WHO ຕີ​ລາ​ຄາວ່າ ຫວຽດ​ນາມ ຮັບ​ມື​ກັບ​ໂລກ​ລະ​ບາດ Covid – 19 ໂດຍ​ໄວ ແລະ ທັນ​ການ

16:30 | 28/07/2020

​ຍ​ສ​ໝ - ທີ່ກອງ​ປະ​ຊຸມ, ທ່ານ ຫວຸ​ດຶກ​ດາມ - ຫົ​ວ​ໜ້າ​ຄະ​ນະ​ຊີ້​ນຳ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ປ້ອງ​ກັນ​ສະ​ກັດ​ກັ້ນ​ໂລກ​ລະ​ບາດໃຫ້​ຮູ້​ວ່າ: ແຕ່​ລະ​ເທື່ອ​ເມື່ອ​ໂລກ​ລະ​ບາດ ມີ​ການ​ປ່ຽນ​ແປງ, ຫວຽດ​ນາມ ມີ​ຄວາມ​ຫວັງ​ຢາກ​ປຶກ​ສາ​ຫາ​ລື​ຄຳ​ເຫັນ​ຂອງ WHO  ແລະ ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ, ນັກ​ຊ່ຽວ​ຊານ​ສາ​ກົນ.

who ຕ ລາ ຄາວ າ ຫວຽດ ນາມ ຮ ບ ມ ກ ບ ໂລກ ລະ ບາດ covid 19 ໂດຍ ໄວ ແລະ ທ ນ ການ ທົ່ວໂລກມີຜູ້ຕິດໂລກລະບາດໂຄວິດ-19 ແມ່ນກວ່າ 15.930.000 ຄົນ, ໃນນັ້ນເກືອບ 642.000 ຄົນເສຍຊີວິດ
who ຕ ລາ ຄາວ າ ຫວຽດ ນາມ ຮ ບ ມ ກ ບ ໂລກ ລະ ບາດ covid 19 ໂດຍ ໄວ ແລະ ທ ນ ການ ບັນ​ດາ​ປະ​ເທດ​ອາ​ຊຽນ + 3 ຕີ​ລາ​ຄາ​ສູງ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ໃນ​ການ​ຈັດ​ຕັ້ງ​ບັນ​ດາ​ເຫດ​ການ​ອາ​ຊຽນ​ຂອງ​ຫວຽດ​ນາມ ບໍ່​ຫົວ​ຊາ​ຕໍ່​ໂລກ​ລະ​ບາດ Covid – 19
who ຕ ລາ ຄາວ າ ຫວຽດ ນາມ ຮ ບ ມ ກ ບ ໂລກ ລະ ບາດ covid 19 ໂດຍ ໄວ ແລະ ທ ນ ການ
ທ່ານ ປອ Kidong Park ຫົວ​ໜ້າ WHO ປະ​ຈຳ​ຫວຽດ​ນາມ (ພາບ: VGP)

ຕອນ​ບ່າຍ​ວັນ​ທີ 27 ກໍ​ລະ​ກົດ, ຢູ​່​ຮ່າ​ໂນ້ຍ, ຄະ​ນະ​ປະ​ຈຳ​ຄະ​ນະ​ຊີ້​ນຳ​ແຫ່​ງ​ຊາດ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ Covid – 19 ໄດ​້​ຈັດ​ກອງ​ປະ​ຊຸມ​ກັບ​ອົງ​ການ​ອະ​ນາ​ໄມ​ໂລກ (WHO) ແລະ ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນກ່ຽວ​ກັບ​ວຽກ​ງານ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ.

ທີ່ກອງ​ປະ​ຊຸມ, ທ່ານ ຫວຸ​ດຶກ​ດາມ - ຫົ​ວ​ໜ້າ​ຄະ​ນະ​ຊີ້​ນຳ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ປ້ອງ​ກັນ​ສະ​ກັດ​ກັ້ນ​ໂລກ​ລະ​ບາດໃຫ້​ຮູ້​ວ່າ: ແຕ່​ລະ​ເທື່ອ​ເມື່ອ​ໂລກ​ລະ​ບາດ ມີ​ການ​ປ່ຽນ​ແປງ, ຫວຽດ​ນາມ ມີ​ຄວາມ​ຫວັງ​ຢາກ​ປຶກ​ສາ​ຫາ​ລື​ຄຳ​ເຫັນ​ຂອງ WHO ແລະ ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ, ນັກ​ຊ່ຽວ​ຊານ​ສາ​ກົນ. ການ​ນຳ​ກະ​ຊວງ​ສາ​ທາ​ລະ​ນ​ະ​ສຸກ​ໄດ້​ປະ​ກາດ, ອັບ​ເດັດ​ສະ​ພາບ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ Covid – 19 ຢູ່​ຫວຽດ​ນາມ ໃນ​ໄລ​ຍະ​ທີ່​ຜານ​ມາ, ພິ​ເສດ​ແມ່ນ​ການ​ຜັນ​ແປ​ຂອງ​ໂລກ​ລະ​ບາດ ຢູ່​ດ່າ​ນັ້ງ.

