ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນ ສຳເລັດການຢ້ຽມຢາມລາວຢ່າງຈົບງາມ

ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນ ສຳເລັດການຢ້ຽມຢາມລາວຢ່າງຈົບງາມ

ຍສໝ - ໃນຕອນຄ່ຳວັນທີ 29 ກັນຍາ 2019 ທ່ານນາງ ຫງວຽນທິກີມເງິນ ປະທານສະພາແຫ່ງຊາດຫວຽດນາມ ໄດ້ເດີນທາງກັບຄືນນະຄອນຫຼວງຮ່າໂນ້ຍ ແລະ ສຳເລັດການເດີນທາງຢ້ຽມຢາມລາວແຕ່ວັນທີ 26-29 ກັນຍາ 2019 ຢ່າງຈົບງາມ.

ແຂວງກວາງຈີ໋ ຕັ້ງໜ້າພະຍາຍາມສ້າງເສັ້ນຊາຍແດນຮ່ວມມືພັດທະນາກັບບັນດາແຂວງຂອງລາວ

ແຂວງກວາງຈີ໋ ຕັ້ງໜ້າພະຍາຍາມສ້າງເສັ້ນຊາຍແດນຮ່ວມມືພັດທະນາກັບບັນດາແຂວງຂອງລາວ

ຍສໝ - ວັນທີ 27 ກັນຍາ, ທີ່ແຂວງສາລະວັນ, ລາວ ໄດ້ດໍາເນີນການພົບປະເຈລະຈາປະຈໍາປີກ່ຽວກັບວຽກງານຊາຍແດນປີ 2019 ລະຫວ່າງສາມແຂວງກວາງຈີ໋, ສາລະວັນ, ສະຫວັນນະເຂດ.

ລາວ ແລະ ຫວຽດນາມ ໄດ້ສືບຕໍ່ຄຽງບ່າຄຽງໄຫຼ່ເພື່ອຮ່ວມມືພັດທະນາ

ລາວ ແລະ ຫວຽດນາມ ໄດ້ສືບຕໍ່ຄຽງບ່າຄຽງໄຫຼ່ເພື່ອຮ່ວມມືພັດທະນາ

ຍສໝ - ຕອນເຊົ້າວັນທີ 29 ກັນຍາ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ, ໄດ້ພົບປະເຈລະຈາກັບທ່ານ ເລຂາທິການໃຫຍ່, ປະທານປະເທດ ສປປ.ລາວ ບຸນຍັງ ວໍລະຈິດ.

ແກ້ໄຂການສວຍໃຊ້ເສັ້ນຊາຍແດນເພື່ອຕ້ານທຳລາຍສອງປະເທດ ຫວຽດນາມ-ລາວ ຢ່າງທັນການ

ແກ້ໄຂການສວຍໃຊ້ເສັ້ນຊາຍແດນເພື່ອຕ້ານທຳລາຍສອງປະເທດ ຫວຽດນາມ-ລາວ ຢ່າງທັນການ

ຍສໝ - ໃນຕອນບ່າຍຂອງວັນທີ 28 ກັນຍາ 2019, ພະແນກການຕ່າງປະເທດສົມທົບກັບກອງບັນຊາການທະຫານຊາຍແດນແຂວງຮ່າຕີງ ຈັດຕັ້ງກອງປະຊຸມປະເມີນຜົນ 2 ປີ ແຫ່ງການປະຕິບັດລະບຽບການສົມທົບກັນໃນການເຄື່ອນໄຫວພົວພັນຕ່າງປະເທດ.

ປິດຊຸດຝຶກອົບຮົມ ແລະ ວິຊາສະເພາະການພິມ ສຳລັບພະນັກງານໂຮງງານການພິມ - ກອງທັບປະຊາຊົນລາວ

ປິດຊຸດຝຶກອົບຮົມ ແລະ ວິຊາສະເພາະການພິມ ສຳລັບພະນັກງານໂຮງງານການພິມ - ກອງທັບປະຊາຊົນລາວ

ຍສໝ - ຕອນບ່າຍວັນທີ 27 ກັນຍາ, ຊຸດຝຶກອົບຮົມວິຊາເຕັກນິກການພິມໃຫ້ແກ່ພະນັກງານໂຮງພິມກອງທັບປະຊາຊົນລາວ ປີ 2019 ໄດ້ປິດລົງຢູ່ກອງ 871 (ກົມໃຫຍ່ການເມືອງ).

