VUFO ສັນລະເສີນການປະກອບສ່ວນຢ່າງບໍ່ຮູ້ອິດເມື່ອຍຂອງທ່ານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ຫວຽດນາມ

20:45 | 26/09/2019

ຍສໝ - ປະທານສະຫະພັນອົງການມິດຕະພາບຫວຽດນາມ (VUFO) ຫງວຽ໋ນ ເຟືອງ ງາ ໄດ້ເນັ້ນໜັກວ່າ, ການມອບຫຼຽນກາ “ສັນຕິພາບ, ມິດຕະພາບ ລະຫວ່າງປະຊາຊົນບັນດາເຜົ່າ” ແມ່ນເປັນການສັນລະເສີນການປະກອບສ່ວນຢ່າງບໍ່ຮູ້ອິດຮູ້ເມື່ອຍຂອງທ່ານເອກອັກຄະລັດຖະທູດໃນວຽງງານການຊຸກຍູ້ສາຍພົວພັນ ມິດຕະພາບແບບພິເສດຫວຽດນາມ - ລາວ ເກືອບ 4 ປີ ຂອງການດຳລົງຕຳແໜ່ງຂອງຕົນ.

VUFO ສັນລະເສີນການປະກອບສ່ວນຢ່າງບໍ່ຮູ້ອິດເມື່ອຍຂອງທ່ານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ຫວຽດນາມ

ບັນຍາກາດທີ່ການຕ້ອນຮັບ.

ຕອນເຊົ້າວັນທີ 26 ກັນຍາ, ທີ່ຮ່າໂນ້ຍ, ທ່ານ ຫງວ໋ຽນ ເຟືອງ ງາ ປະທານ VUFO ໄດ້ມອບຫຼຽນກາ “ສັນຕິພາບ, ມິດຕະພາບ ລະຫວ່າງປະຊາຊົນບັນດາເຜົ່າ” ໃຫ້ ທ່ານ ທອງສະຫວັນ ພົມວິຫານ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ຍ້ອນການປະກອບສ່ວນທີ່ມີເຕັມໄປດ້ວຍຄວາມໝາຍ ຂອງທ່ານເອກອັກຄະລັດຖະທູດ ໃນວຽກງານການຊຸກຍູ້ສາຍພົວພັນມິດຕະພາບພິເສດຫວຽດນາມ - ລາວ ໃນສະໄໝດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດຂອງຕົນ.

ເຂົ້າຮ່ວມໃນພິທີມອບຫຼຽນກາຄັ້ງນີ້, ປະກອບມີ ຕາງໜ້າ ຄະນະພົວພັນຕ່າງປະເທດສູນກາງພັກ, ກະຊວງການຕ່າງປະເທດ, VUFO ພ້ອມດ້ວຍຄະນະພະນັກງານສະຖານທູດ ແຫ່ງ ສປປ ລາວ ປະຈຳ ຮ່າໂນ້ຍ. ກ່ອນໜ້ານັ້ນ, ໃນການພົບປະກັບ ທ່ານ ທອງສະຫວັນ ພົມວິຫານ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ທີ່ສຳນັກງານໃຫຍ່ VUFO, ທ່ານນາງ ຫງວ໋ຽນ ເຟືອງ ງາ ປະທານ VUFO ໄດ້ສະແດງຄວາມຍິນດີ ກັບ ທ່ານເອກອັກຄະລັດຖະທູດ ປະຕິບັດ ສຳເລັດໜ້າທີ່ວຽກງານຢ່າງຈົບງາມ ສະໄໝການເຮັດວຽກຢູ່ ສສ ຫວຽດນາມ. ທ່ານຍັງ ຕີລາຄາສູງການປະກອບສ່ວນຂອງທ່ານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ໃນຕະຫຼອດ 4 ປີທີ່ຜ່ານມາ, ທ່ານປະທານ ຫງວ໋ຽນ ເຟືອງ ງາ ໄດ້ສະແດງຄວາມຮູ້ສຶກຕື້້ນຕັນຕໍ່ກັບຄວາມຮູ້ສຶກຂອງທ່ານເອກອັກຄະລັດຖະທູດລາວ ທີ່ມອບໃຫ້ປະເທດ ແລະ ປະຊາຊົນຫວຽດນາມ.

