ຄະນະຜູ້ແທນກະຊວງຍຸຕິທຳ ລາວໄດ້ໄປຢ້ຽມຢາມພະແນກຍຸດຕິທຳນະຄອນຫຼວງຮ່າໂນ້ຍ

09:57 | 20/12/2019

ຍສໝ - ແຕ່ວັນທີ 17 ຫາ ວັນທີ 20 ທັນວາ 2019, ຄະນະເຮັດວຽກຂອງກະຊວງຍຸຕິທຳ ໄດ້ມາຢ້ຽມຢາມ ແລະ ເຮັດວຽກກັບກະຊວງຍຸຕິທຳຫວຽດນາມ. ໃນການຢ້ຽມຢາມ ແລະ ເຮັດວຽກ, ຄະນະຜູ້ແທນໄດ້ມາເຮັດວຽກຢູ່ພະແນກຍຸຕິທຳນະຄອນຫຼວງຮ່າໂນ້ຍໃນຕອນເຊົ້າວັນທີ 19 ທັນວາ.

ແຕ່ວັນທີ 17 ຫາ ວັນທີ 20 ທັນວາ 2019, ຄະນະເຮັດວຽກຂອງກະຊວງຍຸຕິທຳ ໄດ້ມາຢ້ຽມຢາມ ແລະ ເຮັດວຽກກັບກະຊວງຍຸຕິທຳຫວຽດນາມ. ໃນການຢ້ຽມຢາມ ແລະ ເຮັດວຽກ, ຄະນະຜູ້ແທນໄດ້ມາເຮັດວຽກຢູ່ພະແນກຍຸຕິທຳນະຄອນຫຼວງຮ່າໂນ້ຍໃນຕອນເຊົ້າວັນທີ 19 ທັນວາ.

ທີ່ການຕ້ອນຮັບ ແລະ ເຮັດວຽກ, ທ່ານບຸນທັນໄຊຍະວົງ, ຫົວໜ້າກົມຈັດຕັ້ງພະນັກງານ - ຜູ້ຕາງໜ້າ ຄະນະຜູ້ແທນກະຊວງຍຸຕິທຳລາວ ໄດ້ສະແດງຄວາມປິຕິຍິນດີເມື່ອໄດ້ມາສຶກສາ ແລະ ແລກປ່ຽນປະສົບການຢູ່ພະແນກຍຸດຕິທຳ ຮ່າໂນ້ຍ.

ຄະນະຜູ້ແທນກະຊວງຍຸຕິທຳ ລາວໄດ້ໄປຢ້ຽມຢາມພະແນກຍຸດຕິທຳນະຄອນຫຼວງຮ່າໂນ້ຍ

ທ່ານບຸນທັນໄຊຍະວົງ, ຫົວໜ້າກົມຈັດຕັ້ງພະນັກງານ ກະຊວງຍຸຕິທຳລາວ ໄດ້ສະແດງຄວາມປິຕິຍິນດີເມື່ອໄດ້ມາສຶກສາ ແລະ ແລກປ່ຽນປະສົບການຢູ່ພະແນກຍຸດຕິທຳ ຮ່າໂນ້ຍ. (ພາບ: phapluatxahoi.vn)

ທ່ານ ບຸນທັນໄຊຍະວົງ ຫວັງວ່າການເດີນທາງໃນຄັ້ງນີ້ຈະຊ່ວຍໃຫ້ບັນດາພະນັກງານທີ່ກະຊວງຍຸຕິທຳ ຂອງລາວ ໄດ້ຮ່ຳຮຽນເອົາບົດຮຽນທີ່ອັນລ້ຳຄ່າ, ໂດຍສະເພາະແມ່ນປະສົບການໃນການຈັດຕັ້ງພະນັກງານ ແລະ ການກວດກາຈາກກົມຍຸດຕິທຳ ຈາກພະແນກຍຸຕິທຳນະຄອນຫຼວງຮ່າໂນ້ຍ, ຜ່ານນັ້ນປະຕິບັດສຳເລັດວຽກງານທີ່ໄດ້ຮັບມອບໝາຍທີ່ໄດ້ດີກວ່າ, ພ້ອມກັນນັ້ນກໍ່ປະກອບສ່ວນເຂົ້າໃນການຮັກສາຄວາມຮັກແພງມູນເຊື້ອ ລະຫວ່າງສອງລັດ ແລະ ປະຊາຊົນສອງປະເທດຫວຽດນາມ - ລາວ.

ສອງຝ່າຍໄດ້ຖອດຖອນບົດຮຽນທີ່ກ່ຽວຂ້ອງກັບພະນັກງານ - ລັດຖະກອນ, ອົງການຈັດຕັ້ງການວາງແຜນ, ໂຄງຮ່າງການຈັດຕັ້ງ, ການກໍ່ສ້າງພະນັກງານ, ການກວດກາ ແລະ ການແກ້ໄຂບັນດາຄຳ ຮ້ອງທຸກ ແລະ ກ່າວປະນາມ… ພ້ອມກັນນັ້ນໃຫ້ຮູ້ວ່າ ແຜນງານການຮ່ວມມືລະຫວ່າງກະຊວງຍຸຕິທຳ ລາວ ແລະ ກະຊວງຍຸຕິທຳຫວຽດນາມ ເວົ້າລວມ, ພະແນກຍຸຕິທຳນະຄອນຫຼວງຮ່າໂນ້ຍເວົ້າສະເພາະນັບມື້ນັບເຂົ້າສູ່ສະພາບຕົວຈິງ ແລະ ມີຄວາມເລິກເຊິ່ງ, ປະຕິບັດໜ້າທີ່ການເມືອງຂອງທັງສອງປະເທດ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.