ນາຍົກລັດຖະມົນຕີລາວ ຈະມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ

ນາຍົກລັດຖະມົນຕີລາວ ຈະມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ

ຍສໝ - ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີລາວ ແລະພັນລະຍາ ຈະນໍາໜ້າຄະນະຜູ້ແທນຂັ້ນສູງລັດຖະບານແຫ່ງ ສປປ ລາວ ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 1-3 ຕຸລາ 2019.

ທ່ານ ຮອງລັດກະມົນຕີກະຊວງການຕ່າງປະເທດ ຫງວຽນກວກຢູ໊ງ ມີການຕ້ອນຮັບຄະນະສະຖາບັນການຕ່າງປະເທດລາວ.

ທ່ານ ຮອງລັດກະມົນຕີກະຊວງການຕ່າງປະເທດ ຫງວຽນກວກຢູ໊ງ ມີການຕ້ອນຮັບຄະນະສະຖາບັນການຕ່າງປະເທດລາວ.

ຍສໝ - ໃນຕອນແລງວັນທີ 27 ເດືອນກັນຍາ, ທີ່ສຳນັກງານກະຊວງການຕ່າງປະເທດ, ຮອງລັດກະມົນຕີກະຊວງການຕ່າງປະເທດ ຫງວຽນກວກຢູ໊ງ ມີການຕ້ອນຮັບ ທ່ານຫົວໜ້າສະຖາບັນ ຄຳສວຍ ແກ້ວດາລາວົງ ນຳສະມາຊິກຄະນະສະຖາບັນການຕ່າງປະເທດ, ກະຊວງການຕ່າງປະເທດ ມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ.

ແລກປ່ຽນປະສົບການໃນທາງດ້ານຮັກສາອະທິປະໄຕ ລະຫວ່າງ ແຂວງຮ່າຕີ໋ງ ແລະ ແຂວງຄໍາມ່ວນ (ລາວ)

ແລກປ່ຽນປະສົບການໃນທາງດ້ານຮັກສາອະທິປະໄຕ ລະຫວ່າງ ແຂວງຮ່າຕີ໋ງ ແລະ ແຂວງຄໍາມ່ວນ (ລາວ)

ຍສໝ - ໃນວັນທີ 27 ເດືອນກັນຍາ ຢູ່ເມືອງທ່າແຂກ, ແຂວງຄຳມ່ວນ ສປປ.ລາວ, ກອງບັນຊາການທະຫານຊາຍແດນແຂວງຮ່າຕີ໋ງ ແລະ ກອງບັນຊາການທະຫານ, ກອງບັນຊາການປ້ອງກັນຄວາມສະຫງົບແຂວງຄໍາມ່ວນ ຈັດຕັ້ງການພົບປະເຈລະຈາແລກປ່ຽນສະພາບການ ແລະ ລົງນາມໃນບົດບັນທຶກຊ່ວຍຈໍາວ່າດ້ວຍການສົມທົບ.

ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ​ເຄື່ອນ​ໄຫວຢ້ຽມ​ຢາມ ແຂວງ ວຽງ​ຈັນ ສປປ ລາວ

ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ​ເຄື່ອນ​ໄຫວຢ້ຽມ​ຢາມ ແຂວງ ວຽງ​ຈັນ ສປປ ລາວ

ຍສໝ - ໃນຕອນເຊົ້າຂອງວັນທີ 28 ກັນຍາ 2019, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ໄປຢ້ຽມຢາມແຂວງ ວຽງຈັນ, ສປປ ລາວ.

ກອງປະຊຸມສຳມະນາຫົວເລື່ອງສະເພາະ ລະຫວ່າງສະພາແຫ່ງຊາດ ຫວຽດນາມ - ສະພາແຫ່ງຊາດ ລາວ

ກອງປະຊຸມສຳມະນາຫົວເລື່ອງສະເພາະ ລະຫວ່າງສະພາແຫ່ງຊາດ ຫວຽດນາມ - ສະພາແຫ່ງຊາດ ລາວ

ຍສໝ - ໂດຍປະຕິບັດຂໍ້ຕົກລົງການຮ່ວມມືລະຫວ່າງ 2 ສະພາແຫ່ງຊາດ ຫວຽດນາມ ແລະ ລາວ, ຕອນເຊົ້າວັນທີ 27 ກັນຍາ, ທີ່ນະຄອນຫລວງ ວຽງຈັນ (ລາວ), ທ່ານນາງປະທານສະພາແຫ່ງຊາດ ລາວ ປານີ ຢາທໍ່ຕູ້ ແລະ ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ເປັນປະທານຮ່ວມກອງປະຊຸມສຳມະນາດ້ວຍຫົວຂໍ້ວ່າ “ນະໂຍບາຍກົດໝາຍກ່ຽວກັບການພັດທະນາສີມືແຮງງານ ແລະ ການແກ້ໄຂວຽກເຮັດງານທຳ” ແລະ “ວຽກງານສົມທົບກັນແກ້ໄຂໃບຮ້ອງທຸກກ່າວຟ້ອງລະຫວ່າງບັນດາອົງການຂອງສະພາແຫ່ງຊາດ ແລະ ລັດຖະບານ ແລະ ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ”

