ສະຖານທູດຫວຽດນາມ ປະຈຳອີຕາລີ  ມອບອຸປະກອນການແພດ ໃຫ້ແກ່ອີຕາລີ ເພື່ອຕ້ານພະຍາດ COVID-19

ສະຖານທູດຫວຽດນາມ ປະຈຳອີຕາລີ ມອບອຸປະກອນການແພດ ໃຫ້ແກ່ອີຕາລີ ເພື່ອຕ້ານພະຍາດ COVID-19

ຍສໝ - ໃນຊຸມປີມໍ່ໆມານີ້, ສະຖານທູດຫວຽດນາມ ປະຈຳອີຕາລີ ໄດ້ເຂົ້າຮ່ວມຢ່າງຕັ້ງໜ້າໃນການລະດົມບັນດາເຄື່ອງອຸປະກອນການແພດ ເພື່ອສະໜັບສະໜູນ ອີຕາລີ ແລະ ສົມທົບກັບອໍານາດການປົກຄອງທ້ອງຖິ່ນ ປະຕິບັດປ້ອງກັນການລະບາດຂອງພະຍາດ COVID-19.

ສະມາຄົມມິດຕະພາບຫວຽດນາມ - ເບວຢ້ຽມ ມອບຜ້າບັງປາກ ເພື່ອຊ່ວຍເບວຢ້ຽມ ຕໍ່ສູ້ກັບພະຍາດ COVID-19

ສະມາຄົມມິດຕະພາບຫວຽດນາມ - ເບວຢ້ຽມ ມອບຜ້າບັງປາກ ເພື່ອຊ່ວຍເບວຢ້ຽມ ຕໍ່ສູ້ກັບພະຍາດ COVID-19

ຍສໝ - ຕອນບ່າຍວັນທີ 8 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານ ຟ້າມແມ້ງຮູ່ງ - ປະທານສະມາຄົມມິດຕະພາບຫວຽດນາມ - ເບວຢ້ຽມ ໄດ້ຕາງໜ້າສະມາຄົມ ເພື່ອມອບຜ້າບັງປາກການແພດ ຈຳນວນ 30.000 ແຜ່ນ ໃຫ້ສະຖານທູດເບວຢ້ຽມ ປະຈຳຫວຽດນາມ ເພື່ອສະໜັບສະໜູນປະເທດເບວຢ້ຽມ ໃນການຕໍ່ສູ້ກັບພະຍາດ COVID-19.

ຊາວຫວຽດນາມຢູ່ມຽນມາສະໜັບສະໜູນເງິນ 7,5 ລ້ານ kyat ເພື່ອຊ່ວຍເຫຼືອປະຊາຊົນ ຢູ່ ເຂດ Yangon ຕ້ານພະຍາດ COVID-19

ຊາວຫວຽດນາມຢູ່ມຽນມາສະໜັບສະໜູນເງິນ 7,5 ລ້ານ kyat ເພື່ອຊ່ວຍເຫຼືອປະຊາຊົນ ຢູ່ ເຂດ Yangon ຕ້ານພະຍາດ COVID-19

ຍສໝ - ຫວ່າງແລ້ວນີ້, ທີ່ສຳນັກງານອໍານາດການປົກຄອງ ເຂດ Yangon ໄດ້ຈັດພິທີມອບຮັບເງິນຈໍານວນ 7,5 ລ້ານ kyat (ສະກຸ້ນເງິນມຽນມາ) ແລະ ອຸປະກອນການແພດຈຳນວນໜຶ່ງ.    

VUFO, ສະຖານທູດອາເມລິກາ ປະຈຳ ຫວຽດນາມ ໄດ້ແລກປ່ຽນບັນດາການເຄື່ອນໄຫວມຸ່ງໄປເຖິງການສະເຫຼີມສະຫຼອງຄົບຮອບ 25 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ

VUFO, ສະຖານທູດອາເມລິກາ ປະຈຳ ຫວຽດນາມ ໄດ້ແລກປ່ຽນບັນດາການເຄື່ອນໄຫວມຸ່ງໄປເຖິງການສະເຫຼີມສະຫຼອງຄົບຮອບ 25 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ

ຍສໝ - ເມື່ອບໍ່ດົນມານີ້, ທີ່ນະຄອນຫຼວງຮ່າໂນ້ຍ, ທ່ານນາງ ຫງວຽນເຟືອງງາ ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ມີການພົບປະ ກັບ ທ່ານ Daniel J. Kritenbrink ເອກອັກຄະລັດຖະທູດສະຫະລັດອາເມລິກາປະຈຳ ຫວຽດນາມ.    