ເມື່ອ​ແລກ​ປ່ຽນ​ທີ່ກອງ​ປະ​ຊຸມ, ທ່ານ ປອ Kidong Park ຫົວ​ໜ້າ WHO ປະ​ຈຳ​ຫວຽດ​ນາມ​ໄດ້​ຕີ​ລາ​ຄາ​ການ​ເກີດ​ຂຶ້ນ​ຂອງ​ບັນ​ດາ​ຜູ້​ຕິດ​ເຊື້ອພະ​ຍາດ Covid – 19 ໃນ​ປະ​ຊາ​ຄົມ​ຢູ່​ຫວຽດ​ນາມ​ແມ່ນ​ປົກ​ກະ​ຕິ. ພາຍຫຼັງ​ກວດ​ພົບ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ຄົນ​ທຳ​ອິດ, ລະ​ບົບ​ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ ຂອງ​ຫວຽດ​ນາມ ໄດ້​ມີ​ປະ​ຕິ​ກິ​ລິ​ຍ​າໃນ​ການຈັດ​ຕັ້ງ​ການ​ແຍກ​ຕົວ, ຕິດ​ຕາມກວດ​ກາໂດຍ​ໄວ. ທ່ານ Kidong Park, ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ, ນັກ​ຊ່ຽວ​ຊານ​ສາ​ກົນ ກ​ໍ່​ຕີ​ລາ​ຄາ​ສູງ​ການ​ສະ​ໜອງ​ຂໍ້​ມູນ​ຂ່າ​ວສານ​ຢ່າງ​ເປີດ​ເຜີຍ, ໂປ່ງ​ໃສ, ທັນ​ການ​ຂອງ​ຫວຽດ​ນາມ.

ທ່ານ Kidong Park ມີ​ຄວາມ​ຫວັງ​ຢາກ​ຫວຽດ​ນາມ​ສືບ​ຕໍ່​ແບ່ງ​ປັນ​ຂໍ້​ມູນ​ຂ່າວ​ສານ​ກ່ຽວ​ກັບ​ບັນ​ດາ​ການ​ປ່ຽນ​ແປ​່ງ​ຂອງ​ໄວ​ຣັດ SARS – CoV – 2, ການ​ນຳ​ໃຊ້​ຊຸດ kit ທົດ​ລອງ, ວິ​ທີ​ການ​ປິ່ນ​ປົວ​ໃຫ້​ແກ່​ຜູ້​ຕິດ​ເຊື້ອ​ພະ​ຍາດ Covid – 19. ສຳ​ລັ​ບ​ການ​ຄາດ​ຄະ​ເນ​ຂອ​ງ​ຫວຽດ​ນາມ​ວ່າ​ຈະ​ມີ​ຜູ້​ຕ​ິດ​ເຊື້ອ​ພະ​ຍາດ​ເມື່ອ​ຕ້ອ​ນ​ຮັບ​ພົນ​ລະ​ເມືອງ​ກັບ​ມາ​ປະ​ເທດ​ຈາກ​ຕ່າງ​ປະ​ເທດ, WHO, ບັນ​ດາ​ອົງ​ການ​ຈັດ​ຕັ້​ງ​ສາ​ກົ​ນ​ສະ​ແດງ​ຄວາ​ມ​ເຄ​ົ​າ​ລົບ​ຕັດ​ສິນ​ໃຈ​ກ່ຽວ​ກັບ​ການ​ຕັດ​ສິນ​ໃຈ​ພິ​ເສດນີ້. ເລື່ອງນີ້​ອາດ​ຈະ​ເຮັດ​ໃຫ້​ຈຳ​ນວນ​ຜູ້​ຕິດ​ເຊື້ອ ຢູ່​ຫວຽດ​ນາມ​ເພີ່ມ​ຂຶ້ນ​ໂດຍ​ໄວ​ແຕ່​ບໍ່​ສາ​ມາກ​ຍ້ອນ​ເຫດ​ຜົນ​ດັ່ງ​ກ່າວ​ເຮັດ​ໃຫ້​ປ່ຽນ​ແປງ​ໝາກ​ຜົນ, ຜົນ​ສຳ​ເລັດ​ໃນ​ການ​ຕ້ານ​ໂລກ​ລະ​ບາດ​ຂອງ​ຫວຽດ​ນາມ​ໄດ້.