ຄະນະຜູ້ແທນສະຫະພັນຊາວໜຸ່ມກອງທັບ ປະຊາຊົນລາວ ໄປຢ້ຽມຢາມໂຮງຮຽນ ພະລາທິການກອງທັບຫວຽດນາມ

ຄະນະຜູ້ແທນສະຫະພັນຊາວໜຸ່ມກອງທັບ ປະຊາຊົນລາວ ໄປຢ້ຽມຢາມໂຮງຮຽນ ພະລາທິການກອງທັບຫວຽດນາມ

ຍສໝ - ຕອນບ່າຍວັນທີ 25 ກັນຍາ, ຄະນະພະນັກງານທີ່ເຮັດວຽກງານຊາວໜຸ່ມກອງທັບປະຊາຊົນລາວ ໄດ້ມາຢ້ຽມຢາມ, ພົບປະ ແລະແລກປ່ຽນບົດຮຽນຢູ່ວິທະຍາຄານພະລາທິການ.

ແລກປ່ຽນປະສົບການເຄື່ອນໄຫວຄະນະກຳມະການປົກຄອງລະຫວ່າງ ແຂວງດ້ຽນບຽນ ແລະ ແຂວງຜົ່ງສາລີ (ລາວ).

ແລກປ່ຽນປະສົບການເຄື່ອນໄຫວຄະນະກຳມະການປົກຄອງລະຫວ່າງ ແຂວງດ້ຽນບຽນ ແລະ ແຂວງຜົ່ງສາລີ (ລາວ).

ຍສໝ - ໃນຕອນແລງວັນທີ 26 ເດືອນກັນຍາ, ພິທີພົບປະແລກປ່ຽນປະສົບການລະຫວ່າງສະພາປະຊາຊົນສອງແຂວງໄດ້ເກີດຂື້ນ ໃຕ້ການພ້ອມນຳຊີ້ ໂດຍ ສະຫາຍ ລໍ່ວັນມວນ, ຮອງເລຂາທິການປະຈຳຄະນະພັກແຂວງ, ປະທານສະພາຜູ້ແທນປະຊາຊົນແຂວງດ້ຽນບຽນ ແລະ ສະຫາຍ ຈັນສີ ແສງສົມພູ, ຮອງປະທານສະພາຜູ້ແທນປະຊາຊົນແຂວງຜົ່ງສາລີ. ຢູ່ສຳນັກງານຄະນະຜູ້ແທນສະພາແຫ່ງຊາດແຂວງດ້ຽນບຽນ, ບົນນໍ້າໃຈສັດຊື່, ມິດຕະພາບຮ່ວມມືພ້ອມພັດທະນາ.

ວິສາຫະກິດຫວຽດນາມ  ຄົ້ນຫາຜູ້ສະຫນອງສິນຄ້າຢູ່ລາວ

ວິສາຫະກິດຫວຽດນາມ ຄົ້ນຫາຜູ້ສະຫນອງສິນຄ້າຢູ່ລາວ

ຍສໝ - ມີຫລາຍກວ່າ 200 ຮ້ານຂາຍເຄື່ອງຂອງວິສາຫະກິດຫວຽດນາມ ໄດ້ເຂົ້າຮວ່ມການວ່າງສະແດງ ສະເຫນີສິນຄ້າ, ການບໍລິການ, ຊອກຫາຄູ່ຮ່ວມມື ຢູ່ ງານຕະຫລາດນັດການວ່າງສະແດງການຄ້າ-ການບໍລິການ-ການທ່ອງທ່ຽວ ຂອງນະຄອນໂຮ່ຈິ໋ມີນ ຕັ້ງຢູ່ແຂວງສະຫວັນນະເຂດ ຄັ້ງທີ 3 ປີ 2019.

