ບຸນເຂົ້າຈີ່ ໄດ້ຮັບຖືວ່າແມ່ນໜຶ່ງໃນພິທີທີ່ເປັນເອກະລັກສະເພາະຂອງຊາວເຜົ່າເຊີດັງ

ບຸນເຂົ້າຈີ່ ໄດ້ຮັບຖືວ່າແມ່ນໜຶ່ງໃນພິທີທີ່ເປັນເອກະລັກສະເພາະຂອງຊາວເຜົ່າເຊີດັງ

ກໍເຊັ່ນດຽວກັບບັນດາເຜົ່າສ່ວນໜ້ອຍຢູ່ ໄຕງວຽນ, ການດໍາລົງຊີວິດຂອງຊາວເຜົ່າເຊີດັງ ຍາມໃດກໍຕິດພັນກັບງານບຸນ, ທີ່ເຂັ້ມຂຸ້ນໄປດ້ວຍສີສັນວັດທະນະທຳຂອງຊາດ.

13 ແຂວງ, ນະຄອນເຂົ້າຮ່ວມວັນບຸນວັດທະນະທໍາເຜົ່າມົ້ງ ຄັ້ງທີ III

13 ແຂວງ, ນະຄອນເຂົ້າຮ່ວມວັນບຸນວັດທະນະທໍາເຜົ່າມົ້ງ ຄັ້ງທີ III

ວັນທີ 2 ພະຈິກ, ທີ່ຮ່າໂນ້ຍ, ກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວຫວຽດນາມ ໄດ້ມີການປະຊຸມກັບຄະນະກໍາມະການປະຊາຊົນແຂວງ ລາຍເຈົາ ເພື່ອຜັນຂະຫຍາຍວຽກງານຈັດຕັ້ງວັນບຸນວັດທະນະທໍາຊົນເຜົ່າມົ້ງ ຄັ້ງທີ III ທີ່ແຂວງລາຍເຈົາ, ປີ 2021, ຄາດຄະເນວ່າຈະຈັດຕັ້ງໃນວັນທີ 24 - 26 ທັນວາ 2021, ດ້ວຍການເຂົ້າຮ່ວມຂອງ 13 ແຂວງ, ນະຄອນທີ່ມີພໍ່ແມ່ປະຊາຊົນເຜົ່າມົ້ງດໍາລົງຊີວິດຢູ່.

ສະ​ຫະ​ກອນ​ຂອງ​ບັນ​ດາ​ນາງສາວ​​ເຜົ່າ​ຢາ້ວ

ສະ​ຫະ​ກອນ​ຂອງ​ບັນ​ດາ​ນາງສາວ​​ເຜົ່າ​ຢາ້ວ

ນາງສາວເຜົ່າ ຢາ້ວ 11 ຄົນ ຢູ່ບ້ານ ນ້ຳເຢິດ, ຕາແສງ ເຕິນເຊີນ, ເມືອງ ເຈິເມີຍ, ແຂວງ ບັກກ້ານ ໄດ້ສ້າງຮູບແບບສະຫະກອນ, ຫັນບັນດາຜະລິດຕະພັນທ້ອງຖິ່ນກາຍເປັນສິນຄ້າ ເພື່ອພ້ອມກັນບືນຕົວຂຶ້ນຫຼຸດພົ້ນອອກຈາກຄວາມທຸກຍາກ. ຈາກນັ້ນ, ຢັ້ງຢືນທີ່ຕັ້ງບົດບາດ ຂອງແມ່ຍິງຊາວເຜົ່າສ່ວນໜ້ອຍໃນຄອບຄົວ ກໍ່ຄືຢູ່ໃນສັງຄົມ.

ງານບຸນວັດທະນະທຳ ແລະກິລາຊົນເຜົ່າຊ໊ານຈີ 2021

ງານບຸນວັດທະນະທຳ ແລະກິລາຊົນເຜົ່າຊ໊ານຈີ 2021

ຕອນບ່າຍວັນທີ 30 ຕຸລາ, ຄະນະກໍາມະການປະຊາຊົນເມືອງ ຕຽນອຽນ (ກວ໋າງນິງ) ໄດ້ຈັດຕັ້ງງານບຸນວັດທະນະທໍາ ແລະກິລາຊົນເຜົ່າ ຊ໊ານຈີ ປີ 2021 ດ້ວຍຫົວຂໍ້ “ລະດູເຂົ້າສຸກເຫຼືອງຢູ່ເຂດຊ໋ອງກໍ້”.

ຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດແມ່ຍິງທົ່ວໂລກປີ 2021

ຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດແມ່ຍິງທົ່ວໂລກປີ 2021

ທ່ານນາງຮອງປະທານປະເທດ ຫວໍທິແອງຊວັນ ໄດ້ເນັ້ນໜັກເຖິງບົດບາດຢ່າງຮອບດ້ານ ແລະ ການປະກອບສ່ວນຢ່າງໃຫຍ່ຫຼວງຂອງແມ່ຍິງ ໃນຄວາມມານະພະຍາຍາມລວມ ເພື່ອຍູ້ໂລກລະບາດໂຄວິດ-19 ໃຫ້ຖອຍໄປ.

ບຸນເຕັດ ຄູກູເຕ ມີຄວາມໝາຍສໍາຄັນຍິ່ງ, ແມ່ນວັນບຸນໃຫຍ່ສຸດໃນປີ ຂອງເຜົ່າ ລາຈີ໊

ບຸນເຕັດ ຄູກູເຕ ມີຄວາມໝາຍສໍາຄັນຍິ່ງ, ແມ່ນວັນບຸນໃຫຍ່ສຸດໃນປີ ຂອງເຜົ່າ ລາຈີ໊

ສໍາລັບພໍ່ແມ່ປະຊາຊົນ ເຜົ່າລາຈີ໊ ຢູ່ແຂວງຮ່າຢາງ, ບຸນເຕັດ ຄູກູເຕ ມີຄວາມໝາຍສໍາຄັນຍິ່ງ, ແມ່ນວັນບຸນໃຫຍ່ສຸດໃນປີ.

ບູລິມະສິດລົງທຶນພັດທະນາເສດຖະກິດ-ສັງຄົມ ຢູ່ເຂດຊົນເຜົ່າສ່ວນໜ້ອຍ

ບູລິມະສິດລົງທຶນພັດທະນາເສດຖະກິດ-ສັງຄົມ ຢູ່ເຂດຊົນເຜົ່າສ່ວນໜ້ອຍ

ຕອນບ່າຍວັນທີ 7 ກັນຍາ, ທີ່ຫໍສະພາແຫ່ງຊາດ, ທ່ານ ເຈິ່ນແທັງເໝິນ ຮອງປະທານຜູ້ປະຈໍາການສະພາແຫ່ງຊາດ ໄດ້ເຂົ້າຮ່ວມກອງປະຊຸມເປີດກວ້າງຂອງຄະນະປະຈໍາສະພາຊົນເຜົ່າ ເພື່ອສືບສວນເບື້ອງຕົ້ນບົດລາຍງານຂອງລັດຖະບານກ່ຽວກັບການປະຕິບັດໂຄງການເປົ້າໝາຍແຫ່ງຊາດ ກ່ຽວກັບການພັດທະນາເສດຖະກິດ-ສັງຄົມເຂດຊົນເຜົ່າສ່ວນໜ້ອຍ ແລະເຂດພູດອຍໄລຍະ 2021-2030.

ບັນ​ດາ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຢູ່ ເຊີນ​ລາ ອະ​ນຸ​ລັກ​ຮັກ​ສາ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຕົນ​ໄວ້

ບັນ​ດາ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຢູ່ ເຊີນ​ລາ ອະ​ນຸ​ລັກ​ຮັກ​ສາ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຕົນ​ໄວ້

