ຍສໝ - ຫວ່າງມໍ່ໆນີ້, ວາລະສານສະພາແຫ່ງຊາດກູບາ ໄດ້ເປີດຕົວຜະລິດຕະພັນສິ່ງພິມພິເສດ “ກູບາ ແລະ ຫວຽດນາມ: ສັນຍາລັກຂອງຄວາມສາມັກຄີອ້າຍນ້ອງ” ເນື່ອງໃນໂອກາດສະເຫຼີມສະຫຼອງວັນສື່ມວນຊົນ ກູບາ ຢູ່ຫໍສະພາແຫ່ງຊາດ ກູບາ - Capitolio, ນະຄອນຫຼວງ La Habana.
ຍສໝ - ການສ້າງເຂດເສດຖະກິດການຄ້າາຂ້າມຊາຍແດນລວມ ລາວບາວ - ແດນສະຫວັນ ໃຫ້ຄຳໝັ້ນສັນຍາວ່າ ຈະເປັນກະແສລົມໃໝ່, ຈຸດໝາຍປາຍທາງໃໝ່ທີ່ຟົດຟື້ນໃນສາຍແລວເສດຖະກິດຕາເວັນຕົກຕາເວັນອອກ.
ຍສໝ - ຕອນເຊົ້າວັນທີ 14 ມີນານີ້, ຢູ່ຫໍປະຊຸມວັດທະນະທຳແຂວງ ລາຍເຈົາ ໄດ້ດຳເນີນການພົບປະເຈລະຈາລະຫວ່າງຄະນະຜູ້ແທນແຂວງ ລາຍເຈົາ ກັບຄະນະຜູ້ແທນແຂວງ ຜົ້ງສາລີ, ແຂວງ ອຸດົມໄຊ (ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ).
ຍສໝ - ວັນທີ 14 ມີນານີ້, ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ (VUFO) ໄດ້ຈັດຕັ້ງການໂອ້ລົມເຈລະຈາແບບເຊິ່ງໜ້າກັບສະຖາບັນ ກູບາ ມິດຕະພາບກັບບັນດາປະຊາຊາດ (ICAP) ກ່ຽວກັບທິດທາງການຮ່ວມມືໃນໄລຍະຈະມາເຖິງ.
ຍສໝ - ຄະນະກຳມະການປະຊາຊົນແຂວງ ແທງຮວ໋າ ຫາກໍມີມະຕິເລກທີ 1008/QĐ-UBND ລົງວັນທີ 14 ມີນາ 2024 ກ່ຽວກັບການອະນຸມັດຮັບເງິນອຸປະຖຳກວ່າ 1,8 ຕື້ດົ່ງ ເພື່ອປະຕິບັດໂຄງການ “ຍົກສູງກຳລັງຄວາມສາມາດຂອງຊຸມຊົນໃນການປ້ອງກັນ, ຕ້ານການໃຊ້ຄວາມຮຸນແຮງທາງຮ່າງກາຍຕໍ່ກັບເດັກນ້ອຍແຂວງ ແທງຮວ໋າ” ໂດຍອົງການ Terre des Hommes - ສັນຊາດ ເຢຍລະມັນ ອຸປະຖຳ.
ຍສໝ -
ວັນທີ 12 ມີນານີ້, ສະຖານກົງສຸນໃຫຍ່ຍີ່ປຸ່ນປະຈຳນະຄອນໂຮ່ຈິມິນ ໄດ້ຈັດຕັ້ງພິທີລົງນາມໂຄງການຊ່ວຍເຫຼືອທີ່ບໍ່ຕ້ອງສົ່ງຄືນ ຂອງລັດຖະບານຍີ່ປຸ່ນ, ດ້ວຍຍອດມູນຄ່າ 178.807 USD ໃຫ້ 3 ໂຄງການຢູ່ແຂວງ, ບາກລຽວ ແລະ ແຂວງແຄ໋ງຮ່ວາ.
ຍສໝ - ຕອນບ່າຍວັນທີ 12 ມີນານີ້, ຄະນະຜູ້ແທນເມືອງມຸນລະປາໂມກ (ແຂວງຈຳປາສັກ), ໂດຍທ່ານເລຂາຄະນະພັກເມືອງ, ເຈົ້າເມືອງມຸນລະປາໂມກ ໄດ້ມາເຮັດວຽກກັບພະແນກກະສິກຳ ແລະ ພັດທະນາຊົນນະບົດ ແຂວງ ອານຢາງ ເນື່ອງໃນໂອກາດການຢ້ຽມຢາມເຮັດວຽກຢູ່ແຂວງ ອານຢາງ. ທ່ານ ເຈີນແທັງຮ້ຽບ - ຮອງຫົວໜ້າພະແນກກະສິກຳ ແລະ ພັດທະນາຊົນນະບົດແຂວງ ອານຢາງ ເປັນປະທານກອງປະຊຸມ.
