ຍສໝ - ຕອນເຊົ້າວັນທີ 19 ກໍລະກົດ, ຢູ່ສະໜາມບິນ ເຕິນເຊີນເຍີດ, ຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ ໄດ້ຈັດພິທີມອບ - ຮັບ ເຄື່ອງອຸປະກອນການແພດທີ່ລັດຖະບານ ແລະປະຊາຊົນລາຊະອານາຈັກ ກໍາປູເຈຍ ໜູນຊ່ວຍ ນະຄອນໃນການປ້ອງກັນ ແລະ ສະກັດກັ້ນ COVID-19.
ວົງເງິນສົ່ງອອກ-ນຳເຂົ້າລະຫວ່າງ ຫວຽດນາມ ແລະ ສະຫະພາບ ເອີລົບ ໃນໄລຍະ 6 ເດືອນຕົ້ນປີ 2021 ບັນລຸ 27,67 ຕື້ USD, ເພີ່ມຂຶ້ນ 18,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020.
ດ້ວຍມູນຄ່າການນໍາເຂົ້າຜັກ-ໝາກໄມ້ໃນແຕ່ລະປີບັນລຸກວ່າ 6 ຕື້ປອນ (ເທົ່າກັບ 8,4 ຕື້ໂດລາສະຫະລັດ), ລາຊະອານາຈັກອັງກິດ ແມ່ນຕະຫຼາດໃຫຍ່ທີ່ເຕັມໄປດ້ວຍຄວາມສາມາດບົ່ມຊ້ອນສຳລັບການສົ່ງອອກຜັກ-ໝາກໄມ້ຂອງຫວຽດນາມ.
ຍສໝ - ສະຖານກົງສຸນຂອງບັນດາປະເທດ ສະໜັບສະໜູນບ້ວງເງິນ ເພື່ອຮັບໃຊ້ໃນການປ້ອງກັນ ແລະ ສະກັດກັ້ນ ໂລກລະບາດ COVID-19 ທີ່ ນະຄອນໂຮ່ຈິມິນ.
ຍສໝ - ຫວຽດນາມ ບັນລຸໄດ້ບັນດາຄວາມກ້າວໜ້າໃນການປະຕິບັດບັນດາສິດທິດ້ານເສດຖະກິດ, ສັງຄົມ ແລະ ວັດທະນະທຳ ເຊິ່ງໄດ້ສ່ອງແສງຜ່ານບັນດາການປັບປຸງໃນດັດຊະນີຄວາມທຸກຍາກຫຼາຍແງ່ມູມ, ຄວາມກ້າວໜ້າໃນການບໍລິຫານພາກລັດ ແລະ ລັດແຫ່ງສິດອຳນາດນິຕິບັນຍັດ…
ເຖິງວ່າສະພາບໂລກລະບາດໂຄວິດ-19 ພວມມີການຜັນແປໄປຢ່າງສັບສົນກໍ່ຕາມ, ແຕ່ ລາວ ແລະ ຫວຽດນາມ ຍັງສືບຕໍ່ເພີ່ມທະວີສາຍພົວພັນນັບທັງລວງກວ້າງ ແລະ ລວງເລິກ, ຈາກຂັ້ນສູນກາງລົງຮອດຂັ້ນທ້ອງຖິ່ນ ເພື່ອຜົນປະໂຫຍດຂອງປະຊາຊົນລາວ - ຫວຽດນາມ.
ການນຳສອງປະເທດ ໄດ້ປາດຖະໜາວ່າ ຈະຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດໃຫ້ຫຼາຍກວ່າອີກ, ໃນນັ້ນ ມີສອງອົງການນິຕິບັນຍັດ; ສືບຕໍ່ຮັກສາການພົບປະແລກປ່ຽນ ດ້ວຍບັນດາຮູບແບບທີ່ເໝາະສົມ; ເສີມຂະຫຍາຍກົນໄກສົມທົບກັນຢ່າງແໜ້ນແຟ້ນ ໃນບັນດາເວທີປາໄສຫຼາຍຝ່າຍ; ສະໜັບສະໜູນຫຼັກໝັ້ນຂອງກັນກ່ຽວກັບບັນດາບັນຫາຂອງພາກພື້ນ ແລະ ສາກົນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ.
ຕາມມະຕິເລກທີ 21 ຂອງລັດຖະບານປະກາດໃຊ້ໃນວັນທີ 26 ກຸມພາ 2021 ກ່ຽວກັບການຊື້ ແລະ ນຳໃຊ້ວັກຊິນກັນໂຄວິດ-19, ຫວຽດນາມ ໄດ້ວາງເປົ້າໝາຍຊື້ວັກຊິນ 150 ລ້ານໂດສ ເພື່ອສັກໃຫ້ພົນລະເມືອງ 70%.