ຄະນະກຳມະການການຕ່າງປະເທດ ນະຄອນ Saint Petersburg ຫວັງວ່າໄດ້ເປີດກວ້າງການຮ່ວມມືກັບ VUFO

ຄະນະກຳມະການການຕ່າງປະເທດ ນະຄອນ Saint Petersburg ຫວັງວ່າໄດ້ເປີດກວ້າງການຮ່ວມມືກັບ VUFO

ຍສໝ - ເມື່ອບໍ່ດົນມານີ້, ທ່ານນາງ ຫງວຽນເຟືອງຫງ່າ - ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ມີການພົບປະທາງອອນລາຍ ກັບທ່ານ Vyacheslav Gennadevitch Kalganov, ຜູ້ຕາງໜ້າຄະນະກຳມະການການຕ່າງປະເທດ ນະຄອນ Saint Petersburg.

ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ສົ່ງຈົດໝາຍສະແດງຄວາມຊົມເຊີຍເຖິງທ່ານປະທານາທິບໍດີ ລັດເຊຍ Vladimir Putin

ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ສົ່ງຈົດໝາຍສະແດງຄວາມຊົມເຊີຍເຖິງທ່ານປະທານາທິບໍດີ ລັດເຊຍ Vladimir Putin

ຍສໝ - ໄຊຊະນະຂອງການຕໍ່ສູ້ຕ້ານລັດທິຟາດຊິດ ກ່ອນນີ້ 75 ປີ ແມ່ນຂີດໝາຍທີ່ຮຸ່ງເຮືອງເຫລືອງເຫລື້ອມໃນປະຫວັດສາດມວນມະນຸດ, ແມ່ນໜຶ່ງໃນໄຊຊະນະຍິ່ງໃຫຍ່ທີ່ສຸດຂອງສະຕະວັດທີ 20, ມີຂອບຂະໜາດ, ຄຸນຄ່າ ແລະ ຄວາມໝາຍຍຸກສະໄໝເລິກເຊິ່ງ.

ບັນດາບົດຮຽນຂອງ ຫວຽດນາມ ໃນການປ້ອງກັນ, ສະກັດກັ້ນໂລກລະບາດແມ່ນບົດຮຽນອັນລ້ຳຄ່າສຳລັບບັນດາປະເທດເວົ້າລວມ ແລະ ສຳລັບລາວເວົ້າສະເພາະ

ບັນດາບົດຮຽນຂອງ ຫວຽດນາມ ໃນການປ້ອງກັນ, ສະກັດກັ້ນໂລກລະບາດແມ່ນບົດຮຽນອັນລ້ຳຄ່າສຳລັບບັນດາປະເທດເວົ້າລວມ ແລະ ສຳລັບລາວເວົ້າສະເພາະ

ຍສໝ - ກິດຈະກຳກໍ່ສ້າງຫໍສະພາແຫ່ງຊາດຫຼັງໃໝ່ຂອງລາວແມ່ນຂອງຂວັນຂອງພັກ, ລັດ, ປະຊາຊົນ ຫວຽດນາມ ມອບໃຫ້ພັກ, ລັດ, ປະຊາຊົນ ລາວ. ລັດຖະບານຂອງສອງປະເທດໄດ້ຕົກລົງທີ່ຈະສ້າງເງື່ອນໄຂໃນການເພີ່ມແຮງງານເຕັກໂນໂລຢີສູງຂອງຫວຽດນາມ 100 ຄົນໃຫ້ ສຳເລັດໂຄງການ.

ຕ້ອງການຢາກເອົາແຮງບັນດານໃຈຈາກປະເທດຫວຽດນາມ ພາຍຫຼັງ ທີ່ ຫວຽດນາມ ປະສົບຜົນສຳເລັດໃນການຕໍ່ສູ້ຕ້ານກັບການລະບາດຂອງພະຍາດ Covid-19

ຕ້ອງການຢາກເອົາແຮງບັນດານໃຈຈາກປະເທດຫວຽດນາມ ພາຍຫຼັງ ທີ່ ຫວຽດນາມ ປະສົບຜົນສຳເລັດໃນການຕໍ່ສູ້ຕ້ານກັບການລະບາດຂອງພະຍາດ Covid-19

ຍສໝ - ໜັງສືພິມ Halo Noviny (ເຊັກ) ໃນວັນທີ 6 ພຶດສະພາ ໄດ້ອ້າງຄຳຖະແຫຼງການຂອງທ່ານ Vojtěch Filip, ຮອງປະທານຜູ້ທີໜຶ່ງ ຂອງສະພາຕໍ່າສາທາລະນະລັດເຊັກ, ປະທານຄະນະກຳມະການສູນກາງພັກກອມມູນິດເຊັກ ແລະ Morava (KSČM): “ເອົາແຮງບັນດານໃຈຈາກປະເທດຫວຽດນາມ, ເຊິ່ງປະສົບຜົນສຳເລັດໃນການເອົາຊະນະໄວຣັສ Corona!”.    

