ລາວ ແລະ ຫວ​ຽດ​ນາມ ຮ່ວມ​ມື​ຊຸກ​ຍູ້​ຂະ​ແໜງ​ກາ​ນ​ທ່ອງ​ທ່ຽວ

ລາວ ແລະ ຫວ​ຽດ​ນາມ ຮ່ວມ​ມື​ຊຸກ​ຍູ້​ຂະ​ແໜງ​ກາ​ນ​ທ່ອງ​ທ່ຽວ

ທີ່ກອງປະຊຸມ, ບັນດາຜູ້ແທນເຂົ້າຮ່ວມກໍ່ຍົກອອກບັນດາຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍທີ່ພວມປະເຊີນໜ້າ, ປຶກສາກ່ຽວກັບຈຸດຮ້ອນເຮັ່ງໃນການທ່ອງທ່ຽວ ແລະ ແບ່ງປັນບັນດາຄວາມຄິດເຫັນເພື່ອແນໃສ່ດຶງດູດແຂກທ່ອງທ່ຽວໃຫ້ຫຼາຍກ່ວາຕື່ມອີກ.

ອຽນເຈົາ: ມອບ​ຂໍ້​ຕົກ​ລົງ​ຖື​ສັນ​ຊາດຫວຽດ​ນາມໃຫ້ພົນ​ລະ​ເມືອງ​ລ​າວ 123 ຄົນ​

ອຽນເຈົາ: ມອບ​ຂໍ້​ຕົກ​ລົງ​ຖື​ສັນ​ຊາດຫວຽດ​ນາມໃຫ້ພົນ​ລະ​ເມືອງ​ລ​າວ 123 ຄົນ​

ຍສໝ - ໃນວັນທີ 10 ຕຸລາ 2019, ເມືອງ ອຽນເຈົາ, ແຂວງ ເຊີນລາ ສສ ຫວຽດນາມ ໄດ້ຈັດຕັ້ງພິທີປະກາດ ແລະ ມອບຂໍ້ຕົກລົງ ຂອງ ປະທານປະເທດ ວ່າດ້ວຍການຖືສັນຊາດ ຫວຽດນາມໃຫ້ພົນລະເມືອງລາວ 123 ຄົນ.

ລາວ-ຫວຽດນາມ ຮ່ວມມືຊ່ວຍເຫລືອສ້າງບຸກຄະລາກອນຂົງເຂດສື່ມວນຊົນ

ລາວ-ຫວຽດນາມ ຮ່ວມມືຊ່ວຍເຫລືອສ້າງບຸກຄະລາກອນຂົງເຂດສື່ມວນຊົນ

ປັດຈຸບັນ ຂະແໜງສື່ມວນຊົນຢູ່ ສປປ ລາວ ແມ່ນໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ທັງດ້ານປະລິມານ ແລະ ຄຸນນະພາບ, ໃນນັ້ນ ດ້ານບຸກຄະລາກອນໃນຂົງເຂດສື່ມວນຊົນ ກໍໄດ້ຮັບການພັດ ທະນາ ແລະ ຍົກລະດັບຄວາມຮູ້ ຄວາມສາມາດ ທັງຢູ່ພາຍໃນ ແລະ ຕ່າງປະເທດ ໂດຍສະເພາະຢູ່ ສສ ຫວຽດນາມ, ເຊິ່ງຝ່າຍ ສສ ຫວຽດນາມ ກໍໄດ້ໃຫ້ການສະໜັບສະໜູນຊ່ວຍ ເຫລືອດ້ານທຶນຮອນ ເພື່ອພັດ ທະນາບຸກຄະລາກອນ ດ້ວຍດີຕະຫລອດມາ.

