ຍສໝ - ໃນໄລຍະຜ່ານມາ, ສູນ Ansan ໄດ້ສົມທົບກັບຄະນະຄຸ້ມຄອງແຮງງານຫວຽດນາມ ປະຈຳ ສ.ເກົາຫຼີ ແລະ ຫ້ອງການ EPS ເພື່ອຈັດຕັ້ງບັນດາການພົບປະ ແລະ ປຶກສາຫາລືກ່ຽວກັບແຮງງານ ຫວຽດນາມ ຢູ່ທ້ອງຖິ່ນ.
ຍສໝ - ທ່ານເອກອັກຄະລັດຖະທູດ ດັ້ງມິງຄອຍ ເນັ້ນໜັກກວ່າ ສາຍພົວພັນລະຫວ່າງສອງປະເທດ ຫວຽດນາມ-ລັດເຊຍ ໄດ້ຜ່ານການທົດສອບຫຼາຍຢ່າງ ແລະ ປະຈຸບັນພວມພັດທະນາຢ່າງຕັ້ງໜ້າ ທັງລວງກວ້າງ ແລ ະລວງເລິກໃນທຸກຂົງເຂດ ຄື ເສດຖະກິດ, ການຄ້າ, ວັດທະນະທໍາ, ການສຶກສາ, ການທູດປະຊາຊົນ, ທັງແມ່ນຊັບສົມບັດອັນລໍ້າຄ່າຂອງສອງປະເທດ.
ຍສໝ - ນ້ຳໃຈສາມັກຄີ, ມິດຕະພາບ ຫວຽດນາມ - ລາວ, ຫວຽດນາມ - ກຳປູເຈຍ ຈະນັບມື້ນັບໄດ້ຮັບການປັບປຸງ, ໃກ້ຊິດສະໜິດແໜ້ນ ແລະ ໝັ້ນແກ່ນກ່ວາອີກ. ປະຊາຊົນ ຫວຽດນາມ ຈະສືບຕໍ່ບັນລຸໄດ້ຜົນງານອັນຍິ່ງໃຫຍ່ກ່ວາອີກໃນພາລະກິດຫັນປະເທດຊາດເປັນອຸດສາຫະກຳ ແລະ ທັນສະໄໝ.
ຍສໝ - ການແຂ່ງຂັນຫໍ່ເຂົ້າຕົ້ມໄດ້ນໍາເອົາບັນຍາກາດເບິກບານມ່ວນຊື່ນ, ຊ່ວຍບັນເທົາຄວາມຄິດຮອດເຮືອນໃຫ້ສະມາຊິກທັງໝົດຂອງກົມກອງທີ່ຕ້ອງປະຕິບັດໜ້າທີ່ຢູ່ໄກບ້ານເກີດເມືອງນອນເນື່ອງໃນໂອກາດລະດູບານໃໝ່, ບຸນເຕັດວຽນມາ.
ຍສໝ - ວັນທີ 11 ມັງກອນ, ທ່ານ ເຢືອງແອງດຶກ, ຮອງປະທານຄະນະກໍາມະການປະຊາຊົນນະຄອນ ໂຮ່ຈີມິນ ໄດ້ໃຫ້ການຕ້ອນຮັບທ່ານ Tim Pallas, ລັດຖະມົນຕີກະຊວງການເງິນ, ການຄ້າ, ການລົງທຶນ ແລະ ແຮງງານ ລັດ Victoria (ອົດສະຕາລີ).
Ngày 11/01, ông Dương Anh Đức, Phó Chủ tịch UBND Thành phố Hồ Chí Minh, tiếp ông Tim Pallas, Bộ trưởng ...
ຍສໝ - ຕາມທ່ານເອກອັກຄະລັດຖະທູດ ຟີລິບປິນ Meynardo Los Banos Montealegre ແລ້ວ, ຍ້ອນຍຸດທະສາດສັກວັກຊິນຂອງລັດຖະບານ, ປະຊາຊົນ ຫວຽດນາມ ຈິ່ງມີຄວາມປອດໄພ ແລະ ກັບຄືນສູ່ການດຳລົງຊີວິດທີ່ເປັນປົກກະຕິ.