ຫວ່າງແລ້ວນີ້, ຢູ່ດ່ານສາກົນຈໍຫລໍ-ນາເພົ້າ, ກອງບັນຊາການຕໍາຫຼວດແຂວງກວາງບິ່ງ ສສ ຫວຽດນາມ ໄດ້ນຳເອົາອຸປະກອນການແພດ ແລະເງິນຈຳນວນໜຶ່ງມາມອບໃຫ້ກອງບັນນຊາການ ປກສ ແຂວງຄຳມ່ວນ ເພື່ອປະກອບສ່ວນຊ່ວຍເຫລືອເຂົ້າໃນວຽກງານຕ້ານ ແລະສະກັດກັ້ນພະຍາດໂຄວິດ-19 ກ່າວມອບໂດຍ ທ່ານ ພັນເອກພິເສດ ຟານດັງຕີ໊ງ ຮອງຫົວໜ້າກອງບັນຊາການຕຳຫລວດແຂວງກວາງບິ່ງ ແລະ ກ່າວຮັບໂດຍທ່ານ ພັນໂທ ຄຳສິງ ນົນທະສອນ ຮອງຫົວໜ້າກອງບັນຊາການ ປກສ ແຂວງຄຳມ່ວນ, ມີພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.
ຍສໝ - ອົງການຈັດຕັ້ງໂອ້ລົມສົນທະນາຜູ້ນຳອົດສະຕາລີ - ຫວຽດນາມ (AVLD) ຫາກໍ່ເລືອກເອົາຜູ້ນຳໜຸ່ມ 22 ຄົນ (ອາຍຸ 25-35 ປີ) ເພື່ອເປັນຕົວແທນໃຫ້ອົດສະຕາລີ ແລະຫວຽດນາມເຂົ້າຮ່ວມການໂອ້ລົມສົນທະນາ ປີ 2021.
ວັນທີ 6 ກໍລະກົດ, ຢູ່ ຮ່າໂນ້ຍ ໄດ້ດຳເນີນພິທີມອບ - ຮັບ ອຸປະກອນໃນຫ້ອງກວດວິໄຈຫາເຊື້ອພະຍາດໂຄວິດ - 19 ໂດຍສະຖານທູດ ອາເມລິກາ ປະຈຳ ຮ່າໂນ້ຍ ມອບໃຫ້ກະຊວງປ້ອງກັນປະເທດ ຫວຽດນາມ.
ກະຊວງສຶກສາ ແລະກໍ່ສ້າງຫວຽດນາມ ປະກາດຮັບສະໝັກຄູອາຈານ 22 ຄົນຕື່ມອີກເພື່ອໄປສອນພາສາຫວຽດນາມ ຂັ້ນປະຖົມ, ມັດທະຍົມ, ມະຫາວິທະຍາໄລ/ສະຖາບັນ, ວິທະຍາໄລ, ອົງການກະຊວງ, ຂະແໜງການໃນສົກຮຽນ 2021-2022 ແລະ 2022-2023.
ບັນດາປະເພດສິນຄ້າ ທີ່ລາວສົ່ງອອກໄປຍັງປະເທດທີ 3 ຜ່ານຫວຽດນາມສ່ວນຫຼາຍແມ່ນ ແຮ່ໂລຫະ ແລະ ເຄື່ອງໃຊ້ສອຍ, ມີຍອດນ້ຳໜັກປະທານ 480.000 ໂຕນ.
ຫວ່າງແລ້ວນີ້, ທ່ານ ຟ້າມມິງຈີ໊ງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໄດ້ສົນທະນາທາງໄກກັບທ່ານ Manuel Marrero Cruz ນາຍົກລັດຖະມົນຕີ ແຫ່ງ ສ. ກູບາ ເພື່ອແລກປ່ຽນກ່ຽວກັບທິດທາງ, ມາດຕະການສືບຕໍ່ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ ແລະຄວາມໄວ້ເນື້ອເຊື່ອໃຈລະຫວ່າງສອງພັກ, ສອງລັດຖະບານ ແລະປະຊາຊົນສອງປະເທດ.
