ຍສໝ - ອົງການທີ່ບໍ່ຂຶ້ນກັບລັດຖະບານປະເທດແບນຊິກ, Rikolto ແມ່ນໜຶ່ງໃນບັນດາຄູ່ຮ່ວມມືຂອງ VNUA. ເລີ່ມດໍາເນີນງານຢູ່ຫວຽດນາມ ນັບແຕ່ປີ 1994, Rikolto (ແຕ່ກ່ອນແມ່ນ VECO ຫວຽດນາມ) ໄດ້ປະຕິບັດບັນດາໂຄງການຢູ່ຫລາຍແຂວງ, ນະຄອນໃນຫລາຍຂົງເຂດ, ປະກອບສ່ວນເຂົ້າໃນຂອບຍຸດທະສາດຮ່ວມຫວຽດນາມ - ແບນຊິກ ຢູ່ ຫວຽດນາມ.
ຍສໝ - ທີ່ກອງປະຊຸມ ຄັ້ງທີ 4 ນີ້, ລັດຖະມົນຕີສອງທ່ານໄດ້ສະແດງຄວາມເພິ່ງພໍໃຈຕໍ່ໝາກຜົນການຮ່ວມມືລະຫວ່າງສອງຝ່າຍນັບແຕ່ກອງປະຊຸມຄັ້ງທີ 3 ຂອງ ຄະນະກຳມະການປະສົມຫວຽດນາມຍີ່ປຸ່ນ, ພິເສດແມ່ນ ໝາກຜົນຂອງ ການຮ່ວມມືໃນຂອບເຂດອາຊຽນ, ສັນຍາຄູ່ຮ່ວມເສດຖະກິດໃນພາກພື້ນ (RCEP), ສັນຍາຄູ່ຮ່ວມມືຮອບດ້ານແລະກ້າວ ໜ້າຂ້າມປາຊີຟິກ (CPTPP), ການຮ່ວມມືດ້ານພະລັງງານ, ການຮ່ວມມືໃນຂະແໜງອຸດສາຫະກຳ ລົດໂອໂຕ , ສານເຄມີ, ການຝຶກອົບຮົມຊັບພະຍາກອນມະນຸດດ້ານອຸດສາຫະ ກຳ.
ຍສໝ - ທ່ານ ເຈິ່ນເຍິດແທັ່ງ, ເລຂາທິການຄະນະກຳມະການຮ່ວມມື ຫວຽດນາມ - ລາວຕີລາຄາວ່າ, ເຖິງວ່າ ຊຸມເດືອນຕົ້ນປີນີ້, ໂລກລະບາດ Covid – 19 ມີການຜັນແປຢ່າງສັບສົນກໍ່ຕາມ, ແຕ່ການນຳຂັ້ນສູງຂອງສອງປະເທດໄດ້ແກ້ໄຂເປັນຢ່າງດີບັນດາບັນຫາສຳຄັນໃນທຸກດ້ານຄື: ການເມືອງ, ເສດຖະກິດ, ການທູດ ແລະ ການປ້ອງກັນຄວາມສະຫງົບ.
ຍສໝ - ວັນທີ 6 ສິງຫາ, ທ່ານຟ້າມບິ່ງມິງ - ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ມີການໂອ້ລົມສົນທະນາທາງໂທລະສັບ ກັບທ່ານ Michael Pompeo - ລັດຖະມົນຕີການຕ່າງປະເທດອາເມລິກາ ເພື່ອປຶກສາຫາລືກ່ຽວກັບການພົວພັນອາເມລິກາ - ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດສອງປະເທດ ແລະ ບັນຫາສາກົນ, ພາກພື້ນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ.
ຍສໝ - ຕອນບ່າຍວັນທີ 5 ສິງຫາ, ປະເທດກູບາ ໄດ້ມອບຢາຕ້ານເຊື້ອໄວຣັດ SARS-CoV-2 ຈຳນວນຫຼາຍພັນກວດໃຫ້ແກ່ ຫວຽດນາມ ແລະ ໄດ້ສົ່ງຜູ້ຊ່ຽວຊານໄປແຂວງກວາງນາມ ແລະ ດານັງ ເພື່ອສະໜັບສະໜູນການປ້ອງກັນ ແລະ ຄວບຄຸມ, ສະກັດກັ້ນການການລະບາດຂອງພະຍາດ COVID-19.