ຍສໝ - ວັນທີ 15 ມັງກອນ, ສະຖານທູດ ຫວຽ,ນາມ ປະຈຳ ຍີ່ປຸ່ນ ໄດ້ຈັດຕັ້ງບຸນເຕັດປະຊາຄົມ ປີ 2023 ເພື່ອແນໃສ່ເພີ່ມທະວີຄວາມສະໜິດຕິດພັນໃນປະຊາຄົມຊາວຫວຽດນາມ ອາໄສຢູ່ຍີ່ປຸ່ນ ແລະ ນຳມາເຊິ່ງບັນຍາກາດລະດູບານໃໝ່ທີ່ອົບອຸ່ນໃຫ້ແກ່ຊາວຫວຽດນາມ ອາໄສຢູ່ຍີ່ປຸ່ນ
ຍສໝ - ສອງກົມກອງໄດ້ເຫັນດີເປັນເອກະພາບຕີລາຄາວ່າ ໃນຊຸມປີຜ່ານມາ, ສະມາຄົມນັກຮົບເກົ່າແຂວງບິ່ງເຟືອກ ແລະ ຄະນະກໍາມະການສະຫະສະມາຄົມນັກຮົບເກົ່າແຂວງ Kratie ຍາມໃດກໍ່ເປັນເຈົ້າການສ້າງການສົມທົບກັນເຄື່ອນໄຫວຮ່ວມມືທີ່ບັນລຸຫຼາຍໝາກຜົນສໍາຄັນ, ປະກອບສ່ວນສ້າງສະມາຄົມຂອງແຕ່ລະທ້ອງຖິ່ນຢ່າງເຂັ້ມແຂງ...
ຍສໝ - ກອງປະຊຸມປະຈຳປີເວທີປາໄສເສດຖະກິດໂລກ (WEF) ຄັ້ງທີ 53 ຈະສຸມໃສ່ຫົວເລື່ອງເຄັ່ງຮ້ອນຄື: ວິກິດການພະລັງງານ ແລະ ສະບຽງອາຫານໃນສະພາບການປ່ຽນແປງຂອງດິນຟ້າອາກາດ; ອັດຕາເງິນເຟີ້ສູງ...
ຍສໝ - ການພົບປະມີການເຂົ້າຮ່ວມຂອງທ່ານນາງ Ariadne Feo Labrada, ຫົວໜ້າສະຖານກົງສູນໃຫຍ່ ສ.ກູບາ ປະຈຳນະຄອນໂຮ່ຈີມິນ ແລະ ສາມີ, ທ່ານນາງ ເຈືອງທິຮຽນ ປະທານສະມາຄົມມິດຕະພາບ ຫວຽດນາມ - ກູບາ ນະຄອນໂຮ່ຈີມິນ, ທ່ານ ໂຮ່ຊວັນເລິມ, ຮອງປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ນະຄອນໂຮ່ຈີມິນ, ທ່ານພັນເອກ ບູຍຮຶວຮວຽນ, ຫົວໜ້າຄະນະຕິດຕໍ່ພົວພັນ ກອງພັນ 261 Giron ແລະ ຜູ້ຕາງໜ້າບັນດາພະແນກ, ຄະນະ, ຂະແໜງການນະຄອນ.
ຍສໝ - ຢູ່ນະຄອນ ຢາເງ້ຍ, ສອງແຂວງໄດ້ພ້ອມກັນແລກປ່ຽນ, ປຶກສາຫາລືໄປເຖິງການເຫັນດີເປັນເອກະພາບລົງນາມ ລາຍການຮ່ວມມືລະຫວ່າງອຳນາດການປົກຄອງແຂວງ ດັກນົງ, ຫວຽດນາມກັບອຳນາດການປົກຄອງແຂວງ Mondulkiri (ກຳປູເຈຍ) ໄລຍະ 2023 – 2026 ໃນບັນດາຂົງເຂດ.
ຍສໝ - ຫຼາຍປີມາແລ້ວ, ປະຊາຊົນຢູ່ບ້ານຊັັ໊ງຮັ່ງ, ຕາແສງອຽນເຄືອງ (ລາງແຈ້ງ) ແລະ ບ້ານເກີນ, ກຸ່ມບ້ານໂພນໄຊ, ເມືອງຊໍາໃຕ້, ແຂວງຫົວພັນ (ປະ ເທດ ສປປ ລາວ) ໄດ້ຮັກສາການພົວພັນສາມັກຄີມິດຕະພາບ, ຊ່ວຍເຫຼືອກັນ ພ້ອມກັນພັດທະນາ, ປົກປັກຮັກສາຄວາມໝັ້ນຄົງຢູ່ເຂດຊາຍແດນຂອງສອງປະເທດ.