ນະຄອນຫຼວງຮ່າໂນ້ຍ ພະຍາຍາມເປີດກວ້າງການພົວພັນກັບບັນດາທ້ອງຖິ່ນຂອງລາວ

ນະຄອນຫຼວງຮ່າໂນ້ຍ ພະຍາຍາມເປີດກວ້າງການພົວພັນກັບບັນດາທ້ອງຖິ່ນຂອງລາວ

ຍສໝ - ວັນທີ 27 ກັນຍາ, ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ປະທານຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ຫງວຽນດຶກຈຸງ ໄດ້ໃຫ້ການຕ້ອນຮັບທ່ານ ທອງສະຫວັນ ພົມວິຫານ, ເອກອັກຄະລັດຖະທູດ ລາວປະຈຳ ຫວຽດນາມ ເນື່ອງໃນໂອກາດທ່ານ ທອງສະຫວັນ ພົມວິຫານ ຝາກຄຳລາກ່ອນ ໃນຕອນສິ້ນສຸດອາຍຸປະຈຳການເຮັດວຽກ.

ພິທີມອບຫຼຽນກາ, ຫຼຽນໄຊຂອງລັດຖະບານຫວຽດນາມ ໃຫ້ແກ່ບັນດາໝູ່ຄະນະ ແລະ ບຸກຄົນຂອງສະພາແຫ່ງຊາດ ສປປ.ລາວ

ພິທີມອບຫຼຽນກາ, ຫຼຽນໄຊຂອງລັດຖະບານຫວຽດນາມ ໃຫ້ແກ່ບັນດາໝູ່ຄະນະ ແລະ ບຸກຄົນຂອງສະພາແຫ່ງຊາດ ສປປ.ລາວ

ຍສໝ - ໃນຂອບເຂດການຢ້ຽມຢາມ ສປປ.ລາວ ຂອງ ປະທານສະພາແຫ່ງຊາດຫວຽດນາມ ທ່ານນາງ ຫງວຽນທິກິມເງິນ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ, ໃນຕອນບ່າຍວັນທີ 27 ກັນຍາ, ທີ່ນະຄອນຫຼວງວຽງຈັນ ໄດ້ຈັດພິທີມອບຫຼຽນກາ, ຫຼຽນໄຊອິດສະຫຼະຊັ້ນໜຶ່ງ, ຊັ້ນສອງ ແລະ ຊັ້ນສາມ; ຫຼຽນໄຊມິດຕະພາບ ຂອງລັດຖະບານຫວຽດນາມ ໃຫ້ແກ່ນັກສະສົມແລະບຸກຄົນຂອງສະພາແຫ່ງຊາດລາວ.

ເພີ່ມທະວີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຄວາມສາມັກຄີແບບພິເສດລະຫວ່າງຫວຽດນາມ ແລະ ລາວ

ເພີ່ມທະວີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຄວາມສາມັກຄີແບບພິເສດລະຫວ່າງຫວຽດນາມ ແລະ ລາວ

ຍສໝ - ຕອນເຊົ້າວັນທີ 26 ກັນຍາ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ໄດ້ມາຮອດນະຄອນຫຼວງວຽງຈັນ, ເລີ່ມຕົ້ນການຢ້ຽມຢາມ ສປປ.ລາວ ຕາມຄຳເຊີນຂອງປະທານສະພາແຫ່ງຊາດລາວ ທ່ານນາງ ປານີ ຢາທໍ່ຕູ້.