ສາດສະດາຈານ ແລະ ທ່ານໝໍ ຮວ່າງແອງຢູງ  ມອບ ຜ້າອັດປາກ 30.000 ອັນ ເພື່ອຊ່ວຍແບນຊິກໃນການຕໍ່ສູ້ກັບ COVID-19

ສາດສະດາຈານ ແລະ ທ່ານໝໍ ຮວ່າງແອງຢູງ ມອບ ຜ້າອັດປາກ 30.000 ອັນ ເພື່ອຊ່ວຍແບນຊິກໃນການຕໍ່ສູ້ກັບ COVID-19

ຍສໝ - ວັນທີ 7/5, ສະຖານທູດແບນຊິກປະຈຳ ຮ່າໂນ້ຍ ໄດ້ຮັບຜ້າອັດປາກການແພດ 30.000 ອັນ  ເຊິ່ງເປັນຂອງຂວັນຈາກສາດສະດາຈານ ແລະ ທ່ານໝໍ ຮວ່າງແອງຢູງ ມອບໃຫ້ໂຮງໝໍ Erasme ແລະ ໂຮງໝໍພະຍາບານ Val des Roses.    

ຮ້ານອາຫານຫວຽດນາມສະໜັບສະໜູນອາຫານຫຼາຍຮ້ອຍຄາບເພື່ອຊ່ວຍແພດໝໍ California, ສະຫະລັດອາເມລິກາ ຕໍ່ສູ້ຕ້ານກັບ COVID-19

ຮ້ານອາຫານຫວຽດນາມສະໜັບສະໜູນອາຫານຫຼາຍຮ້ອຍຄາບເພື່ອຊ່ວຍແພດໝໍ California, ສະຫະລັດອາເມລິກາ ຕໍ່ສູ້ຕ້ານກັບ COVID-19

ຍສໝ - ເມື່ອບໍ່ດົນມານີ້, ຮ້ານອາຫານຫວຽດນາມທີ່ມີຊື່ວ່າ ຍາຈາງ Restaurant ໃນ San Jose (California, ສະຫະລັດອາເມລິກາ) ໄດ້ສະໜັບສະໜູນອາຫານທີ່ແຊບ ແລະ ມີທາດບຳລຸງຫຼາຍຮ້ອຍຊະນິດເພື່ອຊ່ວຍແພດໝໍ ຢູ່ໂຮງໝໍ ໃນນະຄອນຕໍ່ສູ້ຕ້ານກັບ COVID-19.    

ອະດີດນັກສຶກສາຫວຽດນາມ ຢູ່ ເຢຍລະມັນ ສະໜັບສະໜູນຜ້າອັດປາກ 5.000 ອັນ ເພື່ອຊ່ວຍໃຫ້ເຢຍລະມັນຕໍ່ສູ້ກັບ COVID-19

ອະດີດນັກສຶກສາຫວຽດນາມ ຢູ່ ເຢຍລະມັນ ສະໜັບສະໜູນຜ້າອັດປາກ 5.000 ອັນ ເພື່ອຊ່ວຍໃຫ້ເຢຍລະມັນຕໍ່ສູ້ກັບ COVID-19

ຍສໝ - ໃນຕອນເຊົ້າວັນທີ 7 ພຶດສະພາ, ຜູ້ຕາງໜ້າ ອະດີດນັກສຶກສາຫວຽດນາມ ຢູ່ ເຢຍລະມັນ ໄດ້ມອບຜ້າອັດປາກ N95 5.000 ອັນ ລວມມູນຄ່າທັງໝົດ 295 ລ້ານດົ່ງ ໃຫ້ແກ່ສະຖານທູດເຢຍລະມັນເພື່ອສະໜັບສະໜູນປະຊາຊົນເຢຍລະມັນ ໃນການຕໍ່ສູ້ກັບ COVID-19.    

ກຽນຢາງ: ມອບອຸປະກອນການແພດໃຫ້ແກ່ກຳລັງປະກອບອາວຸດ ກຳປູເຈຍເພື່ອປ້ອງກັນ ແລະ ຕ້ານ ໂລກລະບາດ COVID-19

ກຽນຢາງ: ມອບອຸປະກອນການແພດໃຫ້ແກ່ກຳລັງປະກອບອາວຸດ ກຳປູເຈຍເພື່ອປ້ອງກັນ ແລະ ຕ້ານ ໂລກລະບາດ COVID-19

ຍສໝ - ແຂວງກຽນຢາງ ໄດ້ມອບເຄື່ອງອຸປະກອນການແພດ ໃນນັ້ນມີຜ້າອັດປາກການແພດ, ຊຸດປ້ອງກັນພະຍາດ, ຢາສີດຂ້າແມ່ພະຍາດ, ຖົງມື... ລວມມູນຄ່າທັງໝົດ ເກືອບ 412 ລ້ານດົ່ງ ໃຫ້ກຳລັງປະກອບອາວຸດກຳປູເຈຍ ເພື່ອປ້ອງກັນ ແລະ ຕ້ານ ໂລກລະບາດ COVID-19.    

