ຍສໝ - ນັ້ນແມ່ນຄຳເຫັນຂອງທ່ານ Fernando Gonzalez Llort ສະມາຊິກສະພາແຫ່ງຊາດ, ນັກວິລະຊົນ ສ.ກຸຍບາ, ປະທານສະຖາບັນກຸຍບາ (ICAP) ຢູ່ການພົບປະມິດຕະພາບກັບບັນດາສະມາຊິກສະໂມສອນນັກສຶກສາ ຫວຽດນາມ ປະຈຳ ກຸຍບາ ແລະ ສະມາຄົມມູນເຊື້ອເຈື່ອງເຊີນ - ເສັ້ນທາງໂຮ່ຈີມິນ ຫວຽດນາມ ໃນວັນທີ 20 ພະຈິກ ເນື່ອງໃນໂອກາດຄະນະຜູ້ແທນ ICAP ມາຫວຽດນາມ ເຂົ້າຮ່ວມກກອງປະຊຸມໃຫຍ່ຄັ້ງທີ 22 ສະພາສັນຕິພາບໂລກ
ຍສໝ - ເຫດການດັ່ງກ່າວໄດ້ດຳເນີນຢູ່ນະຄອນຫຼວງ ພະນົມເປັນ, ລາຊະອານາຈັກກຳປູເຈຍ, ໃນຂອບເຂດກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດ ອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 43 (AIPA - 43), ດ້ວຍການເປັນສັກຂີພິຍານຂອງບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່. ການສ້າງກົນໄກກອງປະຊຸມຂັ້ນສູງສະພາແຫ່ງຊາດ ກຳປູເຈຍ - ລາວ - ຫວຽດນາມ ເໝາະສົມກັບວິໄສທັດຂອງປະທານສະພາແຫ່ງຊາດ 3 ປະເທດຫຼາຍໆລຸ້ນ.
ຫວ່າງແລ້ວນີ້, ງານພົບປະແລກປ່ຽນນາຍທະຫານໜຸ່ມ ຫວຽດນາມ-ລາວ ໄດ້ຈັດຂຶ້ນຢູ່ແຂວງຫຼວງພະບາງ. ເຂົ້າຮ່ວມງານພົບປະມີ ສະຫາຍ ພົນເອກ ເລືອງເກື່ອງ ກຳມະການກົມການເມືອງ, ຄະນະປະຈຳຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ການເມືອງ ກອງທັບປະຊາຊົນຫວຽດນາມ; ສະຫາຍ ພົນໂທ ທອງລອຍ ສີລິວົງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງ ກອງທັບປະຊາຊົນລາວ.
ຫວ່າງແລ້ວນີ້, ຍົນພິເສດທີ່ໂດຍສານ ທ່ານ ຫງວຽນຊວນຟຸກ ປະທານປະເທດ ພ້ອມດ້ວຍພັນລະຍາ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ກັບມາຮອດສະໜາມບິນສາກົນໂນ້ຍບ່າຍ, ນະຄອນຫຼວງຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມລາຊະອານາຈັກ ໄທ ຢ່າງເປັນທາງການ ແລະເຂົ້າຮ່ວມກອງປະຊຸມຜູ້ນຳເສດຖະກິດເວທີປາໄສການຮ່ວມມືເສດຖະກິດອາຊີ-ປາຊີຟິກ (ອາເປັກ) ຄັ້ງທີ 29 ຕາມຄຳເຊີນຂອງທ່ານ ປຣະຍຸດ ຈັນໂອຊາ ນາຍົກລັດຖະມົນຕີ ໄທ.
ຍາມໃດ ຫວຽດນາມ ກໍ່ຖືເປັນສຳຄັນ ແລະ ຫວັງຢາກຍູ້ແຮງການພົວພັນມິດຕະພາບ ແລະ ການຮ່ວມມືຫຼາຍດ້ານກັບ ມາຣົກ.
ຫວ່າງແລ້ວນີ້, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງການພົບປະສັງສັນສະເຫຼີມສະຫຼອງ 69 ປີແຫ່ງວັນປະກາດເອກະລາດ ແຫ່ງລາຊະອານາຈັກ ກຳປູເຈຍ (9-11-1953 / 9-11-2022).
ຕອນບ່າຍວັນທີ 21 ພະຈິກ, ຢູ່ນະຄອນຫຼວງພະນົມເປັນ, ລາຊາອານາຈັກ ກຳປູເຈຍ, ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດ ອາຊຽນ ຄັ້ງທີ 43, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ້ງເຫວະ ໄດ້ພົບປະກັບ ປະທານສະພາແຫ່ງຊາດ ສິງກະໂປ, ປະທານສະພາແຫ່ງຊາດ ອາແຊັກໄບຢານ ແລະ ຮອງປະທານສະຖາບັນຜູ້ແທນສະພາແຫ່ງຊາດ ເບຣາຣຸດ.