ເດືອນສິງຫາ ປີ 2020, ນະຄອນ ເຊີນລາ, ຂຶ້ນກັບແຂວງ ເຊີນລາ ໄດ້ສ້າງແຜນຮ່າງກ່ຽວກັບການຮັກສາ ແລະ ເສີມຂະຫຍາຍສີສັນວັດທະນະທຳບັນດາເຜົ່າ ນະຄອນ ເຊີນລາ ເຊິ່ງເຕັມໄປດ້ວຍສີສັນວັດທະນະທຳຂອງບັນດາຊົນເຜົ່າສ່ວນໜ້ອຍຢູ່ເຂດທາງທິດຕາເວັນຕົກສ່ຽງເໜືອຂອງ ຫວຽດນາມ ໄລຍະ 2020 – 2025. ການຜັນຂະຫຍາຍການປະຕິບັດແຜນຮ່າງດັ່ງກ່າວ ໄດ້ຮັບຄວາມເຫັນດີເຫັນຈາກຂອງອຳນາດການປົກຄອງຂັ້ນຮາກຖານ ແລະ ປະຊາຊົນ ເຊິ່ງໄດ້ຮັບຖືວ່າ ແມ່ນໜຶ່ງໃນບັນດາວຽກງານລະອຽດ ເພື່ອນຳມະຕິກອງປະຊຸມໃຫຍ່ອົງຄະນະພັກນະຄອນ ຄັ້ງທີ XIX ເຂົ້າໃນຊີວິດ, ປະກອບສ່ວນຮັກສາ, ເສີມຂະຫຍາຍຈຸດວັດທະນະທຳທີ່ເປັນມູນເຊື້ອຂອງບັນດາເຜົ່າ ທີ່ພວມມີຄວາມສ່ຽງຖືກສູນຫາຍໄປ.

ເສີມຂະຫຫຍາຍບົດບາດຄຸນຄ່າ ແລະ ຄຸນຄ່າຄອບຄົວໃນການພັດທະນາປະເທດຊາດ

ເສີມຂະຫຫຍາຍບົດບາດຄຸນຄ່າ ແລະ ຄຸນຄ່າຄອບຄົວໃນການພັດທະນາປະເທດຊາດ

ໃນການກຳນົດທິດພັດທະນາປະເທດຊາດ ໄລຍະ 2021 – 2030, ມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກຄອມມູນິດ ຫວຽດນາມ ໄດ້ກຳນົດວ່າ: “ພັດທະນາມະນຸດຢ່າງຮອບດ້ານ ແລະ ສ້າງພື້ນຖານວັດທະນະທຳຫວຽດນາມ ທີ່ກ້າວໜ້າເຂັ້ມຂົ້ນໄປດ້ວຍສີສັນຊາດ ເພື່ອໃຫ້ວັດທະນະທຳກາຍເປັນກຳລັງແຮງພາຍໃນ ແລະ ກຳລັງໜູນພັດທະນາປະເທດຊາດ ແລະ ປົກປັກຮັກສາປະເທດຊາດຢ່າງແທ້ຈິງ”. ມີຄຳຄິດເຫັນຫຼາຍຂໍ້ໄດ້ຖືວ່າ ເພື່ອປະຕິບັດເປົ້າໝາຍ “ສ້າງພື້ນຖານວັດທະນະທຳຫວຽດນາມ ທີ່ກ້າວໜ້າເຂັ້ມຂົ້ນໄປດ້ວຍສີສັນຊາດ ເພື່ອໃຫ້ວັດທະນະທຳກາຍເປັນກຳລັງແຮງພາຍໃນ ແລະ ກຳລັງໜູນພັດທະນາປະເທດຊາດ ແລະ ປົກປັກຮັກສາປະເທດຊາດຢ່າງແທ້ຈິງ” ຕ້ອງການມີເງື່ອນໄຂ ແລະປັດໄຈຫຼາຍຢ່າງ, ໃນນັ້ນການເສີມຂະຫຍາຍບົດບາດ ແລະ ຄຸນຄ່າຂອງຄອບຄົວແມ່ນສຳຄັນທີ່ສຸດ.

