ງານວາງສະແດງຜະລິດຕະພັນລາວປີ 2019 ມີ 117 ບໍລິສັດເຂົ້າຮ່ວມ

15:18 | 24/07/2019

ງານ​ວາງ­ສະ­ແດງ​ຜະ­ລິດ​ຕະ​ພັນ​ລາວ ປະ­ຈຳ​ປີ 2019 ຈັດ​ຂຶ້ນ​ວັນ​ທີ 22 ກໍ­ລະ­ກົດ 2019 ຢູ່​ສູນ​ການ​ຄ້າ​ລາວ-ໄອ​ເຕັກ ໂດຍ​ມີ​ທ່ານ ທອງ​ລຸນ ສີ​ສຸ​ລິດ ນາ­ຍົກລັດຖະ­ມົນ­ຕີ ບັນ­ດາ​ລັດ­ຖະ­ມົນ­ຕີ ຮອງ​ລັດ­ຖະ­ມົນ­ຕີ ພ້ອມ​ດ້ວຍ​ພາກ­ສ່ວນ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ງານວາງສະແດງຜະລິດຕະພັນລາວປີ 2019 ມີ 117 ບໍລິສັດເຂົ້າຮ່ວມ

ງານວາງສະແດງຜະລິດຕະພັນລາວປີ 2019 ມີ 117 ບໍລິສັດເຂົ້າຮ່ວມ

ທ່ານ​ນາງ ຈັນ­ທະ​ຈອນ ວົງ​ໄຊ ຮອງ​ປະ­ທານ​ສະ­ພາ​ການ​ຄ້າ ແລະ ອຸດ­ສາ­ຫະ­ກຳ​ແຫ່ງ​ຊາດ​ລາວ ກ່າວ​ວ່າ: ງານ​ຄັ້ງ​ນີ້ ເປັນ​ຄັ້ງ​ທີ 6 ເນື່ອງ​ຈາກ​ເຫດ​ອັກ­ຄີ​ໄພ​ໃນ​ຄັ້ງ​ກ່ອນ ຈຶ່ງ​ໄດ້​ຍ້າຍ​ມາ​ຈັດ​ແຕ່​ວັນ​ທີ 20-28 ກໍ­ລະ­ກົດ 2019 ເຊິ່ງ​ອຸ­ບັດ­ເຫດ​ດັ່ງ­ກ່າວ ສະ­ພາ​ການ​ຄ້າ ແລະ ສູນ​ການ​ຄ້າ​ລາວ-ໄອ​ເຕັກ ໄດ້​ປຶກ­ສາ​ຫາ­ລື​ຊອກ​ຫາ​ວິ­ທີ​ແກ້​ໄຂ​ໃຫ້​ຜູ້​ທີ່​ໄດ້​ຮັບ​ຜົນ​ກະ­ທົບ ໂດຍ​ສະ­ເພາະ​ສູນ​ການ​ຄ້າ​ລາວ-ໄອ​ເຕັກ ໄດ້​ເຮັດ​ວຽກ​ຢ່າງ​ໜັກ​ໃນ​ການ​ປັບ­ປຸງ​ສະ­ຖານ­ທີ່ ແລະ ຫາ​ວິ­ທີ​ທາງ​ເພື່ອ​ຊ່ວຍ​ແກ້​ໄຂ​ໃຫ້​ຜູ້​ປະ­ກອບ​ການ ເຊິ່ງ​ມູນ​ຄ່າ​ເສຍ​ຫາຍ​ສູງ​ສົມ­ຄວນ.

ງານ​ຄັ້ງ​ນີ້ ກໍ​ຄື​ທຸກໆ​ຄັ້ງ ເຊິ່ງ​ໄດ້​ລະ­ດົມ​ຂົນ­ຂວາຍ​ຜູ້​ປະ­ກອບ​ການ ຜູ້​ຜະ­ລິດ​ສິນ­ຄ້າ​ທຸກ​ຂະ­ແໜງ­ການ​ທົ່ວ​ປະ­ເທດ ນຳ​ເອົາ​ຜະ­ລິດ​ຕະ​ພັນ​ທີ່​ເປັນ​ເອ­ກະ­ລັກ​ຂອງ​ແຕ່​ລະ​ແຂວງ​ມາ​ວາງ­ສະ­ແດງ​ໂຄ­ສະ­ນາ ແລະ ຈຳ­ໜ່າຍ ເພື່ອ​ແນ­ໃສ່​ຍົກ​ລະ­ດັບ​ການ​ຜະ­ລິດ-ການ­ຈຳ­ໜ່າຍ ພາຍ​ໃນ​ໃຫ້​ນັບ​ມື້​ນັບ​ຂະ­ຫຍາຍ­ຕົວ ມີ​ຄຸນ​ນະ​ພາບ​ໄດ້​ມາດ­ຕະ­ຖານ ແລະ ກ້າວ​ສູ່​ລະ­ດັບ​ສາ­ກົນ ແລະ ເປັນ​ການ​ສ້າງ​ຄວາມ​ພາກ­ພູມ​ໃຈ​ຕໍ່​ສິນ­ຄ້າ-ຜະ­ລິດ​ຕະ​ພັນ​ທີ່​ຜະ­ລິດ​ໃນ​ລາວ ເປັນ​ກິດ­ຈະ­ກຳ​ໜຶ່ງ​ຂອງ​ພາກ​ທຸ­ລະ​ກິດ​ເພື່ອ​ສະ­ໜັບ­ສະ­ໜູນ​ປີ​ທ່ອງ​ທ່ຽວ ລາວ-ຈີນ ໃນ​ການ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ ແລະ ນັກ​ລົງ­ທຶນ​ເຂົ້າ​ມາ​ລາວ​ໃຫ້​ນັບ​ມື້​ນັບ​ຫຼາຍ​ຂຶ້ນ.

