ສະ​ຖານ​ທູດ​ຫວຽດ​ນາມ​ປະ​ຈຳ​ອາ​ເມ​ລິ​ກາ​ມອບ​ຜ້າ​ອັດ​ປາກ - ດັງ​ໃຫ້​ແກ່​ອົງ​ການ​ພັດ​ທະ​ນາ​ການ​ເງິນ​ສາ​ກົນ ອາ​ເມ​ລິ​ກາ

ສະ​ຖານ​ທູດ​ຫວຽດ​ນາມ​ປະ​ຈຳ​ອາ​ເມ​ລິ​ກາ​ມອບ​ຜ້າ​ອັດ​ປາກ - ດັງ​ໃຫ້​ແກ່​ອົງ​ການ​ພັດ​ທະ​ນາ​ການ​ເງິນ​ສາ​ກົນ ອາ​ເມ​ລິ​ກາ

  ຍ​ສ​ໝ - ໃນ​ວັນ​ທີ 2 ມິ​ຖຸ​ນາ, ຢູ່​ສຳ​ນັກ​ງານ​ອົງ​ການ​ພ​ັດ​ທະ​ນາ​ການ​ເງິນ​ສາ​ກົນ ອາ​ເມ​ລິ​ກາ (DFC) ຢູ່​ຫວໍ​ຊິງ​ຕັນ ດີ​ຊີ, ທ່ານ​ຮ່າ​ກິມງອກ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ​ປະ​ຈຳ​ອາ​ເມ​ລິ​ກາ​ໄດ້​ມີ​ການ​ເຮັດ​ວ​ຽກ​ກັບ​ທ່ານ Adam Boehler ຜູ້​ອຳ​ນວຍ​ການ​ຝ່າຍ​ບໍ​ລິ​ຫານ DFC.

ການເປີດໂຕເວບໄຊເພື່ອສະໜັບສະໜູນຄົນຕ່າງປະເທດກ່ຽວກັບ COVID-19 ຂອງກຸ່ມນັກສຶກສາຫວຽດນາມຢູ່ຍີ່ປຸ່ນ

ການເປີດໂຕເວບໄຊເພື່ອສະໜັບສະໜູນຄົນຕ່າງປະເທດກ່ຽວກັບ COVID-19 ຂອງກຸ່ມນັກສຶກສາຫວຽດນາມຢູ່ຍີ່ປຸ່ນ

ຍສໝ - ເມື່ອບໍ່ດົນມານີ້, ອະດີດນັກສຶກສາ 70 ຄົນ ແລະ ນັກສຶກສາທີ່ກຳລັງສຶກສາຢູ່ມະຫາວິທະຍາໄລຄົ້ນຄວ້າກ່ຽວກັບການຕ່າງປະເທດໂຕກຽວ ໄດ້ເປີດໂຄງການສ້າງເວັບໄຊ ກ່ຽວກັບ COVID-19, ເຊິ່ງໄດ້ແປເປັນ 13 ພາສາ ໃນນັ້ນມີພາສາຫວຽດນາມ.    

ບໍລິສັດ DOW Chemical ຫວຽດນາມ ມອບອຸປະກອນດ້ານການແພດລວມມີມູນຄ່າຫຼາຍກວ່າ 100 ລ້ານດົ່ງໃຫ້ແກ່ໂຮງໝໍພະຍາດເຂດຮ້ອນ ສູນກາງ 2 ເພື່ອປ້ອງກັນ ແລະ ຄວບຄຸມ COVID - 19

ບໍລິສັດ DOW Chemical ຫວຽດນາມ ມອບອຸປະກອນດ້ານການແພດລວມມີມູນຄ່າຫຼາຍກວ່າ 100 ລ້ານດົ່ງໃຫ້ແກ່ໂຮງໝໍພະຍາດເຂດຮ້ອນ ສູນກາງ 2 ເພື່ອປ້ອງກັນ ແລະ ຄວບຄຸມ COVID - 19

ຍສໝ - ພິທີມອບຮັບອຸປະກອນດ້ານການແພດໄດ້ຈັດຕັ້ງປະຕິບັດໂດຍຫ້ອງການໂຄງການຂອງອົງການແລກປ່ຽນຊັບພະຍາກອນສາກົນ (REI) ປະຈຳ ຫວຽດນາມໂດຍຜ່ານການເຊື່ອມຕໍ່ຂອງຄະນະປະສານງານການຊ່ວຍເຫຼືອປະຊາຊົນ (PACCOM) ກັບ DOW ຫວຽດນາມ.

