ຍສໝ - ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ເດນມາກ ເລືອງແທງງິ ໄດ້ໃຫ້ການຕ້ອນຮັບທ່ານນາງປະທານສະມາຄົມມິດຕະພາບ ເດນມາກ - ຫວຽດນາມ (DAVIFO) Trine Glue Doan, ແລກປ່ຽນກ່ຽວກັບບັນດາການເຄື່ອນໄຫວຂອງ DAVIFO, ບາງໝາກຜົນທີ່ບັນລຸໄດ້ໃນໄລຍະຜ່ານມາ ແລະ ທິດທາງການເຄື່ອນໄຫວຂອງ DAVIFO ໃນໄລຍະຈະມາເຖິງ.
ຍສໝ - ຄະນະພະນັກງານທະຫານລາວ ຮູ້ສຶກຕື້ນຕັນໃຈ ເມື່ອເປັນຄັ້ງທຳອິດທີ່ໄດ້ໄປຍັງເຂດຮ່ອງຮອຍປະຫວັດສາດ ສາມແຍກດົ່ງລົກ ນີ້, ຜ່ານນັ້ນໄດ້ຊ່ວຍໃຫ້ພະນັກງານກອງທັບປະຊາຊົນລາວ ເຂົ້າໃຈຢ່າງເລິກເຊິ່ງກ່ວາອີກກ່ຽວກັບມູນເຊື້ອຕໍ່ສູ້, ຕ້ານສັດຕູ້ກູ້ຊາດຂອງປະຊາຊົນຫວຽດນາມ.
ຍສໝ - “ຊຸມວັນຫວຽດນາມ ຢູ່ Saint Petersburg” ໄດ້ດຳເນີນແຕ່ວັນທີ 13 – 19 ພຶດສະພາ; ດ້ວຍຫຼາຍການເຄື່ອນໄຫວທີ່ແທດຈິງ ແລະ ມີຄວາມໝາຍ.
ຍສໝ - ວັນທີ 18 ພຶດສະພາ, ທີ່ກອງບັນຊາການທະຫານແຂວງສາລະວັນ, ແຂວງສາລະວັນ ໄດ້ຈັດພິທີຈັດສົ່ງອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມກັບຄືນປະເທດ ຈຳນວນ 16 ອັດຖິ.
ຍສໝ - ທ່ານນາຍົກລັດຖະມົນຕີ ສະເໜີເພີ່ມທະວີການພົວພັນຮ່ວມມືລະຫວ່າງບັນດານະຄອນຂອງຫວຽດນາມ ກັບ Los Angeles...
ຍສໝ - ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ 2 ຝ່າຍເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ; ຊຸກຍູ້ການແລກປ່ຽນປະຊາຊົນ, ຮ່ວມມືດ້ານການບຳລຸງສ້າງຊັບພະຍາກອນມະນຸດ, ຍົກສູງຄວາມສາມາດດ້ານສາທາລະນະສຸກ; ສົ່ງເສີມວິສາຫະກິດຂອງສອງປະເທດຮ່ວມມືລົງທຶນ ແລະ ດຳເນີນທຸລະກິດ.
ຍສໝ - ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ເຊື່ອໝັ້ນວ່າ ການ ຢ້ຽມຢາມຂອງ ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຈະປະກອບສ່ວນອັນສຳຄັນເຂົ້າໃນການປັບປຸງສາຍພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານສອງປະເທດອ້າຍນ້ອງ.
ເນື່ອງໃນການຢ້ຽມຢາມມິດຕະພາບ ສປປ.ລາວ ຢ່າງເປັນທາງການຂອງ ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ, ວັນທີ 17 ພຶດສະພາ, ໜັງສືພິມ, ວິທະຍຸກະຈ່າຍສຽງ - ໂທລະພາບ ແລະ ໜັງສືພິມເອເລກໂຕນິກ ຂອງ ລາວ ສືບຕໍ່ໃຫ້ຂ່າວຢ່າງຫຼວງຫຼາຍກ່ຽວກັບການເຄື່ອນໄຫວຂອງຄະນະຜູ້ແທນ ຫວຽດນາມ.
