ປະທານຄະນະ ກຳມະການປະຊາຊົນແຂວງນາມດິ້ງ ຕ້ອນຮັບຄະນະຜູ້ແທນ ພະແນກ ປ້ອງກັນຄວາມສະຫງົບ ແຂວງອຸດົມໄຊ ສປປ ລາວ

ປະທານຄະນະ ກຳມະການປະຊາຊົນແຂວງນາມດິ້ງ ຕ້ອນຮັບຄະນະຜູ້ແທນ ພະແນກ ປ້ອງກັນຄວາມສະຫງົບ ແຂວງອຸດົມໄຊ ສປປ ລາວ

ຍສໝ - ຕົ້ນອາທິດນີ້, ສະຫາຍ ຟ້າມ ດິ່ງ ງິ, ຮອງເລຂາພັກແຂວງ, ປະທານຄະນະກຳ ມະການປະຊາຊົນແຂວງນາມດິ້ງ ໄດ້ໃຫ້ກຽດຕ້ອນຮັບຄະນະຜູ້ແທນ ຕຳຫຼວດແຂວງອຸດົມໄຊ, ສປປ ລາວນຳໂດຍ ສະຫາຍ ຄຳແຮ ຂັນທະລີ, ຮອງຫົວໜ້າກອງບັນຊາການ ປກສ ແຂວງ ເປັນຫົວໜ້າຄະນະຜູ້ແທນ ເດີນທາງໄປເຮັດວຽກ ຢູ່ແຂວງນາມດິ້ງ. ເຂົ້າຮ່ວມໃນພິທີຕ້ອນຮັບຄັ້ງນີ້ປະກອບມີ ບັນດາການ ນຳຂອງພະແນກ ປກສແຂວງ, ຫ້ອງວ່າການ ຄະນະກຳມະການປະຊາຊົນແຂວງນາມດິ້ງເຂົ້າຮ່ວມຢ່າງພ້ອມພຽງ.

ສະເຫຼີມສະຫຼອງວັນປະກາດໃຊ້ເຄື່ອງໝາຍ ການຄ້າຢູນິເທວຄົບຮອບ 10 ປີ.

ສະເຫຼີມສະຫຼອງວັນປະກາດໃຊ້ເຄື່ອງໝາຍ ການຄ້າຢູນິເທວຄົບຮອບ 10 ປີ.

ຍສໝ - ລັດຖະມົນຕີກະຊວງປ້ອງກັນປະເທດລາວ ຢືນຢັນວ່າ ໃນຖານະເປັນວິສາຫະກິດດ້ານໂທລະຄົມມະນາຄົມທີ່ໃຫຍ່ທີ່ສຸດໃນລາວ, Unitel ບໍ່ພຽງແຕ່ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ເສດຖະກິດເທົ່ານັ້ນ ແຕ່ຍັງປະກອບສ່ວນສ້າງສັງຄົມທີ່ດີຂື້ນອີກດ້ວຍ.

ກອງພົນ 968 ສະເຫຼີມສະຫຼອງຄົບຮອບ 70 ປີແຫ່ງວັນມູນເຊື້ອ ທະຫານອາສາສະໝັກ ແລະ ຊ່ຽວຊານການທະຫານແຫ່ງຊາດຫວຽດນາມຢູ່ລາວ

ກອງພົນ 968 ສະເຫຼີມສະຫຼອງຄົບຮອບ 70 ປີແຫ່ງວັນມູນເຊື້ອ ທະຫານອາສາສະໝັກ ແລະ ຊ່ຽວຊານການທະຫານແຫ່ງຊາດຫວຽດນາມຢູ່ລາວ

ຍສໝ - ຕອນເຊົ້າວັນທີ 22 ຕຸລາ, ຢູ່ຮ່າໂນ້ຍ, ສະມາຄົມມູນເຊື້ອຂອງກອງພົນ 968 ໄດ້ຈັດການຊຸມນຸມ ເພື່ອສະເຫຼີມສະຫຼອງ 70 ປີແຫ່ງວັນທະຫານອາສາສະໝັກ ແລະ ນັກຊ່ຽວຊານການທະຫານແຫ່ງຊາດຫວຽດນາມຢູ່ລາວ (30 ຕຸລາ 1949 / 30 ຕຸລາ 2019).