ແຂວງກວາງບິ່ງ ແລະ ແຂວງຄຳມ່ວນ: ຈັດຕັ້ງພິທີໄວ້ອາໄລ ແລະ ປົງອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ  ເສຍສະລະ ຢູ່ ລາວ

ແຂວງກວາງບິ່ງ ແລະ ແຂວງຄຳມ່ວນ: ຈັດຕັ້ງພິທີໄວ້ອາໄລ ແລະ ປົງອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ເສຍສະລະ ຢູ່ ລາວ

ຍສໝ - ຕອນບ່າຍວັນທີ 6 ພຶດສະພາ, ທີ່ສຸສານນັກຮົບເສຍສະລະຊີວິດເພື່ອຊາດ ບາໂຍກ, ແຂວງກວາງບິ່ງ ໄດ້ຈັດຕັ້ງພິທີໄວ້ອາໄລ ແລະ ປົງອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ  ເສຍສະລະ ຢູ່ ລາວ ຈຳນວນ 26 ຊຸດ.

ຫວຽດນາມ - ຍີ່ປຸ່ນເຫັນດີຮ່ວມມືໃນການປ້ອງກັນແລະຕ້ານພະຍາດ Covid-19

ຫວຽດນາມ - ຍີ່ປຸ່ນເຫັນດີຮ່ວມມືໃນການປ້ອງກັນແລະຕ້ານພະຍາດ Covid-19

ຍສໝ - ຕອນບ່າຍວັນທີ 5 ພຶດສະພາ, ຢູ່ສຳນັກງານລັດຖະບານ, ທ່ານຫງວຽນຊວນຟຸກ - ນາຍົກລັດຖະມົນຕີຫວຽດນາມ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານ Abe Shinzo - ນາຍົກລັດຖະມົນຕີຍີ່ປຸ່ນ ກ່ຽວກັບສະພາບການປ້ອງກັນພະຍາດ Covid-19.

ສະຖານທູດ ສປປ.ເກົາຫຼີ ປະຈຳຫວຽດນາມ ແລະ ສະມາຄົມມິດຕະພາບຫວຽດນາມ - ສປປ.ເກົາຫຼີ ໄດ້ແລກປ່ຽນສອງບັນຫາສຳຄັນ

ສະຖານທູດ ສປປ.ເກົາຫຼີ ປະຈຳຫວຽດນາມ ແລະ ສະມາຄົມມິດຕະພາບຫວຽດນາມ - ສປປ.ເກົາຫຼີ ໄດ້ແລກປ່ຽນສອງບັນຫາສຳຄັນ

ຍສໝ - ວັນທີ 6 ພຶດສະພາ, ຢູ່ ຮ່າໂນ້ຍ, ສະມາຄົມມິດຕະພາບຫວຽດນາມ - ສປປ.ເກົາຫຼີ ໄດ້ຈັດການຮັບຕ້ອນທ່ານ Ri Ho Jun - ອຸປະທູດຊົ່ວຄາວຂອງສະຖານທູດ ສປປ.ເກົາຫຼີ ປະຈຳຫວຽດນາມ, ແລະ ໄດ້ແລກປ່ຽນ, ສົນທະນາກ່ຽວກັບວຽກງານປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດ COVID-19; ແລະ ບັນດາກິດຈະກຳສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ.

ເອກອັກຄະລັດຖະທູດລາຊະອານາຈັກ ກຳປູເຈຍປະຈຳ ຫວຽດນາມ ສົ່ງສານອວຍພອນມາຍັງທ່ານນາງ ຫງວຽນເຟືອງງາ ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ

ເອກອັກຄະລັດຖະທູດລາຊະອານາຈັກ ກຳປູເຈຍປະຈຳ ຫວຽດນາມ ສົ່ງສານອວຍພອນມາຍັງທ່ານນາງ ຫງວຽນເຟືອງງາ ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ

ຍສໝ - ເນື່ອງໃນໂອກາດວັນປົດປ່ອຍພາກໃຕ້ ແລະ ທ້ອນໂຮມປະເທດ ຫວຽດນາມ ເປັນອັນໜຶ່ງອັນດຽວ ຄົບຮອບ 45 ປີ (30/04/1976-30/04/2020), ທ່ານ Chay Navuth ເອກອັກຄະລັດຖະທູດລາຊະອານາຈັກ ກຳປູເຈຍປະຈຳ ຫວຽດນາມ ໄດ້ ສົ່ງສານອວຍພອນມາຍັງທ່ານນາງ ຫງວຽນເຟືອງງາ ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ.  

