ງານວາງສະແດງ “ໄພພິບັດທາດພິດສີສົ້ມ/ດີໂອຊີນ - 60 ປີຫວນຄືນຫຼັງ”

ງານວາງສະແດງ “ໄພພິບັດທາດພິດສີສົ້ມ/ດີໂອຊີນ - 60 ປີຫວນຄືນຫຼັງ”

ຕອນບ່າຍວັນທີ 13 ກໍລະກົດ, ທີ່ຫໍພິພິທະພັນປະຫວັດສາດການທະຫານຫວຽດນາມ, ສະມາຄົມຜູ້ຖືກເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊີນ ຫວຽດນາມ, ສູນກະທໍາແຫ່ງຊາດແກ້ໄຂຜົນຮ້າຍຢ້ອນຫຼັງຈາກທາດພິດເຄມີ ແລະສິ່ງແວດລ້ອມ, ຫ້ອງການ 701, ຫໍພິພິທະພັນປະຫວັດສາດການທະຫານຫວຽດນາມ ສົມທົບກັບສູນສາກົນກໍ່ສ້າງ ແລະຄົ້ນຄວ້າຄະນິດສາດ, ກອງທຶນປ່ຽນໃໝ່ຫົວຄິດປະດິດສ້າງ VinGroup ຈັດພິທີເປີດງານວາງສະແດງ “ໄພພິບັດທາດພິດສີສົ້ມ/ດີໂອຊີນ - 60 ປີຫວນຄືນຫຼັງ”.

ຊຸກຍູ້ການຮ່ວມມືດ້ານການຄ້າ ແລະ ການທ່ອງທ່ຽວລະຫວ່າງ ຫວຽດນາມ - ອີຢີບ

ຊຸກຍູ້ການຮ່ວມມືດ້ານການຄ້າ ແລະ ການທ່ອງທ່ຽວລະຫວ່າງ ຫວຽດນາມ - ອີຢີບ

ຍສໝ - ຜູ້ຕາງໜ້າຂອງຫຼາຍກວ່າ 70 ວິສາຫະກິດອີຢີບ ໄດ້ເຂົ້າຮ່ວມເວທີປາໄສວິສາຫະກິດ ດ້ວຍຫົວຂໍ້ “ແງ່ຫວັງໃນການຮ່ວມມືດ້ານການຄ້າ, ວັດທະນະທຳ ແລະ ທ່ອງທ່ຽວລະຫວ່າງຫວຽດນາມ ແລະ ອີຢີບ”.

ຄະນະນັກກິລາຫວຽດນາມ ເຂົ້າຮ່ວມ Olympic ດ້ວຍສະມາຊິກ 43 ຄົນ

ຄະນະນັກກິລາຫວຽດນາມ ເຂົ້າຮ່ວມ Olympic ດ້ວຍສະມາຊິກ 43 ຄົນ

ກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວ ຫາກໍ່ຕົກລົງສ້າງຕັ້ງຄະນະນັກກິລາຫວຽດນາມ ເຂົ້າຮ່ວມ Olympic Tokyo 2020 ແຕ່ວັນທີ 18 ກໍລະກົດ ເຖິງວັນທີ 13 ສິງຫາ, ດ້ວຍ 43 ສະມາຊິກ, ໂດຍ ທ່ານ ເຈິ່ນດຶກເຟິ໊ນ, ຮອງຫົວໜ້າກົມໃຫຍ່, ຮັບຜິດຊອບກົມໃຫຍ່ກິລາກາຍຍະກໍາ ເປັນຫົວໜ້າຄະນະ.

ຕະຫລາດນັດ 0 ດົ່ງ ຢູ່ ແຂວງ ຕຽນຢາງ

ຕະຫລາດນັດ 0 ດົ່ງ ຢູ່ ແຂວງ ຕຽນຢາງ

ໃນສະພາບໂລກລະບາດໂຄວິດ 19 ລະບາດຮອບໃຫມ່, ມີປະຊາຊົນຫລາຍຄົນຢູ່ແຂວງ ຕຽນຢາງ ປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງຍ້ອນວ່າງງານ. ເຂົາເຈົ້າໄດ້ຮັບການຊ່ວຍເຫລືອທາງໄກຈາກບັນດາອົງການ, ສ່ວນບຸກຄົນ ເພື່ອພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກ. ຕະຫລາດນັດ 0 ດົ່ງ (ບໍ່ເກັບຄ່າ) ຢູ່ ຕາແສງ ລອງດິ້ງ ເມືອງເຈົາແທ່ງ ແຂວງ ຕຽນຢາງ ແມ່ນແບບຢ່າງກ່ຽວກັບການຊ່ວຍເຫລືອທີ່ມີຄວາມໝາຍນັ້ນ.

