ໝາກລິ່ນຈີ່ສົດຂອງຫວຽດນາມ ໄດ້ປະກົດເປັນຄັ້ງທຳອິດຢູ່ Kogoshima

ໝາກລິ່ນຈີ່ສົດຂອງຫວຽດນາມ ໄດ້ປະກົດເປັນຄັ້ງທຳອິດຢູ່ Kogoshima

ຍສໝ - ໝາກລິ່ນຈີ່ສົດຊຸດທຳອິດຂອງຫວຽດນາມ ໄດ້ນຳເຂົ້າໃນລະບົບຂອງສັບພະສິນຄ້າ AEON ໃນແຂວງ Kagoshima ຢ່າງເປັນທາງການ ໃນຂອບເຂດຂອງລາຍການສັບປະດາສິນຄ້າຫວຽດນາມ ທີ່ AEON Kagoshima ໃນວັນທີ 4-6 ມິຖຸນາ.

VUFO ບໍລິຈາກເງິນເພື່ອສະໜັບສະໜູນ ກອງທຶນວັກຊີນຕ້ານ COVID-19

VUFO ບໍລິຈາກເງິນເພື່ອສະໜັບສະໜູນ ກອງທຶນວັກຊີນຕ້ານ COVID-19

ຍສໝ - ຫວ່າງມໍ່ໆມານີ້, ຢູ່ຮ່າໂນ້ຍ, ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟື່ອງງາ - ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ (VUFO) ໄດ້ມອບຂອງຂວັນທີ່ເປັນສັນຍາລັກເກືອບ 500 ລ້ານດົ່ງ ຜ່ານສູນກາງແນວໂຮມປະເທດຊາດຫວຽດນາມ ເພື່ອສະໜັບສະໜູນກອງທຶນການສັກຢາວັກຊີນຕ້ານ COVID-19.

ມອ​ບຫຼຽນ​ກາມິດ​ຕະ​ພາບ​ຂອງຫວຽດ​ນາມ​ໃຫ້​ແກ່​ຊາວ​ເຢຍ​ລະ​ມັນ​ສອງ​ຄົນ

ມອ​ບຫຼຽນ​ກາມິດ​ຕະ​ພາບ​ຂອງຫວຽດ​ນາມ​ໃຫ້​ແກ່​ຊາວ​ເຢຍ​ລະ​ມັນ​ສອງ​ຄົນ

ຍສໝ - ​ທີ່​ພິ​ທີ, ທ່ານເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວ​ຽນ​ມິງວູ ໄດ້​ຢັ້ງ​ຢືນ​ວ່າ ​ທ່ານ Siegfried Sommer ແລະທ່ານ Paul Hoffmann ແມ່ນເພື່ອນ​ມິດ​ສະ​ໜິດ​ສະ​ໜົມ, ແທດ​ຈິງ, ສະ​ໜິດ​ຕິດ​ພັນ​ກັບຫວຽດ​ນາມ.

ສະມາຄົມການພັດທະນາເສດຖະກິດ, ວັດທະນະທຳ ແລະ ການສຶກສາ ໄຕ້ຫວັນ - ຫວຽດນາມ ໄດ້ສະໜັບສະໜູນກອງທຶນວັກແຊງປ້ອງກັນ ແລະ ຄວບຄຸມ COVID-19

ສະມາຄົມການພັດທະນາເສດຖະກິດ, ວັດທະນະທຳ ແລະ ການສຶກສາ ໄຕ້ຫວັນ - ຫວຽດນາມ ໄດ້ສະໜັບສະໜູນກອງທຶນວັກແຊງປ້ອງກັນ ແລະ ຄວບຄຸມ COVID-19

ຍສໝ - ໂດຍຕອບສະໜອງຄຳຮຽກຮ້ອງວ່າ “ທົ່ວປວງຊົນເຂົ້າຮ່ວມການປ້ອງກັນການລະບາດຂອງພະຍາດ COVID-19”, ສະມາຄົມເພື່ອພັດທະນາເສດຖະກິດ, ວັດທະນະທຳ ແລະ ການສຶກສາໄຕ້ຫວັນ - ຫວຽດນາມ ໄດ້ມອບເງິນຈຳນວນ 20.000.000 ດົ່ງໃຫ້ແກ່ກອງທຶນປ້ອງກັນ ແລະ ຄວບຄຸມພະຍາດ COVID-19.

ຊຸກຍູ້ການຮ່ວມມືດ້ານການຄ້າ ແລະ ການປ້ອງກັນຕ້ານ COVID-19 ລະຫວ່າງສອງເມືອງ ມອງກາຍ - ດົງຮືງ

ຊຸກຍູ້ການຮ່ວມມືດ້ານການຄ້າ ແລະ ການປ້ອງກັນຕ້ານ COVID-19 ລະຫວ່າງສອງເມືອງ ມອງກາຍ - ດົງຮືງ

ຍສໝ - ຫວ່າງແລ້ວນີ້, ທີ່ຂົວບັກລວນ 1, ຜູ້ນຳນະຄອນມອງກາຍ (ກວາງນິງ - ຫວຽດນາມ) ແລະ ຜູ້ນຳນະຄອນດົງຮືງ (ເມືອງຟອງແທງ - ກວາງເຕີຍ - ຈີນ) ໄດ້ແລກປ່ຽນຂໍ້ມູນຂ່າວສານ ກ່ຽວກັບວຽກງານປ້ອງກັນ ເພື່ອຕ້ານໂລກລະບາດ COVID-19, ແລະ ຫຼາຍມາດຕະການເພື່ອຊຸກຍູ້ການຮ່ວມມືດ້ານການຄ້າລະຫວ່າງສອງທ້ອງຖິ່ນ.