ນະຄອນ ຮ່າໂນ້ຍ ມອບຜ້າອັດປາກ 150.000 ອັນ ໃຫ້ອໍານາດການປົກຄອງນິວຢອກ

ນະຄອນ ຮ່າໂນ້ຍ ມອບຜ້າອັດປາກ 150.000 ອັນ ໃຫ້ອໍານາດການປົກຄອງນິວຢອກ

ຍສໝ - ໃນວັນທີ 1 ມີຖຸນາ, ຄະນະກໍາມະການປະຊາຊົນນະຄອນຮ່າໂນ້ຍ ໄດ້ຈັດພິທີມອບຮັບອຸປະກອນການແພດລວມມີ ຜ້າອັດປາກ 150.000 ອັນ ໃຫ້ແກ່ນະຄອນນິວຢອກ ໂດຍຜ່ານຜູ້ຕາງໜ້າຂອງສະຖານທູດສະຫະລັດອາເມລິກາປະຈຳ ຫວຽດນາມເພື່ອຊ່ວຍນະຄອນນິວຢອກ ໃນການປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດ.    

ຫວຽດ​ນາມ - ສ.ເກົາຫຼີ ເພີ່​ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ສ.ເກົາຫຼີ ເພີ່​ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ

ຍ​ສ​ໝ - ​ທ່ານ Park Noh Wan ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ທ່ານ​ພົນ​ເອກ ໂງ​ຊວັນ​ລິກ ທີ່ໄດ້​ສະຫຼະ​ເວ​ລາ​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະຜູ້​ແທນ, ພ້ອມ​ທັງ​ຖື​ວ່າ ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ​ສອງ​ຝ່າຍ​ພວ​ມ​ມີ​ການ​ພັດ​ທະ​ນາ​ຢ່າງ​ເລິກ​ເຊິ່ງກ້​ວາງ​ຂວາງ ແລະ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຂົງ​ເຂດ​ຮ່ວມ​ມື​ສຳ​ຄັນ​ຂອງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະ​ຫວ່າງ ສ.ເກົາຫຼີ - ຫວຽດ​ນາມ.

ຫວຽດ​ນາມ ແລະ ຍີ່​ປຸ່ນ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ແລກ​ປ່ຽນ, ຊຸກ​ຍູ້​ການ​ຮ່ວມ​ມື​ເສດ​ຖະ​ກິດ

ຫວຽດ​ນາມ ແລະ ຍີ່​ປຸ່ນ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ແລກ​ປ່ຽນ, ຊຸກ​ຍູ້​ການ​ຮ່ວມ​ມື​ເສດ​ຖະ​ກິດ

ຍ​ສ​ໝ - ​ທ່ານ Motegi Toshimitsu ໄດ້​ສະ​ແດງ​ຄວາມ​ຊົ​ມ​ເຊີຍ​ຕໍ່​ຜົນ​ງານ​ທີ່​ໜ້າ​ປະ​ທັບ​ໃຈ​ຂອງ​ຫວຽດ​ນາມ ໃນ​ການ​ຄວບ​ຄຸບ​ໂລກ​ລະບາດ Covid – 19, ໂດຍ​ໄດ້​ຮັບ​ການ​ຕີ​ລາ​ຄາ​ສ​ູງ​ຈາກ​ປະ​ຊາ​ຄົມ​ສາ​ກົນ, ທ່ານກໍ່​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ລັດ​ຖະ​ບານ, ສະ​ພາ​ແຫ່ງ​ຊາດ ແລະ ປະ​ຊາ​ຊົນ ຫວຽດ​ນາມ​ໄດ້​ສະ​ໜັບ​ສະ​ໜູນ​ຜ້າ​ອັບ​ປາກ - ດັງ​ໃຫ້​ແກ່​ຍີ່​ປຸ່ນ.

ພົນລະເມືອງຫວຽດນາມຫຼາຍກວ່າ 340 ຄົນ ຈາກໄຕ້ຫວັນ ແລະ ຈີນໄດ້ກັບຄືນປະເທດຢ່າງປອດໄພ

ພົນລະເມືອງຫວຽດນາມຫຼາຍກວ່າ 340 ຄົນ ຈາກໄຕ້ຫວັນ ແລະ ຈີນໄດ້ກັບຄືນປະເທດຢ່າງປອດໄພ

ຍສໝ - ຫວ່າງມໍ່ໆນີ້, ບັນດາອົງການເຈົ້າໜ້າທີ່ຫວຽດນາມ, ຫ້ອງການເສດຖະກິດ ແລະ ວັດທະນະທຳ ຫວຽດນາມ ຢູ່ ດ່າຍບັກ, ການບິນແຫ່ງຊາດຫວຽດນາມ ແລະ ບັນດາອົງການເຈົ້າໜ້າທີ່ໄຕ້ຫວັນ ແລະ ຈີນ ໄດ້ປະສານງານເພື່ອດຳເນີນຖ້ຽວບິນນໍາສົ່ງພົນລະເມືອງຫວຽດນາມຫຼາຍກ່ວາ 340 ຄົນ ກັບຄືນປະເທດດ້ວຍຄວາມປອດໄພ.    

