ຍສໝ - ເມື່ອບໍ່ດົນມານີ້, ທ່ານ Balcerowski ເຈົ້າຄອງເມືອງ Thale (ເຢຍລະມັນ), ໄດ້ສົ່ງຄຳ ຂອບອົກຂອບໃຈຢ່າງຈິງໃຈມາຍັງຊຸມຊົນຊາວຫວຽດນາມ ຢູ່ ເຂດ Harz ທີ່ໄດ້ປະກອບສ່ວນຊ່ວຍເຫຼືອປະຊາຊົນໃນເມືອງໃນການຕັດຫຍິບຜ້າອັດປາກເພື່ອຕ້ານ COVID-19.
ໃນວັນທີ 23 ເມສາ, ຢູ່ດ່ານຊາຍແດນສາກົນມົກບ່່າຍ, ແຂວງໄຕນິງ ໄດ້ຈັດຕັ້ງພິທີມອບ-ຮັບວັດຖຸອຸປະກອນການແພດ ໂດຍກະຊວງປ້ອງກັນປະເທດຫວຽດນາມ ມອບໃຫ້ແກ່ກະຊວງປ້ອງກັນປະເທດກຳປູເຈຍ ເພື່ອປ້ອງກັນ ແລະ ຕ້ານພະຍາດ Covid-19.
ຍສໝ - ເມື່ອບໍ່ດົນມານີ້, ສະມາຄົມມິດຕະພາບຫວຽດນາມ - ກູບາ ແລະ ສະໂມສອນນັກຮຽນເກົ່າ ຫວຽດນາມ ຢູ່ກູບາໄດ້ບໍລິຈາກເງິນໜູນຊ່ວຍປະຊາຊົນກູບາ ແຕ່ວັນທີ 8 - 25 ເມສາ ເພື່ອຕໍ່ສູ້ກັບພະຍາດ COVID-19. ໄລ່ມາຮອດປະຈຸບັນ, ຈຳນວນເງິນດັ່ງກ່າວໄດ້ຮັບແມ່ນ 1 ຕື້ດົ່ງ, ເຂົ້າສານ 10 ໂຕນ ແລະ ນໍ້າຢາຂ້າເຊື້ອ 2000 ຂວດ.
ຍສໝ - ໃນວັນທີ 23 ເມສາ, ຢູ່ດ່ານຊາຍແດນສາກົນ ລາວບາວ, ຕັ້ງຢູ່ເຂດພູດອຍຂອງເມືອງ ເຫຶ່ອງຫ່ວາ, ແຂວງກວາງຈິ, ກອງບັນຊາການທະຫານເຂດ 4 (ກະຊວງປ້ອງກັນປະເທດ ສສ.ຫວຽດນາມ) ໄດ້ຈັດຕັ້ງການມອບຮັບເຄື່ອງອຸປະກອນການແພດໃຫ້ກອງທັບປະຊາຊົນລາວເພື່ອຊ່ວຍເຫຼືອ ໃນການປ້ອງກັນ ແລະ ຕ້ານການລະບາດຂອງພະຍາດ COVID-19.
ຍສໝ - ຕອນເຊົ້າວັນທີ 24 ເມສາ, ສະຖານທູດອິດສະລາແອນປະຈຳ ຫວຽດນາມ ໄດ້ມອບເຂົ້າສານ ຈຳນວນ 1 ໂຕນ ໃຫ້ປະຊາຊົນນະຄອນຫຼວງຮ່າໂນ້ຍ ຢູ່ ຕູ້ ATM ເຂົ້າສານ ທີ່ ຄຸ້ມ ເຫງັຍເຕີນ, ເມືອງ ເກົາໄຢ.
ຍສໝ - ເມື່ອບໍ່ດົນມານີ້, ທີ່ດ່ານສາກົນນາເພົ້າ ແຂວງຄຳມ່ວນ ແລະ ດ່ານຈາຫລໍ ແຂວງກວາງບິ່ງ ສສ ຫວຽດນາມ ໄດ້ຈັດຂຶ້ນພິທີມອບຮັບເຄື່ອງອຸປະກອນການແພດ ເພື່ອຊ່ວຍເຫຼືອກອງບັນຊາການທະຫານ ແຂວງຄຳມ່ວນ ໃນການປ້ອງກັນ ແລະ ຕ້ານພະຍາດ Covid-19.