ກອງປະຊຸມປຶກສາຫາລື ກ່ຽວກັບວັນຄົບຮອບ 70 ປີ ມູນເຊື້ອທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ຢູ່ ລາວ: ເຕັມໄປດ້ວຍຄວາມໝາຍໜັກແໜ້ນ ແລະ ຄວາມຈິງໃຈ

ກອງປະຊຸມປຶກສາຫາລື ກ່ຽວກັບວັນຄົບຮອບ 70 ປີ ມູນເຊື້ອທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ຢູ່ ລາວ: ເຕັມໄປດ້ວຍຄວາມໝາຍໜັກແໜ້ນ ແລະ ຄວາມຈິງໃຈ

ຍສໝ - ດ້ວຍຈິດໃຈອາສາສະໝັກ, ເພື່ອປະຕິບັດພັນທະສາກົນອັນມີກຽດສູງສົ່ງ, ໄດ້ຮັບຄວາມຮັກແພງ, ຊ່ວຍເຫຼຶອປົກປ້ອງຂອງປະຊາຊົນລາວບັນດາເຜົ່າ, ຄວາມສາມັກຄີເປັນໜຶ່ງດຽວກັນຕໍ່ສູ້ຂອງ ກຳລັງປະກອບອາວຸດປະຕິວັດລາວ, ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ໄດ້ປະກອບສ່ວນຢ່າງໃຫຍ່ຫຼວງ, ເຮັດສຳເລັດພາລະກິດອັນດີເລີດຮ່ວມກັບກອງທັບ ແລະ ປະຊາຊົນລາວບັນດາເຜົ່າ ເພື່ອຍາດເອົາໄຊຊະນະທົ່ວປະເທດ ໃນສອງບັ້ນຮົບ ຕ້ານລັດທິລ່າເມືອງຂຶ້ນຝຣັ່ງ ແລະ ການຮຸກຮານຂອງຈັກກະພັດອາເມລິກາ.

ນັກທຸລະກິດແທັງຫວ໋າ ຢູ່ ແຂວງຫົວພັນ

ນັກທຸລະກິດແທັງຫວ໋າ ຢູ່ ແຂວງຫົວພັນ

ຍສໝ - ຫຼັງຈາກປະເທດລາວ ປັດສະຈາກພວກຈັກກະພັດຜູ້ຮຸກຮານ, ກອງທັບ ແລະ ປະຊາຊົນແຂວງແທັງຫວ໋າ ສືບຕໍ່ປະຕິບັດບັນດາພັນທະສາກົນທີ່ມີກຽດສູງສົ່ງຂອງຕົນ, ຮ່ວມກັບທົ່ວພັກ, ທົ່ວກອງທັບ ແລະ ປະຊາຊົນບັນດາເຜົ່າລາວເວົ້າລວມ, ແຂວງຫົວພັນ ເວົ້າສະເພາະ, ໄດ້ແຮກສ່ຽວ, ຮ່ວມກັນຮັກສາບາດແຜສົງຄາມ. ຢູ່ແຂວງຫົວພັນ, ນັບແຕ່ປີ 1997 ມາຮອດປະຈຸບັນ, ມີທະຫານອາສາສະໝັກທີ່ເປັນຄົນແທັງຫວ໋າ ໄດ້ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນຄວາມມານະພະຍາຍາມ, ປະກອບສ່ວນສະຕິປັນຍາ ແລະ ການເງິນເພື່ອການພັດທະນາເສດຖະກິດ - ສັງຄົມຢູ່ແຂວງຫົວພັນ. ນີ້ແມ່ນ ນັກຮົບເກົ່າ - ນັກທຸລະກິດ ເລ ວັນ ຮຶງ ອຳນວຍການບໍລິສັດ ກໍ່ສ້າງ ແລະ ການຄ້າ

ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ຫວຽດນາມ - ລາວໃຫ້ໝັ້ນຄົງທະນົງແກ່ນ

ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ຫວຽດນາມ - ລາວໃຫ້ໝັ້ນຄົງທະນົງແກ່ນ

ຍສໝ - ກ່ວາ 2/3 ສັດຕະວັດຜ່ານມາ, ການພົວພັນແລະການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ, 2 ແຂວງ ແທັງຫວ໋າ ແລະ ຫົວພັນ ຍາມໃດກໍ່ມີຄວາມແໜ້ນແຟ້ນ. ສາຍພົວພັນດັ່ງກ່າວໄດ້ຮັບການຢັ້ງຢືນຈາກພັກ, ລັດ ແລະ ປະຊາຊົນຫວຽດນາມ ແລະ ລາວ ວ່າເປັນ“ ຊັບສົມບັດອັນລ້ຳຄ່າ, ແມ່ນ ກຳລັງແຮງ ແລະ ແມ່ນປັດໃຈເພື່ອຮັບປະກັນໄຊຊະນະຂອງການປະຕິວັດຂອງແຕ່ລະປະເທດ”.

ກອງປະຊຸມ ພົບປະແລກປ່ຽນປະສົບການໃນການປະຕິບັດງານ ຂອງສະມາຄົມນັກຮົບເກົ່າ ແຂວງເຊີນລາ ສສ ຫວຽດນາມ ແລະ ອຸດົມໄຊ

ກອງປະຊຸມ ພົບປະແລກປ່ຽນປະສົບການໃນການປະຕິບັດງານ ຂອງສະມາຄົມນັກຮົບເກົ່າ ແຂວງເຊີນລາ ສສ ຫວຽດນາມ ແລະ ອຸດົມໄຊ