ທ່ານນາງ Catherine Russell ຢັ້ງຢືນວ່າ UNICEF ຈະສືບຕໍ່ຜັນຂະຫຍາຍໂຄງການແຫ່ງຊາດ ຫວຽດນາມ - UNICEF ໄລຍະ 2022 – 2026 ຢ່າງຕັ້ງໜ້າ ເພື່ອຕອບສະໜອງບັນດາບຸລິມະສິດຂອງ ຫວຽດນາມ.
ຕອນເຊົ້າວັນທີ 17 ພຶດສະພາ (ຕາມເວລາ ທ້ອງຖິ່ນ), ຢູ່ນະຄອນ San Francisco, ອາເມລິກາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມການໂອ້ລົມສົນທະນາກ່ຽວກັບການປ່ຽນແປງໃໝ່, ປະດິດຄິດສ້າງ ແລະ start up ໂດຍສະຖາບັນຄົ້ນຄວ້ານະໂຍບາຍ Asia Society ຈັດຂຶ້ນ.
ຕອນບ່າຍວັນທີ 17 ພຶດສະພາ, ທີ່ແຂວງຈໍາປາສັກ, ປະເທດລາວ, ກອງບັນຊາການທະຫານເຂດ 5 ແລະກອງພົນທີ 5, ກອງບັນຊາການທະຫານ 4 ແຂວງພາກໃຕ້ລາວ, ໂຮງຮຽນນາຍສິບເລກ 2 ວຽງໄຊ (ກອງທັບປະຊາຊົນລາວ) ໄດ້ຈັດຕັ້ງກອງປະຊຸມຮ່ວມ ຄັ້ງທີ 32 ປີ 2022.
ຕອນຄ່ຳວັນທີ 17 ພຶດສະພາ, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ ໄດ້ກັບມາເຖິງສະໜາມບິນ ໂນ້ຍບາຍ (ຮ່າໂນ້ຍ), ສິ້ນສຸດການຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ ຕາມຄຳເຊີນຂອງທ່ານປະທານສະພາແຫ່ງຊາດລາວ ໄຊສົມພອນ ພົມວິຫານ ແຕ່ວັນທີ 15-17 ພຶດສະພາ.
ສອງຝ່າຍໄດ້ເຫັນດີເປັນເອກະພາບເປີດກວ້າງບັນດາຂົງເຂດໃໝ່, ຍາດແຍ່ງບັນດາກາລະໂອກາດທີ່ມີຄວາມສາມາດບົ່ມຊ້ອນລະຫວ່າງສອງຝ່າຍ, ເພີ່ມພູນຄູນສ້າງ ແລະ ເພີ່ມທະວີນ້ຳໃຈສາມັກຄີ, ມິດຕະພາບ, ການຮ່ວມມືລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ.
ຕອນເຊົ້າວັນທີ 17 ພຶດສະພາ, ທີ່ເທດສະບານເມືອງເກື໊ອລໍ່ (ແຂວງເງະອານ), ກອງບັນຊາການທະຫານເຂດ 4 ແລະຄະນະຜູ້ແທນກອງທັບປະຊາຊົນລາວ ຈັດຕັ້ງກອງປະຊຸມຮ່ວມ ຕີລາຄາຜົນການຮ່ວມມືໃນຊຸມປີຜ່ານມາ ແລະປຶກສາຫາລືມາດຕະການປະຕິບັດແຜນການຮ່ວມມືປີ 2022.