ສະຫວັນນະເຂດ-ດານັງ ທົບທວນຄືນ ຜົນການຮ່ວມມືໃນຕະຫຼອດໄລຍະຜ່ານມາ

ສະຫວັນນະເຂດ-ດານັງ ທົບທວນຄືນ ຜົນການຮ່ວມມືໃນຕະຫຼອດໄລຍະຜ່ານມາ

ກອງປະຊຸມພົບປະລະ ຫວ່າງຄະນະຜູ້ແທນຂັ້ນສູງ ຂອງແຂວງສະຫວັນນະເຂດ ສປປ ລາວ ແລະນະຄອນດາ ນັງ ສສ ຫວຽດນາມ ໄດ້ ຈັດຂຶ້ນຢູ່ທີ່ຫ້ອງປະຊຸມຫ້ອງ ວ່າການປົກຄອງແຂວງສະ ຫວັນນະເຂດ. ໂດຍຝ່າຍແຂວງ ສະຫວັນນະເຂດ ນຳ ໂດຍທ່ານ ສັນຕິພາບ ພົມວິຫານ ກຳມະ ການສູນກາງພັກເລຂາພັກ ແຂວງເຈົ້າແຂວງສະຫວັນ ນະເຂດ ພ້ອມທ່ານຮອງເຈົ້າ ແຂວງ ແລະບັນດາພະແນກ ການອ້ອມຂ້າງແຂວງ, ຝ່າຍ ນະຄອນດານັງນຳໂດຍທ່ານ ເຈື່ອງ ກວາງ ເຫງ້ຍ ກຳມະ ການສູນກາງພັກ ເລຂາພັກນະ ຄອນດານັງ ພ້ອມດ້ວຍທ່ານຮອງປະທານສະພາປະຊາຊົນ, ບັນດາພະແນກການຂອງນະ ຄອນດານັງເຂົ້າຮ່ວມໃນພິທີ ຄັ້ງນີ້.

ໜ້າທີ່ຮັບຜິດຊອບ, ບົດບາດຂອງຊາວໜຸ່ມ ສອງປະເທດໃນການເສີມຂະຫຍາຍການພົວພັນມິດຕະພາບພິເສດອັນຍິ່ງໃຫຍ່ລະຫວ່າງຫວຽດນາມ - ລາວ

ໜ້າທີ່ຮັບຜິດຊອບ, ບົດບາດຂອງຊາວໜຸ່ມ ສອງປະເທດໃນການເສີມຂະຫຍາຍການພົວພັນມິດຕະພາບພິເສດອັນຍິ່ງໃຫຍ່ລະຫວ່າງຫວຽດນາມ - ລາວ

ຍສໝ - ໃນວັນທີ 09 ຕຸລາ 2019, ຢູ່ແຂວງ ບັ໊ກນິງ ສສ ຫວຽດນາມ, ໄດ້ດຳເນີນການໂອ້ລົມສົນທະນາດ້ວຍຫົວຂໍ້ວ່າ “ໜ້າທີ່ຮັບຜິດຊອບ, ບົດບາດຂອງຊາວໜຸ່ມ ສອງປະເທດໃນການຮັກສາ ແລະ ເສີມຂະຫຍາຍການພົວພັນມິດຕະພາບພິເສດອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດລະຫວ່າງຫວຽດນາມ - ລາວ”.

ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບ ເອກອັກຄະລັດຖະທູດລາວ ເຂົ້າຢ້ຽມອຳລາ

ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບ ເອກອັກຄະລັດຖະທູດລາວ ເຂົ້າຢ້ຽມອຳລາ

ຍສໝ -​ ໃນວັນທີ 9 ຕຸລາ 2019, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດລາວປະຈຳຫວຽດນາມ ທອງສະຫວັນ ພົມວິຫານ ເຂົ້າຢ້ຽມອຳລາ ເນື່ອງໃນໂອກາດສິ້ນສຸດການປະຕິບັດງານການທູດຢູ່ຫວຽດນາມ.

ສ້າງຕັ້ງສະມາຄົມ ມິດຕະພາບ ຫວຽດນາມ - ລາວ ຢູ່ເມືອງບ່າວເລີມ - ແຂວງ ເລີມດົງ

ສ້າງຕັ້ງສະມາຄົມ ມິດຕະພາບ ຫວຽດນາມ - ລາວ ຢູ່ເມືອງບ່າວເລີມ - ແຂວງ ເລີມດົງ

ຍສໝ - ຢູ່ທີ່ຫ້ອງປະຊຸມຄະນະກຳມະການປະຊາຊົນ ເມືອງ ໂລກທັ໋ງ, ສະມາຄົມມິດຕະພາບຫວຽດນາມ - ລາວແຂວງ ເລີມດົງ ໄດ້ຈັດພິທີສ້າງຕັ້ງສະມາຄົມມິດຕະພາບຫວຽດນາມ - ລາວຢູ່ເມືອງ ເມືອງບ່າວເລີມ - ແຂວງ ເລີມດົງ

ຄະນະຜູ້ແທນຊາວໜູ່ມ 3 ແຂວງ ຂອງປະເທດລາວ ໄດ້ວາງທູບ ຢູ່ບັນດາສະຖານທີ່ຮອງຮ່ອຍ ແຂວງເຫງະອານ

