ຍສໝ - ນີ້ແມ່ນງານວາງລະແດງຄັ້ງທີ 4 ຂອງນັກຈິດຕະກອນ ທີຫງວຽນເຈືອງມິງ. ລາວມີຄວາມປາດຖະໜາວ່າ ພາຍຫຼັງຄວບຄຸມໄດ້ໂລກລະບາດໂຄວິດ - 19, ລາວຈະສືບຕໍ່ປະຕິບັດຫຼາຍໂຄງການຢູ່ ຫວຽດນາມ ກໍ່ຄືຖ່າຍທອດເຕັກນິກໃນການແຕ້ມພາບດ້ວຍ ວິທີຄະນິດ ໃຫ້ແກ່ບັນດານັກສຶກສາຢູ່ ຫວຽດນາມ.
ຍສໝ - ປະຊາຊົນນະຄອນໂຮ່ຈີມິນຈະນຳໃຊ້ລະຫັດ QR ເປັນເອກະພາບໃນທົ່ວປະເທດ. ລະຫັດນີ້ຈະໄດ້ນຳໃຊ້ Scan ຢູ່ບັນດາສະຖານທີ່ຄື ຕະຫຼາດ, ສະຖານທີ່ຊື້ເຄື່ອງ, ປິ່ນປົວພະຍາດ, ຂົນສົ່ງສິນຄ້າ, ຈໍລະຈອນ.
ໃນມໍ່ໆມານີ້ ການນຸ່ງຊຸດອາພອນປະຈຳຊາດຈາກກຸ່ມຄົນຈຳນວນໜຶ່ງໄດ້ຄ່ອຍໆແຜ່ກະຈາຍແລະ ຂະຫຍາຍເປັນຂະບວນການ. ເລີ່ມມາຈາກຄວາມຫວັງຢາກຮັກສາບັນດາຄຸນຄ່າວັດທະນະທຳພື້ນເມືອງນັ້ນ, ຫຼາຍຄົນໄດ້ເລືອກເອົາການນຸ່ງຊຸດອາພອນປະຈຳຊາດເພື່ອຖ່າຍຮູບເປັນທີ່ລະນຶກໃນພິທີອັດສົກຮຽນຫຼືໃນຄາວເປັນໄວໜຸ່ມ ຫຼືຖ່າຍຮູບເປັນທີ່ລະນຶກພ້ອມກັບຄອບຄົວໃນໃນໂອກາດວັນບຸນເຕັດວັນຄ້າຍວັນເກີດ.
ຍສໝ - ຕອນບ່າຍວັນທີ 28 ກັນຍາ, ຢູ່ສະຖານທີ່ເຊື່ອມຕໍ່ຖ່າຍທອດສົດນະຄອນໂຮ່ຈີມິນ, ທ່ານຮອງນາຍົກລັດຖະມົນຕີຫວູດຶກດາມໄດ້ເຮັດວຽກທາງໄກກັບນະຄອນໂຮ່ຈີມິນ, ບັນດາແຂວງຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມແລະໄຕງວຽນ ກ່ຽວກັບການກະກຽມຜ່ອນຜັນການແຍກຫ່າງໃນສັງຄົມພາຍຫຼັງວັນທີ 30 ກັນຍາ.
ຍສໝ - ຕອນຄ່ຳວັນທີ 27 ກັນຍາ, ໂຄງການແລກປ່ຽນສິລະປະ “ອ້ອມແຂນແຫ່ງຄວາມຮັກ” ດ້ວຍຫົວຂໍ້ “ປະເທດຊາດເປັນຈິດໜຶ່ງໃຈດຽວ ເອົາຊະນະພະຍາດໂຄວິດ -19" ໄດ້ຈັດຕັ້ງໂດຍພະແນກວັດທະນະທຳ ແລະ ກິລານະຄອນໂຮ່ຈີມິນ ກັບ ອົງການຈັດຕັ້ງວິທະຍາສາດ ແລະ ຜູ້ຊ່ຽວຊານຫວຽດນາມທົ່ວໂລກ (AVSE Global) ແລະ ກອງທຶນ ຈິ້ງກົງເຊີນ ໃນຮູບແບບຖ່າຍທອດສົດ ດ້ວຍຫຼາຍຈຸດເຊື່ອມຕໍ່ທີ່ແຕກຕ່າງກັນ ແຕ່ເໜືອເຖິງໃຕ້.
ຍສໝ - ຕອນເຊົ້າວັນທີ 29 ກັນຍາ, ທີ່ສະໜາມບິນສາກົນໂນ້ຍບ່າຍ (ຮ່າໂນ້ຍ) ໄດ້ຈັດພິທີມອບຮັບວັກຊີນປ້ອງກັນພະຍາດໂຄວິດ -19 Hayat-Vax ຈໍານວນ 1 ລ້ານໂດສທີ່ຜະລິດຢູ່ສະຫະລັດອາຣັບເອມີເຣດ (UAE) ລະຫວ່າງ G42 Medications Trading LLC (G42) ແລະບໍລິສັດຫຸ້ນສ່ວນການຢາ Vimedimex.
