ຍສໝ - ທ່ານ ຟານຈີ໊ແທັງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ UNESCAP ຢັ້ງຢືນ ວ່າ ຫວຽດນາມໃຫ້ຄຳໝັ້ນສັນຍາ ແລະ ມານະພະຍາຍາມປະຕິບັດໂຄງການດຳເນີນງານ 2030 ເພື່ອເປົ້າໝາຍພັດທະນາແບບຍືນຍົງ, ຕີລາຄາສູງຕໍ່ການພົວພັນຮ່ວມມືອັນດີງາມ ແລະ ມີປະສິດທິຜົນລະຫວ່າງ ຫວຽດນາມ ແລະ ESCAP.
ຍສໝ - ນີ້ແມ່ນລາງວັນອັນປະເສີດເລີດລໍ້າຂອງລັດຫວຽດນາມ ແນໃສ່ຮັບຮູ້ຄວາມມານະພະຍາຍາມຂອງທ່ານ Ibnu Hadi ເອກອັກຄະລັດຖະທູດອິນໂດເນເຊຍ ໃນການຊຸກຍູ້ການພົວພັນສອງປະເທດ.
ຍສໝ - ໃນຊຸມປີມໍ່ໆມານີ້, ການພົວພັນ ຫວຽດນາມ ໂປໂລຍ ນັບມື້ນັບໄດ້ຮັບການປັບປຸງ, ພັດທະນາຜ່ານບັນດາການຢ້ຽມຢາມ ຂອງ ການນຳສອງປະເທດ, ສະແດງໃຫ້ເຫັນຢູ່ບັນດາໂຄງການຮ່ວມມືລະຫວ່າງ ສອງປະເທດ ໃນບັນດາຂົງເຂດ ເສດຖະກິດ, ວັດທະນະທຳ, ການສຶກສາ, ການທູດປະຊາຊົນ…
ຍສໝ - ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ເລື່ອງທ່ານ ຮອງລັດຖະມົນກະຊວງການຕ່າງປະເທດ ມາຢ້ຽມຢາມຫວຽດນາມ, ພ້ອມທັງຮ່ວມຈັດຕັ້ງເວທີປາໄສວິສາຫິກິດ ແມ່ນ້ຳຂອງ - ສ.ເກົາຫຼີ ຄັ້ງທີ 8 ແລະ ຈັດຕັ້ງການເຈລະຈາລະຫວ່າງບັນດາທ້ອງຖິ່ນຂອງ ຫວຽດນາມ ແລະ ວິສາຫະກິດ ສ.ເກົາຫຼີ.
ຍສໝ - ທ່ານ Yamada Takia ເອກອັກຄະລັດຖະຍີ່ປຸ່ນ ໄດ້ແບ່ງປັນບັນດາຄວາມເສຍຫາຍຈາກພາຍຸນ້ຳຖ້ວມ ຢູ່ເຂດພາກກາງ ຫວຽດນາມ ໃນໄລຍະທີ່ຜ່ານມາ ແລະ ຢັ້ງຢືນວ່າຈະຕັ້ງໜ້າສະໜັບສະໜູນເພື່ອການຮ່ວມມືປ້ອງກັນຊາດລະຫວ່າງສອງປະເທດນັບມື້ນັບເຂົ້າແທ້ຈິງ ແລະ ມີປະສິດທິຜົນ.
ຍສໝ - ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ເລຮວ່າຍຈູງ ເນັ້ນໜັກວ່າ ໃນວິວັດການສ້າງກອບການຮ່ວມມື ພັດທະນາ ໄລຍະ 2022 – 2026, ສປຊ ຈະເພີ່ມທະວີການໃຫ້ຄຳປຶກສາກ່ຽວກັບນະໂຍບາຍ, ແບ່ງປັນຄວາມຮູ້ ແລະ ບົດຮຽນ, ປະສົບການ ກໍຄື ໜູນຊ່ວຍດ້ານກຳລັງຄວາມສາມາດໃຫ້ແກ່ ຫວຽດນາມ ໃນການບໍລິຫານ ດ້ານເສດຖະກິດ - ສັງຄົມ ຢ່າງມີປະສິດທິຜົນ.