ເນື່ອງໃນໂອກາດຮ່ວມເດີນທາງພ້ອມກັບ ທ່ານ ຟ້າມມິງຈີ໊ງ ນາຍົກລັດຖະມົນຕີຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ-ອາເມລິກາ ສະໄໝພິເສດ, ຢ້ຽມຢາມ ແລະເຮັດວຽກ ຢູ່ ອາເມລິກາ ແລະສະຫະປະຊາຊາດ, ຄະນະຜູ້ແທນຂັ້ນສູງຂອງກະຊວງປ້ອງກັນປະເທດຫວຽດນາມ ນໍາໂດຍທ່ານພົນໂທ ຟ້າມຮວ່າຍນາມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ມີການເຄື່ອນໄຫວສອງຝ່າຍກັບບັນດາຄູ່ຮ່ວມມື ຢູ່ ອາເມລິກາ ແລະສະຫະປະຊາຊາດ (ສປຊ).
ຍສໝ - ວັນທີ 16 ພຶດສະພານີ້, ຕາມເວລາທ້ອງຖິ່ນ, ສືບຕໍ່ລາຍການໄປເຮັດວຽກຢູ່ອາເມລິກາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ມີການສົນທະນາທາງໂທລະສັບກັບທ່ານຮອງຜູ້ອຳນວຍການໃຫຍ່ IMF Antoinette Monsio Sayeh.
ຍສໝ - ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດ ອາຊຽນ (ADSOM) ແລະ ກອງປະຊຸມເຈົ້າໜ້າອາວຸໂສປ້ອງກັນປະເທດ ອາຊຽນເປີດກວ້າງ (ADSOM+) ໄດ້ໄຂຂຶ້ນຢູ່ກຳປູເຈຍ, ຕອນບ່າຍວັນທີ 16 ພຶດສະພາ ທີ່ນະຄອນຫຼວງ ພະນົມເປັນ, ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດຫວຽດນາມ ໂດຍທ່ານພົນໂທ ຮ່ວາງຊວນຈ໋ຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ນຳໜ້າ, ໄດ້ມີການພົບປະສອງຝ່າຍກັບຫົວໜ້າຄະນະຂອງປະເທດ ກຳປູເຈຍ ແລະ ສິງກະໂປ.
ຍສໝ - ຕອນບ່າຍວັນທີ 16 ພຶດສະພາ (ຕາມເວລາທ້ອງຖິ່ນ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໄປຢ້ຽມຢາມຕະຫຼາດຫຼັກຊັບ ນິວຢອກ (NYSE).
ຍສໝ - ການໂອ້ລົມສົນທະນາທີ່ມີຫົວຂໍ້ວ່າ “ການເຕີບໂຕສີຂຽວຕິດພັນກັບການປົກປັກຮັກສາສິ່ງແວດລ້ອມ, ເປັນເຈົ້າການໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດຢູ່ ຫວຽດນາມ ແລະ ເຢຍລະມັນ”.
2 ຝ່າຍເຫັນດີຄວນສືບຕໍ່ມານະພະຍາຍາມຊອກຫາວິທີແກ້ໄຂບຸກທະລຸ ເພື່ອຍົກສູງລະດັບການຮ່ວມມືທາງດ້ານເສດຖະກິດໃຫ້ກາຍເປັນເສົາຄ້ຳຂອງການພົບພັນລະຫວ່າງ 2 ປະເທດຢ່າງແທດຈິງ ແລະ ສອດຄ່ອງກັບສາຍພົວພັນແບບພິເສດ ຫວຽດນາມ - ລາວ
ທ່ານພົນຈັດຕະວາ ເລເຕິນເຕີຍ ຢັ້ງຢືນວ່າ ກຳມາທິການ ປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ຂອງ ສະພາແຫ່ງຊາດ ຫວຽດນາມ ຍາມໃດກໍ່ກຽມພ້ອມໃຫ້ການຮ່ວມມືກັບກຳມາທິການ ປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ຂອງ ສະພາແຫ່ງຊາດລາວ ຢ່າງແໜ້ນແຟ້ນ.
ທ່ານນາງ ສູນທອນ ໄຊຍະຈັກ ເຊື່ອໝັ້ນວ່າ ການຢ້ຽມຢາມລາວ ຢ່າງເປັນທາງການຂອງ ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຈະປະກອບສ່ວນເຂົ້າໃນການພັດທະນາສາຍພົນພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ - ລາວ.