ການນຳນະຄອນ Leipzig, ປະເທດເຢຍລະມັນ ໄດ້ຕີລາຄາສູງການສະໜັບສະໜູນ ຂອງວິສາຫະກິດຫວຽດນາມໃນການຕໍ່ສູ້ຕ້ານໂລກພະຍາດ COVID-19

ການນຳນະຄອນ Leipzig, ປະເທດເຢຍລະມັນ ໄດ້ຕີລາຄາສູງການສະໜັບສະໜູນ ຂອງວິສາຫະກິດຫວຽດນາມໃນການຕໍ່ສູ້ຕ້ານໂລກພະຍາດ COVID-19

ຍສໝ - ຕາມສຳນັກຂ່າວສານຫວຽດນາມ ແລ້ວ,  ຢູ່ສະໜາມບິນນະຄອນ Leipzig, ຢູ່ລັດ  Sachsen, ສາທາລະນະລັດສະຫະລັດເຢຍລະມັນ, ກຸ່ມບໍລິສັດ  ຮວາເລີມ ຂອງຫວຽດນາມ ແລະ ບໍລິສັດ GEDU International ໄດ້ມອບອຸປະກອນການແພດ ປະກອບມີ: ຜ້າອັດປາກດ້ານການແພດ, ຖົງມື ແລະ ເຄື່ອງມືກວດໄວຣັດ SARS-CoV-2 ໃຫ້ສູນສົ່ງເສີມການລົງທຶນຂອງນະຄອນ Leipzig.    

ການພົວພັນຫວຽດນາມ - ຈີນ ໄດ້ຮັກສາທ່າອ່ຽງພັດທະນາຢ່າງຕັ້ງໜ້າ

ການພົວພັນຫວຽດນາມ - ຈີນ ໄດ້ຮັກສາທ່າອ່ຽງພັດທະນາຢ່າງຕັ້ງໜ້າ

ຍສໝ - ທ່ານເລຮວ່າຍຈູງ - ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ສະເໜີໃຫ້ປະເທດຈີນ ທີ່ຊຸກຍູ້ ຂັ້ນຕອນການເປີດທ້ອງຕະຫຼາດ ສຳລັບຜະລິດຕະພັນກະເສດ, ເປີດກວ້າງບັນຊີລາຍຊື່ຂອງບັນດາວິສາຫະກິດຫວຽດນາມ ທີ່ສາມາດສົ່ງອອກນົມ ແລະ ເຂົ້າໄປປະເທດຈີນ.

ສິງກະໂປ ຕີລາຄາສູງບົດບາດ ແລະ ບັນດາຂໍ້ລິເລີ່ມຂອງຫວຽດນາມ ໃນຖານະເປັນປະທານອາຊຽນ 2020

ສິງກະໂປ ຕີລາຄາສູງບົດບາດ ແລະ ບັນດາຂໍ້ລິເລີ່ມຂອງຫວຽດນາມ ໃນຖານະເປັນປະທານອາຊຽນ 2020

ຍສໝ - ນັ້ນແມ່ນຄຳພິນິດໄສຂອງທ່ານ Lee Hsien Loong - ນາຍົກລັດຖະມົນຕີ ປະເທດສິງກະໂປ ໃນການໂອ້ລົມທາງໂທລະສັບ ກັບທ່ານຫງວຽນຊວນຟຸກ - ນາຍົກລັດຖະມົນຕີຫວຽດນາມ ໃນວັນທີ 30 ເດືອນພຶດສະພາ.

ຫວຽດນາມ ແລະ ຍີ່ປຸ່ນຊຸກຍູ້ການພົວພັນຮ່ວມມືໄລຍະຫຼັງ Covid – 19

ຫວຽດນາມ ແລະ ຍີ່ປຸ່ນຊຸກຍູ້ການພົວພັນຮ່ວມມືໄລຍະຫຼັງ Covid – 19

ຍສໝ - ຫວຽດນາມ ແລະ ຍີ່ປຸ່ນ ຊຸກຍູ້ການພົວພັນຮ່ວມມືໄລຍະຫຼັງ Covid – 19 ນີ້ແມ່ນຂໍ້ສັງເກດ ຂອງທ່ານນາງ Santo Akiko ປະທານສະພາສູງ ຍີ່ປຸ່ນເນື່ອງໃນໂອກາດໃຫ້ການຕ້ອນ ຮັບທ່ານ ຫວູຮົ່ງນາມ ເອກອັກຄະລັດ ຖະທູດຫວຽດນາມປະຈຳຍີ່ປຸນ.