ເຫດແຜ່ນດິນໄຫວດັ່ງກ່າວ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 162 ຄົນ ແລະ ມີຜູ້ຮັບບາດເຈັບນັບຮ້ອຍຄົນ, ພ້ອມທັງເຮັດໃຫ້ປະຊາຊົນ 13.000 ຄົນ ຕ້ອງຍົກຍ້າຍໄປບ່ອນປອດໄພໂດຍທັນທີ ແລະ ທຳລາຍເຮືອນຊານກວ່າ 2.000 ຫຼັງຂອງປະຊາຊົນ.
ຫວ່າງແລ້ວນີ້, ຄະນະຜູ້ແທນນາຍທະຫານໜຸ່ມກອງທັບປະຊາຊົນຫວຽດນາມ ໄດ້ໄປຮອດນະຄອນຫຼວງວຽງຈັນ, ສປປ ລາວ, ເລີ່ມຕົ້ນການເຄື່ອນໄຫວທີ່ນອນໃນລາຍການ “ພົບປະແລກປ່ຽນນາຍທະຫານໜຸ່ມ ຫວຽດນາມ-ລາວ ປີ 2022” ຢ່າງເປັນທາງການ.
ຍສໝ - ແຕ່ລະເທື່ອເມື່ອມີແຂກມາຢາມເຮືອນ, ທ່ານພັນເອກ ຫງວຽນດຶກແຮ້ງ ປະທານສະມາຄົມມິດຕະພາບ ຫວຽດນາມ - ລາວ ແຂວງທ໊າຍບິ່ງ ໄດ້ນຳໂທລະສັບມາເພື່ອອ້າງລູກຊາຍຮັກ ບຸນແພງ ຫຼ້າທຳສະຖິດ ຂອງຕົນ ເຊິ່ງແມ່ນທ່ານໝໍພວມເຮັດວຽກຢູ່ພະແນກພາຍນອກ ຂອງໂຮງໝໍຫຼາຍຂະແໜງຮ່າໂນ້ຍ - ວຽງຈັນ (ນະຄອນຫຼວງວຽງຈັນ, ລາວ).
ຍສໝ - ນັ້ນແມ່ນການພິນິດໄສສຳຄັນຂອງທ່ານ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳ ຫວຽດນາມ ໃນການຕອບສໍາພາດນັກຂ່າວຂອງວາລະສານ ຍຸກສະໄໝ ກ່ຽວກັບການພົວພັນມິດຕະພາບລະຫວ່າງສອງປະເທດໃນອະນາຄົດ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງປີນີ້, ໂຮງຮຽນ ມິດຕະພາບ T78 ເປັນກຽດໄດ້ຮັບຫຼຽນໄຊແຮງງານຊັ້ນ 1 ຈາກລັດລາວ.
ຫວ່າງແລ້ວນີ້, ທີ່ຫໍສະພາແຫ່ງຊາດ, ທ່ານ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ ໄດ້ຕ້ອນຮັບທ່ານ Nicolas Warnery ເອກອັກຄະລັດຖະທູດ ຝຣັ່ງ ປະຈໍາ ຫວຽດນາມ.
ຍສໝ - “ພໍ່ແມ່ຮັກຂອງບັນດານັກສຶກສາລາວ” ໄດ້ຮັບການຜັນຂະຫຍາຍໂດຍໂຮງຮຽນມິດຕະພາບ 80 ແລະ ໜ່ວຍສະມາຄົມມິດຕະພາບຫວຽດນາມ - ລາວ ຢູ່ ຕາແສງ ເຊີນໄຕ (ຮ່າໂນ້ຍ) ແຕ່ປີ 2017. ຂໍ້ລິເລີມນີ້ເຮັດໃຫ້ນັກສຶກສາລາວທີ່ມາຫວຽດນາມເປັນຈຳນວນຫຼວງຫຼາຍໄດ້ມີພໍ່ແມ່ຮັກ. ພວກເຂົາເຈົ້າບໍ່ບໍ່ຮ່ວມສາຍເລືອດດຽວກັນແຕ່ໄດ້ຢູ່ຮ່ວມກັນຄືເລືອດເນື້ອເຊື້ອໄຂດຽວກັນ.
ຍສໝ - ປະຫວັດຄວາມເປັນມາ ແລະ ວິວັດການພັດທະນາຂອງສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ໃນໄລຍະຕໍ່ສູ້ຕ້ານຝະລັ່ງ (1945 – 1954).