ລາຍການ livestream ກ່ຽວກັບອາຫານການກິນດ່ານັ້ງ

ລາຍການ livestream ກ່ຽວກັບອາຫານການກິນດ່ານັ້ງ

ຍ​ສ​ໝ - ດ່າ​ນັ້ງ​ໄດ້​ສົມ​ທົບ​ກັບ Helen ເລ (ເລ​ຮະ​ຮ່​ວຽ​ນ) ຂອງ​ຊ່ອງ​ອາ​ຫານ​ກາ​ນ​ກິນ Helen's Recipes ປະ​ຕິ​ບັດ​ໂຄງ​ການ livestream “ມຳໆດ່​າ​ນັ້ງ” ເພື່ອ​ແນະ​ນຳ​ການ​ການ​ປຸງ​ແຕ່ງ​ເຍື່ອງ​ອາ​ຫານຈຳນວນໜຶ່ງ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ທ້ອງ​ຖິ່ນ.

ພາບແຕ້ມໂດຍນັກແຕ້ມຫວຽດນາມ ໄດ້ປະກົດຕົວຢູ່ສະຖານີລົດໄຟ Lyon

ພາບແຕ້ມໂດຍນັກແຕ້ມຫວຽດນາມ ໄດ້ປະກົດຕົວຢູ່ສະຖານີລົດໄຟ Lyon

ຍສໝ - ຫໍພິພິທະພັນ Ursulines ຂອງນະຄອນ Macon ໄດ້ເລີ່ມເປີດສະຖານທີ່ວາງສະແດງຜົນງານຂອງນັກແຕ້ມ ມ່າຍຈູງທື້ ໃນຫ້ອງໂຖງຂອງສະຖານີລົດໄຟ Lyon (ປາຣີ - ຝຣັ່ງ).

ຕ້ອງ​ປະ​ຕິ​ບັດ​ຕາມ​ຂໍ້​ກຳ​ນົດ​ກ່ຽວ​ກັບການ​ປະ​ພຶດ​ໃນ​ສື່​ສັງ​ຄົມ​ອອນ​ລາຍ

ຕ້ອງ​ປະ​ຕິ​ບັດ​ຕາມ​ຂໍ້​ກຳ​ນົດ​ກ່ຽວ​ກັບການ​ປະ​ພຶດ​ໃນ​ສື່​ສັງ​ຄົມ​ອອນ​ລາຍ

ຍ​ສ​ໝ - ຢູ່​ຫວຽດ​ນາມ, ​ຕ​າມ​ທຳ​ມະ​ດາຜູ້​ນຳ​ໃຊ້​ໄດ້​ນຳ​ໃຊ້​​ໂປ​ແກຼມ Livestream ໃຫ້​ແກ່​ບັນ​ດາ​ເປົ້າ​ໝາຍຫຼັກ​ຄື: ດຳ​ເນີນ​ທຸ​ລະ​ກິດ​ທາງ​ອອນ​ລາຍ, ສ້າງ​ຊື່​ສຽງ… ການ​ນຳ​ໃຊ້ Livestream ເພື່ອ​ປະ​ຕິ​ບັດ​ບັນ​ດາ​ການ​ກະ​ທຳ​ຫຍໍ້​ທໍ້​​ບໍ່​ແມ່ນ​ຫາ​ກໍ່​ເກີດ​ຂຶ້ນ​ແຕ່​ການ​ຜັນ​ແປ​ຂອງ​ມັນ​ນັບ​ມື້​ນັບ​ສັບ​ສົນ​ຂຶ້ນ​ຕື່ມແລະລະ​ດັບ​ກໍ່​ນັບ​ມື້​ນັບ​ຮ້າຍ​ແຮງ​ກ່​ວາ.