ຍສໝ - ວັນທີ 22 ຕຸລາ, ຢູ່ທີ່ ສະມາຄົມນັກຮົບເກົ່າແຂວງເຊີນລາ, ສະມາຄົມນັກຮົບເກົ່າແຂວງເຊີນລາ ແລະສະມາຄົມນັກຮົບເກົ່າແຂວງອຸດົມໄຊ (ສປປ ລາວ) ໄດ້ມີການພົບປະແລກປ່ຽນປະສົບການໃນການປະຕິບັດງານຂອງສະມາຄົມ. ເຂົ້າຮ່ວມ ແລະ ເປັນປະທານກອງປະຊຸມພົບປະເຈລະຈາປະກອບມີ ສະຫາຍ ພົນຈັດຕະວາ ເກີ່ມ ຊົນ ເອ, ປະທານສະມາຄົມ ນັກຮົບເກົ່າແຂວງເຊີນລາ, ສະຫາຍ ພັນຕີ ສົມພັນ ມະນີພັນ, ກຳມະການບໍລິຫານສະມາຄົມ ນັກຮົບເກົ່າ ແຫ່ງຊາດລາວ, ປະທານສະມາຄົມນັກຮົບເກົ່າແຂວງອຸດົມໄຊ ແລະ ຜູ້ຕາງໜ້າ ສະມາຄົມນັກຮົບເກົ່າແຂວງອຸດົມໄຊ (ສປ ປລາວ)ອີກຫຼາຍທ່ານເຂົ້າຮ່ວມ.

ໂຮງຮຽນມິດຕະພາບ T78: ເປີດສົກຮຽນໃໝ່ ສຳລັບນັກຮຽນລາວປີກຽມ ພາສາຫວຽດນາມ

ໂຮງຮຽນມິດຕະພາບ T78: ເປີດສົກຮຽນໃໝ່ ສຳລັບນັກຮຽນລາວປີກຽມ ພາສາຫວຽດນາມ

ຍສໝ - ບັນດາລຸ້ນນັກຮຽນຂອງໂຮງຮຽນ ແມ່ນປັດໃຈສຳຄັນ ທີ່ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາສາຍພົວພັນແບບພິເສດ, ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຄວາມສາມັກຄີແບບພິເສດລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນຫວຽດນາມ ແລະ ລາວ ທີ່ໄດ້ນັບມື້ນັບແໜ້ນແຟ້ນກວ່າຂຶ້ນ.

ຄາດຄະເນເລີ່ມລົງມືກໍ່ສ້າງທາງລົດໄຟລາວ - ຫວຽດນາມເຊື່ອມຕໍ່ ທ່າກຳປັ່ນ ຫວຸງອ໋າງ

ຄາດຄະເນເລີ່ມລົງມືກໍ່ສ້າງທາງລົດໄຟລາວ - ຫວຽດນາມເຊື່ອມຕໍ່ ທ່າກຳປັ່ນ ຫວຸງອ໋າງ

ຍສໝ - ລັດຖະບານຂອງສອງປະເທດ ໄດ້ກຳນົດເສັ້ນທາງລົດໄຟ ວຽງຈັນ - ຫວຸງອ໋າງ ແລະ ທາງດ່ວນເຊື່ອມຕໍ່ນະຄອນຫຼວງຮ່າໂນ້ຍ ແລະ ນະຄອນຫຼວງວຽງຈັນ ແມ່ນສອງໂຄງການເຊື່ອມຕໍ່ຍຸດທະສາດ ທີ່ຕ້ອງໄດ້ລົງທຶນ ແລະ ກໍ່ສ້າງໃນອະນາຄົດອັນໃກ້ນີ້ ເພື່ອຊ່ວຍຕອບສະໜອງ ຄວາມຮຽກຮ້ອງຕ້ອງການໃນການເພີ່ມທະວີການຄ້າສອງຝ່າຍ ແລະ ສ້າງສະຖານທີ່ຢ່າງປະຖົມປັດໄຈ ໃຫ້ປະເທດລາວກາຍເປັນສູນກາງໃນການຂົນສົ່ງສິນຄ້າ.

ການຮ່ວມມືແລກປ່ຽນຢ່າງຮອບດ້ານ ລະຫວ່າງຄະນະກໍາມະການແນວໂຮມປະເທດຊາດຫວຽດນາມແຂວງກວ໋າງນາມ ແລະ ແນວລາວສ້າງຊາດແຂວງເຊກອງ

ການຮ່ວມມືແລກປ່ຽນຢ່າງຮອບດ້ານ ລະຫວ່າງຄະນະກໍາມະການແນວໂຮມປະເທດຊາດຫວຽດນາມແຂວງກວ໋າງນາມ ແລະ ແນວລາວສ້າງຊາດແຂວງເຊກອງ

ຍສໝ - ເມື່ອບໍ່ດົນມານີ້, ທີ່ນະຄອນຕາມກີ່, ຄະນະກໍາມະການແນວໂຮມປະເທດຊາດຫວຽດນາມແຂວງກວ໋າງນາມ ແລະແນວລາວສ້າງຊາດແຂວງເຊກອງ (ລາວ) ຈັດຕັ້ງການພົບປະເຈລະຈາປະຈໍາປີ 2019.