ຍສໝ - ເນື່ອງໃນໂອກາດນີ້, ສະຫາຍ ພັນເອກ ຄຳສິງ ນົນທະສອນ ຮອງຫົວໜ້າ ປກສ ແຂວງຄຳມ່ວນ ໄດ້ສົ່ງຄຳອວຍພອນອັນປະເສີດເຖິງບັນດາພະນັກງານ, ນັກຮົບ ຕຳຫຼວດແຂວງ ຮ່າຕິ້ງ; ພ້ອມກັນນັ້ນ, ກໍ່ສະແດງຄວາມຂອບໃຈຕໍ່ຕຳຫຼວດແຂວງ ຮ່າຕິ້ງ ໃນຊຸມປີມໍ່ໆມານີ້ທີ່ໄດ້ເອົາໃຈໃສ່ ແລະ ສົມທົບກັບ ປກສ ແຂວງຄຳມ່ວນ ໃນການປະຕິບັດໜ້າທີ່ຮັບປະກັນຄວາມໝັ້ນຄົງແຫ່ງຊາດ ແລະ ປົກປັກຮັກສາຄວາມປອດໄພ, ຄວາມລະບຽບຮຽບຮ້ອຍທາງສັງຄົມເປັນຢ່າງດີ.
ຍສໝ - ນັ້ນແມ່ນຄຳກ່າວຄຳປາໄສຂອງທ່ານ ຟານແອງເຊີນ, ຮອງປະທານ, ເລຂາທິການໃຫຍ່ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ (VUFO) ໃນລາຍການ “ການພົບປະມິດຕະພາບສັນຍາປາຣີ - ທວນຄືນອະດີດ, ມຸ່ງໄປເຖິງອະນາຄົດ” ທີ່ຈັດຕັ້ງໂດຍ VUFO ໃນຕອນເຊົ້າວັນທີ 13 ມັງກອນ 2023 ຢູ່ຮ່າໂນ້ຍ ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນເຊັນສັນຍາ ປາຣີ ກ່ຽວກັບການຢຸດຕິສົງຄາມ ແລະ ສ້າງຕັ້ງຄືນຄວາມສັນຕິພາບຢູ່ ຫວຽດນາມ (27 ມັງກອນ 1973 – 27 ມັງກອນ 2023).
ຍສໝ - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ ສອງປະເທດ, ສອງຊາດ ຫວຽດນາມ - ລາວ ມີການພົວພັນມິດຕະພາບທີ່ເປັນມູນເຊື້ອແບບພິເສດ, ນ້ຳໃຈບໍລິສຸດຜຸດຜ່ອງ ແລະ ຍາມໃດກໍ່ໜູນຊ່ວຍເຊິ່ງກັນແລະກັນໃນພາລະກິດແຫ່ງການຕໍ່ສູ້ປົດປ່ອຍຊາດ ໃນເມື່ອກ່ອນ ກໍ່ຄືໃນໄລຍະສ້າງສາ, ພັດທະນາ ແລະ ປົກປັກຮັກສາປະເທດຊາດໃນປັດຈຸບັນ.
ຍສໝ - ວັນທີ 11 ມັງກອນ, ທ່ານ ຫງວຽນວັນເນີນ, ກໍາມະການກົມການເມືອງ, ເລຂາຄະນະພັກນະຄອນ ໂຮ່ຈິມິນ ໄດ້ໃຫ້ການຕ້ອນຮັບທ່ານ Suga Yoshihide, ອະດີດນາຍົກລັດຖະມົນຕີ ຍີ່ປຸ່ນ ມາຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນ ໂຮ່ຈິມິນ.
Ngày 11/1, ông Nguyễn Văn Nên, Ủy viên Bộ Chính trị, Bí thư Thành ủy Thành phố Hồ Chí Minh đã tiếp ...
ຍສໝ - ການນໍາຕໍາຫຼວດແຂວງກວາງບິ່ງ ແລະ ປກສ ແຂວງຄໍາມ່ວນ ໄດ້ແລກປ່ຽນ, ແຈ້ງໃຫ້ກັນຊາບບາງຂໍ້ມູນທີ່ກ່ຽວຂ້ອງເຖິງສະພາບເສດຖະກິດ-ສັງຄົມ ຂອງ 2 ແຂວງ; ບາງໝາກຜົນທີ່ພົ້ນເດັ່ນຂອງກໍາລັງ ປສກ ແຂວງຄຳມ່ວນ ແລະຕໍາຫຼວດ ແຂວງກວາງບິ່ງ ແລະວຽກງານສົມທົບກັນ, ຕໍ່ສູ້ຕ້ານອາດຊະຍະກໍາ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ ຢູ່ເສັ້ນ ຊາຍແດນຫວຽດນາມ-ລາວ.