ໂທລະເລກອວຍພອນ ເນື່ອງໃນໂອກາດວັນປົດປ່ອຍພາກໃຕ້ ແລະ ທ້ອນໂຮມປະເທດ ຫວຽດນາມ (30/04/1975 - 30/04/2020)

ໂທລະເລກອວຍພອນ ເນື່ອງໃນໂອກາດວັນປົດປ່ອຍພາກໃຕ້ ແລະ ທ້ອນໂຮມປະເທດ ຫວຽດນາມ (30/04/1975 - 30/04/2020)

ຍສໝ - ເນື່ອງໃນໂອກາດວັນປົດປ່ອຍພາກໃຕ້ ແລະ ທ້ອນໂຮມປະເທດ ຫວຽດນາມ ເປັນອັນໜຶ່ງອັນດຽວ ຄົບຮອບ 45 ປີ (30/04/1976-30/04/2020), ສະຫາຍ ປອ. ວິໄລວົງ ບຸດດາຄໍາ, ປະທານສະມາຄົມມິດຕະພາບ ລາວ - ຫວຽດນາມ ຂັ້ນສູນກາງ ໄດ້ສົ່ງໂທລະເລກອວຍພອນມາຍັງ ສະຫາຍ ເຈົນວັນຕຸ້ຍ, ກຳມະການສູນກາງພັກ, ຄະນະປະຈໍາສະພາແຫ່ງຊາດ,ຫົວໜ້າຄະນະຮັບຜິດຊອບວຽກງານຜູ້ແທນສະພາແຫ່ງຊາດ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ປະທານສະມາຄົມມິດຕະພາບ ຫວຽດນາມ - ລາວ ຂຶ້ນສູນກາງ.      

ລັດຖະບານ ປະເທດລາວ ໄດ້ສ້າງເງື່ອນໄຂໃຫ້ພົນລະເມືອງຫວຽດນາມ ກັບຄືນປະເທດ

ລັດຖະບານ ປະເທດລາວ ໄດ້ສ້າງເງື່ອນໄຂໃຫ້ພົນລະເມືອງຫວຽດນາມ ກັບຄືນປະເທດ

ຍສໝ - ວັນທີ 5 ພຶດສະພາ, ສະຖານທູດຫວຽດນາມ ປະຈຳ ສປປ.ລາວ ໄດ້ປະກາດວ່າ, ໂດຍຕອບສະໜອງຕາມຄວາມປາດຖະໜາຂອງປະຊາຊົນຫວຽດນາມ ຈຳນວນຫຼວງຫຼາຍ ໃນປະເທດລາວ ທີ່ຕ້ອງການຢາກກັບເມືອບ້ານເກີດເມືອງນອນ, ຕາມຄຳສະເໜີຂອງສະຖານທູດຫວຽດນາມ ປະຈຳ ສປປ.ລາວ, ອົງການທີ່ມີໜ້າທີ່ ປະເທດລາວ ໄດ້ຕົກລົງອະນຸຍາດໃຫ້ພົນລະເມືອງຫວຽດນາມ ກຳລັງດຳລົງຊີວິດ, ເຮັດວຽກ ແລະ ຮໍ່າຮຽນຢູ່ລາວ ເດີນທາງກັບຫວຽດນາມ ຜ່ານດ່ານຊາຍແດນສາກົນ.

ສະມາຄົມມິດຕະພາບຫວຽດນາມ - ເຢຍລະມັນ ໄດ້ມອບ ຜ້າອັດປາກ 80.000 ອັນ ເພື່ອຊ່ວຍປະຊາຊົນເຢຍລະມັນ ຕໍ່ສູ້ຕ້ານກັບ COVID-19

ສະມາຄົມມິດຕະພາບຫວຽດນາມ - ເຢຍລະມັນ ໄດ້ມອບ ຜ້າອັດປາກ 80.000 ອັນ ເພື່ອຊ່ວຍປະຊາຊົນເຢຍລະມັນ ຕໍ່ສູ້ຕ້ານກັບ COVID-19

ຍສໝ - ໃນຕອນເຊົ້າຂອງວັນທີ 6 ພຶດສະພາ, ຢູ່ຮ່າໂນ້ຍ, ຕາງໜ້າສະມາຄົມມິດຕະພາບ ຫວຽດນາມ - ເຢຍລະມັນ ໄດ້ມອບ ຜ້າອັດປາກ 80.000 ອັນ ເພື່ອຊ່ວຍປະຊາຊົນເຢຍລະມັນ ຕໍ່ສູ້ຕ້່ານກັບ COVID-19. ລວມຍອດມູນຄ່າຂອງຂວັນແມ່ນຂຶ້ນເຖິງ 1 ຕື້ 40 ລ້ານດົ່ງ.  

