ອາຊີບຖັກແສ່ວຕັດຫຍິບຊຸດອາພອນປະຈຳເຜົ່າມົ້ງຢູ່ເມືອງ ເວິນໂຮ່ ແຂວງ ເຊີນລາ ໄດ້ມີມາແຕ່ດົນນານ. ພໍ່ແມ່ພີ່ນ້ອງເຜົ່າມົ້ງ ເຄີຍຕັດຫຍິບຊຸດອາພອນເອງ ໃຫ້ແກ່ຄອບຄົວຂອງຕົນ ພິເສດໃນໂອກາດບຸນເຕັດ, ສະມາຊິກແຕ່ລະຄົນໃນຄອບຄົວ ກໍ່ມີຊຸດອາພອນທີ່ຕັດຫຍິບເອງ ແຕ່ໜຶ່ງ ຫາສອງຊຸດ. ປັດຈຸບັນອາຊີບຕັດຫຍິບຊຸດອາພອນປະຈຳເຜົ່າມົ້ງ ຢູ່ເມືອງ ເວິນໂຮ່ ໄດ້ຮັບການຮັກສາໄວ້ ຈາກອຳນາດການປົກຄອງ ແລະ ປະຊາຊົນ ແລະ ການເຄື່ອນໄຫວກໍ່ໄດ້ມີຂຶ້ນຢ່າງເປັນປົກກະຕິ.
ດ້ວຍຍອດເນື້ອທີ່ວາງແຜນຜັງຂຶ້ນເຖິງ 206.150 ເຮັກຕາ ແລະ ມີທັດຊະນີຍະພາບທຳມະຊາດທີ່ເປັນເອກະລັກສະເພາະ ພ້ອມກັບຊາວທ້ອງຖິ່ນ ມີສີສັນວັດທະນະທຳຫຼາຍຮູບຫຼາຍແບບ, ເຂດທ່ອງທ່ຽວແຫ່ງຊາດ ມົກເຈົາ ໄດ້ຮັບການກຳນົດທິດກາຍເປັນໜຶ່ງ ໃນບັນດາກຳລັງໜູນ ເພື່ອພັດທະນາການທ່ອງທ່ຽວ ໃນເຂດພູດອຍທາງພາກເໜືອ ຫວຽດນາມ ຊຸກຍູ້ການພັດທະນາເສດຖະກິດ ສັງຄົມຍົກສູງຊີວິດການເປັນຢູ່ໃຫ້ແກ່ປະຊາຊົນ ແລະ ຮັບປະກັນການປ້ອງຫກັນຊາດ ປ້ອງກັນຄວາມສະຫງົບ
ມັງແດນເຂດປ່າທຳມະຊາດຂຶ້ນກັບເມືອງກອນຟຣົງແຂວງກອນຕູມໄດ້ຖືກທຳມະຊາດດົນບັນດານທັດຊະນີຍະພາບທີ່ສວຍສົດງົດງາມເຮັດໃຫ້ປະຊາຊົນທັງຫຼາຍຫຼົງໄຫຼ. ໃນທ່າມກາງອາກາດໜາວເຢັນ, ເຂດປ່າແປກຂຽວອຸ່ມທຸ່ມທີ່ກວ້າງໃຫຍ່ ແລະບັນດາເຮືອນວິນລາພວມຊ້ອນຕົວໃນກຸ່ມນ້ຳໝອກກົ້ວ, ມັງແດນອຸປະມາດັ່ງ ດ່າຫຼາດແຫ່ງທີສອງຢູ່ເຂດດິນພູພຽງທີ່ເຕັມໄປດ້ວຍແດດແລະລົມ. ພິເສດຢູ່ແຫ່ງນີ້ຍັງຈູດກອງໄຟເມື່ອຄ່ຳລົງມາ, ມີເຫຼົ້າໄຫພ້ອມກັບວາດຟ້ອນໃນທ່າມກາງສຽງຄ້ອງຂອງພໍ່ແມ່ພີ່ນ້ອງບັນດາເຜົ່າເມີນົງ, ເຊີດັງ, ເຮີເຣ.
ຍສໝ - ເຂດທາງທິດຕາເວັນຕົກສຽງເໜືອປະກອບດ້ວຍ 6 ແຂວງຄືຮວ່າບິ່ງ, ເຊີນລາ, ດ້ຽນບຽນ, ລາຍເຈົາ, ລ່າວກາຍ, ອຽນບ໊າຍ ມີຄວາມສາມາດບົ່ມຊ້ອນທາງດ້ານການທ່ອງທ່ຽວຢ່າງຫຼວງ ດ້ວຍທິດທັດທຳມະຊາດຢ່າງໃຫຍ່ໂຕມະໂຫຖານ ວັດທະນະທຳທີ່ເປັນເອກະລັກ ແລະ ປະຫວັດສາດທີ່ສະຫງ່າອົງອາດ.