ຍສໝ - ນີ້ແມ່ນການຢ້ຽມຢາມມີຄວາມໝາຍທີ່ສຸດ ຍ້ອນວ່າທັງເປັນການຢ້ຽມຢາມລາວຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃນຖານະເປັນຜູ້ນຳລັດຖະບານ ຫວຽດນາມ, ທັງເຂົ້າຮ່ວມກອງປະຊຸມຄັ້ງທີ 45 ຄະນະກຳມະການຮ່ວມມືລະຫວ່າງລັດຖະບານ ລາວ - ຫວຽດນາມ ແລະ ເຂົ້າຮ່ວມພິທີສະຫຼຸບປີມິດຕະພາບສາມັກຄີ ຫວຽດນາມ - ລາວ, ລາວ - ຫວຽດນາມ 2022. ສາມເຫດການນີ້ມີຄວາມໝາຍສຳຄັນຕໍ່ການພົວພັນຮ່ວມມືສອງປະເທດ, ຢັ້ງຢືນແນວທາງການຕ່າງປະເທດທີ່ສະເໝີຕົ້ນສະເໝີປາຍຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຕໍ່ປະເທດລາວ.
ຍສໝ - ພ້ອມກັບຫຼາຍກິດຈະກຳຂ່ຳນັບຮັບຕ້ອນປີສາມັກຄີມິດຕະພາບຫວຽດນາມ-ລາວ, ລາວ-ຫວຽດນາມ ຢູ່ທັງສອງປະເທດ, ຄະນະໂຄສະນາສຶກສາສູນກາງ ໄດ້ຈັດ ຕັ້ງການປະກວດ “ຊອກຮູ້ປະຫວັດສາດການພົວພັນແບບພິເສດຫວຽດນາມ-ລາວ, ລາວ-ຫວຽດນາມ” ປີ 2022.
ຍສໝ - ສິ້ນສຸດການຝຶກອົບຮົມ, ສໍາມະນາກອນທັງໝົດໄດ້ສຳເລັດເນື້ອໃນໂຄງການທີ່ວາງອອກ, ໃນນັ້ນ 60% ໄດ້ຮັບການຈັດອັນດັບເປັນດີເດັ່ນ ແລະ 6 ສະຫາຍໄດ້ຮັບໃບຍ້ອງຍໍຂອງກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ.
ຍສໝ - ຕາມບົດລາຍງານຂອງລັດຖະບານ ລາວ, ຂະແໜງກະສິກໍາຂອງລາວ ຄາດວ່າຈະເຕີບໂຕປະມານ 2,5% ໃນປີ 2023, ກວມ 17,2% ລວມ ຍອດຜະລິດຕະພັນພາຍໃນ (GDP), ໃນຂະນະນັ້ນ ຂະແໜງອຸດສາຫະ ກໍາ ຈະເຕີບໂຕຢູ່ໃນລະດັບ 5%, ກວມ 34,2% GDP.
ຍສໝ - ຈີນຄາດຄະເນວ່າ ຈະເປີດເສັ້ນຊາຍແດນຄືນໃໝ່ ແລະ ລົບລ້າງບັນດາມາດຕະການກວດພະຍາດໂຄວິດ - 19 ສຳລັບແຂກທ່ອງທ່ຽວຕ່າງປະເທດ ນັບແຕ່ວັນທີ 8 ມັງກອນ. ປັກກິ່ງກໍ່ໃຫ້ຮູ້ວ່າ ເລື່ອງອະນຸຍາດໃຫ້ພົນລະເມືອງຈີນໄປທ່ອງທ່ຽວຕ່າງປະເທດຈະໄດ້ຮັບການປະຕິບັດຢ່າງມີຄວາມລະບຽບຮຽບຮ້ອຍ.
ຍສໝ - ປະຕິບັດແຜນນະໂຍບາຍພັດທະນາເສດຖະກິດ-ສັງຄົມ, ແຂວງອັດຕະປື ໄດ້ກໍານົດຕົ້ນໄມ້ຢາງພາລາແມ່ນໜຶ່ງໃນບັນດາຕົ້ນໄມ້ຕົ້ນຕໍຂອງການພັດທະນາເສດຖະກິດຢູ່ບັນດາເຂດທີ່ຫຍຸ້ງຍາກ ແລະເພື່ອແນໃສ່ປົກຫຸ້ມສີຂຽວດິນວ່າງ.