ແຂວງບິ່ງເຢືອງໄດ້ມອບເງິນ ຈຳນວນ 1 ຕື້ດົ່ງເພື່ອຊ່ວຍແຂວງ Kratie ກຳປູເຈຍ ຕ້ານພະຍາດ COVID-19

ແຂວງບິ່ງເຢືອງໄດ້ມອບເງິນ ຈຳນວນ 1 ຕື້ດົ່ງເພື່ອຊ່ວຍແຂວງ Kratie ກຳປູເຈຍ ຕ້ານພະຍາດ COVID-19

ຍສໝ - ລວມມູນຄ່າການສະໜັບສະໜູນສຳລັບແຂວງ Kratie ກຳປູເຈຍ ແມ່ນຫຼາຍກ່ວາ 1,1 ຕື້ດົງ, ໃນນັ້ນມີເງິນສົດ 30.000 ໂດລາສະຫະລັດ ປະກອບມີອຸປະກອນການແພດ, ເຄື່ອງນຸ່ງຫົ່ມ 2000 ຊຸດ, ຜ້າອັດປາກ 7.500 ອັນ, ຜ້າອັດປາກການແພດ 12.500 ອັນ, ນໍ້າຢາລ້າງມື 600 ລິດ, ຖົງມືການແພດ 50.000 ຄູ່ ແລະ Chloramine 225 ກິໂລ.    

ພິທີສົ່ງອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຢູ່ແຂວງສາລະວັນ (ປະເທດລາວ) ກັບຄືນປະເທດ.

ພິທີສົ່ງອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຢູ່ແຂວງສາລະວັນ (ປະເທດລາວ) ກັບຄືນປະເທດ.

ຍສໝ - ໃນຕອນເຊົ້າຂອງວັນທີ 4 ພຶດສະພາ 2020 ນີ້, ທີແຂວງສາລະວັນ (ປະເທດລາວ) ກອງບັນຊາການທະຫານແຂວງສາລະວັນ ໄດ້ຈັດຕັ້ງພິທີສົ່ງອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຢູ່ລາວ ກັບຄືນປະເທດ.

ສະມາຄົມມິດຕະພາບຫວຽດນາມ-ເຊັກ ໄດ້ມອບເງິນເພື່ອຊ່ວຍປະເທດເຊັກ ໃນການປ້ອງກັນ ແລະ ຕ້ານພະຍາດ COVID-19.

ສະມາຄົມມິດຕະພາບຫວຽດນາມ-ເຊັກ ໄດ້ມອບເງິນເພື່ອຊ່ວຍປະເທດເຊັກ ໃນການປ້ອງກັນ ແລະ ຕ້ານພະຍາດ COVID-19.

ຍສໝ - ຕອນບ່າຍວັນທີ 4 ພຶດສະພາ, ສະມາຄົມມິດຕະພາບຫວຽດນາມ - ເຊັກທີ່ນະຄອນຫຼວງຮ່າໂນ້ຍ ໄດ້ມອບເງິນຈຳນວນ 50 ລ້ານດົ່ງໃຫ້ສະຖານທູດເຊັກ ປະຈຳຫວຽດນາມ ເພື່ອຊ່ວຍປະຊາຊົນເຊັກ ໃນການປ້ອງກັນ ແລະ ຕ້ານກັບພະຍາດ COVID-19.

ແຂວງກວາງຈີ້: ຈັດຕັ້ງພິທີໄວ້ອາໄລ ແລະ ປົງອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານ ຫວຽດນາມທີ່ເສຍສະຫຼະຢູ່ ສປປ.ລາວ

ແຂວງກວາງຈີ້: ຈັດຕັ້ງພິທີໄວ້ອາໄລ ແລະ ປົງອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານ ຫວຽດນາມທີ່ເສຍສະຫຼະຢູ່ ສປປ.ລາວ

ຍສໝ - ໃນວັນທີ 5 ພຶດສະພາ 2020 ນີ້, ຢູ່ ສຸສານນັກຮົບເສຍສະລະຊີວິດເພື່ອຊາດແຫ່ງຊາດ ຖະໜົນເລກ 9, ແຂວງກວາງຈີ້ ໄດ້ຈັດຕັ້ງພິທີໄວ້ອາໄລ ແລະ ປົງອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະ ຢູ່ ລາວຈຳນວນ 16 ຊຸດ.

