ຍສໝ - ບຸນວົກນ້ຳ ແມ່ນພິທີກຳວັດທະນະທຳທາງດ້ານຈິດໃຈຂອງຊາວເຜົ່າລາວ ຢູ່ເມືອງ ຕ່າມເດືອງ, ແຂວງ ລາຍເຈົ່າ ເພື່ອພາວະນາຂໍໃຫ້ເປັນປີທີ່ດິນຟ້າອາກາດເອື້ອອຳ, ສັບພະສິ່ງງອກງາມ, ທຸກຄອບຄົວມີຄວາມຜາສຸກ, ສະຫງົບສຸກ. ຫຼາຍປີມານີ້ ງານບຸນໄດ້ກາຍເປັນຈຸດເດັ່ນທີ່ດຶງດູດນັກທ່ອງທ່ຽວຈາກທົ່ວທຸກມູມໄປ.
ຍສໝ - ວັນທີ 25 ມີນາ, ຄະນະກໍາມະການລັດຫວຽດນາມ ຢູ່ຕ່າງປະເທດ (ກະຊວງການຕ່າງປະເທດ) ແລະ ສະມາຄົມນັກທຸລະກິດຫວຽດນາມ ການາດາ (VCBA) ໄດ້ສົມທົບກັນຈັດຕັ້ງ “ເວທີປາໄສວິສາຫະກິດ: ເພີ່ມທະວີການພົວພັນດ້ານເສດຖະກິດ ຫວຽດນາມ - ການາດາ ໃນຂອບເຂດ CPTPP”.
ຍສໝ - ຫົວໜ້າຄະນະກຳມະການສາກົນຂອງພັກແຮງງານ ເກົາຫຼີເໜືອ ຢືນຢັນວ່າ: ພັກ, ລັດຖະບານ ແລະ ປະຊາຊົນ ເກົາຫຼີເໜືອ ຕີລາຄາສູງການພົວພັນມິດຕະພາບທີ່ເປັນມູນເຊື້ອກັບຫວຽດນາມ.
WTO ຮັບຮູ້ການປະກອບສ່ວນຂອງ ຫວຽດນາມ ໃຫ້ແກ່ລະບົບການຄ້າຫຼາຍຝ່າຍ
ຫວຽດນາມ - ລາວ - ຈີນ ກວດກາຫຼັກໝາຍຊາຍແດນຮ່ວມ
ຍສໝ - ທະນາຄານໂລກ (WB) ໄດ້ແຈ້ງໃຫ້ ຫວຽດນາມ ກ່ຽວກັບການປະຕິບັດສິດໃນການຊື້ຕື່ມອີກ 1 ລ້ານໝາກຜົນການຫຼຸດຜ່ອນປ່ອຍອາຍພິດນອກຈາກຈຳນວນສັນຍາ.
ສ້າງຄວາມໄວ້ເນື້ອເຊື່ອໃຈ, ກໍາລັງໜູນເພື່ອໃຫ້ປະຊາຊົນຢູ່ເຂດຊາຍແດນຫຼຸດພົ້ນອອກຈາກຄວາມທຸກຍາກ
ລາວ ຟື້ນຟູອັດຕາພາສີ VAT 10% ຄືນໃໝ່
ຍສໝ - ນີ້ແມ່ນຂໍ້ສັງເກດຂອງທ່ານ Hitomi Tatsuya, ຜູ້ອຳນວຍການພະແນກພົວພັນຕ່າງປະເທດຂອງແຂວງ Nara (ຍີ່ປຸ່ນ) ທີ່ການພົບປະກັບການນຳຄະນະກຳມະການປະຊາຊົນແຂວງ ເທື່ອທຽນເຫ້ວ ເນື່ອງໃນການຢ້ຽມຢາມ ແລະ ເຮັດວຽກຂອງຄະນະປະຕິບັດງານຢູ່ແຂວງ ເທື່ອທຽນເຫ້ວ ໃນວັນທີ 21 ມີນາ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງຄົບຮອບ 69 ປີແຫ່ງວັນສ້າງຕັ້ງພັກປະຊາຊົນປະຕິວັດ ລາວ (22 ມີນາ 1955 – 22 ມີນາ 2024), ຄະນະບໍລິຫານສູນກາງພັກກອມມູນິດ ຫວຽດນາມ ໄດ້ສົ່ງໂທລະເລກອວຍພອນເຖິງຄະນະບໍລິຫານສູນກາງພັກປະຊາຊົນປະຕິວັດ ລາວ.