ສື່ມວນຊົນລາວ-ຫວຽດນາມ ແລກປ່ຽນບົດຮຽນດ້ານວິຊາການ

ສື່ມວນຊົນລາວ-ຫວຽດນາມ ແລກປ່ຽນບົດຮຽນດ້ານວິຊາການ

ວັນ​ທີ 25 ກັນ­ຍາ 2019 ໜັງ­ສື­ພິມ​ຜູ້​ແທນ​ປະ­ຊາ­ຊົນ ລາວ-ຫວຽດ­ນາມ ຈັດ​ສຳ​ມະ​ນາ​ວິ­ຊາ​ການ​ສື່​ມວນ​ຊົນ ພາຍ​ໃຕ້​ຫົວ­ຂໍ້ ການ​ຄຸ້ມ​ຄອງ ການ​ໂຄ­ສະ­ນາ ການ​ຕ້ານ ແລະ ສະ­ກັດ​ກັ້ນ​ຂ່າວ​ບໍ່​ມີ​ມູນ​ຄວາມ​ຈິງ ຂອງ​ສື່​ສັງ­ຄົມ​ອອນ​ລາຍ ຂຶ້ນ​ທີ່​ສະ­ພາ​ແຫ່ງ​ຊາດ (ຫຼັກ 6) ນະ­ຄອນ­ຫຼວງ​ວຽງ​ຈັນ ເປັນ​ປະ­ທານ​ຂອງ​ທ່ານ ສຸ­ບັນ ສະ​ວະ​ບຸດ ຮອງ​ເລ­ຂາ­ທິ­ການ​ສະ­ພາ​ແຫ່ງ​ຊາດ ທ່ານ ໂດ​ຈີ​ເຫງັຍ ຫົວ­ໜ້າ​ບັນ­ນາ­ທິ­ການ​ໃຫຍ່ ໜັງ­ສື­ພິມ​ຜູ້​ແທນ​ປະ­ຊາ­ຊົນ​ສະ­ພາ​ແຫ່ງ​ຊາດ​ຫວຽດ­ນາມ ມີ​ບັນ­ດາ​ກົມ ຮອງ​ກົມ ສະ​ຖາ​ບັນ ບັນ​ນາ​ທິ ການ ແລະ ສື່​ມວນ​ຊົນ​ພາກ​ລັດ ຈາກ​ສະ­ພາ​ແຫ່ງ​ຊາດ ກະ­ຊວງ​ຖະ­ແຫຼງ​ຂ່າວ ວັດ­ທະ­ນະ­ທຳ ແລະ ທ່ອງ​ທ່ຽວ ກໍ​ຄື ອ້ອມ​ຂ້າງ​ສູນ​ກາງ ...

ນາຍົກລັດຖະມົນຕີ ຕ້ອນຮັບປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ

ນາຍົກລັດຖະມົນຕີ ຕ້ອນຮັບປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ

ໃນວັນທີ 26 ກັນຍາ 2019 ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ນາງ ຫງວຽນ ທິ ກິມ ເງິນ ກຳມະການກົມການເມືອງ ພັກກອມມູນິດຫວຽດນາມ, ປະ ທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງວັນທີ 26-29 ກັນຍາ 2019.

VUFO ສັນລະເສີນການປະກອບສ່ວນຢ່າງບໍ່ຮູ້ອິດເມື່ອຍຂອງທ່ານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ຫວຽດນາມ

VUFO ສັນລະເສີນການປະກອບສ່ວນຢ່າງບໍ່ຮູ້ອິດເມື່ອຍຂອງທ່ານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ຫວຽດນາມ

ຍສໝ - ປະທານສະຫະພັນອົງການມິດຕະພາບຫວຽດນາມ (VUFO) ຫງວຽ໋ນ ເຟືອງ ງາ ໄດ້ເນັ້ນໜັກວ່າ, ການມອບຫຼຽນກາ “ສັນຕິພາບ, ມິດຕະພາບ ລະຫວ່າງປະຊາຊົນບັນດາເຜົ່າ” ແມ່ນເປັນການສັນລະເສີນການປະກອບສ່ວນຢ່າງບໍ່ຮູ້ອິດຮູ້ເມື່ອຍຂອງທ່ານເອກອັກຄະລັດຖະທູດໃນວຽງງານການຊຸກຍູ້ສາຍພົວພັນ ມິດຕະພາບແບບພິເສດຫວຽດນາມ - ລາວ ເກືອບ 4 ປີ ຂອງການດຳລົງຕຳແໜ່ງຂອງຕົນ.

ສະຫຼຸບເບື້ອງຕົ້ນ 9 ເດືອນຕົ້ນປີ ຂອງການເຄື່ອນໄຫວມິດຕະພາບຫວຽດນາມ - ລາວ ປີ 2019

ສະຫຼຸບເບື້ອງຕົ້ນ 9 ເດືອນຕົ້ນປີ ຂອງການເຄື່ອນໄຫວມິດຕະພາບຫວຽດນາມ - ລາວ ປີ 2019

ຍສໝ - ຕອນເຊົ້າວັນທີ 25 ກັນຍາ, ສະມາຄົມມິດຕະພາບຫວຽດນາມ - ລາວແຂວງແທງຮວາໄດ້ຈັດຕັ້ງກອງປະຊຸມເບື້ອງຕົ້ນໃນ 9 ເດືອນຕົ້ນປີແລະປະຕິບັດແຜນການສະມາຄົມມິດຕະພາບຫວຽດນາມ - ລາວຄັ້ງທີ 3 ຢູ່ແຂວງແທງຮວາ, ໄລຍະ 2020 -2025.