ຄະນະຜູ້ແທນຊາວໜູ່ມ 3 ແຂວງ ຂອງປະເທດລາວ ໄດ້ວາງທູບ ຢູ່ບັນດາສະຖານທີ່ຮອງຮ່ອຍ ແຂວງເຫງະອານ

ຍສໝ - ຄະນະຜູ້ແທນຊາວໜູ່ມ 3 ແຂວງ: ຊຽງຂວາງ, ຫົວພັນ, ບໍລິຄຳໄຊ ຂອງ ແຫ່ງ ສປປ.ລາວ ໄດ້ມາວາງດອກໄມ້, ວາງທູບ ຢູ່ສະຖານທີ່ຮອງຮ່ອຍແຫ່ງຊາດທີ່ພິເສດ ກີມລຽນ (ນາມດານ) ແລະ ສະຖານທີ່ຮອງຮ່ອຍປະຫວັດສາດແຫ່ງຊາດ ຈວງບົນ ຢູ່ບ້ານໝີ້ເຊີນ (ໂດເລືອງ).

ສະເຫຼີມສະຫຼອງວັນມູນເຊື້ອທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ຢູ່ ລາວ

ສະເຫຼີມສະຫຼອງວັນມູນເຊື້ອທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ຢູ່ ລາວ

ຍສໝ - ໃນວັນທີ 6 ຕຸລາ 2019, ຢູ່ນະຄອນເຊີນລາ ສສ ຫວຽດນາມ, ຄະນະຕິດຕໍ່ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ຢູ່ລາວແຂວງເຊີນລາ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 70 ປີ ແຫ່ງວັນມູນເຊື້ອທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ຢູ່ລາວ (30-10-1949 / 30-10-2019).

ປະຊາຄົມຊາວຫວຽດນາມ ຢູ່ລາວ ເສີມຂະຫຍາຍມູນເຊື້ອເຄົາລົບນັບຖືຄູອາຈານ

ປະຊາຄົມຊາວຫວຽດນາມ ຢູ່ລາວ ເສີມຂະຫຍາຍມູນເຊື້ອເຄົາລົບນັບຖືຄູອາຈານ

ຍສໝ - ເມື່ອບໍ່ດົນມານີ້, ທີ່ນະຄອນຫຼວງວຽງຈັນ, ໂຮງຮຽນ 2 ພາສາລາວ-ຫວຽດນາມຫງວຽນຢູ ໄດ້ສົມທົບກັບສະມາຄົມຊາວຫວຽດນາມ ຢູ່ນະຄອນຫຼວງວຽງຈັນ ຈັດຕັ້ງພິທີຕອບບຸນແທນຄຸນຄູອາຈານລຸ້ນຕ່າງໆຂອງໂຮງຮຽນ.

ບັນດາແຂວງພາກເໜືອ ລາວ ຮ່ວມມືລົງທຶນ, ການຄ້າຊາຍແດນກັບແຂວງ ດ້ຽນບຽນ - ຫວຽດນາມ

ບັນດາແຂວງພາກເໜືອ ລາວ ຮ່ວມມືລົງທຶນ, ການຄ້າຊາຍແດນກັບແຂວງ ດ້ຽນບຽນ - ຫວຽດນາມ

ຂະແໜງອຸດສາຫະກຳການຄ້າ 6 ແຂວງ ຫລວງພະບາງ, ອຸດົມໄຊ, ໄຊຍະບູລີ, ຫລວງນ້ຳທາ, ບໍ່ແກ້ວ ແລະ ຜົ້ງສາລີ, ພາກເໜືອ ລາວ ຫາກໍ່ເຊັນຂໍ້ຕົກລົງຮ່ວມມືກັບພະແນກອຸດສາຫະກຳການຄ້າແຂວງ ດ້ຽນບຽນ ໃນຂົງເຂດການລົງທຶນ ແລະ ການຄ້າຊາຍແດນໄລຍະປີ 2019 – 2020.