ການແຂ່ງຂັນເບື້ອງຕົ້ນກ່ຽວກັບການບັນລະຍາຍດ້ວຍພາສາຫວຽດ ສຳລັບນັກຮຽນລາວເຂດທາງພາກກາງ

ການແຂ່ງຂັນເບື້ອງຕົ້ນກ່ຽວກັບການບັນລະຍາຍດ້ວຍພາສາຫວຽດ ສຳລັບນັກຮຽນລາວເຂດທາງພາກກາງ

ຍສໝ - ວັນທີ 18 ຕຸລາ, ຢູ່ມະຫາວິທະຍາໄລສ້າງຄູເຫ້ວ, ນະຄອນເຫ້ວ, ກະຊວງສຶກສາ ແລະ ບຳລຸງສ້າງ, ສະມາຄົມມິດຕະພາບຫວຽດນາມ - ລາວ ໄດ້ຈັດການແຂ່ງຂັນເບື້ອງຕົ້ນກ່ຽວກັບການບັນລະຍາຍດ້ວຍພາສາຫວຽດ ສຳລັບນັກຮຽນລາວເຂດທາງພາກກາງ.

ສ້າງຕັ້ງສະມາຄົມມູນເຊື້ອມິດຕະພາບຫວຽດນາມ-ລາວ ອົງການກະຊວງປ້ອງກັນປະເທດ

ສ້າງຕັ້ງສະມາຄົມມູນເຊື້ອມິດຕະພາບຫວຽດນາມ-ລາວ ອົງການກະຊວງປ້ອງກັນປະເທດ

ຍສໝ - ວັນທີ 17 ຕຸລາ, ຢູ່ຮ່າໂນ້ຍ ໄດ້ດໍາເນີນພິທີສ້າງຕັ້ງສະມາຄົມມູນເຊື້ອມິດຕະພາບຫວຽດນາມ-ລາວ ອົງການກະຊວງປ້ອງກັນປະເທດ.

ສະເຫຼີມສະຫຼອງ 70 ປີ ແຫ່ງວັນມູນເຊື້ອຂອງທະຫານອາສາສະໝັກ ແລະ ຊ່ຽວຊານການທະຫານຫວຽດນາມ ຊ່ວຍເຫຼືອລາວ

ສະເຫຼີມສະຫຼອງ 70 ປີ ແຫ່ງວັນມູນເຊື້ອຂອງທະຫານອາສາສະໝັກ ແລະ ຊ່ຽວຊານການທະຫານຫວຽດນາມ ຊ່ວຍເຫຼືອລາວ

ຍສໝ - ວັນທີ 18-19 ຕຸລາ, ສະມາຄົມທະຫານອາສາສະໝັກ ແລະ ຊ່ຽວຊານການທະຫານຫວຽດນາມ ຊ່ວຍເຫຼືອ ລາວ ແຂວງແທັງຮວ໊າ ໄດ້ສົມທົບກັບມະຫາວິທະຍາໄລຮົ່ງດຶກ, ມະຫາວິທະຍາໄລວັດທະນະທໍາ, ກິລາ ແລະທ່ອງທ່ຽວ ຈັດຕັ້ງງານພົບປະແລກປ່ຽນສະເຫຼີມສະຫຼອງ 70 ປີແຫ່ງວັນມູນເຊື້ອທະຫານອາສາສະໝັກ ແລະຊ່ຽວຊານການທະຫານຫວຽດນາມ ຊ່ວຍເຫຼືອລາວ (30-10-1949 – 30-10-2019).

ຄະນະຜູ້ແທນ ຄະນະກຳມະການແນວລາວສ້າງຊາດ ຢ້ຽມຢາມ ແລະ ເຮັດວຽກຢູ່ ເທດສະບານເມືອງ ກວ້າງອຽນ

ຄະນະຜູ້ແທນ ຄະນະກຳມະການແນວລາວສ້າງຊາດ ຢ້ຽມຢາມ ແລະ ເຮັດວຽກຢູ່ ເທດສະບານເມືອງ ກວ້າງອຽນ

ຍສໝ - ວັນທີ 20 ຕຸລາ, ຄະນະຜູ້ແທນຄະນະກຳມະການສູນກາງແນວລາວສ້າງຊາດ ນຳໂດຍ ທ່ານ ຄຳຫຼ້າ ລິນນະສອນ, ຮອງປະທານ, ເປັນຫົວໜ້າຄະນະໄດ້ ໄປຢ້ຽມຢາມແລະເຮັດວຽກ ຢູ່ເທດສະບານເມືອງ ກວ້າງອຽນ ແຂວງກວ້າງນິງ ສສ ຫວຽດນາມ.