ຫວຽດນາມ ແລະ ມຽນມາ: ນຳການການພົວພັນໃນການຮ່ວມມືຂຶ້ນສູ່ລະດັບສູງໃໝ່

ຫວຽດນາມ ແລະ ມຽນມາ: ນຳການການພົວພັນໃນການຮ່ວມມືຂຶ້ນສູ່ລະດັບສູງໃໝ່

ຍສໝ - ໃນຫວ່າງມໍ່ໆມານີ້, ທ່ານນາງ ຫງວຽນເຟຶອງງາ ປະທານ VUFO ໄດ້ສົ່ງສານ ອວຍພອນໄປຍັງເອກອັກຄະລັດຖະທູດ ມຽນມາປະຈຳ ຫວຽດນາມ ແລະ ບັນດາເພື່ອນມິດ ມຽນມາທັງໝົດເນື່ອງໃນໂອກາດສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງ ການທູດລະຫວ່າງ ສອງປະເທດ (28 ພຶດສະພາ 1975 – 28 ພຶດສະພາ 2020).

ມອບອຸປະກອນການແພດ ໃຫ້ແຂວງສະຫວັນນະເຂດ ເພື່ອປ້ອງກັນຕ້ານພະຍາດໂຄວິດ-19

ມອບອຸປະກອນການແພດ ໃຫ້ແຂວງສະຫວັນນະເຂດ ເພື່ອປ້ອງກັນຕ້ານພະຍາດໂຄວິດ-19

ເມື່ອບໍ່ດົນມານີ້, ທີ່ດ່ານສາກົນລາວບ໊າວ (ແຂວງກວ໋າງຈິ), ພະແນກສາທາລະນະສຸກແຂວງກວ໋າງບິ່ງ ສົມທົບກັບກອງບັນຊາການທະຫານຊາຍແດນແຂວງກວ໋າງບິ່ງ ຈັດຕັ້ງພິທີມອບ-ຮັບວັດຖຸອຸປະກອນການແພດ ແລະເຄື່ອງໃຊ້ທີ່ຈໍາເປັນເພື່ອໜູນຊ່ວຍແຂວງສະຫວັນນະເຂດ (ລາວ) ປ້ອງກັນຕ້ານພະຍາດໂຄວິດ-19.

ຫວຽດນາມ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ສອງ​ຝ່າຍ​ກັ​ບສະຫະ​ພັນ ລັດ​ເຊຍ ​

ຫວຽດນາມ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ສອງ​ຝ່າຍ​ກັ​ບສະຫະ​ພັນ ລັດ​ເຊຍ ​

ຍ​ສໝ - ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິນ ປາດຖະໜາວ່າ ໃນຈຸດເວລາອັນຫຍຸ້ງຍາກນີ້, ບັນດາປະເທດສະມາຊິກ, ພິເສດແມ່ນ ລັດເຊຍ ແລະ ບັນດາປະເທດໃຫຍ່ ຈະຊອກໄດ້ສຽງເວົ້າລວມ, ປະກອບສ່ວນເຂົ້າໃນການຮັກສາ ແລະ ຊຸກຍູ້ການສ້າງສະພາບແວດລ້ອມສາກົນແຫ່ງສັນຕິພາບ ແລະ ສະຖຽນລະພາບ.

ເອກອັກຄະລັດຖະທູດກາຕາປະຈຳ ຫວຽດນາມ ໄດ້ມອບຂອງຂວັນມີມູນຄ່າ 100 ລ້ານດົ່ງ ໃຫ້ສູນປົກປ້ອງສັງຄົມ 3, ນະຄອນຫຼວງຮ່າໂນ້ຍ

ເອກອັກຄະລັດຖະທູດກາຕາປະຈຳ ຫວຽດນາມ ໄດ້ມອບຂອງຂວັນມີມູນຄ່າ 100 ລ້ານດົ່ງ ໃຫ້ສູນປົກປ້ອງສັງຄົມ 3, ນະຄອນຫຼວງຮ່າໂນ້ຍ

ຍສໝ - ຕອນເຊົ້າວັນທີ 28 ພຶດສະພາ, ທີ່ຮ່າໂນ້ຍ, ທ່ານເອກອັກຄະລັດຖະທູດກາຕາປະຈຳ ຫວຽດນາມໄດ້ມາຢ້ຽມຢາມ ແລະ ມອບຂອງຂວັນ ທີ່ມີມູນຄ່າ 100 ລ້ານດົ່ງ ໃຫ້ແກ່ສູນປົກປ້ອງສັງຄົມ 3, ເມືອງມຽວຍາ, ໄຕໂໝ, ນາມຕື່ລຽມ, ຮ່າໂນ້ຍ.    

ແຂວງ ກວາງຫງາຍ ສສ.ຫວຽດນາມ ໜູນຊ່ວຍ ແຂວງ ຈຳປາສັກ ສປປ.ລາວ ໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19

ແຂວງ ກວາງຫງາຍ ສສ.ຫວຽດນາມ ໜູນຊ່ວຍ ແຂວງ ຈຳປາສັກ ສປປ.ລາວ ໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19

ຍສໝ - ກອງບັນຊາການທະຫານແຂວງ ກວາງຫງາຍ ໄດ້ສົມທົບກັບພະແນກສາທາລະນະສຸກ, ພະແນກພົວພັນຕ່າງປະເທດແຂວງ ມອບເຄື່ອງອຸປະກອນການແພດທີ່ຈຳເປັນໃຫ້ກອງບັນຊາການທະຫານແຂວງ ຈຳປາສັກ.