ສະຫະພັນແຂວງເງະອານ ລົງນາມໃນໂຄງການຮ່ວມມືກັບສະຫະພັນຊາວໜຸ່ມ 3 ແຂວງ ຂອງ ສປປ.ລາວ

ສະຫະພັນແຂວງເງະອານ ລົງນາມໃນໂຄງການຮ່ວມມືກັບສະຫະພັນຊາວໜຸ່ມ 3 ແຂວງ ຂອງ ສປປ.ລາວ

ຍສມ - ຕອນບ່າຍວັນທີ 5 ຕຸລາ, ຄະນະຊາວໜຸ່ມ ແຂວງເງ້ອານ ໄດ້ຈັດກອງປະຊຸມພົບປະແລກປ່ຽນມິດຕະພາບ ກັບຊາວໜຸ່ມ ແຂວງເງ້ອານ ແລະ ຊາວໜຸ່ມ ຢູ່ 3 ແຂວງ ຂອງ ສປປ.ລາວ ຄື: ແຂວງຊຽງຂວາງ, ບໍລິຄຳໄຊ ແລະ ຫົວພັນ.

ພິທີເຂົ້າສັນຊາດຫວຽດນາມ ໃຫ້ປະຊາຊົນ ລາວ 350 ຄົນ ຢູ່ເຂດຊາຍແດນຫວຽດນາມ - ລາວ

ພິທີເຂົ້າສັນຊາດຫວຽດນາມ ໃຫ້ປະຊາຊົນ ລາວ 350 ຄົນ ຢູ່ເຂດຊາຍແດນຫວຽດນາມ - ລາວ

ຍສໝ - ການມອບໃບຢັ້ງຢືນເຂົ້າສັນຊາດຫວຽດນາມ ສະແດງນໍ້າໃຈມະນຸດສະທຳ ຂອງພັກ ແລະ ລັດຖະບານຫວຽດນາມ ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳ ແລະ ສ້າງເງື່ອນໄຂສະດວກໃຫ້ແກ່ຜູ້ອົບພະຍົບເສລີ ເພື່ອເຮັດໃຫ້ຊີວິດມີສະຖຽນລະພາບ, ເຊື່ອມໂຍງເຂົ້າກັບຊຸມຊົນ ແລະ ໄດ້ຊົມໃຊ້ສິດຜົນປະໂຫຍດ, ນະໂຍບາຍຂອງພັກ ແລະ ລັດຫວຽດນາມ.

ວິທະຍາໄລ ຊັ້ນສູງເຊີນລາ ເຮັດວຽກກັບຄະນະຜູ້ແທນບັນດາແຂວງພາກເໜືອຂອງ ສປປ ລາວ

ວິທະຍາໄລ ຊັ້ນສູງເຊີນລາ ເຮັດວຽກກັບຄະນະຜູ້ແທນບັນດາແຂວງພາກເໜືອຂອງ ສປປ ລາວ

ຍສໝ - ທ້າຍທິດທີ່ຜ່ານມາ, ວິທະຍາໄລຊັ້ນສູງເຊີນລາ ໄດ້ຈັດພິທີຕ້ອນຮັບ ແລະ ເຮັດວຽກກັບຄະນະຜູ້ແທນບັນດາແຂວງພາກເໜືອ ຂອງ ສປປ ລາວເພື່ອ ນຳພານັກຮຽນລາວມາລົງທະບຽນຮຽນ ໃນສົກຮຽນ 2019-2020 ທີ່ໂຮງຮຽນແຫ່ງນີ້. ເຂົ້າຮ່ວມກອງປະຊຸມຕ້ອນຮັບ ແລະ ເຮັດວຽກມີ ທ່ານ ຟ້າມ ວັນ ຖຸ້ຍ, ຮອງປະທານຄະນະ ກຳມະການປະຊາຊົນແຂວງ, ການນຳພະແນກການ ແລະ ຫ້ອງການຂອງແຂວງຈຳນວນໜຶ່ງເຂົ້າຮ່ວມຢ່າງພ້ອມພຽງ.

ງານມະໂຫລານສຽງເພງມິດຕະພາບ ຫວຽດນາມ - ລາວ ຄັ້ງທີ III

ງານມະໂຫລານສຽງເພງມິດຕະພາບ ຫວຽດນາມ - ລາວ ຄັ້ງທີ III

ວັນທີ 5 ຕຸລາ, ທີ່ນະຄອນຖ໋າຍງວຽນ, ສະມາຄົມມິດຕະພາບ ຫວຽດນາມ - ລາວ ແຂວງຖ໋າຍງວຽນ ສົມທົບກັບພະແນກວັດທະນະທໍາ, ກິລາ ແລະທ່ອງທ່ຽວແຂວງຖ໋າຍງວຽນ ຈັດຕັ້ງງານມະໂຫລານສຽງເພງມິດຕະພາບ ຫວຽດນາມ - ລາວ ຄັ້ງທີ III, ປີ 2019.

