ຍສໝ - ທີ່ວັນບຸນ, ບັນດານັກສຶກສາ ຫວຽດນາມ, ລາວ, ກຳປູເຈຍໄດ້ພ້ອມກັນພົວພັນແລກປ່ຽນ, ເຂົ້າຮ່ວມພິທີບາສີສູ່ຂວັນ ແລະ ຫົດນ້ຳ ແມ່ນບັນດາພິທີອວຍພອນປີໃໝ່ພາວະນາຄວາມໂສກດີ ແລະ ຍາມໃດກໍ່ໄດ້ນຳໃຊ້ເພື່ອຮັບແຂກດ້ວຍຄວາມໝາຍອວຍພອນຄວາມຜາສຸກ, ຜົນສຳເລັດ ແລະ ຄວາມໂສກດີເນື່ອງໃນໂອກາດບຸນປີໃໝ່ຂອງ ລາວ ແລະ ກຳປູເຈຍ.
ກອງປະຊຸມປຶກສາຫາລື ກ່ຽວກັບການເຝົ້າລະວັງ, ຄວບຄຸມ-ສະກັດກັ້ນ ແລະ ແກ້ໄຂບັນຫາການລະບາດ ຂອງພະຍາດໂຄວິດ-19 ພາຍໃນເມືອງຈອມເພັດ ໄດ້ຈັດຂຶ້ນໃນວັນທີ 23 ເມສາ 2021 ທີ່ສະໂມສອນຂອງເມືຶອງ, ໂດຍເປັນປະທານຂອງ ທ່ານ ສົມສັກ ສິລີວົງ ຮອງເຈົ້າເມືອງຈອມເພັດ, ມີຄະນະສະເພາະກິດຂັ້ນເມືອງ, ອຳນວຍການໂຮງໝໍຊຸມຊົນ, ອຳນວຍການໂຮງໝໍນ້ອຍ ແລະຫົວໜ້າກຸ່ມທົ່ວເມືອງ ເຂົ້າຮ່ວມ.
ເພື່ອລະນຶກວັນສ້າງຕັ້ງ ສາຍພົວພັນທາງການທູດ ລາວ-ຈີນ ຄົບຮອບ 60 ປີ, ວັນທີ 25 ເມສາ ປີ 1961 ລາວ ແລະ ຈີນ ໄດ້ສ້າງຕັ້ງສາຍພົວພັນ ທາງການທູດນຳກັນ ຢ່າງເປັນທາງການ, ເຊິ່ງໄດ້ເປີດປະຫວັດສາດໜ້າໃໝ່ ແຫ່ງການໄປມາຫາສູ່ກັນ ບົນຈິດໃຈມິດຕະພາບ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ. ຜ່ານໄລຍະ 60 ປີມານີ້, ປະຊາຊົນສອງຊາດ ໄດ້ຊ່ວຍຊູຍູ້ໜູນກັນ ແລະ ຮັກແພງກັນ, ການຮ່ວມມືລະຫວ່າງສອງຝ່າຍ ໄດ້ປະສົບຜົນສຳເລັດຢ່າງຈົບງາມ, ມິດຕະພາບລະຫວ່າງ ສອງປະເທດໝັ້ນຄົງຂະໜົງແກ່ນ, ສອງປະເທດລາວ-ຈີນ ມີສາຍພູ ແລະ ແມ່ນ້ຳຕິດຈອດກັນ, ເປັນປະເທດບ້ານໃກ້ເຮືອນຄຽງທີ່ດີຕໍ່ກັນ. ...
ເຖິງວ່າພຽງແຕ່ດຳເນີນໃນວັນທີ 24 ເມສາ ກໍ່ຕາມ, ແຕ່ການພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນຫວຽດນາມ - ຈີນ ຄັ້ງທີ 6 ໄດ້ປະສົບຜົນສຳເລັດຢ່າງຈົບງາມດ້ວຍບັນດາການເຄື່ອນໄຫວທີ່ມີຄວາມໝາຍ, ຜ່ານນັ້ນພິສູດໃຫ້ເຫັນຄວາມຕັດສິນໃຈຂອງກອງທັບສອງປະເທດໃນການສືບຕໍ່ກໍ່ສ້າງ ແລະປ້ອງກັນເສັ້ນຊາຍແດນລວມແຫ່ງສັນຕິພາບ, ສະຖຽນລະພາບ, ມິດຕະພາບ, ການຮ່ວມມືເພື່ອພ້ອມກັນພັດທະນາ.
