລືອກຕັ້ງ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຟູຈ້ອງ ຕີລາສູງບັນດາຄຳເຫັນປະກອບຢ່າງກົງໄປກົງມາ, ມີຄວາມຮັບຜິດຊອບ ແລະ ຄວາມສຸດຈິດສຸດໃນຂອງຜູ້ມີສິດເລືອກຕັ້ງ. ເຫັນດີກັບບັນດາຄຳເຫັນຕີລາຄາຂອງຜູ້ມີສິດເລືອກຕັ້ງ ກ່ຽວກັບໝາກຜົນກອງປະຊຸມສະໄໝສາມັນເທື່ອທີ 6 ສະພາແຫ່ງຊາດຫວຽດນາມ ຊຸດທີ 14, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຟູຈ້ອງ ຖືວ່າ, ກອງປະຊຸມຄັ້ງນີ້ໄດ້ສ້າງຂີດໝາຍຢ່າງດີງາມ, ສະແດງໃຫ້ເຫັນໄດ້ບັນຍາກາດປະຊາທິປະໄຕ, ສາມັກຄີ.

ກ່ຽວກັບວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຟູຈ້ອງ ຖຶວ່າ: ນີ້ແມ່ນບັນຫາເຊິ່ງຜູ້ມີສິດເລືອກຕັ້ງເຕື້ອງເຖິງໃນບັນດາການພົບປະຫວ່າງມໍ່ໆມານີ້, ສິ່ງນັ້ນໄດ້ພິສຸດໃຫ້ເຫັນວ່າ ຜູ້ມີສິດເລືອກຕັ້ງມີຄວາມສົນໃຈ ແລະ ປາດຖະໜາຢາກໃຫ້ວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງຕ້ອງປະຕິບັດໃຫ້ເປັນຢ່າງດີກວ່າ ແລະ ໂປ່ງໄສກວ່າ. ທ່ານເລຂາທິການໃຫຍ່, ປະທານປະເທດ ກໍ່ໄດ້ເນັ້ນໜັກເຖິງວຽກງານຕໍ່ສູ້ປ້ອງກັນ, ຕ້ານການສໍ້ລາດບັງຫຼວງໄລຍະຈະມາເຖິງຍັງມີວຽກງານຫຼາຍຢ່າງຕ້ອງເຮັດ, ດັ່ງນັ້ນ ຕ້ອງປະຕິບັດເທື່ອລະກ້າວ, ມີລະບົບ ແລະ ຕ້ອງມີວິທີ.

ທ່ານເລຂາທິການໃຫຍ່, ປະທານປະເທດ ກໍໃຫ້ຮູ້ວ່າ ພັກກອມມູນິດຫວຽດນາມ ໄດ້ປະກາດໃຊ້ຂໍ້ກຳນົດກ່ຽວກັບໜ້າທີ່ຄວາມຮັບຜິດຊອບກ່ຽວກັບການເປັນແບບຢ່າງ ເພື່ອສຶກສາບຳລຸງສ້າງພະນັກງານມີຄວາມຮັກຕໍ່ປະເທດຊາດ, ເປັນແບບຢ່າງໃນທຸກດ້ານ; ພ້ອມທັງປາດຖະໜາວ່າ ພະນັກງານພັກກິນເບ້ຍບຳນານ ຜູ້ທີ່ຍິ່ງມີຄຸນງາມຄວາມດີ ຍິ່ງຕ້ອງຮັກສາ, ເປັນແບບຢ່າງເພື່ອໃຫ້ຄົນລຸ້ນໜຸ່ມປະຕິບັດຕາມ.

(ແຫຼ່ງ​ຂໍ້​ມູນ​: vov5)

ເຫດການ
302 Found

Found

The document has moved here.