ທ່ານເລຂາທິການໃຫຍ່ສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ບຸ່ຍວັນເກື່ອງ ໄດ້ແບ່ງປັນບົດຮຽນປະສົບການໃນການຈັດຕັ້ງກອງປະຊຸມຂອງສະພາແຫ່ງຊາດຫວຽດນາມ ແລະ ວຽກງານເສນາທິການ ແລະ ການຮັບໃຊ້ ຂອງຫ້ອງວ່າການສະພາແຫ່ງຊາດ ເພື່ອປະກອບສ່ວນເຂົ້າໃນການຈັດຕັ້ງກອງປະຊຸມໃຫ້ສຳເລັດຜົນ.
ຕອນເຊົ້າວັນທີ 16 ພຶດສະພາ, ໃນໜ້າທໍາອິດຂອງບັນດາໜັງສືພິມໃຫຍ່, ວິທະຍຸແຫ່ງຊາດ, ໂທລະພາບແຫ່ງຊາດ ລາວ ໄດ້ລົງຂ່າວຢ່າງຕໍ່ເນື່ອງ ກ່ຽວກັບການເຄື່ອນໄຫວຂອງຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ກໍຄືເຫດການທີ່ກ່ຽວຂ້ອງ.
2 ຝ່າຍເຫັນດີຍູ້ແຮງການແລກປ່ຽນຄະນະຜູ້ແທນ, ການພົບລະຫວ່າງການນຳສະພາແຫ່ງຊາດ ແລະ ລະຫວ່າງບັນດາກຳມາທິການຂອງສະພາແຫ່ງຊາດ 2 ປະເທດ.
ການນຳ 2 ທ່ານໄດ້ຕີລາຄາສູງການພັດທະນາຢ່າງດີງາມ, ໝັ້ນແກ່ນຂອງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ ໃນຊຸມປີຜ່ານມາ.
ສະພາແຫ່ງຊາດ ຫວຽດນາມ ແລະ ທ່ານເອງ ຍາມໃດກໍ່ສະໜັບສະໜູນ, ສ້າງທຸກເງື່ອນໄຂໃຫ້ແກ່ຂະແໜງການເງິນຂອງ 2 ປະເທດເພີ່ມທະວີການພົວພັນແລກປ່ຽນ, ໜູນຊ່ວຍເຊິ່ງກັນແລະກັນ.
ທ່ານອະດີດນາຍົກລັດຖະມົນຕີ, ອະດີດປະທານສະພາແຫ່ງຊາດລາວ ທອງສິງ ທຳມະວົງ ສະເໜີໃຫ້ສະພາແຫ່ງຊາດ ຫວຽດນາມ ສືບຕໍ່ແບ່ງປັນບົດຮຽນກັບສະພາແຫ່ງຊາດ ລາວ, ປະກອບສ່ວນປັບປຸງການພົວພັນລະຫວ່າງ 2 ອົງການນິຕິບັນຍັດ.
ກອງປະຊຸມສະມະນາແມ່ນໂອກາດທີ່ມີຜົນປະໂຫຍດເພື່ອໃຫ້ 2 ປະເທດແລກປ່ຽນ ແລະ ແບ່ງປັນບົດຮຽນເຊິ່ງກັນ ແລະ ກັນໃນວຽກງານປະຕິບັດບົດລາຍຂອງອົງການນິຕິບັນຍັດກ່ຽວກັບນະໂຍບາຍ ແລະ ສ້າງກົດໝາຍ ເພື່ອແນໃສ່ຊຸກຍູ້ການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມຫຼັງໂລກລະບາດໂຄວິດ-19.
ໃນພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ, ການພົວພັນລະຫວ່າງສະພາແຫ່ງຊາດ 2 ປະເທດໄດ້ສວມບົດບາດສຳຄັນ.