ຫວ່າງແລ້ວນີ້, ທີ່ນະຄອນຫຼວງວຽງຈັນ, ລາວ, ພະອາຈານ ທິກມີງກວາງ, ເຈົ້າອະທິການວັດເຟີດຕິກນະຄອນຫຼວງວຽງຈັນ ໄດ້ມອບໝີ່ສຳເລັດຮູບ 1000 ແກັດໃຫ້ແກ່ອົງການພຸດທະສາສະໜາສຳພັນລາວ.
ການລະບາດຂອງພະຍາດໂຄວິດ-19 ຖືວ່າເປັນປັນຫາທາງ ດ້ານສາທາລະນະສຸກ ໃນທົ່ວໂລກ ລວມທັງ ສປປ ລາວ ທີ່ກວດຜູ້ຕິດເຊື້ອ ເພິ່ມທະວີຂຶ້ນຢ່າງເນື່ອງ, ດັ່ງນັ້ນ ຄະນະສະເພາະກິດ ກໍຄື ກະຊວງສາທາລະນະສຸກ ໄດ້ຮ່ວມກັບ ພາກສ່ວນກ່ຽວຂ້ອງ ໄດ້ມີການຄົ້ນຄວ້າກະກຽມ ໂຮງໝໍພາກສະໜາມ ໃນແຕ່ລະຈຸດ ໂດຍສະເພາະ ຢູ່ໃນນະຄອນ ຫລວງວຽງຈັນ ເພື່ອໃຫ້ບໍລິການ ແລະ ດູແລປິ່ນປົວຜູ້ຕິດເຊື້ອ ຢ່າງທົ່ວເຖິງໃຫ້ຫລາຍຂຶ້ນ.
ຍສໝ - ການພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນຫວຽດນາມ - ຈີນຄັ້ງທີ 6 ໄດ້ສິ້ນສຸດລົງຢ່າງຈົບງາມໃນຕອນບ່າຍວັນທີ 24 ເມສາ, ອັນໄດ້ເປັນຂີດໝາຍຜົນສຳເລັດແຫ່ງການພົບປະແລກປ່ຽນຢູ່ເຂດຊາຍແດນລະຫວ່າງກອງທັບສອງປະເທດ.
ວຽກງານຕອບໂຕ້ການລະບາດ ຂອງພະຍາດໂຄວິດ-19 ຂອງໂຮງໝໍມິດຕະພາບ ທີ່ໄດ້ເຮັດຢູ່ປະຈຸບັນ, ຄືດັ່ງທີ່ທ່ານຮູ້ນຳກັນ ແລ້ວວ່າ ໂຮງໝໍດັ່ງກ່າວໄດ້ຖືກມອບໝາຍ ໃຫ້ເປັນໂຮງໝໍໜຶ່ງ ໃນໂຮງໝໍທີ່ຮັບຄົນເຈັບ ທີ່ຕິດເຊື້ອໂຄວິດ-19 ເຂົ້າມາປິ່ນປົວ ຕັ້ງແຕ່ເລີ່ມມີການລະບາດ, ແຕ່ໄລຍະທີ່ມີການລະບາດ ໃນຊຸມຊົນຄັ້ງນີ້ ພວກເຮົາກໍໄດ້ຮັບຄົນເຈັບເຂົ້າມາ ນອນນັບແຕ່ກໍລະນີທີ 59 ເປັນຕົ້ນມາ ແລະ ມີຄົນເຈັບເພີ່ມຂຶ້ນໃນແຕ່ລະມື້...
ຍສໝ - ທ່ານ ຫງວຽນຊວນຟຸກ ເນັ້ນໜັກວ່າ ວິວັດການຫັນປ່ຽນຕ້ອງມີຄວາມຍຸຕິທຳ ແລະກວມລວມ, ສະເໝີພາບກ່ຽວກັບກາລະໂອກາດ ແລະການຊົມໃຊ້ຜົນປະໂຫຍດຂອງປະຊາຊົນ, ບໍ່ໃຫ້ໃຜ “ຖືກປະໄວ້ຢູ່ທາງຫຼັງ”; ຮຽກຮ້ອງບັນດາປະເທດພັດທະນາສືບຕໍ່ນໍາໜ້າກ່ຽວກັບການຫຼຸດຜ່ອນການປ່ອຍອາຍພິດ ແລະເພີ່ມທະວີການໜູນຊ່ວຍດ້ານການເງິນ, ເຕັກໂນໂລຢີ, ພະລັງງານຂຽວ ແລະກໍ່ສ້າງພື້ນຖານໂຄງລ່າງຢ່າງມີປະສິດທິຜົນ...