ກອງປະຊຸມວິຊາການດ້ານແຮງງານ ແລະສະຫວັດດີການສັງຄົມລາວ-ຫວຽດນາມ (ໂດຍຜ່ານລະບົບທາງໄກ) ລະຫວ່າງກະຊວງແຮງງານ ແລະສະຫວັດດີການສັງຄົມ ສປປ ລາວ ແລະກະຊວງແຮງງານ-ເສຍອົງຄະ ແລະສັງຄົມ ສສ ຫວຽດນາມ ໄດ້ຈັດກອງປະຊຸມລະຫວ່າງວັນທີ 29-30 ມິຖຸນາ 2021. ຝ່າຍລາວ ນຳໂດຍ ທ່ານ ວິໄລພົງ ສີສົມຫວັງ ຫົວໜ້າກົມແຜນການ ແລະການຮ່ວມມືສາກົນກະຊວງແຮງງານ ແລະສະຫວັດດີການສັງຄົມ ພ້ອມດ້ວຍຄະນະ ແລະຝ່າຍຫວຽດນາມ ນຳໂດຍ ທ່ານ ຫງວຽນແມ໋ງເກືອງ ຫົວໜ້າກົມຮ່ວມມືສາກົນກະຊວງແຮງງານ-ເສຍອົງຄະ ແລະສັງຄົມ ສສ ຫວຽດນາມ ພ້ອມດ້ວຍຄະນະເຂົ້າຮ່ວມ.
ທະນາຄານໂລກ (WB) ຫາກໍອະນຸມັດຜ່ານສອງໂຄງການນະໂຍບາຍພັດທະນາ (DPO) ລວມມູນຄ່າ 321,5 ລ້ານ USD ກ່ຽວກັບການໜູນຊ່ວຍບັນດາຄວາມມານະພະຍາຍາມຟື້ນຟູຂອງ ຫວຽດນາມ.
ຍສໝ - ຫວ່າງແລ້ວນີ້, ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທງເຊີນ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດທາງອອນລາຍ ພາກພື້ນອາຊີ ແລະ ປາຊີຟິກ ກ່ຽວກັບການຮ່ວມມືເຂດລ້ອມຮອບ ແລະ ເສັ້ນທາງ.
ວັນທີ 22 ມິຖຸນາ, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ ໄດ້ຕ້ອນຮັບທ່ານ Dominic Raab ລັດຖະມົນຕີກະຊວງການຕ່າງປະເທດ ແລະພັດທະນາອັງກິດ ທີ່ພວມມີການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ແລະເຂົ້າຮ່ວມກອງປະຊຸມປຶກສາຫາລືດ້ານນະໂຍບາຍລະດັບສູງ ASEM.
ໃນວັນທີ 23 ມິຖຸນາ 2021, ຢູ່ຮ່າໂນ້ຍ ສສ.ຫວຽດນາມ, ທ່ານລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ບຸ່ຍແທັງເຊີນ ໄດ້ມີການເຈລະຈາກັບທ່ານລັດຖະມົນຕີກະຊວງການຕ່າງປະເທດ ສ.ເກົາຫຼີ ຈຸງ ອຸຍ ຢົງ.
ຍສໝ - ນີ້ແມ່ນເຫດການເປີດສາກໃຫ້ແກ່ສັບປະດາລິ້ນຈີຫວຽດນາມໂດຍຫ້ອງການການຄ້າຫວຽດນາມປະຈຳອົດສະຕາລີປະຕິບັດ. ຈຳນວນລິ້ນຈີຂາຍປະມູນໄດ້ເລືອກເອົາຈາກງວດສິນຄ້າລິ້ນຈີສົດ 17 ໂຕນເຊິ່ງຫາເຂົ້າທຽບທ່າແລະຈຳໜ່າຍຢູ່ລັດອົດສະຕາລີຕາເວັນຕົກ.
ຫວ່າງແລ້ວນີ້, ທີ່ການເຮັດວຽກກັບທ່ານ Carolyn Turk ຜູ້ອຳນວຍການທະນາຄານໂລກ ປະຈຳ ຫວຽດນາມ, ທ່ານ ດ່າວງອັກຢູງ ລັດຖະມົນຕີກະຊວງແຮງງານ-ທະຫານເສຍອົງເຄາະ ແລະສັງຄົມຫວຽດນາມ ສະເໜີທະນາຄານໂລກ ສືບຕໍ່ຊ່ວຍຫວຽດນາມ ແກ້ໄຂບັນດາບັນຫາຫຼັກແຫຼ່ງໃນຂົງເຂດຮັບປະກັນຊີວິດສັງຄົມ, ຫຼຸດຜ່ອນຄວາມທຸກຍາກ, ຮັດແຄບຊ່ອງຫວ່າງລະຫວ່າງບັນດາພາກພື້ນ.
ຍສໝ - ສະເພາະໃນເດືອນພຶດສະພາ 2021, ວົງເງິນການຄ້າສອງສົ້ນຫວຽດນາມ-ລາວ ບັນລຸກວ່າ 113 ລ້ານໂດລາສະຫະລັດ, ເມື່ອທຽບໃສ່ໄລຍະດຽວກັນແມ່ນເພີ່ມຂຶ້ນແຮງພໍສົມຄວນ 56,7%.
