ຄະນະຜູ້ແທນແຂວງ ໄຊຍະບູລີ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ແຂວງ ຫວິ໋ງຟຸ໋ກ

ຄະນະຜູ້ແທນແຂວງ ໄຊຍະບູລີ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ແຂວງ ຫວິ໋ງຟຸ໋ກ

ຍສໝ - ຕອນບ່າຍຂອງວັນທີ 14 ມີນາ 2019 , ຄະນະຜູ້ແທນແຂວງບໍລິຄຳໄຊ ນຳໂດຍ ສະຫາຍ ພົງສະຫວັນ ສິດທະວົງ, ກຳມະການສູນກາງພັກ, ກຳມະການພັກແຂວງເຈົ້າແຂວງ ໄຊຍະບູລີ ໄປຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງຫວິ໋ງຟຸ໋ກ. ຕ້ອນຮັບ ແລະ ເຮັດວຽກກັບຄະນະມີສະຫາຍ ຫງວ໋ຽນ ວັນຈີ່ ຮອງເຈົ້າແຂວງ ປະທານກຳມະການປະຊາຊົນແຂວງ, ບັນດາການນຳຂອງພະແນກການ, ຫ້ອງການ, ຂະແໜງການຕ່າງໆຂອງແຂວງ.

ຫວຽດນາມ ຊ່ວຍລົດຂົນສົ່ງເມໄປສະນີ 2 ຄັນແກ່ລາວ

ຫວຽດນາມ ຊ່ວຍລົດຂົນສົ່ງເມໄປສະນີ 2 ຄັນແກ່ລາວ

ອີງ​ຕາມ​ການ​ເຊື້ອ​ເຊີນ​ຂອງ​ທ່ານ ທັນ​ສະ­ໄໝ ກົມ​ມະ​ສິດ ລັດ­ຖະ­ມົນ­ຕີ​ກະ­ຊວງ​ໄປ­ສະ­ນີ ໂທລະ​ຄົມ­ມະນາຄົມ ແລະ ການ​ສື່­ສານ (ປທສ) ໃນ​ວັນ​ທີ 12 ມີ­ນາ 2019 ທ່ານ ຫງວຽນ ແມງ ຮຸ່ງ ລັດ­ຖະ­ມົນ­ຕີ​ກະ­ຊວງ​ຖະ­ແຫຼງ​ຂ່າວ ແລະ ການ​ສື່­ສານ ແຫ່ງ ສສ ຫວຽດນາມ ພ້ອມ​ດ້ວຍ​ຄະ­ນະ ໄດ້​ເດີນ­ທາງ​ມາ​ຢ້ຽມ­ຢາມ​ລາວ.

ຕ້ອນຮັບກົງສຸນໃຫຍ່ຂອງ ລາວ ປະຈຳນະຄອນໂຮ່ຈີ໋ມິງ

ຕ້ອນຮັບກົງສຸນໃຫຍ່ຂອງ ລາວ ປະຈຳນະຄອນໂຮ່ຈີ໋ມິງ

ຍສໝ - ວັນທີ 13 ມີນາ 2019, ທ່ານ ຫງວ໋ຽນ ກ໋ວກ ຢຸງ ຮອງນາຍົກລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຮັບໃບແຕ່ງຕັ້ງກົງສຸນ ແລະ ມອບໃບຕອບຮັບກົງສຸນໃຫ້ແກ່ ທ່ານນາງ ພິມພາ ແກ້ວມີໄຊ, ກົງສຸນໃຫຍ່ລາວປະຈຳ ນະຄອນ ໂຮ່ຈີ໋ມິງ.

ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ສປປ ລາວ ຕ້ອນຮັບຄະນະຜູ້ແທນ ສສ ຫວຽດນາມ

ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ສປປ ລາວ ຕ້ອນຮັບຄະນະຜູ້ແທນ ສສ ຫວຽດນາມ

ທ່ານ ບໍ່ແສງຄຳ ວົງດາ ລາ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ຕ້ອນຮັບການເຂົ້າຢ້ຽມພົບປະ ຂອງ ທ່ານ ວູ ຮາຍ ຮອງອຳນວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມ (VOV) ໃນໂອກາດເດີນທາງຢ້ຽມຢາມ ແລະ ເຮັດວຽກຮ່ວມກັບວິທະຍຸກະຈາຍສຽງແຫ່ງຊາດລາວ ລະຫວ່າງວັນທີ 9-13 ມີນານີ້ ແລະ ເດີນທາງຢ້ຽມຢາມແຂວງຫຼວງພະບາງ.