ຍສໝ - ຫວ່ສງແລ້ວນີ້, ເອື້ອຍ ຫງວຽນທິເຕິມຕິງ - ແມ່ຍິງເຊື້ອຊາດຫວຽດນາມ ສັນຊາດ ສ.ເກົາຫຼີ ໄດ້ຮັບການຕົກລົງມອບລາງວັນ Daesang ອັນສູງສົ່ງຈາກອຳນາດການປົກຄອງ ນະຄອນເຊີອູນ, ສ.ເກົາຫຼີ ເພື່ອຮັບຮູ້ການອຸທິດສ່ວນໃນບັນດາການເຄື່ອນໄຫວທຳການກຸສົນ ຢູ່ທີ່ພິທີມອບລາງວັນຄັ້ງທີ 34 ປີ 2022.
ວັນທີ 17 ພະຈິກ, ທ່ານນາງນາຍົກລັດຖະມົນຕີ ນິວຊີແລນ Jacinda Ardern ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ນິວຊີແລນ ໄດ້ອອກຈາກນະຄອນ ໂຮ່ຈີມິນ, ສິ້ນສຸດການຢ້ຽມຢາມ ຫວຽດນາມ ທີ່ເປັນທາງການແຕ່ວັນທີ 14 – 17 ພະຈິກ 2022 ຢ່າງຈົບງາມ.
ຍສໝ - ທ່ານນາງນາຍົກລັດຖະມົນຕີ Jacinda Ardern ໃຫ້ຮູ້ວ່າ ນີ້ສືບຕໍ່ແມ່ນຂົງເຂດຈຸດສຸມຂອງສອງປະເທດ ແລະ ແມ່ນຂົງເຂດທີ່ສອງປະເທດຈະສືບຕໍ່ຊຸກຍູ້ການຄ້າ ແລະ ການຮ່ວມມື.
ຍສໝ - ທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ເຈີ່ນກວັກເຟືອງ ໄດ້ຕີລາຄາສູງບັນດາການປະກອບສ່ວນຂອງໂຄງການໜູນຊ່ວຍດ້ານເຕັກນິກຂອງ ອົດສະຕາລີ ໃຫ້ບັນດາອົງການຫວຽດນາມ ເວົ້າລວມ ແລະ ກະຊວງແຜນການ ແລະ ການລົງທຶນ ຍາມໃດກໍ່ຖືເປັນສຳຄັນພິເສດ, ເພາະວ່າບັນດາເນື້ອໃນນີ້ໄດ້ປະກອບສ່ວນໂດຍກົງໃນການປ່ຽນແປງໃໝ່ຈິນຕະນາການ ແລະ ຍົກສູງຄວາມສາມາດຂອງບັນດາອົງການ, ພະນັກງານຂອງຫວຽດນາມ.
ຍສໝ - ຫວ່າງແລ້ວນີ້, ທ່ານ ເຈີ່ນແທັງເມີນ ກຳມະການກົມການເມືອງ, ຮອງປະທານຜູ້ປະຈຳການສະພາແຫ່ງຊາດ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນສະພາປະຊາຊົນແຂວງ Tuv, ມົງໂກລີ ນຳໂດຍທ່ານ ປອ. Jambalsuren - ປະທານສະພາປະຊາຊົນແຂວງ ເປັນຫົວຫນ້າຄະນະ.
ຍສໝ - ຫວ່າງແລ້ວນີ້, ຢູ່ຮ່າໂນ້ຍ, ສະຫະພັນບັນດາອົງການມິດຕະພາບຫວຽດນາມ ສົມທົບກັບສະຖາບັນວັດທະນະທໍາອາກຊັງຕິນ - ຫວຽດນາມ (ICAV) ໄດ້ຈັດຕັ້ງກອງປະຊຸມສໍາມະນາ “25 ປີ ICAV: ການພົວພັນປະຊາຊົນລະຫວ່າງຫວຽດນາມ ແລະ ອາກຊັງຕິນ ຈາກອະດີດຈົນເຖິງ ອະນາຄົດ".
ຍສໝ - ທ່ານ ຫງວຽນເຊີນຮຸ່ງ ຮອງປະທານຄະນະກຳມະການປະຊາຊົນແຂວງ ເນັ້ນໜັກວ່າ: ດົ່ງນາຍ ມີຄວາມພາກພູມໃຈທີ່ສຸດເມື່ອແມ່ນທ້ອງຖິ່ນທຳອິດທີ່ໄດ້ຈັດຕັ້ງງານມະໂຫລານດົນຕີມິດຕະພາບພາກຕາເວັນອອກສ່ຽງໃຕ້ ເປີດກວ້າງ.