ຍສໝ - ນັກກະວີ ເຈິ່ນກວາງດ້າວ ໄດ້ຮັບລາງວັນວັນນະຄະດີອາຊຽນ 2019 ດ້ວຍປື້ມກະວີ “ບິນໃນຝັນ” ແລະ ນັກປະພັນ ຫວໍຄັກງຽມ ໄດ້ຮັບລາງວັນວັນນະຄະດີອາຊຽນ 2020 ດ້ວຍນະວະນິຍາຍ “ທິໂລ້ ຈິງແຢັງ”.
ຍສໝ - ດ້ວຍຜົນງານ “ພູຂັບຮ້ອງ” ທີ່ໄດ້ຂຽນດ້ວຍພາສາອັງກິດ, ນັກປະພັນ ຫງວຽນຟານເກ໊ມາຍ ໄດ້ລື່ນກາຍບັນດານັກປະພັນທີ່ເຄີຍາດໄດ້ລາງວັນ Pulitze ປີ 2021 ແລະ Booker ປີ 2021 ເພື່ອຍາດໄດ້ລາງວັນທີ 2 ໃນລາຍການຄວາມຄິດສ້າງຈິນຕະນາການຂອງລາງວັນວັນນະຄະດີ Dayton ເພື່ອສັນຕິພາບ.
ຍສໝ - ຫ້ອງວ່າການລັດຖະບານຫວຽດນາມ ຫາກໍມີເອກະສານແນະນຳຄຳເຫັນຊີ້ນຳຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່ຽວກັບການຍ້ອງຍໍຊົມເຊີຍ, ໃຫ້ກຳລັງໃຈບັນດາໝູ່ຄະນະ, ສ່ວນບຸກຄົນທີ່ມີຜົນງານໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.
ຍສໝ - ພາບຖ່າຍສິລະປິນ ຈິງງອກ ທີ່ມີອາຍຸ 90 ປີ, ຜູ້ທີ່ເຄີຍເຮັດເກີບໃຫ້ແກ່ພະບໍລົມວົງສານຸວົງກຳປູເຈຍຂອງນັກຖ່າຍຮູຍ ວຽດວັນ ຄ້ວາໄດ້ຫຼຽນເງິນໃນການສອບເສັງພາບຖ່າຍ “ສື່ມວນຊົນ/ການທ່ອງທ່ຽວ” ໃນການສອບເສັງພາບຖ່າຍສາກົນ PX3 (ປາຣີ, ຝລັ່ງ) ປີ 2021.
ຍສໝ - ນັ້ນແມ່ນຈຳນວນເງິນສະໜັບສະໜູນໃຫ້ແກ່ໂຄງການ “ບໍໍ່ປະໃຫ້ຜູ້ໃດຖືກຕົກຢູ່ທາງຫຼັງ: ບັນດາການແຊກແຊງ, ປ່ຽນແປງໃໝ່, ປະດິດຄິດສ້າງ ເພື່ອແນໃສ່ຫຼຸດຜ່ອນສະພາບການເສຍຊີວິດຂອງ ຜູ້ເປັນແມ່ທີ່ແມ່ນຊົນເຜົ່າສ່ວນໜ້ອຍ ຢູ່ ຫວຽດນາມ”.
ຍອດຈຳນວນເງິນລົງທຶນໂດຍກົງຂອງຕ່າງປະເທດ FDI ຢູ່ຫວຽດນາມ ໃນ 9 ເດືອນທີ່ຜ່ານມາຍັງຄົງບັນລຸ 22,15 ຕື້ USD ,ເພີ່ມຂຶ້ນ 4,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.
ຍສໝ - ຕອນເຊົ້າວັນທີ 23 ກັນຍາ, ຢູ່ຮ່າໂນ້ຍ, ຄະນະບໍລິຫານງານສູນກາງຄະນະຊາວໜຸ່ມ ກອມມູນິດໂຮ່ຈີມິນ ແລະ ສະຫະສະມາຄົມການຄ້າເອເລັກໂຕນິກຫວຽດນາມ (VECOM) ໄດ້ຈັດພິທີລົງນາມໃນຂໍ້ຕົກລົງ ໃນໄລຍະ 2021-2023 ຕາມຮູບການອອນໄລ.
ຢູ່ແຕ່ລະທ້ອງຖິ່ນ, ແຕ່ລະເຂດ ລ້ວນແຕ່ມີວີທີການຮຽນ-ການສອນ ທີ່ເໝາະສົມກັບລະດັບແຜ່ລະບາດທີ່ແຕກຕ່າງກັນຂອງພະຍາດໂຄວິດ-19.