ລາວ ໜູນຊ່ວຍຫວຽດນາມ ປ້ອງກັນ, ຕ້ານພະຍາດໂຄວິດ-19

ລາວ ໜູນຊ່ວຍຫວຽດນາມ ປ້ອງກັນ, ຕ້ານພະຍາດໂຄວິດ-19

ໃນສະພາບທີ່ຫວຽດນາມ ກໍາລັງສຸມໃສ່ຮັບມືກັບການຜັນແປທີ່ສັບສົນຂອງພະຍາດໂຄວິດ-19, ໃນຊຸມວັນຜ່ານມາ, ແຂວງຕ່າງໆຂອງລາວ ໄດ້ສະໜັບສະໜູນເງິນເພື່ອຮ່ວມແຮງຮ່ວມໃຈພ້ອມກັບລັດຖະບານ ແລະປະຊາຊົນຫວຽດນາມ ປ້ອງກັນ, ຕ້ານພະຍາດໂຄວິດ-19.

ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ ລະ​ຫວ່າງ ຫວຽດ​ນາມ - ສ​ະ​ຫະ​ພັນ ລັດ​ເຊຍ

ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ ລະ​ຫວ່າງ ຫວຽດ​ນາມ - ສ​ະ​ຫະ​ພັນ ລັດ​ເຊຍ

ຕອນບ່າຍວັນທີ 11 ມິຖຸນາ, ທ່ານພົນໂທ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ມີການເຈລະຈາທາງໂທລະສັບກັບທ່ານພົນເອກ Sergey Kuzhugetovich Shoygu, ລັດຖະມົນຕີກະຊວງປ້ອງກັນປະເທດ ສະຫະພັນ ລັດເຊຍ.

ວິສາຫະກິດລາວ ສະໜັບສະໜູນກອງທຶນປ້ອງກັນ, ຕ້ານພະຍາດໂຄວິດ-19 ຂອງຫວຽດນາມ

ວິສາຫະກິດລາວ ສະໜັບສະໜູນກອງທຶນປ້ອງກັນ, ຕ້ານພະຍາດໂຄວິດ-19 ຂອງຫວຽດນາມ

ເພື່ອຮ່ວມແຮງຮ່ວມໃຈກັບລັດຖະບານ ແລະປະຊາຊົນຫວຽດນາມ ໃນການຕໍ່ສູ້ປ້ອງກັນ, ຕ້ານພະຍາດໂຄວິດ-19, ຕອນເຊົ້າວັນທີ 10 ມິຖຸນາ, ກຸ່ມບໍລິສັດພົງຊັບທະວີ ຈຳກັດຜູ້ດຽວ (ລາວ) ໄດ້ບໍລິຈາກເງິນສົດ ແລະວັດຖຸດ້ວຍມູນຄ່າທັງໝົດ 1 ລ້ານໂດລາສະຫະລັດໃຫ້ແກ່ກອງທຶນປ້ອງກັນ, ຕ້ານພະຍາດໂຄວິດ-19 ຂອງຫວຽດນາມ.

Gavi ໜູນຊ່ວຍຕູ້​ແຊ່ເຢັນ TCW 4000 AC ໃຫ້ຫວຽດ​ນາມ ​ເພື່ອ​ເກັບຮັກ​ສາວັກ​ຊິນ

Gavi ໜູນຊ່ວຍຕູ້​ແຊ່ເຢັນ TCW 4000 AC ໃຫ້ຫວຽດ​ນາມ ​ເພື່ອ​ເກັບຮັກ​ສາວັກ​ຊິນ

ຍ​ສ​ໝ - ຕູ້ແຊ່​ເຢັນ TCW 4000 AC ໂດຍ​ບໍ​ລິ​ສັດ B Medical (Luxembourg) ຜະ​ລິດ​ຕາ​ມ​ມາດ​ຖານ​ເຕັກ​ໂນ​ໂລ​ຢີຂຽວ, ນຳ​ໃຊ້​ພະ​ລັງ​ງານ​ໄຟ​ຟ້າ​ໜ້ອຍ ແລະ ເປັນ​ມິດ​ກັບ​ສິ່ງ​ແວ​ດ​ລ້ອມ, ເຊິ່ງສາ​ມາດ​ຮັກ​ສາ​ເງື່ອນ​ໄຂຄວາມເຢັນເພື່ອເກັບຮັກ​ສາ​ວັກ​ຊິນ ຢູ່​ໃນ​ອຸນ​ຫະ​ພູມ​ແຕ່ +2 ອົງ​ສາ ຮອດ +8 ອົງ​ສາ, ​ທັງ​ໃນ​ກໍ​ລະ​ນີ​​ໄຟດັບໃນ​​ເວ​ລາ 8 ຊົ່ວ​ໂມງ.