ຍສໝ - ທ່ານນາຍົກລັດຖະມົນຕີສະເໜີໃຫ້ກຸ່ມບໍລິສັດ SCG ສືບຕໍ່ເປີດກວ້າງການລົງທຶນ ແລະ ດຳເນີນທຸລະກິດຢູ່ຫວຽດນາມ; ເປັນຂົວເຊື່ອມຕໍ່ນຳບັນດາກຸ່ມບໍລິສັດໃຫຍ່ຂອງໄທ ເວົ້າສະເພາະ ແລະ ຂອງໂລກເວົ້າລວມເຂົ້າມາລົງທຶນຢູ່ຫວຽດນາມ ໃນໄລຍະຈະມາເຖິງ.
ຍສໝ - ທີ່ການຕ້ອນຮັບ, ທ່ານລັດຖະມົນຕີ ໂຕເລິມ ໄດ້ຕີລາຄາສູງການພົວພັນຮ່ວມມືມິດຕະພາບ ຫວຽດນາມ - ສາທາລະນະລັດເກົາຫຼີທີ່ນັບມື້ນັບພັດທະນາຢ່າງແຮງ, ຮອບດ້ານ ໃນບັນດາຂົງເຂດທັງໝົດຄື: ການເມືອງ, ເສດຖະກິດ, ວັດທະນະທຳ, ສັງຄົມ, ຄວາມໝັ້ນຄົງ ແລະ ການປະຕິບັດກົດໝາຍ.
ຍສໝ - ທີ່ການເຈລະຈາ, 2 ຝ່າຍໄດ້ຢືນຢັນຄຳໝັ້ນສັນຍາຊຸກຍູ້ການພົວພັນຮ່ວມມືດ້ານປ້ອງກັນຊາດໃນຂອບເຂດຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດກວ່າອີກ. 2 ຝ່າຍກໍ່ປາດຖະໜາຢາກເປີດກວ້າງບາງເນື້ອໃນການຮ່ວມມືໃໝ່ ເຊິ່ງ 2 ຝ່າຍມີຄວາມຕ້ອງການ ແລະ ມີຄວາມສາມາດຄື: ເສນາຮັກ, ຄວາມໝັ້ນຄົງທາງດ້ານເຄືອຂ່າຍອີນເຕີແນັດ, ການຊອກຫາ-ກູ້ໄພກູ້ຊີບ, ອຸດສາຫະກຳປ້ອງກັນຊາດ…
ຍສໝ - ທ່ານນາງ Ann Marie Yastishock - ຫົວໜ້າອົງການພັດທະນາສາກົນອາເມລິກາປະຈຳ ຫວຽດນາມ ໃຫ້ຮູ້ວ່າ: ການເຫັນເປັນດີຈີຕອນແມ່ນທ່າອ່ຽງທີ່ຈຳເປັນ ເພື່ອໃຫ້ວິສາຫະກິດ ຟື້ນຟູການເຕີບໂຕພາຍຫຼັງໂລກລະບາດ ແລະ ເພີ່ມຄວາມໄວ້, ບຸກທະລຸໃນການປະຕິວັດອຸດສາຫະກຳຄັ້ງທີ 4
ຍສໝ - ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໄດ້ອວຍພອນທ່ານເອກອັກຄະລັດຖະທູດ ໄດ້ປະຕິບັດສຳເລັດໜ້າທີ່ ໃນອາຍຸການປະຕິບັດງານຂອງຕົນເອງ, ທ່ານກໍ່ຕີລາຄາສູງບັນດາການປະກອບສ່ວນຢ່າງຕັ້ງໜ້າຂອງທ່ານ ເອກອັກຄະລັດຖະທູດໃນການປັບປຸງ ແລະເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານລະຫວ່າງ ຫວຽດນາມ - ສະຫະພັນລັດເຊຍ.
ຍສໝ - ທ່ານ ຫງວຽນນາມຕ໊ຽນ ເອກອັກຄະລັດຖະທູດ ສະແດງຄວາມຊົມເຊີຍເມື່ອການພົວພັນມິດຕະພາບການຮ່ວມມືສອງຝ່າຍໄດ້ຮັບການເປີດກວ້າງຢ່າງບໍ່ຢຸດຢັ້ງໃນໄລຍະທີ່ຜ່ານມາ, ເປັນຕົ້ນແມ່ນເສດຖະກິດ - ການຄ້າ.