ຍສໝ - ສອງຝ່າຍໄດ້ປຶກສາຫາລືກ່ຽວກັບການຫຼຸດຜ່ອນ ສິ່ງກີດຂວາງດ້ານການຄ້າ, ກຳຈັດຄວາມຫຍຸ້ງຍາກ ແລະ ບັນຫາຕ່າງໆໃຫ້ວິສາຫະກິດຂອງສອງປະເທດ ໃນການນຳວົງເງິນການຄ້າສອງຝ່າຍຂຶ້ນເປັນ 10 ຕື້ໂດລາສະຫະລັດໂດຍໄວ ຕາມທ່າອຽງຫຼຸດຜ່ອນການຂາດດຸນການຄ້າຂອງຫວຽດນາມ.
ຫວຽດນາມ ແລະຈີນ ຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອສືບຕໍ່ຮັກສາ, ເພີ່ມພູນຄູນສ້າງໃຫ້ສາຍພົວພັນການຮ່ວມມື ມິດຕະພາບ ລະຫວ່າງປະຊາຊົນ ແລະ ບັນດາກຳລັງປົກປັກຮັກສາຊາຍແດນສອງປະເທດ.
ປັດຈຸບັນ, ສປປ ລາວ ເລັ່ງສັກວັກຊີນ ປ້ອງກັນພະຍາດໂຄວິດ-19 ໃຫ້ແກ່ພະນັກງານ-ລັດຖະກອນ ລວມເຖິງປະຊາຊົນ ທົ່ວໄປໃນຂອບເຂດທົ່ວປະເທດ, ເຊິ່ງໃນຕອນເຊົ້າໃນວັນທີ 24 ເມສາ 2021 ນີ້, ໂຮງໝໍແມ່ ແລະ ເດັກ ກໍໄດ້ຈັດຕັ້ງຊັກວັກຊີນ ແອສຕາເຊເນກາ ແລະ ຊີໂນຟາມ ໃຫ້ແກ່ຄະນະພັກ-ຄະນະນໍາ ແລະ ບັນດາສື່ມວນຊົນ ຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເກືອບ 200 ຄົນ.
ຍສໝ - ໃນຂອບເຂດການຢ້ຽມຢາມປະຕິບັດງານຢູ່ນະຄອນ ເຫ້ວ (ທາງແຂວງເທື່ອທຽນ ເຫ້ວ), ທ່ານປ.ອ Guido Hildnerເອກອັກຄະລັດຖະທູດ ສະຫະພັນ ເຢຍລະມັນ ປະຈຳ ຫວຽດນາມ ໄດ້ເຂົ້າຮ່ວມພິທີມອບປຶ້ມຂອງອົງການແລກປ່ຽນສະພາບັນດິດ ເຢຍລະມັນ (DAAD) ທີ່ມີມູນຄ່າ 10.000€ ໃຫ້ແກ່ພະແນກສາກົນ ສັງກັດມະຫາວິທະຍາໄລ ເຫ້ວ.
ຍສໝ - ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ເນັ້ນໜັກວ່າ ປະຈຸບັນ, ພາກພື້ນ ອາຊີ ມີຈຳນວນຜູ້ຕິດເຊື້ອໂຄວິດ-19 ພວມເພີ່ມຂຶ້ນ, ນະຄອນ ໂຮ່ຈີມິນ ມີຄວາມສ່ຽງຕິດແປດສູງ ຍ້ອນມີຫລາຍຄົນມາເຕົ້າໂຮມກັນ, ສະນັ້ນ ຄວນສືບຕໍ່ຄວບຄຸມຢ່າງແໜ້ນແຟ້ນ ເປັນຕົ້ນແມ່ນສຳລັບຄົນເຂົ້າເມືອງ.