ຍສໝ - ລັດຖະບານອົດສະຕາລີ ໄດ້ແຈ້ງໃຫ້ຊາບກ່ຽວກັບການດຳເນີນບ້ວງເງິນອຸປະຖໍາທີ່ມີມູນຄ່າ 650.000 ໂດລາອົດສະຕາລີ ເພື່ອແນໃສ່ໜູນຊ່ວຍຂໍ້ລິເລີ່ມໃໝ່ໃຫ້ແກ່ການນໍາໃຊ້ປັນຍາປະດິດ (AI) ເຂົ້າໃນການຟື້ນຟູເສດຖະກິດຫວຽດນາມ ພາຍຫຼັງພະຍາດໂຄວິດ-19.
ຍສໝ - ວັນທີ 4 ສິງຫານີ້, ຢູ່ສຳນັກງານສູນກາງພັກ, ທ່ານເຈີ່ນກວກເວືອງ - ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການຫວຽດນາມ ໄດ້ມີການຕ້ອນຮັບ ທ່ານ Pranay Verma - ເອກອັກຄະລັດຖະທູດອິນເດຍປະຈຳຫວຽດນາມ.
ຍສໝ - ທ່ານນາຍົກລັດຖະມົນຕີຫວຽດນາມ ຫາກໍ່ອອກປະກາດໃຊ້ແຜນການ ເພື່ອປະຕິບັດສັນຍາການຄ້າລະຫວ່າງລັດຖະບານສາທາລະນະລັດສັງຄົມນິຍົມ ຫວຽດນາມ ແລະ ລັດຖະບານສາທາລະນະລັດ ກູບາ.
ຍສໝ - ສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ມອບອຸປະກອນການແພດ ໃຫ້ແກ່ສູນຄວບຄຸມພະຍາດ ນະຄອນ ດ່ານັງ (CDC ດ່ານັງ) ເພື່ອປ້ອງກັນແລະຄວບຄຸມ Covid-19.
ຍສໝ - ທ່ານນາຍົກລັດຖະມົນຕີ Abe Shinzo ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ລັດຖະບານ ແລະ ປະຊາຊົນຫວຽດນາມ ທີ່ໄດ້ສະໜັບສະໜູນ ລັດຖະບານ, ປະຊາຊົນຍີ່ປຸ່ນ ແລະ ຫ້ອງການຄະນະລັດຖະບານຍີ່ປຸ່ນ ຜ້າອັດປາກ ແລະອຸປະກອນການແພດທີ່ໄດ້ຜະລິດຢູ່ປະເທດຫວຽດນາມ
ຍສໝ - ເພື່ອປະຕິບັດການຊຸກຍູ້ການຮ່ວມມືທາງດ້ານເສດຖະກິດ ແລະ ການຄ້າສອງຝ່າຍ, ປະເທດຫວຽດນາມ ແລະ ຈີເລ ໄດ້ເພີ່ມທະວີການຮ່ວມມືໃນບັນດາກິດຈະກຳສົ່ງເສີມການຄ້າດ້ວຍຮູບການໂດຍກົງ ແລະ ທາງອອນລາຍ.
ຍສໝ - , ການພົວພັນລະຫວ່າງ ປະຊາຊົນກູບາ ກັບ ປະຊາຊົນຫວຽດນາມ, ລາວ ແລະ ກຳປູເຈຍ ເພື່ອເປົ້າໝາຍຂອງການປະຕິວັດອັນສະຫງ່າລາສີ, ຕໍ່ສູ້ຕ້ານກັບຈັກກະພັດ, ເພື່ອຄວາມສະຫງົບສຸກ, ເອກະລາດແຫ່ງຊາດ, ຜືນແຜ່ນດິນອັນຄົບຖ້ວນ ແລະຄວາມຈະເລີນຮຸ່ງເຮືອງຂອງແຕ່ລະປະເທດ.
ຍສໝ - ໃນຊຸມປີຜ່ານມາ, ວຽກງານພົວພັນການຕ່າງປະເທດຂອງແຂວງເຊີນລາໄດ້ຮັບຄວາມເອົາໃຈໃສ່ເປັນພິເສດ, ມີຫຼາຍກິດຈະກຳ ທີ່ມີຫົວຄິດປະດິດສ້າງ ແລະ ເປັນເຈົ້າການ... ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ - ສັງຄົມ ແລະ ເພີ່ມທະວີການປ້ອງກັນຊາດ - ປ້ອງກັນຄວາມສະຫງົບຂອງແຂວງ.
ຍສໝ - ເມື່ອບໍ່ດົນມານີ້, ທ່ານ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ. ຫວຽດນາມ ພ້ອມດ້ວຍຄະນະໄດ້ເຂົ້າຢ້ຽມຂ່ຳນັບການນຳ ແຂວງ ດ້ຽນບຽນ ໃນໂອກາດທີ່ດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ.ຫວຽດນາມ.