ພະແນກສາທາລະນະສຸກສອງແຂວງ ສະຫວັນນະເຂດ-ກວາງຈິ ສືບຕໍ່ຮ່ວມມືກັນຫຼາຍດ້ານ

ພະແນກສາທາລະນະສຸກສອງແຂວງ ສະຫວັນນະເຂດ-ກວາງຈິ ສືບຕໍ່ຮ່ວມມືກັນຫຼາຍດ້ານ

ພະແນກສາທາລະນະສຸກ 2 ແຂວງສະຫວັນນະເຂດ (ສປປ ລາວ) ແລະ ແຂວງກວາງຈິ (ສ.ສ ຫວຽດນາມ), ຕົກລົງເຫັນດີສືບຕໍ່ການຮັບ-ສົ່ງຄົນເຈັບ ຈາກແຂວງສະຫວັນນະເຂດ ໄປຫາແຂວງກວາງຈິ, ສືບຕໍ່ ກອງປະຊຸມວິຊາການປະຈຳ ໄຕມາດລະຫວ່າງ 3 ເມືອງຄື: ເມືອງເຊໂປນ, ເມືອງນອງ ຂອງແຂວງສະຫວັນນະເຂດ ແລະເມືອງເຮືອງຮວາ ແຂວງ ກວາງຈິ ໂດຍຜັດປ່ຽນກັນເປັນ ເຈົ້າພາບ. ສືບຕໍ່ໃຫ້ໂຮງໝໍທັງ ສອງແຂວງ ມີການຮ່ວມມື ແລກປ່ຽນບົດຮຽນດ້ານວິຊາ ການ. ສອງຝ່າຍເຫັນດີຊ່ວຍ ເຫຼືອໃນການປ້ອງກັນພະຍາດ ໄຂ້ມາເລເລຍ ແລະພະຍາດຕິດ ຕໍ່ອື່ນໆ ໃນກຸ່ມແຮງງານເຄື່ອນ ຍ້າຍ ແລະວຽກງານອື່ນໆ.

ສານປະຊາຊົນຫົວພັນ-ເຊິນລາພົບປະແລກປ່ຽນບົດຮຽນ

ສານປະຊາຊົນຫົວພັນ-ເຊິນລາພົບປະແລກປ່ຽນບົດຮຽນ

ກອງປະຊຸມພົບປະລະຫວ່າງສານປະຊາຊົນແຂວງຫົວພັນ ສ ປ ປ ລາວ ແລະ ສານປະຊາຊົນແຂວງເຊິນລາ ສ ສ ຫວຽດນາມໄດ້ຈັດຂື້ນໃນວັນທີ 23 ກັນຍາ 2019 ນີ້ຢູ່ທີ່ຫໍວັດທະນະທຳຂອງແຂວງ, ຝ່າຍແຂວງຫົວພັນນໍາໂດຍທ່ານ ພອນສຸກ ທອງສົມບັດ ກຳມະການພັກແຂວງ ປະທານສານປະຊາຊົນແຂວງຫົວພັນ, ຝ່າຍແຂວງເຊິນລານໍາໂດຍທ່ານ ປອ ຫງ໊ວຽນ ຮົ່ງນາມ ຜູ້ພິພາກສາສານຂັ້ນສູງ ປະທານສານປະຊາຊົນແຂວງເຊິນລາແຫ່ງ ສ ສ ຫວຽດນາມ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມນຳ.

ຫົວພັນ ແລະ ແທັງຫວ໋າ ຮ່ວມມືກັນປົກປັກຮັກສາປ່າ

ຫົວພັນ ແລະ ແທັງຫວ໋າ ຮ່ວມມືກັນປົກປັກຮັກສາປ່າ

ທ້າຍອາທິດທີ່ຜ່ານມານີ້, ພະແນກກະສິກຳ ແລະ ປ່າໄມ້ແຂວງຫົວພັນຮ່ວມກັບພະແນກກະສິກຳ ແລະ ພັດທະນາຊົນນະບົດແຂວງແທັງຮວ່າໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດແຜນການຮ່ວມມືວຽກງານປົກປັກຮັກສາປ່າໄມ້, ປ້ອງກັນ ແລະ ດັບມອດໄຟໄໝ້ລາມປ່າເຂດຊາຍແດນຫົວພັນ-ແທັງຮວ່າປີ 2019 ແລະ ວາງທິດທາງການຮ່ວມມືປີ 2020 ຢູ່ທີ່ຫໍວັດທະນະທຳແຂວງຫົວພັນໂດຍການເຂົ້າຮ່ວມຝ່າຍແຂວງຫົວພັນ