ນຳ​ວົງ​ເງິນ​ການ​ຄ້າລະ​ຫວ່າງໄທ - ຫວຽດ​ນາມຂຶ້ນ​ເຖິງ 25 ຕື້ USD

ນຳ​ວົງ​ເງິນ​ການ​ຄ້າລະ​ຫວ່າງໄທ - ຫວຽດ​ນາມຂຶ້ນ​ເຖິງ 25 ຕື້ USD

ຍ​ສ​ໝ - ທ່ານ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄ້າ ໄທ Jurin Laksanawisit ໄດ້​ເນັ້ນ​ໜັກ​ວ່າການ​ພົວ​ພັນ​ຮ່ວມ​ມື​ໃນ​ຂົງ​ເຂດເສດ​ຖະ​ກິດ - ການ​ຄ້າ - ການ​ລົງ​ທຶນລະ​ຫວ່າງ​ສອງ​ປະ​ເທດພວມ​ນັບ​ມື້​ນັບ​ພັດ​ທະ​ນາ​, ວົງ​ເງິນ​ການ​ຄ້າ​ໄທ - ຫ​ວຽດ​ນາມໃນ 4 ເດືອນ​ຕົ້ນປີ 2021 ໄດ້​ເພີ່ມ​ຂຶ້ນ 20% ເມື່ອ​ທຽບ​ໃສ່​ກັບ​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2020 ໂດຍ​ບໍ່​ຫົວ​ຊາ​ຕໍ່​ໂລກ​ລະ​ບາດ​ໂຄວິດ - 19 ທີ່​ມີ​ການ​ຜັນ​ແປ​ຢ່າງ​ສັບ​ສົນ.

ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມເຂົ້າຢ້ຽມຂ່ຳນັບ ແລະ ຊົມເຊີຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກກອມມູນິດຫວຽດນາມຄົນໃໝ່

ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມເຂົ້າຢ້ຽມຂ່ຳນັບ ແລະ ຊົມເຊີຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກກອມມູນິດຫວຽດນາມຄົນໃໝ່

ວັນທີ 09 ມິຖຸນາ 2021 ທີ່ຫ້ອງວ່າການສູນກາງພັກກອມມູນິດຫວຽດນາມ, ສະຫາຍ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມຄະນະໄດ້ເຂົ້າຢ້ຽມຂໍ່ານັບ ແລະ ຊົມເຊີຍ ສະຫາຍ ນາງ ບຸຍ ທິ ມິງ ຮ່ວາຍ, ເລຂາທິການສູນກາງພັກ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກ ກອມມູນິດ ຫວຽດນາມ, ເນື່ອງໃນໂອກາດທີ່ສະຫາຍໄດ້ຮັບຕຳແໜ່ງໃໝ່.

ສືບຕໍ່ນຳການພົວພັນຮ່ວມມື ຫວຽດນາມ - ລາວເຂົ້າສູ່ລວງເລິກ

ສືບຕໍ່ນຳການພົວພັນຮ່ວມມື ຫວຽດນາມ - ລາວເຂົ້າສູ່ລວງເລິກ

ຍສໝ - ຫວ່າງແລ້ວນີ້, ຢູ່ນະຄອນ ຈຸງກິ່ງ, ປະເທດຈີນ, ທ່ານ ບຸນແທັງເຊີນ ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ມີການພົບປະສອງຝ່າຍກັບ ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ລາວ ຢູ່ນອກກອງປະຊຸມພິເສດລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ - ຈີນ ແລະ ກອງປະຊຸມລັດຖະມົນຕີຮ່ວມມື ແມ່ນໍ້າຂອງ - ລ້ານຊ້າງ ຄັ້ງທີ 6. ສອງຝ່າຍໄດ້ເຫັນດີເປັນເອກະພາບໃນຫຼາຍເນື້ອໃນເພື່ອສືບຕໍ່ນຳ​ການ​ພົວ​ພັນ​ຮ່ວມ​ມື ຫວຽດ​ນາມ - ລາວ​ເຂົ້າ​ສູ່​ລວງ​ເລິກກວ່າອີກ…

ແຂວງ​ກ໋​ວາງ​ຈິ​ໜູນ​ຊ່ວຍ ອຸ​ປະ​ກອນ​ການ​ແພດ ເພື່ອ​ປ້ອງ​ກັນ​ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ແກ່ 2 ແຂວງ​ສະ​ຫວັນ​ນະ​ເຂດ ແລະ ສາ​ລະ​ວັນ ປະ​ເທດ​ລາວ

ແຂວງ​ກ໋​ວາງ​ຈິ​ໜູນ​ຊ່ວຍ ອຸ​ປະ​ກອນ​ການ​ແພດ ເພື່ອ​ປ້ອງ​ກັນ​ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ແກ່ 2 ແຂວງ​ສະ​ຫວັນ​ນະ​ເຂດ ແລະ ສາ​ລະ​ວັນ ປະ​ເທດ​ລາວ