ລາວ-ຫວຽດນາມ ເພີ່ມທະວີການຮ່ວມມືດ້ານແຮງງານ ແລະ ສະຫວັດດີການສັງຄົມ

ລາວ-ຫວຽດນາມ ເພີ່ມທະວີການຮ່ວມມືດ້ານແຮງງານ ແລະ ສະຫວັດດີການສັງຄົມ

ໃນວັນທີ 28 ມີນາ 2019, ທີ່ນະຄອນຫລວງວຽງຈັນ ໄດ້ໄຂ ກອງປະຊຸມລັດຖະມົນຕີແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ລາວ-ຫວຽດນາມ ຄັ້ງທີ VIມ ເພື່ອເພີ່ມທະວີການຮ່ວມມືດ້ານແຮງງານ ແລະ ສະຫວັດດີການສັງຄົມ ຂອງສອງປະເທດ ລາວ- ຫວຽດນາມ ໃຫ້ນັບມື້ນັບເຕີບໃຫຍ່ຂະຫຍາຍຕົວ.

ລາວ – ຫວຽດນາມ ຮັດແໜ້ນສາຍພົວພັນ ແລະ ການຮ່ວມມືຮອບດ້ານ

ລາວ – ຫວຽດນາມ ຮັດແໜ້ນສາຍພົວພັນ ແລະ ການຮ່ວມມືຮອບດ້ານ

ໃນວັນທີ 29 ມີນາ 2019 ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂ່ຳນັບ ທ່ານ ນາງ ຮວ່າງ ທິ ຖຸ໊ຍ ລານ ກຳມະການສູນກາງພັກ, ເລຂາພັກແຂວງ ຫວິງຟຸກ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ, ເນື່ອງໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ລະຫວ່າງ ວັນທີ 25 ຫາ 29 ມີນາ 2019.

ນະຄອນໂຮ່ຈິມິນ ແລະ ນະຄອນຫຼວງ ວຽງຈັນ ສົມທົບກັນໃນການກໍ່ສ້າງຖັນແຖວພະນັກງານ, ພາລະກອນທີ່ມີຄຸນນະພາບສູງ

ນະຄອນໂຮ່ຈິມິນ ແລະ ນະຄອນຫຼວງ ວຽງຈັນ ສົມທົບກັນໃນການກໍ່ສ້າງຖັນແຖວພະນັກງານ, ພາລະກອນທີ່ມີຄຸນນະພາບສູງ

ວັນທີ 25 ມີນາ, ຢູ່ນະຄອນ ໂຮ່ຈິມິນ, ສະຖາບັນພະນັກງານນະຄອນໂຮ່ຈິມິນ ແລະ ສະຖາບັນການເມືອງ - ການປົກຄອງ ວຽງຈັນ (ປະເທດລາວ) ໄດ້ສົມທົບກັນເພື່ອຈັດຕັ້ງກອງປະຊຸມສຳມະນາວິທະຍາສາດສາກົນ

ແບງປັ່ນບົດຮຽນກ່ຽວກັບການພັດທະນາເສດຖະກິດຮ່ວມມື, ສະຫະກອນກັບລາວ

ແບງປັ່ນບົດຮຽນກ່ຽວກັບການພັດທະນາເສດຖະກິດຮ່ວມມື, ສະຫະກອນກັບລາວ

ວັນທີ 21 ມີນາ, ຢູ່ຮ່າໂນ້ຍ, ທ່ານ ບົວສອນ ບຸບຜາວັນ, ອະດີດກໍາມະການກົມການເມືອງສູນກາງພັກ, ອະດີດນາຍົກລັດຖະມົນຕີ, ຫົວໜ້າສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດລາວ ໄດ້ມາຢ້ຽມຢາມ, ເຮັດວຽກກັບສະຫະພັນສະຫະກອນຫວຽດນາມ.

