ຍສໝ - ປີ 2021 ແມ່ນປີຄົບຮອບ 45 ປີແຫ່ງການສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງ ຫວຽດນາມ ແລະໄທ, ຫວ່າງມໍ່ໆມານີ້, ສະຫະພັນ ເກີນເທີ ໄດ້ຈັດຕັ້ງຄະນະຜູ້ແທນລົງຢ້ຽມຢາມສະຖານກົງສຸນໃຫຍ່ປະຈຳນະຄອນໂຮ່ຈີມິນ, ໃນກອງປະຊຸມສອງຝ່າຍແລກປ່ຽນໄດ້ຈັດຕັ້ງມີຫຼາຍກິດຈະກຳ ແລະ ເຫດການຕ່າງໆທີ່ກ້າວໄປສູ່ວັນຄົບຮອບທີ່ສຳຄັນນີ້.
ຍສໝ - ທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ກໍ່ຫວັງວ່າແຂວງກວາງນາມ ຈະສືບຕໍ່ໜູນຊ່ວຍແຂວງເຊກອງ ກໍ່ສ້າງກິດຈະກໍາໂຄງລ່າງທີ່ຈໍາເປັນ; ຊຸກຍູ້ພື້ນຖານໂຄງລ່າງ ແລະຂຸດຄົ້ນດ່ານຊາຍແດນສາກົນດັກຕາອອກ-ນາມຢາງ ຢ່າງມີປະສິດທິຜົນ...
ຍສໝ - ເຂົ້າຮ່ວມການພົບປະມີ: ທ່ານເລຮົ່ງລີ້ - ຮອງປະທານຜູ້ປະຈຳການສະມາຄົມມິດຕະພາບສູນກາງຫວຽດນາມ - ກຳປູເຈຍ; ທ່ານ ຫງວຽນຮ່ວາງແຮ່ງ ຮອງຫົວໜ້າພະແນກທ້ອງຖິ່ນ III - ຄະນະກຳມະການຊົນເຜົ່າ; ທ່ານຟ້າມວັນຮຽວ - ຮອງເລຂາຄະນະພັກເມືອງ, ປະທານສະພາປະຊາຊົນເມືອງ ເກີ່ນເທີ ; ບັນດາຫົວໜ້າພະແນກ ແລະ ສາຂາພ້ອມດ້ວຍຜູ້ຕາງໜ້າວັດວາອາຮາມໃນເມືອງ ...
ຍສໝ - ໃນລາຍການ, ນັກສຶກສາລາວ, ກໍາປູເຈຍ ພ້ວມດ້ວຍຜູ້ແທນໄດ້ເຂົ້າຮ່ວມຫຼາຍກິດຈະກໍາເຄື່ອນໄຫວທີ່ມີຄວາມໝາຍ, ມີຄວາມເບີກບານມ່ວນຊື່ນ, ລະອຽດແມ່ນ: ພິທີບາສີສູ່ຂວັນ, ງານບຸນຫົດນໍ້າ, ລາຍການສະແດງສິລະປະທີ່ເປັນເອກະລັກສະເພາະບັນດາປະເທດ...
ຍສໝ - ຍ້ອນຜົນສະທ້ອນຂອງພະຍາດໂຄວິດ-19, ນັກສຶກສາລາວຢູ່ແຂວງ ແທັງຮ໊ວາ ຈໍານວນ 320 ຄົນ ກໍ່ໄດ້ຕ້ອນຮັບບຸນປີໃໝ່ປະຈຳຊາດດ້ວຍຄວາມເບີກບານມ່ວນຊື່ນ.
ຍສໝ - ໃນການພົວພັນທາງການທູດປະຊາຊົນ, ໄລຍະທີ່ຜ່ານມາ, ມີຫຼາຍອົງການ, ສ່ວນບຸກຄົນຢູ່ ຫວຽດນາມ ໄດ້ໜູນຊ່ວຍອຸປະກອນການແພດ (ຜ້າອັດປາກດັງ, ຊຸດປ້ອງກັນທາງແພດ…) ໃຫ້ແກ່ປະຊາຊົນ ຝລັ່ງໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19.
