ສະຖານທູດຫວຽດນາມ ປະຈຳຝລັ່ງ ໄດ້ຈັດພິທີສະເຫຼີມສະຫຼອງ 130 ປີແຫ່ງວັນຄ້າຍວັນເກີດຂອງ ປະທານ ໂຮ່ຈີມິນ

ສະຖານທູດຫວຽດນາມ ປະຈຳຝລັ່ງ ໄດ້ຈັດພິທີສະເຫຼີມສະຫຼອງ 130 ປີແຫ່ງວັນຄ້າຍວັນເກີດຂອງ ປະທານ ໂຮ່ຈີມິນ

ຍສໝ - ວັນທີ 15 ພຶດສະພາ, ສະຖານທູດຫວຽດນາມ ປະຈຳຝລັ່ງ ໄດ້ຈັດຕັ້ງການເຄື່ອນໄຫວຕ່າງໆ ເພື່ອສະເຫຼີມສະຫຼອງ ຄົບຮອບ 130 ປີແຫ່ງວັນຄ້າຍວັນເກີດຂອງ ປະທານໂຮ່ຈີມິນ.

ຮ່າໂນ້ຍ ມອບຜ້າອັດປາກການແພດ 200.000 ອັນ ເພື່ອຊ່ວຍເຫຼືອບັນດາທ້ອງຖິ່ນຂອງຝະລັ່ງ ໃນການປ້ອງກັນພະຍາດ COVID-19

ຮ່າໂນ້ຍ ມອບຜ້າອັດປາກການແພດ 200.000 ອັນ ເພື່ອຊ່ວຍເຫຼືອບັນດາທ້ອງຖິ່ນຂອງຝະລັ່ງ ໃນການປ້ອງກັນພະຍາດ COVID-19

ຍສໝ - ວັນທີ 18 ພຶດສະພາ, ຄະນະກຳມະການປະຊາຊົນນະຄອນຫຼວງຮ່າໂນ້ຍ ໄດ້ຈັດພິທີມອບຮັບ ຜ້າອັດປາກການແພດ 200.000 ອັນ  ໃຫ້ແກ່ເຂດ Ile-de-France, ນະຄອນ Toulouse ແລະ ນະຄອນ Choisy-le-Roi ຂອງປະເທດຝລັ່ງ ເພື່ອປ້ອງກັນ ແລະ ຄວບຄຸມ ພະຍາດ COVID-19.    

ການກໍ່ສ້າງທີ່ເປັນເອກະລັກສະເພາະຢູ່ສະໜາມຫຼວງ ໂຮ່ຈິມິນ ຢູ່ມົດສະກູ ແລະຄວາມມິດຕະພາບ ຫວຽດນາມ - ລັດເຊຍ

ການກໍ່ສ້າງທີ່ເປັນເອກະລັກສະເພາະຢູ່ສະໜາມຫຼວງ ໂຮ່ຈິມິນ ຢູ່ມົດສະກູ ແລະຄວາມມິດຕະພາບ ຫວຽດນາມ - ລັດເຊຍ

ຍສໝ - ສະໜາມຫຼວງ ໂຮ່ຈິມິນ ຢູ່ມົດສະກູ ຢູ່ນະຄອນຫຼວງມົສກູ (ຣັດເຊຍ) ເປັນໂຄງການທີ່ເປັນເອກະລັກສະເພາະຂອງມິດຕະພາບຫວຽດນາມ - ຣັດເຊຍ, ເປັນສະຖານທີ່ທີ່ໜ້າສົນໃຈສຳລັບຊາວລັດເຊຍກໍ່ຄືນັກທ່ອງທ່ຽວຕ່າງປະເທດຈຳນວນຫຼາຍ.    

ຊາວຫວຽດນາມອາໄສຢູ່ຕ່າງປະເທດມຸ່ງໄປສູ່ວັນຄ້າຍວັນເກີດຂອງປະທານໂຮ່ຈີມິນ

ຊາວຫວຽດນາມອາໄສຢູ່ຕ່າງປະເທດມຸ່ງໄປສູ່ວັນຄ້າຍວັນເກີດຂອງປະທານໂຮ່ຈີມິນ

ຍສໝ - ວັນທີ 15 ພຶດສະພາ, ສະຖານທູດ ຫວຽດນາມປະຈຳຝລັ່ງໄດ້ຈັດຕັ້ງບັນດາການເຄື່ອນໄຫວເພື່ອສະເຫຼີມສະຫຼອງ 30 ປີ ແຫ່ງວັນຄ້າຍວັນເກີດຂອງປະທານ ໂຮ່ຈີມິນ. ໃນນັ້ນ, ສະຖານທູດຫວຽດນາມ ປະຈຳ ຝະລັ່ງພ້ອມກັບອຳນາດການປົກຄອງທ້ອງຖິ່ນໄດ້ຈັດພິທີອາໄລຫາ,ຖະຫວາຍດອກໄມ້ຢູ່ອະນຸສາວະລີປະທານໂຮ່ຈີມິນ ຢູ່ສວນສາທາລະນະ Montreau, ນະຄອນ Montreuil.