ທ່ານຮອງນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ທ່ານຮອງນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ວັນທີ 26 ມີນາ ນີ້ ທີ່ຫ້ອງວ່າການສຳນັກງານນາ ຍົກລັດຖະມົນຕີ, ທ່ານ ສອນ ໄຊ ສີພັນດອນ ຮອງນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ດ່າວ ຫງ໋ອກ ຢຸງ ລັດຖະມົນຕີກະຊວງແຮງງານເສຍອົງຄະ ແລະ ສັງຄົມ ແຫ່ງ ສສ ຫວຽດນາມ ພ້ອມຄະນະ.

ຄະນະຜູ້ແທນຂັ້ນສູງຂອງແຂວງໄຊຍະບູລີ, ສປປ ລາວ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງເຊີນລາ

ຄະນະຜູ້ແທນຂັ້ນສູງຂອງແຂວງໄຊຍະບູລີ, ສປປ ລາວ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງເຊີນລາ

ຍສໝ - ໃນວັນທີ 11 ເດືອນມີນາ, ຄະນະຜູ້ແທນຂັ້ນສູງຂອງແຂວງໄຊຍະບູລີ, ສປປ ລາວ ນໍາໂດຍ ສະຫາຍ ພົງສະຫວັນ ສິດທະວົງ, ກໍາມະການສູນກາງພັກ ປປ ລາວ, ເລຂາຄະນະພັກແຂວງ, ເຈົ້າແຂວງໄຊຍະບູລີເປັນຫົວຫນ້າຄະນະຜູ້ແທນທີ່ໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງເຊີນລາ.

ການນໍາແຂວງ ບໍລິຄໍາໄຊ ແລະ  ຄໍາມ່ວນ  ອວຍພອນ ທະຫານຊາຍແດນຮ່າຕີ້ງ ເນື່ອງໃນໂອກາດ ຄົບຮອບ 60 ປີ ວັນສ້າງຕັ້ງທະຫານຊາຍແດນ ສສ ຫວຽດນາມ

ການນໍາແຂວງ ບໍລິຄໍາໄຊ ແລະ ຄໍາມ່ວນ ອວຍພອນ ທະຫານຊາຍແດນຮ່າຕີ້ງ ເນື່ອງໃນໂອກາດ ຄົບຮອບ 60 ປີ ວັນສ້າງຕັ້ງທະຫານຊາຍແດນ ສສ ຫວຽດນາມ

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງຄົບຮອບ 60 ປີ ວັນສ້າງຕັ້ງທະຫານຊາຍແດນ ແລະ 30 ປີ ວັນສ້າງຕັ້ງທະຫານຊາຍແດນທົ່ວປວງຊົນ, ຄະນະຜູ້ແທນແຂວງບໍລິຄໍາໄຊ ສປປ ລາວ ນໍາໂດຍທ່ານ ບຸນມາ ບຸຈະເລີນ, ຮອງເລຂາພັກແຂວງ ຜູ້ປະຈໍາການ, ຮອງເຈົ້າແຂວງບໍລິຄໍາໄຊ ແລະ ຄະນະຜູ້ແທນແຂວງຄໍາມ່ວນ ສປປ ລາວ ນໍາໂດຍ ທ່ານ ພົມມາ ພັນທະລັງສີ, ຮອງເລຂາພັກແຂວງ, ຫົວໜ້າຄະນະການຈັດຕັ້ງແຂວງ ມາຢ້ຽມຢາມ ແລະ ອວຍພອນ ພະນັກງານ, ນັກຮົບທະຫານຊາຍແດນແຂວງຮ່າຕີ້ງ.

ຫວຽດນາມ ມອບ-ຮັບ ໂຄງການສາງເກັບຮັກສາເອກະສານໃຫ້ພັກປະຊາຊົນປະຕິວັດລາວ

ຫວຽດນາມ ມອບ-ຮັບ ໂຄງການສາງເກັບຮັກສາເອກະສານໃຫ້ພັກປະຊາຊົນປະຕິວັດລາວ

ຍສໝ - ນີ້ແມ່ນໂຄງການທີ່ມີີຄວາມໝາຍທີີ່ສຸດ, ໄດ້ສະແດງໃຫ້ເຫັນຄວາມຮັບຜິດຊອບ, ອາລົມຈິດຂອງຫ້ອງວ່າການສູນກາງພັກສອງປະເທດ.