ຍ​ສ​ໝ - ຢູ່​ບັນ​ດາ​ດ່ານ​ຊາຍ​ແດນ​ສາ​ກົນ​ລາວ​ບາວ ແລະ ລາ​ໄລ, ຊາວ​ໜຸ່ມ​ແຂວງ​ກ໋​ວາງ​ຈິ ໄດ້​ມອ​ບຜ້າ​ອັດ​ປາກ - ອັດ​ດັງ 20.000 ອັນ, ເຈວລ້າງ​ມື​ຂ້າ​ເຊື້ອ​ 30 ແກັດ, ສະ​ບູ​ລ້າງ​ມື 80 ແກັດ, ນ້ຳ​ຢາ​ລ້າງ​ມື 25 ແກັດ, ໝີ່ສຳ​ເລັດ​ຮູບ 100 ແກັດ ດ້ວຍ​ມູນ​ຄ່າ 120 ລ້ານ​ດົ່ງ ໃຫ້​ແກ່​​ຊາວ​ໜຸ່ມ​ແຂວງ ສະ​ຫວັນ​ນະເຂດ ແລະ ​ຊາວ​ໜຸ່ມ​ແຂ​ວງ​ສາ​ລະ​ວັນ (ປະ​ເທດ ລາວ).

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ພັນ​ຄຳ ວິ​ພາ​ວັນ ສົ່ງ​​ສານ​ຢື້ຢາມ​ຖາມ​ຂ່າວ​ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢ​ູ່ ຫວຽດ​ນາມ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ພັນ​ຄຳ ວິ​ພາ​ວັນ ສົ່ງ​​ສານ​ຢື້ຢາມ​ຖາມ​ຂ່າວ​ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢ​ູ່ ຫວຽດ​ນາມ

ໃນສານ, ໂດຍຕາງໜ້າ ພັກ, ລັດຖະບານ ແລະ ປະຊາຊົນ ລາວ, ທ່ານນາຍົກລັດຖະມົນຕີ ພັນຄຳ ວິພາວັນ ໄດ້ສະແດງຄວາມແບ່ງເບົາ ແລະ ເຫັນອົກເຫັນໃຈ ໄປຍັງ ພັກ, ລັດຖະບານ ແລະ ປະຊາຊົນ ຫວຽດນາມ, ເປັນຕົ້ນແມ່ນບັນດາທ້ອງຖິ່ນທີ່ມີຜູ້ຕິດເຊື້ອໂຄວິດ - 19ໃນຊຸມຊົນເປັນຈຳນວນຫຼາຍ.

ການ​ໂອ້​ລົມ​ສົ​ນ​ທະ​ນາ 10 ປີ​ແຫ່ງ​ການ​ປະ​ຕິ​ບັດ​ວຽກ​ງານ​ການ​ທູດ​ປະ​ຊາ​ຊົນ

ການ​ໂອ້​ລົມ​ສົ​ນ​ທະ​ນາ 10 ປີ​ແຫ່ງ​ການ​ປະ​ຕິ​ບັດ​ວຽກ​ງານ​ການ​ທູດ​ປະ​ຊາ​ຊົນ

ຍ​ສ​ໝ - ໃນ​ໄລ​ຍະ 10 ປີ​ທີ່​ຜ່ານ​ມາ, ແນວ​ໂຮ​ມ​ປະ​ເທດ​ຊາດ ຫວຽດ​ນາມ ໄດ້​ປັບ​ປຸງ, ເພີ່ມ​ທະ​ວີ​ການ​ພົວ​ພັນ​ສາ​ມັກ​ຄີ, ມິດ​ຕະ​ພາບ, ການ​ຮ່ວມ​ມື​ເຂົ້າ​ສູ່​ລວງ​ເລິກ ກັບ​ບັນ​ດາ​ປະ​ເທດ ບ້ານ​ໃກ້​ເຮືອນ​ຄຽງ ແລະ ບັນ​ດາ​ຄູ່​ຮ່ວມ​ມື​ທີ່​ມີ​ແຕ່​ດົນ​ນານ​ແລ້ວ ຄື: ສ​າ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຈ​ປະ​ຊາ​ຊົນ ລາວ, ​ລາ​ຊະ​ອາ​ນາ​ຈັກ ກຳ​ປູ​ເຈຍ, ຈີນ, ກູ​ລາ, ສ​າ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຈ​ປະ​ຊາ​ຊົນ ເກົາຫຼີ…

ສະຫະພັນມິດຕະພາບແຂວງເທື່ອທຽນ - ເຫ້ວສະໜັບສະໜູນອຸປະກອນການແພດໃຫ້ແກ່ແຂວງ ເຊກອງ ແລະ ສາລະວັນລາວ ເພື່ອປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19

ສະຫະພັນມິດຕະພາບແຂວງເທື່ອທຽນ - ເຫ້ວສະໜັບສະໜູນອຸປະກອນການແພດໃຫ້ແກ່ແຂວງ ເຊກອງ ແລະ ສາລະວັນລາວ ເພື່ອປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19

ຍ​ສ​ໝ - ນີ້​ແມ່ນ​ໝາກ​ຜົນ​ຈາກ​ການ​ປະ​ກອບ​ສ່ວນ​ຂອງ​ສ່ວນ​ບຸກ​ຄົນ, ໝູ່​ຄະ​ນະ​ໃນ​ລາຍ​ການ​ບໍ​ລິ​ຈາກ “ຮ່ວມ​ແຮງ​ຮ່ວ​ມ​ໃຈ​ພ້ອມ​ກັບ​ປະ​ຊາ​ຊົນ​ລາວ ໃນ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດດ - 19”, ໃນ​ນັ້ນ ມີ​ການ​ຮ່ວມ​ເດີນ​ທາງ​ຂອງ ສະ​ມາ​ຄົມ​ພູດ​ທະ​ສາ​ສະ​ໜາ ຫວຽດ​ນາມ ແຂວງ ເທື່ອ​ທຽນ - ເຫ້ວ ແລະ ບໍ​ລິ​ສັດຈຳ​ກັດ Kim Sora.