ສະພາແຫ່ງຊາດຫວຽດນາມ ໄດ້ມອບອຸປະກອນການແພດ ໃຫ້ແກ່ບັນດາລັດຖະສະພາສາກົນ

ສະພາແຫ່ງຊາດຫວຽດນາມ ໄດ້ມອບອຸປະກອນການແພດ ໃຫ້ແກ່ບັນດາລັດຖະສະພາສາກົນ

ຍສໝ - ໂດຍໄດ້ຮັບອະນຸຍາດຈາກທ່ານນາງ ຫງວຽນທິກິມເງິນ - ປະທານສະພາແຫ່ງຊາດຫວຽດນາມ, ປະທານ AIPA-4, ແຕ່ວັນທີ 12-15 ພຶດສະພາ, ທີ່ຫໍປະຊຸມແຫ່ງຊາດ, ທ່ານ ຫງວຽນແຮງຟຸກ -  ເລຂາທິການໃຫຍ່ສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ສະພາແຫ່ງຊາດຫວຽດນາມ ທີ່ໄດ້ມອບເຄື່ອງອຸປະກອນການແພດ ໃຫ້ແກ່ບັນດາອົງການລັດຖະສະພາສາກົນ ແລະ ອົງການຮ່ວມລັດຖະສະພາສາກົນ.  

45 ປີແຫ່ງການພົວພັນມິດຕະພາບ ແລະ ການຮ່ວມມືສອງຝ່າຍຫວຽດນາມ - ເມັກຊິໂກ

45 ປີແຫ່ງການພົວພັນມິດຕະພາບ ແລະ ການຮ່ວມມືສອງຝ່າຍຫວຽດນາມ - ເມັກຊິໂກ

ຍສໝ - ບໍ່ພຽງແຕ່ມີການພັດທະນາຢ່າງແຮງໃນທຸກດ້ານ, ບໍ່ດົນມານີ້, ລັດຖະບານຫວຽດນາມ - ເມັກຊິໂກ ຕັດສິນໃຈຊຸກຍູ້ມາດຕະການຕ່າງໆເພື່ອກ້າວໄປສູ່ການເປັນຄູ່ຮ່ວມມືຮອບດ້ານເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ ແລະ ສັນຕິພາບ.    

ປະຊາຄົມຊາວຫວຽດນາມຢູ່ເຢຍລະມັນ ມອບຜ້າອັດປາກ 100.000 ອັນ ໃຫ້ປະຊາຊົນໃນ 16 ລັດ ຂອງປະເທດເຢຍລະມັນ

ປະຊາຄົມຊາວຫວຽດນາມຢູ່ເຢຍລະມັນ ມອບຜ້າອັດປາກ 100.000 ອັນ ໃຫ້ປະຊາຊົນໃນ 16 ລັດ ຂອງປະເທດເຢຍລະມັນ

ຍສໝ - ເມື່ອບໍ່ດົນມານີ້, ທ່ານນາງ ບຸ່ຍທູມີງ ແລະ ທ່ານ Frank ດີ້ງເຈືອງ ຕາງໜ້າໃຫ້ຄະນະການຈັດຕັ້ງໂຄງການໄດ້ມອບສັນຍາລັກຂອງຜ້າອັດປາກ 100.000 ອັນ ທີ່ເປັນຂອງຂວັນຈາກປະຊາຄົມຊາວຫວຽດນາມຢູ່ເຢຍລະມັນມອບໃຫ້ແກ່ປະຊາຊົນເຢຍລະມັນ ສຳລັບ ອັງການຈັດຕັ້ງ WUS (ບໍລິການມະຫາວິທະຍາໄລໂລກ) ຢູ່ Wiesbaden.      

ທ່ານ ຟ້າມບິ່ງມິງ - ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມພິທີໄວ້ອາໄລ ທ່ານ​ອະ​ດີດ​ນາ​ຍົກ​ລັດ​ຖະ​ມ​ົນ​ຕີ​ລາວ ສີ​ສະ​ຫວາດ ແກ້ວ​ບຸນ​ພັນ

ທ່ານ ຟ້າມບິ່ງມິງ - ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມພິທີໄວ້ອາໄລ ທ່ານ​ອະ​ດີດ​ນາ​ຍົກ​ລັດ​ຖະ​ມ​ົນ​ຕີ​ລາວ ສີ​ສະ​ຫວາດ ແກ້ວ​ບຸນ​ພັນ

ຍສໝ - ເມື່ອບໍ່ດົນມານີ້, ທ່ານຟ້າມບິ່ງມິງ - ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ເຂົ້າຮ່ວມພິທີໄວ້ອາໄລທ່ານ​ອະ​ດີດ​ນາ​ຍົກ​ລັດ​ຖະ​ມ​ົນ​ຕີ​ລາວ ສີ​ສະ​ຫວາດ ແກ້ວ​ບຸນ​ພັນ.  