ຄະນະກໍາມະການປະຊາຊົນແຂວງກວ໋າງນິງ ຫາກໍ່ໃຫ້ຮູ້ວ່າ, ແຂວງນີ້ວາງເປົ້າໝາຍສູ້ຊົນໃນໄຕມາດທີ IV ປີນີ້ຈະຕ້ອນຮັບນັກທ່ອງທ່ຽວປະມານ 1,9 ເຖິງ 2 ລ້ານເທື່ອຄົນ, ລວມຍອດລາຍຮັບບັນລຸ 4.000-4.500 ຕື້ດົ່ງ.
ຕອນຄ່ຳວັນທີ 20 ກັນຍາ ຢູ່ ຮ່າໂນ້ຍ ໄດ້ຈັດຕັ້ງລາຍການ “ບຸນໄຫວ້ພະຈັນທີ່ມ່ວນຊື່ນ” ຕາມຮູບການທາງໄກ ເຊື່ອມຕໍ່ກັບ 7 ແຂວງ, ນະຄອນ ລວມມີ: ນະຄອນ ໂຮ່ຈີມິນ, ບີ່ງເຢືອງ, ກຽນຢາງ, ແຄງຮ່ວາ, ບັກຢາງ, ຮ່າຕິ້ງ, ຢາລາຍ ແລະ 3 ສູນການເຄື່ອນໄຫວກ່ຽວກັບຊາວຫນຸ່ມເຍົາວະຊົນອະນຸຊົນ ບັນດາແຂວງ ລ່າວກາຍ, ຮ່າຢາງ, ນິງບີ່ງ.
ຍສໝ - ປະຈຸບັນ, ເປົ້າໝາຍແມ່ນເພື່ອດໍາລົງຊີວິດຢ່າງປອດໄພຮ່ວມກັບການລະບາດ, ອໍານາດການປົກຄອງທຸກຂັ້ນ ຢູ່ ຫວຽດນາມ ພວມປັບປ່ຽນວິທີການຕໍ່ສູ້ກັບການລະບາດ, ຟື້ນຟູການຜະລິດ ແລະດໍາເນີນທຸລະກິດ.
ຍສໝ - ຕອນບ່າຍວັນທີ 18 ກັນຍາ, ສະພາຈັນຍາບັນໃນການຄົ້ນຄ້ວາການແພດຊີວະສາດແຫ່ງຊາດ (ສະພາຈັນຍາບັນ) ໄດ້ຈັດກອງປະຊຸມພິຈາລະນາ, ຕີລາຄາວັກຊິນກັນໂຄວິດ - 19 Nano Covax.
ທ່ານຮອງລັດຖະມົນຕີກະຊວງອຸດາຫະກຳ ການຄ້າ ຫວຽດນາມ ໂດ້ທັງຫາຍ ຢືນຢັນວ່າ: ກະຊວງອຸດສາຫະກຳ ການຄ້າ ຫວຽດນາມ ຈະສືບຕໍ່ເປັນເຈົ້າການຕິດຕາມສະພາບການຕະຫຼາດຢ່າງໃກ້ຊິດ, ຜັນຂະຫຍາຍບັນດາໂຄງການກະຕຸກຊຸກຍູ້ການໃຊ້ສອຍຢູ່ພາຍໃນປະເທດຢ່າງທັນການ ແລະ ມີປະສິດທິຜົນ.
ຍສໝ - ບັນດາຮາກຖານດຳເນີນທຸລະກິດ, ການບໍລິການຈະໄດ້ເຄື່ອນໄຫວຕາມການຄຸ້ມຄອງ, ຕິດຕາມກວດກາຂອງອຳນາດການປົກຄອງທ້ອງຖິ່ນ. ຫົວໜ້າບັນດາຮາກຖານດຳເນີນທຸລະກິດ, ການບໍລິການຕ້ອງໃຫ້ຄຳໝັ້ນສັນຍາ ແລະ ຮັບຜິດຊອບຕໍ່ການປະຕິບັດບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢ່າງເຂັ້ມງວດ.
ສືບຕໍ່ບັນດາການເຄື່ອນໄຫວແບ່ງປັນກັບຜູ້ປະສົບຄວາມຫຍຸ້ງຍາກ, ຜູ້ດ້ອຍໂອກາດທີ່ໄດ້ຮັບຜົນສະທ້ອນຈາກພະຍາດໂຄວິດ-19, ໃນວັນທີ 15 ກັນຍາ, ສະພາກາແດງນະຄອນຮ່າໂນ້ຍ ສົມທົບກັບບັນດາຜູ້ໃຈບຸນໃຈກຸສົນ ໄດ້ຈັດຕັ້ງລາຍການ “ຕະຫຼາດ 0 ດົ່ງ” ຢູ່ເມືອງຫາຍບ່າຈຶງ.