ຍສໝ - ເມື່ອບໍ່ດົນມານີ້, ທ່ານເຈົ້າຄອງລັດ Sachsen ປະເທດເຢຍລະມັນ ໄດ້ຝາກຄຳຂອບໃຈ ແລະ ຂໍໃຫ້ປະຊາຊົນຫວຽດນາມມີພະລັງແຮງຫຼາຍ, ໄດ້ພ້ອມກັນຜ່ານຜ່າຜົນຮ້າຍຈາກວິກິດການ ຍ້ອນການລະບາດຂອງພະຍາດ COVID-19.
ຍສໝ - ເມື່ອບໍ່ດົນມານີ້, ຢູ່ດ່ານຊາຍແດນສາກົນລາວບາວ, ອໍານາດການປົກຄອງເມືອງເຊໂປນ, ແຂວງສະຫວັນນະເຂດ ໄດ້ຈັດຕັ້ງພິທີຍ້ອງຍໍຊົມເຊີຍກໍາລັງເຂົ້າຮ່ວມການດັບເພີງທີ່ຕະຫຼາດ Karon ຢູ່ລາວ.
ຍສໝ - ບັນດາສັນຍາການຄ້າສະບັບຕ່າງໆຄື ສັນຍາ EVFTA ມີຜົນສັກສິດກັບຫວຽດນາມ ນັບແຕ່ວັນທີ 1 ສິງຫາ 2020 ເປັນຕົ້ນໄປຈະນຳມາໃຫ້ບັນດາບໍລິສັດຂອງເອີລົບບັນດາໂອກາດສໍາຜັດກັບຕະຫຼາດຫາກໍ່ເກີດຂຶ້ນໃໝ່ ແລະສ້າງວຽກເຮັດງານທໍາໃຫ້ແກ່ຊາວເອີລົບ.
ຍສໝ - ເມື່ອບໍ່ດົນມານີ້, ທີ່ ນະຄອນນິງບິ່ງ, ແຂວງນິງບິ່ງ, ຄະນະຕິດຕໍ່ສະມາຄົມເພື່ອນຮ່ວມຖັນແຖວພົນລະພາກຫຼວງ 678 ຮ່ານາມນິງ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 40 ປີແຫ່ງວັນເຂົ້າເປັນທະຫານ ປະຕິບັດພັນທະສາກົນຢູ່ ລາວ (8/1980 - 8/2020).
ຍສໝ - ວັນທີ 3 ສິງຫາ, ຢູ່ຮ່າໂນ້ຍ, ທ່ານພົວໂທ ຫງວຽນຈີ໊ວິງ, ກຳມະການສູນການພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ໄດ້ໃຫ້ການຕ້ອນຮັບທ່ານ Konstantin Vnukov ເອກອັກຄະລັດຖະທູດ ລັດເຊຍປະຈຳຫວຽດນາມ.
ຍສໝ - ບໍລິສັດສະໜອງບັນດາການບໍລິການຮັບສະໝັກບຸກຄະລາກອນລະດັບສູງຢູ່ຫວຽດນາມ ເນັ້ນໜັກວ່າ ເຖິງວ່າຕ້ອງຮັກສາກົງຈັກການຈັດຕັ້ງ, ບຸກຄະລາກອນໄວ້ຈົນສຸດຄວາມສາມາດຂອງຕົນກໍ່ຕາມ, ແຕ່ບັນດາວິສາຫະກິດຍີ່ປຸ່ນ ຍັງເລືອກເອົາຫວຽດນາມ ແມ່ນ “ດິນແດນແຫ່ງຄວາມຫວັງ”.
ຍສໝ - ຜູ້ຕາງໜ້າສະຖານທູດໄດ້ມອບອາຫານທີ່ຈຳເປັນໃຫ້ແກ່ພໍ່ແມ່ປະຊາຊົນ; ພ້ອມດຽວກັນນັ້ນກໍ່ໄດ້ແຈ້ງການມາໃຫ້ແກ່ພໍ່ແມ່ປະຊາຊົນກ່ຽວກັບການຕິດຕໍ່ພົວພັນກັບສາຂາສະມາຄົມໃນທ້ອງຖິ່ນ ແລະ ສະຖານທູດ ເພື່ອຂໍຄວາມຊ່ວຍເຫລືອໃນການປ່ຽນອາຊີບ.
ຍສໝ - ກະຊວງການຕ່າງປະເທດຍີ່ປຸ່ນມີຄວາມຫວັງວ່າ ຂໍ້ຕົກລົງສະບັບໃໝ່ນີ້ ຈະຊຸ້ກຍູ້ການຄ້າ ແລະ ການລົງທຶນລະຫວ່າງ ຍີ່ປຸ່ນ ແລະ ອາຊຽນໃຫ້ຫຼາຍກ່ວາອີກ, ແລະ ຈະເພີ່ມທະວີການພົວພັນຮ່ວມມືລະຫວ່າງສອງຝ່າຍ.