ສະມາຄົມມິດຕະພາບຫວຽດນາມ ແລະ ໄທ ເປັນຊ່ອງທາງສໍາຄັນໃນການເຊື່ອມຕໍ່ ແລະ ຊຸກຍູ້ການຮ່ວມມືລະຫວ່າງທຸລະກິດ
ຮ່ານາມ (ຫວຽດນາມ) ແລະແຂວງອຸດົມໄຊ ເພີ່ມທະວີການພົວພັນຮ່ວມມື
ການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ-ລາວ ບັນລຸໄດ້ຜົນງານແທດຈິງຫຼາຍຢ່າງ
ຍສໝ - ທີ່ກອງປະຊຸມຂອງສະພານິຕິບັນຍັດ ຮົງກົງ (ຈີນ) ໃນວັນທີ 20 ມີນານີ້, ຫົວໜ້າກົມຮັກສາຄວາມສະຫງົບ ດັ້ງບິ່ງເກື່ອງ ໃຫ້ຮູ້ວ່າ ພາຍຫຼັງ ຮົງກົງ ໄດ້ເປີດວີຊາແຮງງານໃຫ້ຄົນງານທີ່ມີສີມືສູງມາຈາກ ຫວຽດນາມ, ລາວ ແລະ ເນປານ ໃນວັນທີ 25 ຕຸລາ 2023, ໄລ່ຮອດວັນທີ 29 ກຸມພານີ້, ອຳນາດການປົກຄອງເຂດປົກຄອງພິເສດ ໄດ້ຮັບໃບສະໝັກ 132 ສະບັບຈາກ 3 ປະເທດດັ່ງກ່າວ, ໃນນັ້ນ 109 ໃບສະໝັກໄດ້ຮັບການອະນຸມັດ ແລະ ສ່ວນທີ່ຍັງເຫຼືອ ແມ່ນພວມຢູ່ໃນຂະບວນການອະນຸມັດ.
ຍສໝ - ນັ້ນແມ່ນການແບ່ງປັນຂອງທ່ານ ເຈີ່ນຈີເກື່ອງ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ດານັງ ທີ່ການພົບພະເຮັດວຽກກັບຄະນະປະຕິບັດງານ ໂດຍທ່ານນາງ Emmanuelle Pavillon – Grosser, ກົງສຸນໃຫຍ່ ຝະລັ່ງ ປະຈຳນະຄອນ ໂຮ່ຈີມິນ ໃນວັນທີ 15 ມີນາ.
ຍສໝ - ຕອນບ່າຍວັນທີ 19 ມີນາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບທ່ານ Choi Young Sam, ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ຫວຽດນາມ ເນື່ອງໃນໂອກາດເລີ່ມຕົ້ນໜ້າທີ່ຢູ່ ຫວຽດນາມ.
ຍສໝ - ວັນບຸນທ່ອງທ່ຽວວັດທະນະທຳ ເຊີນລາ - ຫົວພັນ 2024 ຈະໄດ້ຈັດຂຶ້ນແຕ່ວັນທີ 21 ຫາ ວັນທີ 23 ມີນາ, ຢູ່ແຂວງ ຫົວພັນ, ສປປ ລາວ ດ້ວຍຫຼາຍການເຄື່ອນໄຫວທ່ອງທ່ຽວ, ວັດທະນະທຳທີ່ເປັນເອກະລັກພິເສດ. ນີ້ແມ່ນເຫດການວັດທະນະທຳ, ທ່ອງທ່ຽວທີ່ມີຄວາມໝາຍສຳຄັນ, ປະກອບສ່ວນເພີ່ມທະວີຄວາມສາມັກຄີມິດຕະພາບແບບພິເສດ ຫວຽດນາມ - ລາວ, ເຊີນລາ - ຫົວພັນ.
ຍສໝ - ຕອນບ່າຍວັນທີ 19 ມີນາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ໄດ້ໃຫ້ການຕ້ອນຮັບສະຫາຍ ຄຳເພົາ ເອີນທະວັນ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ຫວຽດນາມ ເນື່ອງໃນໂອກາດຮັບໜ້າທີ່ວຽກງານຢູ່ ຫວຽດນາມ.
