ຊາວຫວຽດນາມ ຢູ່ ຍີ່ປຸ່ນ ສະແດງຄວາມສາມັກຄີໃນການຮັບມືກັບພະຍາດ Covid-19

20:05 | 13/05/2020

ຍສໝ - ໂດຍສະພາບພະຍາດປອດອັກເສບ Covid-19 ກຳລັງແຜ່ລະບາດຢ່າງໄວວາ ຢູ່ຍີ່ປຸ່ນ, ທ່ານ ຫວຸຮົງນາມ - ເອກອັກຄະລັດຖະທູດຫວຽດນາມ ປະຈຳຍີ່ປຸ່ນ ໄດ້ຕີລາຄາສູງຕໍ່ຄວາມໃຈເຢັນ ແລະ ພາກພຽນ ແລະ ພ້ອມທັງຈິດໃຈ “ຄວາມສາມັກຄີ, ຮັກແພງເຊິ່ງກັນ ແລະ ກັນ” ຂອງປະຊາຄົມຊາວຫວຽດນາມ ຢູ່ ຍີ່ປຸ່ນໃນການຕອບໂຕ້ກັບພະຍາດ Covid-19.

ຊາວຫວຽດນາມ ຢ ຍ ປ ນ ສະແດງຄວາມສາມ ກຄ ໃນການຮ ບມ ກ ບພະຍາດ covid 19 ແຂວງ ຢ່າລາຍ ມອບເຂົ້າສານ 1,4 ໂຕນ ໃຫ້ແກ່ຊາວຫວຽດນາມຢູ່ Ratanakiri, ກຳປູເຈຍ
ຊາວຫວຽດນາມ ຢ ຍ ປ ນ ສະແດງຄວາມສາມ ກຄ ໃນການຮ ບມ ກ ບພະຍາດ covid 19 ຊາວຫວຽດນາມຢູ່ມຽນມາສະໜັບສະໜູນເງິນ 7,5 ລ້ານ kyat ເພື່ອຊ່ວຍເຫຼືອປະຊາຊົນ ຢູ່ ເຂດ Yangon ຕ້ານພະຍາດ COVID-19

ທ່ານ ຫວຸຮົງນາມ - ເອກອັກຄະລັດຖະທູດຫວຽດນາມ ປະຈຳຍີ່ປຸ່ນ ໄດ້ໃຫ້ຮູ້ວ່າ ເຖິງວ່າຊີວິດຂອງທຸກຄົນຈະຖືກລົບກວນໃນວຽກງານ ແລະ ການດຳລົງຊີວິດ, ພ້ອມດຽວກັນນັ້ນເກັບລາຍໄດ້ ຖືກຫຼຸດລົງ, ແຕ່ຊຸມຊົນຊາວຫວຽດນາມຢູ່ປະເທດຍີ່ປຸ່ນ ກໍ່ມີຄວາມໃຈເຢັນ, ພາກພຽນ ແລະ ອົດທົນ ໃນການປະຕິບັດຕາມທິດທາງແນະນຳ ຂອງລັດຖະບານຍີ່ປຸ່ນ, ກໍ່ຄືຂອງລັດຖະບານຫວຽດນາມ.

ຊາວຫວຽດນາມ ຢ ຍ ປ ນ ສະແດງຄວາມສາມ ກຄ ໃນການຮ ບມ ກ ບພະຍາດ covid 19
ທ່ານ ຫວຸຮົງນາມ - ເອກອັກຄະລັດຖະທູດຫວຽດນາມ ປະຈຳຍີ່ປຸ່ນ. (ພາບ: baoquocte)

ຍ້ອນເຫດນັ້ນ, ຈຳນວນຄົນຫວຽດນາມທີ່ຕິດເຊື້ອໄວຣັດ SARS-CoV-2 ຢູ່ຍີ່ປຸ່ນ ແມ່ນຈຳນວນໜ້ອຍ. ດ້ວຍການສະໜັບສະໜູນຂອງລະບົບສາທາລະນະສຸກ, ບັນດາໂຮງໝໍ ແລະ ລັດຖະບານຍີ່ປຸ່ນ, ຊາວຫວຽດນາມ ຈຳນວນໜຶ່ງທີ່ຕິດເຊື້ອ SARS-CoV-2 ໄດ້ປິ່ນປົວຫາຍດີ ແລະ ກັບຄືນສູ່ຊີວິດປົກກະຕິ.

ທ່ານ ຫວຸຮົງນາມ - ເອກອັກຄະລັດຖະທູດຫວຽດນາມ ປະຈຳຍີ່ປຸ່ນ ໄດ້ກ່າວເຖິງຄວາມຫຍຸ້ງຍາກຂອງຊຸມຊົນຊາວຫວຽດນາມ ຢູ່ ຍີ່ປຸ່ນ, ຍ້ອນຊາວຫວຽດນາມສ່ວນຫຼາຍ ແມ່ນມາປະເທດຍີ່ປຸ່ນ ເພື່ອຈຸດປະສົງເຮັດວຽກ ຫຼື ຮ່ຳຮຽນ. ການລະບາດພະຍາດ Covid-19 ເຮັດໃຫ້ທຸກກິດຈະກຳ ແລະ ວຽກງານຖືກຢຸດເຊົາ. ບັນດາຜູ້ທີ່ເຂົ້າມາເຮັດວຽກຢູ່ປະເທດຍີ່ປຸ່ນ, ໂດຍສະເພາະແມ່ນຜູ້ທີ່ເຮັດວຽກຢູ່ໃນວິສາຫະກິດຂະໜາດນ້ອຍ ແລະ ກາງ ແມ່ນປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ ຍ້ອນການໂຈະດຳເນີນງານວິສາຫະກິດຂອງປະເທດປະຈຳຖິ່ນ.