ສະມາຄົມມິດຕະພາບຫວຽດນາມ - ຝະລັ່ງ ຢູ່ ຮ່າໂນ້ຍ ສະໜັບສະໜູນຜ້າອັດປາກດ້ານການແພດ 10.000 ອັນເພື່ອຊ່ວຍການປ້ອງກັນ ແລະ ຕ້ານການລະບາດຂອງ COVID-19

ສະມາຄົມມິດຕະພາບຫວຽດນາມ - ຝະລັ່ງ ຢູ່ ຮ່າໂນ້ຍ ສະໜັບສະໜູນຜ້າອັດປາກດ້ານການແພດ 10.000 ອັນເພື່ອຊ່ວຍການປ້ອງກັນ ແລະ ຕ້ານການລະບາດຂອງ COVID-19

ຍສໝ - ເມື່ອບໍ່ດົນມານີ້, ສະມາຄົມມິດຕະພາບຫວຽດນາມ - ຝະລັ່ງ ຢູ່ ຮ່າໂນ້ຍ ນໍາໂດຍ ທ່ານ ຫງວຽນເລີນຈູງ ເປັນຫົວໜ້າຄະນະ ໄດ້ໄປຍັງຄະນະກຳມະການແນວໂຮມປະເທດຊາດຫວຽດນາມນະຄອນຮ່າໂນ້ຍ ເພື່ອມອບຜ້າອັດປາກດ້ານການແພດ 10.000 ອັນ ເພື່ອຊ່ວຍການປ້ອງກັນ ແລະ ຕ້ານການລະບາດຂອງ COVID-19.    

ແຂວງ ເທືອທຽນເຫວ້ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າ 300 ລ້ານດົງໃຫ້ແກ່ແຂວງສະຫວັນນະເຂດ

ແຂວງ ເທືອທຽນເຫວ້ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າ 300 ລ້ານດົງໃຫ້ແກ່ແຂວງສະຫວັນນະເຂດ

ຍສໝ - ວັນທີ 4 ພຶດສະພານີ້, ແຂວງ ເທືອທຽນເຫວ້ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ໃຫ້ອຳນາດການປົກຄອງ ແລະ ປະຊາຊົນ ແຂວງສະຫວັນນະເຂດ, ລວມມີຜ້າບັງປາກທາງການແພດຈຳນວນ 50.000 ແຜ່ນ, ຊຸດປ້ອງກັນການລະບາດຈຳນວນ 800 ຊຸດ, ນໍ້າຢາຂ້າເຊື້ອຈຳນວນ 250 ລິດ ດ້ວຍມູນຄ່າທັງໝົດປະມານ 300 ລ້ານດົງ.

ເຂົ້າຮ່ວມການຕ້ານໂລກລະບາດກັບຫວຽດນາມ, ທ່ານ Yoon Sang Ho, ປະທານສະມາຄົມ ຊາວ ສ.ເກົາຫຼີ ປະຈຳ ຫວຽດນາມ: 20.000  ຄົນທີ່ພວກເຮົາໄປນຳ ແລະ ໄວ້ວາງໃຈ

ເຂົ້າຮ່ວມການຕ້ານໂລກລະບາດກັບຫວຽດນາມ, ທ່ານ Yoon Sang Ho, ປະທານສະມາຄົມ ຊາວ ສ.ເກົາຫຼີ ປະຈຳ ຫວຽດນາມ: 20.000 ຄົນທີ່ພວກເຮົາໄປນຳ ແລະ ໄວ້ວາງໃຈ

ຍສໝ - ປະຈຸບັນ, ສ. ເກົາຫຼີ ມີພົນລະເມືອງປະມານ 20.000 ຄົນທີ່ພວມດຳລົງຊີວິດ ແລະ ເຮັດວຽກ ຢູ່ ຫວຽດນາມ ແລະ ໄດ້ຮັບການສະໜັບສະໜູນ ແລະ ເປັນຕົວແທນຈາກສະມາຄົມ ສ.ເກົາຫຼີ ຢູ່ ຫວຽດນາມ (ສະມາຄົມ). ໃນການໃຫ້ສຳພາດກັບ ວາລະສານ ຍຸກສະໄໝ, ທ່ານ Yoon Sang Ho, ປະທານສະມາຄົມໄດ້ສະແດງຄວາມຊົມເຊີຍຕໍ່ປະສິດທິຜົນໃນການຕ້ານການລະບາດຂອງຫວຽດນາມ; ພ້ອມດຽວກັນນີ້, ທ່ານຍັງໄດ້ຢືນຢັນວ່າ: ບັນດາສະມາຊິກສະມາຄົມຍາມໃດກໍ່ສະມັກໃຈ ແລະ ເຊື່ອໝັ້ນ ຕໍ່ແນວທາງ, ມາດຕະການ ແລະ ໝາກຜົນທີ່ດີຂອງ "ບັ້ນຕໍ່ສູ້" ຕໍ່ກັບ COVID-19 ໃນປະເທດທີ່ວິລະຊົນ ...