ຫວຽດນາມ - ສ.ເກົາຫຼີ: ຊອກຫາວິທີແກ້ໄຂ  ແລະ ຊຸກຍູ້ການຮ່ວມມືທາງດ້ານການຄ້າ, ອຸດສາຫະກຳ ແລະ ພະລັງງານລະຫວ່າງສອງປະເທດ

ຫວຽດນາມ - ສ.ເກົາຫຼີ: ຊອກຫາວິທີແກ້ໄຂ ແລະ ຊຸກຍູ້ການຮ່ວມມືທາງດ້ານການຄ້າ, ອຸດສາຫະກຳ ແລະ ພະລັງງານລະຫວ່າງສອງປະເທດ

ຍສໝ - ຫວ່າງແລ້ວນີ້, ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫງວຽນຮົ່ງຢ່ຽນ ໄດ້ມີການພົບປະ ແລະ ເຮັດວຽກກັບທ່ານ Park Noh-wan, ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ຫວຽດນາມ. ສອງຝ່າຍໄດ້ປຶກສາຫາລືກັນ ເພື່ອຫາວິທີແກ້ໄຂກຳຈັດ ແລະ ຊຸກຍູ້ການຮ່ວມມືດ້ານການຄ້າ, ອຸດສາຫະກຳ ແລະ ພະລັງງານລະຫວ່າງສອງປະເທດ ໃນໄລຍະການລະບາດຂອງ COVID-19 ແລະ ໃນໄລຍະຈະມາເຖິງ.

ບັນ​ດາ​ອົງ​ການທູ​ຕາ​ນຸ​ທູດ, ອົງ​ການ​ຈັດ​ຕັ້ງ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ ຢາກ​ເຂົ້າ​​ເມືອງ, ແຍກ​ປ່ຽວຕິດຕາມອາການ ຢູ່ ຮ່າ​ໂນ້ຍ​ຕ້ອງ​ປະ​ຕິ​ບັດ​ລະ​ບຽບ​ການ​ຫຍັງ

ບັນ​ດາ​ອົງ​ການທູ​ຕາ​ນຸ​ທູດ, ອົງ​ການ​ຈັດ​ຕັ້ງ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ ຢາກ​ເຂົ້າ​​ເມືອງ, ແຍກ​ປ່ຽວຕິດຕາມອາການ ຢູ່ ຮ່າ​ໂນ້ຍ​ຕ້ອງ​ປະ​ຕິ​ບັດ​ລະ​ບຽບ​ການ​ຫຍັງ

ຍ​ສ​ໝ - ພະ​ແນກ​ພົວພັນ​ຕ່າງ​ປະ​ເທດ ຮ່າ​ໂນ້ຍ ​ຫາ​ກໍ່​ປະ​ກາດ​ໃຊ້​ເອ​ກະ​ສານທາງການ​ ສະບັບເລກ​ທີ 873/ NV-LS-NVNONN ລົງ​ວັນ​ທີ 1 ມິ​ຖຸ​ນາ 2021 ກ່ຽວ​ກັບ​ການ​ແນະ​ນຳ​ແກ້​ໄຂ​ຂໍ​້​ສະ​ເໜີ​ການເຂົ້າ​ເມືອງ ແລະ ແຍກປ່ຽວເພື່ອ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ຂອ​ງ​ຊາວ​ຕ່າງ​ປະ​ເທດ ເຊິ່ງລວມ​ມີ​ບັນ​ດາ​ອົງ​ການ​ການ​ທູດ, ອົງ​ການ​ຈັດ​ຕັ້ງ​ສາ​ກົນ, ອົງ​ການ​ທີ່ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ.

ສ​ະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດຕັ້ງມິດ​ຕະ​ພາບ ຫວຽດ​ນາມ ປຸກ​ລະ​ດົມ​ການ​​ບໍ​ລິ​ຈາກ, ສະ​ໜັບ​ສະ​ໜູນ​ໃຫ້​ແກ່ກອງ​ທຶນ​ວັກ​ຊິນ​ກັນ​ໂຄວິດ - 19

ສ​ະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດຕັ້ງມິດ​ຕະ​ພາບ ຫວຽດ​ນາມ ປຸກ​ລະ​ດົມ​ການ​​ບໍ​ລິ​ຈາກ, ສະ​ໜັບ​ສະ​ໜູນ​ໃຫ້​ແກ່ກອງ​ທຶນ​ວັກ​ຊິນ​ກັນ​ໂຄວິດ - 19