ດ້ວຍການປະກອບສ່ວນດັ່ງກ່າວນັ້ນ, VUFO ຈິ່ງໄດ້ມອບຫຼຽນກາ “ສັນຕິພາບ, ມິດຕະພາບ ລະຫວ່າງປະຊາຊົນບັນດາເຜົ່າ” - ແມ່ນລາງວັນສູງສຸດຂອງສະຫະພັນອົງການມິດຕະພາບຫວຽດນາມ. ທ່ານປະທານ VUFO ຫງວ໋ຽນ ເຟືອງ ງາ ໄດ້ເນັ້ນໜັກວ່າ: “ລາງວັນນີ້ ເປັນການສັນລະເສີນການປະກອບສ່ວນ ຢ່າງບໍ່ຮູ້ອິດຮູ້ເມື່ອຍຂອງທ່ານເອກອັກຄະລັດຖະທູດໃນວຽກງານການຊຸກຍູ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ສາມັກຄີພິເສດ ແລະ ຮ່ວມມືຮອບດ້ານ ລະຫວ່າງ ປະຊາຊົນສອງປະເທດ ຫວຽດນາມ ແລະ ລາວ”.

VUFO ສັນລະເສີນການປະກອບສ່ວນຢ່າງບໍ່ຮູ້ອິດເມື່ອຍຂອງທ່ານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ຫວຽດນາມ

ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ, ປະທານສະຫະສະມາຄົມບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ ມອບຫຼຽນກາທີ່ລະນຶກ ໃຫ້ແກ່ທ່ານ ທອງສະຫວັນ ພົມວິຫານເອກອັກຄະລັດຖະທູດ ລາວປະຈຳ ຫວຽດນາມ.

ໃນການດຳລົງຕຳແໜ່ງ ເປັນເວລາເກືອບ 4 ປີຂອງທ່ານເອກອັກຄະລັດຖະທູດ ທອງສະຫວັນ ພົມວິຫານ, ສາຍພົວພັ ນ ຫວຽດນາມ - ລາວ ສືບຕໍ່ໄດ້ຮັບການປັບປຸງເພີ່ມທະວີ ແລະ ພັດທະນາ. ທັງສອງຝ່າຍໄດ້ຈັດຕັ້ງ ສຳເລັດ “ປີສາມັກຄີ ແລະ ມິດຕະພາບ ລະຫວ່າງ ຫວຽດນາມ - ລາວ, ລາວ - ຫວຽດນາມ ປີ 2017”. ມີຫຼາຍກິດຈະ ກຳກໍ່ຄືການເຄື່ອນໄຫວທີ່ອຸດົມສົມບູນ ເພື່ອແນໃສ່ການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດລະຫວ່າງສອງປະເທດຄົບຮອບ 55 ປີ (5 ກັນຍາ 1962 - 5 ກັນຍາ 2017) ແລະ ວັນຄົບຮອບ 40 ປີ ແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ (18 ກໍລະກົດ 1977 - 18 ກໍລະກົດ 2017) ໄດ້ຖືກຈັດຂື້ນຢ່າງກວ້າງຂວາງຢູ່ທັງສອງປະເທດ.