ແບ່ງປັນປະສົບການ ໃນການສ້າງກົດໝາຍ ນຳຄະນະພະນັກງານກະຊວງຍຸຕິທຳ ລາວ

ແບ່ງປັນປະສົບການ ໃນການສ້າງກົດໝາຍ ນຳຄະນະພະນັກງານກະຊວງຍຸຕິທຳ ລາວ

ຍສໝ - ວັນທີ 24 ເດືອນກັນຍາ, ລັດຖະມົນຕີກະຊວງຍຸຕິທຳ ຫງວຽນແຂ່ງຫງອກ ໄດ້ມີການຕ້ອນຮັບຄະນະພະນັກງານກະຊວງຍຸຕິທຳ ແຫ່ງ ສປປ.ລາວ ໂດຍທ່ານ ອິນທະພັນຍາ ຄຽວວົງພະຈັນ ຫົວໜ້າກົມ ກົມກົດໝາຍລາວ ໄດ້ນຳໜ້າມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ ແຕ່ວັນທີ 23 - 27 ເດືອນກັນຍາ ປີ 2019

ສືບຕໍ່ຊຸກຍູ້ການຮ່ວມມືໃນຂົງເຂດພະລັງງານລະຫວ່າງ ຫວຽດນາມ - ລາວ

ສືບຕໍ່ຊຸກຍູ້ການຮ່ວມມືໃນຂົງເຂດພະລັງງານລະຫວ່າງ ຫວຽດນາມ - ລາວ

ຍສໝ - ຕອນບ່າຍວັນທີ 23 ກັນຍາ, ທີ່ສຳນັກງານໃຫຍ່ຂອງກະຊວງອຸດສາຫະກຳ ແລະ ການຄ້າ, ໂດຍການເຮັດວຽກກັບຄະນະຜູ້ແທນກະຊວງພະລັງງານ ແລະ ບໍ່ແຮ່ຂອງລາວ ນຳໜ້າໂດຍທ່ານລັດຖະມົນຕີ ຄຳມະນີ ອິນທິລາດ, ທ່ານລັດຖະມົນຕີ ເຈີ່ນຕ໋ວນແອງ ໄດ້ເນັ້ນໜັກ ວ່າ: ກະຊວງ ອຸດສາຫະກຳ ແລະ ການຄ້າຫວຽດນາມ ຈະສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນກັບກະຊວງພະລັງງານ ແລະ ບໍ່ແຮ່ລາວ ເພື່ອສົ່ງເສີມການຮ່ວມມືໃນຂົງເຂດພະລັງງານເວົ້າລວມ ແລະ ພະລັງງານໄຟຟ້າເວົ້າສະເພາະ

ຄະນະຜູ້ແທນສະພາປະຊາຊົນແຂວງອຸດົມໄຊ ຢ້ຽມຢາມແລະເຮັດວຽກ ຢູ່ແຂວງເຊີນລາ

ຄະນະຜູ້ແທນສະພາປະຊາຊົນແຂວງອຸດົມໄຊ ຢ້ຽມຢາມແລະເຮັດວຽກ ຢູ່ແຂວງເຊີນລາ

ຍສໝ - ສອງວັນທີ່ຜ່ານມາ, ຄະນະຜູ້ແທນສະພາປະຊາຊົນແຂວງ ອຸດົມໄຊ (ສປ ປລາວ) ໂດຍ ທ່ານ ບຸນລອດ ອ່ອນພະຈັນ, ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງອຸດົມໄຊ ເປັນຫົວໜ້າຄະນະໄດ້ເດີນທາງໄປຢ້ຽມຢາມແລະເຮັດວຽກ ຢູ່ ແຂວງເຊີນລາ. ຕ້ອນຮັບແລະເຮັດວຽກກັບຄະນະ ແຂວງເຊີນລາ ປະກອບມີບັນດາ ສະຫາຍ ບຸ່ຍ ມິງ ເຊີນ, ຄະນະປະຈຳພັກແຂວງ, ຮອງປະທານສະພາປະຊາຊົນແຂວງ; ສະຫາຍ ມາຍ ທູ ເຮືອງ, ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ; ສະຫາຍ ເຍິມ ຖິ ເຟືອງ, ຮອງປະທານສະພາປະຊາຊົນແຂວງ; ສະຫາຍ ເລ ຮົ່ງ ...