ຫວຽດ​ນາມ​ແບ່ງ​ປັນ​ບົດ​ຮຽນປະ​ສົບ​ການ​ຮັບ​ມື​ກັບ​ໂລກ​ລະ​ບາດ Covid – 19 ກັບ​ສະ​ຖາ​ບັນ ອາ​ເມ​ລິ​ກາ - ອາ​ຊີ

ຫວຽດ​ນາມ​ແບ່ງ​ປັນ​ບົດ​ຮຽນປະ​ສົບ​ການ​ຮັບ​ມື​ກັບ​ໂລກ​ລະ​ບາດ Covid – 19 ກັບ​ສະ​ຖາ​ບັນ ອາ​ເມ​ລິ​ກາ - ອາ​ຊີ

ຍ​ສ​ໝ - ທ່ານຮອງ​ສາດ​ສະ​ດາ​ຈານ, ປອ.ເລືອງງອກ​ເຂວ ​ໄດ້​ແບ່ງ​ປັນ​ກ່ຽວ​ກັບ​ວຽກ​ງານ​ປ້ອງ​ກັນ, ​ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ຢູ່​ປະ​ເທດ​ຫວຽດ​ນາມ ແລະ ວິ​ທີ​ການທີ່​ລັດ​ຖະ​ບານ​ບັນ​ດາ​ປະ​ເທດ​ຮັບ​ມ​ື​ກັບ​ໂລກ​ລະ​ບາດ Covid – 19.ບັນ​ດາ​ໝາກ​ຜົນ​ເບື້ອງ​ຕົ້ນ​ໃນ​ວຽກ​ງານ​ປິ່ນ​ປົວ ແລະ ຄວບ​ຄຸມ​ໂລກ​ລະ​ບາດ, ກໍ່​ຄື​ບົດ​ຮຽນ​ປະ​ສົບ​ການ​ຈຳ​ນວນ​ໜຶ່ງ​ເພື່ອ​ບັນ​ລຸຄວາມ​ສຳ​ເລັດ​ໃນ​ການ​ປ້ອງ​ກັນ, ສະ​ກັ​ດ​ກັ້ນ​ໂລກ​ລະ​ບາດ Covid – 19.

ທະຫານຊາຍແດນຫວຽດນາມ ໄດ້ມອບສິ່ງທີ່ຈຳເປັນ ໃຫ້ແກ່ທະຫານຊາຍແດນປະເທດລາວ ເພື່ອຕໍ່ຕ້ານ COVID-19.

ທະຫານຊາຍແດນຫວຽດນາມ ໄດ້ມອບສິ່ງທີ່ຈຳເປັນ ໃຫ້ແກ່ທະຫານຊາຍແດນປະເທດລາວ ເພື່ອຕໍ່ຕ້ານ COVID-19.

ຍສໝ - ວັນທີ 15 ພຶດສະພາ, ຢູ່ດ່ານຊາຍແດນສາກົນ ເກົ່າແຈວ, ແຂວງຮ່າຕິ້ງ, ກອງບັນຊາການທະຫານຊາຍແດນຫວຽດນາມ ໄດ້ຈັດຕັ້ງການມອບເຄື່ອງຊ່ວຍເຫຼືອ ປະກອບມີ:  ຜ້າບັງປາກ 30.000 ແຜ່ນ, ນໍ້າຢາລ້າງມື 1.500 ຂວດ, ເຄື່ອງນຸ່ງປ້ອງກັນການລະບາດ 3,000 ຊຸດ , ເຂົ້າສານ 3  ໂຕນ ແລະ ໝີ່ສໍາເລັດຮູບຈຳນວນ 150 ກ່ອງ ສຳລັບປະເທດລາວ.

ສະ​ຖານ​ທູດ ລາວ ປະ​ຈຳ ຫວຽດ​ນາມຈັດ​ຕັ້ງພິ​ທີ​ໄ​ຫວ້​ອາ​ໄລ​ທ່ານ​ອະ​ດີດ​ນາ​ຍົກ​ລັດ​ຖະ​ມ​ົນ​ຕີ​ລາວ ສີ​ສະ​ຫວາດ ແກ້ວ​ບຸນ​ພັນ​

ສະ​ຖານ​ທູດ ລາວ ປະ​ຈຳ ຫວຽດ​ນາມຈັດ​ຕັ້ງພິ​ທີ​ໄ​ຫວ້​ອາ​ໄລ​ທ່ານ​ອະ​ດີດ​ນາ​ຍົກ​ລັດ​ຖະ​ມ​ົນ​ຕີ​ລາວ ສີ​ສະ​ຫວາດ ແກ້ວ​ບຸນ​ພັນ​