HUFO ມອບ​ຜ້າ​ອັດ​ປາກ - ດັງ 75.000 ອັນ​ພ້ອມ​ກັບ​ວັດ​ຖຸ, ອຸ​ປະ​ກອນ​ການ​ແພດ​ໃຫ້​ແກ່​ປະ​ຊາ​ຊົນ​ອາ​ເມ​ລິກ​າ​ເພື່ອ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ ໂຄ​ວິດ - 19

HUFO ມອບ​ຜ້າ​ອັດ​ປາກ - ດັງ 75.000 ອັນ​ພ້ອມ​ກັບ​ວັດ​ຖຸ, ອຸ​ປະ​ກອນ​ການ​ແພດ​ໃຫ້​ແກ່​ປະ​ຊາ​ຊົນ​ອາ​ເມ​ລິກ​າ​ເພື່ອ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ ໂຄ​ວິດ - 19

ວັນ​ທີ 28 ພຶດ​ສະ​ພາ, ຢູ່​ສຳ​ນັກ​ງານ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ​ນະ​ຄອນ​ໂຮ່​ຈີ​ມິນ, ຕາງ​ໜ້າ HUFO, ສະ​ມາ​ຄົມ​ມິ​ດ​ຕະ​ພາບ​ຫວຽດ​ນາມ - ອາ​ເມ​ລິ​ກາ​ໄດ້​ມອບ​ຜ້​າ​ອັດ​ປາກ - ດັງ 75.000 ອັນ, ຊຸດ​ປ້ອງ​ກັ​ນ​ພະ​ຍາດ 100 ຊ​ຸດ, ເງິນສົດ 2000 USD ໃຫ້​ແກ່​ປະ​ຊາ​ຊົນ ອາ​ເມ​ລິກ​າ​ໃນ​ການ​ປ້ອງ​ກັນ, ສະ​ກັດ​ກັ​້ນ​ໂລກ​ລະ​ບາດ.

ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມມອບວັດ​ຖຸ, ​ອຸ​ປະ​ກ​ອນ​ການ​ແພດ​ໃຫ້​ລັດ​ຖະ​ສະ​ພາ​ບາງ​ປະ​ເທດ​ອາ​ບຟຼິກ​ກາ, ຕາ​ເວັນ​ອອກ​ກາງ

ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມມອບວັດ​ຖຸ, ​ອຸ​ປະ​ກ​ອນ​ການ​ແພດ​ໃຫ້​ລັດ​ຖະ​ສະ​ພາ​ບາງ​ປະ​ເທດ​ອາ​ບຟຼິກ​ກາ, ຕາ​ເວັນ​ອອກ​ກາງ

ໂດຍ​ຕາ​ງ​ໜ້າ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ບັນ​ດາ​ປະ​ເທດ​ຮັບ​ວັດ​ຖຸ, ອຸ​ປະ​ກອນ​ການ​ແພດ, ທ່ານ Saadi Salama ເອກ​ອັກ​ຄະ​ລັດ​ຖະ​ທູດ ປາ​ແລັດ​ສະ​ຕິນ​ປະ​ຈຳ​ຫວຽດ​ນາມ​ໄດ້​ຕີ​ລາ​ຄາ​ສູງ​ປະ​ສິດ​ທິ​ຜົນ​ຂອງວຽກ​ງານ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບ​າດ Covid – 19 ຢູ່​ຫວຽດ​ນາມ​ໃນ​ໄລ​ຍະ​ທີ່​ຜ່ານ​ມາ, ສະ​ແດງ​ຄວາມ​ຂອບ​ໃຈ​ຢ່າງ​ເລິກ​ເຊິ່ງ​ສຳ​ລັບ​ນ້ຳ​ໃຈ, ຄວາມ​ຊ່ວຍ​ເຫຼືອ​ອັນ​ລ້ຳ​ຄ່າ​ຂອງ​ສະ​ພາ​ແຫ່ງ​ຊາດ, ປະ​ຊາ​ຊົນ​ຫວຽດ​ນາມ​ທີ່​ສະ​ຫງວຽນ​ໃຫ້​ແກ່​ລັດ​ຖະ​ສະ​ພາ ແລະ ປະ​ຊາ​ຊົນ​ບັນດາປະ​ເທດ.