ຍສໝ - ເມື່ອບໍ່ດົນມານີ້, ຢູ່ຮ່າໂນ້ຍ, ກົມຕຳຫຼວດອາຍາ, ກະຊວງຕຳຫຼວດຫວຽດນາມ ໄດ້ສົມທົບກັບສະຖານທູດອັງກິດ ປະຈຳ ຫວຽດນາມ ຈັດກອງປະຊຸມສຳມະນາຕີລາຄາ ກ່ຽວກັບໂຄງການຍົກສູງກຳລັງຄວາມສາມາດ ໃນການສືບສວນຄະດີການຄ້າມະນຸດ.
ຍສໝ - ຄະນະປະຕິບັດງານຂອງສະຖານທູດ ລາວ ປະຈຳ ຫວຽດນາມ ໂດຍທ່ານ ເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ນຳໜ້າ ໄດ້ມາຢ້ຽມຢາມ ແລະ ເຮັດວຽກກັບແຂວງ ກ໋ວາງນາມ
ຍສໝ - ການນຳນະຄອນເຊື່ອໝັ້ນວ່າ ນັກສຶກສາລາວ, ກຳປູເຈຍ ພ້ອມກັບຊາວໜຸ່ມນະຄອນ ແມ່ນປັດໄຈຕັ້ງໜ້າ ທີ່ຈະປະກອບສ່ວນເຂົ້າໃນການຮັກແໜ້ນນ້ຳໃຈສາມັກຄີ, ມິດຕະພາບ, ນ້ຳໃຈສະໜິດຕິດພັນລະຫວ່າງປະຊາຊົນ ສາມປະເທດໃຫ້ຫຼາຍກ່ວາອີກ.
ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດແຫ່ງສປປ ລາວ ໄດ້ສົ່ງສານຊົມເຊີຍ ໂດຍເຊື່ອໝັ້ນວ່າ: ປະທານປະເທດ ແລະ ການນຳຊຸດໃໝ່ ຈະນຳພາ ສສ ຫວຽດນາມ ບັນລຸຜົນງານຢ່າງໃຫຍ່ຫລວງ ແລະ ທັງສອງຜູ້ນຳໄດ້ເຫັນດີວ່າສອງ ຝ່າຍຄວນສືບຕໍ່ປະສານສົມທົບກັນ, ປະຕິບັດບັນດາຂໍ້ ຕົກລົງຂັ້ນສູງ, ຊຸກຍູ້ການຮ່ວມມື ລະຫວ່າງ ສອງປະເທດໃນທຸກຂົງເຂດ.
ຍສໝ - ເສັ້ນທາງບໍລິການຂົນສົ່ງທາງທະເລພາຍໃນປະເທດເຊື່ອມຕໍ່ສິນຄ້າລະຫວ່າງຫ໋າຍຟ່ອງ-ຫວູງອ໊າງ-ນະຄອນໂຮ່ຈີມິນ ແລະກົງກັນຂ້າມ ແມ່ນໝາກຜົນເບື້ອງຕົ້ນຂອງ “ບົດບັນທຶກຊ່ວຍຈຳ” ລະຫວ່າງເຕິນກ໋າງໄຊງ່ອນ ແລະຄະນະກໍາມະການປະຊາຊົນແຂວງຮ່າຕິ້ງ ຕົ້ນປີ 2021.
ຍສໝ - ລາຍການລວມມີບັນດາການເຄື່ອນໄຫວພົວພັນແລກປ່ຽນວັດທະນະທຳ, ສະແດງສິລະປະ, ຈັດຕັ້ງການຢ້ຽມຢາມ ແລະ ອວຍພອນປີໃໝ່ນັກສຶກສາລາວທີ່ພວມດຳລົງຊີວິດ, ຮ່ຳຮຽນຢູ່ບັນດາມະຫາວິທະຍາໄລ, ວິທະຍາໄລໃນບໍລິເວນແຂວງ ເງະອານ.
ຍສໝ - ຄະນະກຳມະການຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ນະຄອນໂຮ່ຈີມິນ ໄດ້ສົມທົບກັບກອງບັນຊາການທະຫານປ້ອງກັນຊາຍແດນ ແຂວງ ກ໋ວາງຈິ ແລະ ສະມາຄົມ ຊາວ ຫວຽດນາມ ອາໄສຢູ່ ແຂວງ ຈຳປາສັກ (ລາວ) ຈັດຕັ້ງພິທີມອບເງິນເພື່ອຊື້ອຸປະກອນການຮຽນເປັນຈຳນວນ 590 ລ້ານດົ່ງ ໃຫ້ແກ່ໂຮງຮຽນປະຖົມ ມິດຕະພາບແຂວງ ຈຳປາສັກ.
ດ້ວຍບັນດາການເຄື່ອນໄຫວຕົວຈິງເປັນຫຼາຍຮູບຫຼາຍແບບ, ຊອກຮູ້ກ່ຽວກັບວັດທະນະທຳ, ການທ່ອງທ່ຽວ, ອາຫານການກິນ ສ.ເກົາຫຼີ ການເຄື່ອນໄຫວໄດ້ສ້າງຄວາມປະທັບໃຈທີ່ດີງາມໃຫ້ແກ່ຊາວເມືອງໂຮ້ຍອານ ແລະ ແຂກທ່ອງທ່ຽວ.
ຍສໝ - ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ 2021 ຂອງລາວ, ໃນວັນທີ 12 ເມສາ, ຄະນະຜູ້ແທນຂອງວາລະສານຍຸກສະໄໝ ນຳໂດຍ ທ່ານ ເລ ກວາງ ທ້ຽນ ບັນນາທິການໃຫຍ່ ວາລະສານຍຸກສະໄໝ ໄດ້ມາຢ້ຽມຢາມ ແລະອວຍພອນປີໄໝ່ ພະນັກງານ, ພາລະກອນສະຖານທູດລາວ ທີ່ ຮ່າໂນ້ຍ.
ຍສໝ - ໃນວັນທີ 11 ເມສາ ນີ້ຢູ່ມະຫາວິທະຍາໄລກົດໝາຍຮ່າໂນ້ຍ, ຄະນະຜູ້ແທນນັກສຶກສາລາວ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງປີໃໝ່ປະຈຳຊາດ Bunpimay 2021 - ປະຕິທິນພຸດທະສາສະໜາ 2564 ຂອງສາທາລະນະລັດປະຊາທິປະໄຕປະຊາຊົນລາວ ສຳລັບນັກສຶກສາລາວ ທີ່ປະຈຸບັນກຳລັງຮໍ່າຮຽນສືກສາຢູ່ໂຮງຮຽນ.
ຍສໝ - ລາຍການສະແດງສິລະປະ ແລະ ພິທີບາສີສູ່ຂວັນໃນໂອກາດບຸນປີໃໝ່ໄດ້ຈັດຕັ້ງທີ່ ສູນລວມນັກສຶກສາສາກົນຮ່າໂນ້ຍ, ນີ້ແມ່ນການເຄື່ອນໄຫວປະຈຳປີ ຂອງ ນັກສຶກສາລາວພວມສຶກສາຮ່ຳຮຽນຢູ່ໂຮງຮຽນຕ່າງໆໃນນະຄອນຫຼວງ ຮ່າໂນ້ຍ, ເຊີ່ງໄດ້ດຶງດູດນັກສຶກສາປະເທດ ລາວ ແລະ ຫວຽດນາມ ເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ.
ສະຫາຍ ບຸ່ຍ ເຖ ຢຸງ ກົງສູນໃຫຍ່ ຫວຽດນາມ ປະຈຳພາກໃຕ້ລາວ ໄດ້ນຳເອົາຄຳອວຍພອນໄຊອັນປະເສີດ ມາຍັງບັນດາສະຫາຍ ຄະນະພັກ, ອົງການປົກຄອງແຂວງ ແລະ ປະຊາຊົນຊາວແຂວງຈຳປາສັກ ໃນໂອກາດຂຶ້ນປີໃໝ່ລາວ ພ.ສ 2564 ຈົ່ງມີສຸຂະພາບແຂງແຮງ ມີພາລະນາໄມສົມບູນ ມີຜົນສຳເລັດໃນໜ້າທີ່ ການງານທຸກປະການ.