ຍ​ສໝ - ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ປຸກ​ລະ​ດົມ, ທ່ານ​ນາງ ຫງວຽນ​ທິ​ທູ​ຢາງ - ປະ​ທານ​ກຳ​ມະ​ບານສ​ະ​ຫ​ະ​ພັນ​ບັນ​ດາ​ອົງ​ການຈັດຕັ້ງ​ມິດ​ຕະ​ພາບ ຫວຽດ​ນາມ ໃຫ້​ຮູ້​ວ່າ: ໂດຍ​ຕອບ​ສະ​ໜອງ​ຕາມ​ຄຳ​ຮຽກ​ຮ້ອງ​ຂອງ​ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ, ພະ​ນັກ​ງານ, ລັດ​ຖະ​ບານ, ຜູ້​ອອກ​ແຮງ​ງານຂອງສ​ະ​ຫ​ະ​ພັນ​ບັນ​ດາ​ອົງ​ການ​ຈັດຕັ້ງມິດ​ຕະ​ພາບ ຫວຽດ​ນາມ ໄດ້​ປະ​ກອບ​ສ່ວນ​ສະ​ໜັບ​ສະ​ໜູນກອງ​ທຶນ​ ໂຄວິດ - 19, ພ້ອມ​ກັບ​ປະ​ຊາ​ຊົນ​ແບບ​ຫາບ​ໜ້າ​ທີ່​ເພື່ອ​ປະ​ເທດ​ຊາດ.

ຜູ້ຊ່ຽວຊານຫວຽດນາມ ສົ່ງແຮງບັນດານໃຈໃຫ້ແກ່ນັກສຶກສາເຕັກໂນໂລຢີຍີ່ປຸ່ນ ເກືອບ 100 ຄົນ

ຜູ້ຊ່ຽວຊານຫວຽດນາມ ສົ່ງແຮງບັນດານໃຈໃຫ້ແກ່ນັກສຶກສາເຕັກໂນໂລຢີຍີ່ປຸ່ນ ເກືອບ 100 ຄົນ

ຍສໝ - ນັກສຶກສາເກືອບ 100 ຄົນທີ່ມາຈາກມະຫາວິທະຍາໄລ 10 ແຫ່ງໃນປະເທດຍີ່ປຸ່ນ ໄດ້ເຂົ້າຮ່ວມໃນການໂອ້ລົມກັບຜູ້ຊ່ຽວຊານ (Industry Lecture) ທີ່ຈັດໂດຍ FUNiX Japan. ນັກປາຖະກະຖາແມ່ນບັນດາຊ່ຽວຊານຫວຽດນາມ.

ຫວຽດ​ນາມ ສືບ​ຕໍ່​ຊຸກ​ຍູ້​ການ​ພົວ​ພັນລະ​ຫວ່າງ ຫວຽດ​ນາມ - ຟີ​ລິບ​ປິນ ແລະ ສາຍ​ພ​ົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ສິງ​ກະ​ໂປ

ຫວຽດ​ນາມ ສືບ​ຕໍ່​ຊຸກ​ຍູ້​ການ​ພົວ​ພັນລະ​ຫວ່າງ ຫວຽດ​ນາມ - ຟີ​ລິບ​ປິນ ແລະ ສາຍ​ພ​ົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ສິງ​ກະ​ໂປ

ວັນທີ 02 ມິຖຸນາ, ຢູ່ສຳນັກງານກະຊວງປ້ອງກັນປະເທດ ຫວຽດນາມ, ທ່ານພົນໂທ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ແຫ່ງ ຟີລິບປິນ ປະຈຳ ຫວຽດນາມ Meynardo Los Banos Montealegre ແລະ ທ່ານເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ແຫ່ງ ສິງກະໂປ ປະຈຳ ຫວຽດນາມ Jaya Ratnam.

ທ່ານ​ນາງ ຫງຽນ​ເຟືອງ​ງາ ປະ​ທານ​  VUFO ໃຫ້​ການ​ຕ້ອນ​ຮັບ​ທ່ານ Nikorndej Balankura ​ເອກ​ອັກ​ຄະ​ລັດ​ຖະ​ທູດ ໄທ ປະ​ຈຳ ຫວຽດ​ນາມ

ທ່ານ​ນາງ ຫງຽນ​ເຟືອງ​ງາ ປະ​ທານ​ VUFO ໃຫ້​ການ​ຕ້ອນ​ຮັບ​ທ່ານ Nikorndej Balankura ​ເອກ​ອັກ​ຄະ​ລັດ​ຖະ​ທູດ ໄທ ປະ​ຈຳ ຫວຽດ​ນາມ

ຍ​ສ​ໝ - ​ທີ່​ການ​ຕ້ອນ​ຮັບ, ທ່ານ​ນາງ ຫງວຽນ​ເຟືອງ​ງາ ປະ​ທານ​ VUFO ໄດ້​ຂ່ຳ​ນັບ​ຊົມ​ເຊີຍ​ ​ທ່ານ Nikorndej Balankura ເອກ​ອັກ​ຄະ​ລັດ​ຖ​ະ​ທູດ​ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ ລາ​ຊະ​ອາ​ນາ​ຈັກ ໄທ ປະ​ຈຳ ຫວຽດ​ນາມ ທີ່​ໄດ້​​ຮັບ​ດຳ​ລົງ​ຕຳ​ແໜ່ງ​ໃໝ່ ຢູ່ ຫວຽດ​ນາມ, ທ່ານ​ນາງ​ກໍ່​ອວຍ​ພອນ​ໃຫ້ ທ່ານເອກ​ອັກ​ຄະ​ລັດ​ຖະ​ທູດ ​ປ​ະ​ສົບ​​ຜົນ​ສຳ​ເລັດ​ໃນອາ​ຍຸ​ການຂອງຕົນ, ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ ແລະ ເຮັດ​ໃຫ້​ການ​ພົວ​ພັນ ລະ​ຫວ່າງ ຫວຽດ​ນາມ - ໄທ ເລິກ​ເຊິ່ງ​ກ່​ວາ​ອີກ.

