ທ່ານນາຍົກລັດຖະມົນຕີເຫັນດີຟື້ນຟູບັນດາສາຍ​ການບິນລະຫວ່າງຫວຽດນາມ ແລະຈີນ

06:38 | 14/07/2020

ຍ​ສໝ - ທ່ານນາຍົກລັດຖະມົນຕີຫງວຽນ​ຊວັນ​ຟຸກໄດ້ເຫັນດີຟື້ນຟູການຂົນສົ່ງທາງອາກາດລະຫວ່າງຫວຽດນາມ ແລະຈີນ. ດ້ວຍຄວາມຖີ່ ແລະເງື່ອນໄຂຂອງການຂົນສົ່ງຜູ້ໂດຍສານແມ່ນອີງ​ຕາມ​ການ​ເຫັນ​ດີ​ເປັນ​ເອ​ກະ​ພາບລະ​ຫວ່າງ ຫວຽດ​ນາມ ແລ​ະ​​ຈີນ.

ທ ານນາຍ ກລ ດຖະມ ນຕ ເຫ ນດ ຟ ນຟ ບ ນດາສາຍ ການບ ນລະຫວ າງຫວຽດນາມ ແລະຈ ນ ​ເຊື້ອ​ພະຍາດ​ໂຄ​ໂຣນາ ສາ​ຍພັນ​ໃໝ່ ຫລື ​ໂຄ​ວິດ-19 ອາດຈະ​ ເຮັດ​ໃຫ້​ ສາຍ​ການບິນ​ ທົ່ວ​ໂລກ​ ​ເສຍ​ຫາຍ ​ສູງ​ທີ່​ສຸດ ​ເຖິງ 63.000- 113.000 ລ້ານ​ໂດ​ລາ ​ສະຫະ​ລັ
ທ ານນາຍ ກລ ດຖະມ ນຕ ເຫ ນດ ຟ ນຟ ບ ນດາສາຍ ການບ ນລະຫວ າງຫວຽດນາມ ແລະຈ ນ ຖ້ຽວບິນກວ່າ 300 ຖ້ຽວ ຖືກຍົກເລີກ ຢູ່ ສະໜາມບິນ ຮົ່ງກົງ
ທ ານນາຍ ກລ ດຖະມ ນຕ ເຫ ນດ ຟ ນຟ ບ ນດາສາຍ ການບ ນລະຫວ າງຫວຽດນາມ ແລະຈ ນ
ທ່ານນາຍົກລັດຖະມົນຕີຫວຽດ​ນາມ ຫງວຽນຊວນຟຸກ (ພາບ: https://vietnamnet.vn/)

ຫ້ອງວ່າການລັດຖະບານຫາກໍ່ອອກແຈ້ງການກ່ຽວກັບການສະຫລຸບຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ທີ່ກອງປະຊຸມປະ​ຈຳຂອງລັດຖະບານກ່ຽວກັບການປ້ອງກັນແລະຄວບຄຸມ Covid-19.

​ເມ​ື່ອ​ເວົ້າ​ເຖິງ​ບັນ​ດາ​ໜ້າ​ທີ່​ສຳ​ຄັນ, ທ່ານນາຍົກລັດຖະມົນຕີໄດ້ກ່າວເຖິງຄວາມຕ້ອງການເຂົ້າເມືອງຂອງຊາວຫວຽດນາມອາໄສຢູ່ຕ່າງປະເທດ, ນັກລົງທຶນຕ່າງປະເທດ, ຜູ້ຊ່ຽວຊານ ແລະນັກສຶກສາຕ່າງປະເທດ…ພວມເພີ່ມຂື້ນຢ່າງແຮງ. ທ່ານ​ກໍ່​ເນັ້ນ​ໜັກ​ວ່າ “ທັດສະນະຂອງລັດຖະບານແມ່ນສ້າງເງື່ອນໄຂ, ຕອບສະໜອງ ຄວາມຕ້ອງການທີ່​ຖືກ​ຕ້ອງ ແລະແທດ​ຈິງ ອີງຕາມຄວາມສາມາດໃນການຕ້ອນຮັບແລະແຍກ​ຕົວພາຍໃນປະເທດ”. ໃນ​ພາຍ​ພາກ​ໜ້າ, ທ່ານນາຍົກລັດຖະມົນຕີໄດ້ມອບໝາຍ ໃຫ້ກະຊວງຄົມມະນາຄົມຂົນສົ່ງເປັນ​ເຈົ້າ​ພາບ, ສົມທົບກັບກະຊວງການຕ່າງປະເທດ ແລະກະຊວງສາທາລະນະສຸກຢ່າງໃກ້ຊິດໃນການຊີ້ນຳບໍລິສັດການບິນ Vietnam Airlines ຮີບດ່ວນຈັດຕັ້ງການນຳພົນລະເມືອງຫວຽດນາມຢູ່ປະເທດ Guinea Equatorial Guinea ໃຫ້ກັບປະເທດໂດຍໄວເທົ່າທີ່ຈະໄວໄດ້.

