ຍສໝ - ຫວຽດນາມ ຫາກໍ່ປະສົບຜົນສຳເລັດຄັ້ງທີ 2 ໃນບົດບາດເປັນກຳມະການບໍ່ຖາວອນຂອງສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021. ດ້ວຍຈິດໃຈ “ແມ່ນຄູ່ຮ່ວມມື ເພື່ອສັນຕິພາບແບບຍືນຍົງ”, ຫວຽດນາມ ໄດ້ເປັນສົມກັບຄວາມມຸ່ງມາດປາດຖະໜາຂອງ ບັນດາປະເທດຄູ່ຮ່ວມມື, ເພື່ອນມິດ ແລະ ປະຊາຄົມສາກົນ...
ຍສໝ - ວັນທີ 17 ມັງກອນ, ສະຖານທູດ ສ. ເກົາຫຼີ ທີ່ຫວຽດນາມ ແລະ ສະຖານທູດຫວຽດນາມ ທີ່ ສ. ເກົາຫຼີ ໄດ້ປະສານສົມທົບຈັດຕັ້ງພິທີປະກາດໃຊ້ໂລໂກ້ສັນຍາລັກ ລະນຶກ 30 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ຫວຽດນາມ - ສ. ເກົາຫຼີ.
ຍສໝ - ມະຫາວິທະຍາໄລກຽນຢາງ ຫາກໍ່ຈັດຕັ້ງພານັກສຶກສາກຳປູເຈຍເກືອບ 50 ຄົນທີ່ພວມຮ່ຳຮຽນຢູ່ໂຮງຮຽນກັບເມືອຢ້ຽມຢາມຄອບຄົວໃນໂອກາດບຸນປີໃໝ່ປະຈຳຊາດຫວຽດນາມ ປີ 2022.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 72 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ຈີນ (ວັນທີ 18 ມັງກອນ 1950 – 18 ມັງກອນ 2022), ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ, ທ່ານປະທານປະເທດ ຫງວຽນຊວັນຟຸກ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ແລກປ່ຽນໂທລະເລກຊົມເຊີຍ ກັບທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ, ທ່ານນາຍົກລັດຖະມົນຕີ ຫຼີເຄີຊຽງ, ທ່ານປະທານສະພາປຶກສາການເມືອງປະຊາຊົນແຫ່ງຊາດ ຈີນ ລີ໊ຈານຊູ.
ຍສໝ - ຕອບຮັບຕາມຄຳເຊີນຂອງຮອງນາຍົກລັດຖະມົນຕີ - ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ປະເທດກຳປູເຈຍ ທ່ານ Park Sokhonn, ລັດຖະມົນຕີກະຊວງການຕ່າງປະເທດ ທ່ານ ບຸ່ຍແທັງເຊີນ ຈະໄປຢ້ຽມຢາມລາຊາອານາຈັກກຳປູເຈຍ ລະຫວ່າງວັນທີ 19 ຫາ 20 ມັງກອນ 2022 ຕອບຮັບຕາມຄຳເຊີນຂອງຮອງນາຍົກລັດຖະມົນຕີ - ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ປະເທດກຳປູເຈຍ ທ່ານ Park Sokhonn, ລັດຖະມົນຕີກະຊວງການຕ່າງປະເທດ ທ່ານ ບຸ່ຍແທັງເຊີນ ຈະໄປຢ້ຽມຢາມລາຊາອານາຈັກກຳປູເຈຍ ລະຫວ່າງວັນທີ 19 ຫາ 20 ມັງກອນ 2022.
ຍສໝ - ນັກຖ່າຍຮູບ ຫວູແມັງເກື່ອງ ຂອງ ຫວຽດນາມ ຍາດໄດ້ຫຼຽນຄຳ FIAP ດ້ວຍຮູບຖ່າຍ “ຕອນບ່າຍຢູ່ອ່າວກາດບ່າ” ທີ່ງານປະກວດຮູບຖ່າຍສາກົນ RGB ປີ 2021.
ວັນທີ 16 ມັງກອນ, ທີມຊາດຍິງຫວຽດນາມ ດ້ວຍສະມາຊິກ 10 ຄົນໄດ້ມີໜ້າຢູ່ອິນເດຍ ເພື່ອເຂົ້າຮ່ວມການແຂ່ງຂັນຮອບຊິງຊະນະເລີດບານເຕະຍິງອາຊີ 2022. ໂດຍຮັບຮູ້ວ່າ ສະມາຊິກຄົນອື່ນໆອີກ 19 ຄົນແມ່ນຍັງຢູ່ແອັດສະປາຍ (ສະຖານທີ່ຝຶກແອບ) ເພື່ອປິ່ນປົວ ແລະໜູນຊ່ວຍປິ່ນປົວໂຄວິດ-19.