ຍສໝ - ໂດຍ​ໄດ້ສະແດງຄວາມອາໄລອາວອນຢ່າງສຸດຊຶ້ງ ຕໍ່​ທ່ານ​ພົນ​ເອກ ສີ​ສະ​ຫ​ວາດ ແກ້ວ​ບຸນ​ພັນ, ການ​ນຳ​ປີ​ຊາ​ສາ​ມາດ, ເປັນລູກ​ຮັກຫຼານ​ແພງ​ທີ່​ດີ​ເດັ່ນ​ຂອງ​ປະ​ຊາ​ຊົນ​ລາວ​ບັນ​ດາ​ເຜົ່າ, ນັກ​ຮົບ​ປະ​ຕິ​ວັດ​ທີ່​ອົງ​ອາດ​ກ້າຫານ, ຍອມ​ເສຍ​ສະຫຼະ​ຕະຫຼອດຊີ​ວິດເພື່ອ​ເອ​ກະ​ລາດ​ແຫ່ງ​ຊາດ, ເສ​ລີ​ພາບ, ຄວາມ​ຜາ​ສຸກ​ຂອງ​ປະ​ຊາ​ຊົນ ແລະ ການ​ພັດ​ທະ​ນາ​ຮຸ່ງ​ເຮືອງ​ຂອງ​ປະ​ເທດ​ລາວ.

ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ ຕ້ອນຮັບບັນດາ ເອກອັກຄະລັດຖະທູດຍື່ນສານຕາຕັ້ງ

ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ ຕ້ອນຮັບບັນດາ ເອກອັກຄະລັດຖະທູດຍື່ນສານຕາຕັ້ງ

ຍສໝ - ເມື່ອເນັ້ນໜັກເຖິງບົດບາດແມ່ນຂົວຕໍ່ທີ່ສຳຄັນຂອງບັນດາເອກອັກຄະລັດຖະທູດໃນການພົວພັນຂອງ ຫວຽດນາມ ກັບແຕ່ລະປະເທດ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຢັ້ງຢືນວ່າ ລັດຖະບານ ຫວຽດນາມ ຍາມໃດກໍ່ພ້ອມແລ້ວທີ່ຈະສ້າງ ເງື່ອນໄຂເພືຶ່ອໃຫ້ບັນດາເອກອັກຄະລັດຖະທູດປະຕິບັດໜ້າທີ່ຂອງຕົນໃຫ້ສຳເລັດເປັນຢ່າງດີ.

ຫວຽດນາມ ໄດ້ ແລະ ພວມຕັ້ງໜ້າຮ່ວມມືກັບບັນດາປະເທດເພື່ອຄວບຄຸມໂລກລະບາດ Covid – 19 ແລະ ຟື້ນຟ​ູການພັດທະນາເສດຖະກິດ - ສັງຄົມ

ຫວຽດນາມ ໄດ້ ແລະ ພວມຕັ້ງໜ້າຮ່ວມມືກັບບັນດາປະເທດເພື່ອຄວບຄຸມໂລກລະບາດ Covid – 19 ແລະ ຟື້ນຟ​ູການພັດທະນາເສດຖະກິດ - ສັງຄົມ

ຍສໝ - ຫວຽດ​ນາມ​ເຊື່ອ​ໝັ້ນ​ວ່າ ຜ່ານ​ບັນ​ດາ​ກົນ​ໄກ​ຮ່ວມ​ມື, ແລກ​ປ່ຽນ, ໂອ້​ລົມ​ທາງ​ໂທ​ລະ​ສັບ​ດ້ວຍ​ຈິດ​ໃຈ​ສ້າງ​ສັນ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ, ບັນ​ດາ​ປະ​ເທດ ແລະ ປະ​ຊາ​ຄົມໂລກ​ຈະ​ພ້ອມ​ກັນ​ຄວບ​ຄຸ​ມ, ຍູ​້​ໂລກ​ລະ​ບາດ​ໃຫ້​ຖອຍ​ໄປ​ໂດຍ​ໄວ ພ້ອມ​ທັງ​ຟື້ນ​ຟູ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມເທື່ອ​ລະ​ກ້າວ.

ຫວ​ຽດ​ນາມ​ສຸ​ມ​ໃສ່​ປະ​ຕິ​ບັດ​ບົດ​ບາດ​ເປັນ​ປະ​ທານ​ອາ​ຊຽນ​ປີ 2020 ໃຫ້​ເປັນ​ຢ່າງ​ດີ

ຫວ​ຽດ​ນາມ​ສຸ​ມ​ໃສ່​ປະ​ຕິ​ບັດ​ບົດ​ບາດ​ເປັນ​ປະ​ທານ​ອາ​ຊຽນ​ປີ 2020 ໃຫ້​ເປັນ​ຢ່າງ​ດີ

ຍສໝ - ປັດ​ຈຸ​ບັດ, ຫວຽດ​ນາມ ​ພວມ​ສຸ​ມ​ໃສ່​ເຂົ້າ​ການ​ປະ​ຕິ​ບັດ​ບົດ​ບາດ​ເປັນ​ປະ​ທານ​ອາ​ຊຽນ​ 2020 ໃຫ້​ເປັນ​ຢ່າງ​ດີ. ໄລ​ຍະ​ທີ່​ຜ່ານ​ມາ, ເຖິງວ່າ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຍ້ອນ​ການ​ຜັນ​ແປ​ຢ່າງ​ສັບ​ສົນ​ຂອງ​ໂລກ​ລະ​ບາດ Covid – 19 ກໍ່ຕາມ, ແຕ່​ ຫວຽດ​ນາມ ໄດ້ ແລະ ພວມ​ເສີມ​ຂະ​ຫຍາຍ​ບົດ​ບາດ​ເປັນ​ປະ​ທານ​ໃນ​ກາ​ນ​ຊຸກ​ຍູ້​ຄວາມ​ສາ​ມັກ​ຄີ,