ສື່ມວນຊົນລາວ ໃຫ້ຂ່າວເປັນຈໍານວນຫຼວງຫຼາຍກ່ຽວກັບການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ

ສື່ມວນຊົນລາວ ໃຫ້ຂ່າວເປັນຈໍານວນຫຼວງຫຼາຍກ່ຽວກັບການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ

ໃນລະຫວ່າງວັນທີ 2 – 3 ຕຸລາ 2019, ສື່ມວນຊົນລາວ ໄດ້ໃຫ້ຂ່າວເປັນຈໍານວນຫຼວງຫຼາຍໃນໜ້າທໍາອິດ ແລະ ຖະແຫຼງການຮ່ວມລະຫວ່າງ ຫວຽດນາມ - ລາວ ໃນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງ ທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ຕາມຄໍາເຊີນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ ຊວນ ຟຸກ.

ການພົບປະເຈລະຈາສັນຍາໜູນຊ່ວຍຍຸຕິທຳແກ່ດ້ານອາຍາ ລະຫວ່າງ ຫວຽດນາມ ແລະ ລາວ.

ການພົບປະເຈລະຈາສັນຍາໜູນຊ່ວຍຍຸຕິທຳແກ່ດ້ານອາຍາ ລະຫວ່າງ ຫວຽດນາມ ແລະ ລາວ.

ຍສໝ - ອົງການໄອຍະການປະຊາຊົນສູງສຸດ ໄດ້ເປັນປະທານ, ປະສານສົມທົບ ກັບບັນດາອົງການທີ່ກ່ຽວຂ້ອງ ທີ່ໄດ້ດຳເນີນການເຈລະຈາສັນຍາໜູນຊ່ວຍຍຸຕິທຳແກ່ດ້ານອາຍາ ລະຫວ່າງ ແຫ່ງ ສສ.ຫວຽດນາມ ແລະ ສປປ.ລາວ.

ມີຄວາມມຸ້ງຫວັງ ໃຫ້ທຸລະກິດດ່າໜັງ ມາລົງທືນຢູ່ ແຂວງສາລະວັນ (ສປປ ລາວ)

ມີຄວາມມຸ້ງຫວັງ ໃຫ້ທຸລະກິດດ່າໜັງ ມາລົງທືນຢູ່ ແຂວງສາລະວັນ (ສປປ ລາວ)

ຍສໝ - ມີຄວາມມຸ້ງຫັວງ ຢາກໃຫ້ນັກທຸລະກິດຂອງນະຄອນດ່າໜັງ ມາສຳຫຼວດ ແລະ ຊອກຫາໂອກາດການລົງທືນ ຢູ່ລາວໃນຂົງເຂດການທ່ອງທ່ຽວ, ກໍ່ສ້າງພື້ນຖານໂຄງລ່າງ ແລະ ກະສິກຳ. ນັ້ນແມ່ນຄຳສະເໜີ ຂອງສະຫາຍ ສີສຸວັນ ວົງຈອມສີ ຄະນະກຳມະການສູນກາງພັກ ປະຊາຊົນປະຕິວັດລາວ, ເຈົ້າແຂວງໆສາລະວັນ ທີ່ກອງປະຊຸມພົບປະກັບການນຳ ນະຄອນດ່າໜັງ ໂດຍຄະນະກຳມະການສູນກາງພັກ, ເລຂາຄະນະພັກນະຄອນ, ຫົວໜ້າຄະນະຜູ້ແທນສະມາຊິກສະພາແຫ່ງຊາດນະຄອນ ສະຫາຍ ເຈື່ອງ ກວາງ ເຫງ໋ຍ ໃນຕອນເຊົ້າວັນທີ 2 ຕຸລາ ນີ້.

ປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ພົບປະ ກັບນາຍົກລັດຖະມົນຕີລາວ

ປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ພົບປະ ກັບນາຍົກລັດຖະມົນຕີລາວ

ຍສໝ - ໃນວັນທີ 2 ຕຸລາ, ຢູ່ຫໍສະພາແຫ່ງຊາດ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ມີການພົບປະ ກັບທ່ານ ນາຍົກລັດຖະມົນຕີ ສປປ. ລາວ ທອງລຸນ ສີສຸລິດ ທີ່ພວມມີການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພົບປະກັບ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສສ ຫວຽດນາມ

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພົບປະກັບ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສສ ຫວຽດນາມ