ຫວຽດນາມ - ລາວ: ສືບຕໍ່ຊຸກຍູ້ການຮ່ວມມືດ້ານແຮງງານ ແລະ ສະຫວັດດີການສັງຄົມ

ຫວຽດນາມ - ລາວ: ສືບຕໍ່ຊຸກຍູ້ການຮ່ວມມືດ້ານແຮງງານ ແລະ ສະຫວັດດີການສັງຄົມ

ຍສໝ - ການຮ່ວມມືລະຫວ່າງສອງຝ່າຍໄດ້ບັນລຸຜົນສໍາເລັດອັນສໍາຄັນຫຼາຍຢ່າງລວມທັງດ້ານຂະຫນາດ, ຄຸນນະພາບ ແລະ ຮູບແບບ, ເຊິ່ງປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ - ສັງຄົມຂອງແຕ່ລະປະເທດ.

ຮັດແໜ້ນຄວາມສະໜິດຕິດພັນລະຫວ່າງພະນັກງານການທູດຍິງ ຫວຽດນາມ-ລາວ ກວ່າອີກ

ຮັດແໜ້ນຄວາມສະໜິດຕິດພັນລະຫວ່າງພະນັກງານການທູດຍິງ ຫວຽດນາມ-ລາວ ກວ່າອີກ

ສອງຝ່າຍເຫັນດີເປັນເອກະພາບເພີ່ມທະວີການສົມທົບກັນ, ໜູນຊ່ວຍເຊິ່ງກັນ ແລະກັນ ເພື່ອແນໃສ່ຊຸກຍູ້ການເຄື່ອນໄຫວຂອງປະຊາຄົມອາຊຽນ, ເປັນຕົ້ນແມ່ນໃນບັນດາການເຄື່ອນໄຫວກ່ຽວຂ້ອງເຖິງຄວາມສະເໝີພາບລະຫວ່າງຍິງ-ຊາຍ...

ຜ່ານສະຫຼຸບສັງລວມ ຂອງການຜັນຂະຫຍາຍສ້າງເຂດເສດຖະກິດ-ການຄ້າ ຂ້າມຊາຍແດນ ລາວບາວ - ແດນສະຫວັນ

ຜ່ານສະຫຼຸບສັງລວມ ຂອງການຜັນຂະຫຍາຍສ້າງເຂດເສດຖະກິດ-ການຄ້າ ຂ້າມຊາຍແດນ ລາວບາວ - ແດນສະຫວັນ

ຍສໝ - ວັນທີ 27 ມີນາ 2019, ປະທານຄະນະກໍາມະການປະຊາຊົນແຂວງກວາງຈີ້ ຫງວຽນດືກຈີງ ໄດ້ເປັນປະທານກອງປະຊຸມເພື່ອຮັບຟັງບົດລາຍງານກ່ຽວກັບແຜນການສັງລວມໃນການຈັດຕັ້ງປະຕິບັດແຜນແມ່ບົດເຂດເສດຖະກິດ-ການຄ້າຂ້າມຊາຍແດນ ລາວບາວ - ແດນສະຫວັນ.

ແຂວງລາຍເຈົົາ: ນຳ້ໃຈມິດຕະພາບ ລາວ-ຫວຽດ

ແຂວງລາຍເຈົົາ: ນຳ້ໃຈມິດຕະພາບ ລາວ-ຫວຽດ

ຍສໝ - ຊາວໜຸ່ມຂອງສອງປະເທດໄດ້ຮ່ວມກັນທົບທວນຄືນຄວາມຫຼັງ ຂອງມິດຕະພາບ ຫວຽດນາມ - ລາວເພື່ອເສີມຂະຫຍາຍກຳລັງແຮງຂອງຊາວຫນຸ່ມ ຫວຽດນາມ - ລາວ ເຂົ້າຮ່ວມໃນວຽກງານພົວພັນປະຊາຊົນ ຢູ່ແຂວງ ລາຍເຈົົາ.