ສາຂາສະມາຄົມມິດຕະພາບຫວຽດນາມ - Nagasaki ໄດ້ມອບຜ້າອັດປາກຫຼາຍກວ່າ 4.000 ອັນ ໃຫ້ແກ່ແຂວງ Nagasaki

ສາຂາສະມາຄົມມິດຕະພາບຫວຽດນາມ - Nagasaki ໄດ້ມອບຜ້າອັດປາກຫຼາຍກວ່າ 4.000 ອັນ ໃຫ້ແກ່ແຂວງ Nagasaki

ຍສໝ - ຫວ່າງມໍ່ໆນີ້, ສາຂາສະມາຄົມມິດຕະພາບຫວຽດນາມ - Nagasaki ຂຶ້ນກັບສະມາຄົມມິດຕະພາບຫວຽດນາມ - ຍີ່ປຸ່ນ ຢູ່ນະຄອນໂຮ່ຈີມິນ ໄດ້ມອບຜ້າອັດປາກຫຼາຍກວ່າ 4.000 ອັນ ໃຫ້ແກ່ແຂວງ Nagasaki ປະເທດ ຍີ່ປຸ່ນ ເພື່ອຕໍ່ສູ້ຕ້ານກັບ COVID-19.    

ຫວຽດນາມ - ສະວິດເຊີແລນ ປະສານສົມທົບໃນການສະໜັບສະໜູນຢ່າງແໜ້ນແຟ້ນ ໃນບັນດາເວທີປາໄສຫຼາຍຝ່າຍ

ຫວຽດນາມ - ສະວິດເຊີແລນ ປະສານສົມທົບໃນການສະໜັບສະໜູນຢ່າງແໜ້ນແຟ້ນ ໃນບັນດາເວທີປາໄສຫຼາຍຝ່າຍ

ຍສໝ - ສອງປະເທດຫວຽດນາມ - ສະວິດເຊີແລນ ໄດ້ເຫັນດີສົມທົບກັນຢ່າງແໜ້ນແຟ້ນ ເພື່ອຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດໃນປີ 2021, ໃນນັ້ນມີການແລກປ່ຽນຄະນະຜູ້ແທນຂັ້ນສູງ.

ສະ​ຖານ​ທູດ​ຫວຽດ​ນາມ​ປະ​ຈຳ​ຝ​ລັ່ງ​ມອບ​ຜ້າ​ອັດ​ປາກ​ - ດັງ​ໃຫ້​ແກ່​ເພື່ອນ​ມິດ​ຝ​ລັ່ງ

ສະ​ຖານ​ທູດ​ຫວຽດ​ນາມ​ປະ​ຈຳ​ຝ​ລັ່ງ​ມອບ​ຜ້າ​ອັດ​ປາກ​ - ດັງ​ໃຫ້​ແກ່​ເພື່ອນ​ມິດ​ຝ​ລັ່ງ

ຍ​ສ​ໝ - ວັນ​ທີ 13 ພຶດ​ສະ​ພາ, ຢູ່​ສຳ​ນັກ​ງານ​ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ​ນະ​ຄອນຫຼວງ ປາ​ຣີ - ຝ​ລັ່ງ, ສະ​ຖານ​ທູດ​ຫວຽດ​ນາມ​ ໄດ້​ສືບ​ຕໍ່​ມອບ​ຜ້າ​ອັດ​ປາກ - ດັງ​ການ​ແພດ​ຂອງ​ນັກ​ອຸ​ປະ​ຖ​ຳ​ຫວຽດ​ນາມ​ໃຫ້​ແກ່​ທ້​ອງ​ຖິ່ນ, ບັນ​ດາ​ໂຮງ​ໝໍ ແລະ ບັນ​ດາ​ສະ​ຫະສະ​ມາ​ຄົມ​ຢູ່ ຝ​ລັ່ງ.

ຫວຽດນາມ - Algeria ເຫັນດີເພີ່ມທະວີການຮ່ວມມືໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ

ຫວຽດນາມ - Algeria ເຫັນດີເພີ່ມທະວີການຮ່ວມມືໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ

ຍສໝ - ທ່ານ ດັ້ງມີງຄອຍ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຕີລາຄາສູງໝາກຜົນຂອງການຮ່ວມມືຫວຽດນາມ - Algeria ໃນໄລຍະມໍ່ໆມານີ້ ແລະ ສະເໜີ ໃຫ້ສອງຝ່າຍສືບຕໍ່ຊຸກຍູ້ການພົວພັນສອງຝ່າຍຢ່າງຕັ້ງໜ້າ ໃນບັນດາຂົງເຂດ: ການເມືອງ - ການທູດ, ການຄ້າ, ການລົງທຶນ, ແຮງງານ, ວັດທະນະທຳ - ການທ່ອງທ່ຽວ…    