ຍສໝ - ໃນຕອນເຊົ້າວັນທີ 19 ມິຖຸນາ 2021, ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ໄດ້ມີການໂອ້ລົມທາງໂທລະສັບ ອວຍພອນທ່ານ Antonio Guterres ໃນໂອກາດທ່ານຫາກໍ່ໄດ້ສະມັດຊາໃຫ່ຍ ສປຊ ແຕ່ງຕັ້ງເປັນເລຂາທິການໃຫ່ຍ ສປຊ ຄືນໃໝ່ ອາຍຸການ 2022-2026 ແລະ ແລກປ່ຽນກ່ຽວກັບການເພີ່ມທະວີການພົວພັນລະຫວ່າງ ຫວຽດນາມ-ສປຊ.
ສູນດັ່ງກ່າວໄດ້ຕີລາຄາສູງລະດັບເຕີບໂຕເສດຖະກິດຂອງຫວຽດນາມ ໃນປີ 2020 ແລະ ເຊື່ອໝັ້ນວ່າ ນີ້ອາດຈະແມ່ນສະຖານທີ່, ແມ່ນຕະຫຼາດທີ່ດີໃຫ້ແກ່ບັນດາບໍລິສັດເຕັກໂນໂລຊີຂອງອີຣານ.
ຍສໝ - ວັນທີ 16 ມິຖຸນາ, ກົມສົ່ງເສີມການຄ້າ ຫວຽດນາມ ໃຫ້ຮູ້ວ່າ, ບັນດາວິສາຫະກິດຝລັ່ງ ໄດ້ຕັດສິນໃຈເລັ່ງແຜນການນຳ ເຂົ້າໝາກລິ້ນຈີ່ແກ່ນນ້ອຍຫວຽດນາມ ເພື່ອຕອບສະໜອງຄວາມຕ້ອງການຂອງຕະຫຼາດ ແລະຈະນຳ ເຂົ້າໝາກລິ້ນຈີ່ແກ່ນນ້ອຍ ງວດທີສອງໃນອາທິດນີ້.
ຍສໝ - ຄາດວ່າ Nanogen ຈະມີຂອບຂະໜາດການຜະລິດວັກຊິນປະມານ 20 – 30 ລ້ານໂດສ/ປີ ແລະ ອາດຈະຍົກສະມັດຕະພາບຂຶ້ນເມື່ອໄດ້ຮັບການລົງທຶນ.
ຍສໝ - ຫວ່າງມໍ່ໆມານີ້, ຢູ່ຮ່າໂນ້ຍ, ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟື່ອງງາ - ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ (VUFO) ໄດ້ມອບຂອງຂວັນທີ່ເປັນສັນຍາລັກເກືອບ 500 ລ້ານດົ່ງ ຜ່ານສູນກາງແນວໂຮມປະເທດຊາດຫວຽດນາມ ເພື່ອສະໜັບສະໜູນກອງທຶນການສັກຢາວັກຊີນຕ້ານ COVID-19.
ໃນສະພາບທີ່ຫວຽດນາມ ກໍາລັງສຸມໃສ່ຮັບມືກັບການຜັນແປທີ່ສັບສົນຂອງພະຍາດໂຄວິດ-19, ໃນຊຸມວັນຜ່ານມາ, ແຂວງຕ່າງໆຂອງລາວ ໄດ້ສະໜັບສະໜູນເງິນເພື່ອຮ່ວມແຮງຮ່ວມໃຈພ້ອມກັບລັດຖະບານ ແລະປະຊາຊົນຫວຽດນາມ ປ້ອງກັນ, ຕ້ານພະຍາດໂຄວິດ-19.
ຕອນບ່າຍວັນທີ 11 ມິຖຸນາ, ທ່ານພົນໂທ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ມີການເຈລະຈາທາງໂທລະສັບກັບທ່ານພົນເອກ Sergey Kuzhugetovich Shoygu, ລັດຖະມົນຕີກະຊວງປ້ອງກັນປະເທດ ສະຫະພັນ ລັດເຊຍ.
ເພື່ອຮ່ວມແຮງຮ່ວມໃຈກັບລັດຖະບານ ແລະປະຊາຊົນຫວຽດນາມ ໃນການຕໍ່ສູ້ປ້ອງກັນ, ຕ້ານພະຍາດໂຄວິດ-19, ຕອນເຊົ້າວັນທີ 10 ມິຖຸນາ, ກຸ່ມບໍລິສັດພົງຊັບທະວີ ຈຳກັດຜູ້ດຽວ (ລາວ) ໄດ້ບໍລິຈາກເງິນສົດ ແລະວັດຖຸດ້ວຍມູນຄ່າທັງໝົດ 1 ລ້ານໂດລາສະຫະລັດໃຫ້ແກ່ກອງທຶນປ້ອງກັນ, ຕ້ານພະຍາດໂຄວິດ-19 ຂອງຫວຽດນາມ.