ກາ​ນ​ພົວ​ພັນ​ຄູ່​ຮ່ວມມ​ື​ຮອບ​ດ້ານ​ລະ​ຫວ່າງ ຫວຽດ​ນາມ - ອາ​ເມ​ລິ​ກາ​ຮັກ​ສາ​ທ່າ​​ພັດ​ທະ​ນາ​ໃນຫຼາຍ​ຂົງ​ເຂດ

ກາ​ນ​ພົວ​ພັນ​ຄູ່​ຮ່ວມມ​ື​ຮອບ​ດ້ານ​ລະ​ຫວ່າງ ຫວຽດ​ນາມ - ອາ​ເມ​ລິ​ກາ​ຮັກ​ສາ​ທ່າ​​ພັດ​ທະ​ນາ​ໃນຫຼາຍ​ຂົງ​ເຂດ

ຍ​ສ​ໝ - ທ່ານ ​ດ່​ວາ​ນ​ຄັກ​ວຽດ​ ຮອງ​ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ​ໃຫ້​ຮູ້​ວ່າ: ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ ຫວຽດ​ນາ​ມ - ອາ​ເມ​ລິ​ກາ​ໃນ​ໄລ​ຍະ​ທີ່​ຜ່ານ​ມາ ໄດ້​ຮັກ​ສາ​ທ່າ​ພັດ​ທະ​ນາ​ໃນຫຼາຍ​ຂົງ​ເຂດ, ໃນ​ນັ້ນ​ມີ​ການ​ຮ່ວ​ມ​ມື​ດ້​ານ​ປ້ອງ​ກັນ​​ຊາດ

ຊ​ຸ​ກ​ຍຸ້​​ການ​ຄ້າ ຫວຽດ​ນາມ - ອາ​ເມ​ລິ​ກາ ​ໄລ​ຍະຫຼັງ Covid – 19

ຊ​ຸ​ກ​ຍຸ້​​ການ​ຄ້າ ຫວຽດ​ນາມ - ອາ​ເມ​ລິ​ກາ ​ໄລ​ຍະຫຼັງ Covid – 19

ທີ່ກອງ​ປະ​ຊຸມ, ບັນ​ດາ​ນັກ​ຊ່ຽວ​ຊານ​ອາ​ເມ​ລິ​ກາ ແລະ ຫວຽດ​ນາມ ໄດ້​ອັບ​ເດດ​ຂໍ້​ມູນ​ຂ່າວ​ສານໃໝ່​ຫຼ້​າ​ສຸດກ່ຽວ​ກັບ​ສະ​ພາບ​ການ​ຕະຫຼ​າ​ດ​ເກີບ​ອາ​ເມ​ລິ​ກາ, ຕີ​ລາ​ຄາ​ການ​ກະ​ທົບ​ຂອງ Covid – 19 ທີ່​ມີ​ຕໍ່​ຕະຫຼາດ ແລະ ຄວາມ​ເປັນ​ໄປ​ໄດ້, ທ່າ​ອ່ຽງພັດ​ທະ​ນາ​ຂອງ​ຕະຫຼາດ​ໃນ​ໄລ​ຍະ​ຈະ​ມາ​ເຖິງ,

ຫວຽດນາມ - ມຽນມາ: ຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈມູງໄປສູ່ອະນາຄົດ

ຫວຽດນາມ - ມຽນມາ: ຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈມູງໄປສູ່ອະນາຄົດ

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ - ມຽນມາ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ລົງບົດຂຽນກ່ຽວກັບການພົວພັນສອງຝ່າຍ. ວາລະສານ ຍຸກສະໄໝ ຂໍແນະນຳ ເນື້ອໃນຂອງບົດຂຽນທີ່ມີເນື້ອໃນດັ່ງຕໍ່ໄປນີ້:

ສະຖານທູດຫວຽດນາມປະຈຳອາຟະລິກາໃຕ້ໜູນຊ່ວຍອຸ​ປະ​ກອນ​ການ​ແພດ​ໃຫ້​ແກ່ປະຊາຊົນປະເທດປະຈຳຖິ່ນ

ສະຖານທູດຫວຽດນາມປະຈຳອາຟະລິກາໃຕ້ໜູນຊ່ວຍອຸ​ປະ​ກອນ​ການ​ແພດ​ໃຫ້​ແກ່ປະຊາຊົນປະເທດປະຈຳຖິ່ນ

ທ່ານນາງ Daniswa Mafumbatha, ເຈົ້າຄອງເມືອງ Mbizana ໄດ້ສະແດງຄວາມຂອບໃຈມາຍັງພະນັກງານສະຖານທູດຫວຽດນາມ ປະຈຳອາຟະລິກາ ທັງໝົດ ແລະ ໄດ້ຢືນຢັນວ່າ, ຫວຽດນາມ ແມ່ນແບບຢ່າງໃນວຽກງານປ້ອງກັນ, ຕ້ານໂລກລະບາດ ເຊິ່ງຫຼາຍປະເທດຄວນຮ່ຳຮຽນຕາມ, ຜ່ານນັ້ນ, ປາດຖະໜາວ່າ ຫວຽດນາມ ຈະແບ່ງປັນບັນດາເຄັດລັບນີ້ກັບອາຟະລິກາໃຕ້.