Danh Chanh Da - ນັກ​ຂ່າວຊາວ​​ເຜົ່າຂະ​ແມ ທີ່​ໄດ້​ຮັບຫຼຽນ​ໄຊ​ຮ່ວມ​ມື​ມິດ​ຕະ​ພາບ​ສາ​ກົນ

Danh Chanh Da - ນັກ​ຂ່າວຊາວ​​ເຜົ່າຂະ​ແມ ທີ່​ໄດ້​ຮັບຫຼຽນ​ໄຊ​ຮ່ວມ​ມື​ມິດ​ຕະ​ພາບ​ສາ​ກົນ

ອ້າຍບ່າຍຊາວເຜົ່າຂະແມ ທີ່ມີຊື່ວ່າ Danh Chanh Da ຢູ່ຕາແສງ ດ້າຍເຕິມ, ເມືອງ ໝີຊວຽນ, ແຂວງ ຊອກຈັງ ໄດ້ພະຍາຍາມຮຽນຈົບມະຫາວິທະຍາໄລວິທະຍາສາດສັງຄົມ ແລະ ມະນຸດສາດ, ນະຄອນ ໂຮ່ຈີມິນ. ຫຼັງຈາກນັ້ນ, ອ້າຍບ່າວຄົນນີ້ ໄດ້ຮັບສະໝັກເຂົ້າເຮັດວຽກເປັນນັກຂ່າວຢູ່ສຳນັກຂ່າວສານ ຫວຽດນາມ. ນັກຂ່າວຊາວເຜົ່າສ່ວນໜ້ອຍຜູ້ນີ້ ບໍ່ພຽງແຕ່ປະຕິບັດສຳເລັດໜ້າທີ່ຕາມການມອບໝາຍໄດ້ເປັນຢ່າງດີເທົ່ານັ້ນ ຫາກຍັງມີຄວາມມານະພະຍາຍາມຫຼາຍຢ່າງ, ເປັນແບບຢ່າງອັນໃສແຈ້ງຂອງເພື່ອນນັກຂ່າວຄົນອື່ນໆໃນເຂດຮ່ຳຮຽນຕາມ. ຕໍ່ໄປ ເຊີນທ່ານຮັບຟັງບົດຂຽນຂອງນັກຂ່າວ ແຈງຕຸຍ ດ້ວຍຫົວຂໍ້: Danh Chanh Da - ນັກຂ່າວຊາວເຜົ່າຂະແມທີ່ໄດ້ຮັບຫຼຽນໄຊຮ່ວມມືມິດຕະພາບສາກົນ”.

ວົງຄະນະຍາດຊົນເຜົ່າຢ້າວໂລກາງກໍໄດ້ ແລະ ພວມຮັກສາສີສັນວັດທະນະທຳທີ່ເປັນເອກະລັກສະເພາະໃນການດຳລົງຊີວິດໄວ້ເປັນຢ່າງດີ

ວົງຄະນະຍາດຊົນເຜົ່າຢ້າວໂລກາງກໍໄດ້ ແລະ ພວມຮັກສາສີສັນວັດທະນະທຳທີ່ເປັນເອກະລັກສະເພາະໃນການດຳລົງຊີວິດໄວ້ເປັນຢ່າງດີ

ຊົນເຜົ່າຢ້າວ ແມ່ນໜຶ່ງໃນ 8 ຊົນເຜົ່າທີ່ມີປະຊາກອນຫຼາຍທີ່ສຸດ ຢູ່ແຂວງ ຖ໋າຍງວຽນ. ພ້ອມກັບບັນດາຊົນເຜົ່າອ້າຍນ້ອງອື່ນໆໃນບໍລິເວນ, ຊາວເຜົ່າຢ້າວໂລກາງ ຢູ່ຕາແສງ ເຫີບຕ໋ຽນ, ເມືອງ ດົ່ງຮີ໋, ແຂວງ ຖ໋າຍງວຽນ ກໍໄດ້ ແລະ ພວມຮັກສາສີສັນວັດທະນະທຳທີ່ເປັນເອກະລັກສະເພາະໃນການດຳລົງຊີວິດໄວ້ເປັນຢ່າງດີ ແລະ ກາຍເປັນບັນດາຜູ້ທີ່ຮັກສາ ແລະ ເສີມຂະຫຍາຍຄຸນຄ່າວັດທະນະທຳຂອງຊົນເຜົ່າຕົນຢ່າງແທ້ຈິງ.