ໃນວັນທີ 02 ຕຸລາ 2019, ທີ່ ນະຄອນຫລວງ ຮ່າໂນ້ຍ, ສະຫາຍ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງລາວ ໄດ້ສືບຕໍ່ເຄື່ອນໄຫວຢ້ຽມຢາມ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ໂດຍໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ຫງວຽນ ຝູ້ ຈ໋ອງ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສສ ຫວຽດນາມ, ທີ່ ຫ້ອງວ່າການສູນກາງພັກ ແລະ ເຂົ້າຢ້ຽມພົບປະຢ້ຽມຢາມ ສະຫາຍ ຫວຽນ ທິ ກິມ ເງິນ ປະທານສະພາແຫ່ງຊາດ ແຫ່ງ ...

ການແຂ່ງຂັນຄວາມເວົ້າເກັ່ງພາສາຫວຽດ ສຳລັບນັກສຶກສາລາວ - ເສີມສ້າງມິດຕະພາບຫວຽດນາມ - ລາວ

ການແຂ່ງຂັນຄວາມເວົ້າເກັ່ງພາສາຫວຽດ ສຳລັບນັກສຶກສາລາວ - ເສີມສ້າງມິດຕະພາບຫວຽດນາມ - ລາວ

ຍສໝ - ເພື່ອເສີມຂະຫຍາຍຄວາມມິດຕະພາບຫວຽດນາມ - ລາວ ແລະ ຍົກສູງຄຸນນະພາບການຝຶກອົບຮົມນັກສຶກສາຕ່າງປະເທດລາວ ທີ່ກຳລັງສຶກສາຢູ່ປະເທດຫວຽດນາມ, ກະຊວງສຶກສາທິການ ແລະ ກີລາໄດ້ປຸກລະດົມໃນທົ່ວປະເທດການແຂ່ງຂັນ “ເວົ້າເກັ່ງພາສາຫວຽດ ສຳລັບນັກສຶກສາລາວ ຢູ່ຫວຽດນາມໃນປີ 2019”.

ຖະແຫຼງການຮ່ວມລະຫວ່າງ ຫວຽດນາມ-ລາວ

ຖະແຫຼງການຮ່ວມລະຫວ່າງ ຫວຽດນາມ-ລາວ

ຍສໝ - ໃນຂອບເຂດການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ, ໃນລະຫວ່າງວັນທີ 01 – 03 ຕຸລາ ຂອງທ່ານນາຍົກລັດຖະມົນຕີ ສປປ.ລາວ ທອງລຸນ ສີສຸລິດ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງ ສປປ.ລາວ. ວັນທີ 01 ຕຸລາ, 2 ຝ່າຍໄດ້ “ອອກຖະແຫຼງການຮ່ວມລະຫວ່າງ ສສ.ຫວຽດນາມ ແລະ ສປປ.ລາວ ກ່ຽວກັບການເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ ໃນສະພາບການໃໝ່”.

ການສົ່ງເສີມການຄ້າໃນທ້ອງຕະຫລາດລາວ: ບໍ່ພຽງແຕ່ງານຕະຫຼາດນັດ ແລະ ງານວາງສະແດງສິນຄ້າ

ການສົ່ງເສີມການຄ້າໃນທ້ອງຕະຫລາດລາວ: ບໍ່ພຽງແຕ່ງານຕະຫຼາດນັດ ແລະ ງານວາງສະແດງສິນຄ້າ

ຍສໝ - ນອກຈາກຫລາຍໂຄງການຮ່ວມມືເປັນປົກກະຕິ, ບັນດາທ້ອງຖິ່ນຂອງລາວ ແລະ ນະຄອນໂຮ່ຈິມິນ ໄດ້ຈັດຕັ້ງບັນດາເຫດການການພົວພັນເສດຖະກິດ ເພື່ອສະໜັບສະໜູນ ບັນດາວິສາຫະກິດ ຂອງສອງປະເທດໃນການຂຸດຄົ້ນຄວາມສາມາດແຮງ, ຊ່ວຍໃຫ້ສິນຄ້າຫວຽດນາມໝັ້ນຄົງຢູ່ຕະຫຼາດລາວ.