ທີ່ບ້ານມ່ວງ, ເມືອງສົບເບົາ, ແຂວງຫົວພັນ, ລາວ, ກອງບັນຊາການທະຫານຊາຍແດນແຂວງເຊີນລາ ຫາກໍ່ດໍາເນີນພິທີມອບ-ຮັບປ້ອມຕໍາຫຼວດບ້ານມ່ວງໃຫ້ຫ້ອງການປ້ອງກັນຄວາມສະຫງົບເມືອງສົບເບົາ.
ຍສໝ - ຕາມທ່ານຮອງນາຍົກລັດຖະມົນຕີ ດັ້ງຫ່ວາງອ່ານ ແລ້ວ, ວົງເງິນການຄ້າສອງຝ່າຍລະຫວ່າງ ຫວຽດນາມ ແລະ ເບລາຣຸດ ຍັງບໍ່ສົມກັບຄວາມສາມາດບົ່ມຊ້ອນ. ໃນຂອບເຂດການຢ້ຽມຢາມຫວຽດນາມຢ່າງເປັນທາງການ ຂອງທ່ານນາຍົກລັດຖະມົນຕີ ເບລາຣຸດ R.A. Golovchenko ໃນປີ 2022, ບັນດາວິສາຫະກິດຂອງສອງປະເທດ ສາມາດພົບປະແລກປ່ຽນໂດຍກົງ ເພື່ອຊຸກຍູ້ການຮ່ວມມືດ້ານການຄ້າ ແລະ ການລົງທຶນ.
ຍສໝ - ຫວ່າງແລ້ວນີ້, ທ່ານຮອງປະທານຄະນະກໍາມະການປະຊາຊົນນະຄອນ ເກີນເທີ ຫງວຽນຖືກຮ້ຽນ ພ້ອມກັບຜູ້ຕາງໜ້າບັນດາພະແນກ, ຂະແໜງ ການທີ່ກ່ຽວຂ້ອງ ໄດ້ມີການເຮັດວຽກທາງອອນໄລກັບບັນດາຜູ້ແທນໂຮນລັງ ກ່ຽວກັບການປະຕິບັດໂຄງການທົດລອງເກັບຂີ້ເຫຍື້ອຢູ່ແມ່ນ້ຳເຮົ້າ ຂອງອົງການ Clear Rivers.
ຍສໝ - ຍສໝ - ດ້ວຍວົງເງິນບັນລຸກ່ວາ 1 ຕື້ USD ໃນປີ 2020, ຫວຽດນາມ ໄດ້ບືນຕົວຂຶ້ນນຳໜ້າບັນດາປະເທດຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ໃນການສົ່ງອອກໄປຍັງ ຮຸງກາຣີ. ປີ 2021 ຫວຽດນາມ ຍັງຮັກສາໄດ້ທີ່ຕັ້ງນີ້.
ຍສໝ - ຫວ່າງແລ້ວນີ້, ໝາກອາໂວກາໂດ ແຊ່ເຢັນ ແນວພັນ Booth 7 ຈາກບັນດາແຂວງເຕີຍງວຽນຂອງ ຫວຽດນາມ ຈຳນວນ 3 ໂຕນ ໄດ້ຈຳໜ່າຍຢູ່ຕະຫຼາດ ອົດສະຕາລີ,
ຍສໝ - ກົມການນຳເຂົ້າ-ສົ່ງອອກ (ກະຊວງອຸດສາຫະກຳ ແລະ ການຄ້າ) ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ ຈີນ ໄດ້ເພີ່ມທະວີການນຳເຂົ້າຢາງພາລາຈາກຫວຽດນາມ. ອັດຕາສ່ວນກວມຕະຫຼາດຢາງພາລາຂອງຫວຽດນາມໃນການນຳເຂົ້າຢາງພາລາທັງໝົດຂອງຈີນໃນ 11 ເດືອນຕົ້ນປີ 2021 ກວມເອົາ 17,7%.
ຍສໝ - ປີ 2021, ຫວຽດນາມ ກວມເອົາເກືອບ 80% ຍອດມູນຄ່າວົງເງິນຜະລິດຕະພັນກະເສດທີ່ກຳປູເຈຍ ສົ່ງອອກ, ໃນນັ້ນ ໝາກພິກໄທ, ແກ່ນໝາກມ່ວງຫິມະພານ, ຖົ່ວຂຽວ... ກວມເອົາ 96-99% ຍອດປະລິມານຜະລິດຕະພັນ.
ຍສໝ - ຕອນເຊົ້າວັນທີ 11 ມັງກອນ, ຢູ່ຮ່າໂນ້ຍ, ທ່ານພົນໂທ ຫງວຽນເຕິນເກື່ອງ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບ ທ່ານພົນເອກ Vong Pisen, ຜູ້ບັນຊາການໃຫຍ່ທະຫານພະບໍລົມວົງສານຸວົງກຳປູເຈຍ.