ການ​ນຳ​ຫວຽດ​ນາ​ມ ​ສົ່ງໂທ​ລະ​ເລກ​ສະ​ແດງ​ຄວາມ​ເສົ້າ​ສະ​ຫຼົດ​ໃຈມາ​ຍັງ ​ການ​ນຳ​ລາວ

ການ​ນຳ​ຫວຽດ​ນາ​ມ ​ສົ່ງໂທ​ລະ​ເລກ​ສະ​ແດງ​ຄວາມ​ເສົ້າ​ສະ​ຫຼົດ​ໃຈມາ​ຍັງ ​ການ​ນຳ​ລາວ

ຍ​ສ​ໝ - ທ່ານ​ພົນ​ເອກ ສີ​ສະ​ຫວາດ ແກ້ວ​ບຸນ​ພັນ ອະ​ດີ​ດ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ອະ​ດີດ​ປະ​ທານ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດໄດ້​ເຖິງ​ແກ່​ມໍ​ລະ​ນະ​ກຳເມື່ອ​ວັນ​ທີ 12 ພຶດ​ສະ​ພາ 2020.

ກຳ​ປູ​ເຈຍ ​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ຫ​ວຽດ​ນາມໃນ​ການໜູນ​ຊ່ວຍ​​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ Covid – 19

ກຳ​ປູ​ເຈຍ ​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ຫ​ວຽດ​ນາມໃນ​ການໜູນ​ຊ່ວຍ​​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ Covid – 19

ຍ​ສໝ - ທ່ານ​ກົງ​ສູນ​ໃຫຍ່ກໍ່​ສະ​ແດງ​ຄວາມ​ຊົ​ມ​ເຊີຍ​ຕໍ່​ເລື່ອງ​ກຳ​ປູ​ເຈຍໄດ້​ບັນ​ລຸ​ຜົນ​ສຳ​ເລັດຫຼາຍ​ຢ່າງ​ໃນ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ Covid – 19 ໃນ​ໄລ​ຍະ​ທີ່​ຜ່ານ​ມາ ແລະ ຢັ້ງ​ຢືນ​ຄຳ​ໝັ້ນ​ສັນ​ຍາ​ວ່າ ຫວຽດ​ນາມ ຈະ​ຮ່ວມ​ເດີນ​ທາງ​ກັບ​ກຳ​ປູ​ເຈຍ​ ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກທີ່​ເກີດ​ຈາກ​ໂລກ​ລະ​ບາດ Covid – 19.

ທ່ານ ຫ​ງວຽນຊວນຟຸກ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມ​ດ້ວຍ​ຄະນະ​ໄດ້​ເຂົ້າ​ຢ້ຽມ​ຂໍ່າ​ນັບ ທ່ານ ບຸນ​ຍັງ ວໍລະ​ຈິດ ເລຂາທິການ​ໃຫຍ່ ປະທານ​ປະເທດ ແຫ່ງ ສປປ ລາວ

ທ່ານ ຫ​ງວຽນຊວນຟຸກ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມ​ດ້ວຍ​ຄະນະ​ໄດ້​ເຂົ້າ​ຢ້ຽມ​ຂໍ່າ​ນັບ ທ່ານ ບຸນ​ຍັງ ວໍລະ​ຈິດ ເລຂາທິການ​ໃຫຍ່ ປະທານ​ປະເທດ ແຫ່ງ ສປປ ລາວ

ຍສໝ - ໃນ​ວັນ​ທີ 13 ພຶດສະພາ 2020, ທ່ານ ຫ​ງວຽນຊວນຟຸກ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມ​ດ້ວຍ​ຄະນະ​ໄດ້​ເຂົ້າ​ຢ້ຽມ​ຂໍ່າ​ນັບ ທ່ານ ບຸນ​ຍັງ ວໍລະ​ຈິດ ເລຂາທິການ​ໃຫຍ່ ປະທານ​ປະເທດ ແຫ່ງ ສປປ ລາວ​.

ຫວຽດນາມ ເຂົ້າຮ່ວມກອງປະຊຸມທາງອອນລາຍຂອງສະພາຄວາມໝັ້ນຄົງສະຫະປະຊາຊາດກ່ຽວກັບສະພາບການ ອີຣັກ

ຫວຽດນາມ ເຂົ້າຮ່ວມກອງປະຊຸມທາງອອນລາຍຂອງສະພາຄວາມໝັ້ນຄົງສະຫະປະຊາຊາດກ່ຽວກັບສະພາບການ ອີຣັກ

ຍ​ສໝ - ທ່ານ ດັ້ງດິ່ງກຸ໊ຍ ເອກອັກຄະລັດຖະທູດ ກໍ່ຮຽກຮ້ອງໃຫ້ບັນດາປະເທດທັງ ຢູ່ ພາຍໃນ ແລະ ນອກພາກພື້ນ, ບັນດາອົງການສາກົນຈົ່ງສືບຕໍ່ຊ່ວຍເຫຼືອ ອີຣັກ.