ຟຶື້ນຟູອາຊີບຕ່ຳແຜ່ນແພພື້ນເມືອງ ຂອງພໍ່ແມ່ພີ່ນ້ອງເຜົ່າ ເວິນກ່ຽວ - ປາໂກ

ຟຶື້ນຟູອາຊີບຕ່ຳແຜ່ນແພພື້ນເມືອງ ຂອງພໍ່ແມ່ພີ່ນ້ອງເຜົ່າ ເວິນກ່ຽວ - ປາໂກ

ອາຊີບຕ່ຳແຜ່ນແພພື້ນເມືອງ ໄດ້ຕິດພັນກັບການດຳລົງຊີວິດ ຂອງພໍ່ແມ່ພີ່ນ້ອງເຜົ່າເວິນກ່ຽວ - ປາໂກ ຢູ່ເມືອງ ດັກຣົງ ເຊິ່ງແມ່ນເມືອງພູດອຍໃນແຂວງ ກວ໋າງຈິ ນັບແຕ່ໃດໆມາ. ມີບາງໄລຍະ, ອາຊີບນີ້ໄດ້ຖືກສູນຫາຍໄປ ຍ້ອນທ່າອ່ຽງແຟຊັນ ດ້ວຍບັນດາຊຸດອາພອນປະຈຳເຜົ່າ ທີ່ທັນສະໄໝ. ປັດຈຸບັນອາຊີບຕ່ຳແຜ່ນແພພື້ນເມືອງພວມໄດ້ຮັບການຟື້ນຟູ. ບັນດາຊຸດອາພອນປະຈຳເຜົ່າ ທີ່ເຮັດດ້ວຍແຜ່ນແພພື້ນເມືອງ ແມ່ນມີຄວາມເປັນເອກະລັກສະເພາະ ບໍ່ພຽງແຕ່ຮັບໃຊ້ໃນບັນດາງານບຸນເທົ່ານັ້ນ ຫາກຍັງຖືກນຸ່ງຖືຢູ່ຕາມຫ້ອງການສຳນັກງານ ຫຼື ໃນວັນບຸນເຕັດຢູ່ທ້ອງຖິ່ນອີກດ້ວຍ

ບັນ​ດາ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຢູ່​ເຊີນ​ລາອະ​ນຸ​ລັກ​ຮັກ​ສາ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູ​ນ​ເຊື້ອ

ບັນ​ດາ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຢູ່​ເຊີນ​ລາອະ​ນຸ​ລັກ​ຮັກ​ສາ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູ​ນ​ເຊື້ອ

ຍ​ສ​ໝ - ນອກ​​ຈາກ​ການ​ຟື້ນ​ຟູ​ບົດ​ຟ້ອນທີ່ເກົ່າແກ່ຂອງ​ພໍ່​ແມ່​ປະ​ຊາ​ຊົນ​ເຜົ່າ​ຜູ້ໄທຢູ່​ເຊີນ​ລາ7 ບົດແລ້ວ, ສະ​ໂມ​ສອນ​ກໍ່​ສະ​ຫງວນ​ເວ​ລາ​ເພື່ອ​ຝຶກ​ແອບ​ບັນ​ດາ​ບົດ​ຟ້ອນ​ພື້ນ​ເມືອງຜູ້​ໄທ, ເຊີນ​ຄູ​ສອນ​ມາ​ສອນ​ໜັງສື​ຊົນ​ເຜົ່າ​ຜູ້ໄທ ໃຫ້​ແກ່​ສະ​ມາ​ຊິກ ແລະ ພໍ່​ແມ່​ປະ​ຊາ​ຊົນ​ໃນ​ບ້ານ.