ພ້ອມກັນນັ້ນ, ສືບຕໍ່ປະຕິບັດການອະນຸຍາດ ນັກການທູດ, ຜູ້ຊ່ຽວຊານ, ນັກລົງທຶນ, ແຮງງານທີ່ມີສີມື, ນັກສຶກສາຕ່າງປະເທດແລະນັກສຶກສາທີ່ໄປຮຽນຢູ່ປະເທດຫວຽດນາມເຂົ້າມາຫວຽດນາມ,ອະນຸຍາດໃຫ້ຍາດຕິພີ່ນ້ອງ (ພໍ່, ແມ່, ຜົວຫລືເມຍ, ລູກ) ຂອງບັນດາທູຕານຸທູດ, ນັກລົງທືນແລະຊ່ຽວຊານເຂົ້າມາຫວຽດນາມ. ຄຽງຂ້າງນັ້ນ, ດຳເນີນການກວດ​ຫາ​ເຊື້ອຢ່າງວ່ອງໄວ, ແຍກຕົວ​ໃຫ້​ເໝ​າ​ະສົມກັບ​ແຕ່​ລະ​ເປົ້າ​ໝາຍ​ເຂົ້າ​ເມືອງ, ຮັບປະກັນຄວາມຮຽກຮ້ອງຕ້ອງການໃນການປ້ອງກັນແລະຄວບຄຸມໂລກລະບາດ.

ກ່ຽວກັບການເປີດ​ສາຍ​ການບິນສາກົນ, ທ່ານນາຍົກລັດຖະມົນຕີໄດ້ເຫັນດີຟື້ນຟູການຂົນສົ່ງທາງອາກາດລະຫວ່າງຫວຽດນາມແລະຈີນ. ທ່ານນາຍົກລັດຖະມົນຕີໄດ້ມອບໝາຍ ໃຫ້ກະຊວງການຕ່າງປະເທດເປັນຜູ້ຮັບຜິດຊອບແລະປະສານງານກັບກະຊວງຄົມມະນາຄົມຂົນສົ່ງແລະບັນດາອົງການທີ່ກ່ຽວຂ້ອງເພື່ອເຮັດວຽກກັບປະເທດຕ່າງໆກ່ຽວກັບການເພີ່ມຖ້ຽວບິນກູ້ໄພ ແລະເປີດຖ້ຽວບິນການຄ້າລະຫວ່າງຫວຽດນາມແລະປະເທດອື່ນໆ; ຈັດການຕ້ອນຮັບພົນລະເມືອງຫວຽດນາມຢູ່ຈຸດຜ່ານແດນ ໃຫຍ່ຂອງ​ບັ​ນ​ດາຖ້ຽວບິນຕ່າງປະເທດ, ລວມມີ: ເຊອຸນ (ເກົາຫຼີໃຕ້), ໂຕກຽວ (ຍີ່ປຸ່ນ), ໄຕ້ຫວັນ, ກວາງໂຈ (ຈີນ), ວຽງຈັນ (ລາວ), ພະນົມເປັນ (ກຳປູເຈຍ).