ຍສໝ - ທ່ານ ໂຕເລິມໄດ້ເນັ້ນໜັກວ່າ ກະຊວງຕຳຫຼວດ ຫວຽດນາມ ໄດ້ຕີລາຄາສູງການຊ່ວຍເຫຼືອຂອງໝູ່ຄະນະພະນັກງານສະຖານທູດ, ພິເສດແມ່ນ ທ່ານນາງ Wendy Matthews ເອກອັກຄະລັດຖະທູດ ເຊິ່ງມີການປະກອບສ່ວນຢ່າງຕັ້ງໜ້າຫຼາຍຢ່າງໃຫ້ແກ່ການພົວພັນລະຫວ່າງສອງປະເທດ.
ຍສໝ - ທ່ານ Raul Castro ເລຂາ ຜູ້ທີໜຶ່ງພັກກອມມູນິດ ກູບາ ໄດ້ຢັ້ງຢືນວ່າ: ພັກ, ລັດ ແລະ ປະຊາຊົນ ກູບາຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອປົກປັກຮັກສາ ແລະ ສືບທອດໃຫ້ແກ່ຄົນລຸ້ນຫລັງ ກ່ຽວກັບການພົວພັນພິເສດລະຫວ່າງ ສອງປະເທດ, ທ່ານກໍ່ແບ່ງປັນບັນດາຄວາມເສຍກາຍໂດຍໄພທຳມະຊາດກໍ່ຂຶ້ນ ຢູ່ຫວຽດນາມ ໃນໄລຍະທີ່ຜ່ານມາ.
ເມື່ອບໍ່ດົນມານີ້, ຢູ່ຫ້ອງຮັບແຂກຫ້ອງວ່າການແຂວງຫລວງພະບາງ, ທ່ານ ຫງວຽນດັ້ງຮຸ່ງ ຫົວໜ້າກົງສູນໃຫຍ່ ສສ ຫວຽດນາມ ປະຈຳ ພາກເໜືອ ແຂວງຫລວງພະບາງ ສປປ.ລາວ ພ້ອມດ້ວຍຄະນະ ໄດ້ນຳເອົາກະຕາດອກໄມ້ເຂົ້າອວຍ ພອນ ທ່ານ ຄຳຂັນ ຈັນທະວີສຸກ ເຈົ້າແຂວງຫລວງພະບາງ ເນື່ອງໂອກາດວັນຊາດ ແຫ່ງ ສປປ ລາວ ຄົບຮອບ 45 ປີ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ຂອງສປປ.ລາວ ຄົບຮອບ 45 ປີ (2 ທັນວາ 1975 - 2 ທັນວາ 2020), ສະຖານທູດສປປ.ລາວ ປະຈຳຫວຽດນາມ ໄດ້ສະເໜີລິເລີ່ມວ່າ “ຫັນປ່ຽນຄ່າຊື້ດອກໄມ້ ມາເປັນເປັນການບໍລິຈາກສະໜັບສະໜູນ ໃຫ້ແກ່ປະຊາຊົນເຂດພາກກາງຫວຽດນາມ ທີ່ໄຮັບຜົນກະທົບຈາກໄພພິບັດທຳມະຊາດ ແລະ ນ້ຳຖ້ວມໃນເມື່ອບໍ່ດົນມານີ້.”
ຍສໝ - ໃນວັນທີ 1 ທັນວາ, ທ່ານນາງ ຈິ້ງຖິເຕີມອຸປະທູດຊົ່ວຄາວແຫ່ງ ສສ.ຫວຽດນາມ ປະຈຳ ສປປ.ລາວ ໄດ້ນຳພາຄະນະຜູ້ແທນສະຖານທູດ ແລະ ບັນດາອົງການຂອງຫວຽດນາມ ຢູ່ ອ້ອມຂ້າງສະຖານທູດ ໄດ້ໄປຢ້ຽມຢາມສຳນັກງານໃຫຍ່ກະຊວງປ້ອງກັນຄວາມສະຫງົບ ແລະ ກະຊວງປ້ອງກັນປະເທດລາວ ທີ່ນະຄອນຫຼວງວຽງຈັນ ເພື່ອອວຍພອນຊົມວັນຊາດ ສປປ.ລາວ ຄົບຮອບ 45 ປີ (2 ທັນວາ 1975 - 2 ທັນວາ 2020).