ງານຕະຫຼາດນັດການທ່ອງທ່ຽວສາກົນຮ່າໂນ້ຍ ຈະຈັດຕັ້ງແຕ່ວັນທີ 29 ກໍລະກົດ ຮອດວັນທີ 1 ສິງຫາ

ງານຕະຫຼາດນັດການທ່ອງທ່ຽວສາກົນຮ່າໂນ້ຍ ຈະຈັດຕັ້ງແຕ່ວັນທີ 29 ກໍລະກົດ ຮອດວັນທີ 1 ສິງຫາ

ວັນທີ 11 ມິຖຸນາ, ສະຫະສະມາຄົມທ່ອງທ່ຽວຫວຽດນາມ ໄດ້ແຈ້ງເວລາຈັດງານຕະຫຼາດນັດການທ່ອງທ່ຽວສາກົນຮ່າໂນ້ຍ (VITM) 2021 ແຕ່ວັນ 29 ກໍລະກົດ ຮອດວັນທີ 1 ສິງຫາ.

ງານວາງສະແດງຮູບພາບ 120 ແຜ່ນ

ງານວາງສະແດງຮູບພາບ 120 ແຜ່ນ "ມໍລະດົກພາບເອມີເນຊັນໃນການໂຄສະນາການທ່ອງທ່ຽວຫວຽດນາມ"

ຕອນເຊົ້າວັນທີ 22 ມິຖຸນາ, ສະຖາບັນຮູບເງົາຫວຽດນາມ ໄດ້ຈັດຕັ້ງພິທີໄຂງານວາງສະແດງ "ມໍລະດົກພາບເອມີເນຊັນໃນການໂຄສະນາການທ່ອງທ່ຽວຫວຽດນາມ".

ຮ່າ​ໂນ້ຍ ຈັດ​ຕັ້ງ​ລາຍ​ການ “ຮ່ວມ​ແຮງ​ຮ່ວມ​ໃຈ​ຍູ້​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ຖອຍ​ໄປ”

ຮ່າ​ໂນ້ຍ ຈັດ​ຕັ້ງ​ລາຍ​ການ “ຮ່ວມ​ແຮງ​ຮ່ວມ​ໃຈ​ຍູ້​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ຖອຍ​ໄປ”

ໂດຍຕອບສະໜອງຕາມຄຳຮຽກຮ້ອງ “ທົ່ວປວງຊົນສາມັກຄີກັນ, ພະຍາຍາມປ້ອງກັນ, ຕ້ານໂລກລະບາດໂຄວິດ - 19” ຂອງທ່ານປະທານປະເທດ ແລະ ຄະນະປະທານ ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ຕອນຄ່ຳວັນທີ 19 ມິຖຸນາ, ຢູ່ ຫໍວັດທະນະທຳ ແຮງງານມິດຕະພາບ ຫວຽດນາມ - ລັດເຊຍ, ນະຄອນ ຮ່າໂນ້ຍ ໄດ້ຈັດຕັ້ງລາຍການ “ຮ່າໂນ້ຍ ຮ່ວມແຮງຮ່ວມໃຈຍູ້ໂລກລະບາດໂຄວິດ - 19 ໃຫ້ຖອຍໄປ.”

ຊາວ​ຫວຽດ​ນາມ ຜູ້​ທີ​ສອງທີ່​ໄດ້​ຮັບ​ການ​ຍ້ອງ​ຍໍ​ສັນ​ລະ​ເສີນ​ໃນລາງວັນ “Nobel ຂຽ​ວ”

ຊາວ​ຫວຽດ​ນາມ ຜູ້​ທີ​ສອງທີ່​ໄດ້​ຮັບ​ການ​ຍ້ອງ​ຍໍ​ສັນ​ລະ​ເສີນ​ໃນລາງວັນ “Nobel ຂຽ​ວ”