ຍສໝ - ໃນວັນທີ 23 ເມສາ, ຢູ່ຮ່າໂນ້ຍ ສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ດໍາເນີນກອງປະຊຸມຄະນະປະທານຄັ້ງທີ IV ຊຸດທີ VI (ອາຍຸການ 2019 - 2024). ໜຶ່ງໃນບັນຫາໃຫຍ່ທີ່ຈະໄດ້ຈັດຕັ້ງປະຕິບັດ ແລະ ເຊື່ອມຊືມ ໃນຄັ້ງນີ້ ແມ່ນນະໂຍບາຍການຕ່າງປະເທດຂອງກອງປະຊຸມໃຫຍ່ພັກຄັ້ງທີ XIII ແລະ ກົດບັດສະຫະພັນມິດຕະພາບທີ່ຫາກໍ່ໄດ້ຮັບການອະນຸມັດ ໂດຍນາຍົກລັດຖະມົນຕີ ໃນວັນທີ 23 ມີນາ 2021.
ກອງປະຊຸມລັດຖະບານ ສະໄໝສາມັນປະຈໍາເດືອນເມສາ ຂອງລັດຖະບານ ຊຸດທີ IX ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າ ວັນທີ 22 ເມສາ 2021 ທີ່ສໍານັກງານ ນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ, ມີບັນດາທ່ານສະມາຊິກ ລັດຖະບານ ເຂົ້າຮ່ວມຢ່າງພ້ອມພຽງ.
ຕະຫລອດໄລຍະຜ່ານມາ ເຖິງແມ່ນວ່າຄະນະພັກອໍານາດ ການປົກຄອງທຸກຂັ້ນຂອງແຂວງ,ເມືອງ ໄດ້ເອົາໃຈໃສ່ ເປັນເຈົ້າການ ໃນການຈັດຕັ້ງປະຕິບັດ ມາດຕະການປ້ອງກັນພະຍາດ ໄຂຍຸງລາຍ ດ້ວຍຫລາຍວິທີ ຫລາຍຮູບແບບກໍຕາມ ແຕ່ຍັງເຫັນວ່າຈໍານວນ ຜູ້ຕິດເຊື້ອ ພະຍາດດັ່ງກ່າວ ໃນຂອບເຂດທົ່ວແຂວງອັດຕະປື ຍັງມີຕົວເລກເພີ່ມຂຶ້ນ.
ຍສໝ - ວັນທີ 16 ເມສາ 2021 ທີ່ນະຄອນໂຮ່ຈີມິນ, ຄະນະກຳມະການປະຕິບັດງານ ກ່ຽວກັບບັນດາອົງການບໍ່ສັງກັດລັດຖະບານຕ່າງປະເທດ ໄດ້ຈັດກອງປະຊຸມແລກປ່ຽນຂໍ້ມູນຂ່າວສານກັບບັນດາເຈົ້າໜ້າທີ່ຫວຽດນາມ ທີ່ເຮັດວຽກຢູ່ບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ (NGO).
ສປປ ລາວ ອອກຂໍ້ຕົກລົງປິດການເດີນທາງເຂົ້າອອກນະຄອນຫຼວງ ວຽງຈັນ ເປັນການຊົ່ວຄາວ ເພື່ອສະກັດກັ້ນການແຜ່ລະບາດຂອງໂລກລະບາດໂຄວິດ - 19. ຂໍ້ຕົກລົງດັ່ງກ່າວ ເລີ່ມປະຕິບັດແຕ່ເວລາ 6 ໂມງ 00 ນາທີ ຂອງວັນທີ 22 ເມສາ ຫາເວລາ 24 ໂມງຂອງວັນທີ 5 ພຶດສະພາ.
ວັນທີ 20 ເມສາ ຕາມເວລາ ນິວຢອກ ທ່ານເອກອັກຄະລັດຖະທູດ ດັ້ງດິງກຸ໊ຍ ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ ໄດ້ເປັນປະທານກອງປະຊຸມສົນທະນາຢ່າງບໍ່ເປັນທາງການຂອງສະພາຄວາມໝັ້ນຄົງ ສະຫະປະຊາຊາດ ກ່ຽວກັບວິວັດທະນາການເລືອກຕັ້ງ ແລະ ສະພາບຄວາມສະຫງົບຢູ່ ໂຊມາລີ.