ຍສໝ - ເມື່ອບໍ່ດົນມານີ້, ສະຖານທູດຫວຽດນາມປະຈຳ ຍີ່ປຸ່ນ ແລະ ສຳນັກງານຜູ້ຕາງໜ້າການບິນຫວຽດນາມ ປະຈຳ ຍີ່ປຸ່ນ ໄດ້ມອບໝີ່ສໍາເລັດຮູບ 100 ແກດ ໃຫ້ສະມາຄົມພຸດທະສາສະໜາ ຫວຽດນາມ ປະຈຳ ຍີ່ປຸ່ນ ເພື່ອໜູນ ຊ່ວຍພົນລະເມືອງຫວຽດນາມທີ່ປະສົບກັບຄວາມຫຍຸ້ງຍາກເນື່ອງຈາກວ່າ COVID-19.
ຍສໝ - ວັນທີ 23 ເມສາ, ປະທານສະມາຄົມຫວຽດນາມ Löbau-Zittau ໃຫ້ຮູ້ວ່າ, ພາຍໃນເວລາເກືອບໜຶ່ງເດືອນຂອງການເປີດຕົວ, ສະມາຄົມໄດ້ຕັດຫຍິບຜ້າອັດປາກ 7,000 ອັນ ເພື່ອສະໜັບສະໜູນ ປະຊາຊົນປະເທດ ເຢຍລະມັນ ໃນການປ້ອງກັນການລະບາດຂອງພະຍາດ ໂຄວິດ - 19.
ຍສໝ - ຕໍ່ໜ້າສະພາບການແຜ່ລະບາດຂອງ COVID-19 ໃນສະຫະລັດອາເມລິກາ, ປະຊາຄົມຊາວຫວຽດນາມ ຢູ່ ສະຫະລັດອາເມລິກາ ກໍ່ໄດ້ປະກອບສ່ວນ ຢ່າງສຸດຄວາມສາມາດໃນການປ້ອງກັນການລະບາດຂອງພະຍາດດັ່ງກ່າວໂດຍການກະທຳຕົວຈິງ.
ຍສໝ - ທ່ານ ບຸ່ຍດິ່ງລອງ - ຮອງປະທານຄະນະກຳມະການປະຊາຊົນແຂວງເງ້ອານ ພ້ອມດ້ວຍ ຄະນະຜູ້ແທນແຂວງເງ້ອານ ໄດ້ສະໜັບສະໜູນເຄື່ອງອຸປະກອນການແພດ ແລະ ສິ່ງທີ່ຈຳເປັນຮັບໃຊ້ໃນຊີວິດປະຈຳວັນ ມີມູນຄ່າຫຼາຍກ່ວາ 700 ລ້ານດົງລວມມີ: ເຂົ້າສານກວ່າ 10 ໂຕນ, ຜ້າບັງປາກດ້ານການແພດ 50.000 ແຜ່ນ.. ໃຫ້ແກ່ແຂວງຊຽງຂວາງ (ລາວ).
ຍສໝ - ໃນຕອນເຊົ້າວັນທີ 22 ເມສາ, ຄະນະຜູ້ແທນສະມາຄົມມິດຕະພາບ ແລະ ຮ່ວມມືຫວຽດນາມ - ຝຣັ່ງ ນຳໂດຍທ່ານນາງ ຫງວຽນທິກິມຕຽນ - ຫົວໜ້າຄະນະເບິ່ງແຍງ ແລະ ຮັກສາສຸຂະພາບ ພະນັກງານ ຂັ້ນ ສູນກາງ ໄດ້ມາຢ້ຽມຢາມສະຖານທູດຝຣັ່ງ ປະຈຳ ຫວຽດນາມ ແລະ ໄດ້ມອບຜ້າບັງປາກການແພດ ຈຳນວນ 51,000 ແຜ່ນ ເພື່ອສະໜັບສະໜູນປະເທດຝະລັ່ງ ໃນການປ້ອງກັນ ແລະ ຕ້ານຕໍ່ກັບພະຍາດ COVID-19.
ຍສໝ - ເມື່ອບໍ່ດົນມານີ້, ຄະນະປະຕິບັດງານຄະນະກໍາມະການປະຊາຊົນແຂວງເງະອານ ນໍາໂດຍທ່ານ ບຸ່ຍດິ່ງລອງ, ຮອງປະທານຄະນະກໍາມະການປະຊາຊົນແຂວງ ໄດ້ຈັດຕັ້ງພິທີມອບ-ຮັບອຸປະກອນການແພດ, ເຄື່ອງໃຊ້ທີ່ຈຳເປັນໃນການດຳລົງຊີວິດປະຈຳວັນຮັບໃຊ້ວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19 ໃຫ້ແກ່ແຂວງຊຽງຂວາງ, ປະເທດລາວ.