ທ່ານ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຍິນດີ ຕ້ອນຮັບ ແລະ ຕີລາຄາສູງຕໍ່ ທ່ານ ຟ້າມ ບິ່ງ ມິງ ທີ່ໄດ້ນຳພາຄະນະ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້.
ໃນວັນທີ 30 ພະຈິກ 2020 ທີ່ຫ້ອງວ່າການ ແຂວງຈຳປາສັກ, ສະຫາຍ ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງຈຳປາສັກ ພ້ອມຄະນະໄດ້ຕ້ອນຮັບ ສະຫາຍ ບຸ່ຍ ເຖ ຢຸງ ກົງສູນໃຫຍ່ແຫ່ງ ສສ ຫວຽດນາມ ປະຈຳພາກໃຕ້ ລາວ, ພ້ອມດ້ວຍຄະນະ ຜູ້ປະກອບການ, ນັກທຸລະກິດຊາວຫວຽດນາມ ທີ່ດຳເນີນທຸລະກິດ ຢູ່ແຂວງຈຳປາສັກ ເຂົ້າອ່ວຍພອນ ວັນຊາດ ແຫ່ງ ສປປ ລາວ ຄົບຮອບ 45 ປີ (2/12/1975-2/12/2020).
ຍສໝ - ເນື່ອງໃນໂອກາດນີ້, ນັກຂ່າວສຳນັກຂ່າວສານຫວຽດນາມ ປະຈຳ ລາວ ໄດ້ສຳພາດ ທ່ານນາງ ສູນທອນ ໄຊຍະຈັກ ຫົວໜ້າຄະນະພົວພັນການຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ, ກ່ຽວກັບຜົນສຳເລັດຂອງ ລາວ ແລະ ການຮ່ວດຳທາງກັບ ຫວຽດນາມ ໃນໄລຍະເວລາ 45 ປີທີ່ຜ່ານມາ.
ຍສໝ - ທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ໄດ້ເນັ້ນໜັກວ່າ, ໃນໄລຍະ 45 ປີແຫ່ງການສ້າງຕັ້ງສປປ.ລາວ, ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງລາວ - ຫວຽດນາມ ສືບຕໍ່ສ້າງຄວາມເຂັ້ມແຂງ ແລະ ພັດທະນາ ເຂົ້າສູ່ລວງກວ້າງ ແລະ ລວງເລິກ, ໂດຍສະເພາະ ໃນສະພາບການທີ່ມີການປ່ຽນແປງຢ່າງໄວວາ ໃນພາກພື້ນ ແລະ ສາກົນ, ໂລກລະບາດ COVID-19 ໄດ້ສ້າງຜົນກະທົບທາງລົບຕໍ່ພາກພື້ນ, ໃນນັ້ນມີປະເທດລາວ ແລະ ຫວຽດນາມ.
ຍສໝ - ໄລຍະຝຶກອົບຮົບແມ່ນ 10 ເດືອນ, ໃນນັ້ນ 3 ເດືອນຈະຮຽນພາສາ ຫວຽດນາມ 6 ເດືອນຮຽນທິດສະດີການເມືອງ ການປົກຄອງ ແລະ 1 ເດືອນປະທັດສະນະສຶກສາ.
ຍສໝ - ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນກະຊວງການຕ່າງປະເທດ ເນັ້ນໜັກວ່າ ກູບາ ຍາມໃດກໍ່ແມ່ນຄູ່ຮ່ວມມືສຳຄັນ ແລະ ເປັນໜ້າໄວ້ເນື້ອເຊື່ອໃຈຂອງ ຫວຽດນາມ.