ສອງນະຄອນຫຼວງ ເພີ່ມທະວີສາຍພົວພັນທີ່ເປັນມູນເຊື້ອ

ສອງນະຄອນຫຼວງ ເພີ່ມທະວີສາຍພົວພັນທີ່ເປັນມູນເຊື້ອ

ວັນ​ທີ 25 ມີ­ນາ 2019 ທີ່​ຫ້ອງ​ວ່າ­ການ​ປົກ­ຄອງ​ນະ­ຄອນ­ຫຼວງ​ວຽງ​ຈັນ ທ່ານ ສິນ​ລະ​ວົງ ຄຸດ​ໄພ­ທູນ ກໍາມະການ​ກົມ​ການ­ເມືອງ​ສູນ​ກາງ​ພັກ ເລ­ຂາ​ຄະ­ນະ​ພັກ ເຈົ້າ​ຄອງ​ນະ­ຄອນ­ຫຼວງ​ວຽງ​ຈັນ ໄດ້​ຕ້ອນ­ຮັບ​ການ​ເຂົ້າ​ຢ້ຽມ​ຄຳ­ນັບ​ຂອງ​ທ່ານ ຫງວຽນ ວັນ ຟ໋ອງ ກຳ­ມະ­ການ​ປະ­ຈຳ​ພັກ ຫົວ­ໜ້າ​ຄະ­ນະ​ໂຄ­ສະ­ນາ​ສຶກ​ສາ​ຄະນະ​ພັກ ຮ່າ​ໂນ້ຍ ສສ ຫວຽດ­ນາມ ພ້ອມ​ຄະ­ນະ.

ສ້າງຕັ້ງຄະນະໃຫ້ຄໍາປຶກສາດ້ານກົດໝາຍໃຫ້ແກ່ປະຊາຄົມຊາວຫວຽດນາມ ຢູ່ ສປປ ລາວ

ສ້າງຕັ້ງຄະນະໃຫ້ຄໍາປຶກສາດ້ານກົດໝາຍໃຫ້ແກ່ປະຊາຄົມຊາວຫວຽດນາມ ຢູ່ ສປປ ລາວ

ຍສໝ - ຄະນະໃຫ້ຄໍາປຶກສາດ້ານກົດໝາຍໃຫ້ແກ່ປະຊາຄົມຊາວຫວຽດນາມ ອາໄສ ຢູ່ ສປປ ລາວ ຫາກໍໄດ້ສ້າງຕັ້ງຂຶ້ນ ໂດຍ ປະຊາຄົມຊາວຫວຽດນາມທີ່ອາໄສ ຢູ່ ນະຄອນຫຼວງວຽງຈັນ ສປປ ລາວ ມີໜ້າທີ່ໜູນຊ່ວຍດ້ານກົດໝາຍໃຫ້ແກ່ຊາວຫວຽດນາມ ອາໄສຢູ່ ສປປ ລາວ ໃນກໍລະນີເກີດອຸບັດຕິເຫດ, ເຈັບເປັນ, ເສຍຊິວີດ, ປະກອບເອກະສານຂໍອະນຸຍາດພັກເຊົາ, ເຮັດວຽກ, ດໍາເນີນທຸລະກິດ... ທີ່ ສປປ ລາວ.

ນະຄອນໂຮ່ຈີມິງ ແລະ ນະຄອນຫຼວງວຽງຈັນໄດ້ປະສານສົມທົບກັນໃນການກໍ່ສ້າງຖັນແຖວພະນັກງານ ແລະ ລັດຖະກອນທີ່ມີຄຸນນະພາບສູງ

ນະຄອນໂຮ່ຈີມິງ ແລະ ນະຄອນຫຼວງວຽງຈັນໄດ້ປະສານສົມທົບກັນໃນການກໍ່ສ້າງຖັນແຖວພະນັກງານ ແລະ ລັດຖະກອນທີ່ມີຄຸນນະພາບສູງ

ຍສໝ - ນີ້ແມ່ນໂອກາດເພື່ອໃຫ້ບັນດານັກວິທະຍາສາດທີ່ຈະສຸມໃສ່ໃນການຕີລາຄາຜົນກະທົບຕ່າງໆຂອງຂະບວນການໂລກາພິວັດ ແລະ ການປະຕິວັດອຸດສາຫະກໍາຄັ້ງທີ 4 ທີ່ມີຕໍ່ພະນັກງານ, ລັດຖະກອນ ...