ໃນວັນທີ 20 ເມສາ 2021 ກອງປະຊຸມເວທີ ປຶກສາຫາລືໂບອາວ ເພື່ອອາຊີ ປະຈຳປີ 2021 ໄດ້ໄຂຂຶ້ນຢ່າງເປັນທາງການ ທີ່ ແຂວງຫາຍໜານ ສປ ຈີນ ພາຍໃຕ້ຫົວຂໍ້: “ທ່າມກາງການ ປ່ຽນແປງຂອງໂລກ: ການຮ່ວມມື ເພື່ອສ້າງຄວາມເຂັ້ມແຂງ ໃຫ້ແກ່ການບໍລິຫານໂລກ ແລະ ເພີ່ມທະວີການຮ່ວມມືພາຍໃຕ້ ຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງ”, ເຊິ່ງເປັນປີຄົບຮອບ 20 ປີ ການສ້າງຕັ້ງເວທີດັ່ງກ່າວ. ໂດຍການເຂົ້າຮ່ວມ ຂອງການນຳຂັ້ນສູງ ຈາກ ສປ ຈີນ, ບັນດາປະມຸກລັດ ແລະ ຫົວໜ້າລັດ ຖະບານ ຈາກ 29 ປະເທດ ທົ່ວທະວີບອາຊີ ...
ຍສໝ - ໃນວັນທີ 20 ເມສາ, ສະມາຄົມຫວຽດນາມ - ອາເມລິກາ (ສັງກັດສະຫະພັນບັນດາອົງການມິດຕະພາບຫວຽດນາມ) ໄດ້ສົມທົບກັບຄະນະກຳມະການສະເຫຼີມສະຫຼອງສັນຕິພາບຫວຽດນາມ ຂອງອາເມລິກາ ໄດ້ຈັດການພົບປະມິດຕະພາບເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນເຊັນສົນທິສັນຍາສັນຕິພາບປະຊາຊົນຫວຽດນາມ - ອາເມລິກາ ( 1971 - 2021).
ຍສໝ - ບົດລາຍງານກ່ຽວກັບດັດຊະນີ logistics ຕະຫລາດຫາກໍ່ພົ້ນເດັ່ນ 2021, ໂດຍບໍລິສັດ Agility ຫາກໍ່ປະກາດໄດ້ສະແດງໃຫ້ເຫັນວ່າ ຫວຽດນາມ ໄດ້ເລືຶ່ອນຂຶ້ນ 3 ຂັ້ນໃນຕາຕະລາງຈັດອັນດັບ ເມື່ອທຽບໃສ່ປີ 2020, ຢືນອັນດັບທີ 8 ໃນ Top 10 ປະເທດແຖວໜ້າ.
ຍສໝ - ຈິດຕະກອນໄດ້ແນະນຳກັບຜູ້ຊົມພາບຖ່າຍກວ່າ 50 ແຜ່ນ, ລວມມີຫຼາຍຫົວເລື່ອງ ດ້ວຍວັດຖຸແຕ້ມຫຼາຍຢ່າງຄື: ເຈ້ຍແຂງ, ສໍສີ… ໃນນັ້ນມີພາບແຕ້ບຫຼາຍແຜ່ນແຕ້ມກ່ຽວກັບການດຳລົງຊີວິດປະຈຸບັນ, ຮີດຄອງປະເພນີຂອງປະເທດ, ປະຊາຊົນລາວ, ບັນດາພາບແຕ້ມເຄິງຄີງນາງສາວລາວ ແລະ ບັນດາໝູ່ເພື່ອນຂອງທ່ານ.
ຂໍຝາກມາຍັງ ທາງໂຮງໝໍເມືອງແຕ່ລະບ່ອນ ຄວນຈັດສັນໃຫ້ມີຄວາມເປັນລະບຽບຮຽບຮ້ອຍ ໃຫ້ຫລາຍຂຶ້ນກວ່າເກົ່າ ແລະ ຮຽກຮ້ອງໃຫ້ພໍ່ແມ່ ປະຊາຊົນ ຜູ້ໄປສັກຢາວັກແຊງ ຈົ່ງໃສ່ຜ້າອັດປາກ ແລະ ຮັກສາໄລຍະຫ່າງທາງສັງຄົມ ເພາະຄົນທີ່ໄປສັກຢາ ແມ່ນມາຈາກຫລາຍບ່ອນຫລາຍທີ່ ຫາກມີຄົນໃດຄົນໜຶ່ງຕິດເຊື້ອມາ ທ່ານກໍ່ຈະສ່ຽງ ຕໍ່ການຕິດເຊື້ອ ກໍອາດເປັນໄດ້ ແລະ ອາດຈະລະບາດ ກັນໄປຢ່າງກວ້າງຂວາງ.
