ກອງ​ປະຊຸມ​ສໍາ​ມະ​ນາ​ກ່ຽວກັບ​ທະ​ເລ​ຕາ​ເວັນ​ອອກ ຢູ່ ອິນ​​ໂດຍ: ບັນດາ​ນັກຮຽນຮ​ູ້ຮຽກຮ້ອງ​ໃຫ້​ເຄົາລົບກົດ​ໝາຍສາກົນ

09:27 | 01/12/2019

ຍສໝ - ໃນວັນທີ 29 ພະຈິກ 2019, ຢູ່ຫໍປະຊຸມສາກົນ ຢູ່ນະຄອນຫຼວງ New Delhi, ປະເທດ ອິນເດຍ ໄດ້ດໍາເນີນກອງປະຊຸມສໍາມະນາວິທະຍາສາດ ດ້ວຍຫົວຂໍ້: ທະເລຕາເວັນອອກ - ບັນດາສິ່ງທ້າທາຍໃນປັດຈຸບັນ ແລະ ແງ່ຫວັງໃນອະນາຄົດ.

ກອງ​ປະຊຸມ​ສໍາ​ມະ​ນາ​ກ່ຽວກັບ​ທະ​ເລ​ຕາ​ເວັນ​ອອກ ຢູ່ ອິນ​​ໂດຍ: ບັນດາ​ນັກຮຽນຮ​ູ້ຮຽກຮ້ອງ​ໃຫ້​ເຄົາລົບກົດ​ໝາຍສາກົນ

ພາບປະກອບ

ທີ່ກອງປະຊຸມ, ບັນດານັກຮຽນຮູ້ໄດ້ຢັ້ງຢືນວ່່າ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ 1982 (UNCLOS 1982) ແມ່ນເອກະສານທີ່ມີລັກສະນະນິຕິກໍາ ເໝືອນດັ່ງ ລັດຖະທໍາມະນູນກ່ຽວກັບທະເລ. ບັນດານັກຮຽນຮູ້ກໍຮຽກຮ້ອງໃຫ້ບັນດາປະເທດກ່ຽວຂ້ອງຈົ່ງຮັບຮອງເອົາກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ໃຫ້ສອດຄ່ອງກັບມາດຕະຖານ ແລະ ກົດໝາຍສາກົນ ເພື່ອແນໃສ່ນໍາມາເຊ່ິງສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ ໂດຍໄວ. ຕາມບັນດານັກຮຽນຮູ້ແລ້ວ, ເລື່ອງ ຈີນ ນໍາກໍ່າປັ່ນສໍາຫຼວດ ໄຮ້ຢາງ 8 ແລະ ມີກໍ່າປັ່ນປ້ອງກັນປະກອບອາວຸດຫຼາຍລໍາໄປລະເມີດເຂດເສດຖະກິດຈໍາເພາະຂອງ ຫວຽດນາມ ຢູ່ອ້ອມເຂດ ບ໊າຍຕືຈິ໊ງ ໃນຫຼາຍເດືອນຜ່ານມາ ໄດ້ເຮັດໃຫ້ຄວາມເຄັ່ງຕຶງເພີ່ມຂຶ້ນ ແລະ ກໍ່ຄວາມຂາດສະຖຽນລະພາບໃນພາກພື້ນ, ກໍ່ຄວາມວິຕົກກັງວົນສໍາລັບປະຊາຄົມສາກົນ.

(ໄຊພອນ)

ເຫດການ
302 Found

Found

The document has moved here.