ສິລະປະລະຄອນຕຸກກະຕາ ຂອງຊາວເຜົ່າໄຕ່

ສິລະປະລະຄອນຕຸກກະຕາ ຂອງຊາວເຜົ່າໄຕ່

ສິລະປະສະແດງລະຄອນຕຸກກະຕາແມ່ນ ສິລະປະທີ່ເປັນເອກະລັກຂອງວັດທະນະທຳເຜົ່າໄຕ່. ລະຄອນຕຸກກະຕາເຄີຍຖືກຊາວເຜົ່າໄຕ່ສະແດງ ໃນໂອກາດຕົ້ນປີໃໝ່, ໃນມື້ຈັດພິທີລົງນາ, ເພື່ອແນໃສ່ຈຸດປະສົງສ້າງຄວາມມ່ວນຊື່ນ, ສະແດງໃຫ້ເຫັນຄວາມຫວັງພາວະນາໃຫ້ດິນຟ້າອາກາດເອື້ອອຳນວຍຄວາມສະດວກ, ລະດູການຜະລິດໄດ້ຮັບຜົນດີ, ຫວັງໃຫ້ການດຳລົງຊີວິດມີຄວາມສະຫງົບສຸກ, ຜ່ານບັນດາລາຍການສະແດງ ລະຄອນຕຸກກະຕາກໍໍ່ເພື່ອແນໃສ່ເຊີດຊູ ມູນເຊື້ອມັກການຮ່ຳຮຽນຂອງປະຊາຊົນ.

ເສີມ​ຂະ​ຫຍາຍ​ຮູບ​ແບບ​ເສດ​ຖະ​ກິດ​ສະ​ຫະ​ກອນ, ໝູ່​ບ້ານ​ອາ​ຊີບ​ຢູ່​ແຂວງ ຮ່າ​ຢາງ

ເສີມ​ຂະ​ຫຍາຍ​ຮູບ​ແບບ​ເສດ​ຖະ​ກິດ​ສະ​ຫະ​ກອນ, ໝູ່​ບ້ານ​ອາ​ຊີບ​ຢູ່​ແຂວງ ຮ່າ​ຢາງ

ປະຈຸບັນ, ແຂວງ ຮ່າຢາງ ມີສະຫະກອນ 372 ແຫ່ງ ດ້ວຍສະມາຊິກກ່ວາ 8900 ຄົນ, ພ້ອມກັບໝູ່ບ້ານອາຊີບມູນເຊື້ອ 41 ແຫ່ງ ດ້ວຍການເຂົ້າຮ່ວມຂອງເກືອບ 3000 ຄອບຄົວ, ລາຍຮັບສະເລ່ຍຂອງຜູ້ອອກແຮງງານໃນໝູ່ບ້ານອາຊີບແມ່ນເກືອບ 4 ລ້ານດົ່ງ/ຄົນ/ເດືອນ. ບັນດາຮູບແບບສະຫະກອນ, ໝູ່ບ້ານອາຊີບຢູ່ ຮ່າຢາງ ພວມຊ່ວຍໃຫ້ ປຊຊ ລົບລ້າງຄວາມອຶດຫິວ ຫລຸດຜ່ອນຄວາມທຸກຍາກ ແລະ ພັດທະນາເສດຖະກິດເປັນເທື່ອລະກ້າວ.

ອະນຸລັກຮັກສາ ແລະເສີມຂະຫຍາຍວັດທະນະທຳຊົນເຜົ່າໄຕງວຽນ

ອະນຸລັກຮັກສາ ແລະເສີມຂະຫຍາຍວັດທະນະທຳຊົນເຜົ່າໄຕງວຽນ

ວັນບຸນວັດທະນະທໍາ, ກິລາ ແລະການທ່ອງທ່ຽວບັນດາຊົນເຜົ່າເຂດໄຕງວຽນ ຄັ້ງທີ 1, ປີ 2021 ໂດຍກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວ, ຄະນະກໍາມະການປະຊາຊົນແຂວງກອນຕຸມ ສົມທົບກັບບັນດາກະຊວງ, ຄະນະ, ຂະແໜງການສູນກາງ ແລະທ້ອງຖິ່ນ ຈັດຕັ້ງຈະດໍາເນີນຢູ່ແຂວງກອນຕຸມ ໃນລະຫວ່າງວັນທີ 28-30 ພຶດສະພາ 2021.