ຍສໝ - ນີ້ແມ່ນນ້ຳໃຈຂອງບັນດາພະນັກງານ, ລັດຖະກອນຂອງສະຖານທູດຫວຽດນາມ ປະຈຳ ສປປ.ລາວ ແລະ ອົງການຕ່າງໆນອກຈາກສະຖານທູດຫວຽດນາມ ເພື່ອປະກອບສ່ວນໃຫ້ລັດຖະບານ ແລະ ປະຊາຊົນລາວ ຄວບຄຸມ ແລະ ສະກັດກັ້ນພະຍາດ COVID-19.
ຍສໝ - ແຂວງດ້ຽນບຽນ ແລະ ແຂວງກວາງຈີ້ ໄດ້ມອບເຂົ້າສານ ແລະ ອຸປະກອນການແພດ ໃຫ້ແກ່ບັນດາແຂວງພາກເໜືອ ຂອງລາວ ແລະ ແຂວງສາລະວັນ ເພື່ອປ້ອງກັນ ແລະ ຄວບຄຸມໂລກລະບາດ COVID-19.
ຍສໝ - ໃນວັນທີ 20 ເມສານີ້, ຢູ່ນະຄອນຫຼວງວຽງຈັນ, ກຸ່ມບໍລິສັດ ຮວ່າງແອງຢາລາຍ (ຫວຽດນາມ) ໄດ້ມອບເຄື່ອງອຸປະກອນການແພດ ລວມມີມູນຄ່າ 100,000 ໂດລາ ເພື່ອສະໜັບສະໜູນລັດຖະບານ ສປປ.ລາວ ໃນການປ້ອງກັນ ແລະ ສະກັດກັ້ນການລະບາດຂອງພະຍາດ Covid-19.
ຍສໝ - ໃນຕອນບ່າຍຂອງວັນທີ 21 ເມສາ, ຄະນະຜູ້ແທນ ສູນກາງສະມາຄົມມິດຕະພາບ ຫວຽດນາມ - ລາວ ນໍາໂດຍທ່ານ ຫງວຽນແມັ້ງຫູ່ງ, ຮອງປະທານສະມາຄົມ ໄດ້ມາຢ້ຽມຢາມ ແລະ ມອບອຸະປະກອນການແພດລວມມີ: ຊຸດປ້ອງກັນລະບາດ ແລະ ຜ້າບັງປາກ ໃຫ້ແກ່ສະຖານທູດ ສປປ.ລາວ ປະຈໍາ ຫວຽດນາມ ເພື່ອສະໜັບສະໜູນ ປະຊາຊົນລາວ ໃນການປ້ອງກັນການລະບາດຂອງພະຍາດ COVID-19.
ຍສໝ - ໃນຕອນບ່າຍຂອງວັນທີ 21 ເມສາ, ຢູ່ຮ່າໂນ້ຍ, ທ່ານ ຫງວຽນແມ້ງຮູ່ງ ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ, ປະທານສະມາຄົມມິດຕະພາບຫວຽດນາມ - ອິນເດຍ ໄດ້ມອບຜ້າອັດປາກ 100.000 ອັນ ໃຫ້ແກ່ສະຖານທູດອິນເດຍປະຈຳຫວຽດນາມ ເພື່ອສະໜັບສະໜູນປະຊາຊົນ ອິນເດຍ ປ້ອງກັນ ແລະ ຄວບຄຸມ ໂລກພະຍາດ COVID-19.
ຍສໝ - ທີ່ພິທີມອບຮັບເຄື່ອງກຸສົນ, ຄະນະຈັດຕັ້ງໄດ້ເຄື່ອງກຸສົນລວມມີເຂົ້າສານ, ໝີ່, ຜ້າບັງປາກຂ້າເຊື້ອ ໃຫ້ແກ່ຊາວຫວຽດນາມ ທີ່ໄດ້ຮັບຜົນກະທົບຈາກພະຍາດ COVID-19. ເຄື່ອງກຸສົນໃນຄັ້ງນີ້ ໄດ້ຮັບການບໍລິຈາກໂດຍການສະ ໜັບສະໜູນ ຂອງບັນດາວິສາຫະກິດຂະໜາດນ້ອຍຫວຽດນາມ ແລະ ການສະໜັບສະໜູນຂອງສະຖານທູດ ຫວຽດນາມ ປະຈຳກຳປູເຈຍ.