ຍສໝ - ບັນດາເອກອັກຄະລັດຖະທູດ ໄດ້ຕີລາຄາສູງຕໍ່ບົດບາດ ແລະ ຄວາມມານະພະຍາຍາມຂອງຫວຽດນາມໃນຖານະເປັນປະທານອາຊຽນ, ໂດຍສະເພາະໃນການຈັດຕັ້ງກອງປະຊຸມສຸດຍອດອາຊຽນຄັ້ງທີ 36 ດ້ວຍຮູບການຖ່າຍທອດສົດຢ່າງເປັນທາງການ.
ຍສໝ - ບໍ່ພຽງແຕ່ສຸມໃສ່ການສະໜັບສະໜູນ ປະຊາຊົນ ຢູ່ ບັນດາແຂວງເຂດພູດອຍທາງພາກເໜືອເທົ່ານັ້ນ, ADRA ຍັງ ເອົາໃຈໃສ່, ຮ່ວມມືໃນຫຼາຍຂົງເຂດ, ແຜ່ຂະຫຍາຍໄປໃນຫຼາຍທ້ອງຖິ່ນ.
ຍສໝ - ວັນທີ 31 ກໍລະກົດ, ທີ່ ລ້າງເຊີນ, ຜູ້ຕາງໜ້າ Samsung ຫວຽດນາມ, ອົງການຈັດຕັ້ງ Korea Food for the Hungry International (KFHI)/ສ.ເກົາຫຼີ ແລະ ພະແນກພົວພັນການຕ່າງປະເທດ ລ້າງເຊີນ, ຄະນະກຳ ມະການປະຊາຊົນແຂວງ ລ້າງເຊີນ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳ ກ່ຽວກັບການຮ່ວມມືຈັດຕັ້ງປະຕິບັດໂຄງການ “ໂຮງຮຽນຄວາມຫວັງ Samsung” (Samsung Hope school).
ຍສໝ - ຕາມທ່ານ Douglas Foo ແລ້ວ, ສອງປັດໄຈສຳຄັນທີ່ສຸດເພື່ອແກ້ໄຂວິກິດການໂລກລະບາດ Covid – 19 ແມ່ນຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນ ແລະ ຄວາມພ້ອມຂອງຂະແໜງສາທາລະນະສຸກ.
ຍສໝ - ສັນຍາ EVFTA ຈະແມ່ນສັນຍາທີ່ມີຜົນກະທົບຢ່າງແຮງທີ່ສຸດ, ສ້າງບາດລ້ຽວໃຫຍ່ກ່ຽວກັບອົງປະກອບຕະຫຼາດໃຫ້ແກ່ປະເພດສິນຄ້າກຸ້ງຂອງຫວຽດນາມ.
ຍສໝ - ຫວ່າງແລ້ວນີ້, ທີ່ການເຮັດວຽກ, ທ່ານ ແສງເພດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດລາວ ປະຈໍາ ຫວຽດນາມ ໄດ້ມາຢ້ຽມຢາມນັກສຶກສາລາວທີ່ພວມຮໍ່າຮຽນໃນບໍລິເວນແຂວງເຊີນລາ.
ຍສໝ - ວົງເງິນການຄ້າລະຫວ່າງຫວຽດນາມ ແລະລາວ ໃນໄລຍະນີ້ຫຼຸດຜ່ອນຍ້ອນຜົນສະທ້ອນຈາກພະຍາດໂຄວິດ-19.
ຍສໝ - ທ່ານ ຟຸ່ງກ໊ວກຫ໋ຽນ ຮອງປະທານສະພາແຫ່ງຊາດຊີ້ແຈ້ງວ່າ: ດ້ວຍບົດບາດແມ່ນບັນດາຜູ້ສ້າງຕັ້ງ, ກອງປະຊຸມຄວນມີການກະທຳເພື່ອປະຕິບັດບົດບາດໜ້າທີ່ ແລະ ຄຳໝັ້ນສັນຍາຕໍ່ການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງຄືໄດ້ຢັ້ງຢືນໃນຖະແຫຼງການຮ່າໂນ້ຍ ຢູ່ ຊະມັດຊາໃຫຍ່ IPU – 132 ດ້ວຍຫົວຂໍ້ “ບັນດາເປົ້າໝາຍພັດທະນາແບບຍືນຍົງ: ຫັນຄຳເວົ້າກາຍເປັນການກະທຳ” ໃນເດືອນ ເມສາ ປີ 2015.