ສະມາຄົມຫວຽດນາມ - ລາວ ແລະ ແພດໝໍອາສາສະໝັກແຂວງກວ້າງນາມ ເຄື່ອນໄຫວດ້ານມະນຸດສະທຳ ຢູ່ແຂວງເຊກອງ

ສະມາຄົມຫວຽດນາມ - ລາວ ແລະ ແພດໝໍອາສາສະໝັກແຂວງກວ້າງນາມ ເຄື່ອນໄຫວດ້ານມະນຸດສະທຳ ຢູ່ແຂວງເຊກອງ

ຍສໝ - ໃນເວລາຜ່ານມາ, ສະມາຄົມມິດຕະພາບຫວຽດນາມ - ລາວ, ສະມາຄົມບັນດາອົງການຈັດຕັ້ງມິດຕະພາບແຂວງກວ້າງນາມ, ທ່ານຫມໍຂອງໂຮງຫມໍສູນກາງກວາງນາມ, ບັນດາຜູ້ອຸປະທໍາ, ແພດໝໍອາສາສະຫມັກຂອງແຂວງກວາງນາມ, ນະຄອນໂຮ່ຈີມີງ ທີ່ໄດ້ມີການເຄື່ອນໄຫວເປັນມະນຸດສະທໍາທີ່ແຂວງເຊກອງ ລາວ.

ຮັດແໜ້ນຄວາມສໍາພັນລະຫວ່າງພະນັກງານການທູດເພດຍິງ ຫວຽດນາມ ແລະ ລາວ ກວ່າອີກ

ຮັດແໜ້ນຄວາມສໍາພັນລະຫວ່າງພະນັກງານການທູດເພດຍິງ ຫວຽດນາມ ແລະ ລາວ ກວ່າອີກ

ຍສໝ - ທ່ານນາງ ເອກອັກຄະລັດຖະທູດ ຫງວຽນ ເຟືອງ ງາ ແລະ ທ່ານນາງ ອາລຸນີ ກົມມະສິດ ປະທານຄະນະພະນັກງານການທູດເພດຍິງໃຫ້ຮູ້ວ່າການສ້າງຕັ້ງລາຍການພົບປະແລກປ່ຽນປະຈໍາປີລະຫວ່າງຄະນະພະນັກງານການທູດເພດຍິງ ຫວຽດນາມ - ລາວ ກໍ່ຊ່ວຍໜູນໃນການຮັດແໜ້ນຄວາມສໍາພັນລະຫວ່າງພະນັກງານການທູດເພດຍິງ ຫວຽດນາມ ແລະ ລາວ ກວ່າອີກ.

ຫວຽດນາມ - ລາວ ຮ່ວມມືພັດທະນາພາກເສດຖະກິດລວມ

ຫວຽດນາມ - ລາວ ຮ່ວມມືພັດທະນາພາກເສດຖະກິດລວມ

ຍສໝ - ໃນຕອນເຊົ້າວັນທີ 21 ມີນາ, ທີ່ຮ່າໂນ້ຍ, ທ່ານ ບົວສອນ ບຸບຜາວັນ, ອະດີດກໍາມະການກົມການເມືອງ, ອະດີດນາຍົກລັດຖະມົນຕີ, ຫົວໜ້າສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດຂອງພັກປະຊາຊົນປະຕິວັດລາວພ້ອມດ້ວຍຄະນະໄດ້ມາຢ້ຽມຢາມ ແລະ ເຮັດວຽກກັບສະຫະພັນສະຫະກອນຫວຽດນາມ.

ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ຕ້ອນຮັບຄະນະຜູ້ແທນສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດລາວ

ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ຕ້ອນຮັບຄະນະຜູ້ແທນສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດລາວ

ຍສໝ - ໃນຕອນເຊົ້າວັນທີ 19 ມີນາ, ທີ່ສໍານັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດລາວ ນໍາໂດຍທ່ານ ບົວສອນ ບຸບຜາວັນ, ອະດີດນາຍົກລັດຖະມົນຕີແຫ່ງ ສປປ ລາວ, ຫົວໜ້າສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດລາວ.

ການພົບປະແລກປ່ຽນມິດຕະພາບຫວຽດນາມ - ລາວ ຢູ່ແຂວງບັກນີງ

ການພົບປະແລກປ່ຽນມິດຕະພາບຫວຽດນາມ - ລາວ ຢູ່ແຂວງບັກນີງ

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງຄົບຮອບ 70 ປີ ວັນມູນເຊື້ອທະຫານອາສາສະໝັກຫວຽດນາມ - ລາວ (30/10/1949-30/10/2019) ແລະ ປີໃໝ່ຫວຽດນາມ, ໃນວັນທີ 15 ມີນາ, ສູນກາງສະມາຄົມມິດຕະພາບຫວຽດນາມ - ລາວ ແລະ ຄະນະປະສານງານອາດີດທະຫານອາສາສະໝັກ ແລະ ອາດີດຊ່ຽວຊານທະຫານຫວຽດນາມ ທີ່ໄດ້ມີການສົມທົບໃນການຈັດງານພົບປະແລກປ່ຽນກັບສະຖານທູດ ສປປ ລາວ ປະຈໍາ ຫວຽດນາມ ທີ່ ແຂວງບັກນີງ ສສ ຫວຽດນາມ.