ການສ້າງສັນປະຊາຊົນ ຫວຽດ-ລາວ ໄດ້ຮັບການຊຸກຍູ້ ແລະ ນັບມື້ນັບກ້າວເຂົ້າສູ່ລວງເລິກ. ເພື່ອຕອບສະໜອງ “ປີສາມັກຄີ ແລະ ມິດຕະພາບ ຫວຽດນາມ - ລາວ 2017”, ອົງການຈັດຕັ້ງມິດຕະພາບຢູ່ສອງປະເທດ ໄດ້ປະສານສົມທົບຈັດຕັ້ງການເຄື່ອນໄຫວພົບປະແລກປ່ຽນປະຊາຊົນມີຄວາມ ໝາຍ ສຳຄັນ, ເຊິ່ງໃນນັ້ນ ພົ້ນເດັ່ນທີ່ສຸດແມ່ນ ງານມະໂຫລານມິດຕະພາບຫວຽດນາມ - ລາວ ຄັ້ງທີ 4 ຢູ່ ລາວ.

ພາຍໃຕ້ການຊີ້ນຳ ແລະ ຊຸກຍູ້ ຂອງທ່ານເອກອັກຄະລັດຖະທູດລາວ ປະຈຳ ສສ ຫວຽດນາມ ໄດ້ຮ່ວມມືຢ່າງ ແໜ້ນແຟ້ນ ກັບ VUFO ແລະ ສະມາຄົມມິດຕະພາບ ຫວຽດນາມ - ລາວ ໃນຂະບວນການຈັດຕັ້ງການເຄື່ອນໄຫວມິດຕະພາບຂອງປະຊາຊົນ. ໃນຊຸມປີມໍ່ໆມານີ້, ສອງຝ່າຍໄດ້ມີຄວາມພະຍາຍາມໃນການຈັດຕັ້ງການເດີນທາງ “ ກັບຄືນພູມລຳເນົາ ກໍ່ຄືບ້ານເກີດ” - ຢ້ຽມຢາມສະຖານທີ່ປະຫວັດສາດ, ການປະຕິວັດລາວ ຢູ່ ຫວຽດນາມ, ໂດຍການເຂົ້າຮ່ວມຂອງຄະນະຜູ້ແທນລາວ, ນັກຮຽນນັກສຶກສາລາວ ແລະ ຫວຽດນາມ. ບັນດາການເຄື່ອນໄຫວກໍ່ຄືກິດຈະກຳນີ້ໄດ້ຊ່ວຍໃຫ້ຊາວໜຸ່ມ, ພະນັກງານທຸກຂັ້ນໄດ້ມີໂອກາດທົບທວນຫວນຄືນປະຫວັດສາດອັນສະຫງ່າລາສີຂອງມິດຕະພາບແບບພິເສດ, ຄວາມຊື່ສັດ ຂອງຫວຽດນາມ - ລາວ, ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການເພີ່ມພູນຄູນສ້າງ ການພົວພັນອັນສ່ອງໃສ, ເປັນແບບຢ່າງ, ພິເສດຫວຽດນາມ - ລາວ.

ທ່ານປະທານ VUFO ຍັງເນັ້ນໜັກວ່າ: “ສາມາດຢືນຢັນໄດ້ວ່າ ບັນດາໝາກຜົນຂອງການພົວພັນ ຫວຽດນາມ - ລາວ, ພິເສດແມ່ນກ່ຽວກັບການພົວພັນແລກປ່ຽນປະຊາຊົນໃນ 4 ປີທີ່ຜ່ານມາ, ແມ່ນລ້ວນແລ້ວແຕ່ມີການປະກອບສ່ວນອັນສຳຄັນຂອງທ່ານເອກອັກຄະລັດຖະທູດລາວ ທອງສະຫວັນ ພົມວິຫານ”. ທ່ານນາງ ຫງວ໋ຽນ ເຟືອງ ງາ ຫວັງວ່າໃນໄລຍະຈະມາເຖິງ, ທ່ານເອກອັກຄະລັດຖະທູດ ຈະສືບຕໍ່ ປະກອບສ່ວນຫຼາຍຢ່າງເຂົ້າໃນການປັບປຸງເພີ່ມທະວີ ແລະ ພັດທະນາສາຍພົວພັນມິດຕະພາບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນ ຫວຽດນາມ-ລາວ.