ຍສໝ - ຕອນບ່າຍວັນທີ 15 ມີນາ, ຢູ່ຮ່າໂນ້ຍ, ທ່ານປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ຟານແອງເຊີນ ໄດ້ໃຫ້ການຕ້ອນຮັບທ່ານນ່າງ ຄຳປາວ ເອີນທະວັນ - ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສາທາລະນະລັດ ປະຊາທິປະໄຕປະຊາຊົນ ລາວ. ການພົບປະເພື່ອແນໃສ່ປຶກສາຫາລືບັນດາມາດຕະການຊຸກຍູ້ການຮ່ວມມື ແລະ ການແລກປ່ຽນປະຊາຊົນລະຫວ່າງ 2 ປະເທດຢ່າງແທດຈິງ ແລະ ມີປະສິດທິຜົນ.
ຍສໝ - ຕອນເຊົ້າວັນທີ 15 ມີນານີ້, ຢູ່ນະຄອນຫຼວງ ວຽງຈັນ, ຄະນະຜູ້ແທນໂຮງໝໍສູນກາງກອງທັບ 108 ໂດຍທ່ານພົນຈັດຕະວາ, ສຈ.ປອ ເລຫິວຊອງ, ຜູ້ອຳນວຍການໂຮງໝໍ ເປັນນຳໜ້າໄດ້ເຂົ້າພົບປະຢ້ຽມຢາມຂ່ຳນັບ ທ່ານພົນເອກຈັນສະໝອນ ຈັນຍາລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ.
ຍສໝ - ແດນມາກ ສາມາດແບ່ງປັນປະສົບການ, ໜຸ່ມຊ່ວຍເຕັກໂນໂລຢີ, ການເງິນ ເພື່ອຫວຽດນາມ ປະຕິບັດບັນດາຂໍ້ລິເລີ່ມຫຼຸດຜ່ອນອາຍພິດເຮືອນແກ້ວ, ການຫັນປ່ຽນສີຂຽວ.
ຍສໝ - ວັນທີ 12 ມີນານີ້, ຢູ່ສຳນັກງານກະຊວງການຕ່າງປະເທດ ຫວຽດນາມ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ຕ້ອນຮັບທ່ານ Komura Masahiro, ຜູ້ແທນສະພາຕ່ຳ, ລັດຖະມົນຕີກະຊວງການຕ່າງປະເທດ ຍີ່ປຸ່ນ ເນື່ອງໃນໂອກາດການຢ້ຽມຢາມ ຫວຽດນາມ ນັບແຕ່ວັນທີ 10 – 13 ມີນານີ້. ຢູ່ທີ່ນີ້, ທ່ານຜູ້ແທນສະພາຕ່ຳ ໃຫ້ຮູ້ວ່າ ປະຈຸບັນ ວິສາຫະກິດ ຍີ່ປຸ່ນ ພວມມີຄວາມສົນໃຈຫຼາຍໃນການເປິດກ້ວາງການລົງທຶນຢູ່ ຫວຽດນາມ. ທ່ານສະເໜີໃຫ້ລັດຖະບານຫວຽດນາມ ຊຸກຍູ້ການປັບປຸງສະພາບແວດລ້ອມແຫ່ງການລົງທຶນໃຫ້ດີຂຶ້ນຕື່ມອີກ, ຜັນຂະຫຍາຍການຮ່ວມມືໃນຂົງເຂດໃໝ່ຄື ການຫັນເປັນດີຈີຕອນ, ການຫັນເປັນສີຂຽວ ແລະ ການຮ່ວມມືໃນຂອບເຂດຂໍ້ລິເລີ່ມ AZEC.
ຍສໝ - ການຫັນຂັ້ນຕອນວີຊາໃຫ້ເປັນງ່າຍດາຍ, ເປີດວີຊາອອນໄລ ແລະ ວີຊາເມື່ອເຂົ້າເມືອງ (visa on arrival) ໃຫ້ພົນລະເມືອງ ຫວຽດນາມ ໃນເວລາໄວທີ່ສຸດ; ສະແດງຄວາມຊົມເຊີຍການເປີດກ້ວາງໃຫ້ແຮງງານ ຫວຽດນາມ ໄປເຮັດວຽກຢູ່ ມາກາວ.