ການແກ້ໄຂລະບອບເງິນອຸດໜູນ ເທື່ອດຽວສຳລັບ ຜູ້ຊ່ຽວຊານຖືກແຕ່ງຕັ້ງມາຊ່ວຍເຫຼືອປະເທດລາວ ແລະ ກຳປູເຈຍ

ການແກ້ໄຂລະບອບເງິນອຸດໜູນ ເທື່ອດຽວສຳລັບ ຜູ້ຊ່ຽວຊານຖືກແຕ່ງຕັ້ງມາຊ່ວຍເຫຼືອປະເທດລາວ ແລະ ກຳປູເຈຍ

ຍສໝ - ຄະນະກຳມະການປະຊາຊົນຂັ້ນແຂວງ ໄດ້ອອກແຈ້ງການສະບັບເລກທີ 3936 / QD-UBND ວ່າດ້ວຍການແກ້ໄຂລະບອບອຸດໜູນ ເທື່ອດຽວສຳລັບຜູ້ຊ່ຽວຊານຖືກແຕ່ງຕັ້ງມາຊ່ວຍເຫຼືອປະເທດລາວແລະ ກຳປູເຈຍ.

ພິທີຕ້ອນຮັບ ນາຍົກລັດຖະມົນຕີລາວ ທ່ານ ທອງລຸນສີສຸລິດ ທີ່ທຳນຽບປະທານປະເທດ

ພິທີຕ້ອນຮັບ ນາຍົກລັດຖະມົນຕີລາວ ທ່ານ ທອງລຸນສີສຸລິດ ທີ່ທຳນຽບປະທານປະເທດ

ຍສໝ - ຕອນບ່າຍວັນທີ 1 ຕຸລາ, ທີ່ທຳນຽບປະທານປະເທດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບຢ່າງເປັນທາງການ ນາຍົກລັດຖະມົນຕີລາວ ທ່ານທອງລຸນສີສຸລິດ ແລະ ພັນລະຍາ ມາຢ້ຽມຢາມແລະເຮັດວຽກ ຢູ່ຫວຽດນາມ.

ສະຫວັນນະເຂດ-ໂຮ່ຈິມິນ ຮ່ວມກັນຈັດງານວາງສະແດງ ແລະ ຈຳໜ່າຍສິນຄ້າ ຢູ່ສະຫວັນ-ໄອເຕັກ

ສະຫວັນນະເຂດ-ໂຮ່ຈິມິນ ຮ່ວມກັນຈັດງານວາງສະແດງ ແລະ ຈຳໜ່າຍສິນຄ້າ ຢູ່ສະຫວັນ-ໄອເຕັກ

ທ້າຍອາທິດທີ່ຜ່ານມາ, ທີ່ສູນການຄ້າສະຫວັນ-ໄອເຕັກ ແຂວງ ສະຫວັນນະເຂດ, ໂດຍແມ່ນສູນສົ່ງເສີມການຄ້າ ແລະ ການລົງທຶນ ນະຄອນໂຮ່ຈິມິນ ສ.ສ ຫວຽດນາມ ຮ່ວມກັບພະແນກອຸດສາຫະກຳ ແລະ ການຄ້າແຂວງສະຫວັນນະເຂດ ສປປ ລາວ ໂດຍໄດ້ຮັບການສະໜັບສະໜູນຈາກສະຖານ ກົງສຸນໃຫຍ່ແຫ່ງ ສປປ ລາວ ປະຈຳນະຄອນໂຮ່ຈິມິນ ແລະ ສະຖານ ກົງສຸນໃຫຍ່ ສສ ຫວຽດນາມ ປະຈຳແຂວງສະຫວັນນະເຂດ ຮ່ວມກັນຈັດຂຶ້ນ.

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວຢ້ຽມຢາມຫວຽດນາມ: 2 ຈຸດທີ່ເປັ່ງປະກາຍຂອງ ສາຍພົວພັນແບບພິເສດ

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວຢ້ຽມຢາມຫວຽດນາມ: 2 ຈຸດທີ່ເປັ່ງປະກາຍຂອງ ສາຍພົວພັນແບບພິເສດ

ຍສໝ - ການລົງທືນ ແລະ ການຄ້າ ແມ່ນສອງຈຸດ ທີ່ເປັ່ງປະກາຍ ຂອງ ສາຍພົວພັນພິເສດ ຫວຽດນາມ - ລາວ. ປະຈຸບັນ, ຫວຽດນາມແມ່ນຜູ້ລົງທຶນໃຫຍ່ອັນດັບທີ 3 ໃນລາວ ດ້ວຍຍອດການລົງທຶນ ເຖິງ 4,1 ຕື້ USD.