ຫວຽດນາມ ກຽມພ້ອມການແບ່ງປັນບົດຮຽນ ໃນ​ການປ້ອງກັນ ສະ​ກັດ​ກັ້ນໂລກລະບາດ Covid -19 ກັບນອກແວ

ຫວຽດນາມ ກຽມພ້ອມການແບ່ງປັນບົດຮຽນ ໃນ​ການປ້ອງກັນ ສະ​ກັດ​ກັ້ນໂລກລະບາດ Covid -19 ກັບນອກແວ

ຍ​ສໝ - ການ​ນຳ 2 ທ່ານໄດ້ເຫັນດີເພີ່ມທະວີການສົມທົບກັນຂຸດຄົ້ນບັນດາຄວາມສາມາດບົ່ມຊ້ອນໃນການພົວພັນລະຫວ່າງນອກແວ-ອາຊຽນ ໃນປີຫວຽດນາມ ດຳລົງຕຳແໜ່ງປະທານອາຊຽນ ແລະ ເພີ່ມທະວີການຮ່ວມມືຢູ່ສະຫະປະຊາຊາດໃຫ້ເປັນຢ່າງດີ.

ສະມາຄົມມິດຕະພາບຫວຽດນາມ - ອູແກຣນ  ໄດ້ມອບຜ້າອັນປາກ 5.000 ອັນ ແລະ 332 ລ້ານດົ່ງເພື່ອຊ່ວຍເຫຼືອປະຊາຊົນປະເທດອູແກຣນ  ຕໍ່ສູ້ຕ້ານ ພະຍາດ COVID-19

ສະມາຄົມມິດຕະພາບຫວຽດນາມ - ອູແກຣນ ໄດ້ມອບຜ້າອັນປາກ 5.000 ອັນ ແລະ 332 ລ້ານດົ່ງເພື່ອຊ່ວຍເຫຼືອປະຊາຊົນປະເທດອູແກຣນ ຕໍ່ສູ້ຕ້ານ ພະຍາດ COVID-19

ຍສໝ - ຕອນເຊົ້າວັນທີ 26 ພຶດສະພາ, ຢູ່ ສຳນັກງານໃຫຍ່ສະຫະພັນບັນດາອົງການມິດຕະພາບຫວຽດນາມຢູ່ຮ່າໂນ້ຍ, ສະມາຄົມມິດຕະພາບຫວຽດນາມ - ອູແກຣນ  ໄດ້ບໍລິຈາກຜ້າອັນປາກ 5.000 ອັນ ແລະ 332 ລ້ານດົ່ງເພື່ອໜູນ ຊ່ວຍປະຊາຊົນປະເທດອູແກຣນ  ໃນການປ້ອງກັນ ແລະ ສະກັນກັ້ນການລະບາດຂອງ ພະຍາດ COVID-19.    

ນາຍົກລັດຖະມົນຕີ  ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ ມ​ີ​ການໂອ້ລົມທາງໂທລະສັບກັບ ປະທານາທິບໍດີ ຟີລິບປີນ Rodrigo Duterte

ນາຍົກລັດຖະມົນຕີ  ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ ມ​ີ​ການໂອ້ລົມທາງໂທລະສັບກັບ ປະທານາທິບໍດີ ຟີລິບປີນ Rodrigo Duterte

ຍ​ສ​ໝ - ການນຳສອງທ່ານໄດ້ເຫັນດີເປັນ​ເອ​ກະ​ພາບຍູ້ແຮງການພົວພັນສອງຝ່າຍຢ່າງແທດຈິງ, ຍົກສູງປະສິດທິຜົນການຮ່ວມມືໃນບັນດາຂົງເຂດທັງໝົດ; ເຫັນດີກັນສືບຕໍ່ເພີ່ມທະວີການສົມທົບກັນ, ສະໜັບສະໜຸນເຊິ່ງ​ກັນ ແລະ ກັນຢູ່ບັນດາເວທີປາ​ໄສຫຼາຍຝ່າຍ.

ຫວຽດ​ນາມ ຖື​ເປັນ​ສຳ​ຄັນ​ການ​ຮ່ວມ​ມື​ກັບ​ກ​ຳ​ປູ​ເຈຍ​ໃນ​ທຸກ​ຂົງ​ເຂດ

ຫວຽດ​ນາມ ຖື​ເປັນ​ສຳ​ຄັນ​ການ​ຮ່ວມ​ມື​ກັບ​ກ​ຳ​ປູ​ເຈຍ​ໃນ​ທຸກ​ຂົງ​ເຂດ

ຍ​ສໝ - ທ່ານ Chay Na-vut ຢັ້ງ​ຢືນ​ວ່າ ຈະ​ມາ​ນະ​ພະ​ຍາ​ຍາມ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ເພື່ອ​ນຳ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ​ນັບ​ມື້​ນັບ​ມີ​ຄວາມສະ​ໜິດ​ຕິດ​ພັນ ​ແລະ ​ປະ​ສິດ​ທິ​ຜົນ ຖືກ​ຕາມ​ທິດນ​ຳ ທີ່​ວ່າ “ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ, ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ, ການ​ຮ່ວມ​ມື​ຮອບ​ດ້ານ, ຍືນ​ຍົງ ແລະ ຍາວ​ນານ”.