ຍສໝ - ບັນດາການນຳຂັ້ນສູງລາວ ໄດ້ຕີລາຄາສູງຕໍ່ເລື່ອງ ກະຊວງການຕ່າງປະເທດ ສອງປະເທດໄດ້ຮັກສາກົນໄກຮ່ວມມືສຳຄັນເປັນປະຈຳເພື່ອໃຫ້ສອງຝ່າຍແລກປ່ຽນກ່ຽວກັບບັນດາບັນຫາຍຸດທະສາດຢ່າງເລິກເຊິ່ງກວ້າງຂວາງ ບົນເນື້ອໃນຈິດໃຈກົງໄປກົງມາ, ໄວ້ເນື້ອເຊື່ອໃຈ, ປະກອບສ່ວນເຂົ້າການເປັນເສນາທິການໃຫ້ແກ່ການນຳພັກ, ລັດ ຂອງ ແຕ່ລະຝ່າຍ ໃນນັ້ນມີວຽກງານການຕ່າງປະເທດ
ຍສໝ - ພ້ອມກັບການທູດລັດ, ການທູດປະຊາຊົນ, ການພົວພັນດ້ານປ້ອງກັນຊາດ ລະຫວ່າງສອງປະເທດຫວຽດນາມ - ກູບາ ໄດ້ຮັບການເພີ່ມທະວີເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນ, ໄດ້ຮັບການຕີລາຄາສູງຈາກການນຳສອງປະເທດ.
ຍສໝ - ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ຢືນຢັນວ່າ ປະຊາຊົນຫວຽດນາມ ຈື່ຈຳຄຳ ເວົ້າຢ່າງໝັ້ນຄົງຕະຫຼອດການ ຂອງທ່ານປະທານາ Fidel Castro, ວ່າ "ສຳລັບຫວຽດນາມ, ກູບາພ້ອມທີ່ຈະອຸທິດເລືອດຂອງຕົນ."
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ຄົບຮອບ 45 ປີ (02/12/1975 – 02/12/2020), ວັນທີ 01 ທັນວາ 2020, ການນໍາພັກ, ລັດ ສສ.ຫວຽດນາມ ໄດ້ສົ່ງສານອວຍພອນມາຍັງ ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່, ປະທານປະເທດ ລາວ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ລາວ ແລະ ທ່ານນາງ ປານີ ຢ່າທໍ່ຕູ້ ປະທານສະພາແຫ່ງຊາດ ລາວ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດລາວ ຄົບຮອບ 45 ປີ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຫງວຽນກວກຢຸງ ໄດ້ອວຍພອນໃຫ້ທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ພ້ອມກັບພະນັກງານ, ພາລະກອນສະຖານທູດລາວ ທັງໝົດ ແລະ ທ່ານໄດ້ຕີລາຄາສູງບັນດາຜົນງານອັນໃຫຍ່ຫຼວງເຊິ່ງປະເທດລາວ ບັນລຸໄດ້ໃນພາລະກິດແຫ່ງການສ້າງສາ, ພັດທະນາ ແລະ ປົກປັກຮັກສາປະເທດຊາດໃນໄລຍະ 45 ປີຜ່ານມາ.
ຍສໝ - ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຢືນຢັນວ່າ ຫວຽດນາມ ໄດ້ຖືໂຮນລັງ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືນຳໜ້າ ໃນການຮັບມືກັບການປ່ຽນແປງດິນຟ້າອາກາດ ແລະ ການພັດທະນາກະສິກຳ ແບບຍືນຍົງ.
ຍສໝ - ຕອນເຊົ້າວັນທີ 29 ພະຈິກ, ຢູ່ນະຄອນໂຮ່ຈີມິນ, ສະຫະພັນບັນດາອົງການມິດຕະພາບນະຄອນໂຮ່ຈີມິນ ໄດ້ຈັດພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ - ກູບາ (2 ທັນວາ 1960- ວັນທີ 2 ທັນວາປີ 2020) ແລະ 30 ປີແຫ່ງວັນສ້າງຕັ້ງສະມາຄົມມິດຕະພາບຫວຽດນາມ - ກູບານະຄອນໂຮ່ຈີມິນ (1990-2020).