ຍສໝ - ກະຊວງການຕ່າງປະເທດ ໄດ້ສືບຕໍ່ສົມທົບກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ໄດ້ຜັນຂະຫຍາຍວຽກງານ ຊາວຫວຽດນາມຢູ່ກຳປູເຈຍ ໄດ້ຍ້າຍບ້ານ, ຕັ້ງຖິ່ນຖານຄືນໃໝ່, ຕິດພັນກັບການປ່ຽນແປງອາຊີບ, ຮັບປະກັນຊີວິດການເປັນຢູ່ໃນໄລຍະຍາວ, ແລະ ເຊື່ອມໂຍງເຂົ້າກັບສັງຄົມເຈົ້າພາບ.
ຍສໝ - ກ່າວຄຳເຫັນໄຂກອງປະຊຸມໃຫຍ່, ທ່ານ ຟານທ໊າຍບິ່ງ ຫົວໜ້າຄະນະກຳມະການເສດຖະກິດຄະນະພັກແຂວງ, ປະທານສະມາຄົມມິດຕະພາບ ຫວຽດນາມ - ສ.ເກົາຫຼີ ແຂວງ ໃຫ້ຮູ້ວ່າ ອາຍຸການນີ້ ຄະນະບໍລິຫານງານສະມາຄົມ ແລະ ບັນດາສາຂາຂຶ້ນກັບສະມາຄົມ ໄດ້ຕັ້ງໜ້າພ້ອມກັບບັນດາຄະນະ, ຂະແໜງການທ້ອງຖິ່ນໃນແຂວງ ຜັນຂະຫຍາຍຫຼາຍການເຄື່ອນໄຫວການທູດປະຊາຊົນກັບ ສ.ເກົາຫຼີ ແລະ ບັນລຸໄດ້ໝາກຜົນສຳຄັນທີ່ສຸດໃນບາງຂົງເຂດ.
ຍສໝ - JICA ປາດຖະໜາວ່າ ໂຄງການນີ້ຈະສືບຕໍ່ເປັນແບບຢ່າງໃນການສ້າງບັນດາໂຄງການທີ່ຄ້າຍຄືກັນໃນອະນາຄົດ.
ຍສໝ - ໃນຂະບວນການເຊື່ອມໂຍງເຂົ້າກັບໂລກ, ການທູດວັດທະນະທຳ ແມ່ນໜຶ່ງໃນ 3 ເສົາຄ້ຳຂອງພື້ນຖານການທູດຮອບດ້ານຂອງຫວຽດນາມ, ຄຽງຄູ່ກັບການທູດດ້ານການເມືອງ, ເສດຖະກິດ. ພ້ອມກັນນີ້ ຍັງເປັນເຄື່ອງມືທີ່ມີປະສິດທິຜົນ ເພື່ອເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະ ກັນລະຫວ່າງບັນດາປະຊາຊາດ.
ຍສໝ - ວົງເງິນການຄ້າສອງຝ່າຍລະຫວ່າງຫວຽດນາມ ແລະ ອິນເດຍ ໄດ້ເພີ່ມຂຶ້ນຢ່າງວ່ອງໄວຈາກ 200 ລ້ານ ໂດລາສະຫະລັດ ໃນປີ 2000 ຂຶ້ນເປັນ 13 ຕື້ ໂດລາສະຫະລັດ ໃນປີ 2021, ຄາດວ່າຈະບັນລຸເປົ້າໝາຍ 15 ຕື້ ໂດລາສະຫະລັດ ໃນປີ 2022.
ຍສໝ - ຕາມທ່ານຮອງລັດຖະມົນຕີ ຮວ່າງຊວນຈ໊ຽນ ແລ້ວ, ນີ້ແມ່ນບັນດາຂີດໝາຍໜ້າພາກພູມໃຈທີ່ຄວນສືບຕໍ່ເຜີຍແຜ່ ແລະ ເສີມຂະຫຍາຍໃນໄລຍະຈະມາເຖິງ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການນຳພາທີ່ສະຫຼາດສ່ອງໄສຂອງພັກ, ລັດ ແລະ ລັດຖະບານ ລາວ ໂດຍທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ນຳໜ້າ, ປະຊາຊົນລາວ ອ້າຍນ້ອງຈະສືບຕໍ່ບັນລຸໄດ້ຜົນງານສຳຄັນຫຼາຍຢ່າງ.