ທູດລາວ ຍື່ນສານຕາຕັ້ງຕໍ່ປະທານປະເທດ ສສ ຫວຽດນາມ

ທູດລາວ ຍື່ນສານຕາຕັ້ງຕໍ່ປະທານປະເທດ ສສ ຫວຽດນາມ

ໃນວັນທີ 16 ຕຸລາ 2019 ນີ້, ຢູ່ສໍານັກງານປະທານປະເທດ ແຫ່ງ ສສ ຫວຽດນາມ, ທ່ານ ແສງເພັດ ຮຸ່ງບຸນຍວງ ໄດ້ເຂົ້າຍື່ນສານຕາຕັ້ງ ຕໍ່ທ່ານ ຫງວຽນ ຝູຈ້ອງ ປະທານປະເທດ ແຫ່ງ ສສ ຫວຽດນາມ ເພື່ອດໍາລົງຕໍາແໜ່ງ ເປັນເອກອັກຄະລັດຖະທູດ ວິສາມັນ ຜູ້ມີອໍານາດເຕັມແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ.

ຮັດແໜ້ນການພົວພັນມິດຕະພາບ ແລະ ຄວາມສາມັກຄີລະຫວ່າງຄະນະຊາວໜູ່ມຂອງສອງປະເທດຫວຽດນາມ - ລາວ

ຮັດແໜ້ນການພົວພັນມິດຕະພາບ ແລະ ຄວາມສາມັກຄີລະຫວ່າງຄະນະຊາວໜູ່ມຂອງສອງປະເທດຫວຽດນາມ - ລາວ

ຍສໝ - ນັກສຶກສາແຕ່ລະຄົນຈະເປັນສະມາຊິກ ຜູ້ທີ່ສືບຕໍ່ບຳລຸງສ້າງສາຍພົວພັນມິດຕະພາບ, ຄວາມສາມັກຄີລະຫວ່າງສອງອົງການຈັດຕັ້ງສະຫະພັນຊາວໜຸ່ມ ສອງປະເທດ ແລະ ປະຊາຊົນຫວຽດນາມ - ລາວ.

​ນະຄອນຫຼວງ​ວຽງ​ຈັນ ແລະ ແຂວງ​ບ່າ​ເຣ່ຍ-ຫວຸ້ງ​ເຕົ່າ ເພີ່ມ​ທະວີ​ການ​ຮ່ວມ​ມື

​ນະຄອນຫຼວງ​ວຽງ​ຈັນ ແລະ ແຂວງ​ບ່າ​ເຣ່ຍ-ຫວຸ້ງ​ເຕົ່າ ເພີ່ມ​ທະວີ​ການ​ຮ່ວມ​ມື

ກອງ​ປະຊຸມ​ພົບ​ປະ ລະຫວ່າງ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ນະຄອນຫຼວງ​ວຽງ​ຈັນ (ນວ) ​ສປປ ລາວ ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ແຂວງ​ບ່າ​ເຣ່ຍ-ຫວຸ້ງ​ເຕົ່າ ​ສສ ຫວຽດນາມ ຈັດ​ຂຶ້ນ​ວັນ​ທີ 15 ຕຸລາ 2019 ຢູ່​ສຳນັກງານ​ອົງການ​ປົກຄອງ ນວ ເຊິ່ງ​ຝ່າຍ​ລາວ​ນຳ​ໂດຍ​ສະຫາຍ ສິນ​ລະ​ວົງ ຄຸດ​ໄພທູນ ກົມ​ການເມືອງ​ສູນ​ກາງ​ພັກ ເລຂາ​ຄະນະ​ພັກ ເຈົ້າ​ຄອງ ນວ ຝ່າຍ​ຫວຽດນາມ​ນຳ​ໂດຍ​ສະຫາຍ ຫງວ​​ຽນ ຮົ່ງ ລິ້ງ ກຳມະການ​ສູນ​ກາງ​ພັກ ເລຂາ​ພັກ​ແຂວງ ປະທານ​ສະພາ​ປະຊາຊົນ​ແຂວງ​ບ່າ​ເຣ່ຍ-ຫວຸ້ງ​ເຕົ່າ.

ເປີດຊຸດການຝືກອົບຮົມ ແລະ ບຳລຸງສ້າງໄລຍະສັ້ນ ໃຫ້ພະນັກງານແນວລາວສ້າງຊາດ

ເປີດຊຸດການຝືກອົບຮົມ ແລະ ບຳລຸງສ້າງໄລຍະສັ້ນ ໃຫ້ພະນັກງານແນວລາວສ້າງຊາດ

ຍສໝ - ຕອນບ່າຍວັນທີ 15 ຕຸລາ, ຢູ່ນະຄອນ ຫ້າລອງ, ແຂວງ ກ໋ວາງນິງ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ຈັດພິທີເປີດຊຸດການຝຶກອົບຮົມ ແລະ ບຳລຸງສ້າງໄລຍະສັ້ນ ໃຫ້ແກ່ພະນັກງານແນວລາວສ້າງຊາດ ໃນປີ 2019.

ສາຍພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດຫວຽດນາມ - ລາວ ໄດ້ພວມພັດທະນາຢ່າງເລິກເຊິ່ງ, ກວ້າງຂວາງ ແລະ ມີປະສິດທິຜົນ

ສາຍພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດຫວຽດນາມ - ລາວ ໄດ້ພວມພັດທະນາຢ່າງເລິກເຊິ່ງ, ກວ້າງຂວາງ ແລະ ມີປະສິດທິຜົນ

ຍສໝ - ໃນຂອບການເຄື່ອນໄຫວທີ່ກອງປະຊຸມໃຫຍ່ສຳພັນລັດຖະສະພາໂລກ ທີ່ Belgrade, ປະເທດເຊີເບຍ, ໃນວັນທີ 14 ຕຸລາ, ທ່ານນາງ ຮອງປະທານປະຈຳສະພາແຫ່ງຊາດຫວຽດນາມ ຕ່ອງຖິຝ໋ອງ ໄດ້ພົບປະກັບ ທ່ານ ບຸນປອນ ບຸດຕະນະວົງ ຮອງປະທານສະພາແຫ່ງຊາດ ລາວ.

ຄະນະຜູ້ແທນສະພາແຫ່ງຊາດ ເຂດ 8, ແຂວງຫົວພັນ (ສປປ ລາວ) ຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງເຊີນລາ

ຄະນະຜູ້ແທນສະພາແຫ່ງຊາດ ເຂດ 8, ແຂວງຫົວພັນ (ສປປ ລາວ) ຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງເຊີນລາ

ຍສໝ - ວັນທີ 14 ຕຸລາ, ຄະນະຜູ້ແທນສະມາຊິກສະພາແຫ່ງຊາດເຂດ 8, ແຂວງຫົວພັນ (ສປປ ລາວ) ໂດຍ ສະຫາຍ ທຳວອນ ບຸນທະວົງ, ຮອງເລຂາພັກແຂວງ, ຫົວໜ້າຄະນະຜູ້ແທນເຂດ 8, ປະທານສະພາປະຊາຊົນແຂວງຫົວພັນ ໄດ້ດຳເນີນການຢ້ຽມຢາມ ແລະ ເຮັດວຽກ ຢູ່ ແຂວງເຊີນລາ.

ລາວ-ຫວຽດນາມ ສືບຕໍ່ຮ່ວມມືສ້າງບຸກຄະລາກອນສື່ມວນຊົນລາວ

ລາວ-ຫວຽດນາມ ສືບຕໍ່ຮ່ວມມືສ້າງບຸກຄະລາກອນສື່ມວນຊົນລາວ

ສະຖາບັນສື່ມວນຊົນ ແລະ ໂຄສະນາ, ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິງ ສສ ຫວຽດນາມ ຮ່ວມກັບ ສະຖາບັນສື່ມວນຊົນ, ວັດທະນະທຳ ແລະ ທ່ອງທ່ຽວ ກະຊວງ ຖະແຫລງຂາວ, ວັດທະນະທຳ ແລະ ທ່ອງທ່ຽວ ແຫ່ງ ສປປ ລາວ ຈັດຝຶກອົບຮົມກ່ຽວກັບການຄຸ້ມຄອງສື່ມວນຊົນ ຊຸດທຳອິດ ຢູ່ ສສ ຫວຽດນາມ ແຕ່ວັນທີ 14 ຕຸລາ ຫາ 13 ທັນວາ 2019.

ກອງປະຊຸມ ASEM ຄັ້ງທີ 13 ສ້າງຄວາມປະທັບໃຈຕໍ່ຜູ້ແທນພາສີລາວ

ກອງປະຊຸມ ASEM ຄັ້ງທີ 13 ສ້າງຄວາມປະທັບໃຈຕໍ່ຜູ້ແທນພາສີລາວ

ຍສໝ - ຕອບສຳພາດກັບໜັງສືພິມພາສີ, ທ່ານ ການດາ ສີປະເສີດ ຮອງຫົວໜ້າກົມຮ່ວມມືສາກົນ, ກົມພາສີ ສປປ ລາວ ໄດ້ຕີລາຄາສູງຕໍ່ວຽກງານກະກຽມ, ການຕ້ອນຮັບ, ການຈັດຕັ້ງຂອງຂະແໜງພາສີຫວຽດນາມ ໃນກອງປະຊຸມ ASEM ຄັ້ງທີ 13.