ນະຄອນ ດານັງ ໄດ້ຮ່ວມເດີນທາງ ແລະ ແບ່ງປັນຄວາມຫຍຸ້ງຍາກໃຫ້ແຂວງອັດຕະປືພັດທະນາຢ່າງດີຂຶ້ນ

ນະຄອນ ດານັງ ໄດ້ຮ່ວມເດີນທາງ ແລະ ແບ່ງປັນຄວາມຫຍຸ້ງຍາກໃຫ້ແຂວງອັດຕະປືພັດທະນາຢ່າງດີຂຶ້ນ

ຍສໝ - ວັນທີ 30 ກັນຍາ, ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ບັນດາແຂວງພາກໃຕ້ ແລະ ພາກກາງຂອງລາວ, ການນຳນະຄອນດານັງ ນຳໂດຍ ກຳມະການສູນກາງພັກ, ເລຂາຄະນະກຳມະການພັກແຂວງ, ຫົວໜ້າຄະນະຜູ້ແທນສະພາແຫ່ງຊາດ ທ່ານ ເຈືອງກວາງເຫງ໋ຍ ໄດ້ຢ້ຽມຢາມ ແລະ ເຮັດວຽກ ກັບການນຳຂອງຄະນະບໍລິຫານງານພັກແຂວງ ແລະ ອົງການປົກຄອງແຂວງອັດຕະປືຄັ້ງທຳອິດ. ທ່ານ ເລດ ໄຊຍະພອນ, ເລຂາພັກແຂວງ, ເຈົ້າແຂວງແຂວງອັດຕະປື ເປັນປະທານກອງປະຊຸມເຮັດວຽກ ແລະ ຮັບຕ້ອນຄະນະ.

ສອງກອງທັບລາວ - ຫວຽດນາມ ສືບຕໍ່ເພີ່ມທະວີການຮ່ວມມືວຽກງານພະລາທິການ

ສອງກອງທັບລາວ - ຫວຽດນາມ ສືບຕໍ່ເພີ່ມທະວີການຮ່ວມມືວຽກງານພະລາທິການ

ຄະນະຜູ້ແທນກົມໃຫຍ່ພະລາ ທິການກອງທັບປະຊາຊົນລາວ ເຊິ່ງນໍາໂດຍ ສະຫາຍ ພົນຕີ ປອ ວົງຄໍາ ພົມມະກອນ ກໍາມະການ ຄະນະປະຈຳພັກກະຊວງປ້ອງກັນ ປະເທດ, ຫົວໜ້າກົມໃຫຍ່ພະລາ ທິການກອງທັບ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດ ວຽກ ຢູ່ ສສ ຫວຽດນາມ ລະ ຫວ່າງວັນທີ 22-26 ກັນຍາ 2019, ໂດຍໃຫ້ການຕ້ອນຮັບຢ່າງອົບອຸ່ນຈາກ ສະຫາຍ ພົນ ຈັດຕະວາ ເຈິ່ນ ຢຸຍ ຢາງ ຫົວໜ້າ ກົມໃຫຍ່ພະລາທິການກອງທັບ ປະຊາຊົນຫວຽດນາມ.

ຮັບປະກັນຄວາມຄືບໜ້າ, ຄຸນນະພາບຂອງໂຄງການກໍ່ສ້າງຫໍສະພາແຫ່ງຊາດລາວ.

ຮັບປະກັນຄວາມຄືບໜ້າ, ຄຸນນະພາບຂອງໂຄງການກໍ່ສ້າງຫໍສະພາແຫ່ງຊາດລາວ.

ຍສໝ - ໃນຂອບເຂດການຢ້ຽມຢາມແຫ່ງ ສປປ. ລາວ, ຕອນເຊົາວັນທີ 29 ເດືອນກັນຍາ, ປະທານສະພາແຫ່ງຊາດ ຫວຽດນາມ ທ່ານນາງ ຫງວຽນທິກິມເງິນ ແລະ ຄະນະຜູ້ແທນຂັ້ນສູງຂອງສະພາແຫ່ງຊາດ ຫວຽດນາມ ໄດ້ມີການຢ້ຽມຢາມ ແລະ ກວດກາໂຄງການກໍ່ສ້າງຫໍສະພາແຫ່ງຊາດລາວ ທີ່ກຳລັງໄດ້ສ້າງຢູ່ສະໜາມຫຼວງທາດຫຼວງ, ສູນກາງຂອງນະຄອນຫຼວງວຽງຈັນ.

|< < 1 2 3 4 5 > >|
302 Found

Found

The document has moved here.