ຍສໝ - ວັນທີ 19 ເມສາ, ຄ້າຍທະຫານປ້ອງກັນຊາຍແດນ ໝິລິ, ທະຫານຊາຍແດນແຂວງເຫງ້ອ່ານ ໄດ້ມອບເຄື່ອງອຸປະກອນ ແລະ ວັດຖຸທາງການແພດ ເພື່ອປ້ອງກັນ ແລະ ສະກັດກັ້ນພະຍາດ COVID-19 ໃຫ້ແກ່ກອງຮ້ອຍ 217, ກອງບັນຊາການທະຫານແຂວງ ຫົວພັນ, ປະເທດລາວ.
ຍສໝ - ຫວ່າງແລ້ວນີ້, ແຂວງຮ່າຕີ໋ງ ໄດ້ມອບອຸປະກອນການແພດ ລວມຍອດມູນຄ່າ 1,5 ຕື້ດົ່ງໃຫ້ແຂວງບໍລິຄໍາໄຊ ແລະ ແຂວງຄໍາມ່ວນ (ລາວ) ແນໃສ່ຮັບໃຊ້ວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19.
ຍສໝ - ເມື່ອບໍ່ດົນມານີ້, ກອງບັນຊາການທະຫານແຂວງ ສາລະວັນ ສປປ.ລາວ ໄດ້ຮັບເຄື່ອງອຸປະກອນການແພດ ຈາກກອງບັນຊາການທະຫານ ນະຄອນດາໜັງ ສສ.ຫວຽດນາມ ເພື່ອປ້ອງກັນ ແລະ ສະກັດກັ້ນການລະບາດຂອງ ພະຍາດ Covid -19.
ຍສໝ - ເຄື່ອງຊ່ວຍເຫຼືອດັ່ງກ່າວລວມມີ: ເຄື່ອງວັດແທກອຸນຫະພູມຮ່າງກາຍຈໍານວນ 295 ອັນ, ຊຸດປ້ອງກັນພະຍາດໂຄວິດ-19 ກວ່າ 5.800 ຊຸດ, ຈັກສີດຢາຂ້າເຊື້ອເກືອບ 150 ອັນ, ຜ້າອັດປາກ-ອັດດັງ, ຖົງມືການແພດ ແລະອາຫານແຫ້ງ, ທັນຍາຫານນັບຮ້ອຍກິໂລກຼາມ ລວມມູນຄ່າທັງໝົດແມ່ນກວ່າ 4,6 ຕື້ດົ່ງ.
ຍສໝ - ຫວ່າງແລ້ວນີ້, ຄະນະປະຕິບັດງານຂອງຄະນະກຳມະການປະຊາຊົນແຂວງກວາງນາມ ນຳໂດຍທ່ານ ເລຈີ໊ແທັງ, ປະທານຄະນະກຳມະການປະຊາຊົນແຂວງ ໄດ້ມາຢ້ຽມຢາມ, ກວດກາວຽກງານສົມທົບກັນປ້ອງກັນ, ຕ້ານໂລກພະຍາດໂຄວິດ-19 ທີ່ ເຂດຊາຍແດນລະຫວ່າງສອງເມືອງນາມຢາງ, ແຂວງກວາງນາມ, ສສ.ຫວຽດນາມ ແລະ ເມືອງດັກຈຶຶງ, ແຂວງເຊກອງ, ສປປ. ລາວ.
ຍສໝ - ກອງບັນຊາການທະຫານ ແຂວງກອນຕູມ, ແຂວງບິງດິງ ແລະ ແຂວງກວາງຫງາຍ ຂອງຫວຽດນາມໄດ້ມອບເຄື່ອງອຸປະກອນທາງການແພດຫຼາຍຢ່າງ ໃຫ້ແກ່ກອງບັນຊາການທະຫານ ແຂວງຈຳປາສັກ ແລະ ແຂວງອັດຕະປືຂອງ ສປປ.ລາວ ເພື່ອສະກັດກັ້ນໂລກລະບາດ Covid-19.
ຍສໝ - ໃນວັນທີ 16 ເມສາ, ຢູ່ດ່ານຊາຍແດນ ນາມຢ່າງ (ກວາງນາມ), ກອງບັນຊາການທະຫານເຂດ 5 (ກອງທັບປະຊາຊົນຫວຽດນາມ) ໄດ້ສົມທົບກັບບັນດາທ້ອງຖິ່ນ ໄດ້ຈັດຕັ້ງພິທີມອບຮັບອຸປະກອນການແພດ ເພື່ອຊ່ວຍເຫຼືອ ບັນດາທ້ອງຖິ່ນຂອງລາວ ໃນການປ້ອງກັນ ແລະ ສະກັດກັ້ນພະຍາດ Covid-19.