ເຈົ້າຄອງນະຄອນຫຼວງ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ເຈົ້າຄອງນະຄອນຫຼວງ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ວັນ​ທີ 26 ມີ­ນາ 2019 ທີ່​ຫ້ອງ​ວ່າ­ການ​ປົກ­ຄອງ​ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ທ່ານ ສິນ​ລະ​ວົງ ຄຸດ​ໄພ­ທູນ ເຈົ້າ​ຄອງ​ນະ­ຄອນ­ຫຼວງ​ວຽງ​ຈັນ ໄດ້​ຕ້ອນ­ຮັບ​ການ​ເຂົ້າ​ຢ້ຽມ​ຄຳ­ນັບ​ຂອງ​ທ່ານ​ນາງ ເຈິນ ທິ ເຟືອງ ຮົ່ວ ປະ­ທານ​ສະ­ຫະ­ພັນ​ແມ່­ຍິງ​ນະ­ຄອນ­ຫຼວງ​ຮ່າ​ໂນ້ຍ ສສ ຫວຽດ­ນາມ ພ້ອມ​ຄະ­ນະ ໂອ­ກາດ​ທີ່​ເດີນ­ທາງ​ມາ​ຢ້ຽມ­ຢາມ ແລະ ເຮັດ​ວຽກ​ຮ່ວມ​ກັບ​ສະ­ຫະ­ພັນ​ແມ່­ຍິງ ນວ ວັນ​ທີ 23-29 ມີ­ນາ​ນີ້.

ຂຸດພົບອັດຖິທະຫານອາສາສະໝັກຫວຽດນາມ ທີ່ບ້ານນາໝາກເກືອ 13 ອັດຖິ

ຂຸດພົບອັດຖິທະຫານອາສາສະໝັກຫວຽດນາມ ທີ່ບ້ານນາໝາກເກືອ 13 ອັດຖິ

ຕາມການລາຍງານຂອງ ນສພ ສະຫວັນພັດທະນາ ໃຫ້ຮູ້ວ່າ ໃນທ້າຍທິດທີ່ຜ່ານມາ, ຄະນະປະຕິບັດງານພິເສດ ທະຫານເຂດ 4 ສສ ຫວຽດນາມ ເຊິ່ງນຳໂດຍທ່ານ ພົນຈັດຕະວາ ຫງວຽນດຶງຮວາ ຮອງຫົວໜ້າການເມືອງທັງເປັນ ຫົວໜ້າຄະນະຊີ້ນຳ 515 ທະຫານ ເຂດ 4 ພ້ອມຄະນະປະຕິບັດ ງານພິເສດແຂວງສະຫວັນນະເຂດ ແລະ ພະແນກການກ່ຽວ ຂ້ອງໄດ້ພ້ອມກັນລົງຕິດຕາມການຂຸດຄົ້ນ, ຊອກຫາອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ ສປປ ລາວ ໃນເຂດ ບ້ານນາໝາກເກືອ ເມືອງອາດສະພອນ.

ຫວຽດນາມ ຊ່ວຍເຫຼືອ ລາວ ກໍ່ສ້າງລະບົບຄຸ້ມຄອງລັດດ້ວຍເອເລັກໂຕນິກ

ຫວຽດນາມ ຊ່ວຍເຫຼືອ ລາວ ກໍ່ສ້າງລະບົບຄຸ້ມຄອງລັດດ້ວຍເອເລັກໂຕນິກ

ວັນທີ 15 ມີນາ, ຢູ່ນະຄອນຫຼວງວຽງຈັນ, ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະການສື່ສານລາວ ໄດ້ສົມທົບກັບກຸ່ມບໍລິສັດໄປສະນີ, ໂທລະຄົມມະນາຄົມຫວຽດນາມ (VNPT) ຈັດຕັ້ງພິທີເປີດນໍາໃຊ້ລະບົບຄຸ້ມຄອງເອກະສານເອເລັກໂຕນິກ (E-Office).