ໄຂການຝຶກອົບຮົມວຽກງານການຕ່າງປະເທດປ້ອງກັນຊາດ ໃຫ້ແກ່ພະນັກງານກອງທັບລາວ

ໄຂການຝຶກອົບຮົມວຽກງານການຕ່າງປະເທດປ້ອງກັນຊາດ ໃຫ້ແກ່ພະນັກງານກອງທັບລາວ

ຍສໝ - ໃນຕອນເຊົ້າຂອງວັນທີ 23 ກັນຍານີ້, ຊຸດຝຶກອົບຮົມວຽກງານການຕ່າງປະເທດປ້ອງກັນຊາດ ໃຫ້ແກ່ພະນັກງານກອງທັບປະຊາຊົນລາວ ໄດ້ເປີດຂື້ນຢູ່ທີ່ ກອງ 871 (ກົມໃຫຍ່ການເມືອງ).

ເພີ່ມທະວີຮ່ວມມືການພະລາທິການລະຫວ່າງກອງທັບປະຊາຊົນຫວຽດນາມ ແລະ ລາວ

ເພີ່ມທະວີຮ່ວມມືການພະລາທິການລະຫວ່າງກອງທັບປະຊາຊົນຫວຽດນາມ ແລະ ລາວ

ຍສໝ - ໃນຕອນແລງວັນທີ 23 ເດືອນກັນຍາ, ທີ່ສຳນັກງານກະຊວງປ້ອງກັນປະເທດ, ທ່ານ ພົນໂທ ເຈີາເດີນ, ກຳມະການສູນກາງພັກ, ກຳມະການປະຈຳຄະນະພັກກອງທັບສູນກາງ, ຮອງ ລັດຖະມົນຕີ ກະຊວງປ້ອງກັນປະເທດ ໄດ້ຕ້ອນຮັບ ທ່ານ ພົນໂທ ວົງຄຳ ຜົມມະກອນ, ຫົວໜ້າ ກົມໃຫຍ່ພະລາທິການ ກອງທັບປະຊາຊົນລາວ ເນື່ອງໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກຢູ່ວຽດນາມ.

ສະຫະພັນແມ່ຍິງແຂວງກ້ວາງນາມ ຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງເຊກອງ

ສະຫະພັນແມ່ຍິງແຂວງກ້ວາງນາມ ຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງເຊກອງ

ຍສໝ - ເພື່ອເປັນການເພີ່ມທະວີສາຍພົວພັນມິດຕະພາບ, ການຮ່ວມມື ແລະ ຄວາມສາມັກຄີພິເສດ ລະຫວ່າງສະຫະພັນແມ່ຍິງແຂວງກວ້າງນາມ ແລະ ສະຫະພັນແມ່ຍິງແຂວງເຊກອງ (ສປປ ລາວ), ຄະນະຜູ້ແທນສະຫະພັນແມ່ຍິງແຂວງກວ້າງນາມ ໄດ້ມາຢ້ຽມຢາມແລະເຮັດວຽກ ກັບສະຫະພັນແມ່ຍິງແຂວງເຊກອງ ແຕ່ວັນທີ 19-20 ກັນຍາ.

ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຕ້ອນຮັບຄະນະຜູ້ແທນ ສສ ຫວຽດນາມ ເຂົ້າຢ້ຽມຂ່ຳນັບ

ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຕ້ອນຮັບຄະນະຜູ້ແທນ ສສ ຫວຽດນາມ ເຂົ້າຢ້ຽມຂ່ຳນັບ

ສະຫາຍ ພົນຕີ ອ່ອນສີ ແສນສຸກ ຮອງລັດຖະມົນຕີກະຊວງ ປ້ອງກັນປະເທດ ພ້ອມຄະນະໄດ້ ຕ້ອນຮັບສະຫາຍ ພົນຈັດຕະວາ ຫງວຽນ ວັນບົງ ຫົວໜ້າຫ້ອງ ວ່າການກະຊວງປ້ອງກັນປະເທດ ແລະ ສສ ຫວຽດນາມພ້ອມຄະນະເຂົ້າຢ້ຽມຂ່ຳນັບ ໃນທ້າຍອາທິດທີ່ຜ່ານມານີ້, ເນື່ອງໃນໂອກາດເດີນ ທາງມາຢ້ຽມຢາມ ແລະ ເຮັດ ວຽກຢູ່ ສປປ ລາວ ລະຫວ່າງວັນທີ 18-21 ກັນຍາ ນີ້.

|< < 1 2 3 4 5 > >|
302 Found

Found

The document has moved here.