ຍ​ສ​ໝ - ພາຍຫຼັງ​ການ​ເຄື່ອນ​ໄຫວ​ທີ່​ບໍ່​ຫວັງ​ຜົນ​ກຳໄລມາ​ເປັນ​ເວ​ລາ 7 ປີ, ໃນ​ຖາ​ນະ​ເປັນ​ຜູ້​ສ້າງ​ຕັ້ງ SVNW ຢູ່ ຫວຽດ​ນາມ, ທ່ານ ທ້າຍ ພ້ອມ​ກັບ​ຜູ້​ຮ່ວມ​ງານ ໄດ້​ກູ້​ຊ່ວຍເອົາໂຕລິ່ນ ກ່​ວາ 1.500 ໂຕ, ໂດຍສົມ​ທົບ​ກັບກົມ​ກອງກວດ​ກາ​ປ່າ ເກັບ ແລະ ທຳລາຍແຮ້ວກ່​ວາ 9.700 ອັນ…

ພັດທະນາການທ່ອງທ່ຽວຢູ່ ກົນດ໋າວ ຕາມທິດຍືນຍົງ

ພັດທະນາການທ່ອງທ່ຽວຢູ່ ກົນດ໋າວ ຕາມທິດຍືນຍົງ

ກົນດ໋າວ ຂຶ້ນກັບແຂວງ ບາເຣັຍ - ຫວຸງເຕົ່າ. ດ້ວຍສະພາບແວດລ້ອມທີ່ຮົກເຮື້ອ, ອາກາດປອດໂປ່ງ, ທິວທັດທຳມະຊາດສວຍສົດງົດງາມ ພິເສດໄດ້ຮັບການເລືອກເຟັ້ນ ຈາກວາລະສານທ່ອງທ່ຽວໂລກ ໃນຫຼາຍປີລຽນຕິດ ແມ່ນແຫ່ງທີ່ມີນ້ຳທະເລຂຽວງາມທີ່ສຸດ, ໝູ່ເກາະລຶກລັບມະຫັດສະຈັນທີ່ສຸດໃນໂລກ. ໃນຫຼາຍປີຜ່ານມາ ກົນດ໋າວ ໄດ້ກາຍເປັນສະຖານທີ່ທ່ອງທ່ຽວທີ່ດູດດື່ມ ສຳລັບແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ. ການພັດທະນາທ່ອງທ່ຽວແບບຍືນຍົງ ກໍ່ຄືການຮັກສາສິ່ງແວດລ້ອມ ແລະ ລະບົບ ສັດ, ພຶກສາຊາດ ກໍ່ແມ່ນການກຳນົດທິດພັດທະນາຂອງແຂວງໃນໄລຍະປັດຈຸບັນ ແລະ ໃນຊຸມປີທີ່ຈະມາເຖິງ

ກິລາດອກປີກໄກ່ຫວຽດນາມ ຍາດໄດ້ 2 ປີ້ເຂົ້າຮ່ວມໂອແລັມປິກ ໂຕກຽວ 2021

ກິລາດອກປີກໄກ່ຫວຽດນາມ ຍາດໄດ້ 2 ປີ້ເຂົ້າຮ່ວມໂອແລັມປິກ ໂຕກຽວ 2021

ຕອນຄໍ່າວັນທີ 7 ມິຖຸນາ, ສະຫະພັນດອກປີກໄກ່ໂລກ ແຈ້ງໃຫ້ຊາບວ່າ, ນັກກິລາສອງຄົນ ຫງວຽນຕ໊ຽນມິງ ແລະຫງວຽນທຸ່ຍລີງ ຂອງຫວຽດນາມ ມີເງື່ອນໄຂພຽງພໍເພື່ອເຂົ້າຮ່ວມໂອແລັມປິກ ໂຕກຽວ 2021.

ທິ​ມ​ບານ​ເຕະ ຫວຽດ​ນາມ ຈະ​ແຂ່ງ​ຂັນ​ກັບ​ທິມ​ບານ​ເຕະ ອິນ​ໂດ​ເນ​ເຊຍ ໃນ​ຮອບ​ຄັດ​ເລືອກ World Cup 2022

ທິ​ມ​ບານ​ເຕະ ຫວຽດ​ນາມ ຈະ​ແຂ່ງ​ຂັນ​ກັບ​ທິມ​ບານ​ເຕະ ອິນ​ໂດ​ເນ​ເຊຍ ໃນ​ຮອບ​ຄັດ​ເລືອກ World Cup 2022

ທິມບານເຕະແຫ່ງຊາດ ຫວຽດນາມ ແລະ ອິນໂດເນເຊຍ ຈະມີການແຂ່ງຂັນກັນໃນເວລາ 23 ໂມງ 45 ນາທີ ຂອງວັນທີ 7 ມິຖຸນາ ຕາມເວລາ ຫວຽດນາມ.