ລ້ານຊ້າງປະກັນໄພມອບໂຮງຮຽນໃຫ້ບ້ານຫ້ວຍຕົມມູນຄ່າ 370 ລ້ານກີບ

ລ້ານຊ້າງປະກັນໄພມອບໂຮງຮຽນໃຫ້ບ້ານຫ້ວຍຕົມມູນຄ່າ 370 ລ້ານກີບ

ບໍລິສັດລ້ານຊ້າງປະກັນໄພມະຫາຊົນຮ່ວມກັບກອງທຶນມູນນິທິ ວັດທະນະທຳ ດີບີ ຄິມ ຈຸນກິ (DB Kim Jun Ki Cultural Foundation) ຈາກ ສ.ເກົາຫຼີ ໄດ້ມອບໂຮງຮຽນອະນຸບານ ພ້ອມອຸປະກອນຄົບຊຸດ, ສະໜາມເດັກຫຼິ້ນ ແລະ ສ້ອມແປງໂຮງຮຽນປະຖົມຫ້ວຍຕົມຄືນໃໝ່ທັງໝົດລວມມີການປ່ຽນຖ່າຍຫຼັງຄາໂຮງຮຽນ, ປ່ຽນເພດານພ້ອມພັດລົມ, ເທພື້ນໃໝ່, ແລະ ຕິດຕັ້ງໄຟຟ້າເຂົ້າອາຄານຮຽນທີ່ມີຢູ່ແລ້ວ ພ້ອມມອບອຸປະກອນການສຶກສາລວມມູນຄ່າ 370 ລ້ານກີບ.

ສໍາເລັດການຊ່ວຍບຸລະນະຜະລິດຕະພັນວິຈິດສິນໃຫ້ຫໍພິພິຕະພັນ ໄກສອນ ພົມວິຫານ

ສໍາເລັດການຊ່ວຍບຸລະນະຜະລິດຕະພັນວິຈິດສິນໃຫ້ຫໍພິພິຕະພັນ ໄກສອນ ພົມວິຫານ

ທ້າຍເດືອນທີ່ຜ່ານມາ, ທີ່ ຮ່າໂນ້ຍ, ຫໍພິພິຕະພັນວິຈິດສິນຫວຽດນາມ ໄດ້ຈັດຕັ້ງພິທີມອບ-ຮັບຜະລິດຕະພັນວິຈິດສິນທີ່ຫໍພິພິຕະພັນວິຈິດສິນຫວຽດນາມ ໄດ້ຊ່ວຍບຸລະນະ, ຮັກສາໃຫ້ຄະນະຮັບຜິດຊອບຫໍພິພິຕະພັນໄກສອນ ພົມວິຫານ (ລາວ).

“ເລື່ອງການຮຽນພາສາລາວ” ຂອງທະຫານປ້ອງກັນຊາຍແດນ ຫວຽດນານ.

“ເລື່ອງການຮຽນພາສາລາວ” ຂອງທະຫານປ້ອງກັນຊາຍແດນ ຫວຽດນານ.

ຍສມ - ຍາກທີ່ຈະມີຄໍາຕອບອັນຄົບຖ້ວນ ຄໍາຖາມທີ່ວ່າ: “ຮຽນພາສາລາວເພື່ອເຮັດຫຍັງ”, ແຕ່ພວກເຮົາມີນໍາເປົ້າໝາຍແມ່ນການເຮັດວຽກທີ່ດີຂຶ້ນ ແລະ ພາສາລາວໄດ້ຮັບການແລກປ່ຽນ, ເຂົ້າໃຈ, ພິເສດເແມ່ນ ເຂົ້າໃຈ, ພິເສດແມ່ນມີອ້ານນ້ອງເພີ່ມຂື້ນ, ສະຫາຍ ຕ່າງສັນຊາດ ຍັງຄົງຄຽງບ່າຄຽງໄຫຼ່ກໍ່ສ້າງ, ປົກປັກຮັກສາຊາຍແດນ ຍາວກ່ວາ 2.000 ກມ ແຕ່ ດ້ຽນບຽນ/ຜົ້ງສາລີ ຮອດ ກອນຕູມ/ອັດຕາປື...

|< < 1 2 3 4 5 > >|
302 Found

Found

The document has moved here.