ປີ​ນີ້ ສາ­ມາດ​ລະ­ດົມ​ໄດ້ 171 ຫ້ອງ ຈາກ 117 ບໍ­ລິ­ສັດ ຈາກ 17 ແຂວງ​ເຂົ້າ​ຮ່ວມ ໂດຍ​ຜູ້​ປະ­ກອບ​ການ​ມີ​ຄວາມ​ສົນ­ໃຈ ແລະ ເຂົ້າ​ຮ່ວມ​ງານ​ຫຼາຍ​ຂຶ້ນ​ທຽບ­ໃສ່​ປີ­ຜ່ານ­ມາ ເຖິງ​ວ່າ​ຫ້ອງ​ວາງ­ສະ­ແດງ​ຫຼຸດ​ລົງ ແຕ່​ຈຳ­ນວນ​ບໍ­ລິ­ສັດ ຜູ້​ປະ­ກອບ​ການ​ແມ່ນ​ມີ​ຈຳ­ນວນ​ເພີ່ມ​ຂຶ້ນ ຈາກ 115 ບໍ­ລິ­ສັດ ມາ​ເປັນ 117 ບໍ­ລິ­ສັດ ພ້ອມ​ນີ້ ຂະ­ແໜງ​ຜະ­ລິດ​ຕະ​ພັນ​ທີ່​ເຂົ້າ​ຮ່ວມ​ກໍ​ມີ​ຫຼາຍ​ກວ່າ​ຄັ້ງ​ຜ່ານ​ມາ ເຊັ່ນ: ຜົນ­ງານ​ຮູບ­ເງົາ​ລາວ ຜະ­ລິດ​ຕະ​ພັນ​ທໍ່​ນ້ຳ​ລາວ ເກີບ ການ​ບໍ­ລິ­ການ​ຂົນ­ສົ່ງ ອາ­ຫານ ແລະ ເຄື່ອງ​ດື່ມ​ຕ່າງໆ.

ເພື່ອ​ເຮັດ​ໃຫ້​ງານ​ຄັ້ງ​ນີ້ ມີ​ສີ­ສັນ ແລະ ມີ​ບັນ­ຍາ­ກາດ​ຟົດ­ຟື້ນ ຍັງ​ໄດ້​ເຊື້ອ​ເຊີນ​ຄະ­ນະ​ສິ­ລະ​ປະ​ມາ​ສະ­ແດງ ນັກ​ຮ້ອງ​ລາວ​ຈາກ​ຄ້າຍ​ເພງ​ຕ່າງໆ​ທີ່​ມີ​ຊື່​ສຽງ ນອກ​ນີ້ ຍັງ​ມີ​ກິດ­ຈະ­ກຳ​ສຳ​ມະ​ນາ​ໃນ​ຫົວ­ຂໍ້​ຕ່າງໆ ເຊັ່ນ: ສຳ​ມະ​ນາ​ເລື່ອງ​ເພື່ອ​ສຸ­ຂະ­ພາບ ແລະ ຄວາມ​ປອດ​ໄພ​ໃນ​ສະ­ຖານ­ທີ່​ເຮັດ​ວຽກ ສຳ​ມະ​ນາ​ການ​ກະ­ກຽມ​ຄວາມ​ພ້ອມ​ເຂົ້າ​ຮ່ວມ​ງານ​ວາງ­ສະ­ແດງ​ສິນ­ຄ້າ​ຢູ່​ຕ່າງ­ປະ­ເທດ ສຳ­ລັບ​ວິ​ສາ​ຫະ​ກິດ​ຂະ­ໜາດ​ນ້ອຍ ແລະ ກາງ­ຂອງ​ລາວ ສຳ​ມະ​ນາ​ພົບ​ປະ​ທຸ­ລະ​ກິດ ແລະ ການ​ນຳ​ສະ­ເໜີ ກ່ຽວ​ກັບ​ຜະ­ລິດ​ຕະ​ພັນ ການ​ບໍ­ລິ­ການ​ທີ່​ທັນ​ສະ­ໄໝ ແລະ ເງື່ອນ­ໄຂ​ການ​ເຂົ້າ​ຫາ​ແຫຼ່ງ​ທຶນ​ຂອງ​ທະ­ນາ­ຄານ​ພັດ​ທະ ນາ​ລາວ ແລະ ອື່ນໆ.

(ແຫຼ່ງ​ຂໍ້​ມູນ​: vientianemai.net)

ເຫດການ
302 Found

Found

The document has moved here.