VUFO ສັນລະເສີນການປະກອບສ່ວນຢ່າງບໍ່ຮູ້ອິດເມື່ອຍຂອງທ່ານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ຫວຽດນາມ

ບັນດາຜູ້ແທນໄດ້ຖ່າຍຮູບທີ່ລະລຶກ

ໃນໂອກາດນີ້, ທ່ານປະທານສະຫະພັນ ຫງວ໋ຽນ ເຟືອງ ງາ ຍັງໄດ້ຝາກຄຳຂອບໃຈ ເຖິງພະນັກງານ, ລັດຖະກອນຂອງສະຖານທູດລາວ, ເພື່ອນຮ່ວມງານທີ່ເຂັ້ມແຂງຂອງທ່ານເອກອັກຄະລັດຖະທູດ ທີ່ໄດ້ເອົາໃຈໃສ່ເພີ່ມພູນຄູນສ້າງຮັກສາການພົວພັນລະຫວ່າງສອງປະເທດ; ຂອບໃຈສະມາຄົມມິດຕະພາບຫວຽດນາມ - ລາວ ທີ່ໄດ້ພົວພັນ ແລະ ຮ່ວມມື ຢ່າງໃກ້ຊິດສະໜິດແໜ້ນ ແລະ ມີປະສິດທິຜົນ ກັບທ່ານເອກອັກຄະລັດຖະທູດ ກໍ່ຄືສະຖານທູດແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ.

ທ່ານເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມປິຕິຍິນດີ ແລະ ເປັນກຽດ ທີ່ໄດ້ຮັບລາງວັນອັນສູງສົ່ງນີ້. ທ່ານເອກອັກຄະລັດຖະທູດກ່າວວ່າ: ຫຼຽນການີ້ແມ່ນການຮັບຮູ້ເຖິງຜົນຂອງການບໍ່ຮູ້ອິດຮູ້ເມື່ອຍຂອງທ່ານ, ແຕ່ຍັງແມ່ນຄວາມເອົາໃຈໃສ່ພະຍາຍາມຂອງພະນັກງານ ສະຖານທູດກໍ່ຄື ກະຊວງ, ພະແນກການ, ຫ້ອງການ, ອົງການຈັດຕັ້ງ ແລະ ທ້ອງຖິ່ນ ຂອງສອງປະເທດ ທີ່ຍາມໃດກໍ່ໄດ້ເອົາໃຈໃສ່ສະໜັບສະໜູນ, ຊ່ວຍເຫຼືອ ແລະ ໃຫ້ການຮ່ວມມືຢ່າງຈິງຈັງ ກັບ ທ່ານເອກອັກຄະລັດຖະທູດ ໃນສະໄໝການປະຕິບັດໜ້າ ຢູ່ ຫວຽດນາມ. ທ່ານທູດໄດ້ສະແດງຄວາມຂອບໃຈຕໍ່ບັນດາການນຳ ແລະພະນັກງານຂອງ VUFO ທີ່ໄດ້ໃຫ້ສະ ໜັບສະໜູນກໍ່ຄືຊ່ວຍເຫຼືອທ່ານ ແລະ ເພື່ອນຮ່ວມງານທ່ານຕະຫຼອດມາ. “ໃນອະນາຄົດ, ເມື່ອຂ້າພະເຈົ້າກັບຄືນປະເທດ, ເຖິງວ່າຈະຢູ່ໃນຖານະໃດກໍ່ຕາມ ຂ້າພະເຈົ້າຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຮັກສາມູນເຊື້ອຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ລາວ - ຫວຽດນາມ ໃຫ້ເກີດດອກອອກຜົນ, ຍືນຍົງຊົ່ວກາລະນານ”, ທ່ານເອກອັກຄະລັດຖະທູດເນັ້ນໜັກຕື່ມ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.