ທີມບານເຕະຫວຽດນາມ ຕັ້ງໜ້າຝຶກແອບຢູ່ UAE

ທີມບານເຕະຫວຽດນາມ ຕັ້ງໜ້າຝຶກແອບຢູ່ UAE

ຍສໝ - ເພື່ອກະກຽມໃຫ້ດີທີ່ສຸດໃນ 3 ນັດແຂ່ງຂັນທີ່ຍັງເຫຼືອຢູ່ຮອບຄັດເລືອກທີ 2 World Cup 2022 ພາກພື້ນອາຊີ ຢູ່ UAE, ທີມບານເຕະຫວຽດນາມ ສ່ວນຫຼາຍແມ່ນຝຶກແອບດ້ານພາລະກຳລັງ.

ສິລະປະຂັບຊິ່ງກາຢູ່ແຂວງ ກວ໋າງນິງ

ສິລະປະຂັບຊິ່ງກາຢູ່ແຂວງ ກວ໋າງນິງ

ກາວລານແມ່ນໜຶ່ງໃນຈຳນວນສອງກຸ່ມຊົນຂອງເຜົ່າສານໃຈເຊິ່ງລວມມີກາວລານແລະສານຈີດຳລົງຊີວິດຢູ່ແຂວງຕ່າງໆຄືອຽນບ໊າຍຕວຽນກວາງ ຝູເຖາະ ຖາຍງວຽນ ບັກຢາງ ກາວບັ່ງ ຫຼ້າງເຊີນແລະ ກວ໋າງນິງ. ດ້ວຍຈຳນວນປະຊາກອນປະມານ 500 ຄົນພໍ່ແມ່ພີ່ນ້ອງເຜົ່າ ກາວລານຢູ່ເມືອງບາແຈ໊ ແຂວງກວ໋າງນິງ ຍັງເກັບຮັກສາບັນດາຄຸນຄ່າທາງດ້ານວັດທະນະທຳພື້ນເມືອງທີ່ເປັນເອກະລັກໃນນັ້ນພົ້ນເດັ່ນຂຶ້ນແມ່ນຂັບຊິ່ງກາຫຼືເອີ້ນວ່າຂັບກ້ຽວສະແດງຄວາມຮັກລະຫວ່າງຍິງຊາຍ.

ໜູນຊ່ວຍແຂວງກອນຕູມ ພັດທະນາວັດທະນະທໍາ ແລະການທ່ອງທ່ຽວ

ໜູນຊ່ວຍແຂວງກອນຕູມ ພັດທະນາວັດທະນະທໍາ ແລະການທ່ອງທ່ຽວ

ທ່ານ ຫງວຽນວັນຮຸ່ງ ລັດຖະມົນຕີກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວຫວຽດນາມ ໄດ້ມີການເຮັດວຽກກັບການນໍາແຂວງກອນຕູມ ກ່ຽວກັບການປະຕິບັດໜ້າທີ່ກ່ຽວຂ້ອງເຖິງຂົງເຂດວັດທະນະທໍາ, ກິລາ ແລະທ່ອງທ່ຽວ.