ທ່ານ ນາງ ດຣ. ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມ ພະຍາດຕິດຕໍ່ ກະຊວງສາທາລະນະສຸກ ແຈ້ງໃຫ້ຮູ້ວ່າ: ໃນວັນທີ 18 ເມສາ 2021, ສປປ ລາວ ບໍ່ມີລາຍງານຜູ້ຕິດເຊື້ອໄຂ້ຍຸງລາຍໃໝ່ ແລະ ບໍ່ມີຜູ້ເສຍຊີວິດ.
ຍສໝ - ທ່ານ Rennie Cordon Davis ເກີດໃນວັນທີ 23 ພຶດສະພາ 1940 ທີ່ເມືອງ Lansing, Michigan, ສະຫະລັດອາເມລິກາ. ທ່ານ Rennie Davis ເຄີຍມາຢ້ຽມຢາມພາກເໜືອຂອງປະເທດຫວຽດນາມໃນຊຸມປີສົງຄາມ.
ຫວ່າງແລ້ວນີ້, ໃນການຕອບຄໍາຖາມຂອງນັກຂ່າວທີ່ສະເໜີໃຫ້ຮູ້ປະຕິກິລິຍາຂອງຫວຽດນາມ ກ່ຽວກັບບົດລາຍງານທີ່ໄດ້ປະກາດໃນມື້ກ່ອນນັ້ນຂອງກະຊວງການເງິນອາເມລິກາ ກ່ຽວກັບ “ນະໂຍບາຍທາງດ້ານເສດຖະກິດມະຫາພາກ ແລະເງິນຕາຕ່າງປະເທດຂອງບັນດາຄູ່ຮ່ວມມືການຄ້າຕົ້ນຕໍຂອງອາເມລິກາ”, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ໄດ້ຊີ້ແຈ້ງວ່າ: “ຕອນເຊົ້າວັນທີ 17 ເມສາ, ທະນາຄານແຫ່ງລັດໄດ້ມີຂໍ້ມູນລະອຽດກ່ຽວກັບບັນຫານີ້. ພວກຂ້າພະເຈົ້າຊົມເຊີຍການດັດແປງຢ່າງຕັ້ງໜ້າກ່ຽວກັບເນື້ອໃນທີ່ກ່ຽວຂ້ອງເຖິງຫວຽດນາມ ໃນບົດລາຍງານດັ່ງກ່າວ. ຕາມນັ້ນແລ້ວ, ກະຊວງການເງິນອາເມລິກາ ຕີລາຄາໂດຍຂາດຫຼັກຖານອ້າງອີງເພື່ອກໍານົດຫວຽດນາມ ມີການຄອບງຳເງິນຕາ”.
ໃນວັນທີ 19 ເມສາ 2021, ທ່ານ ນາງ ດຣ. ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ, ຕາງໜ້າກອງເລຂາ ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ໄດ້ລາຍງານໃຫ້ຮູ້ວ່າ: ປັດຈຸບັນ, ຢູ່ປະເທດເຮົາ ມີຜູ້ຖືກຈໍາກັດ ບໍລິເວນທັງໝົດ 3.272 ຄົນ ຢູ່ 47 ສູນ ແລະ ໃນວັນທີ 18 ເມສາ 2021 ໄດ້ເກັບຕົວຢ່າງມາ ກວດວິເຄາະທັງໝົດ 726 ຄົນ, ຜົນກວດວິເຄາະທັງໝົດ ແມ່ນບໍ່ພົບຜູ້ຕິດເຊື້ອ, ໝາຍຄວາມວ່າ ...
ໃນວັນທີ 14 ເມສາ 2021 ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ພ້ອມດ້ວຍ ທ່ານ ດຣ. ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ໃຫ້ຖະແຫລງກ່ຽວກັບການເຝົ້າລະວັງ, ຄວບຄຸມ ປ້ອງກັນ ແລະ ແກ້ໄຂ ພະຍາດໂຄວິດ-19 ໃນ ສປປ ລາວ.