ຫວຽດ​ນາມ ມອບ​ເຂົ້າ​ສານ 100 ໂຕນ​ໃຫ້​ແກ່​ແພດ​ໝໍກູ​ບາ

ຫວຽດ​ນາມ ມອບ​ເຂົ້າ​ສານ 100 ໂຕນ​ໃຫ້​ແກ່​ແພດ​ໝໍກູ​ບາ

ຍ​ສ​ໝ - ຕ​ອນ​ເຊົ້າ​ວັນ​ທີ 13 ພຶດ​ສະ​ພາ, ຢູ່​ສຳ​ນັກ​ງານ​ສະ​ຖານ​ທູດ ກູ​ບາ​ປະ​ຈຳ ຫວຽດ​ນາມ, ທ່ານ​ນາງ Lianys Tores Rivera ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິ​ສາ​ມັນ​ຜູ້​ມີ​ອຳ​ນາດ​ເຕັມ ສ.ກູ​ບາ ປະ​ຈຳ​ຫວຽດ​ນາມ ໄດ້​ຮັບ​ ເຂົ້າ​ສານ 100ໂຕນ ຈາກ​ທ່ານ ເຈີ່ນ​ຕ໊ວນ​ແອັງ, ຮອງ​ຜູ້​ອຳ​ນວຍ​ການ​ບໍ​ລິ​ສັດ​ໃຫຍ່ Viglacera.

ທ່ານ​ ຫງວຽນ​ຊວັນ​ຟຸກ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ໄຫວ້​ອາ​ໄລ ​ທ່ານ​ພົນ​ເອກ ​ສີສະຫວາດ ແກ້ວບຸນພັນ​ ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ

ທ່ານ​ ຫງວຽນ​ຊວັນ​ຟຸກ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ໄຫວ້​ອາ​ໄລ ​ທ່ານ​ພົນ​ເອກ ​ສີສະຫວາດ ແກ້ວບຸນພັນ​ ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ

ຍສໝ - ຕອນ​ບ່າຍ​ ວັນ​ທີ 13 ພຶດ​ສະ​ພາ, ຢູ່ ​ນະ​ຄອນຫຼວງວຽງ​ຈັນ ສປປ.ລາວ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວ​ັນ​ຟຸກ ໄດ້​ນຳ​ໜ້າ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ພັກ ແລະ ລັດ​ຖະ​ບານ ຫວຽດ​ນາມ ໄດ້​ໄປ​ໄຫວ້​ອາ​ໄລ​ທ່ານ​ ພົວ​ເອກ​ ສີ​ສະ​ຫວ​າດ ແກ້ວ​ບຸນ​ພັນ, ອະ​ດີ​ດກຳ​ມະ​ການ​ກົມ​ການ​ເມືອງ, ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ອະ​ດີດ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ​ ທີ່ຫາກໍ່​ເຖິງ​ແກ່​ມໍ​ລະ​ນະ​ກຳ​ໃນ​ວັນ​ທີ 12 ພຶດ​ສະ​ພາ.

ບັນ​ດາ​ປະ​ເທດອ​າ​ຊຽນສົ​ມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ການ​ກະ​ກຽມ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ຂັ້​ນ​ສູງ​ ASEM ຄັ້ງ​ທີ 13

ບັນ​ດາ​ປະ​ເທດອ​າ​ຊຽນສົ​ມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ການ​ກະ​ກຽມ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ຂັ້​ນ​ສູງ​ ASEM ຄັ້ງ​ທີ 13

ຍ​ສ​ໝ - ຕອ​ນ​ເຊົ້າ​ວ​ັນ​ທີ 12 ພຶດ​ສະ​ພາ ໄດ້​ດຳ​ເນີນກອງ​ປະ​ຊຸມ​ກຸ່ມເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ (SOM) ​ອາ​ຊຽນ​ຂອງ​ເວ​ທີ​ປາ​ໄສ​ຮ່ວມ​ມື​ອາ​ຊຽນ - ເອີ​ລົບ (ASEM) ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ຕາງ​ໜ້າ 10 ປະ​ເທດ​ອາ​ຊຽນ ແລະ ຄະ​ນະ​ເລ​ຂາ​ອາ​ຊຽນ.

VG-CARE ໄດ້ມອບ ຜ້າອັດປາກ 2000 ອັນໃຫ້ສະຖາບັນການແພດເຂດຮ້ອນ (ເຢຍລະມັນ) ເພື່ອຕໍ່ສູ້ຕ້ານ COVID-19

VG-CARE ໄດ້ມອບ ຜ້າອັດປາກ 2000 ອັນໃຫ້ສະຖາບັນການແພດເຂດຮ້ອນ (ເຢຍລະມັນ) ເພື່ອຕໍ່ສູ້ຕ້ານ COVID-19

ຍສໝ - ຫວ່າງມໍ່ໆນີ້, ສູນຄົ້ນຄວ້າການແພດຫວຽດນາມ - ເຢຍລະມັນ (VG-CARE) ຢູ່ ຮ່າໂນ້ຍໄດ້ມອບ ຜ້າອັດປາກ 3M-N95 ຈຳນວນ 2000 ອັນ ແລະ ເຄື່ອງປ້ອງກັນທາງການແພດ 100 ຊຸດ ໃຫ້ສະຖາບັນການແພດເຂດຮ້ອນ, ມະຫາວິທະຍາໄລ Tübingen, ເຢຍລະມັນ ເພື່ອຕໍ່ສູ້ຕ້ານ COVID-19.    