ຍສໝ - ໃນວັນທີ 16 ເມສາ, ຄະນະຊ່ຽວຊານການແພດກອງທັບ ຫວຽດນາມ ໄດ້ສຳເລັດຊຸດເຝິກອົບຮົມການແພດເພື່ອສະກັດກັ້ນພະຍາດ Covid-19 ໃຫ້ບັນດາແພດໝໍ ຂອງປະເທດລາວ ໃນໄລຍະເວລາແຕ່ວັນທີ 7 ເມສາ ຫາ 15 ເມສາ. ພະລາທິການກອງທັບປະຊາຊົນລາວ ໄດ້ຈັດຕັ້ງພິທີສົ່ງຄະນະຊ່ຽວຊານການແພດກອງທັບປະຊາຊົນ ຫວຽດນາມ ກັບຄືນປະເທດ ຢ່າງເປັນທາງການ ແລະ ສະແດງຄວາມຂອບໃຈຕໍ່ຄະນະຊ່ຽວຊານການແພດກອງທັບ ຫວຽດນາມ ເຊິ່ງໄດ້ໃຫ້ການຊ່ວຍເຫລືອໃນຄັ້ງນີ້.
ຍສໝ - ເມື່ອບໍ່ດົນມານີ້, ທີ່ສະຖານທູດ ສປປ.ລາວ ປະຈຳຫວຽດນາມ, ທ່ານ ຫງວຽນຈີ່ຢູ້ງ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ, ປະທານຄະນະກຳມາທິການຮ່ວມມື ຫວຽດນາມ-ລາວ ໄດ້ມອບອຸປະກອນການແພດມີມູນຄ່າ 10,000 ໂດລາສະຫະລັດ ໃຫ້ສະຖານທູດລາວ ປ້ອງກັນພະຍາດ COVID-19
ຍສໝ - ເມື່ອບໍ່ດົນມານີ້, ຜູ້ຕາງໜ້າໂຮງຮຽນທະຫານຊາຍແດນ ຊັ້ນກາງ ເລກ 2 ແຂວງ ບ່າເຫຼ້ຍຫວູງເຕົ່າ ໄດ້ມອບຂອງຂວັນ ແລະ ອວຍພອນປີໃໝ່ Chol Chnam Thmay ແກ່ບັນດານັກຮຽນ ກຳປູເຈຍທີ່ພວມຮໍ່າຮຽນ ຢູ່ ໂຮງຮຽນ. ກ່ອນໜ້ານັ້ນ, ຄ້າຍທະຫານຊາຍແດນແຂວງຊອກຈັງ, ທະຫານຊາຍແດນແຂວງກວາງຈິ ໄດ້ມາອວຍພອນ ແລະ ມອບຂອງຂວັນ ໃຫ້ແກ່ປະຊາຊົນ ແລະ ກຳລັງປະກອບອາວຸດເມືອງສະໝ້ວຍ, ແຂວງສາລະວັນ ເນື່ອງໃນໂອກາດບຸນປີໃໝ່ປະຈໍາຊາດ ລາວ.
ຍສໝ - ໃນວັນທີ 13 ເມສາ, ທີ່ດ່ານຊາຍແດນ ນາແມວ, ບັນດາຜູ້ນຳຂອງ ແຂວງແທງຮວາ ແລະ ແຂວງ ຫົວພັນ (ສປປ.ລາວ) ໄດ້ຈັດກອງປະຊຸມແລກປ່ຽນປະສົບການກ່ຽວກັບການປ້ອງກັນ ແລະ ຄວບຄຸມ ພະຍາດ Covid-19 ຢູ່ ເຂດຊາຍແດນຂອງສອງປະເທດ.
ຍສໝ- ເມື່ອບໍ່ດົນມານີ້, ກອງບັນຊາການທະຫານຊາຍແດນແຂວງເງະອານ ໄດ້ຈັດສົ່ງບັນດາຄະນະປະຕິບັດງານໄປມອບເຄື່ອງປ້ອງກັນ, ຕ້ານເຊື້ອພະຍາດໂຄວິດ-19 ໃຫ້ບັນດາກົມກອງຂອງປະເທດເພື່ອນລາວ.