ຍສໝ - ວັນທີ 17 ມີນາ, ໂຮງຮຽນມິດຕະພາບ 80 (ເທດສະບານເມືອງ ເຊີນໄຕ, ຮ່າໂນ້ຍ) ສົມທົບກັບສາຂາສະມາຄົມມິດຕະພາບ ຫວຽດນາມ - ລາວ ເທດສະບານເມືອງ ເຊີນໄຕ ໄດ້ຈັດຕັ້ງພິທີຕ້ອນຮັບບັນດາຄອບຄົວຫວຽດນາມ ທີ່ເບິ່ງແຍງດູແລນັກສຶກສາລາວ ຄັ້ງທີ 8. ໂດຍມີ 13 ຄອບຄົວຢູທ້ອງຖິ່ນ ແລະ ນັກສຶກສາລາວ 91 ຄົນເຂົ້າຮ່ວມໃນໂຄງການ.
ຍສໝ - ວັນທີ 15 ມີນານີ້, ສະມາຄົມມິດຕະພາບ ຫວຽດນາມ - ລາວ ແຂວງ ໄທຫງວຽນ ໄດ້ຈັດຕັ້ງການພົບປະເນື່ອງໃນສະເຫຼີມສະຫຼອງ 15 ປີແຫ່ງວັນສ້າງຕັ້ງສະມາຄົມ (15 ມີນາ 2009 – 15 ມີນາ 2024). ໂດຍເຂົ້າຮ່ວມ ມີຜູ້ຕາງໜ້າຈາກບັນດາຄະນະ, ຂະແໜງການ ແລະ ໂຮງຮຽນທີ່ມີນັກສຶກສາລາວ ຮຽນໃນບໍລິເວນແຂວງ.
ຍສໝ - ວັນທີ 14 ມີນາ, ໃນຂອບເຂດການຢ້ຽມຢາມ ແລະ ປຶກສາຫາລືດ້ານການເມືອງລະຫວ່າງກະຊວງການຕ່າງປະເທດ ຫວຽດນາມ ແລະ ກຣົວຊີ, ທ່ານຮອງລັດຖະມົນຕີການຕ່າງປະເທດ ນາງ ເລທິທູຮັ່ງ ໄດ້ມີການພົບປະເຮັດວຽກກັບທ່ານ Ivan Vidis, ລັດຖະມົນຕີກະຊວງແຮງງານ, ກະສຽນອາຍຸ ແລະ ສັງຄົມຂອງ ກຣົວຊີ ເພື່ອປຶກສາຫາລືກ່ຽວກັບຄວາມສາມາດບົ່ມຊ້ອມໃນການຮ່ວມມືດ້ານແຮງງານລະຫວ່າງສອງປະເທດ.
ຍສໝ - ວັນທີ 18 ມີນານີ້, ຄະນະປະຈຳພັກແຂວງ ແລະ ຄະນະປະຈຳສະພາປະຊາຊົນແຂວງ ນາມດິ້ງ ໄດ້ຈັດພິທີມອບຫຼຽນກາ ແລະ ຫຼຽນໄຊມິດຕະພາບຂອງປະເທດລາວ ໃຫ້ແກ່ບັນດາການນຳ ແລະ ອະດີດການນຳແຂວງ ນາມດິ້ງ ໃນແຕ່ລະໄລຍະ ແລະ ກອງປະຊຸມເຮັດວຽກກັບ ຄະນະຜູ້ແທນແຂວງ ອຸດົມໄຊ (ລາວ) ນຳໂດຍ ສະຫາຍ ບຸນຄົງ ລາຈຽມຝອນ - ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆ ອຸດົມໄຊ ເປັນຫົວໜ້າຄະນະ.
ຍສໝ - ວັນທີ 18-30 ມີນາ, ສະຖາບັນພັດທະນາຊັບພະຍາກອນມະນຸດ Dr Marri Channa Reddy (ລັດ Telangana, ປະເທດອິນເດຍ) ຜັນຂະຫຍາຍໂຄງການບຳລຸງສ້າງສະເພາະໃຫ້ນັກຂ່າວ, ນັກບັນນາທິການຂອງບັນດາອົງການສື່ມວນຊົນ ຫວຽດນາມ.