ການເສັງບັນລະຍາຍດ້ວຍ ພາສາຫວຽດ ໃຫ້ແກ່ນັກສຶກສາລາວພວມຮຽນຢູ່ ຫວຽດນາມ ສົກປີ 2019 - ເຂດທາງພາກເໜືອ ຢູ່ມະຫາວິທະຍາໄລ ຊົນລະປະທານ

ການເສັງບັນລະຍາຍດ້ວຍ ພາສາຫວຽດ ໃຫ້ແກ່ນັກສຶກສາລາວພວມຮຽນຢູ່ ຫວຽດນາມ ສົກປີ 2019 - ເຂດທາງພາກເໜືອ ຢູ່ມະຫາວິທະຍາໄລ ຊົນລະປະທານ

ຍສໝ - ຕອນເຊົ້າວັນທີ 11 ຕຸລາ, ຢູ່ຮ່າໂນ້ຍ, ກະຊວງການສຶກສາ ແລະ ບຳລຸງສ້າງ ຫວຽດນາມ ໄດ້ສົມທົບກັບສູນກາງສະມາຄົມມິດຕະພາບ ຫວຽດນາມ - ລາວ ຈັດຕັ້ງຮອບຄັດເລືອກການເສັງບັນລະຍາຍດ້ວຍ ພາສາຫວຽດ ໃຫ້ແກ່ນັກສຶກສາລາວພວມຮຽນຢູ່ ຫວຽດນາມ ສົກປີ 2019 - ເຂດທາງພາກເໜືອ ຢູ່ມະຫາວິທະຍາໄລ ຊົນລະປະທານ.

ເສດຖະກິດລາວ, ກາລະໂອກາດ ແລະ ສິ່ງທ້າທາຍ ຕໍ່ ວິສາຫະກິດຫວຽດນາມ

ເສດຖະກິດລາວ, ກາລະໂອກາດ ແລະ ສິ່ງທ້າທາຍ ຕໍ່ ວິສາຫະກິດຫວຽດນາມ

ຍສໝ - ໃນຕອນບ່າຍວັນທີ 11 ຕຸລາ 2019, ທີ່ນະຄອນຫຼວງວຽງຈັນ ສປປ ລາວ ສະຖານທູດຫວຽດນາມ ປະຈໍາ ລາວ ໄດ້ສົມທົບກັບສະມາຄົມວິສາຫະກິດຫວຽດນາມ ຮ່ວມມື ແລະ ລົງທຶນຢູ່ລາວ ຈັດຕັ້ງລາຍການໂອ້ລົມສົນທະນາດ້ວຍຫົວຂໍ້ “ສະພາບການ, ແງ່ຫວັງພັດທະນາເສດຖະກິດຂອງລາວ ແລະບັນດາຜົນກະທົບເຖິງວິສາຫະກິດຫວຽດນາມ ຢູ່ລາວ”.

ລາວ ແລະ ຫວ​ຽດ​ນາມ ຮ່ວມ​ມື​ຊຸກ​ຍູ້​ຂະ​ແໜງ​ກາ​ນ​ທ່ອງ​ທ່ຽວ

ລາວ ແລະ ຫວ​ຽດ​ນາມ ຮ່ວມ​ມື​ຊຸກ​ຍູ້​ຂະ​ແໜງ​ກາ​ນ​ທ່ອງ​ທ່ຽວ

ທີ່ກອງປະຊຸມ, ບັນດາຜູ້ແທນເຂົ້າຮ່ວມກໍ່ຍົກອອກບັນດາຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍທີ່ພວມປະເຊີນໜ້າ, ປຶກສາກ່ຽວກັບຈຸດຮ້ອນເຮັ່ງໃນການທ່ອງທ່ຽວ ແລະ ແບ່ງປັນບັນດາຄວາມຄິດເຫັນເພື່ອແນໃສ່ດຶງດູດແຂກທ່ອງທ່ຽວໃຫ້ຫຼາຍກ່ວາຕື່ມອີກ.

ອຽນເຈົາ: ມອບ​ຂໍ້​ຕົກ​ລົງ​ຖື​ສັນ​ຊາດຫວຽດ​ນາມໃຫ້ພົນ​ລະ​ເມືອງ​ລ​າວ 123 ຄົນ​

ອຽນເຈົາ: ມອບ​ຂໍ້​ຕົກ​ລົງ​ຖື​ສັນ​ຊາດຫວຽດ​ນາມໃຫ້ພົນ​ລະ​ເມືອງ​ລ​າວ 123 ຄົນ​

ຍສໝ - ໃນວັນທີ 10 ຕຸລາ 2019, ເມືອງ ອຽນເຈົາ, ແຂວງ ເຊີນລາ ສສ ຫວຽດນາມ ໄດ້ຈັດຕັ້ງພິທີປະກາດ ແລະ ມອບຂໍ້ຕົກລົງ ຂອງ ປະທານປະເທດ ວ່າດ້ວຍການຖືສັນຊາດ ຫວຽດນາມໃຫ້ພົນລະເມືອງລາວ 123 ຄົນ.