ຍສໝ - ວາລະສານການທ່ອງທ່ຽວ ລັດເຊຍ ຖືວ່າ ເຝີຫວຽດນາມ ມີຜົນສະທ້ອນມາຈາກຝລັ່ງ ແລະ ແມ່ນເຍື່ອງອາຫານທີ່ມີລາຄາຖືກ ພັດໄດ້ຮັບການບໍລິການຢ່າງສຸດໃຈ.
ຍສໝ - ນັບແຕ່ວັນທີ 19 ກັນຍາ, ສູນອານຸລັກຮັກສາມໍລະດົກທັງລອງ - ຮ່າໂນ້ຍ ຈະຈັດຕັ້ງລາຍການວາງສະແດງ ວັນບຸນໄຫວ້ພະຈັນ ປີ 2021 ດ້ວຍຮູບແບບທາງໄກ ທີ່ມີຫົວຂໍ້ວ່າ “ວັນບຸນໄຫວ້ພະຈັນເຕົ້າໂຮມ” ຢູ່ເວັບໄຊ hoangthanhthanglong.vn ແລະ trungbayonline.hoangthanhthanglong.vn.
ບົນພື້ນຖານໝາກຜົນທີ່ບັນລຸໄດ້, ປະຈຳການຄະນະພັກຈະມອບໃຫ້ຄະນະພະນັກງານພັກຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ພິຈາລະນາ, ຕີລາຄາສັງລວມຕົກລົງວິທີການຜ່ອນຜັນໃຫ້ເຄື່ອນໄຫວການບໍລິການບາງຢ່າງ
ຍສໝ - ພາບຖ່າຍຊາວເຫ້ວຫາປາ ຢູ່ ແຄມຝັ່ງທະເລ ຕາມຢາງ ໃນລະດູໜາວຂອງນັກຖ່າຍຮູບ ຟ້າມຮຸຍຈຸງ ຄ້ວາໄດ້ລາງວັນທີ 1 ຢູ່ລາຍການມະນຸດ ໃນການແຂ່ງຂັນຖ່າຍຮູບຈາກບ່ອນສູງ.
ຍສໝ - ທ່ານນາຍົກລັດຖະມົນຕີຫວຽດນາມ ຝ້າມມີງຈິງ ໄດ້ສົ່ງໂທລະເລກທາງການ ກ່ຽວກັບການສ້າງຕັ້ງສູນຕິດຕໍ່ ແລະ ປະຕິບັດນະໂຍບາຍການສັກຢາກັນພະຍາດໂຄວິດ -19 ໃຫ້ຄົນຕ່າງປະເທດ ທີ່ອາໄສຢູ່ຫວຽດນາມ. ພວກເຮົາຂໍນຳສະເໜີໂທລະເລກທາງການສະບັບເຕັມ.
ຕອນຄ່ຳວັນທີ 12 ກັນຍາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງໄດ້ເປັນປະທານພິທີປຸກລະດົມໂຄງການ “ຄື້ນ ແລະ ຄອມພິວເຕີໃຫ້ນ້ອງ”.
ດ້ວຍຈຸດພິເສດແມ່ນຂໍ້ມູນຂ່າວໄດ້ສົ່ງໄປຢ່າງວ່ອງໄວ, ກວ້າງຂວາງ, ຍ້ອນເຫດນັ້ນ, ຕໍ່ໜ້າສະພາບການສັບສົນຂອງໂລກລະບາດໂຄວິດ-19, ຜ່ານ fanpage, ລະບົບສື່ທາງສັງຄົມ, ຂໍ້ມູນຂ່າວສານກ່ຽວກັບການຜັນແປຂອງໂລກລະບາດໄດ້ອັບເດດຢ່າງວ່ອງໄວ.
ຍສໝ - ວັນທີ 09 ກັນຍາ, ຢູ່ນະຄອນຫຼວງ ປຣາຮາ, ຄະນະກຳມະການອາຊຽນ ປະຈຳ ສ.ເຊັກໂກ ໄດ້ຈັດວັນຄອບຄົວອາຊຽນ ປີ 2021 (ASEAN Family Day 2021) ໂດຍສະຖານທູດ ມຽນມາ ເປັນເຈົ້າພາບຈັດຕັ້ງ.
ສະຫາຍ ພົນເອກ ຟຸ່ງກວາງແທັງ ໄດ້ເຖິງແກ່ມໍລະນະກຳໃນ ເວລາ 03 ໂມງ 45 ນາທີ ຂອງວັນທີ 11 ກັນຍາ 2021 ຢູ່ເຮືອນສ່ວນຕົວ...