ຂະແໜງຖ່າຍຮູບ ຫວຽດນາມ ສ້າງຂີດໝາຍທີ່ບັນດາງານປະກວດຮູບຖ່າຍສາກົນ

ຂະແໜງຖ່າຍຮູບ ຫວຽດນາມ ສ້າງຂີດໝາຍທີ່ບັນດາງານປະກວດຮູບຖ່າຍສາກົນ

ຂະແໜງຖ່າຍຮູບ ຫວຽດນາມ ໃນໄລຍະທີ່ຜ່ານມາໄດ້ມີບາດກ້າວທີ່ພົ້ນເດັ່ນ, ມີຮູບຖ່າຍຫຼາຍແຜ່ນໄດ້ເຂົ້າຮ່ວມງານປະກວດຮູບຖ່າຍສາກົນ ແລະ ໄດ້ຮັບລາງວັນສູງ. ແຕ່ເຖິງຢ່າງໃດກໍ່ຕາມຄວາມຮຽກຮ້ອງຕ້ອງການທາງດ້ານສິລະປະ ແມ່ນນັບມື້ນັບສູງຂຶ້ນ ບັນດາຮູບຖ່າຍທີ່ເຂົ້າຮ່ວມງານປະກວດຂອງນັກຖ່າຍຮູບ ຫວຽດນາມ ກໍ່ຕ້ອງການມີບັນດາປັດໄຈ ເພື່ອອາດຈະຢັ້ງຢືນ ທີຕັ້ງບົດບາດຂອງຕົນທີ່ບັນດາງານປະກວດຮູບຖ່າຍໃຫຍ່ໃນໂລກ.

ທ່ອງທ່ຽວຫວຽດນາມ - ປ່ຽນໃໝ່ເພື່ອພັດທະນາ

ທ່ອງທ່ຽວຫວຽດນາມ - ປ່ຽນໃໝ່ເພື່ອພັດທະນາ

ຫວຽດນາມ ແມ່ນປະເທດອຸດົມສົມບູນດ້ານປະຫວັດສາດ, ມີພື້ນຖານວັດທະນະທຳ, ອາຫານການກິນທີ່ຫຼາຍຮູບຫຼາຍແບບ ແລະ ບັນດາເຂດທິວທັດທຳມະຊາດທີ່ພົ້ນເດັ່ນຢູ່ທົ່ວທຸກແຫ່ງໃນທົ່ວປະເທດ.

ບັນດາການເຄື່ອນໄຫວວັດທະນະທຳ ເຄື່ອງປັ້ນດິນເຜົາທີ່ເປັນເອກະລັກ

ບັນດາການເຄື່ອນໄຫວວັດທະນະທຳ ເຄື່ອງປັ້ນດິນເຜົາທີ່ເປັນເອກະລັກ

ຄະນະຄຸ້ມຄອງໜອງ ຮວ່ານກ໊ຽມ ແລະ ຄຸ້ມຖະໜົນເກົ່າ ຮ່າໂນ້ຍ ຈັດຕັ້ງບັນດາການເຄື່ອນໄຫວວັດທະນະທຳ ດ້ວຍຫົວຂໍ້ເຄື່ອງປັ້ນດິນເຜົາ ແຕ່ວັນທີ 23 ເມສາ ຫາ ວັນທີ 31 ພຶດສະພາ ປີ 2021 ຢູ່ສາລາ ກີມເງິນ ເຮືອນເລກທີ 42, 44 ຖະໜົນຫ່າງບາກ ເມືອງ ຮວ່ານກ໊ຽມ ນະຄອນຮ່າໂນ້ຍ. ເຫດການທີ່ເປັນເອກະລັກນີ້ ແນະນຳບັນດາອາຊີບເຄື່ອງປັ້ນດິນເຜົາ ທີ່ມີມາແຕ່ດົນນານຂອງ ຫວຽດນາມ ອັນໄດ້ດຶງດູດແຂກທ່ອງທ່ຽວມາຊົມຢ່າງຫຼວງຫຼາຍ.

ດ່ານັ້ງ ໜູນຊ່ວຍ, ສ້າງທຸກເງື່ອນໄຂໃຫ້ແກ່ນັກທ່ອງທ່ຽວໃນບໍລິເວນແຂວງ

ດ່ານັ້ງ ໜູນຊ່ວຍ, ສ້າງທຸກເງື່ອນໄຂໃຫ້ແກ່ນັກທ່ອງທ່ຽວໃນບໍລິເວນແຂວງ

ພະແນກທ່ອງທ່ຽວ ໄດ້ອັບເດັດສະພາບການທ່ອງທ່ຽວດ່ານັ້ງ ແລະ ວຽກງານປ້ອງກັນ, ຕ້ານໂລກລະບາດຂອງຂະແໜງທ່ອງທ່ຽວໃນສື່ສັງສົມອອນລາຍ ແລະ ພາຫະນະສື່ມວນຊົນ.