ນະຄອນຫຼວງຮ່າໂນ້ຍໄດ້ມອບຜ້າອັດປາກ ຈຳນວນ 150.000 ອັນ ໃຫ້ແກ່ມົດສະກູ (ຣັດເຊຍ) ເພື່ອຕ້ານ COVID-19

ນະຄອນຫຼວງຮ່າໂນ້ຍໄດ້ມອບຜ້າອັດປາກ ຈຳນວນ 150.000 ອັນ ໃຫ້ແກ່ມົດສະກູ (ຣັດເຊຍ) ເພື່ອຕ້ານ COVID-19

ຍສໝ - ຂອງຂວັນທີ່ນະຄອນຮ່າໂນ້ຍ ມອບໃຫ້ ມົດສະກູ (ຣັດເຊຍ) ລວມມີຜ້າອັດປາກທໍາມະດາ   100.000 ອັນ ແລະ ຜ້າອັດປາກການແພດ 50.000 ອັນ ທີ່ໄດ້ຜະລິດໂດຍບັນດາວິສາຫະກິດຫວຽດນາມ, ຕອບສະໜອງ ໄດ້ມາດຕະຖານຄຸນນະພາບທີ່ກະຊວງສາທາລະນະສຸກຫວຽດນາມ ໄດ້ຮັບຮອງ ແລະ ຢັ້ງຢືນ ແລະ  ໄດ້ຮັບການຢັ້ງຢືນ sticker  CE ຂອງສະຫະພາບເອີຣົບ.    

ມອບໃບຍ້ອງຍໍໃຫ້ແກ່ນັກສຶກສາລາວ ຜູ້ທີ່ມີນຳ້ໃຈ ເເລະ ຈິດໃຈກ້າຫານຊ່ວຍເຫລືອຄົນຕົກນຳ້ ຢູ່ ຂົວ ເເທັກດົງ, ແຂວງຮ່າຕິ້ງ

ມອບໃບຍ້ອງຍໍໃຫ້ແກ່ນັກສຶກສາລາວ ຜູ້ທີ່ມີນຳ້ໃຈ ເເລະ ຈິດໃຈກ້າຫານຊ່ວຍເຫລືອຄົນຕົກນຳ້ ຢູ່ ຂົວ ເເທັກດົງ, ແຂວງຮ່າຕິ້ງ

ຍສໝ - ວັນທີ 10 ພຶດສະພາ, ຄະນະປະຈຳສະຫະພັນຊາວໜຸ່ມ ແຂວງຮ່າຕິ້ງ ໄດ້ມອບໃບຍ້ອງຍໍໃຫ້ແກ່ ທ້າວ ມິນີ ວົງຍະສອນ  - ເປັນນັກສຶກສາພາກວິຊາສິ່ງແວດລ້ອມ, ມະຫາວິທະຍາໄລຮ່າຕິ້ງ ທີ່ພະຍາຍາມຊ່ວຍກູ້ຄົນລົງຈາກຂົວ ແລະ ເກືອບຕາຍດຶກນ້ຳ.

ປະຊາຊົນເຊັກ ຂອບໃຈ ປະຊາຄົມຊາວຫວຽດນາມໃນການຕໍ່ສູ້ຕ້ານການລະບາດຂອງໂລກລະບາດ COVID-19

ປະຊາຊົນເຊັກ ຂອບໃຈ ປະຊາຄົມຊາວຫວຽດນາມໃນການຕໍ່ສູ້ຕ້ານການລະບາດຂອງໂລກລະບາດ COVID-19

ຍສໝ - ນັບຕັ້ງແຕ່ສາທາລະນະລັດເຊັກພົບເຫັນການຕິດເຊື້ອ COVID-19 ເປັນຄັ້ງທຳອິດ, ປະຊາຄົມຊາວຫວຽດນາມຢູ່ທີ່ນີ້ໄດ້ ປຸກລະດົມການເຄື່ອນໄຫວຕັດຫຍິບຜ້າອັດປາກ, ບໍລິຈາກເງິນເພື່ອໜູນຊ່ວຍໂຮງໝໍ ແລະ ສະໜອງອາຫານຫວ່າງ ແລະເຄື່ອງດື່ມໂດຍບໍ່ເສຍຄ່າ... ສຳລັບອົງການເຈົ້າໜ້າທີ່ປະຈໍາຖິ່ນ.    

|< < 1 2 3 4 5 > >|
302 Found

Found

The document has moved here.