ເຖິງຢ່າງໃດກໍ່ຕາມ, ໃນສະພາບຫຍຸ້ງຍາກ, ປະຊາຄົມຊາວຫວຽດນາມ ໄດ້ເຊີດຊູປະເພນີຄວາມຮັກແພງຊ່ວຍເຫຼືອເຊິ່ງກັນ ແລະ ກັນ. ບັນດານັກສຶກສາ ທີ່ບໍ່ມີວຽກເຮັດງານທຳຈະໄດ້ຮັບການຊ່ວຍເຫຼືອຈາກ ບັນດາຄົນໃຈສັດທາຊ່ວຍເຫຼືອ ທີ່ຈັດວາງບ່ອນພັກຢູ່ໂດຍບໍ່ເສຍຄ່າ, ບໍລິຈາກເງິນຈຳນວນໜຶ່ງ ເພື່ອຮັບປະກັນຄວາມຕ້ອງການໃນການດຳລົງຊີວິດປະຈຳວັນຂອງພວກເຂົາ.

ທ່ານ ຫວຸຮົງນາມ - ເອກອັກຄະລັດຖະທູດຫວຽດນາມ ປະຈຳຍີ່ປຸ່ນ ສະແດງຄວາມເຊື່ອໝັ້ນວ່າ ດ້ວຍການຮ່ວມມືຂອງປະຊາຄົມ, ຊາວຫວຽດນາມທຸກຄົນ ຢູ່ ປະເທດຍີ່ປຸ່ນ ຈະຜ່ານຜ່າໄລຍະຫຍຸ້ງຍາກໃນປະຈຸບັນ. ທ່ານ ຫວຸຮົງນາມ ໃຫ້ຮູ້ວ່າ ສະຖານທູດຫວຽດນາມ ປະຈຳຍີ່ປຸ່ນ ໄດ້ລະດົມບັນດາສະມາຄົມ ແລະ ບັນດາຄົນໃຈສັດທາເພື່ອປະກອບສ່ວນ, ສະໜັບສະໜູນສຳລັບພີ່ນ້ອງຮ່ວມຊາດ ທີ່ປະສົບກັບຄວາມຫຍຸ້ງຍາກ.

ຊາວຫວຽດນາມ ຢ ຍ ປ ນ ສະແດງຄວາມສາມ ກຄ ໃນການຮ ບມ ກ ບພະຍາດ covid 19 ສະຫະລັດອາເມລິກາ ໄດ້ຖືຫວຽດນາມເປັນ “ແບບຢ່າງໃນການສະກັດກັ້ນການລະບາດ ຂອງພະຍາດ COVID-19”

ຍສໝ - ທ່ານ Jonathan Moore - ຜູ້ຮອງຊ່ວຍວ່າການລັດຖະມົນຕີການຕ່າງປະເທດ ອາເມລິກາ ໄດ້ປະເມີນວ່າ ຫວຽດນາມ ເປັນແບບຢ່າງໃນການສະກັດກັ້ນການລະບາດ ຂອງພະຍາດ COVID-19, ແລະ ສອງຝ່າຍສາມາດແບ່ງປັນປະສົບການຫຼາຍຢ່າງ ໃນການຕ້ານການລະບາດ ແລະ ການຟື້ນຕົວຂອງເສດຖະກິດ.

ຊາວຫວຽດນາມ ຢ ຍ ປ ນ ສະແດງຄວາມສາມ ກຄ ໃນການຮ ບມ ກ ບພະຍາດ covid 19 ຊາວຫວຽດນາມຢູ່ Saint Petersburg (ລັດເຊຍ) ໄດ້ສ້າງຕັ້ງ 5 ອະນຸກຳມະການເພື່ອຕໍ່ຕ້ານ COVID-19

ຍສໝ - ຈັດກອງປະຊຸມປົກກະຕິໃນວັນຈັນ, ການລະດົມທຶນ, ການຈັດຕັ້ງ 5 ອະນຸກຳມະການເພື່ອມອບໝາຍວຽກງານ... ຄະນະຊີ້ນຳການປ້ອງກັນ ແລະ ຄວບຄຸມ COVID-19 ໄດ້ເຮັດວຽກທີ່ດີ, ມີກິດຈະກຳຕົວຈິງຫຼາຍຢ່າງແກ່ຊຸມຊົນ.

ຊາວຫວຽດນາມ ຢ ຍ ປ ນ ສະແດງຄວາມສາມ ກຄ ໃນການຮ ບມ ກ ບພະຍາດ covid 19 ຊາວຫວຽດນາມ ຢູ່ ມົດສະກູໄດ້ບໍລິຈາກອາຫານຫຼາຍຊະນິດເພື່ອຊ່ວຍບັນດາແພດໝໍແຖວໜ້າ ໃນການຕໍ່ສູ້ກັບ COVID-19

ຍສໝ - ປະຊາຄົມຊາວຫວຽດນາມ ຢູ່ ມົດສະກູສືບຕໍ່ເຜີຍແຜ່ການແບ່ງປັນກັບບັນດາທ່ານໝໍ ຢູ່ ແຖວໜ້າ ໃນການຕໍ່ສູ້ຕ້ານ ໂລກລະບາດ Covid -19 ຢູ່ ນະຄອນຫຼວງຂອງສະຫະພັນລັດເຊຍ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.