ກວາງຈີ້: ເຊື່ອມຕໍ່ຂຸດຄົ້ນຄຸນຄ່າຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວ

ກວາງຈີ້: ເຊື່ອມຕໍ່ຂຸດຄົ້ນຄຸນຄ່າຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວ

ບັນດາຜູ້ແທນໄດ້ປຶກສາຫາລືກ່ຽວກັບການກຳນົດທິດຍຸດທະສາດຂອງຂະແໜງທ່ອງທ່ຽວຫວຽດນາມ ແລະ ບັນດາບັນຫາທີ່ວາງອອກສຳລັບຂະແໜງທ່ອງທ່ຽວແຂວງ ກວາງຈີ້; ຕີລາຄາບັນດາຄຸນຄ່າຄວາມສາມາດບົ່ມຊ້ອນ ແລະ ບັນດາທ່າແຮງແກ່ງແຍ້ງຂອງທ່ອງທ່ຽວ.

ເຝີ - ເຍື່ອງອາຫານທີ່ເປັນເອກະລັກວັດທະນະທຳ ຫວຽດນາມ

ເຝີ - ເຍື່ອງອາຫານທີ່ເປັນເອກະລັກວັດທະນະທຳ ຫວຽດນາມ

ຢູ່ ຫວຽດນາມ, ແຕ່ລະເຂດພາກລ້ວນແຕ່ມີບັນດາເຍື່ອງອາຫານພິເສດສະເພາະຂອງໃຜຂອງມັນ, ແຕ່ເບິ່ງລວມແລ້ວ, ເມື່ອເວົ້າເຖິງອາຫານການກິນ ຫວຽດນາມ ເຂົາເຈົ້າມັກເວົ້າເຖິງອາຫານຮ່າໂນ້ຍ ເຊິ່ງຢູ່ໃນນັ້ນ ເຝີມີທີ່ຕັ້ງສຳຄັນທີ່ສຸດ.

ກວ໋າງຈິ້ ຈັດຕັ້ງຫຼາຍກິດຈະກໍາເນື່ອງໃນໂອກາດວັນທີ 30 ເມສາ

ກວ໋າງຈິ້ ຈັດຕັ້ງຫຼາຍກິດຈະກໍາເນື່ອງໃນໂອກາດວັນທີ 30 ເມສາ

ຄະນະກໍາມະການປະຊາຊົນແຂວງກວ໋າງຈິ້ ຈະຈັດງານບຸນ “ທ້ອນໂຮມປະເທດຊາດເປັນເອກະພາບ” ທີ່ເຂດປູຊະນີຍະສະຖານແຫ່ງຊາດພິເສດສອງຟາກແມ່ນ້ຳຮ່ຽນເລືອງ-ເບັນຫ໊າຍ ເນື່ອງໃນໂອກາດສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ (ວັນທີ 30 ເມສາ).

ລາວກາຍ ຊຸກຍູ້ຄວາມຕ້ອງການດ້ານທ່ອງທ່ຽວດ້ວຍຫລາຍລາຍການທີ່ຈັບອົກຈັບໃຈ

ລາວກາຍ ຊຸກຍູ້ຄວາມຕ້ອງການດ້ານທ່ອງທ່ຽວດ້ວຍຫລາຍລາຍການທີ່ຈັບອົກຈັບໃຈ

ຫວ່າງແລ້ວນີ້, ຢູ່ຊາປາ (ລາວກາຍ), ຄະນະກຳມະການປະຊາຊົນແຂວງລາວກາຍ ໄດ້ຈັດລາຍການຊຸກຍູ້ຄວາມຕ້ອງການດ້ານທ່ອງທ່ຽວໃຫຍ່ທີ່ສຸດໃນປີ 2021, ດ້ວຍຫົວຂໍ້ “ຄວາມສວຍງາມຂອງລາວກາຍ”.

ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ຖະ​ຫວາຍ​ທູບ​ທຽນ ຢູ່ ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ​ປະ​ຫວັດ​ສາດ ວິ​ຫານ ຮຸ່ງ

ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ຖະ​ຫວາຍ​ທູບ​ທຽນ ຢູ່ ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ​ປະ​ຫວັດ​ສາດ ວິ​ຫານ ຮຸ່ງ

ຕອນເຊົ້າວັນທີ 21 ເມສາ ເຊິ່ງກົງກັບວັນທີ 10 ເດືອນສາມ ໄລ່ຕາມຈັນທະປະຕິທິນ, ຢູ່ເຂດປູຊະນີຍະສະຖານວິຫານ ຮຸ່ງ, ນະຄອນ ຫວຽດຈີ່, ແຂວງ ຝູທໍ້ ໄດ້ດຳເນີນພິທີຖະຫວາຍທູບທຽນອາໄລຫາ, ຈາລຶກຄຸນງາມຄວາມດີຂອງບັນດາເຈົ້າຊີວິດ ຮຸ່ງ.

ງານບຸນການທ່ອງທ່ຽວ ແລະວັດທະນະທໍາອາຫານການກິນຮ່າໂນ້ຍ ດຶງດູດແຂກທ່ອງທ່ຽວເຂົ້າຮ່ວມປະມານ 60.000 ເທື່ອຄົນ

ງານບຸນການທ່ອງທ່ຽວ ແລະວັດທະນະທໍາອາຫານການກິນຮ່າໂນ້ຍ ດຶງດູດແຂກທ່ອງທ່ຽວເຂົ້າຮ່ວມປະມານ 60.000 ເທື່ອຄົນ

ສູນສົ່ງເສີມການລົງທຶນ, ການຄ້າ, ການທ່ອງທ່ຽວນະຄອນຮ່າໂນ້ຍ ໃຫ້ຂ່າວວ່າ ພາຍຫຼັງ 3 ມື້ດໍາເນີນ (ແຕ່ວັນທີ 16-18 ເມສາ), ງານບຸນການທ່ອງທ່ຽວ ແລະວັດທະນະທໍາອາຫານການກິນຮ່າໂນ້ຍ ປີ 2021 ໄດ້ດຶງດູດແຂກເຂົ້າຮ່ວມປະມານ 60.000 ເທື່ອຄົນ.

ສະຖານທູດຫວຽດນາມ ປະຈຳ ການາດາ ຈັດພິທີໄຫວ້ບູຊາເຈົ້າຊີວິດຮຸ່ງ ຜ່ານລະບົບທາງໄກ

ສະຖານທູດຫວຽດນາມ ປະຈຳ ການາດາ ຈັດພິທີໄຫວ້ບູຊາເຈົ້າຊີວິດຮຸ່ງ ຜ່ານລະບົບທາງໄກ

ຫວ່າງແລ້ວນີ້, ສະຖານທູດຫວຽດນາມ ປະຈຳ ການາດາ ໄດ້ຈັດພິທີໄຫວ້ບູຊາເຈົ້າຊີວິດຮຸ່ງ ຜ່ານລະບົບທາງໄກໃນທົ່ວປະເທດການາດາ ຍ້ອນຜົນສະທ້ອນຂອງພະຍາດໂຄວິດ-19. ພິທີໄດ້ຈັດຕັ້ງຢູ່ສະຖານທີ່ເຊື່ອມຕໍ່ຕົ້ນຕໍແມ່ນ Ottawa-Vancounver-Toronto-Montreal- Saskatchewan.

ຮ່າໂນ້ຍປະກາດສະຖານທີ່ທ່ອງທ່ຽວໃໝ່ 2 ແຫ່ງຢູ່ເມືອງ ດານເຟື້ອງ

ຮ່າໂນ້ຍປະກາດສະຖານທີ່ທ່ອງທ່ຽວໃໝ່ 2 ແຫ່ງຢູ່ເມືອງ ດານເຟື້ອງ

ການນຳເມືອງ ດານເຟື້ອງ ຢືນຢັນວ່າ, ທາງເມືອງຈະສຸມໃສ່ຈັດຕັ້ງບັນດາການເຄື່ອນໄຫວ, ສ້າງບັນດາຜະລິດຕະພັນທ່ອງທ່ຽວທີ່ດູດດຶ່ມ, ສອດຄ່ອງກັບຄວາມຕ້ອງການຂອງນັກທ່ອງທ່ຽວ.

|< < 1 2 3 4 5 > >|
ເຫດການ
302 Found

Found

The document has moved here.