ຢັ້ງຢືນຄຸນຄ່າທາງປະຫວັດສາດຂອງໄຊຊະນະແບັກດັ່ງ

ຢັ້ງຢືນຄຸນຄ່າທາງປະຫວັດສາດຂອງໄຊຊະນະແບັກດັ່ງ

ຫວ່າງແລ້ວນີ້, ຢູ່ເຂດປູຊະນີຍະສະຖານແຫ່ງຊາດພິເສດແບັກດັ່ງ, ເທດສະບານແຂວງກວ໋າງອຽນ (ກວ໋າງນີງ) ໄດ້ຈັດງານບຸນທີ່ເປັນມູນເຊື້ອແບັກດັ່ງ ເພື່ອສະເຫຼີມສະຫຼອງ 1.083 ປີ (938-2021), 1.040 ປີ (981-2021) ແລະ 733 ປີ (1288-2021) ແຫ່ງໄຊຊະນະແບັກດັ່ງ.

ລັດຖະບານຫວຽດນາມ ໄດ້ປະກາດໃຊ້ຫລາຍນະໂຍບາຍໜູນຊ່ວຍຫລາຍສະບັບໃຫ້ແກ່ບັນດາເປົ້າໝາຍການສຶກສາຢູ່ເຂດໄຕງວຽນ

ລັດຖະບານຫວຽດນາມ ໄດ້ປະກາດໃຊ້ຫລາຍນະໂຍບາຍໜູນຊ່ວຍຫລາຍສະບັບໃຫ້ແກ່ບັນດາເປົ້າໝາຍການສຶກສາຢູ່ເຂດໄຕງວຽນ

ຍສໝ - ມາຮອດປະຈຸບັນ, 100% ຕາແສງຢູ່ ໄຕງວຽນ ມີເຮືອນລ້ຽງເດັກ, ໂຮງຮຽນອະນຸບານ, ໂຮງຮຽນປະຖົມ, ກ່ວາ 96% ຕາແສງມີໂຮງຮຽນມັດທະຍົມຕອນຕົ້ນ. ອັດຕານັກຮຽນອະນຸບານ ແລະ ປະຖົມທີ່ນຳໃຊ້ພາສາ ຫວຽດ ບັນລຸກ່ວາ 92%.

ຄຶກຄື້ນວັນບຸນວັດທະນະທໍາບັນດາເຜົ່າຫວຽດນາມ

ຄຶກຄື້ນວັນບຸນວັດທະນະທໍາບັນດາເຜົ່າຫວຽດນາມ

ຫວ່າງແລ້ວນີ້, ໂດຍໄດ້ຮັບການຕົກລົງຂອງຄະນະກໍາມະການແນວໂຮມປະເທດຊາດຫວຽດນາມ ນະຄອນໂຮ່ຈີມິນ, ຄະນະຊົນເຜົ່ານະຄອນ, ຄະນະກໍາມະການແນວໂຮມປະເທດຊາດຫວຽດນາມ ເມືອງຝູຍ້ວນ ໄດ້ຈັດຕັ້ງວັນບຸນວັດທະນະທໍາບັນດາເຜົ່າຫວຽດນາມ.

ຕ້ອນຮັບບຸນປີໃໝ່ຢູ່ບ້ານ ຮ່າຍີ່

ຕ້ອນຮັບບຸນປີໃໝ່ຢູ່ບ້ານ ຮ່າຍີ່

ຍສໝ - ບຸນປີໃໝ່ປະຈຳຊາດຂອງຊາວເຜົ່າຮ່າຍີ່ ຢູ່ບັນດາຕາແສງ ຈູ່ງຫຼ່າຍ, ແລງຊູສິນ, ແສ່ນເທື້ອງ (ເມືອງ ເມື່ອງແຍ້, ແຂວງ ດ້ຽນບຽນ) ບໍ່ພຽງແຕ່ມີພິທີກຳທີ່ແປກປະຫຼາດເທົ່ານັ້ນ, ຫາກຍັງແມ່ນການຈາລຶກບຸນຄຸນບັນພະບຸດລຸດ.

1 2 3
ເຫດການ
302 Found

Found

The document has moved here.