who ຕ ລາ ຄາວ າ ຫວຽດ ນາມ ຮ ບ ມ ກ ບ ໂລກ ລະ ບາດ covid 19 ໂດຍ ໄວ ແລະ ທ ນ ການ ຫວຽດ​ນາມ ໄດ້​ຮັບ​ຄວາມ​ເຄົ​າ​ລົບ, ເປັນ​ໜ້າ​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ມີ​ລັກ​ສະ​ນະ​ສ້າງ​ສາ

ຍ​ສ​ໝ - ທ່ານ ປ.ອ Frederick Kliem ຖື​ວ່າ ດ້ວຍ​ຄວາມ​ເຄົາ​ລົບ​ເຊິ່ງ​ຫວຽດ​ນາມ​ບັນ​ລຸ​ໄດ້ ຈາກ​ບັນ​ດາ​ປະ​ເທດ​ອາ​ຊຽນ ແລະ ໃນ​ປະ​ຊາ​ຄົມ​ທົ່ວ​ໂລກ, ຄວາມ​ຈິງ​ແລ້ວ ຫວຽດ​ນາມ ອາດ​ຈະ​ສວມ​ບົດ​ບາດ​ນຳ​ໜ້າ​ໃນ​ພາກ​ພື້ນ.

who ຕ ລາ ຄາວ າ ຫວຽດ ນາມ ຮ ບ ມ ກ ບ ໂລກ ລະ ບາດ covid 19 ໂດຍ ໄວ ແລະ ທ ນ ການ ໜູນ​ຊ່ວຍ​ພົນ​ລະ​ເມືອງ​ຫວ​ຽດ​ນາມ 226 ຄົນ ​ອາ​ໄສ​ຢູ່ ອຸດສະເບກິດສະຖານ ກັບ​ເມືອ​ປະ​ເທດ​ໃນ​ເວ​ລາ​ໄວ​ທີ່​ສຸດ

ຍ​ສ​ໝ - ວັນທີ 24 ກໍລະກົດ, ກະຊວງການຕ່າງປະເທດໄດ້ເປັນເຈົ້າ​ການປະສານສົມ​ທົບກັບກະຊວງ, ຂະ​ແໜງ​ການ​ທີ່​ກ່​ຽວ​ຂ້ອງ ແລະ ບໍລິສັດສົ່ງ​ແຮງ​ງານ​ໄປ​ເຮັດ​ວຽກປຶກສາຫາລືມາດຕະການຕ່າງໆເພື່ອແກ້ໄຂຄວາມປາຖະໜາ ຂອງພົນລະເມືອງ ແລະ ນຳສົ່ງພົນລະເມືອງກັບເມື​ອ​ປະເທດໃນ​ເວ​ລາ​ໄວ​ທີ່​ສຸດ.ບົນຫຼັກການຮັບປະກັນຄວາມປອດໄພຂອງການປ້ອງກັນ, ສະ​ກັດ​ກັ້​ນ ແລະ ການແຍກ​ຕົວທາງການແພດ.

who ຕ ລາ ຄາວ າ ຫວຽດ ນາມ ຮ ບ ມ ກ ບ ໂລກ ລະ ບາດ covid 19 ໂດຍ ໄວ ແລະ ທ ນ ການ ຫວຽດນາມ ແບ່ງປັນບົດຮຽນປະສົບການໃນການຄວບຄຸມໂລກລະບາດ ກັບ ສ.ເກົາຫຼີ

​ຍສ​ໝ - ທ່ານລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ Kang Kyung Wha ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ສືບ​ຕໍ່​ບັນ​ດາ​ມາດ​ຕະ​ການ​ໜູນ​ຊ່ວຍ​ບັນ​ດາ​ວິ​ສາ​ຫະ​ກິດ, ຍູ້​ແຮງ​ການ​ດຳ​ເນີນ​ທຸ​ລະ​ກິດ ແລະ ມາລົງ​ທຶນຢູ່​ຫວຽດ​ນາມ, ທ່ານ​ກໍ່​ຢັ້ງ​ຢືນ​ວ່າ ຈະ​ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ບັນ​ດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ໃນ​ບັນ​ດາ​ກົນ​ໄກ​ຂອງ​ອາ​ຊຽນ ແລະ ອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.