ເຊິນລາ ມອບເຄື່ອງຊ່ວຍຫາຍໃຈ 18 ໜ່ວຍ ແລະວັດຖຸອຸປະກອນການແພດຫຼາຍຢ່າງໃຫ້ 9 ແຂວງຂອງປະເທດລາວ

ເຊິນລາ ມອບເຄື່ອງຊ່ວຍຫາຍໃຈ 18 ໜ່ວຍ ແລະວັດຖຸອຸປະກອນການແພດຫຼາຍຢ່າງໃຫ້ 9 ແຂວງຂອງປະເທດລາວ

ຫວ່າງແລ້ວນີ້, ເຊິນລາ ໄດ້ໜູນຊ່ວຍເຄື່ອງຊ່ວຍຫາຍໃຈ 18 ໜ່ວຍ ແລະວັດຖຸອຸປະກອນການແພດຫຼາຍຢ່າງໃຫ້ 9 ແຂວງຂອງປະເທດລາວ ເພື່ອຮັບໃຊ້ວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19 ລວມມູນຄ່າ 2,8 ຕື້ດົ່ງ.

ລາວ-ຈີນ ລົງນາມ ຈັດຊື້ສີນຄ້າກະສິກຳປຸງແຕ່ງ ຈາກ ສປປ ລາວ ສົ່ງໄປ ສປ ຈີນ

ລາວ-ຈີນ ລົງນາມ ຈັດຊື້ສີນຄ້າກະສິກຳປຸງແຕ່ງ ຈາກ ສປປ ລາວ ສົ່ງໄປ ສປ ຈີນ

ໃນວັນທີ 29 ພຶດສະ​ພາ 2021 ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ (ກະຊວງ ອຄ); ບໍລິສັດ ເອໄອດີຊີ ການຄ້າ ຈຳກັດຜູ້ດຽວ (AIDC), ສປປ ລາວ ແລະ ບໍລິສັດ ລັດວິສາຫະກິດ ສະບຽງອາຫານ ຈີນ ສາຂາ ເມືອງ ເຈີງໂຈ ແຂວງເຫີໜານ ສປ ຈີນ ໄດ້ລົງນາມບົດບັນທຶກ ແບບທາງໄກ ເພື່ອຮ່ວມມື ໃນການຈັດຊື້ສີນຄ້າ ກະສິກຳປຸງແຕ່ງຈາກ ສປປ ລາວ ສົ່ງໄປ ສປ ຈີນ, ໂດຍມີ ທ່ານ ຄຳແພງ ...

ອົງການຈັດຕັ້ງສັງຄົມສະໜັບສະໜູນ ລັດຖະບານລາວ ຕອບໂຕ້ ແລະ ສະກັດກັ້ນການລະບາດພະຍາດໂຄວິດ-19 ຢູ່ 10 ແຂວງ

ອົງການຈັດຕັ້ງສັງຄົມສະໜັບສະໜູນ ລັດຖະບານລາວ ຕອບໂຕ້ ແລະ ສະກັດກັ້ນການລະບາດພະຍາດໂຄວິດ-19 ຢູ່ 10 ແຂວງ

ຫວ່າງແລ້ວນີ້, 10 ອົງການຈັດຕັ້ງສັງຄົມ ໄດ້ເຊັນສັນຍາຮ່ວມມື ໃນການຕອບໂຕ້ ແລະ ສະກັດກັ້ນການລະບາດ ຂອງພະຍາດໂຄວິດ-19 ໃນ 10 ແຂວງທົ່ວປະເທດລາວ ເຊິ່ງໂຄງການຂອງບັນດາ 10 ອົງການນີ້ ຈະສາມາດເຂົ້າເຖິງ ປະຊາຊົນຫລາຍກວ່າ 140.000 ຄົນ ຢູ່ 109 ບ້ານ ໃນ 19 ເມືອງເປົ້າໝາຍ. ໃນນັ້ນ ກວມເອົາ ການສະໜອງບ່ອນລ້າງມື 88 ແຫ່ງ ແລະ ການສະໜອງອຸປະກອນ ເພື່ອສະກັດກັ້ນໂຄວິດ-19 ໃຫ້ແກ່ໂຮງຮຽນ 63 ແຫ່ງ, ໂຮງໝໍນ້ອຍ 17 ແຫ່ງ ແລະ ຕະຫລາດອີກ ...

ໃນວັນທີ່ 31 ພຶດສະພາ: ສປປ ລາວ ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ 1 ກໍລະນີເທົ່ານັ້ນ

ໃນວັນທີ່ 31 ພຶດສະພາ: ສປປ ລາວ ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ 1 ກໍລະນີເທົ່ານັ້ນ

ໃນວັນທີ 31 ພຶດສະພາ 2021, ທີ່ນະຄອນຫລວງວຽງຈັນ ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມ ຄວບຄຸມ ພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ຕາງໜ້າໃຫ້ຄະນະກອງເລຂາສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ການລະບາດ ຂອງພະຍາດ COVID-19 ໄດ້ລາຍງານໃຫ້ຮູ້ວ່າ ສປປ ລາວ ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ 1 ກໍລະນີເທົ່ານັ້ນ.