ລາຍການ “ກອງທັບ - ປະຊາຊົນ ນະຄອນ ເກີ່ນເທີ ສະຫຼອງບຸນປີໃໝ່ ຈອນຈານຳເທີໄມ ປີ 2021” ຖືກດຳເນີນໃນຕອນຄ່ຳວັນທີ 10 ເມສາ, ຢູ່ສະຖາບັນສົງ ຫິນະຍານ ຂະແມ, ເມືອງ ໂອມົນ, ນະຄອນ ເກີນເທີ ເພື່ອສະຫຼອງບຸນປີໃໝ່ ຈອນຈານຳເທີໄມ, ເຊິ່ງເປັນບຸນປີໃໝ່ປະເພນີຂອງຊາວ ຂະແມ.
ຍສໝ - ກ່າວຄຳເຫັນທີ່ພິທີ, ທ່ານນາງ ຫງວຽນເຟືອງງາ ປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໄດ້ຕີລາຄາສູງບັນດາການປະກອບສ່ວນຢ່າງຕັ້ງໜ້າຂອງທ່ານ Daniel Kritenbrink ເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ ໃນການເພີ່ມທະວີຄວາມສາມັກຄີມິດຕະພາບ, ການຮ່ວມມືລະຫວ່າງສອງປະເທດ ຫວຽດນາມ ແລະ ອາເມລິກາ.
ຍສໝ - ທ່ານນາງ ປ.ອ ຟານທິຕິ່ງ ໄດ້ສົ່ງຄຳອວຍພອນໄປຍັງບັນດານັກສຶກສາລາວເນື່ອງໃນໂອກາດວັນບຸນປີໃໝ່. ພ້ອມທັງຍ້ອງຍໍຊົມເຊີຍຄວາມມານະພະຍາຍາມ, ເນື້ອໃນຈິດໃຈຜ່ານຜ່າຄວາມຫຍຸ້ງຍາກຕັ້ງໜ້າໃນການຮ່ຳຮຽນຂອງນ້ອງໆນັກສຶກສາລາວ.
ຍສໝ - ຕາງໜ້າຄະນະປະຕິບັດງານກອງບັນຊາການທະຫານ ແລະກອງບັນຊາການ ປກສ ແຂວງຫົວພັນ, ທ່ານພົນຈັດຕະວາ ສຸລິນພອນ ຄຳພະຈັນ ໄດ້ສົ່ງຄໍາຂອບໃຈມາຍັງພະນັກງານ, ນັກຮົບທະຫານຊາຍແດນແຂວງເຊີນລາ ທີ່ໄດ້ຊ່ວຍເຫຼືອ ແລະສະຫງວນອາລົມຈິດພິເສດໃຫ້ປະຊາຊົນ ແລະກໍາລັງປ້ອງກັນຊາຍແດນແຂວງຫົວພັນ, ລາວ.
ຍສໝ - ຫວ່າງແລ້ວນີ້, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ມີການໂອ້ລົມທາງໂທລະສັບກັບລັດຖະມົນຕີກະຊວງການຕ່າງປະເທດລາວ.
ຍສໝ - ຕາງໜ້າກະຊວງປ້ອງກັນປະເທດຫວຽດນາມ, ທ່ານພັນເອກພິເສດ ຟ້າມແມ້ງທັງ ໄດ້ອວຍພອນພະນັກງານ, ພາລະກອນຢູ່ສະຖານທູດລາວ ເນື່ອງໃນໂອກາດບຸນປີໃໝ່ລາວ. ທ່ານຢັ້ງຢືນວ່າ ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍແມ່ນເສົາຄໍ້າສໍາຄັນໃນການພົວພັນຫວຽດນາມ-ລາວ.
ຍສໝ - ທີ່ການພົບປະກັບທ່ານພົນໂທ ຫງວຽນຈີວິ້ງ, ທ່ານເອກອັກຄະລັດຖະທູດ ອາເມລິກາປະຈຳຫວຽດນາມ ໄດ້ຮັບຮູ້ບັນດາຄຳເຫັນຂອງຝ່າຍຫວຽດນາມ ແລະ ຢືນຢັນຄຳໝັ້ນສັນຍາສືບຕໍ່ສະໜັບສະໜູນ ຫວຽດນາມ ໃນໄລຍະຈະມາເຖິງ.