ລາວ-ຫວຽດນາມ ຮ່ວມມືຊ່ວຍເຫລືອສ້າງບຸກຄະລາກອນຂົງເຂດສື່ມວນຊົນ

ລາວ-ຫວຽດນາມ ຮ່ວມມືຊ່ວຍເຫລືອສ້າງບຸກຄະລາກອນຂົງເຂດສື່ມວນຊົນ

ປັດຈຸບັນ ຂະແໜງສື່ມວນຊົນຢູ່ ສປປ ລາວ ແມ່ນໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ທັງດ້ານປະລິມານ ແລະ ຄຸນນະພາບ, ໃນນັ້ນ ດ້ານບຸກຄະລາກອນໃນຂົງເຂດສື່ມວນຊົນ ກໍໄດ້ຮັບການພັດ ທະນາ ແລະ ຍົກລະດັບຄວາມຮູ້ ຄວາມສາມາດ ທັງຢູ່ພາຍໃນ ແລະ ຕ່າງປະເທດ ໂດຍສະເພາະຢູ່ ສສ ຫວຽດນາມ, ເຊິ່ງຝ່າຍ ສສ ຫວຽດນາມ ກໍໄດ້ໃຫ້ການສະໜັບສະໜູນຊ່ວຍ ເຫລືອດ້ານທຶນຮອນ ເພື່ອພັດ ທະນາບຸກຄະລາກອນ ດ້ວຍດີຕະຫລອດມາ.

ສະຫວັນນະເຂດ-ດານັງ ທົບທວນຄືນ ຜົນການຮ່ວມມືໃນຕະຫຼອດໄລຍະຜ່ານມາ

ສະຫວັນນະເຂດ-ດານັງ ທົບທວນຄືນ ຜົນການຮ່ວມມືໃນຕະຫຼອດໄລຍະຜ່ານມາ

ກອງປະຊຸມພົບປະລະ ຫວ່າງຄະນະຜູ້ແທນຂັ້ນສູງ ຂອງແຂວງສະຫວັນນະເຂດ ສປປ ລາວ ແລະນະຄອນດາ ນັງ ສສ ຫວຽດນາມ ໄດ້ ຈັດຂຶ້ນຢູ່ທີ່ຫ້ອງປະຊຸມຫ້ອງ ວ່າການປົກຄອງແຂວງສະ ຫວັນນະເຂດ. ໂດຍຝ່າຍແຂວງ ສະຫວັນນະເຂດ ນຳ ໂດຍທ່ານ ສັນຕິພາບ ພົມວິຫານ ກຳມະ ການສູນກາງພັກເລຂາພັກ ແຂວງເຈົ້າແຂວງສະຫວັນ ນະເຂດ ພ້ອມທ່ານຮອງເຈົ້າ ແຂວງ ແລະບັນດາພະແນກ ການອ້ອມຂ້າງແຂວງ, ຝ່າຍ ນະຄອນດານັງນຳໂດຍທ່ານ ເຈື່ອງ ກວາງ ເຫງ້ຍ ກຳມະ ການສູນກາງພັກ ເລຂາພັກນະ ຄອນດານັງ ພ້ອມດ້ວຍທ່ານຮອງປະທານສະພາປະຊາຊົນ, ບັນດາພະແນກການຂອງນະ ຄອນດານັງເຂົ້າຮ່ວມໃນພິທີ ຄັ້ງນີ້.

ໜ້າທີ່ຮັບຜິດຊອບ, ບົດບາດຂອງຊາວໜຸ່ມ ສອງປະເທດໃນການເສີມຂະຫຍາຍການພົວພັນມິດຕະພາບພິເສດອັນຍິ່ງໃຫຍ່ລະຫວ່າງຫວຽດນາມ - ລາວ

ໜ້າທີ່ຮັບຜິດຊອບ, ບົດບາດຂອງຊາວໜຸ່ມ ສອງປະເທດໃນການເສີມຂະຫຍາຍການພົວພັນມິດຕະພາບພິເສດອັນຍິ່ງໃຫຍ່ລະຫວ່າງຫວຽດນາມ - ລາວ

ຍສໝ - ໃນວັນທີ 09 ຕຸລາ 2019, ຢູ່ແຂວງ ບັ໊ກນິງ ສສ ຫວຽດນາມ, ໄດ້ດຳເນີນການໂອ້ລົມສົນທະນາດ້ວຍຫົວຂໍ້ວ່າ “ໜ້າທີ່ຮັບຜິດຊອບ, ບົດບາດຂອງຊາວໜຸ່ມ ສອງປະເທດໃນການຮັກສາ ແລະ ເສີມຂະຫຍາຍການພົວພັນມິດຕະພາບພິເສດອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດລະຫວ່າງຫວຽດນາມ - ລາວ”.

ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບ ເອກອັກຄະລັດຖະທູດລາວ ເຂົ້າຢ້ຽມອຳລາ

ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບ ເອກອັກຄະລັດຖະທູດລາວ ເຂົ້າຢ້ຽມອຳລາ

ຍສໝ -​ ໃນວັນທີ 9 ຕຸລາ 2019, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດລາວປະຈຳຫວຽດນາມ ທອງສະຫວັນ ພົມວິຫານ ເຂົ້າຢ້ຽມອຳລາ ເນື່ອງໃນໂອກາດສິ້ນສຸດການປະຕິບັດງານການທູດຢູ່ຫວຽດນາມ.

|< < 1 2 3 4 5 > >|
302 Found

Found

The document has moved here.