ທ່ານປະທານປະເທດ ຫງວຽນຊວນຟຸກ ສົ່ງຈົດໝາຍ ໄປຍັງທ່ານປະທານາທິບໍດີອາເມລິກາ Joe Biden

ທ່ານປະທານປະເທດ ຫງວຽນຊວນຟຸກ ສົ່ງຈົດໝາຍ ໄປຍັງທ່ານປະທານາທິບໍດີອາເມລິກາ Joe Biden

ຍສໝ - ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ຊົມເຊີຍຄຳໝັ້ນສັນຍາຂອງສະຫະລັດອາເມລິກາ ໃນການປະກອບສ່ວນເພີ່ມເຕີມຢາວັກແຊງປ້ອງກັນພະຍາດ ໂຄວິດ - 19 ຈຳນວນ 80 ລ້ານປະລິມານ ໃຫ້ແກ່ປະຊາຄົມໂລກ ໃນສະຖານະການການຜັນແປທີ່ສັບສົນຂອງການລະບາດຂອງພະຍາດ ໂຄວິດ - 19.

ດ່າ​ນັ້ງ ສົ່ງ​ຄະ​ນະ​ແພດ​ໝໍ​ທີ່​ດີ​ໜູນ​ຊ່ວຍ​ແຂວງ ບັກ​ຢາງ

ດ່າ​ນັ້ງ ສົ່ງ​ຄະ​ນະ​ແພດ​ໝໍ​ທີ່​ດີ​ໜູນ​ຊ່ວຍ​ແຂວງ ບັກ​ຢາງ

ຍ​ສ​ໝ - ຕອນ​ບ່າຍ​ວັນ​ທີ 30 ພຶດ​ສະ​ພາ, ນະ​ຄອນ​ດ່າ​ນັ້ງ ໄດ້​ມອບ​ສົ່ງ​ຄະ​ນະ​ແພດ​ໝໍ​ລວມ​ມີ 10 ຄົນ, ໃນ​ນັ້ນ​ມີ ທ່ານ​ໝໍ​ເກັ່ງ 3 ຄົນ ແລະ ບັນ​ດາ​ພະ​ຍາ​ບານ ທີ່​ມີ​ບົດ​ຮຽນ​ປະ​ສົບ​ການ​ຂອງ​ນະ​ຄອນ ໄປ​ຍັງ​ຈຸດ​ໃຈ​ກາງ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່​ແຂວງ ບັກ​ຢາງ.

ລົງ​ນາມ​ຂໍ້​ຕົກ​ລົງ​ແມ່​ທີ່​ມີ 6 ເນື້ອ​ໃນ​ຮ່ວມ​ມື​ລະ​ຫວ່າງວິ​ສາ​ຫະ​ກິດ ລາວກາຍ (ຫວຽດ​ນາມ) ແລະ ຢຸ​ນ​ນານ (ຈີ​ນ)

ລົງ​ນາມ​ຂໍ້​ຕົກ​ລົງ​ແມ່​ທີ່​ມີ 6 ເນື້ອ​ໃນ​ຮ່ວມ​ມື​ລະ​ຫວ່າງວິ​ສາ​ຫະ​ກິດ ລາວກາຍ (ຫວຽດ​ນາມ) ແລະ ຢຸ​ນ​ນານ (ຈີ​ນ)

ຍ​ສ​ໝ - ເພື່ອ​ແນ​ໃສ່​ຊຸກ​ຍູ້​ວິ​ສ​າ​ຫະ​ກິດ 2 ແຂວງ ເພີ່​ມ​ທະ​ວີ​ການ​ພົວ​ພັນ​ແລກ​ປ່ຽນ, ຮ່ວ​ມືມ, ແບ່ງ​ປັນ​ຄວາ​ມ​ສາ​ມາດ​ບົ່ມ​ຊ້ອນ, ທ່າ​ໄດ້​ປຽບ ຂອງ​ແຕ່​ລະ​ຝ່າຍ​ຕາມ​ທິດ​ໜູນ​ຊ່ວຍ​ບັນ​ດາ​ທ່າ​ໄດ້​ປ່ຽບ​ຂອງ​ກັນ, ຜ່ານ​ການ​ແລກ​ປ່ຽນ, ສະ​ຫະ​ພັນ​ວິ​ສາ​ຫະ​ກິດ ແຂວງ ລາວ​ກາຍ ແລະ ສະ​ຫະ​ພັນ​ວິ​ສາ​ຫະ​ກິດ ແຂວງ ຢຸນ​ນານ ໄດ້​ພ້ອມ​ກັນ​ລົງ​ນາມ​ຂໍ້​ຕົກ​ລົງ​ແມ່​ກ່​ຽວ​ກັບ​ການ​ຮ່ວມ​ມື​ມິດ​ຕະ​ພາບ ດ້ວຍ 6 ເນື້ອ​ໃນ.

|< < 1 2 3 4 5 > >|
302 Found

Found

The document has moved here.