ຍສໝ - ທ່ານເອກອັກຄະລັດຖະທູດລັດເຊຍ Konstantin Vnukov ໃຫ້ຮູ້ວ່າ, ເວລາເຮັດວຽກທີ່ຜ່ານມາ ເຮັດໃຫ້ທ່ານມີຄວາມປະທັບໃຈຢ່າງເລິກເຊິ່ງ ກ່ຽວກັບປະເທດທີ່ສວຍງາມຂອງຫວຽດນາມ ດ້ວຍປະຫວັດສາດທີ່ຍາວນານ ແລະ ມີຄວາມຫຼາກຫຼາຍໃນທຸກດ້ານ.
ຍສໝ - ທ່ານນາງປະທານ VUFO ຫງວຽນເຟືອງງາ ແລະ ທ່ານຮອງປະທານສະມາຄົມມິດຕະພາບຫວຽດນາມ - ກຳປູເຈຍ ຫວູເວືອງວຽດ ໄດ້ມອບຊໍ່ດອກໄມ້ ແລະ ພ້ອມກັນນັ້ນກໍ່ໄດ້ສົ່ງຄຳອວຍພອນໄປຍັງທ່ານເອກອັກຄະລັດຖະທູດ Chay Navuth ພ້ອມດ້ວຍພັນລະຍາ ແລະ ພະນັກງານທັງ ໝົດ ຂອງສະຖານທູດກຳປູເຈຍ ປະຈຳ ຫວຽດນາມຈົ່ງມີສຸຂະພາບທີ່ເຂັ້ມແຂວງ ,ມີຄວາມສຸກ ແລະ ປະສົບຜົນສຳເລັດໃນປີ ໃໝ່.
ຍສໝ - ລັດຖະບານຊຸດໃໝ່ຂອງ ຫວຽດນາມ ຈະສຸມໃສ່ການປະຕິບັດບັນດາມະຕິຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ ດ້ວຍບັນດາເປົ້າໝາຍ ແລະ ດັດຊະນີໃຫ້ແກ່ໄລຍະຕໍ່ໄປ, ພ້ອມທັງສືບຕໍ່ຊຸກຍູ້ການສ້າງລັດແຫ່ງສິດອຳນາດສັງຄົມນິຍົມ ແລະ ຍົກສູງເນື້ອໃນຈິດໃຈລະບຽບການບໍລິຫານ, ໃນນັ້ນມີທັດສະນະຕ້ານການສໍ້ລາດບັງຫຼວງ ຢ່າງແຮງ.
ຍສໝ - ຕາມໜັງສືພິມຮ່າຕິງແລ້ວ, ປີ 2020, ແຂວງຮ່າຕິງໄດ້ໜູນຊ່ວຍແຂວງຄຳມ່ວນສ້າງ ບ້ານມາກເຟືອງ, ເມືອງນາກາຍ, ແຂວງຄຳມ່ວນ ທີ່ມີມຸນຄ່າ 2 ຕື້ ດົ່ງ. ພາຍຫຼັງການກໍ່ສ້າງມາເປັນເວລາ 7 ເດືອນ, ມາຮອດປັດຈຸບັນ ໂຄງການໄດ້ກໍ່ສ້າງສຳເລັດ ແລະນຳເຂົ້າການເຄື່ອນໄຫວ.
ຍສໝ - ກ່າວຄຳເຫັນທີ່ພິທີມອບຂອງຂວັນ, ທ່ານພັນເອກ ເຈິ່ນຕຽນຫ໋າຍ, ຜູ້ບັນຊາການທະຫານປ້ອງກັນຊາຍແດນ ຢາລາຍໄດ້ແບ່ງປັນບັນດາບົດຮຽນປະສົບການທີ່ດີ, ວິທີການເຮັດວຽກທີ່ມີຫົວຄິດປະດິດສ້າງໃນການຄຸ້ມຄອງບໍລິຫານ, ປົກປ້ອງເຂດຊາຍແດນ, ປ້ອງກັນ ຕ້ານອາດຊະຍາກຳຊະນິດຕ່າງໆ ແລະ ໄພທຳມະຊາດ, ໂລກລະບາດ, ພິເສດແມ່ນໂລກລະບາດໂຄວິດ - 19.