"ຜູ້ປົກປັກຮັກສາຫຼັກໝາຍຊາຍແດນ" ຢູ່ເຂດຊາຍແດນ
ຄອບຄົວຫວຽດນາມ ກັບນັກສຶກສາລາວ ແລະນັກສຶກສາກຳປູເຈຍ ທີ່ພວມຮໍ່າຮຽນຢູ່ນະຄອນໂຮ່ຈີມິນ
ບັນດາທູດແຫ່ງນ້ຳໃຈມິດຕະພາບອັນຍິ່ງໃຫຍ່ຫວຽດນາມ-ລາວ
ຍສໝ - ວັນທີ 14 ມີນານີ້, ຢູ່ສຳນັກງານສູນກາງພັກ, ທ່ານນາງ ເຈື່ອງທິມາຍ ກໍາມະການກົມການເມືອງ, ຜູ້ປະຈຳຄະນະເລຂາທິການ, ຫົວໜ້າຄະນະຈັດຕັ້ງສູນກາງພັກກອມມູນິດ ຫວຽດນາມ ໄດ້ຕ້ອນຮັບທ່ານນາງ ຄຳເພົາ ເອີນທະວັນ, ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເຂົ້າຢ້ຽມຂ່ຳນັບເນື່ອງໃນໂອກາດທີ່ຮັບໜ້າທີ່ປະຕິບັດງານຢູ່ ຫວຽດນາມ.
ຍສໝ - ທ່ານ Mariano Winograd, ນັກວິສະວະກອນກະສິກຳ ໃຫ້ຮູ້ວ່າ ຫວຽດນາມ ແມ່ນຄູ່ຮ່ວມມືການຄ້າໃຫຍ່, ພິເສດແມ່ນໃນຂົງເຂດສະບຽງອາຫານຂອງ ອາກຊັງຕິນ, ພ້ອມກັນນັ້ນ ກໍ່ໃຫ້ຂໍ້ສັງເກດວ່າ ຫວຽດນາມ ຈະມີຄວາມພັດທະນາທີ່ສຸດໃນຊຸມປີຈະມາເຖິງ.
ຍສໝ - ນີ້ຈະແມ່ນຫ້ອງການສົ່ງເສີມການທ່ອງທ່ຽວຢູ່ຕ່າງປະເທດແຫ່ງທຳອິດຂອງການທ່ອງທ່ຽວ ຫວຽດນາມ, ໃນຄວາມມານະພະຍາຍາມ ເພື່ອປ່ຽນໃໝ່ວິທີການສົ່ງເສີມ, ໂຄສະນາການທ່ອງທ່ຽວ.
ການນຳລາວ ຕີລາຄາສູງການພົວພັນຮ່ວມມືລະຫວ່າງ ຮ່າໂນ້ຍ ແລະວຽງຈັນ
ຍສໝ - ວັນທີ 11 ມີນານີ້, ຢູ່ ຮ່າໂນ້ຍ ໄດ້ດຳເນີນພິທີປະກາດຂໍ້ຕົກລົງວ່າດ້ວຍການສ້າງຕັ້ງສາຂາສະມາຄົມມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ຝລັ່ງ ຢູ່ມະຫາວິທະຍາໄລທຸລະກິດ ແລະ ເຕັກໂນໂລຢີ ຮ່າໂນ້ຍ, ເຊິ່ງກາຍເປັນສະມາຊິກທີ 29 ຂອງສະມາຄົມມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ຝຣັ່ງ.
ຍສໝ - ລາວ, ປະເທດບ້ານເຮືອນຄຽງທີ່ຄຸ້ນເຄີຍ, ມີສິ່ງຕ່າງໆທີ່ຫນ້າສົນໃຈຫຼາຍຢ່າງທີ່ຍັງບໍ່ທັນໄດ້ຄົ້ນກາ ແລະ ຍັງລໍຖ້າຜູ້ທີ່ມັກຮັກການທ່ອງທ່ຽວມາຢ້ຽມຢາມ. ຖ້າທ່ານມາຮອດ "ດິນແດນລ້ານຊ້າງ" ຄັ້ງທໍາອິດ, ສິ່ງທີ່ຄວນເອົາໃຈໃສ່ລຸ່ມນີ້ຈະເປັນຄໍາແນະນໍາທີ່ຫນ້າສົນໃຈເພື່ອເຮັດໃຫ້ການເດີນທາງຂອງທ່ານມີຄວາມສຸກ ແລະ ສົມບູນແບບຍິ່ງຂຶ້ນ.
ຍສໝ - ຕອນເຊົ້າວັນທີ 12 ມີນາ, ຢູ່ນະຄອນຫຼວງ ວຽງຈັນ, ໄດ້ດຳເນີນພິທີເປີດສະຫຼອງໂຄງການກໍ່ສ້າງສຳນັກງານພະແນກຍຸຕິທຳ ແລະອົງການໄອຍະການນະຄອນຫຼວງວຽງຈັນ. ນີ້ແມ່ນໂຄງການມິດຕະພາບລະຫວ່າງນະຄອນຫຼວງ ຮ່າໂນ້ຍ ແລະນະຄອນຫຼວງວຽງຈັນ.