ຫວຽດນາມ ພວມແມ່ນ 1 ໃນຈຳນວນ 16 ປະເທດນຳໜ້າໃນການສົ່ງອອກສິນຄ້າໄປຍັງປະເທດ ອາເມລິກາ

ຫວຽດນາມ ພວມແມ່ນ 1 ໃນຈຳນວນ 16 ປະເທດນຳໜ້າໃນການສົ່ງອອກສິນຄ້າໄປຍັງປະເທດ ອາເມລິກາ

ຍສໝ - ຫວຽດນາມ ນັບມື້ນັບປ່ຽນແປງຢ່າງວ່ອງໄວ. ນີ້ແມ່ນຂໍ້ສັງເກດຂອງທ່ານ Mark Gillin, ອະດີດປະທານສະຫະສະມາຄົມການຄ້າອາເມລິກາ ປະຈຳຫວຽດນາມ (Acham Vietnam), ປະຈຸບັນແມ່ນຜູ້ອຳນວຍການບໍລິສັດ America Indochina Management (AIM) ໃນການຕອບສຳພາດຕໍ່ນັກຂ່າວ VOV ຫວ່າງມໍ່ໆມານີ້.

ແມ່ຍິງຫວຽດນາມ ຢູ່ ປະເທດມາເລເຊຍ ຊ່ວຍເຫຼືອຜູ້ທຸກຍາກທີ່ປະສົບກັບຄວາມຫຍຸ້ງຍາກເນື່ອງຈາກວ່າ COVID-19

ແມ່ຍິງຫວຽດນາມ ຢູ່ ປະເທດມາເລເຊຍ ຊ່ວຍເຫຼືອຜູ້ທຸກຍາກທີ່ປະສົບກັບຄວາມຫຍຸ້ງຍາກເນື່ອງຈາກວ່າ COVID-19

ຍສໝ - ໃນ 10 ວັນທີ່ຜ່ານມາ, ສະໂມສອນແມ່ຍິງຫວຽດນາມ ປະຈຳ ມາເລເຊຍ ໄດ້ບໍລິຈາກອາຫານ ແລະ ເຄື່ອງໃຊ້ທີ່ຈຳເປັນ ໃຫ້ຜູ້ທຸກຍາກ ແລະ ຜູ້ດ້ອຍໂອກາດເນື່ອງຈາກໄດ້ຮັບຜົນກະທົບຈາກໂລກລະບາດ  COVID-19.    

ຫວຽດນາມ ແລະ ແອສໂຕນີ ຊຸກຍູ້ການຮ່ວມມືເພື່ອແກ້ໄຂບັນດາສິ່ງທ້າທາຍທົ່ວໂລກ

ຫວຽດນາມ ແລະ ແອສໂຕນີ ຊຸກຍູ້ການຮ່ວມມືເພື່ອແກ້ໄຂບັນດາສິ່ງທ້າທາຍທົ່ວໂລກ

ຍສໝ - ທີ່ການໂອ້ລົມທາງໂທລະສັບກັບ ທ່ານລັດຖະມົນຕີການຕ່າງປະເທດ ແອສໂຕນີ, ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຢືນຢັນວ່າ, ຫວຽດນາມພ້ອມແລ້ວທີ່ຈະຮ່ວມມື, ແບ່ງປັນປະສົບການ ແລະ ຊຸກຍູ້ການຮ່ວມມືສາກົນເພື່ອໃຫ້ສອງປະເທດສາມາດຍູ້ໂລກລະບາດ ໂຄວິດ - 19 ໃຫ້ຖອຍໄປ ກໍຄືແກ້ໄຂບັນດາສິ່ງທ້າທາຍທົ່ວໂລກ.    

ທະຫານຊາຍແດນແຂວງກວ໋າງນາມ ຫວຽດນາມ ໄດ້ມອບເຂົ້າສານ 1,7 ໂຕນ ໃຫ້ແກ່ກໍາລັງປົກປັກຮັກສາຊາຍແດນແຂວງເຊກອງ ລາວ

ທະຫານຊາຍແດນແຂວງກວ໋າງນາມ ຫວຽດນາມ ໄດ້ມອບເຂົ້າສານ 1,7 ໂຕນ ໃຫ້ແກ່ກໍາລັງປົກປັກຮັກສາຊາຍແດນແຂວງເຊກອງ ລາວ

ຍສໝ - ເມື່ອບໍ່ດົນມານີ້, ທີ່ເຂດຫຼັກໝາຍຊາຍແດນເລກທີ 666 ຂຶ້ນກັບການຄຸ້ມຄອງຂອງຄ້າຍທະຫານຊາຍແດນອາເດີດ ຄະນະປະຕິບັດງານຂອງກອງບັນຊາການທະຫານຊາຍແດນແຂວງ ກວ໋າງນາມ ໄດ້ຈັດຕັ້ງພິທີມອບ-ຮັບສະບຽງອາຫານ ແລະອຸປະກອນການແພດໃຫ້ແກ່ກໍາລັງປົກປັກຮັກສາຊາຍແດນແຂວງເຊກອງ.

|< < 1 2 3 4 5 > >|
302 Found

Found

The document has moved here.