ຍສໝ - ທ່ານປະທານາທິບໍດີ Benin Patrice Talon ໃຫ້ຮູ້ວ່າ: ທ່ານເຄີຍມາຫວຽດນາມ 3 ຄັ້ງ ແລະ ຊົມເຊີຍບັນດາຜົນງານຂອງຫວຽດນາມ ໃນການພັດທະນາເສດຖະກິດ - ສັງຄົມ ແລະ ການເຊື່ອມໂຍງເຂົ້າກັບສາກົນ.
ຍສໝ - ຫວ່າງແລ້ວນີ້, ທ່ານເອກອັກຄະລັດຖະທູດ ເລວຽດຢວຽນ ໄດ້ນຳໜ້າຄະນະປະຕິບັດງານຂອງສະຖານທູດ ຫວຽດນາມ ປະຈຳ ເວເນຊູເອລາ ໄປຢ້ຽມຢາມ ແລະ ເຮັດວຽກຢູ່ລັດ Merida.
ໂຮງງານ Z176 (ກົມໃຫຍ່ອຸດສາຫະກໍາປ້ອງກັນຊາດ) ແມ່ນໜຶ່ງໃນບັນດາກົມກອງເຂົ້າຮ່ວມງານຕະຫຼາດນັດວາງສະແດງ “ຂໍ່ານັບຮັບຕ້ອນປີສາມັກຄີມິດຕະພາບ ຫວຽດນາມ-ລາວ 2022” ທີ່ຫາກໍ່ດໍາເນີນຢູ່ສູນວາງສະແດງລາວ Itech, ນະຄອນຫຼວງວຽງຈັນ (ລາວ).
ທ່ານ ທານີ ແສງຣັດ ຖືວ່າ ກ່ຽວກັບທາງດ້ານເສດຖະກິດ, ການເມືອງ, ຍຸດທະສາດ, ຫວຽດນາມ ບໍ່ພຽງແຕ່ແມ່ນຄູ່ຄ້າສຳຄັນຂອງ ໄທ, ຂອງ ອາຊີຕາເວັນອອກສ່ຽງໃຕ້ ທະວີບເທົ່ານັ້ນ ຫາກຍັງຢູ່ພາກພື້ກ ອາຊີຕາເວັນອອກສ່ຽງໃຕ້ ອີກດ້ວຍ.
ໂດຍຮັບຄໍາເຊີນຂອງທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ, ທ່ານນາງ Jacinda Ardern ນາຍົກລັດຖະມົນຕີນິວຊີແລນ ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 14-17 ພະຈິກ. ນີ້ແມ່ນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຄັ້ງທຳອິດຂອງນາຍົກລັດຖະມົນຕີ ນິວຊີແລນ ນັບແຕ່ທ່ານນາງໄດ້ຮັບແຕ່ງຕັ້ງເປັນນາຍົກລັດຖະມົນຕີ. ການຢ້ຽມຢາມຈະປະກອບສ່ວນເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຊຸກຍູ້ການພົວພັນຮ່ວມມືຫຼາຍດ້ານລະຫວ່າງສອງປະເທດ, ນໍາການພົວພັນຫວຽດນາມ - ນິວຊີແລນ ໃຫ້ເລິກເຊິ່ງກວ່າອີກ.
ຍສໝ - ດ້ວຍຈິດໃຈ “ຢອດເລືອດ ກູ້ເອົາຊີວິດ”,ຫວ່າງແລ້ວນີ້, ສະຖານກົງສູນໃຫຍ່ລາວ ປະຈຳນະຄອນໂຮ່ຈີມິນ, ຫໍພັກນັກສຶກສາລາວ ແລະ ສູນວຽກງານສັງຄົມ ຊາວໜຸ່ມນະຄອນ ພ້ອມກັນຈັດຕັ້ງວັນບຸນບໍລິຈາກເລືອດ ປີ 2022.
ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດແຫ່ງລາຊະອານາຈັກ ກໍາປູເຈຍ ຄົບຮອບ 69 ປີ (9-11-1953/9-11-2022), ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໄດ້ສົ່ງໂທລະເລກອວຍພອນເຖິງຄະນະບໍລິຫານງານສູນກາງພັກ ປະຊາຊົນ ກໍາປູເຈຍ.
ຫວ່າງແລ້ວນີ້, ກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ໄດ້ຈັດຕັ້ງພິທີເປີດຊຸດຝຶກອົບຮົມການທະຫານທ້ອງຖິ່ນ ໃຫ້ແກ່ພະນັກງານ, ນັກຮົບກອງທັບປະຊາຊົນລາວ 2022.