ຍສໝ - ຕອນເຊົ້າວັນທີ 11 ມີນາ, ຢູ່ເຂດຮ່ອງຮອຍແຫ່ງຊາດພິເສດ ວັດໄຕ (ເມືອງກວ໋ກອາຍ), ສະມາຄົມມິດຕະພາບ ຫວຽດນາມ - ອິນເດຍ ຮ່າໂນ້ຍ ໄດ້ຈັດຕັ້ງພິທີປູກຕົ້ນໄມ້ເພີ່ມພູນຄູນສ້າງຄວາມມິດຕະພາບຫວຽດນາມ - ອິນເດຍ ປີ 2024.
ຍສໝ - ວັນທີ 12 ມີນານີ້, ຢູ່ຮ່າໂນ້ຍ, ກົມຄຸ້ມຄອງຊັບພະຍາກອນນ້ຳ (ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຫວຽດນາມ) ໄດ້ສົມທົບກັບອົງການອາຫານ ແລະ ການກະເສດສະຫະປະຊາຊາດ (FAO), ກົມຊັບພະຍາກອນນ້ຳ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ລາວ) ແລະ ສະຫະພັນສາກົນເພື່ອອະນຸລັກທຳມະຊາດ (IUCN) ຈັດຕັ້ງພິທີເປີດໂຄງການ “ເພີ່ມທະວີຄວາມໝັ້ນຄົງດ້ານນ້ຳ ແລະ ສິ່ງແວດລ້ອມໃຫ້ບັນດາອ່າງແມ່ນ້ຳຂອງ ແລະ ແມ່ນ້ຳ Nuen ແລະ ເຂດແຄມຝັ່ງທະເລທີ່ກ່ຽວຂ້ອງເຖິງ ຫວຽດນາມ ແລະ ລາວ".
ຍສໝ - ໃນການປະຊຸມຂ່າວພາຍຫຼັງການໂອ້ລົມເຈລະຈາໃນວັນທີ 11 ມີນາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ນິວຊີແລນ Christopher Luxon ໄດ້ສະແດງຄວາມເຊື່ອໝັ້ນຕໍ່ອະນາຄົດຂອງການຮ່ວມມືລະຫວ່າງ 2 ປະເທດ.
ຮ່າໂນ້ຍ-ວຽງຈັນ (ລາວ) ເພີ່ມທະວີການຮ່ວມມື
ຍສໝ - ທ່ານນາງ ຫງວຽນມິງຮັ່ງ ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ເນັ້ນໜັກວ່າ: ສະພາບການຂອງໂລກ ແລະ ພາກພື້ນພວມມີການຫັນປ່ຽນຢ່າງເລິກເຊິ່ງ. ຍິ່ງໄປກວ່ານັ້ນ, ອາຊີ - ປາຊີຟິກ ຕ້ອງຮັບປະກັນການຮັກສາໂຄງປະກອບພາກພື້ນທີ່ເປີດກວ້າງ, ໂປ່ງໃສ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ກວມລວມ ແລະ ອີງຕາມຂໍ້ກຳນົດກົດລະບຽບ, ໃນນັ້ນ ອາຊຽນ ມີບົດບາດເປັນໃຈກາງ.
ຍສໝ - ໃນພິທີປິດ, ເຈົ້າໜ້າທີ່ຕຳຫຼວດລາວ ໄດ້ສະແດງຄວາມຂອບໃຈ ແລະ ອວຍພອນໃຫ້ຄູ-ອາຈານ ແລະ ພະນັກງານສູນຝຶກ ແລະ ນຳໃຊ້ສັດວິຊາຊີບ (ກອງບັນຊາການຕຳຫຼວດເຄື່ອນທີ່, ກະຊວງຕຳຫຼວດ) ແລະ ສັນຍາວ່າ ຈະນຳເອົາຄວາມຮູ້ທີ່ໄດ້ຮຽນມາເຂົ້າໃນວຽກງານປ້ອງກັນ ແລະ ຕ້ານອາດຊະຍາກຳ ແລະ ຮັບປະກັນຄວາມໝັ້ນຄົງແຫ່ງຊາດ.
ເປີດນຳໃຊ້ “ເສັ້ນທາງທຸງຊາດ” ຢູ່ເຂດຊາຍແດນຫວຽດນາມ-ລາວ
ຄອບຄົວຊາວຫວຽດນາມ ກັບນັກສຶກສາລາວ ແລະກໍາປູເຈຍ