ທ ານນາຍ ກລ ດຖະມ ນຕ ເຫ ນດ ຟ ນຟ ບ ນດາສາຍ ການບ ນລະຫວ າງຫວຽດນາມ ແລະຈ ນ ຫວຽດ​ນາມ - ຍີ່​ປຸ່ນ​ຈັດຕັ້ງ​ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ລົງ​ທຶນ​ທາງອອ​ນ​ລາຍ​

ຍ​ສ​ໝ - ນີ້​ແມ່ນ​ຄັ້ງ​ທຳ​ອິດ ທີ່ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ລົງ​ທຶນ​ໃຫຍ່​ໄດ້​ຮັບ​ການ​ຈັດ​ຕັ້ງ​ທາງ​ອອນ​ລາຍ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງວິ​ສາ​ຫະ​ກິດຍີ່​ປຸ່ນ 1000 ແຫ່ງຈາກ​ບັນ​ດາ​ຈຸດ​ຖ່າຍ​ທອດ​ສົດຢູ່​ຍີ່​ປຸ່ນ ແລະ ໃນ​ທົ່ວ​ໂລກ, ຊຶ່ງ​ສະ​ແດງ​ໃຫ້​ເຫັນ​ຄວາມ​ເອົາ​ໃຈ​ໃສ່ ແລະ ຄວາມ​ມຸ່ງ​ມາດ​ປາດ​ຖະ​ໜາ​ຢ່າງ​ຍິ່ງ​ຂອງ​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ​ຍີ່​ປຸ່ນ​ຕໍ່​ຫວຽດ​ນາມ.

ທ ານນາຍ ກລ ດຖະມ ນຕ ເຫ ນດ ຟ ນຟ ບ ນດາສາຍ ການບ ນລະຫວ າງຫວຽດນາມ ແລະຈ ນ ຫວຽດ​ນາມ - ອິດ​ສະ​ລາ​ແອັນ ສົ່ງ​ເສີມ​ການ​ຮ່ວມ​ມື​ດຳ​ເນີນ​ທຸ​ລ​ະກິດ ແລະ ການ​ລົງ​ທຶນ​ລະ​ຫວ່າງ 2 ຝ​່າຍ

ຍ​ສ​ໝ - ທ່ານ​ ໂດ​ມິງ​ຮຸ່ງ​ ສະ​ແດງ​ຄວາມ​ຊົມ​ເຊີຍ ແລະ ຕ້ອນ​ຮັບ​ບັນ​ດາ​ວິ​ສາ​ຫະ​ກິດ ອິດ​ສາ​ລາ​ແອັນ​ ທີ່​ມາ​ສຳຫຼວດ​ການ​ຕະຫຼາດ, ຊອກ​ຫາກາ​ລະ​ໂອ​ກາດ​ໃນ​ການ​ຮ່ວມ​ມື​ດຳ​ເນີນ​ທຸ​ລ​ະ​ກິດ​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ຫວຽດ​ນາມ.

ທ ານນາຍ ກລ ດຖະມ ນຕ ເຫ ນດ ຟ ນຟ ບ ນດາສາຍ ການບ ນລະຫວ າງຫວຽດນາມ ແລະຈ ນ ຫ​ວຽດ​ນາມ ສົ່ງ​ເສີມ​ການ​ຮ່ວມ​ມື​ພັດ​ທະ​ນາ​ລະ​ບົບ​ກ​ານ​ສະ​ໜອງ, ອຸດ​ສາ​ຫະ​ກຳ​ສຳ​ຮອງ

ຍ​ສ​ໝ - ທ່ານ​ Nate Easter​ ມີ​ຄວາມ​ປາດ​ຖະ​ໜາ​ຢາກ ລັດ​ຖະ​ບານ​ຫວຽດ​ນາມ​ໜູນ​ຊ່ວຍ​ກຸ່ມບ​ໍ​ລິ​ສັດ​ໃນ​ການ​ຕົກ​ລົງ, ສົ່ງ​ເສີມ​ການ​ລົງ​ທຶນ​ຢູ່​ເຂດ​ເຕັກ​ໂນ​ໂລ​ຢີ​ສູງ ນະ​ຄອນ​ໂຮ່​ຈີ​ມິນ, ມີ​ນະ​ໂຍ​ບາຍ​ບຸ​ລິ​ມະ​ສິດ, ໜູນ​ຊ່ວຍ​ການ​ສະ​ໜອງ​ເພື່ອ​ຊຸກ​ຍູ້​ວິ​ວັດ​ການ​ຫັນ​ລະ​ບົບ​ການ​ສະ​ໜອງ​ທົ່ວ​ໂລກ​ເປັນ​ພາຍ​ໃນປ​ະ​ເທດ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.