ຍສໝ - ຫວ່າງມໍ່ໆນີ້, ວາລະສານສະພາແຫ່ງຊາດກູບາ ໄດ້ເປີດຕົວຜະລິດຕະພັນສິ່ງພິມພິເສດ “ກູບາ ແລະ ຫວຽດນາມ: ສັນຍາລັກຂອງຄວາມສາມັກຄີອ້າຍນ້ອງ” ເນື່ອງໃນໂອກາດສະເຫຼີມສະຫຼອງວັນສື່ມວນຊົນ ກູບາ ຢູ່ຫໍສະພາແຫ່ງຊາດ ກູບາ - Capitolio, ນະຄອນຫຼວງ La Habana.
ຫວຽດນາມ-ລາວ ເພີ່ມທະວີການຮ່ວມມືດ້ານປ້ອງກັນຄວາມສະຫງົບ
ຍສໝ - ການສ້າງເຂດເສດຖະກິດການຄ້າາຂ້າມຊາຍແດນລວມ ລາວບາວ - ແດນສະຫວັນ ໃຫ້ຄຳໝັ້ນສັນຍາວ່າ ຈະເປັນກະແສລົມໃໝ່, ຈຸດໝາຍປາຍທາງໃໝ່ທີ່ຟົດຟື້ນໃນສາຍແລວເສດຖະກິດຕາເວັນຕົກຕາເວັນອອກ.
ຍສໝ - ຕອນເຊົ້າວັນທີ 14 ມີນານີ້, ຢູ່ຫໍປະຊຸມວັດທະນະທຳແຂວງ ລາຍເຈົາ ໄດ້ດຳເນີນການພົບປະເຈລະຈາລະຫວ່າງຄະນະຜູ້ແທນແຂວງ ລາຍເຈົາ ກັບຄະນະຜູ້ແທນແຂວງ ຜົ້ງສາລີ, ແຂວງ ອຸດົມໄຊ (ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ).
ຍສໝ - ວັນທີ 14 ມີນານີ້, ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ (VUFO) ໄດ້ຈັດຕັ້ງການໂອ້ລົມເຈລະຈາແບບເຊິ່ງໜ້າກັບສະຖາບັນ ກູບາ ມິດຕະພາບກັບບັນດາປະຊາຊາດ (ICAP) ກ່ຽວກັບທິດທາງການຮ່ວມມືໃນໄລຍະຈະມາເຖິງ.
ຍສໝ - ຄະນະກຳມະການປະຊາຊົນແຂວງ ແທງຮວ໋າ ຫາກໍມີມະຕິເລກທີ 1008/QĐ-UBND ລົງວັນທີ 14 ມີນາ 2024 ກ່ຽວກັບການອະນຸມັດຮັບເງິນອຸປະຖຳກວ່າ 1,8 ຕື້ດົ່ງ ເພື່ອປະຕິບັດໂຄງການ “ຍົກສູງກຳລັງຄວາມສາມາດຂອງຊຸມຊົນໃນການປ້ອງກັນ, ຕ້ານການໃຊ້ຄວາມຮຸນແຮງທາງຮ່າງກາຍຕໍ່ກັບເດັກນ້ອຍແຂວງ ແທງຮວ໋າ” ໂດຍອົງການ Terre des Hommes - ສັນຊາດ ເຢຍລະມັນ ອຸປະຖຳ.
ຍສໝ -
ວັນທີ 12 ມີນານີ້, ສະຖານກົງສຸນໃຫຍ່ຍີ່ປຸ່ນປະຈຳນະຄອນໂຮ່ຈິມິນ ໄດ້ຈັດຕັ້ງພິທີລົງນາມໂຄງການຊ່ວຍເຫຼືອທີ່ບໍ່ຕ້ອງສົ່ງຄືນ ຂອງລັດຖະບານຍີ່ປຸ່ນ, ດ້ວຍຍອດມູນຄ່າ 178.807 USD ໃຫ້ 3 ໂຄງການຢູ່ແຂວງ, ບາກລຽວ ແລະ ແຂວງແຄ໋ງຮ່ວາ.