ສັນຍາ CPTPP ຈະກະ​ຕຸກ​ຊຸກ​ຍູ້ ເສດ​ຖະ​ກິ​ດ​ລະ​ຫວ່ງ ຫວຽດນາມ - ການາດາ

ສັນຍາ CPTPP ຈະກະ​ຕຸກ​ຊຸກ​ຍູ້ ເສດ​ຖະ​ກິ​ດ​ລະ​ຫວ່ງ ຫວຽດນາມ - ການາດາ

ຍ​ສ​ໝ - ລັດຖະມົນຕີສອງທ່ານ ໄດ້ແລກປ່ຽນສະພາບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ຂອງ ຫວຽດນາມ ແລະ ການາດາ, ພ້ອມທັງສະເໜີເພີ່ມທະວີລະບົບສະໜອງ, ການຜະລິດ ແລະ ການ ສົ່ງອອກ, ໃນນັ້ນພິເສດແມ່ນຜ້າອັດປາກ, ອຸປະກອນປ້ອງກັນພະຍາດໃນສະພາບການໂລກລະບາດໂຄວິດ-19.

ຫວຽດ​ນາມ​ຮ່ວມ​ມື​ກັບ​ຍີ່​ປຸ່​ນ​ຢ່າງ​ແໜ້​ນ​ແຟ້ນ​ໃນ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ Covid – 19

ຫວຽດ​ນາມ​ຮ່ວມ​ມື​ກັບ​ຍີ່​ປຸ່​ນ​ຢ່າງ​ແໜ້​ນ​ແຟ້ນ​ໃນ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ Covid – 19

ຍ​ສໝ - ທ່ານ​ຫວຸ​ຮົ່ງ​ນາມ ໄດ້​ຕີ​ລາ​ຄ​າ​ສູງ​ບັນ​ດາ​ນະ​ໂຍ​ບາຍ​ໜູນ​ຊ່ວຍ​ຂອງ​ລັດ​ຖະ​ບານ​ຍີ່​ປຸ່ນ​ສຳ​ລັບ​ຊາວ​ຕ່າງ​ປະ​ເທດ​ເວົ້າ​ລວມ. ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຍີ່​ປຸ່ນ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ອັນ​ຍິ່ງ​ໃຫ​ຍ່​ຈາກ​ນະ​ໂຍ​ບາຍ​ດັ່ງ​ກ່າວ.

ປ​ະ​ຊາ​ຄົມ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່ ເຢຍ​ລະ​ມັນ​ໄດ້​ຮ່ວມ​ແຮງ​ຮ່ວ​ມ​ໃຈ​ກັບ​ຊາວ​ເຢຍ​ລະ​ມັນໃນ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ Covid – 19

ປ​ະ​ຊາ​ຄົມ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່ ເຢຍ​ລະ​ມັນ​ໄດ້​ຮ່ວມ​ແຮງ​ຮ່ວ​ມ​ໃຈ​ກັບ​ຊາວ​ເຢຍ​ລະ​ມັນໃນ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ Covid – 19

​ຍ​ສໝ - ທ່ານ​ຫງວນ​ມິງ​ຫວູ​ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ​ປະ​ຈຳ ເຢຍ​ລະ​ມັນ​ໃຫ້​ຮູ້​ວ່າ ໄລ​ຍະ​ທີ່​ຜ່ານ​ມາ, ລັດ​ຖະ​ບານ​ຫວຽດ​ນາມ ແລະ ຖ້ອງ​ຖິ່ນ, ອົງ​ການ​ຈັດ​ຕັ້ງ​ແຫ່ງ​ຕ່າງໆ​ຂອງ​ຫວຽດ​ນາມ ໄດ້ສະ​ແດງ​ນ້າ​ໃຈ​ຄວາມ​ສາ​ມັກ​ຄີ​ກັບ​ປະ​ຊາ​ຊົນ​ເຢຍ​ລະ​ມັນ​ຜ່ານ​ການມອບ​ຜ້າ​ອັດ​ປາກ - ດັງ ແລະ ບັນ​ດາ​ອຸ​ປະ​ກອນ​ການ​ແພດ​ຕ່າງໆ.

|< < 1 2 3 4 5 > >|
302 Found

Found

The document has moved here.