ວັນທີ 10 – 11 ມັງກອນ, ສື່ມວນຊົນ ລາວ ໄດ້ລົງຫຼາຍຂ່າວ, ບົດ, ສາລະຄະດີ, ພາບຖ່າຍ ກ່ຽວກັບການເຄື່ອນໄຫວຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ ລາວ ຢູ່ ຫວຽດນາມ.
ຍສໝ - ຕອນບ່າຍ ວັນທີ 10 ມັງກອນ, ທ່ານນາຍົກລັດຖະມົນຕີ ສປປ ລາວ ພັນຄຳ ວິພາວັນ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງລັດຖະບານ ໄດ້ເດີນທາງອອກຈາກ ນະຄອນຫຼວງ ຮ່າໂນຍ, ສິ້ນສຸດການຢ້ຽມຢາມ ສສ ຫວຽດນາມ ເປັນທາງການຢ່າງຈົບງາມ ໃນລະຫ່ວາງວັນທີ 08 -10 ມັງກອນ 2022, ໂດຍຕອບສະໜອງຄຳເຊີນຂອງ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ.
ຍສໝ - ຕອນເຊົ້າຂອງວັນທີ 11 ມັງກອນ (ເວລາທີ່ຫວຽດນາມ), ທ່ານ ນາງ Mary Ng - ລັດຖະມົນຕີຮັບຜິດຊອບການຄ້າສາກົນ, ສົ່ງເສີມການສົ່ງອອກ, ວິສາຫະກິດຂະໜາດນ້ອຍ ແລະ ພັດທະນາເສດຖະກິດ ຂອງການາດາ ແລະ ທ່ານ ຫງວຽນຮົ່ງຢ໊ຽນ ລັດຖະມົນຕີກະຊວງອຸດສະຫະກຳການຄ້າຫວຽດນາມ ໄດ້ຮ່ວມກັນເປັນສັກຂີພະຍານໃນພິທີເຊັນບົດບັນທຶກຊ່ວຍຈຳ (MOU) ໃນຮູບແບບທາງໄກອອນໄລ໌ ແລະ ການສ້າງຕັ້ງຄະນະກຳມະການຮ່ວມດ້ານເສດຖະກິດ (JEC) ລະຫວ່າງ ຫວຽດນາມ ກັບ ການາດາ.
ຍສໝ - ຕອນເຊົ້າວັນທີ 10 ມັງກອນ ຢູ່ທີ່ດ່ານຊາຍແດນສາກົນ ມົກບາຍ (ແຂວງເຕີຍນິ່ງ), ໂດຍໄດ້ຮັບມອບສິດຂອງກອງບັນຊາການທະຫານເຮືອປະຊາຊົນຫວຽດນາມ, ທະຫານເຮືອ ເຂດ 5 ໄດ້ຈັດຕັ້ງພິທີມອບອຸປະກອນຮັບໃຊ້ຫ້ອງການໃຫ້ແກ່ທະຫານເຮືອລາດຊະວົງກຳປູເຈຍ.
ຍສໝ - ລະຫວ່າງ ຫວຽດນາມ ແລະ ອິນເດຍ ມີວິໄສທັດ ແລະ ວິທີການເຂົ້າເຖິງ ກັບບັນດາບັນຫາສາກົນໃຫຍ່, ບັນດາບັນຫາໃນພາກພື້ນ.
ຍສໝ - ຕອນບ່າຍວັນທີ 10 ມັງກອນ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ແລະ ທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ ໄດ້ພົບປະກັບວິສາຫະກິດຂອງ 2 ປະເທດ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫງວຽນຈີ໋ຢຸງ ໃຫ້ຮູ້ວ່າ: ຫວຽດນາມ ມີ 209 ໂຄງການລົງທຶນຢູ່ລາວ ດ້ວຍຍອດຈຳນວນທຶນຈົດທະບຽນ 5,1 ຕື້ USD. ຫວຽດນາມຢືນອັນດັບ 3 ໃນບັນດາປະເທດລົງທຶນຢູ່ລາວ.
ຍສໝ - ວັນທີ 9 ມັງກອນ, ທ່ານລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໂຕເລິມ ໄດ້ມີການພົບປະເຈລະຈາກັບທ່ານລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລາວ ວິໄລ ຫຼ້າຄຳຟອງ ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມຄະນະກຳມະການຮ່ວມມືທະວີພາຄີລະຫວ່າງ ລັດຖະບານ ຫວຽດນາມ ແລະ ລັດຖະບານ ລາວ ຄັ້ງທີ 44 ຢູ່ ຫວຽດນາມ, ຕອນບ່າຍວັນທີ 9 ມັງກອນ, ຢູ່ ຮ່າໂນ້ຍ, ທ່ານເລຂາທີໜຶ່ງ ສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ຫງວຽນແອັງຕວ໊ນ ໄດ້ຕ້ອນຮັບທ່ານເລຂາສູນກາງຄະນະຊາວໜຸ່ມ ປະຊາຊົນປະຕິວັດ ລາວ ອາລຸນໄຊ ສູນນະລາດ.
ຍສໝ - ເມື່ອບໍ່ດົນມານີ້, ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຈັດກອງປະຊຸມທາງໄກສະຫຼຸບວຽກງານເຊື່ອມໂຍງເຂົ້າກັບສາກົນ ແລະ ການພົວພັນຕ່າງປະເທດດ້ານປ້ອງກັນຊາດ ປີ 2021 ໂດຍ ທ່ານພົນໂທ ຮ່ວາງຊວັນຈຽນ, ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ເປັນປະທານ.
ຍສໝ - ຕາມຂໍ້ມູນຈາກນັກຂ່າວສຳນັກຂ່າວສານຫວຽດນາມ ທີ່ພະນົມເປັນ ໃນວັນທີ 7 ມັງກອນ ໃຫ້ຊາບວ່າ: ເນື່ອງໃນໂອກາດລະນຶກ 43 ປີ ແຫ່ງໄຊຊະນະເໜືອລະບອບການຂ້າງລ້າງເຜົ່າພັນ Pol Pot (ວັນທີ 7 ມັງກອນ 1979 - ວັນທີ 7 ມັງກອນ 2022), ປະທານພັກປະຊາຊົນກຳປູເຈຍ (CPP) ທີ່ກຳອຳນາດ, ທ່ານນາຍົກລັດຖະມົນຕີ ສົມເດັດ ຕີຈໍ່ ຮຸນແຊນ ໄດ້ກ່າວຖະແຫຼງການຢ່າງຈະແຈ້ງວ່າ: “ວັນທີ 7 ມັງກອນ 2022 ເປັນວັນລະນຶກ 43 ປີ ແຫ່ງໄຊຊະນະປະຫວັດສາຂອງປະຊາຊົນກຳປູເຈຍໃນການໂຄ່ນລົ້ມລະບອບຂ້າລ້າງເຜົ່າພັນ Pol ...
ຕອນເຊົ້າວັນທີ 8/1, ພາຍຫຼັງພິທີຕ້ອນຮັບ ແລະ ການພົບປະເຈລະຈາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈີ້ງ ແລະ ທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ ໄດ້ເປັນປະທານກອງປະຊຸມຖະແຫຼງຂ່າວກ່ຽວກັບໝາກຜົນການເຈລະຈາ.
ຫວຽດນາມ ຍາມໃດກໍກຽມພ້ອມໃຫ້ການຊ່ວຍເຫຼືອ ລາວ ຈົນສຸດຄວາມສາມາດຂອງຕົນເທົ່າທີ່ສາມາດເຮັດໄດ້ ເພື່ອປະກອບສ່ວນເຂົ້າໃນການແບ່ງປັນ, ຊ່ວຍເຫຼືອ ລາວ ແກ້ໄຂຄວາມຫຍຸ້ງຍາກ.
ໃນຊຸມປີຜ່ານມາ, ການພົວພັນລະຫວ່າງສອງປະເທດ ຫວຽດນາມ ລາວ ໃນທຸກຂົງເຂດ ນັບແຕ່ດ້ານການເມືອງ - ການທູດ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ເສດຖະກິດ, ວັດທະນະທຳ - ສັງຄົມ ນັບມື້ນັບໄດ້ເປີດກ້ວາງ ແລະ ພັດທະນາ, ນຳມາເຊິ່ງຜົນປະໂຫຍດອັນດີງາມໃຫ້ແກ່ປະຊາຊົນທັງສອງປະເທດ.
ຕອນເຊົ້າວັນທີ 8 ມັງກອນ, ຄະນະຜູ້ແທນຂັ້ນສູງລັດຖະບານແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ນຳໂດຍທ່ານ ພັນຄຳ ວິພາວັນ, ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີລາວ ໄດ້ເດີນທາງມາຮອດນະຄອນຫຼວງຮ່າໂນ້ຍ ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ໃນລະຫ່າງວັນທີ 8-10 ມັງກອນ ຕາມຄຳເຊີນຂອງທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ.
ຍສໝ - ທ່ານເຈົ້າແຂວງຄຳມ່ວນ ໃຫ້ຮູ້ວ່າ: ໂຮຽຮຽນມັດທະຍົມວິຊາຊີບຕົວແບບມິດຕະພາບ ລາວ-ຫວຽດນາມແມ່ນການສະແດງໃຫ້ເຫັນນ້ຳໃຈມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ລາວ-ຫວຽດນາມ.